วันศุกร์ที่ 30 กันยายน พ.ศ. 2554

ພາສາລາວ ມີຄວາມຈຳເປັນຕໍ່ຄົນລາວທຸກໆຄົນ

            ມີຫຼາຍຄົນເຂົ້າໃຈວ່າ "ເຮົາເປັນຄົນລາວຈັ່ງໃດກໍຮູ້ພາສາລາວແລ້ວ ບໍ່ຕ້ອງຮຽນກໍຮູ້ເອງ ຮຽນພາສາ ອື່ນດີກວ່າ, ບາງຜ່ອງກໍວ່າ ພາສາລາວໃຊ້ຈັ່ງໃດກໍຖືກ, ບາງຄົນກໍວ່າ ເຮົາຮຽນເປັນນາຍ, ຮຽນເສດຖະກິດ, ຮຽນຕຳຫຼວດ ບໍ່ຈຳເປັນຮູ້ພາສາລາວກະໄດ້ ແລະມີຫຼາຍໆ ຄວາມຄິດຄວາມເຫັນ ທີ່ແຕກຕ່າງກັນອອກໄປ" ຄວາມເຫັນແບບທີ່ວ່ານີ້ ລ້ວນແຕ່ເປັນຄວາມເຫັນທີ່ຜິດທັງນັ້ນ ຈັດຢູ່ໃນແນວຄິດຫຍໍ້ທໍ້ທາງພາສາ.
            ຄວາມຈິງແລ້ວ ພາສາລາກໍມີຄວາມຈຳເປັນຕໍ່ຄົນລາວ ພາສາຊາດໃດໆກໍມີຄວາມຈຳເປັນຕໍ່ຊາດນັ້ນໆ ເພາະພາສາຄືການສື່ສານ ຫາກເຮົາບໍ່ເຂົ້າໃຈພາສາ ກໍຍາກທີ່ຈະສື່ສານ ແລະເຂົ້າໃຈບັນຫາຕ່າງໆໄດ້ຮູ້ເລື່ອງ.
            ເພາະໜ້າທີ່ຂອງພາສາ ກໍຄືການສື່ສານ ຫາກສື່ສານບໍ່ຮູ້ເລື່ອງກໍໃຊ້ພາສາໄປຕາມລຳພັງໃຈ ຄົນອື່ນກໍບໍ່ເຂົ້າໃຈ ໃນທີ່ສຸດກໍບໍຣິຫານວຽກງານໄປໃນລັກສະນະໃຊ້ອຳນາດ, ເຮົາຈະມີໜ້າທີ່ຫຍັງກໍຕ້ອງຮູ້ພາສາ ຫາກບໍ່ຮູ້ພາສາ ກໍໃຫ້ພາສາທີ່ຜິດ ເຊັ່ນດຽວກັບຕົວຢ່າງເທິງນີ້ (ເບິ່ງຮູບ)
            ສະມາຄົມ(ຄົນ)ຈີນ, ສະມາຄົມ(ຄົນ)ຫວຽດນາມ, ສະມາຄົມ(ຄົນ)ຂະເໝນ, ສະມາຄົມ(ຄົນ)ຍີ່ນປຸ່ນ, ສະມາຄົມ(ຄົນ)ລາວ
           - ອັນວ່າຄົນ ຕັດຖີ້ມໄປເລີຍ ເພາະຄຳມັນສົມບູນໃນຕົວມັນ "ຄົນ" ກະເລີຍເປັນຄຳເຫຼືອ ເວົ້າບໍ່ເວົ້າມັນ ກະໄດ້ "ລາວ, ຈີນ, ຫວຽດ" ລ້ວນແຕ່ມີ "ຄົນ" ໃນຕົວ(ໂຕ)ມັນດ້ວຍ, ຈຶ່ງຍັງເຫຼືອແຕ່ :
           - ສະມາຄົມຈີນ ສະມາຄົມຫວຽດນາມ ສະມາຄົມຂະເໝນ ສະມາຄົມຍີ່ນປຸ່ນ. ສະມາຄົມລາວ. - ລອງອ່ານສົມທຽບກັນເບິ່ງ ລະຫວ່າງທີ່ມີຄົນ ກັບບໍ່ມີຄົນ ມັນສື່ສານສົມບູນເໝືອນກັນບໍ ?
           - ການສ້າງປະໂຫຍກ ຫາກຄຳໃດບໍ່ສົມບູນ ຫາມາເພີ່ມ, ຄຳໃດເຫຼືອຕັດຖິ້ມ. ຕົວຢ່າງຄຳທີ່ວ່າ :
           - ສະມາຄົມໝາກກາເຟລາວ ຫຼືສະມາຄົມກາເຟລາວ, ດັ່ງທີ່ໄມ້ຈັນບອກ ບໍ່ສົມບູນໃນຕົວມັນທັງສອງ ຕ້ອງໃຫ້ຄຳ ກຳມະ ຜູ້ກະທຳໃຫ້ມັນ ໃນປະໂຍກເທິງ ມີແຕ່ປະທານ "ສະມາຄົມ" ກັບ ກິຣະຍາ ແລະ ນາມ "ໝາກກາເຟລາວ" ຕ້ອງຫາກຳມະ ມາໃຫ້ມັນ ມັນຈຶ່ງສົມບູນ ຄື "ຜູ້ ຫຼື ຄົນ" ຫາກມີປະໂຫຍກແບບນັ້ນ ເຂົາຈະບໍ່ນິຍົມໃຊ້ "ຄົນ" ເຂົາຈະໃຊ້ "ຜູ້" ແທນ ເຊັ່ນ ສະມາຄົມ(ຜູ້ປູກ) ໝາກກາເຟລາວ ຫຼືສະມາຄົມ(ຜູ້ປູກ)ກາເຟລາວ. - ອັນວ່າ "ຜູ້ປູກ" ເປັນກຳມະ ຄືກະທຳໃຫ້ກະເຟ ຕ້ອງທຳໜ້າທີ່ຂອງ ມັນໃຫ້ສົມບູນ. - ທີ່ນີ້ເຮົາຊິເອົາຄຳໃດມາໃຊ້ໃນ ໒ ຄຳ, ບໍ່ຕ້ອງຄິດເອົາ,ຕ້ອງເອົາຕາມ ກົດເກນຂອງໄວຍາກອນ, ສະມາຄົມ(ຜູ້ປູກ) ໝາກກາເຟລາວ ຫຼືສະມາຄົມ(ຜູ້ປູກ)ກາເຟລາວ. - ຈະເອົາປະໂຫຍກໃດກໍໄດ້ ແຕ່ດີກວ່າ ຕ້ອງ"ສະມາຄົມຜູ້ປູກ ກາເຟລາວ" ເພາະມັນສັ້ນກວ່າ "ເພາະໝາກກາເຟ", ກັບ "ກາເຟ" ຄຳວ່າ "ກາເຟ" ຈະສົມບູນກວ່າ ແລະບໍ່ເປືອງເນື້ອທີ່ປະຫຍັດເຂົ້າໄປອີກ. - ນີ້ແລ້ວ ຄືຄວາມໝາຍຄວາມສຳຄັນຂອງພາສາລາວ, ຕອນເວົ້າສຳຄັນນ້ອຍກວ່າການຂຽນ ແຕ່ຫາກເວົ້າໃນທາງການ ໃຊ້ໃນທາງການສຳຄັນກວ່າ. - ອັນວ່າ "ສະມາຄົມ" ມາຈາກ "ສະມະຄະມະ" ແປ ເຂົ້າມາຫາກັນ, ຫຼືໄປມາຫາສູ່ກັນ. ຂອບໃຈທີ່ໃຫ້ໂອກາດ ຂຽນເດີ

ການພັດທະນາໜັງສືລາວ ເຄິ່ງສະຕະວັດ ມີຄວາມສຳເລັດຜົນຫຼືບໍ່ ? (໒)

- ຄວາມຫຍຸ້ງຍາກຕ່າງໆນັ້ນ ໃນເມືອງມະນຸດບໍ່ມີມະນຸດຄົນໃດປາສະຈາກໄດ້ ເພາະມະນຸດມີຄວາມຍຸ້ງຍາກເປັນພື້ນຖານຢູ່ແລ້ວ ບໍ່ວ່າຄວາມຫຍຸ້ງ ຍາກທີ່ເກີດຂຶ້ນພາຍໃນຕົນ ກໍຄືຄວາມຫຍຸ້ງຍາກທີ່ເກີດຂຶ້ນຈາກພາຍນອກຕົນ ກໍຍ່ອມທຳໃຫ້ມະນຸດເກີດຄວາມທຸກ ຄວາມພັດພາກ ຄວາມບໍ່ສົມຫວັງ ຈົນເຖິງຂັ້ນປຣາຊັຍ ບາງຄົນ ບາງເຣື່ອງ ບາງເຫດກາຣກໍຫຼົວຕລອດຊີວິດ ກໍຍ່ອມມີ.
- ຫາກຄວາມຫຍຸ້ງຍາກນັ້ນ ເກີດຈາກບັນຫາອຸປະສັກທາງດ້ານພຶດຕິກັມ, ການກະທຳ ແລະແນວຄິດອັນບໍ່ເທດເໝາະບາງຢ່າງ ມະນຸດກໍສາມາດຜ່ານ ຜ່າອຸປະສັກນັ້ນໆ ເມື່ອມີໃຈສູ້ ມີຄວາມຕັ້ງໃຈ ແລະຄວາມມຸ້ງຫຍັງ ທີ່ຈະຜ່ານຜ່າອຸປະສັກ, ຫາກແຕ່ວ່າອຸປະສັກບາງຢ່າງມັນເດີນໄປບໍ່ສົດສວຍງົດ ງາມກໍຕາມ, ອຸປະສັກບາງທີ່ເກີດຄວາມຄວາມເຫັນຜິດ ອະຄະຕິ ຄວາມບໍ່ຮູ້ເທົ່າເຖິງກາຣ ແລະການມອງແບບຫູບໍ່ກວ້າງຕາບໍ່ໄກນັ້ນ ຍ່ອມເປັນອຸປະສັກ ທີ່ໃຫ້ຜົນຍາວນານ ແລະຜົນທີ່ອອກມາກໍບໍ່ສ້າງສັນ ສາມາດເຮັດໃຫ້ຕົນ ສັງຄົມ ແລະປະເທດຊາດຫຼົມເຫຼວໄດ້. ເຊັ່ນດຽວກັບອຸປະສັກ ຂອງຄະນະກັມມະການຟື້ນຟູອັກສອນສາດລາວຄະນະທໍາອິດ ຂອງບັນດິຕສະພາຈັນທະບໍຣີ ເຊິ່ງມຣສົມເດັດເຈົ້າເພັຊຣາຊເປັນ ປະທານດ້ວຍຊໍ້າຍັງມີບັນຫາ ເພາະແນວຄິດ ຄວາມຮັບຮູ້ ແນວຕິດຕໍ່ຕ້ານຊາດນິຍົມ ແລະແນວຄິດບໍ່ມອງກາຣໄກນັ້ນ ມັນໄດ້ປະສົມປົນເປິນໍາຝ່າຍຕ່າງໆ ເຊິ່ງເຮັດໃຫ້ເກີດອຸປະສັກໃນການດໍາເນີນການຂອງຄະນະດັ່ງກ່າວ ເຖິງຄະນະດັ່ງກ່າວ ຈະດຳເນີນໃນລັກສະນະທີ່ມີເອກະພາບ ແຕ່ສຽງພາຍນອກໄດ້ສະທ້ອນເຂົ້າໄປຫາຄະນະກັມ​ມະກາຣນັ້ນ ລ້ວນແຕ່ເປັນອຸປະສັກ ອຸປະສັກໃນກາຮຟື້ນຟູອັກສອນລາວ ເປັນຈັງໃດ ມີຫຍັງແນ່ເຊີນອ່ານໃນບັນທຶກຂອງຍາພໍ່ມະຫາສີລາ ວິຣະວົງ ທີ່ຂຽນໄວ້ໃນໜັງສືອັກສອນສາດລາວ ປະວັດໜັງສືລາວ ໜ້າ ໒໘-໒໙ ດັ່ງນີ້:-

ບັນທຶກໜ້າ ໒໘-໒໙

"- ໃນຂະນະທີ່ສຶກສາຫາຊ່ອງທາງ ປັບປຸງອັກສຣລາວຢູ່ນີ້ ໄດ້ເກີດມີມະຕິແຕກກັນເປັນ ໓ ພວກ ຄື ພວກໜຶ່ງທີ່ໄດ້ຮຽນໜັງສືຝຣັ່ງເສດຫຼາຍ ເຫັນດີ ໃຫ້ລຶບອັກສອນລາວຖິ້ມ ແລ້ວບັນຍັຕເອົາຕົວອັກສອນຝຣັ່ງ ໃຊ້ຂຽນຄໍາລາວ ແລະຄຳປາລີ,(໑) ດັ່ງດຽວກັບຕົວກົ໊ກຫງື້ ຂອງຫວຽດນາມ(໒)

- ອີກພວກທີສອງເຫັນວ່າສຳລັບຕົວລາວ ທີ່ບໍ່ມີໃນອັກສອນບາລີນັ້ນ(໓) ໃຫ້ໃຈຈຸດ "." ກ້ອງຕົວໜັງສືລາວເອົາ ຄືກັນກັບອັກສຣໂຣມັນ ທີ່ໃຊ້ຂຽນຄຳປາລີ ຄຳແນະນຳນີ້ມາຈາກຄວາມເຫັນດີ ຂອງທ່ານສາສຕຣາຈາຣຍ໌ລຸຍ ປີໂນຕ໌ ທີ່ໄດ້ສະແດງໄວ້ໃນຈົດໝາຍເຫຕຂອງທ່ານ ສະບັບເລກທີ ໓໕໑ ລົງວັນທີ ໕ ເມສາ ໑໙໑໘.

- ສ່ວນພວກທີ ໓ ເຫັນວ່າຈະລືບລ້າງຕົວລາວຖິ້ມບໍ່ຄວນ ແລະຈະໃຊ້ຈຸດຕືກັບຕົວອັກສຣໂຣມັນກໍບໍ່ສະດວກ ເພາະຄວາມລຶ້ງຕາ ກັບອັກສອນຕົວເດີມເຫິງ ແລ້ວ, ຈະພາໃຫ້ຫຼົງສເມີ, ເມື່ອເປັນດັ່ງນີ້ກໍແໜງຕື່ມຕົວທີ່ຍັງຂາດຢູ່ນັ້ນເຂົ້າມາໃໝ່ເລີຍຈະດີກວ່າເພາະວ່າ:-

໑. ໄທຍ໌ກັບຂະເໝນ ໄດ້ປ່ຽນມາແລ້ວ.
໒. ຕົວອັກສຣລາວ ທີ່ຜາກົຕໃນສີລາເລຂກໍຜາກົຕວ່າເພິ່ນໃຊ້ມາແລ້ວ ເກືອບເຫັນຄົບທຸກຕົວ.
໓. ໃນປະເທສໜຶ່ງ ຄວນມີຕົວໜັງສືເປັນຂອງຊາຕ ແຕ່ແບບດຽວ ຄື ສຳລັບລາວກໍຕ້ອງແມ່ນຕົວລາວ ຖ້າບໍ່ເຫັນບໍ່ຄົບກໍຕື່ມເຂົ້າ.
໔. ເມື່ອໃຊ້ຕົວໜັງສືຕົວດຽວກັນ ທັງທາງໂລກແລະທາງທັມ ປະຊາຊົນກໍຈະໄດ້ມີຄວາມຮູ້ກວ້າງຂວາງ ທັງທາງໂລກ ແລະທາງທັມ ໂດຍການໃຊ້ຕົວໜັງສື ຕົວດຽວກັນ.
- ເມື່ອເຫັນວ່າ ຄວາມເຫັນຂອງພວກທີ ໓ ມີເຫຕຜົນດີ ທີ່ປະຊຸມຈຶ່ງໄດ້ລົງມະຕິເຫັນດີ ໃຫ້ຕື່ມຕົວອັກສອນລາວໃຫ້ຄົບ ຕາມຕົວປາລີ ແລະສັນສະກຣິຕ ທີ່ບູຮານເຄີຍໃຊ້ມາແລ້ວ ຄືກັນກັບປະເທສທັງຫຼາຍ ທີ່ໄດ້ໜັງສືມາຈາກບ່ອນດຽວກັນ ໃນກາຣຕື່ມນີ້ ໄດ້ວາງຫຼັກໄວ້ ໒ ປະກາຣ ຄື:-

໑. ຊອກຄົ້ນເອົາຣູບຕົວໜັງສື ທີ່ຕື່ມມາໃໝ່ນັ້ນ ເຊິ່ງມີຢູ່ໃນສີລາເລຂເກົ່າໆ (ທີ່ໄດ້ຊອກໃນສີລາເລຂຄື ຍ-ຜູ້ຍິງ, ພ-ພະຮິຍາ, ທ-ໝາກຕົລ, ສ-ບໍ ແລະ ສ-ຄໍ ຕົວ ນ-ສາມເນນ, ຕົວຕໍໃຫຍ່ ແລະ ຖ-ໃຫຍ)
໒. ສ່ວນທີ່ບໍ່ເຫັນໃນສີລາເລຂເກົ່າ ໄດ້ດັດແປງເອົາຕົວອັກສອນທັມເຂົ້າມາໃສ່.

- ກາຣທີ່ເປັນດັ່ງນີ້ ຄະນະກັມມະກາຣ ຫໍສະໝຸດສະພາຈັນທະບູຣີ ໄດ້ຕື່ມຕົວອັກສຣລາວຂຶ້ນ ແລະໄດ້ຈັດພິທໄວຍາກຣນ໌ລາວພາຄ "ອັກຂຣະວີທີ" ສຳເຣັດໃນປີ ໑໙໓໕ ແລະທາງໂຮງຮຽນປຣິຍັຕຕິທັມ ໄດ້ອາສັຍແບບອັກຂຣະວິທີນີ້ເປັນຫຼັກ ຈຶ່ງໄດ້ແຕ່ງປຶ້ມຮຽນ ພາສາປາລີຈົນຮອດຫຼັກສູຕຕ່າງໆ ໃນທາງສາສນາ ອອກແຜ່ຜາຍຮ່ຳຮຽນຕໍ່ມາ ເປັນເວລາຫາຍປີ"

- ເມື່ອເຮົາອ່ານບັນທຶກກາຣປັບປຸງອັກສຣລາວໃນໄຣຍະຕົ້ນໆ ຂອງຣາຊະບັນດິດສະພາຈັນທະບູຣີ ພາຍໃຕ້ກາຣນຳອັນປີຊາສາມາດຂອງສົມເດັດເຈົ້າ ເພັຊຣາຊອົງນາຍົກຂອງສາພາດັ່ງກ່າວແລ້ວ ເຮັດໃຫ້ເຮົາມອງເຫັນຄວາມຫຍຸ້ງຍາກຫຼາຍປະກາຣ ບໍ່ວ່າຈະເປັນດ້ານເຄື່ອງມີການຄົ້ນຄວ້າ ບຸຄຄະລາກຣ ທີ່ມັນຫຍຸ້ງຍາກທີ່ສຸດ ກໍຄືແນວຄວາມຄິດທີ່ເຫັນຕ່າງກັນ ຈົນມີມະຕິເປັນ ໓ ມະຕິ ລ້ວນແຕ່ເປັນອຸປະສັກໃຫ້ແກ່ຄະນະກັມມະກາຣປັບປຸງແລະພື້ນຟູ ອັກສອນລາວເປັນຢ່າງຍິ່ງ ແຕ່ກໍນັບວ່າເປັນໂຊກດີຂອງພາສາສາດລາວ ທີ່ທາງຄະນະຕ່າງໆເຖິງມີຄວາມເຫັນແຕກຕ່າງກັນຕັ້ງ ໓ ມະຕິ, ແຕ່ຄະນະດັ່ງກ່າວ ກໍຕົກລົງຮັບຮອງເອົາມະຕິທີ ໓ ທີ່ເຫັນວ່າມີເຫຕຜົນດີກວ່າ ຄືໃຫ້ເພີ່ມຕື່ມອັກສອນທີ່ບໍ່ມີໃນອັກສອນລາວເດີມເຂົ້າ ໂດຍໄປຊອກຫາແບບຢ່າງມາຈາກອັກສຣລາວທີ່ເຄີຍຂຽນກັນມາແລ້ວໃນສີລາເລຂ(ສີລາຈາຣືກ) ຫາກຍັງບໍ່ພົບຕາມຄວາມຕ້ອງກາຮກໍໄດ້ດັດແປງເອົາອັກສຣ ມາຈາກອັກສຣທັມ.
- ເມື່ອມອງວັດຖຸປະສົງ ໒ ປະກາຣນັ້ນແລ້ວ ເຮົາຈະເຫັນໄດ້ວ່າອັກສອນລາວ ເຮົາອັນເປັນເຄົ້າ ທີ່ສືບເນື່ອງມາຈາກບູຮານນັ້ນ ບໍ່ໄດ້ປັບປຸງມາຈາກອັກສອນປາລີໂດຍກົງ ແລະບໍ່ໄດ້ມາຈາກອັກສຣທັມທັມໝົດ ທີ່ສຳຄັນອັກສອນລາວບໍ່ໄດ້ເອົາແບບຢ່າງມາຈາກອັກສຣໄທຍ໌ສມັຍ ແຕ່ຫາກເອົາແບບຢ່າງທີ່ໄດ້ມີກາຣໃຊ້ມາແລ້ວໃນໝວດອັກສຣລາວບູຮານທີ່ມີກາຣບັນທຶກ ໄວ້ແລ້ວກ່ອນໜ້າສມັຍນັ້ນ ຄືສີລາເລຂ ກາຣທີ່ຄົນຣຸ້ນໃໝ່ພາກັນເວົ້າວ່າກາຣຂຽນແບບລາວບູຮານ ໔໑ ຕົວ, ທີ່ສ້າງຂຶ້ນສຳເຣັດໃນປີ ໑໙໓໕ ຂອງຣາຊະບັນດິດສະພາລາວ ເໝືອນອັກສຣໄທຍ໌ ແລະໄດ້ແບບຢ່າງມາຈາກໄທຍ໌ນັ້ນ ຄວຣຈະເຊົາເຂົ້າໃຈຜິດເຊັ່ນນັ້ນແລ້ວ, ເພາະບັນທຶກນີ້ກໍໄດ້ເວົ້າຈະແຈ້ງແລ້ວວ່າດັດແປງມາຈາກສີລາເລຂອັກ ສອນລາວ ແລະຫາກບໍ່ມີກໍໄດ້ດັດແປງຈາກອັກສຣທັມ.
- ເຖິງຈະມີກາຣກ່າວເຖິງໄທຍ໌ໃນກາຣບັນທຶກນັ້ນ ກໍໝາຍວ່າອັກສອນໄທຍ໌, ອັກສຣເຂມຣ ອັກສອນພະມ້າ ອັກສຣລັງການັ້ນໄດ້ປັບປຸງ ແລະພັດທະນາແລ້ວ ລາວໃນຖານະເປັນຊາດໜຶ່ງທີ່ກຳລັງຈະກຽມພົ້ນອອກຈາກກາຣປົກຄອງຂອງຝຣັ່ງກໍຄວຣທີ່ມີອັກສຣຂອງຊາຕຕົນ ຢ່າງມີເອກະພາບ ສາມາດໃຊ້ຂຽນພາສາລາວ ແລະພາສາປາລີ ທັງພາສາອື່ນໄດ້ ນີ້ຄືວັດຖຸປະສົງເປົ້າໝາຍຂອງຄະນະກັມມະກາຣປັບປຸງ ອັກສຣລາວຍຸກເຣີ່ມຕົ້ນ ທີ່ເຂົາຄິດກັນ ເພື່ອຄວາມເປັນເອກະພາບ ແລະຜົລປໂຍຊນ໌ອັນຍາວນານຂອງຊາຕນັ້ນເອງ.
- ດ້ວຍມະຕິຂອງຄະນະປັບປຸງອັກສອນລາວຍຸກແຮກໆໆ ແລະກາຣຕໍ່ສູ້ທາງກາຣເມືອງຂອງຄະນະສົງ ແລະປະຊາຊົນລາວ ທີ່ຫູກວ້າງຕາໄກບາງກຸ່ມ ໃນອະດີດນັ້ນ ນັບເປັນໄຊຍະນະອັນຍິ່ງໃຫຍ່ຂອງຊາຕແລະປະຊາຊົນລາວ ທີ່ບໍ່ເສັຍອັກສອນລາວໄປ ຫາກບໍ່ມີຄະນະກັມມະກາຣຊຸດນີ້ ກັບຄະນະກັມມະກາຣປັບປຸງອັກສຣຂອງຣາຊະບັນດິດສະພາລາວແລ້ວ ມາຮອດປັດຈຸບັນນີ້ ຊາຕລາວເຮົາຄົງຈະເປັນເໝືອນຫຼາຍໆ ຊາຕທີ່ເອົາອັກສຣໂຣມັນ ມາຂຽນແທນອັກສອນລາວ ແລ້ວອັກສອນລາວໃນໄລຍະຫຼັງໆ ອາດເປັນພຽງປະວັດການທີ່ຕາຍໄປກັບອະດີດທີ່ພານຜ່ານ.
- ແຕ່ຄວາມສຳເຣັດຂອງຄະນະກັມມະກາຣປັບປຸງອັກສຣລາວ ກໍຄືຊາຕລາວ ກໍໄດ້ລົ້ມສລາຍລົງໃນເວລາອັນສັ້ນໆ ຄື ອັກສຣລາວ ໔໑ ຕົວຂອງຣາຊະບັນ ດິຕສະພາລາວ ກຳເນີດຂຶ້ນ ແລະຮັບໃຊ້ຊາຕ ແລະພຸດທະສາສນາພຽງ ແຕ່ ໑໔ ປີກໍຕ້ອງລົ້ມເລີກລົງ ຄື ແຕ່ປີ ໑໙໓໗-໑໙໔໘ ເມື່ອຄະນະກັມມະກາຣອັກສຣສາຕຣ໌ລາວ ຄະນະໜຶ່ງໄດ້ອອກຂໍ້ບັງຄັບເປັນພຣະຣາຊະໂອງກາຣເລຂທີ ໑໐ ໃຫ້ມີອັກສຣ ໒໗ ຕົວ ແຕ່ຂຽນໃນລັກສະນະ ພິເສດ (ຣາຍຣະອຽດໂຜດຕິດຕາມໃນບົດຕໍ່ໄປ)


ເຊີງອັຕຖ໌:
(໑) ໃຊ້ຂຽນຄໍາລາວ ແລະຄຳປາລີ : ຄວາມໝາຍຄືໃຫ້ຂຽນຄຳລາວທີ່ເປັນເຄົ້າພາສາລາວແທ້ໆ ແລະພາສາປາລີອັນເປັນເຄົ້າພາສາປາລີແທ້ໆ ໂດຍເອົາອັກສຣໂຣມັນໄປຂຽນ.
(໒) ເໝືອນກັບອັກສອນຫວຽດນາມປັດຈຸບັນ ທີ່ສ້າງຂຶ້ນມກ່ອນອັກສຣລາວ ເຊິ່ງເອົາອັກສຣໂຣມັນມາຂຽນຄຳຫວຽດນາມແທນອັກສອນໂໝ່ມ ເຊິ່ງເໝືອນອັກສຣຈີນ ທີ່ມີມາແຕ່ເຫິງແລ້ວ.
(໓) ຝ່າຍນີ້ເຫັນວ່າໃຫ້ຄົງອັກສຣລາວໄວ້ເໝືອນເດີມ ແຕ່ໃຫ້ເອົາອັກສອນລາວທີ່ມັນຊໍ້າກັນມາຂຽນແທນ ເມື່ອຂຽນພາສາປາລີ ແຕ່ໂຕໃດທີ່ຂຽນ ຕ່າງກັນເມື່ອໃຊ້ຂຽນພາສາປາລີໃຫ້ໃຊ້ຈຸດ (ນິກຄະຫິດ) ໃສ່ກ້ອງໄວ້

ການພັດທະນາໜັງສືລາວ ເຄິ່ງສະຕະວັດ ມີຄວາມສຳເລັດຜົນຫຼືບໍ່ ? (໑)

ບັນທຶກອັກສອນສາດ ປະວັດໜັງສືລາວ ຂອງຍາພໍ່ມະຫາສີລາ ວິຣະວົງ ກ່າວເຖິງຄະນະກັມມະການຟື້ນຟູອັກສອນລາວ ໔໑ ໂຕ, ເຊິ່ງມີຄວາມເປັນມາ ເກືອບລະອຽດລະອໍ, ທ່ານເວົ້າໄວ້ໃນປຶ້ມດັ່ງກ່າວ ໃນໜ້າ ໒໖-໒໘ ວ່າດັ່ງນີ້:

"- ຄັນມາເຖິງຣະຫວ່າງປີ ຄ.ສ ໑໙໒໙ ສະມາຄົນນັກປຣາຊຍ໌ຝຣັ່ງເສສ ກໍວາງແຜນຟື້ນຟູພຸທທະສາສນາ ແລະກາຣສຶກສາຝ່າຍພຸທທະສາສນາໃນ ຣາຊະອານາຈັກລາວຂຶ້ນຄືກັນ ຈຶ່ງໄດ້ຕັ້ງໂຮງຮຽນປາລີຂຶ້ນ ໃນນະຄອນວຽງຈັນ ໂຮງຮຽນຕັ້ງຢູ່ຫໍຄຳ (ໃນບໍຣິເວນພຣະຕຳນັກດຽວນີ້) ໂດຍມີຍາພໍ່ມະຫາແກ່ວ ເປັນຄຣູສອນ (ຍາພໍ່ມາຫາແກ້ວນີ້ສືກສາຝ່າຍພຸທທະສາສນາມາຈາກປະເທສໄທຍ໌) ນອກຈາກນີ້ແລ້ວ ນອກຈາກນີ້ແລ້ວທາງສະມາຄົນນັກປຣາຊຍ໌ຝຣັ່ງເສສ ກໍດຳເນີນກາຣາຕັ້ງຫໍສມຸດຂຶ້ນໃນນະຄອນວຽງຈັນ ໂດຍແຕ່ງຕັ້ງໃຫ້ເຈົ້າເພັຊຣາຊ (ເຊິ່ງໃນເວລານັ້ນຍັງບໍ່ໄດ້ເປັນອຸປຣາຊ ແຕ່ດຳຣົງຕຳແໜ່ງເປັນສາຣະວັດ ຜູ້ກວດກາແຜ່ນດິນທົ່ວໆໄປ) ເປັນປະທານ ແລະຮຽກອົງກາຣນີ້ວ່າ "ພຸທທະບັນດິຕສະພາຈັນທະບູຣີ" ແລ້ວທຳກາຣທ້ອນໂຣມໜັງສືເກົ່າຂອງລາວ ທັງທີ່ເປັນອັກສອນທັມມ໌ ອັກສອນລາວ ມາໄວ້ບ່ອນດຽວຈັດຕັ້ງເປັນ ຫໍສະໝຸດຂຶ້ນ ພ້ອມກັນນີ້ກໍໄດ້ພາກພຽນອອກກົດໝາຍ ຫ້າມບໍ່ໃຫ້ທຳລາຍມ້າງເພວັດວາອາຮາມ ຫຼືຂົນເອົາພຣະພຸທທະຣູບໜີ ເຊິ່ງຄວາມຈິງ ເຂົາເອົາໄປເກືອບໝົດແລ້ວ.

- ກ່ຽວກັບການຟື້ນຟູພຣະພຸດທະສາສນາ ແລະຈັດຕັງກາຣສຶກສາທາງສາສນາ ມີຂໍ້ຫຍຸງຍາກຢູ່ໃນເຣື່ອງແບບຮຽນ ຍາພໍ່ມະຫາແກ້ວ ສອນໂຮງຮຽນ ປາລີເວລານັ້ນ (ໄດ້ຍິນວ່າທຳອິດກໍມາຮຽນຫຼາຍຢູ່ ມີພຣະເນນເກືອບ ໗໐ ຕົນ ເວລາຂ້າເຈົ້າມາແທນເພິ່ນເຫັນມີເຫຼືອພຽງ ໕ ຕົນ) ກໍໃຊ້ແບບໄທຍ໌ເປັນຫຼັກ ແລ້ວກ່າຍອອກເປັນຕົວທັມມ໌ ໃຫ້ນັກຮຽນຂຽນກ່າຍເອົາວັນລະ ໔-໕ ແຖວ ເປັນການຊັກຊ້າເສັຍເວລາຫຼາຍ ເມື່ອຂ້າພະເຈົ້າ(ຜູ້ຂຽນ) ມາແທນເພິ່ນໃນປີ ຄ.ສ ໑໙໓໑-໑໙໓໒ ຈຶ່ງໄດ້ສເນີຄວາມເຫັນ ຕໍ່ອົງນາຍົກພຸທທະບັນດິຕສະພາ ຄືເຈົ້າເພັຊຣາຊ ວ່າຄວນຈະພິມແບບຮຽນປາລີ ແລະນັກທັມມ໌ຂຶ້ນ ຈຶ່ງຈະສະດວກ ແຕ່ໃນຂັນຕົ້ນຕ້ອງປັບປຸງຕົວອັກສອນລາວເສັຍກ່ອນ ເພາະຄັນຈະເອົາຕົວອັກ ສອນທັມ ມາພິມເປັນແບບຮຽນກໍບໍ່ໄດ້ ດ້ວຍຕົວພິມສຳລັບຕົວທັມບໍ່ມີ ໃນກາຮນີ້ອົງນາຍົກພຸທທະບັນດິຕສະພາຈັນທະບູຮີ ຈຶ່ງໄດ້ແຕ່ງຕັ້ງກັມມະກາຣ ຂຶ້ນຄະນະໜຶ່ງ ເຊິ່ງຂ້າພະເຈົ້າຈື່ໄດ້ມີ ຄື:-
໑. ເຈົ້າເພັຊຣາຊ ນາຍົກພຸທະບັນດິດສະພາ ປະທານ
໒. ພະນະທ່ານຫຍຸຍ ອະໄພ ກັມມະກາຣ.
໓. ຍາພໍ່ມະຫາແກ້ວ ກັມມະກາຣ.
໔. ຍາພໍ່ພິມມະສອນ ກັມມະກາຣ.
໕. ຍາພໍ່ເມືອງໂຂງ ກັມມະກາຣ.
໖. ພຍານາມເສນາ ກັມມະກາຣ.
໗. ທ່ານເລກີ ເຮືອງ ກັມມະກາຣ.
໘. ທ່ານບຣັງ ເດີ ລາ ໂບຣຊ໌ ກັມມະກາຣ.
໙. ພຍາສຣີນະຄອນໂລກ(ພນະທ່ານຜຸຍ ປັນຍາ) ກັມມະກາຣ.
໑໐. ຂ້າພະເຈົ້າ (ສີລາ ວິຣະວົງ) ເລາຂານຸກາຮ ແລະກັມມະກາຣ."

- ເມື່ອຄະນະກັມມະກາຣໄດ້ຮັບການແຕ່ງຕັ້ງແລ້ວ ກໍຫາຊ່ອງທາງ ໃນການປັບປຸງ ແລະຟື້ນຟູອັກສອນລາວສືບຕໍ່ໄປ ພາຍໃຕ້ພຸດທະບັນດິດສະພາ ແຕ່ຄວາມຫຍຸ້ງຍາກກໍເກີດຂຶ້ນແກ່ຄະນະກັມມະການ ເພາະກັມມະການຝ່ານຕ່າງໆນັ້ນ ກໍມີຄວາມເຫັນແຕກຕ່າງກັນ ກ່ຽວກັບການຟື້ນຟູ ແລະປັບປຸງອັກສອນສາດລາວ ຄວາມຫຍຸ້ງຍາກເພາະເຫດໃດ ເຊີນຕິດຕາມອ່ານໃນບົດຕໍ່ໄປ.

วันพุธที่ 28 กันยายน พ.ศ. 2554

ອັກສອນລາວຫຼັງປິ ໑໙໗໕ ເຖີງປີ ໑໙໗໘

- ໃຫ້ສັງເກດເບິ່ງການຂຽນຊື່ປະເທດ. ແຂວງ, ເມືອງ ແມ່ນຂຽນເໝືອນປັດຈຸບັນນີ້ ຕ່າງແຕ່ "ສມຸດ" ຄວນຈະເປັນ "ສະໝຸດ" ເໝືອນປັດຈຸບັນນີ້ ອັນນີ້ຄືການຂຽນທີ່ຍັງຕິດຕາມມາແຕ່ລະບອບເກົ່າຈັກໜ່ອຍ ແລະກໍເຫັນມີການຍິນຍອມກັນໃຊ້ "ທັງການຂຽນ ແລະຍອມຮັບຄຳວ່າ ສມຸດ" ປັດຈຸບັນ ຄຳວ່າສະໝຸດ ບໍ່ໄດ້ຮອງຮັບໃນພາສາລາວແລ້ວ, ໃນສ່ວນທີ່ຮຽກວ່າ "ປຶ້ມບັນທຶກ" ຫຼື "ພັບ" ຄຳວ່າ "ພັບ" ເອງ ກໍຖືລືມໄປແລ້ວ ໃນພາສາລາວ, ແຕ່ກໍຍັງໃຊ້ຢູ່ໃນສ່ວນ "ຫ​ໍສະໝຸດ" ຫາກເຮົາບໍ່ຮັບຮອງຄຳວ່າ "ສະໝຸດ" ກໍຄວນ ຈະຮຽກຫໍສະໝຸດ ວ່າເປັນ "ຫໍປຶ້ມ" ໃຫ້ແລ້ວເລື່ອງກໍຍັງດີ, ອັນນີ້ ບໍ່ຍອມຮັບອັນໜຶ່ງ ແຕ່ພັດຍອມຮັບອີກອັນໜຶ່ງ ສະແດງວ່າ ໃຊ້ພາສາ "ພາສາບໍ່ກະຈາຍ"

ສີລາຈາຣືກອັກສອນລາວ ທີ່ອຸດອນ

ປະເພດ: ຈາຣືກບົນເສມາ ດ້ານໜ້າ (ມີດ້ານດຽວ).
ວັດສະດຸ: ຫີນຊາຍສີເທົາ. 
ຂະໜາດ: ກວ້າງ ໔໔ ຊັງຕີແມັດ, ສູງ ໖໒ ຊັງຕີແມັດ, ໜ້າ ໑໒ ຊັງຕີແມັດ.
ອັກສອນບັນທຶກ: ອັກສອນລາວ (ທາງໄທຍ໌ວ່າ ອັກສອນໄທຍ໌ນ້ອຍ).
ນື້ອໃນ: ເປັນຈາຣືກປາກົດຕົວໃນພາກອີສານ, ສະໄໝລ້ານຊ້າງວຽງຈັນ(ລາວ) ຈຸລສັກກາດ ໙໕໓ (ພ.ສ ໒໑໓໔) ເດືອນ ໖ ຂຶ້ນ ໓ ຄ່ຳ, ວັນຈັນ, ເປັນຣືກວັດສີພູມວຽງຈັນ ຜູ້ໃດມາລ້າງອາດຍາ ໃຫ້ມັນເປັນຫຼັກເປັນຕໍໃຫ້ສັງສາຣຢູ່ຢ່າໄດ້ເກີດເປັນຄົນສັກຊາດ ກວ້າງ ໔໓໐ ວາ ຍາວພັນວາປາຍ ໗໐"
ສະພາບເອກະສານ: ສົມບູນຄົບ.
ສະຖານທີ່ເກັບຮັກສາ: ເດີມພົບຢູ່ນອກສີມວັດທາດອຸປະສະມາຣາມ ໝູ່ ໓ ຕຳບົນເມືອງພານ ອຳເພີບ້ານຜື ຕໍ່ມາຊາວບ້ານຍົກມາເກັບຮັກສາໄວ້ໃນສີມ.
ສາສະສຳຄັນ: ເປັນຄຳສາບແຊ່ງຂອງສີພູມວຽງຈັນ ຕໍ່ຜູ້ລຸກລ້ຳທຳລາຍເອົາທີ່ວັດສີພູມວຽງຈັນ ຖວາຍຢ່າໄດ້ເກີດເປັນຄົນສັກຊາດ.


วันจันทร์ที่ 26 กันยายน พ.ศ. 2554

ອັກສອນລາວບູຮານ ຫຼືອັກສອນທັມ

໑. ອັກສອນລາວບູຮານ ຫຼືອັກສອນທັມ

       ຊາດລາວເປັນຊາດ​ໜຶ່ງທີ່ເກົ່າແກ່ ມີອາະຣະຍະທຳເປັນຂອງຕົນຢ່າງມີເອກະລັກ ເຫັນໄດ້ຈາກ ບັນດາຊົນຊາດລາວເຮົາມີອາຣະຍະທຳຂອງຕົນຫຼາຍດ້ານ ສິ່ງທີ່ເອກະອ້າງອີກຢ່າງໜຶ່ງຄືອັກສອນ
ຊາດລາວມີອັກສອນໃຊ້ ໒ ແບບ ຄື ອັກສອນລາວບູຮານ ແລະອັກສອນລາວເດີມ ອັກສອນລາວ ບູ ຮານ ເປັນອັກສອນຂອງຊົນຊາດລາວບັນດາເຜົ່າໃຊ້ກັນມາຄູ່ກັບຊົນຊາດລາວ ເມື່ອປີ ໑໙໑໐ ສະພາ ຈັນທະບູຣີໄດ້ເກີດຂຶ້ນ ແລະກຳນົດໃຫ້ອັກສອນລາວບູຮານໃຫ້ຂຽນອັກທາງພຸດທະຈັກ ແຕ່ນັ້ນມາອັກ ສອນເຫຼົ່ານີ້ ຈຶ່ງຮູ້ຈັກໃນນາມ ອັກສອນທັມ.

          ອັກສອນທັມ ສາມາດຂຽນໄດ້ ທັງພາສາປາລີ ແລະພາສາລາວ ອັກສອນທັມທີ່ຂຽນພາສາປາ ລີມີຈຳນວນ ໓໒ ຕົວ ແລະທັງທັງຕົວເຕັມ ແລະຕົວເຟື້ອງບາງຕົວດ້ວຍ ດັ່ງນີ້:
           ໑. ອັກສອນລາວບູຮານໃຊ້ຂຽນພາສາປາລີ ມີ ໓໒ ຕົວ ແບ່ງອອກເປັນ ໕ ວັກ ວັກລະ ໕ ໂຕ ລວມ ມີ ໒໕ ໂຕ ແລະ "ອະວັຄ ຫຼືເສດວັຄອີກ ໗ ໂຕ ດັ່ງນີ້໋Read more... )       - ອັກສອນລາວບູຮານຕົວເຕັມ ເປັນດັ່ງນີ້:


     ໒. ສຣະລາວບູຮານໃຊ້ຂຽນພາສາປາລີ ມີຮູບດັ່ງນີ້
- ສະຫຼະລາວບູຮານໃຊ້ຜະສົມ ເວລາຂຽນພາສາປາລີມີ ໘ ສຽງ ແລະ ໗ ຮູບ (ຄືໃນພາສາປາລີ ບໍ່ມີຮູບອະ ມີແຕ່ສຽງ), ໃນອັກສອນລາວບູຮານນັ້ນ ສຣະນັ້ນຈະມີສຣະຈົມ ແລະສຣະຟູ ດັ່ງນີ້:
     
ກ. ສຣະຟູມີດ່ັງນີ້:
   
ຂ. ສຣະຈົມມີດັ່ງນີ້:
      - ໝາຍເຫດ: ສຣະຈົມແລະສຣະຟູນີ້ ເວລາເອົາໄປໃຊ້ນັ້ນ ໃຫ້ເບິ່ງຮູບການຂຽນ ວ່າຈະເໝາະ ສົມ ເອົາຮູບສຣະໃດໄປຂຽນ.
ຕົວຢ່າງ :

   ໑. ອັກສອນລາວບູຮານໃຊ້ຂຽນພາສາລາວ ມີຮູບດັ່ງນີ້

 ໒. ສຣະບູຮານໃຊ້ຂຽນພາສາລາວ ມີຮູບດັ່ງນີ້
    

໒. ຕົວຢ່າງການຂຽນອັກສອນລາວບູຮານ(ອັກສອນທັມ)ໃນພາສາລາວ ການຂຽນນີ້ໄດ້ຂຽນແບບປະຍຸກ ຄືຂຽນໃຫ້ມີວັນນະຍຸດ ຄວາມຈິງແລ້ວ ແຕ່ເດີມອັກສອນລາວ ບູຮານ ຫຼືອັກສອນທັມນີ້ ບໍ່ປາກົດມີຮູບວັນນະຍູດ ແຕ່ມີສຽງ, ເຖິງປານນັ້ນ ໃນໜັງສືໃບລານບາງສະບັບກໍປາກົດມີຮູບວັນນະຍຸດທີ່ຈານໃນໃບລານດ້ວຍ ສ່ວນຫຼາຍວັນນະຍຸດ ຈະມີ ໒ ຮູບ ຄື ເອກ ແລະ ໂທ ດັ່ງນີ້

 ໒. ເລກລາວບູຮານໃຊ້ຂຽນພາສາລາວ ມີຮູບດັ່ງນີ້

     ວິທີຂຽນລາວບູຮານ(ອັກສອນທັມ) ເປັນພາສາປາລີ ແລະຖອດຮູບອັກສອນລາວເດີມ ມາເປັນອັກສອນລາວເດີມ ເພື່ອໃຫ້ເຫັນຮູບອັກສອນລາວບູຮານ ທີ່ຂຽນພາສາປາລີນັ້ນ ໃ້ຊ້ອັກສອນ ເຫຼົ່ານີ້.

         ໝາຍເຫດ: ອັກສອນລາວເດີມແຕ່ລະຮູບ ເມື່ອຂຽນພາສາປາລີນັ້ນ ໄດ້ຖອດຮູບເປັນອັກ ສອນລາວເດີມແລ້ວ ຈະເປັນຮູບອັກສອນເຫຼົ່ານີ້ (ວິທີນີ້ບໍ່ແມ່ນແປພາສາ ແຕ່ປະຣິວັດຮູບອັກສອນ ຈາກອັກສອນແບບໜຶ່ງ ມາເປັນອັກສອນແບບໜຶ່ງ ແຕ່ຄົງເຄົ້າພາສາເດີມໄວ້ທຸກຢ່າງຮຽກວ່າ ປະຣິວັດຮູບອັກສອນ ຫຼືປະຣິວັດ.

วันเสาร์ที่ 24 กันยายน พ.ศ. 2554

ສັປປາຍະ (ທີ່ມາຂອງຄຳວ່າ "ສະບາຍດີ")

ສັມປາຍະ ທີ່ມະນຸດຕ້ອງການ ແລະຄວນແກ່ການປະຣິໂພຄ ຄື
໑. ອາວາສສັປປາຍະ : ມີທີ່ພັກສະດວກ ທີ່ຢູ່ເໝາະສົມ ບັນຍາກາດດີ.
໒. ປຸຄລະສັປປາຍະ : ບຸກຄົນ ທີ່ກ່ຽວຂ້ອງ ແວດລ້ອມເໝາະສົມ ທຳໃຫ້ສະບາຍໃຈ.
໓. ອາຫາຣສັປປາຍະ : ອາຫານເໝາະສົມ ແລະເຄື່ອງບໍຣິໂພກສະດວກ.
໔. ທັມມະສັປປາຍະ : ມີຫຼັກປະຕິບັດຖືກຕ້ອງ ແລະເໝາະສົມແກ່ຈິດ ແລະຈາຣິດຂອງຜູ້ປະຕິບັດທັມ ຫຼືປະຕິບັດງານ.

ນອກຈາກສັປປາຍະ ໔ ແລ້ວ ຍັງມີສັປປາຍະ ໗ ອີກ ຄື:
໑. ອາວາສສັປປາຍະ :ທີ່ຢູ່ສະບາຍດີ (ເໝາະສົມຈະທຳການຕ່າງໆ)
໒. ໂຄຈາຣະສັປປາຍະ :ເດີນທາງສະບາຍດີ (ສະດວກທີ່ຈະສັນຈອນ ຈໍຣະຈອນ)
໓. ພັສສະສັປປາຍະ :ສົນທະນາປາໄສສະບາຍດີ (ການສື່ສານປະຊາສັມພັນສະດວກສະບາຍ)
໔. ປຸຄລສັປປາຍະ : ບຸກຄົນດີເໝາະສົມກັບ ທີ່ຈະທຳການຕ່າງໆ.
໕. ໂພຊນສັປປາຍະ : ອາຫານສະບາຍ (ເຄື່ອງອຸປະໂພກບໍຣິໂພກດີ ເໝາະທີ່ຈະທຳການໃດໆ)
໖. ອຸຕຸສັປປາຍະ : ອາກາດທັມມະຊາດສິ່ງແວດລ້ອມດີ
໗. ອິຣິຍາປຖະສັປປາຍະ : ການຢືນ ເດີນ ນັ່ງນອນ ສະດວກສະບາຍເໝາະສົມ

- ທັງໝົດນັ້ນ ຄື ການທີ່ຄົນລາວເລືອກໃຊ້ຄຳວ່າ "ສະບາຍດີ" ທັກທາຍປາໄສກັນ.
- ສຳລັບນັກບໍຣິຫານຈັດການກໍເຊັ່ນກັນ ຕລອດຮອດນັກການຕລາດ ນັກວາງແຜນເສດຖະກິດຄວນສຶກສາໄວ້ (ນີ້ຄືວິຊາສັງຄົມສາດ ທີ່ພຣະພຸດທະເຈົ້າວາງໄວ້ ໃຫ້ພວກເຮົານຳເອົາໄປພັດທະນາ

ກຳເນີດພາສາ ແລະອັກສອນລາວນັ້ນ ໃນຕຳນານ

ກຳເນີດພາສາ ແລະອັກສອນລາວນັ້ນ ບໍ່ມີການຮູ້ຈະແຈ້ງໄດ້ວ່າກຳເນີດມາຈາກໃສ ? ການທີ່ບໍ່ຮູ້ວ່າ ພາສາ ແລະອັກສອນລາວກຳເນີດມາຈາກໃສນັ້ນ ບໍ່ໄດ້ໝາຍວ່າ ພາສາ ແລະອັກສອນລາວບໍ່ມີຕົ້ນກຳເນີດເລີຍ ຫາກແຕ່ວ່າ ຕົ້ນກຳເນີດຂອງມັນຍາວໄກ ເຫິງນານ ຈົນຍາກກວ່າການທີ່ຈະຄົ້ນຫາ ຫຼັກຖານທາງວັດຖຸ, ຫຼັກ ຖານທາຕຳລາມາອ້າງອີງໄດ້ເທົ່ານັ້ນ ເຖິງວ່າຫຼັກຖານແວອດລ້ອມອື່ນບໍ່ປະກົດເຫັນຕົ້ນກຳເນີດພາສາ ແລະ ອັກສອນລາວ ແຕ່ວ່າພາສາ ແລະອັກສອນລາວໃນພູມີພາກອາຊີນີ້ ມີຄົນໃຊ້ເວົ້າແລະຂຽນປາກົດຢູ່ຢ່າງຫຼວງ ຫຼາຍນັ້ນໝາຍຄວາມວ່າ ພາສາ ແລະອັກສອນລາວມີຕົ້ນກຳເນີດຈະແຈ້ງແລ້ວ. ເມື່ອຜູ້ຂຽນສົນໃຈຈະສຶກສາ ເລື່ອງພາສາວລາວຫຼາຍດ້ານ ຈຶ່ງໄດ້ຊອກຫາການກຳເນີດອັກສອນ ແລະ ພາສາລາວມາຫຼາຍ ທີ່ຍັງບໍ່ທັນມີການບັນທຶກໄວ້ ຫຼືມີຜູ້ຂຽນໄວ້ ແມ່ນກະທັງໜັງສືປະຫວັດອັກສອນລາວ ຂອງ ມະຫາສີລາ ວິຣະວົງ ກໍບໍ່ໄດ້ກຳນົດຢັ້ງຢືນໄວ້ວ່າ “ອັກສອນ ແລະພາສາລາວເອົາກຳເນີດມາຈາກໃສ ? ເມື່ອໃດ ?” ສ່ວນຫຼາຍ ທ່ານຈະເນັ້ນເລື່ອງການວິເຄາະເອົາຕາມຫຼັກຖານ ຈຸດກຳເນີດຂອງອັກສອນຂອງຣາມຄຳແຫງ ເທົ່ານັ້ນ ແຕ່ກັບວ່າ ອັກສອນຣາມຄຳແຫງ ເປັນຫຼັກຖານທີ່ເກົ່າກວ່າຫຼັກຖານທີ່ພົບຕາມທີຫຼັງ ຈຶ່ງເຮັດໃຫ້ເຮົາ ບໍ່ໄດ້ຖືວ່າ ອັກສອນຣາມຄຳແຫງເປັນຕົ້ນກຳເນີດ ອັກສອນໄທຍ໌ ເຊິ່ງມີການພົວພັນກັບອັກສອນລາວໂດຍກົງ ໂດຍສະເພາະທາງລາວພົບອັກສອນທີ່ເກົ່າກວ່າອັກສອນຣາມຄຳແຫງເຖິງ ໑໓໘ ປີ ແລະໄທຍ໌ເອງ ກໍພົບຫຼັກ ຖານ ອັກສອນ ແລະພາສາລາວທີ່ມີອາຍຸຫຼັງກວ່າອັກສອນຂອງຣາມຄຳແຫງພຽງແຕ່ ໓ ປີ ໃນບ້ານທາດຮ້າງ ນາແຮ່ ແຂວງສາກົນນະຄອນ ທີ່ມີຮູບແບບໂຄງສ້າງຕ່າງຈາກອັກສອນຣາມຄຳແຫງໂດຍສິ້ນເຊີງທັງໆ ທີ່ເປັນ ອັກສອນໃນຍຸກດຽວກັນ ເກີດຊ້າກວ່າພຽງ ໓ ປີ ຄື ໃນປີ ພ.ສ ໑໘໙໓ ເປັນປີດຽວກັບພຣະບາດສົມເດັດພຣະເຈົ້າ ຟ້າງຸ່ມຂຶ້ນຄອງຣາດ ໃນນະຄອນຊຽງທອງນັ້ນ, ອັນນັ້ນມັນຍ່ອມສະແດງໃຫ້ເຫັນວ່າ ຄົນລາວໃນລ້ານຊ້າງ ບໍ່ໄດ້ ຮັບອິດທິພົນຈາກອັກສອນຂອງຣາມຄຳແຫງເລີຍ ແລະອັກສອນຣາມຄຳແຫງນັ້ນ ມັນກໍເປັນເລື່ອງທີ່ແຜກອອກ ໄປ ທັງຮູບຮ່າງໂຄງສ້າງຂອງອັກສອນຊາວອາຊີທັງມວນ ຄື ອັກສອນອາຊີມັກຈະຕັ້ງຢູ່ ໔ ດ້ານຂອງພະຍັນຊະ ນະເຄົ້າ ແຕ່ອັກສອນຂອງຣາມຄຳແຫງຕັ້ງຢູ່ແຖວດຽວກັນໝົດ ເໝືອນກັບອັກສອນຂອງໂຣມັນ ອັນນັ້ນມັນສະ ແດງໃຫ້ເຫັນວ່າອັກສອນລາວ ເປັນອັກສອນຂອງຄົນລາວ ແລະວິວັດທະນາການຢ່າງອິດສະຫຼະມາພ້ອມໆກັບ ຄົນລາວ ແລະອາດມີອາຍຸເທົ່າໆກັບການກຳເນີດອັກສອນທົ່ວໂລກກໍໄດ້. ເມື່ອເຮົາ ຈະອ້າງອີງການກຳເນີດອັກສອນລາວ ໂດຍອາໄສອັກສອນຂອງຣາມຄຳແຫງ ເປັນຕົວກຳນົດ ວິວັດທະນາການຂອງອັກສອນໄທ-ລາວບໍ່ໄດ້ເຊັ່ນນີ້ ເຮົາກໍຕ້ອງໄດ້ສຶກສາຄົນຄວ້າຕາມຫຼັກຖານທີ່ເຮົາມີ ເຊັ່ນ ອັກສອນທັມ ແລະອັກສອນລາວ ເຊິ່ງອັກສອນທັງສອງນີ້ ເຊື່ອວ່າເປັນອັກສອນທີ່ມີການພົວພັນກັບຄົນເຊື້ອ ສາຍລາວບັນດາເຜົ່າຕ່າງໆໃນພູມີພາກອາຊີ ໂດຍສະເພາະເຮົາຫຼັກຖານທີ່ເປັນຮູບປະທຳຕອນນີ້ ໒ ສິ້ນໃຫຍ່ ຄື ອັກສອນລາວບຸຮານວັດວິຊຸນນະຣາດ (ເຊິ່ງດຽວນີ້ຢູ່ພິພິທະພັນພຣະຣາຊະວັງຫຼວງພຣະບາງ) ແລະໜັງ ສື ລາວບູຮານບ້ານທາດນາແຮ່ ເມືອງສາກົນນະຄອນ ດຽວນີ້ຢູ່ໃນຄວາມຄຸ້ມຄອງຂອງໄທຍ໌. ຫຼັກຖານ ໒ ສິ້ນນີ້ ເປັນຫຼັກຖານທາງກາຍພາບ ທີ່ຢັ້ງຢືນວ່າ ເປັນອັກສອນລາວທີ່ເກົ່າແກ່ສຸດ ເຖິງເຮົາ ບໍ່ຮູ້ວ່າໃຜເປັນຄົນສ້າງ ເຮົາກໍສາມາດບອກໄດ້ວ່າ ອັກສອນທັງສອງຢ່າງນັ້ນ ວິວັດທະນາການມາກ່ອນນັ້ນ ຫຼາຍຮ້ອຍປີ ເພາະເບິ່ງຮູບລັກສະນະປະໂຫຍກ ແລ້ວສົມບູນບໍລິບູນ ເຊິ່ງກວ່າວວ່າການພັດທະນາອັກສອນຈະ ສົມບູນໄດ້ເຖິງຂະໜາດນີ້ມັນຕ້ອງໃຊ້ເວລາຫຼາຍຮ້ອຍປີເປັນຢ່າວຕ່ຳ ແລະເຫັນວ່າອັກສອນທັງສອງແຫ່ງນີ້ ມີການພົວພັນກັນໂດຍກົງ ເຖິງມັນຈະຢູ່ໄກກັນຫຼາຍກໍຕາມ. ອີກຫຼັກຖານໜຶ່ງ ເຊິງເປັນບົດວັນນະຄະດີ ທີ່ເຮົາຮຽກວ່າ “ນິທານ” ເຊິ່ງເປັນການເລົ່າຈາກປາກຕໍ່ປາກ ເຊິ່ງດຽວນີ້ຫາຄົນເລົ່າຍາກແລ້ວ ເນື່ອງຈາກເຫດຜົນຫຼາຍປະການ ແຕ່ຢ່າງໃດກໍຕາມ ນິທານກຳເນີດອັກສອນ ລາວນັ້ນ ຜູ້້ຂຽນໄດ້ຮັບຟັງສະເໝີ ຈາກພໍ່ຂອງຂ້າພະເຈົ້າເປັນຄົນເລົ່າ ຕັ້ງແຕ່ປີ ໑໙໗໒ ເປັນຕົ້ນມາຈົນຮອດປົດ ປ່ອຍ ຈຶ່ງເຮັດໃຫ້ຜູ້ຂຽນຈື່ ແລະເລົ່າມາເລື້ອຍໆເທົ່າບັດນີ້. ນິທານເລື່ອງນີ້ ຊື່ວ່າ “ການກຳເນີດອັກສອນລາວ” ເຊິ່ງຂ້າພະເຈົ້າໄດ້ຕັ້ງຊື່ວ່າ “ອັກສອນລາວໄດ້ຈາກ ພະຍາແຖນ” ເຊິ່ງມີເລື່ອງລາວລະອຽດຈະເລົ່າໃນໂອກາດຕໍ່ໄປ ແຕ່ຈະສະຫຼຸບໃຫ້ເຫັນເນື້ອເລື່ອງຫຍໍ້ໆວ່າ “ເມື່ອນຳ້ຖວ້າມໂລກບົກລົງແລ້ວ ຄົນກໍສ້າງເມືອງລຸ່ມທີ່ນານ້ອຍອ້ອຍໝູ ເຮັດໃຫ້ຄົນຫຼາຍຂຶ້ນ ແລະຄົນເລົ່ານັ້ນ ກໍຢາຍກັນໄປໃນສະຖານທີ່ຕ່າງໆ ພະຍາແຖນຢ້ານຄົນລາວເລົ່ານັ້ນຫຼົງລືມກັນ ຈຶ່ງຄິດໃຫ້ຄົນໃຊ້ອັກສອນບັນ ທຶກຄວາມເປັນມາຂອງຕົນ ຈຶ່ງໃຫ້ແຖນແຕ່ງລົງມາແຕ່ງອັກສອນ ເມື່ອແຕ່ງແລ້ວກໍບອກໃຫ້ຄົນ ໓ ພວກໄປເອົາ ຄື ເຈັກຢູ່ຫົວບ້ານ, ລາວຢູ່ກາງບ້ານ ແລະກຼອມຢູ່ທ້ານບ້ານໃຫ້ໄປເອົາອັກສອນມາໃຊ້ ແຕ່ຄົນທັງ ໓ ກຸ່ມໄປເອົາ ຄົນລະເວລາກັນກັນ ຈຶ່ງເຮັດໃຫ້ອັກສອນຂອງຄົນເລົ່ານີ້ຕ່າງກັນ”. ບົດຫຍໍ້ຂອງນິທານເລື່ອງນີ້ ເມື່ອຜູ້ຂຽນເບິ່ງລັກສະນນະໂຄງເລື່ອງແລ້ວ ເຖິງມັນຈະເປັນພຽງນິທານ ມັນກໍສາມາດໃຫ້ເຮົາເຫັນຄວາມຈິງຫຼາຍໆຢ່າງໃນສ່ວນທີ່ພົວພັນກັບຄົນລາວ ບໍ່ສະເພາະແຕ່ອັກສອນເທ່ົານັ້ນ ມັນຍັງພົວພັນໄປຮອດສັງຄົມສາດ, ຊົນເຜົ່າວິທະຍາ, ປະຫວັດສາດ, ດິນແດນ ແລະລັດຖະສາດຂອງຄົນລາວ ບູຮານອີກຫຼາຍຢ່າງ, ເມື່ອຜູ້ຂຽນໄດ້ອ່ານພົບການຕົ້ນກໍາເນີດຂອງອັກສອນຂອງຊາດຕ່າງໆນັ້ນ ມັກຈະພົວພັນ ກັບສາສນາ ຄວາມເຊື່ອ ຕລອດພະເຈົ້າແລະເທບ ເຊິ່ງມີຄວາມ້າຍຄືກັນກັບ ນິທານເລື່ອງກຳເນີດອັກສອນ ລາວ, ເມື່ອຂ້າພະເຈົ້າສົນໃຈເລື່ອງນິທານແຖນປະທານອັກສອນໃຫ້ຄົນລາວ ເຈັກ ແລະຂອມແລ້ວ ຂ້າພະເຈົ້າ ກໍມີຄວາມຕິດໃຈມາຕະຫຼອດ, ແຕ່ກໍຕິດໃຈໃນລັກສະນະນິທານ ເມື່ອໄດ້ຟັງຈາກຄົນເຖົ້າບາງຄົນໄດ້ເລົ່າ ກ່ຽວ ກັບຄວາມເປັນມາຂອງອັກສອນຊົນເຜົ່າໃນລາວ ເຊັ່ນອັກສອນພວກຂະມຸ ແງະ ໂອ້ຍນັ້ນໆ ທຸກໆເຜົ່າຈະມີ ພາສາ ແຕ່ອັກສອນບໍ່ມີ ຄົນເຖົ້າກໍວ່າ “ພວກເຂົາເອົາອັກສອນຂອງເຂົາໄປຂຽນໃສ່ໜັງ ຈຶ່ງເຮັດໃຫ້ໝາເອົາໜັງ ໄປກິນ ຈຶ່ງບໍ່ມີອັກສອນໃຊ້”. ຄວາມເວົ້າເຊັ່ນນີ້ ມັນກະເປັນເລື່ອງທີ່ຕ້ອງໄດ້ສຶກສາເຊັ່ນກັນ ເພາະເມື່ອເຮົາເຫັນປະສົບການຈາກ ຄົນລາວໃນທ້ອງຖິ່ນ ເມື່ອງກ່ອນເຂົາຈະມີບັ້ງເວນ-ຍາມ ເຂົາຈະຂຽນໃສ່ບັ້ງ ຫາກການຖືກເຮືອນໃນ ເຂົາຈະ ເອົາບັ້ງນັ້ນໄປຫ້ອຍໄວ້ເຮືອນຄົນນັ້ນ ຫາກຄົນນັ້ນເຫັນແລ້ວ ກໍເຂົ້າໃຈໂລດວ່າ ວັນຕໍ່ໄປເຂົາຈະຕ້ອງຍາມບ້ານ ຫຼືຖືກຜຽນຄ້ຳຈັງຫັນວັນເພັນ ທີ່ວັດ ວິທີນີ້ໄດ້ຖືກປະຕິບັດມາໃນທ້ອງຖິ່ນຈົນເຖິງປົດປ່ອຍໃໝ່ ເມື່ອມີການເວນ ຍາມບ້ານ. ຍິ່ງຜູ້ຂຽນໄດ້ອ່ານບົດຄວາມຂອງຊົນຊາດຊົນເຜົ່າໃນທົ່ວໂລກແລ້ວ ມັກຈະພົວພັນກັບເທບ ສູງສຸດໃນ ສາສະໜາ ແລະຄວາມເຊື່ອຂອງເຂົາເປັນຜູ້ປະທານໃຫ້ສະເໝີ ຄວາມຄິດເຊັ່ນນັ້ນ ມັນເປັນຄວາມຄິດທີ່ເປັນ ມາດຕາຖານຂອງມະນຸດ ເຊິ່ງເຮົາຈຳເປັນຢ່າງຍິ່ງທີ່ຈະຕ້ອງໄດ້ຄົນຄວ້າກັນ. ມັນບໍ່ແມ່ນແຕ່ຜູ້ຂຽນເທົ່ານັ້ນສ່ວນໃນ ຕາມອ່ານເບິ່ງໃນເລື່ອງທີ່ພົບ ຈະເກັນວ່ານັກປຣັຊຍາທັງຫຼາຍ ເຂົາກໍສົນໃຈເປັນຢ່າງຍິ່ງ ໃນທັດສະນະການກຳເນີດອັກສອນຂອງຊາດ ແລະຊົນເຜົ່າຕ່າງໆໃນໂລກ ອັນທີ່ມັນ ກ່ຽວກັບເທບເທວາ ຫຼືພຣະເຈົ້ານັ້ນ ເຊັ່ນ: ຄວາມເຊື່ອຊາວອີຢິບບູຮານ ເຊື່ອວ່າເທພະເຈົ້າທອດ ເປັນຜູ້ປະທານພາສາ ແລະອັກສອນໃຫ້ມວນມະ ນຸດ, ຊາວອິນເດັຍເຊື່ອວ່າພຣົມເປັນຜູ້ສ້າງພາສາຂຶ້ນ ຄືຄັມພີພຣະເວທ ດັ່ງນັ້ນຈຶ່ງຮຽກຄຳພີວ່າ “ສາຣຸຕິ” ເຊິ່ງ ແປວ່າ “ອັນຟັງມາແລ້ວ”, ບາງສຳນັກກໍວ່າ ພຣະສີວະເປັນຜູ້ປະທານໃຫ້ມະນຸດ ໂດຍໃຫ້ຄະເນດເປັນຜູ້ຈົດ ແລະມອບໃຫ້ພຣະມະນູເປັນຜູ້ນຳໄປສອນມວນມະນຸດ, ສ່ວນຝ່າຍສາສນາຄຣິດ ກ່າວວ່າພຣະຍະໂຮວາ ເປັນ ຜູ້ມອບສິດທິໃນການຕັ້ງຊື່ສັບພະສິ່ງ ແກ່ອະດັມໆ ອະດັມຈຶ່ງເປັນຜູ້ໃຊ້ພາສາເປັນຄົນແຮກ, ທີ່ກ່າວກ່າວມານັ້ນ ແມ່ນພຽງແຕ່ເທບເປັນຜູ້ໃຫ້ພາສາເວົ້າ ບໍ່ທັນແມ່ນໃຫ້ອັກສອນ, ຢ່າງໃດກໍຕາມໃນທັດສະນະຂອງຄວາມຄິດ ໃນຄວາມເຊື່ອທັງສາມແຫຼ່ງທີ່ມານັ້ນ ເຫັນວ່າມວນມະນຸດມີເທພະເຈົ້າອົງດຽວກັນເປັນຜູ້ປະທານໃຫ້ ມັນຍ່ອມເຮັດໃຫ້ມະນຸດທັງມວນໃຊ້ພາສາເໝືອນກັນ ຫຼືຢ່າງນ້ອຍສຸດຄວນຈະມີຄວາມຄ້າຍຄືກັນ ແຕ່ໃນຕົວຈິງມະນຸດ ໃນໂລກກັບມີພາສາເວົ້າແລະຂຽນແຕກຕ່າງກັນຕັ້ງແຕ່ລະດັບຊາດ ຈົນຮອດຊົນເຜົ່າ, ເຜົ່າພັນ ແລະພື້ນທີ່ ໃນ ທ້ອງຖິ່ນໆ ຕ່າງໆໃນໂລກທົ່ວໂລກ, ຄວາມສົງໃສຂໍ້ນີ້ ຈຶ່ງປາກົດເຫັນນິທານກ່ຽວກັບຄວາມແຕກຕ່າງທາງພາ ສາຂຶ້ນ ເລື່ອງທີ່ຮູ້ຈັກກັນດີແມ່ນເລື່ອງ “ຫໍຄອຍບາເບລ” ເຊິ່ງມີເນື້ອຄວາມວ່າ. ເມື່ອມະນຸດຕັ້ງຕົວຂຶ້ນ ມີຄວາມພ້ອມໃນການເພິງຕົນເອງໄດ້ແລ້ວ ບໍ່ປາຖະໜາຈະເປັນທາດຂອງພຣະ ເຈົ້າຕໍ່ໄປ ຈຶ່ງທ້າທາຍອຳນາດຂອງພຣະເຈົ້າດ້ວຍການສ້າງຫໍຄອຍຂຶ້ນ ເພື່ອໃຫ້ມີຄວາມທັດທຽມກັບພຣະເຈົ້່າ ເຮັດໃຫ້ພຣະເຈົ້າພິໂລດ ແລ້ວກໍສາບແສ່ງມນຸດດ້ວຍອຳນາດ ຄືໃຫ້ມະນຸດທີ່ສ້າງຫໍຄອຍນັ້ນເວົ້າກັນຄົນລະພາ ສາ ຟັງກັນບໍ່ຮູ້ເລື້ອງ ນຳໄປສູ່ຄວາມຂັດແຍ້ງກັນໃນທີ່ສຸດ ມະນຸດກໍແຕກແຍກກັນ ືແລ້ວຫໍຄອຍກໍສ້າງຕໍ່ກັນໄປ ບໍ່ໄດ້ອີກ, ໃນນິທານຂອງຊາວຕາເວັນຕົກນັ້ນ ໄດ້ມອງໃຫ້ເຫັນວ່າ ຄວາມແຕກແຍກເກີດຈາກອຳນາດຂອງ ພຣະເຈົ້າ ເຊິ່ງຖືວ່າເປັນໄປຕາມພື້ນຖານມວນລວມຂອງສາສນາເຂົາ ທີ່ມີພຣະເຈົ້າເປັນຜູ້ໃຫ້ທັງຄຸນ ແລະ ໂທດ, ສ່ວນພຶ້ນຖານຄວາມເຊື່ອຂອງຊົນຊາດໄຕລາວນັ້ນ ກໍກ່ຽວຂ້ອງກັບຄວາມເຊື່ອໃນສາສນາເຊັ່ນກັນ ແຕ່ບໍ່ ແມ່ນວ່າ ຄວາມແຕກຕ່າງເກີດຈາກພຣະຍາແຖນລົງໂທດ ແຕ່ຫາກແມ່ນຄວາມແຕກຕ່າງທາງເຜົ່າພັນ ເຊັ່ນ “ເລື່ອງນຳ້ເຕົ້າປຸງ ອັນປະກົດຢູ່ໃນເລື່ອງຂຸນບູຣົມຣາຊາທິຣາດນັ້ນ” ແມ່ນເວົ້າເຖິງຊົນຊາດຊົນເຜົ່າ ອັນເປັນ ຄວາມຮູ້ດ້ານມະນຸດວິທະຍາ ເຊັ່ນ “ເມື່ອມະນຸດຖືກເຫຼັກຊີທີ່ເຈາະນຳ້ເຕົ້າປຸງແລ້ນມະນຸດ ກໍຫຼຸຫຼັ່ງທັ່ງເທອອກ ມາຄົນທີ່ອອກກ່ອນ ຈຶ່ງຕົວດຳ, ຄົນທີ່ອອກຫຼັງຈຶ່ງຕົວຂາວ ກາຍເປັນລາວ, ໄທ(ໄຕ) ກຸ່ມຕ່່າງໆ ລົ້ວະ, ແລະ ພວກຂ້າ” ໃນນິທານເລື່ອງນຳ້ເຕົ້າປຸງນີ້ ບໍ່ໄດ້ເວົ້າເຖິງຄວາມແຕກແຍກ ແຕ່ເວົ້າເຖິງຄວາມແຕກຕ່າງຂອງ ສີ ຜິດ ຄົນທັງຜອງນັ້ນໄດ້ເປັນພີ່ເປັນນ້ອງກັນ ຢູ່ໃນດິນຕອນດຽວກັນ, ເລື່ອງຂຸນບູຣົມນີ້ ເປັນໄປໃນລັກສະນະດຽວ ກັບເລື່ອງກຳເນີດສາສນາຕ່າງ ໃນສາສນາປະເພດເທວະນິຍົມ ຈຶ່ງຄິດໄປວ່າ “ຂຸນບູຣົມເອງນັ້ນອາດເປັນຜູ້ ສອນ ຫຼືຜູ້ເຜີຍແຜ່ສາສນາຟ້າແຖນສາເອງ, ເຊັ່ນດຽວກັບຕົ້ນຂອງມະນຸດຂອງສາສນາຄຣິດ ແມ່ນອະດັມ, ຕົ້ນ ຜູ້ເຜີຍແຜ່ຄຳສອນ ແມ່ນເຢຊູຄິດ, ສາສນາອື່ນກໍໃນທຳນອງນີ້, ສ່ວນໃນນິທານຂຸນບູຣົມຣາຊາທິຣາດ ແມ່ນປູ່ ລາງເຊີງ ກັບຂຸນເຄັດ ຂຸນຄານເປັນຕົ້ນກຳເນີດຂອງມະນຸດເຜົ່າລາວ ໄຕ(ໄທ), ສ່ວນຜູ້ນຳຄຳສອນຈາກແຖນ ແມ່ນຂຸນບູຣົມຣາຊາທິຣາດນັ້ນເອງ, ໃນແນວຄິດທອງສອງນັ້ນ ກໍແມ່ນເລີ່ມຕົ້ນແບບດຽວກັບ ຄື ນ້ຳຖ້ວມໂລກ. ຢ່າງໃດກໍຕາມ ເມື່ອເຮົາເຫັນວ່າ ຄວາມແຕກຕ່າງຂອງພາສາ ໃນແນວຄວາມຄິດຂອງສາສນາຊາວ ຕາເວັນຕົກແມ່ນເກີດຈາກຄວາມພິໂລດຂອງພຣະເຈົ້າ ພິໂລດ ແລະສາບແຊ່ງ, ແຕ່ໃນສາສນາແຖນ ທິດສະດີ ແບບລາວນັ້ນ ບໍ່ໄດ້ເວົ້າເຖິງຄວາມແຕກຕ່າງທາງພາສາໄວ້ຈະແຈ້ງ ເວົ້າແຕ່ພຽງວ່າ “ເຈັກ, ລາວ ແລະກຼອມ ອາໄສຢູ່ບ້ານແລ້ວດຽວກັນ ແຕ່ຈີນຢູ່ຫົວບ້ານ ລາວຢູ່ກາງ ແລະກຼອມຢູ່ໃຕ້ບ້ານ ແລະໃນເລື່ອງນີ້ ໄດ້ເວົ້າຄວາມ ແຕກຕ່າງທາງອັກສອນໄວ້ຈະແຈ້ງຂອງຄົນທັງສາມກຸ່ມຄື “ຫຼັງຈາກໄດ້ຮັບຄວາມຝັນວ່າແຖນໃຫ້ໄປເອົາອັກ ສອນມາໃຊ້ ລາວໄປເອົາກ່ອນໝູ່ ແຕ່ກໍໄປຊ້າກວ່າກຳນົດຈັກໜ້ອຍ ເພາະວັນນັ້ນຝົນຕົກ ຂີ້ກະເດືອນໄດ້ໄຕ່ທັບ ທາບອັກສອນແຖນໄປແນ່ແລ້ວ ຈຶ່ງໃຫ້ເຂົ້າໃຈວ່າ ຮອຍຂີ້ກະເດືອນນັ້ນກໍແມ່ນອັກສອນ ກໍລອກເອົາມາ ພ້ອມກັບ ອັກສອນຂອງແຖນສ່ວນໜຶ່ງທີ່ຍັງເຫຼືອກໍເອົາມາປະດິດເປັນອັກສອນ ຂອງຊົນເຜົ່າຕົນ ສະນັ້ນອັກສອນລາວ ຈຶ່ງມີສອງແບບ ຄືອັກສອນທັມ ແລະອັກສອນລາວ, ສ່ວນເຜົ່າກຼອມໄປຕາມຫຼັງ ຂີ້ກະເດືອນໄດ້ໄຕ່ທາບທັບອັກ ສອນແຖນໝົດແລ້ວ ເຫັນແຕ່ຮອຍຂີ້ກະເດືອນ ຈຶ່ງໄດ້ເອົາມາແປງອັກສອນຂອງຕົນ ອັກສອນຂອງເຜົ່າກຼອມ ຈຶ່ງຄ້າຍກັບຮອຍຂີ້ກະເດືອນ, ສ່ວນເຈັກໄປຫຼ້າສຸດ ຈົນໄກ່ລົງຮັງແລ້ວ ເມື່ອໄປເຫັນແຕ່ຮອຍໄກ່ເຂັ່ຍ ຈຶ່ງນຶກວ່າ ນັ້ນແມ່ນອັກສອນຈຶ່ງນຳມາ ແປງເປັນອັກສອນຈີນ ອັກສອນຈີນ ຈຶ່ງຄ້ອຍກັບຮອຍໄກ່ເຂັ່ຍ” ຈາກການອະທິ ບາຍຄວາມແຕກຕ່າງຂອງໜັງສືທັງ ໓ ຊາດນີ້ ບໍໍ່ໄດ້ເກີດຈາກຄວາມພິໂລດ ແລະຄຳສາບຂອງແຖນ ແຕ່ເກີດ ຈາກຄວາມເຊື່ອງຊ້າຂອງມະນຸດເອງ ເຖິງຢ່າງໃດ ຍັງບໍ່ທັນໄດ້ພົບຫຼັກຖານທີ່ກໍ່ໃຫ້ເກີດຄວາມແຕກຕ່າງທາງ ພາສາຂອງຊົນຊາດທັງ ໓ ແລະຊົນເຜົ່າລາວ, ໄຕເອງເລີຍ ມີແຕ່ຄວາມແຕກຕ່າງທາງອັກສອນເທົ່ານັ້ນ. ຢ່າງໃດກໍຕາມ ໃນໄລຍະຫຼັງ ມີຜູ້ອະທິບາຍແກ້ໄຂບັນຫາຄວາມແຕກຕ່າງທາງພາສາຂອງມະນຸດໄວ້ວ່າ ມະນຸດນັ້ນ ເຖິງຈະຢູ່ພາຍໃຕ້ອຳນາດຂອງພຣະເຈົ້າມານານ ແລະທຸກຢ່າງພຣະເຈົ້າເທົ່ານັ້ນເປັນຜູ້ປະທານ ພອນໃຫ້, ແຕ່ຄວາມຄິດ ທີ່ອະທິບາຍໃນລັກສະນະຄັດຄ້ານໄດ້ເວົ້່າວ່າ “ຫາກມະນຸດບໍ່ພັດທະນາທາງມັນສະ ໝອງແລ້ວ ພະເຈົ້າຈະບັນດານອັນໃດກໍບໍ່ໄດ້, ອີກທິດສະດີໜຶ່ງກໍອະທິບາຍວ່າ ມະນຸດມີມັນສະໝອງໃຫຍ່ ຂຶ້ນ ສາມາດຄິດອ່ານອັນໃດໄດ້ເອງ, ທິດສະດີໜຶ່ງກໍອະທິບາຍວ່າ ມະນຸດຢູ່ຮ່ວມກັບເປັນສັງຄົມໃຫຍ່ມະນຸດຕ້ອງສື່ ສານ ການສື່ສານຄັ້ງແຮກກໍແມ່ນສຽງຮ້ອງນີ້ ຕໍ່ມາຈຶ່ງພັດທະນາເປັນໜ່ວຍຄຳເວົ້າ ຕ່າງກັນອອກໄປ, ບາງທິດ ສະກໍອະທິບາຍເຖິງການລຽນແບບທັມມະຊາດຂອງມະນຸດເອງ ຫຼາຍທິດສະດີກໍຍິ່ງມີການອະທິບາຍຕ່າງກັນ ອອກໄປ ແຕ່ສິ່ງທີ່ຜູ້ຂຽນໄດ້ພົບວ່າ “ເພາະມະນຸດ ຢູ່ກັນໃນສັງຄົມ ການພົວພັນກັນຍ່ອມມີການສື່ສານ ການສື່ ສານທຳອິດ ອາດໃຊ້ອະໄວຍະວະ ຫາກເຫິງມາກໍເປັ່ງສຽງອອກກາຍເປັນໜ່ວຍຄຳ ໂດຍເອົາສິ່ງແວດລ້ອມ ແລະວັດຖຸອ້ອມຂ້າງເປັນຕົວບອກເຫດ ແລະກຳນົດຄວາມດ້ວຍສັນທາມະຕິວ່າ ນີ້ຄືໄກ່ ກໍຮູ້ກັນວ່າໄກ່ ແລ້ວໃຊ້ ກັນມາ ໂດຍການພັດທະນາສຽງຂຶ້ນໂດຍເປັນມາດຕາຖານ ເມື່ອມະນຸດເຜົ່າໄທລາວແຕກແຍກກັນອອກໄປ ກໍມີສຽງຜ້ຽນໄປຕາມທ້ວງທ່ານທຳນອງຂອງການສືບທອດ, ອັນນີ້ເຫັນໄດ້ຈາກການພັດທະນາພາສາລາວ ໄທຍ໌ ໃນປັດຈຸບັນນີ້ ເປັນເວລາ ໑໐໐ ກວ່າປີຈຶ່ງເຮັດພາສາໄທຍ໌ ລາວແຕກຕ່າງກັນໄປຕາມສັງຄົມກຳນົດ”. ສຳລັບອັກສອນລາວ ກໍເຊັ່ນດຽວກັນ ມັນໄດ້ກຳເນີດເກີດຈາກສັງຄົມລາວບັນດາເຜົ່າທັງມວນ ບໍ່ແມ່ນ ມະນຸດຄົນໃດຄົນໜຶ່ງສ້າງຂຶ້ນ ແຕ່ຫາກມັນແມ່ນຄວາມຈຳເປັນຂອງສັງຄົມມະນຸດຕະກູນລາວໄຕນີ້ເອງ ສ່ວນ ຄວາມຕ່າງນັ້ນມັນກໍແມ່ນເກີດຈາກສັງຄົມນັ້ນເປັນຜູ້ກຳນົດເອງ. ໃນນິທານ “ແຖນປະທານອັກສອນ” ນີ້ ອັນເປັນນິທານພື້ນເມືອງລາວ ເຊິ່ງຫາຄົນເລົ່າບໍ່ມີແລ້ວນັ້ນ ມັນຍັງໄດ້ເຮັດໃຫ້ເຮົາມອງເຖິງປະຫວັດສາດ ແລະພູມສາດອີດວ່າ “ຈີນ, ລາວ, ກຼອມ(ຂອມ) ນັ້ນມີການພົວ ພັນ ແລະກຳເນີດພ້ອມກັນມາແຕ່ດຶກດຳບັນແລ້ວ ຈຶ່ງຄ່ອຍໆພັດທະນາຮອດເທົ້າບັດນີ້.

วันพฤหัสบดีที่ 22 กันยายน พ.ศ. 2554

ໂອທອບ(ລາວ) OTOP

- ເວົ້າເຖິງ ໂອທ໊ອປລາວ ກໍອົດທີ່ຈະບໍ່ເວົ້າເຖິງ ພະນະພັນເອກທັກສິນ ຊິນນະວັດ ອະດີດນາຍົກ ຣມຕ ຂອງຣາຊະອານາຈັກໄທຍ໌ບໍ່ໄດ້, ຄັນຊິບໍ່ເວົ້າເຖິງມັນກໍມີທີ່ມາຈາກທີ່ນັ້ນ ຄັນເວົ້າໄປຄົນລາວເຮົາເອງກະຊິຫາວ່າ ລ່ວງລ້ຳອະທິປະໄຕກ້າວກ່າຍເລື່ອງພາຍໃນຂອງຊາດອື່ນ, ແຕ່ໃນບົດຄວາມນີ້ ຈະບໍ່ເວົ້າເລື່ອງເສັຍຫາຍໃຫ້ແກ່ຊາດອື່ນເລີຍ ແລະກໍບໍ່ເສັຍຫາຍໃຫ້ຊາດລາວດ້ວຍວ່າ ສິ່ງທີ່ເຮົາບໍ່ຢາກ ບໍ່ຢາກເອົາກັບມີ ການເອົາ ບໍ່ຢາກລຽນແບບກັບລຽນແບບ ໂດຍທີ່ເຮົາມອງກາຍ.
- ສະໄໝທີ່ພະນະທ່ານພົນເອກທັກສິນ ຊິນນະວັດ ເປັນນາຍົກນັ້ນ ທ່ານມີເລື່ອງດີໆ ເກີດຂຶ້ນຫຼາຍຈົນເຮັດໃຫ້ຫຼາຍປະເທດ ມອງເຫັນຄວາມສຳຄັນ ແລະນຳມາປະຕິບັດໃຊ້ໃນບ້ານເມືອງເຮົາຫຼາຍໂຄງການ ທີ່ເຫັນກັນຈະແຈ້ງນັ້ນກໍຄື ໂອທ໊ອປ(ລາວ) OTOP.
- ຊື່ໂຄງການນີ້ ທີ່ເມືອງໄທຍ໌ ຖືວ່າເປັນໂຄງການບູຣິມະສິດຂອງ ຣຖບ ໄທຍ໌, ເຖິງວ່າ ຣຖບ ພະນະທ່ານທັກສິນ ຊິນິວັດສິ້ນສຸດລົງກໍຕາມ ຜ່ານມາ ປັດຈຸບັນ ມີ ໒-໓ ນາຍົກ ຄືປັດຈຸບັນ ພະນະທ່ານ ເປັນນາຍົກ ຣມຕ ຂອງໄທຍ໌ ໂຄງການນີ້ຍັງຖືກພັດທະນາໄປຢ່າງບໍ່ຢຸດຢັ້ງ, ເຂົາວ່າເປັນລະ ບອບເສດຖະກິດຮາກຫຍ້າສູ່ສາກົນ ກູ້ວິກິດຊາດຂອງເຂົາໄດ້.
- ສຳລັບລາວເຮົາໃນຂະນະນັ້ນ ກໍເຫັນວ່າມັນດີກໍນຳມາປະຕິບັດ ກໍໃສ່ຊື່ວ່າ ສິ້ນຄ້າໂອທ໊ອປ OTOP ເໝືອນກັບໄທຍ, ຂອງໄທຍ໌ເຂົາວ່າ "ໜຶ່ງຕຳບົນໜຶ່ງຜລິຕພັນ" ເຊິ່ງກໍແປວ່າ ໜຶ່ງຕາແສງໜຶ່ງຜລິຕພັນນັ້ນເອງ, ສິນຄ້າເຂົາໂດ່ງດັງເປັນທີ່ຮູ້ຈັກໄປທົ່ວ ປະເທດ ແລະທົ່ວໂລກ ແຕ່ລະປີສິນຄ້າໂອທ໊ອປຂອງໄທຍ໌ ໄດ້ນຳເອົາມາສະທີ່ ສູນການຄ້າລາວໄອເຕັກຫຼາຍຄັ້ງ, ວິທີເຮັດຂອງເຂົາ ກໍຄືໃຫ້ຕຳບົນໜຶ່ງໆ ເອົາສິນຄ້າພາບໃນທ້ອງຖິ່ນຂອງຕົນມາປະກວດລະດັບເມືອງ ແຂວງ ແລະປະເທດ ເອົາສຸດຍອດຂອງສິນຄ້ານັ້ນໆ ອອກຂາຍທົ່ວສາກົນໂລກ.
- ທຳອິດເຂົາຈະຈັດປະກວດໃນຕາແສງເຂົາກ່ອນ, ເອົາສຸດຍອດຜລິດພັນທີ່ໄດ້ຣາງວັນ ໓ ລາງວັນໄປປະກວດທີ່ແຂວງ ຈາກແຂວງກໍເອົາໄປປະ ກວດທົ່ວປະເທດ ແຕ່ສິ່ງທີ່ໜ້າສຶກສາ ຄື ສິນຄ້າທັງໝົດທີ່ຜ່ານການປະກວດນັ້ນ ເຂົາໄດ້ເອົາໃຈໃສ່ພິເສດ ເຖິງວ່າບໍ່ໄດ້ຮາງວັນກໍຕາມ ແຕ່ຖືວ່າເປັນສິນຄ້າ ໂອທອບ OTOP ໄດ້ໃບຮັບຮອງກຽດຕິຄຸນ ໃຫ້ໃສ່ຕາໂອທ໊ອປ OTOP ໃນສິ່ງຫຸ້ມຫໍ່ ສະນັ້ນເມື່ອເຮົາໄປເມືອງໄທຍ໌ ຈຶ່ງເຫັນສິນຄ້າໂອທ໊ອປ OTOP ຈົນນັບບໍ່ຫວາດບໍ່ໄຫວ ອີກອັນນຶ່ງທີ່ທີ່ໄທຍ໌ເຂົາເຮັດ ກໍຄືບໍ່ແມ່ນສິນຄ້າຈັດຕັ້ງກັນເຮັດຂຶ້ນໃໝ່ ແຕ່ເປັນສິນຄ້າ ທີ່ເຄີຍເຮັດມາເປັນປະຈຳຫັ້ນແລ້ວ ພຽງແຕ່ມາຍົກຖານບົກບາດຂອງສິນຄ້າໃຫ້ມືຊື່ສຽງຂຶ້ນ ແລະຫຸ້ມຫໍ່ໃຫ່ສວຍງາມຂຶ້ນ ຮຽກວ່າ ໃຫ້ເກີດມູນຄ່າເພີ່ມ ຂຶ້ນນັ້ນເອງ.
- ກົງກັນຂ້າມກັບຂອງລາວ ອັນທຳອິດລາວເຮັດ ກໍຄືໃສ່ຊື່ວ່າ ສິນຄ້າໂອທ໊ອປ(ລາວ) OTOP ແຕ່ວ່າ ບາດເຮັດກໍບໍ່ແມ່ນຕາແສງໜຶ່ງ ຄືເຂົາ ກັບເປັນເມືອງໜຶ່ງໜຶ່ງຜລິດຕະພັນ ເຮັດເຮັດກັນເອົາຈິງເອົາຈັງໃນຕ່າງແຂວງ ຄືແຕ່ລະເມືອງຕ້ອງສ້າງໃຫ້ໄດ້ສິນຄ້າໜຶ່ງເມືອງໜຶ່ງຜລິດຕະພັນ ວິທີເຮັດກະແປກໆໆ ຄືຕອນຢູ່ລະດັບເມືອງນັ້ນ ເຂົາກະກຳນົດໃຫ້ແຕ່ລະເຂດ ເຮັດສິນຄ້າໃນເຂດຂອງຕົນອັນໜຶ່ງມາແຂ່ງຂັນກັນໃນເມືອງ ບາງເຂດບໍ່ມີຜລິດຕະພັນເມືອງກໍໄດ້ ສັ່ງໃຫ້ເຮັດນັ້ນເຮັດນີ້ບາດປະກວດ ກັນຄັກໆເຂົ້າປາກົດວ່າ ສິນຄ້າທີ່ເຮັດມາແຕ່ປູ້ແຕ່ປູ້ ກັບບໍ່ໄດ້ຮາງ ບາດສິນຄ້າທີ່ຈັດຕັ້ງກັນຂຶ້ນມາ ກັບໄດ້ຮາງວັນໃນທີ່ສຸດສິນຄ້າທີ່ໄດ້ຮາງວັນແລ້ວ ກັບບໍ່ໄດ້ດຳເນີນກິດຈະການຕໍ່ ເພາະວ່າໂຮງງານຍັງບໍ່ທັນມີ ທຶນ ບໍ່ມີ ແລະແລ້ວສິນຄ້າໄດ້ຮາງວັນກໍລົ້ມລະລາຍໄປ ປັດຈຸບັນໂຄງການດັ່ງກ່າວບໍ່ຮູ້ວ່າໄປຮອດໃສດ ແຕ່ໂຄງສິນຄ້າທີ່ເຮັດມາແຕ່ປຸ ແຕ່ປູ້ກັບວ່າໄດ້ ຂາຍ ແລະຜລິດຢູ່ຢ່າງນັ້ນ ຂາຍກັນໄປຕາມປະເພນີດັ້ງເດີມ ດີບໍ່ດີ.
- ສິ່ງທີ່ວ່າມານັ້ນ ໝາຍຄວາມວ່າ ໃນຂະນະທີ່ເຮົາພະຍາມບໍ່ຢາກລຽນແບບ ກັບລຽນແບບ ຜູ້ຂຽນເນັ້ນໃສ່ພາສາ "ໂອທ໊ອປຂອງໄທຍ໌ ໑ ຕຳບົນ ໜຶ່ງຜລິດຕະພັນໃສ່ຊື່ວ່າ ໂອທ໊ອປ OTOP" ບາດຂອງລາວ "ໜຶ່ງເມືອງໜຶ່ງຜລິດຕະພັນ" ກໍໃສ່ ໂອທ໊ອປ OTOP ເຊັ່ນກັນ, ຂອງເຮົາມັນຄວນ ຊິໃສ່ວ່າ "ໂອດ໊ອປ(ລາວ) ODOP ລາວ ຈຶ່ງຄວນ ເພາະຫຍັງ ?
- ເພາະວ່າ
໑. ຫຼິ້ກເວັ້ນຄຳວ່າການຮຽນແບບ, ເຊິ່ງຄົນລາວທົ່ວໄປບໍ່ມັກແທ້ມັກວ່າເຣື່ອງການລຽນແບບ ໂດຍສະເພາະເຣື່ອງພາສາ ສິ່ງໃດເໝືອນເຂົາທຳລາຍ ຂອງເຮົາລົງຢ່າງໜ້າຕາເສີຍໆ ເຊັ່ນພາສາ ເຄີຍເວົ້າມາແຕ່ເຫິງນານ ວ່າ "ລົດລາຄາ ກັບວ່າ ຫຼຸດລາຄາ" ເພາະມັນໄປຄືປະເທດອື່ນເຂົາ.
໒. ໃຫ້ມັນເໝາະກັບວິທີເຮັດ ໜຶ່ງເມືອງໜຶ່ງຜລິຕພັນ One District One product ເຊິ່ງຂອງໄທຍ໌ເຂົາສະກົດເປັນພາສາອັນກິດວ່າ "One Tambon One product.
ເບິ່ງຕົວຢ່າງເຂົາ
http://www.thaitambon.com/
http://www.otopportal.com/
- ອັນນີ້ ບໍ່ແມ່ນໂຄສະນາໃຫ້ເຂົາ ແຕ່ໃຫ້ເຮົາຮູ້ວ່າ "ການລຽນແບບມັນກໍລຽນໄດ້ ແຕ່ໃຫ້ດີກວ່າເຂົານັ້ນແລ້ວລຽນແບບທີ່ຖືກຕ້ອງ" ເຊັ່ນດຽວກັບ ພາສາກໍເຊັ່ນກັນ ເຮົາພາກັນຕ້ານໆໆໆໆ ແລະແລ້ວກັບມາທຳລາຍຕົນເອງ ແລ້ວໃນທີສຸດກໍໄດ້ເອົາແບບເຂົາມາໃຊ້ ເວົ້າແບບນີ້ບໍ່ແມ່ນຕິຄົນລາວ ແຕ່ຕິແນວຄິດ Entry Calture ຂອງຄົນຜູ້ຮູ້ບໍ່ເທົ້າເຖິງເທົ່ານັ້ນ ຂໍໃຫ້ລາວເຮົາມີໃຈ ມີໄຫວພິບ ແລະມີວິນຍານແຫ່ງຄວາມເປັນລາວເທົ່ານັ້ນພໍ ?

- ຕາມຫຼັກການຂອງທິດສະດີ Entry Calture ຟັງເບິ່ງແລ້ວເປັນເຣື່ອງດີ ຫາກການຕ້ານເປັນໄປດ້ວຍເຫດຜົນ ແລະການສຶກສາພໍ, ຫາກຕ້ານໂດຍ ຂາດເຫດຜົນ ແລະຫຼັກການສຶກສາ ເມື່ອໃດ ກໍກາຍເປັນການທຳລາຍໄດ້ ແລ້ວທິດສະດີນີ້ ກໍຈະກາຍໄປເປັນກາຍເປັນທິດສະດີ ຊາດນິຍົມໄປເລີຍ.

ຄົນຝັ່ງຂວາຂອງ ບໍ່ຄວນຈະລອຍໂຄກ ອີກຕໍ່ໄປ

໑. ຄົນອີສານ ຫາກຈະຮູ້ຈັກຕົນຕົວທີ່ແທ້ຈິງ ຕ້ອງຢືນຢູ່ໃນຫຼັກການຂອງຕົນເອງ
ຄຳວ່າ “ອີສານ” ເປັນຊື່ທິດໜຶ່ງໃນທິດທັງ ໘ ແປເປັນພາສາລາວວ່າ “ທິດຕາເວັນອອກສ່ຽງ ເໜືອ” ຄຳວ່າ “ອີສານ” ໄດ້ໃຊ້ຮຽກຖິ່ນທີ່ຢູ່ຂອງຄົນກຸ່ມໜຶ່ງໃນຝັ່ງຂວາແມ່ນຳ້ຂອງ ຫຼືທິດຕາເວັນອອກ ສ່ຽງເໜືອຂອງບາງກອກ ຂອງປະເທດໄທຍ໌; ຫາກຄົນລາວຈະຮຽກໃຫ້ຖືກຕ້ອງຕາມສະຖານທີ່ຢູ່ຂອງ ລາວຄົນຈະຮຽກວ່າ “ຟາກຂອງ ຫຼືຝັ່ງຂອງຕາເວັນຕົກ”.
ຄຳວ່າ “ຄົນອີສານ” ໝາຍເຖິງຄົນກຸ່ມໜຶ່ງທີ່ມີພາສາ, ອັກສອນ, ວັດທະນະທັມ ແລະປະເພນີ ອັນດີງາມເປັນຂອງຕົນເອງ ທີ່ຢູ່ໃນດິນແດນຣາຊະອານາຈັກໄທຍ໌ ເຊິ່ງກົດໝາຍການປົກຄອງຂອງ ໄທຍ໌ໄດ້ກຳນົດໃຫ້ຄົນຢູ່ໃນຖີ່ນນີ້ວ່າ “ຄົນໄທຍ໌ອີສານ”.
ຄົນໃນພາກອີສານຂອງໄທຍ໌ ເປັນຄົນທີ່ຕ່າງພາສາ, ວັດທະນະທັມ, ປະເພນີຕ່າງຈາກຄົນພາກ ກາງຂອງໄທຍ໌ ດັ່ງຈະເຫັນໄດ້ຈະແຈ້ງຈາກ ພາສາ, ອັກສອນ, ວັດທະນະທັມການຸ່ງຖື, ວັດທະນະທັມ ການດຳຣົງຊີວິດ ວັດທະນະທັມການກິນ, ວັດທະນະທັມທາງສາສະໜາກໍມີອັນແຕກຕ່າງກັນຫຼາຍຢ່າງ ລວມທັງວັດທະນະທັມຄວາມເຊື່ອ ວັດທະນະທັມທາງຈິດໃຈດ້ວຍ.
ຫາກກ່າວໂດຍທາງກົດໝາຍການປົກຄອງຂອງໄທຍ໌ແລ້ວ ຊາວອີສານຄືຄົນໄທຍ໌, ແຕ່ຫາກນັບ ທາງເຊື້ອຊາດແລະວັດທະນະທັມແລ້ວ ຄົນໃນພາກອີສານແມ່ນຄົນລາວພວກໜຶ່ງ, ໃນດິນແດນພາກ ອີສານຂອງໄທຍ໌ນັ້ນມີຄົນຫຼາຍຊົນເຜົ່າ ແຕ່ຊົນເຜົ່າທີ່ໃຫຍ່ກວ່າເພີ່ນແມ່ນຊົນເຜົ່າລາວ, ນອກຈາກນັ້ນ ກໍມີຊົນເຜົ່າໄຕ ຫຼືໄທ ໃນສາຂາຕ່າງ ແລະຊົນເຜົ່າຂອມບູຮານ.
ຊົນເຜົ່າຕ່າງໆໃນພາກອີສານນັ້ນ ເຊັ່ນຊົນເຜົ່າຜູ້ໄທ, ຍໍ້, ກະໂຊ້, ໄທແສກ ໃນກຸ່ມຊົນເຫຼົ່ານີ້ ບໍ່ມີກຸ່ມຊົນເຜົ່າໃດເລີຍ ມີວັດທະນະທັມເໝືອນໄທຍ໌ ກົງກັນຂ້າມຊົນເຜົ່າເຫຼົ່ານີ້ກັບມີຂະໜົບທັມນຽມ ແລະພາສາເໝືອນລາວທຸກຢ່າງ ເຊິ່ງບໍ່ຕ່າງຫຍັງກັບຊົນຊາດ ຊົນເຜົ່າໃນລາວທັງມວນ ທີ່ມີວັດທະທັມ ເໝືອນກັນ ເຖິງວ່າພາສາປາກເວົ້າມີຄວາມແຕກຕ່າງກັນເລັກນ້ອຍ ແຕ່ໜ່ວຍຄວາມເວົ້າ ຕະຫຼອດທັງ ສຳນວນສຳນຽງວາດເວົ້າແຫ່ງພາສາ ແມ່ນມີຄວາມເໝືອນກັນທັງໝົດ.
ດ້ວຍເຫດນັ້ນ, ຄົນອີສານ ຫາກຈະຮູ້ຕົນຕົວຂອງຕົນເອງຢ່າງແທ້ ຈິງຊາວອີສານເອງເທົ່ານັ້ນ ເປັນຜູ້ສຶກສາຄວາມຈິງ ໂດຍຕັ້ງຂອບເຂດການສຶກສາຄົ້ນຄວ້າຂອງຕົນພາຍໃຕ້ຂອບເຂດຂອງສູນກາງ ວັດທະນະທັມທີ່ຖືກຕ້ອງ ຄືວັດທະນະທັມແຫ່ງລ່ອງແມ່ນນຳ້ຂອງ ຫາກຄົນອີສານເອງຍັງສືບຕໍ່ສຶກສາ ອັດຕະລັກແຫ່ງຕົນ ໂດຍເອົາສູນກາງວັດທະນະທັມໄວ້ທີ່ລ່ອງນ້ຳເຈົ້າພຣະຍາເມື່ອໃດ ຊາວອີສານເອງ ຈະເປັນຜູ້ຫຼົງທີບຫຼົງແດນ ຍິ່ງກວ່າທີ່ເປັນມາ.

ພາສາລາວຍັງ ຫຼືຕາຍລະ ?

- ມີການກ່າວເຖິງພາສາຕາຍ ຄຳວ່າພາສາຕາຍນັ້ນເປັນເຊັ່ນໃດ ?
- ພາສາຕາຍມີລັກສະນະເປັນເຊັ່ນນີ້
໑. ມີອັກສອນ ແຕ່ບໍ່ມີພາສາເພື່ອບັນທຶກ.
໒. ມີຄົນເວົ້າພາສາຢູ່ ແຕ່ງພາສາບໍ່ໄດ້ຖືກໃຊ້ເຄື່ອນໄຫວໄປຕາມລະບົບ.
໓. ພາສານັ້ນ ມີເວົ້າແຕ່ບໍ່ໄດ້ໃຊ້ເປັນທາງການ ເຊັ່ນພາສາລາວຢູ່ອີສານ ແລະລ້ານນາ ຊຽງຮຸ່ງ ຫວຽດນາມ ແລະກັມປູເຈັຍ ?
໔. ພາສາມີ ອັກສອນມີ ແຕ່ເຈົ້າຂອງພາສາບໍ່ຮູ້ຄວາມໝາຍຂອງພາສາ.
໕. ບໍ່ມີພາສາທາງການ.
໖. ພາສາໃໝ່ບໍ່ເກີດ.
໗. ພາສາເກົ່າບໍ່ຖືກພັດທະນາ.
໘. ບໍ່ມີສະຖາບັນຄົ້ນຄວ້າພາສາ.
໙. ບໍ່ເຂົ້າໃຈທາງເລີກຂອງພາສາ.
໑໐. ຄວາມບໍ່ເອກະພາບຂອງການໃຊ້ພາສາ.
໑໑. ພາສາບໍ່ໄດ້ທຳໜ້າທີ່ຕາມກົນໄກຂອງມັນ.

ການເພີ່ມຂອງຄວາມເວົ້າ ບໍ່ໝາຍວ່າພາສາຍັງ ຫາກພາສາຍັງບໍ່ມີເອກະພາບ ແລະໃຊ້ເປັນສັບທາງວິຊາການໄດ້ ທາງພາສາດໄດ້ ຄື ພາສາຕາຍ ເຊັ່ນພາສາຂອງຊົນເຜົ່າໃນໂລກ ຍັງມີຄົນໃຊ້ ແຕ່ອະທິບາຍທາງເຫດຜົນ ຄົນທັງຫຼາຍບໍ່ເຂົ້າໃຈ ຄືພາສາຕາຍນັ້ນເອງ.

ພາສາທີ່ມີດຄົນໃຊ້ ແຕ່ບໍ່ໄດ້ໃຊ້ເຂົ້າໃນວຽກງານ ເສດຖຖະກິດ ສັງຄົມ ວັດທະນະທັມ ການເມືອງ ເໝືອນກັບພາສາຕາຍ ຫຼືບໍເກີນ 100 ປີກໍຈັກຕາຍ ເຊັ່ນລາວຢູ່ລາວກາຍ ດຽນບຽນຟູ ເມືອງແສນ(ໄຄເຊີນ) ພາສາລາວທີ່ສິບສອງພັນນາ, ສ່ວນພາສາລາວຢູ່ຂະເໝນ ອີກ 50 ປີໝົດ ສຳລັບພາສາລາວໃນເມືອງໄທຍທັງໝົດ ແມ່ນຍັງສືບຕໍ່ພັດທະນາຢ່າງບໍ່ຢຸດຢັ້ງ.




ໜັງສືບູຮານ ໃນແບບຮຽນວິຊາ "ວິທະຍາ" ສຳລັບຊັ້ນພິໂບສຶກສາ ຊຸມປີ ໑໙໒໐-໔໐

ປື້ມນີ້ດຣຶ່ອງດຽວ ຜຂ ມີສອງເຫຼັ້ມ ເຫຼັ້ມ ໑ ເປັນເຫຼັ້ມເກືອບສົງບູນ ຂາດແຕ່ໜ້າປົກ ແລະຫຼັງປົກ ຍັງຄົບທຸກເຣື່ອງລາວ ແຕ່ຄຳນຳ ສາລະບັນ, ເຫຼັ້ມ ໒ ບໍ່ສົມບຸນຂາດຫາຍໄປສ່ວນຫຼາຍ ເຂົາເວົ້າ ໃນຄຳນຳວ່າ ວິຊາວິທະຍາ ສຳລັບຊັ້ນສຶກສາ ໃນຄຳນຳໄດ້ເວົ້າເຖິງເນື້ອໃນຂອງປຶ້ມ ແລະວິທີຄູຈະນຳໄປສອນແນວໃດ ? ຍົກເອົາມາໃຫ້ພິຈາຣະນາຮູບອັກສອນ ພາສາ ແລະ ການໃຊ້ຄວາມເວົ້າໃນສະໄໝນັ້ນ ເປັນຈັ່ງໃດ ?
- ມີຄຳໃນບົດນຳວ່າ "ຊັ້ນພິໂບສຶກສາ" ຜູ້ຂຽນຍັງບໍ່ທັນຮູ້ວ່າເປັນຊັ້ນໃດ ສົງໄສເປັນ "ການສຶກສາປະຊາຊົນ" ຫຼຶ "ປະຊາສຶກສາ" ກະບໍ່ຮູ້ ເພາະຄຳວ່າປະຊາຊົນນັ້ນ ບໍ່ປາກົດໃນປື້ມເຫຼັ້ມນີ້ ໃນເຣື່ອງອື່ນໆຈັກບ່ອນເລີຍ ຈະປະກົດຫຼາຍທີ່ສຸດກະແມ່ນ ຄຳວ່າ "ຣາສະດອນ" ສະນັ້ນ ຄຳວ່າ "ປະຊາຊົນ" ຄົງຈະບໍ່ທັນຖືກບັນຍັດໃຊ້ໃນພາສາລາວ ຄົງໃຊ້ຣາສະດອນ ສ່ວນຄຳວ່າ "ພິໂບ" ສົງໄສໃຊ້ແທນຄຳວ່າ "ປະຊາຊົນ" ຫາກເປັນເຊັ່ນນັ້ນ "ປະຊາຊົນ" ເຊິ່ງເຮົາໃຊ້ແທນຣາດສະດອນໃນຂະນະນີ້ນັ້ນ ຄົງເກີດນຳຫຼັງ ຣາສະດອນ ເພື່ອໃຫ້ກົງກັບຄຳວ່າ "People" ໃນພາສາອັງກິດກະບໍ່ຮູ້.
- ຈັ່ງໃດກໍໃຫ້ພິຈາຣະນາ ຄວາມເວົ້າ ອັກສອນ ແລະວິທີການຂຽນອັກສອນຕຳລາຮຽນໃນສະໄໝເຮົາຍັງບໍ່ເກີດ ເພື່ອເປັນບຸນຕານພກັນຊື່ໆເນ໊າະ






ອາຊີບໆໆໆ

ເວລາໄປປະກອບເອກະສານ ປາກົດເຫັນອາຊີບໜຶ່ງແປກໆໆໆ ເຂົາຂຽນວ່າ “ປະຊາຊົນ” ໃນຫ້ອງອາ ຊີບ, ຜູ້ຂຽນສົງໄສວ່າ ອາຊີບປະຊາຊົນມັນເປັນຈັ່ງໃດກັນແທ້.
ຮູ້ມາວ່າອາຊີບປະຊາຊົນນັ້ນ ທຸກປະເທດບໍ່ມີ, ມີແຕ່ລາວເຮົາ ມີອາຊີບນີ້ ແຕ່ກໍຍັງຊອກຫາຢູ່ວ່າ ອາຊີບ ປະຊາຊົນນັ້ນມັນເປັນຈັ່ງໃດກັນແທ້.
ຕາມຄວາມເຂົ້າໃຈຂອງຜູ້ຂຽນນັ້ນ ເຫັນວ່າ ຄຳວ່າ “ປາຊາຊົນ” ໝາຍເຖິງພົນລະເມືອງຂອງປະເທດນັ້ນ ແລະຄຳວ່າ ພົນລະເມືອງ ຫຼືປະຊາຊົນນັ້ນ ບໍແມ່ນອາຊີບ.
ເພາະຄຳວ່າ ປະຊາຊົນ ຫຼືພົນລະເມືອງນັ້ນ ໝາຍເອົາຄົນໃນສັງຄົມຂອງປະເທດນັ້ນໆ ທຸກສາຂາອາຊີບ ທັງທີ່ເປັນຣັດຖະການ, ທະຫານ, ຕຳຫຼວດ, ພໍ່ຄ້າ, ຊາວຂາຍ, ກັມມະກອນ, ກະເສດຕະກອນຊາວປະໂມງ ແລະ ອື່ນໆ.
ຄຳວ່າ ພົນລະເມືອງ ຫຼືປະຊາຊົນນັ້ນ ຍັງໝາຍເອົາທັງເດັກນ່້ອຍ, ຜູ້ໃຫຍ່, ເຖົ້າ, ແກ່, ໜຸ່ມ, ສາວ ບໍ່ວ່າຊົນຊາດ, ຊົນຊັ້ນໃດ ລ້ວນແຕ່ປະຊົນທັງນັ້ນ.
ຄຳວ່າອາຊີບນັ້ນໝາຍເອົາ ຜູ້ປະກອບການຕາມໜ້າທີ່ ຕາມໜ້າວຽກເຊັ່ນ : ທະຫານ, ຕຳຫຼວດ, ແພດ, ໝໍ, ພະນັກງານຫ້ອງການລັດໃນໜ້າວຽກອື່ນໆ ອາດກຳນົດໄວ້ຢ່າງດຽວວ່າ “ຣັດຖະກອນ”.
ອາຊີບນັ້ນ ເທົ່າທີ່ຣູ້ ມີດັ່ງນີ້ ຄື
໑. ພະນັກງານສັງກັດລັດ ຮຽກວ່າ ຣັດຖະກອນ ເຊິ່ງຣັດຖະກອນນັ້ນ ຖ້າຈະແຍກປະເພດລົງໃນລາຍ ລະອຽດ ຄື ແພດ, ໝໍ, ພະຍາບານ, ການຢາ ຕຳຫຼວດ, ທະຫານ, ນັກວິຊາການ ແລະນັກບໍຣິຫານອື່ນໆ.
໒. ພະນັກງານລັດວິສະຫະກິດ ຈະຮຽກວ່າ ຣັດວິຊາຫະກິດ ກໍອາດມີທັງ , ໝໍ, ພະຍາບານ, ການຢາ ຕຳຫຼວດ ແລະອື່ນ.
໓. ຣັດຖະກອນ ແລະຣັດວິຊາຫະກິດນັ້ນຍັງມີ “ພະນັກງານບຳນານ ບຳເນັດອີກ ອາດຊິໃຊ້ວ່າ “ອາຊິບ ລັດບຳນານ ຫຼືພະນັກງານບຳນານ”.
໔. ອາຊີບທີ່ບໍ່ແມ່ນລັດນັ້ນກະມີຫຼາຍອາຊີບ ເຊັ່ນ ຊາວນາ, ຊາວສວນ, ຊາວປະໂມງ, ຄ້າຂາຍ, ທູຣະກິດ ແລະອື່ນ ຫາກບໍ່ແມ່ນເປັນຣັດຖະກອນ ກໍຄວນຈະໃຊ້ອາຊີບໂຕ ຕາມໜ້າທີ່ທີ່ທຳ ແຕ່ບໍ່ຄວນໃສ່ວ່າ “ອາຊີບປະ ຊາຊົນ” ເພາະຍັງເຊື່ອວ່າ ປະຊາຊົນນັ້ນ ໝາຍເອົາຄົນທຸກຄົນຂອງປະເທດ.
໕. ຍັງມີອາຊິບໜຶ່ງ ອີກທີ່ທາງຜູ້ບັງຄັບໃຊ້ກົດໝາຍ ກຳນົດໃຫ້ໃຊ້ ຄື “ອາຊີບນັກບວດ” ບາງທີ່ກໍໃຫ້ໃຊ້ວ່່າ “ອາຊີບພຣະສົງ” ກໍໃຊ້ມາຕະຫຼອດ ກໍບໍ່ວ່າຈັ່ງໃດ.
ຄຳວ່າ “ນັກບວດ” ນັ້ນຈະວ່າອາຊີບກໍໄດ້ ບໍ່ແມ່ນອາຊີບກໍໄດ້, ແຕ່ເຄີຍໃຊ້ ແຕ່ຄຳວ່າ “ອາຊີບພຣະສົງ” ບໍ່ຄວນໃຊ້ ເພາະຄຳວ່າ “ສົງ” ໝາຍເອົາສະເພາະແຕ່ ໔ ອົງຂື້ນໄປ ບໍ່ລວມສາມະເນນ.
ຫາກເປັນສາມະເນນ ຫຼືພຣະອົງດຽວ ກໍເປັນສົງບໍ່ໄດ້, ໃນຂະນະຊົງເພດເປັນພຣະສົງ-ສາມະເນນ ຢູ່ນັ້ນ ພຣະສົງສາມັນກໍມີ, ເປັນພະນັກງານສົງກໍມີ ເປັນພະນັກງານຄຣູກໍມີ ຈະໃຫ້ເລືອກໃຊ້ອັນໃດຈຶ່ງຈະຖືກ.
ສ່ວນ “ພະນັກງານແລ່ນເອກະສານນັ້ນ” ມີທັງພະນັກງານຣັດ, ວິສະຫະກິດ ແລະເອກະຊົນ ອັນນີ້ກະຊີບໍ່ ຍາກໃນການກຳນົດອາຊີບ ຈະວ່າ ອາຊີບຣັດຖະກອນ ຫຼຶຣັດວິສະຫະກິດ ກໍໃຊ້ໄດ້, ສ່ວນພະນັກງານແລ່ນເອກະ ສານສ່ວນຕົວ ຫຼືເອກະຊົນ ກໍຄວນຊີວ່າ “ເອກະຊົນ ຫຼືພະນັກງານບໍຣິສັດ” ຫຼື “ທຳການເອກະຊົນ” ນັ້ນເອງ ດ້ວຍປະກາຣະສະນີ້ແລ ກໍແລ້ວເລື່ອງ.

ວິທີຂຽນ ວັນເດືອນປີແບບທາງການ

ເມື່ອເຮົາມາສຶກສາເລື່ອງຂອງການຂຽນປີສາກົນທາງຣັດຖະການ ຂອງປະເທດຕ່າງໆໃນໂລກນັ້ນບໍ່ຄືກັນ ເຊັ່ນ
໑. ວັນ/ເດືອນ/ປີ ວິທີຂຽນ dd/mm/yyyy ຫືຼ dd.mm.yyyy
໒. ເດືອນ/ວັນ/ປີ ວິທີຂຽນ mm/dd/yyyy ຫຼື mm.dd.yyyy
໓. ປີ/ເດືອນ/ວັນ ວິທີຂຽນ yyyy/mm/dd.
- ອັນນີ້, ຖືເປັນຫຼັກຫົ່ວໄປ ທີ່ປະເທດຕ່າງໆ ຍືດຖື ແລະຕັ້ງຂຶ້ນມາເພື່ອເປັນເອກລັກຂອງແຕ່ລະປະເທດ, ນອກຈາກນີ້ ພົບການຂຽນວັນ, ເດືອນປີ ໃນແບບຕ່າງໆອີກ ເຊັ່ນ, ໐໙໐໙໐໙, .໐໙.໐໙.໐໙, ໐໙/໐໙/໐໙, ໐໙-໐໙-໐໙, ໐໙ ກັນຍາ ໐໙, ໐໙ ກັນຍາ ໒໐໐໙, ໐໙ ກ.ຍ ໐໙, ໐໙ ກ.ຍ ໒໐໐ ແລະຍັງປາກົດ ໙/໙/໐໙, ໙ ກ.ຍ ໐໙, ໙ ກັນຍາ ໒໐໐໙, ໙-໙-໒໐໐໙ ແລະ ໙/໙/໒໐໐໙.
ການທີ່ຍົກວິທີຂຽນວັນ, ເດືອນປີ ທາງຣັດຖະການນັ້ນ ເປັນການພົບເຫັນການຂຽນຫຼາຍປະເທດກຳນົດໃຫ້ ເປັນແບບຂຽນປະຈຳຊາດຂອງ ແຕ່ລະຊາດ ບາງປະເທດກຳນົດເປັນກົດລະບຽບດ້ວຍກໍມີ, ແຕ່ເປັນທີ່ໜ້າສັງເກດວ່າ ທີ່ປະເທດລາວເຮົານັ້ນແມ່ນເຫັນຂຽນ ກັນທຸກໆແບບເທົ່າທີ່ມີໃນໂລກ ບໍ່ວ່າແຕ່ທາງການ ກໍຄືປະຊາຊົນທົ່ວໄປ, ຈຶ່ງນຳມາຂຽນໄວ້ໃຫ້ພວກເຮົາພິຈາຣະນານຳກັນ ເພື່ອວ່າຈະເຫັນເສັ້ນ ທາງ ພັດທະນາ ແລະຢືດເອົາຫຼັກໃດ ຫຼັກໜຶ່ງ ເພື່ອເປັນເອກະລັກຂອງປະເທດຕົນ ?

ວິທີກຳນົດ ຫຼືບັນຍັດພາສາທາງການ


ພາສາລາວນັ້ນ ເປັນພາສາຂອງຄົນລາວ/ລາວເຮົາມີຫຼາຍເຜົ່າ (ກຳນົດສະເພາະຄົນທີ່ເວົ້າພາສາຕະກູນລາວ) ຍ່ອມມີພາສາເວົ້າເປັນຂອງຕົນເອງ ຄຳໆດຽວໃນພາສາລາວ ນັ້ນອາດ ມີສັບສະເພາະໃຊ້ຕ່າງກັນ (ສະເພາະບາງຄວາມ ນອກຈາກຕ່າງຄວາມຍັງຕ່າງສຳນຽງອີກ ເຊັ່ນ ເຜົ່າລື້ ກັບເຜົ່າຜູ້ໄທ ນັ້ນອອກສຽງຄຳວ່າ "ວຽງຈັນ" ເປັນ "ເວງຈັນ", "ຜຸ້ດຽວ" ເປັນ "ຜູ້ເດວ" ຕ່າງຄວາມເວົ້າກະມີ ເຊັ່ນ "ບໍ່ມີ" ເປັນ "ມິມີ". ພາສາລາວເຮົາເວົ້າກັນນັ້ນ ເປັນພາສາລາວລ້ວນ ມີຄວາມຕ່າງກັນ ເພາະບາງສັບໃນພາສາຖິ່ນ ເຂົາຮຽກວ່າ "ພາສາຖິ່ນ" ພາສາຖິ່ນໃນລາວ ເພິ່ນກຳນົດເປັນ ໕ ຖິ່ນໃຫຍ່ ຄື:
໑ ພາສາຖິ່ນລາວເໜືອ (ແຕ່ຫຼວງພຣະບາງ ຮອດ ໑໒ ປັນນາ, ລວມລ້ານນາ ແລະເຂດພິເສດຣັດໄຕ ໃນພະມ້າ)
໒ ພາຖິ່ນລາວກາງ (ແຕ່ແຂວງວຽງຈັນລົງຮອດທ່າແຂກ-ກວາມເອົາສອງຟາກຝັ່ງແມ່ນ້ຳຂອງ)
໓ ພາສາຖິ່ນລາວໃຕ້ (ແຕ່ສະຫວັນ ລົງໄປຮອດ ຈຳປາສັກອັດຕະປື ພາສາລາວ ທີ່ໃຊ້ໃນຂະເໝນເໜືອ)
໔ ພາສາຖິ່ນລາວຕາເວັນອອກ (ເມືອງພວນ-ຊຳເໜືອ ແລະ ໑໒ ຈຸໄທ)
໕ ພາສາຖິ່ນລາວຕາເວັນຕົກ (ກຳນົດແຕ່ແຂງຮ້ອຍເອັດລົງໄປຮອດນະຄອນຣາຊະສີມາ ແລະພາລາວໃນພາກກາງຂອງໄທຍ ເຊັ່ນອຸໄທທານີ ແລະລົບບູຣີ)
ວິທີກຳນົດຄຳທາງວິຊາການ ຫຼືບັນຍັດຄຳວິຊາການໃຫ້ເຮັດດັ່ງນີ້:
- ຫາກຄຳໃດຫາພາສາຖິ່ນມາເວົ້າແທນບໍ່ໄດ້ ກໍໃຫ້ເລືອກເອົາພາສາໃນພາສາປາລີມາ ສ້າງ ຫຼືບັນຍັດແທນ (ກຳນົດແຕ່ພາສາປາລີເທົ່ານັ້ນ)
ຫາກພາສາປາລີບມີ ຫຼືມີກະບໍ່ທັນເໝາະສົມໃຫ້ກາພາສາສັນສະກິດມາໃຊ້ແທນ) ໝາຍບອກ ໃນພາສາລາວໃຊ້ພາສັນສະກິດໜ້ອຍທີ່ສຸດ.
ຫາກທັງພາສາປາລີ ແລະສັນສະກິດບໍ່ມີແລ້ວ ໃຫ້ຊອກຫາຄຳອື່ນໃນພາສາ ຕະກູນມອນຂະແມມາບັນຍັດແທນ. (ພາສາຊົນເຜົ່າໃນລາວ-ຂະເໝນ) ພາສາໃນລາວ ມີພາສາຂະເໝນນ້ອຍທີ່ສຸດ ບໍ່ຈຳເປັນບໍ່ຄວນຫາມາໃຊ້.
ຫາກຫາບໍ່ມີທັງໝົດ ໃຫ້ເວົ້າທັບສັບໄປເລີຍ.
ວິທີທັບສັບ ທີ່ເຄີຍມີ ເຊັ່ນ ຣົດໂອໂຕ. ໂອໂຕເມຕິກ (ໃຊ້ຄູ່ກັນກັບພາສາປາລາ) ອັຕະໂນມັດ ແລະອື່ນໆ

- ຄຳໃດ ທີ່ສ້າງຂຶ້ນມາແລ້ວ ບໍ່ກະຈາຍ, ບໍ່ຕີຄວາມໝາຍໄປທາງອື່ນ ນັ້ນຖືພາສາທີ່ຄົງທົນ ແລະຄວນແກ່ການນຳໃຊ້ ຫາກພາສາໃດ ກະຈາຍຕີຄວາມໝາຍໄປເປັນອື່ນ ພາສານັ້ນ ໃຊ້ການບໍ່ໄດ້ ເຖິງນຳໄປໃຊ້ກໍໃຊ້ໄດ້ໃນໄລຍະໜຶ່ງ ນານໄປກໍຕາຍລົງໄດ້ ຫຼືເຊົານິຍົມເອງ.
ນີ້ຄືຫຼັກການ ສ້າງພາສາໃໝ່ທີ່ເປັນພາສາທາງການ ຫຼືພາສາວິຊາການ,.

ຄຳສັນສະກິດ-ປາລີ ທີ່ ປ່ຽນຮູບໃນພາສາລາວຈົນບໍ່ເຫຼືອຮູບ

ປຣາມ(ປຣຳ-ປຣັມ-ຂະເໝນ) ເປັນ - ຜາມ
ປາສາທັງ(ປລ) ປຣາສາຣ໌ທ(ສກ) ເປັນ - ຜາສາດ
ແປຼກ (ຂະເໝນ) ແປຼກ (ໄທຍ໌) ເປັນ - ແຜກ (ແຜກປອມ)
ປຣາຣົບ(ສກ-ປລ) ເປັນ ຜາຣົບ
ປຣາກົຕກາຣ (ສກ-ປລ) ເປັນ ຜາກົດການ.
ປຣາບ (ສກ) ເປັນ - ຜາບ
ປກຕິ(ສກ-ປລ) ເປັນ ປົກກະຕິ.
(ແລະອື່ນໆ)

ຄວາມເປັນມາໂດຍສັງເຂບກ່ຽວຄຳວ່າ "ອັກສອນທຳ"


- ສີລາຈາຣືກນີ້ ແມ່ນຂຽນຂຶ້ນແຕ່ຈຸລະສັງກາດໄດ້ ໑໓໖ ສະຫຼັກດ້ວຍອັກສອນທັມ ປະດິດສະຖານໄວ້ທີ່ກົມມະລຽນພຣະທາດຫຼວງ ເມື່ອອ່ານໄດ້ຄວາມ ວ່າ "ພະເຈົ້າຈັນທາຣົດ ພ້ອມດ້ວຍພຣະສັງຄະຣາຊາ ໄດ້ຖວາຍດິນ ແລະວັດຖຸປັດໄຈ ສ້າງພຣະທາດ................(ເນື້ອຄວາມຕໍ່ໄປອ່ານບໍ່ອອກ) ເມື່ອເຮົາເອົາຈຸນລະສັກກາດປັດຈຸບັນ ຄື ໑໓໗໐ ມາລົບ ໃຫ້ ໒໓໖ ຈະຍັງເຫຼືອ ໑໑໓໔ ສະແດງໃຫ້ເຫັນວ່າ ສີລາຈາຣືກແຜ່ນນີ້ ມີອາຍຸ ໑໑໓໔ ປີແລ້ວ.
ໝາຍຄວາມວ່າ ອັກສອນທັມເອງ ກໍຖືກໃຊ້ໃນສັງຄົມລາວມາ ໑໑໓໔ ປີແລ້ວ, ຫາກອັກສອນທັມເປັນຂອງຊົນຊາດລາວ ກໍສະແດງໃຫ້ເຫັນວ່າລາວ ມາຢູ່ດິນແດນວຽງຈັນ ແລະສອງຝາກຝັ່ງແມ່ນຳຂອງນີ້ ຫຼາຍກວ່າ ໑໑໓໔ ປີແລ້ວ, ຫາກອີງຕາມປະຫວັດສາດລາວວ່າ ພຣະເຈົ້າຟ້າງຸ່ມມາທ້ອນໂຮມ ແຜ່ນດິນລາວໃຫ້ເປັນອານາຈັກລ້ານຊ້າງນັ້ນ ໃນປີມະເສັງ ຄ.ສ ໑໓໕໓ (ພສ. ໑໘໙໖ ຈສ. ໗໑໔) ເມື່ອເອົາ ປິສີລາເລກ ມາລົບໃຫ້ປີທີ່ພຣະເຈົ້າຟ້າງຸ່ມມາສະຖາປານາອານາຈັກລ້ານຊ້າງແລ້ວ ສີລາຈາຣືກຫຼັກນີ້ ມີອາຍຸກ່ອນພຣະເຈົ້າຟ້າງຸ່ມ ໔໗໘ ປີ.
ສະແດງວ່າຊາວວຽງຈັນກ່ອນພຣະເຈົ້າຟ້າງຸ່ມເປັນຄົນລາວ ເພາະອັກສອນທັມ(ລາວບູຮານ)ນັ້ນ ມີສະເພາະຄົນເຊື້ອຊາດລາວເທົ່ານັ້ນໃຊ້ ຄືເຫັນໄດ້ ຈາກອັກສອນແບບໜີປາກົດໃນກຸ່ມຊົນຊາດພວນ, ຍວນ, ລື້ ຈົນຮອດຊາດໄທໃຫຍ່ໃນລັດສານຂອງພະມ້າ ແລະຊາວເຊື້ອສາຍລາວໃນອັສສຳ ຍັງໃຊ້ອັກາສອນນີ້ ທີ່ສຳຄັນ ຄຳເວົ້າ ຫຼືພາສາທີ່ປາກົດໃນສີລາຈາຣືກນີ້ ເປັນພາສາລາວແທ້ໆບໍ່ມີຫຍັງຕ່າງ ຈາກຄຳລາວທີ່ເວົ້າກັນໃນປັດຈຸບັນເລີຍ ຕ່າງແຕ່ປະໂຫຍກລຽງຄວາມເທົ່ານັ້ນ ສ່ວນຄຳເວົ້າແມ່ນເປັນຄຳລາວ ທີ່ເວົ້າກັນໃນທ້ອງຖິ່ນລາວທົ່ວໄປ.

ພາສາລາວ ກັບພາສາໄທຍ໌ ບໍ່ຕ້ອງແປ

ພາສາລາວ ກັບພາສາໄທຍ໌ ອາດກ່າວໄດ້ວ່າບໍ່ມີຫຍັງແປກຕ່າງກັນເລີຍ ເຄີຍໄດ້ຍິນທ່ານຜູ້ຮູ້ຂອງໄທຍ໌ທ່ານໜຶ່ງເສວະສາ ທີ່ສະຖານທີ່ໜຶ່ງໃນກຸງເທບ(ປີ ໑໙໙໔ ບໍ່ຈື່ຄົນບໍ່ຈື່ສະຖານທີ່ແລ້ວ) ກ່າວວ່າ ມີຄົນຄິດຢາກທຳວັດຈະນານຸກົມລາວ-ໄທຍ໌ ຄົນນັ້ນບ້າທີ່ສຸດ ແລະຄົນນັ້ນບໍ່ເຂົ້າໃຈພາສາລາວ ແລະໄທຍ໌ເລີຍ ຜູ້ຂ້າຟັງແລ້ວກະເຫັນຊອບໃນຄວາມເວົ້ານັ້ນ, ເມື່ອໄດ້ສົນທະນາກັບ ທ່ານບຸນຍົກ ແສນສຸນທອນໃນເລື່ອງດຽວກັນທ່ານກໍບອກວ່າ ມີແຕ່ພາສາຂອງສອງຊາດເທົ່ານັ້ນ ເປັນສິ່ງມະຫັດສະຈັນໃນໂລກ ທີ່ບໍ່ຕ້ອງແປ,
- ຜູ້ຂຽນຈຶ່ງມາສັງເກດວ່າ "ໃນບັນດາປະເທດອ້ອມຂ້າງລາວ ມີຈີນ, ມຽນມ້າ, ຫວຽດນາມ, ກັມປູເຈັຍ ບັນດາປະເທດທັງໝົດທີ່ກ່າວມານີ້ ອັກສອນ ພາສາ ຕ່າງກັນທັງສິ້ນ ດ້ວຍເຫດນັ້ນ ຫາກລາວເອົາຢາກຮູ້ຄວາມໝາຍ ຫຼືເອົາປື້ມຂອງເຂົາປ່ຽນເປັນພາສາລາວ ຕ້ອງໃຊ້ຄຳວ່າ "ແປ" ແມ່ນ ຖືກຕ້ອງ ເພາະພາສາ ແລະອັກສອນຂອງຊາດເຫຼົ່ານີ້ຕ່າງທັງຮູບອັກສອນ ແລະພາສາ ແຕ່ໄທຍ໌ ກັບລາວນີ້ ຈະໃຊ້ຄຳວ່າແປບໍ່ໄດ້ ຈຶ່ງຕ້ອງໃຊ້ ຄຳວ່າ "ຖອດຄວາມ ຫຼືປະຣິວັດ ເທົ່ານັ້ນຈຶ່ງຖືກຕ້ອງ.

ນີ້ຫຼັກຖານໜຶ່ງທີ່ໄທຍ໌ເຂົາໃຊ້

ນາຍຮ້ອຍແພ ສູ້ແຂ້ທີ່ສາມໂບກ(ເລື່ອງຈິງ)

"ອັດສະຈັນໃຈແຂ້ ຫາງຍາວໆຟາດຫົວພໍ່ເຖົ້າເຖື່ອນ ກູລີມີເປັນຮ້ອຍ ໃຈແຂ້ບໍ່ສະຫງວນ"

- ຄຳກອນ ແບບຜະຫຍາ ອັດສະຈັນນີ້ ເປັນຄຳກອນທີ່ຊາວບ້ານຫາງດອນຂະເໝົາ ໃຜໆກໍນຳເອົາມາເວົ້າ ມາຈ່າຍກັນ, ປັດຈຸບັນ ເດັກນ້ອຍລຸ້ນໃໝ່ ບໍ່ຄ່ອຍຈະມີໃຜຮູ້ແລ້ວ ຫາກໄປຖາມຄົນທີ່ມີອາຍຸ ໔໐-໕໐ ປິ ກໍຈັຫມີສ່ວນຫຼາຍຮູ້ກອນນີ້ ແລະຍັງຈື່ຄຳກອນອັດສະຈັນບົດນີ້ຢູ່.

- ຂ້ອຍເອງ ກໍລືມໄປຈົນເກືອບໝົດ ເພາະໜີຈາກບ້ານຕັ້ງອາຍຸ ປົດປ່ອຍໃໝ່ ອາຍຸກໍປະມານ ໑໒-໑໓ ປີ, ໄປຫາຮຽນຢູ່ດອນຖານ ເມືອງແສນ ເມືອງໂຂງ ແລະຂຶ້ນມາຢູ່ວຽງຈັນໃນທີ່ສຸດ, ເມື່ອຂ້ອຍເມືອຢາມບ້ານແຕ່ລະຄັ້ງ ກໍບໍ່ໄດ້ໄປເຫິງ ຈົນມາເຖິງປີ ໒໐໐໙ ພີ່ນ້ອງຫຼາຍຄົນມາໂຮມກັນ ກິນລ້ຽງທີ່ເຮືອນ ຈຶ່ງ ພວກເຂົາກໍມີໂອກາດສົນທະນາ ພວກເຂົາໄດ້ເວົ້າເລື່ອງຕ່າງໆສູ່ກັນຟັງ ຈົນມາເຖິງເລື່ອງພໍ່ເຖົ້າເຖື່ອນເປັນນາຍຮ້ອຍແພໄມ້ສັກ ພວກເຂົາຈຶ່ງ ເວົ້າກອນຜະນີ້ຂຶ້ນມາ ຂ້ອຍຜູ້ນັ່ງຟັງ ຈື່ກອນນີ້ໄດ້ ພ້ອມທັງເລື່ອງລາວ ແລະທີ່ມາຂອງເລື່ອງນີ້ດ້ວຍ.

ພອນ ແລະຄວາມໝາຍຂອງພອນ

- ພອນ ເປັນຄຳລາວໄດ້ມາຈາກພາສາປາລີ, ວຣ ແລ້ວແປງເປັນ "ພຣ" ແຕ່ເດີມຂຽນ "ພຣ" ຕໍ່ມີເມື່ອມີໄວຍາກອນປ່ຽນແປງ "ພຣ" ຈຶ່ງໄດ້ກາຍເປັນ "ພອນ" ຈົນລາວຈຶ່ງບໍ່ຮູ້ວ່າ "ພຣ" ແມ່ນຫຍັງ ?
- ພອນ - ມາຈາກ "ວຣ" ຫຼື "ພຣ" ແປວ່າ ປະເສີດ ອັນໃດກໍຕາມ ທີ່ເປັນຂອງປະເສີດຮຽກວ່າພອນທັງນັ້ນ ເຊັ່ນ ຄົນທຳມະດາ ຍົກຖານະເປັນກະສັດ ຮຽກວ່າ "ພຣະມຫາກະສັດ" ໃນອົງພຣະມະຫາກະສັດເອງ ກໍລ້ວນແຕ່ເປັນຂອງປະເສີດ ເຊັ່ນ ແຂນ ກໍວ່າ ພຣະຫັດ, ປາກ ກໍວ່າພຣະໂອດ, ຜົມ-ພຣະເກສາ, ຂອງໃຊ້ພຣະມະຫາກະສັດ ທີ່ນອນ ກໍວ່າພຣະບັນທົມ, ຄັນຮົ່ມກໍວ່າ ພຣະສະເວຕະສັດ ແລະອື່ນໆ ທີ່ຢູ່ ກໍວ່າພຣະມະຫາຣາຊະວັງ ສິ່ງກໍ່ສ້າງທີ່ພຣະມະຫາກະສັດສ້າງ ທາດ ກ​ໍວ່າ ພຣະທາດ ແລະອື່ນໆ ເພາະວ່າ ວຣ ຫຼື ພຣ ແປງເປັນພາສາລາວວ່າ "ພຣະ" ກໍແປວ່າ ປະເສີດ ແລະດີ.
- ພອນ ເປັນພາສາພຣະແທ້ໆ ຄືພຣະມັກເວົ້າຫຼາຍທີ່ສຸດ ເມື່ອຍາດໂຍມມາຖວາຍປັດໄຈ(ປັຈຈັຍ)ສີ່ແລ້ວ ພຣະມັກຈະໃຫ້ພອນ ເມື່ອສະຫຼຸບພອນລົງແລ້ວ ຈະໄດ້ ໔ ປະການ ຄື ອາຍຸ ວັນນະ ສູຂ ພະລະ.
໑. ອາຍຸ : ອາຍຸໝັ້ນຍືນ.
໒. ວັນນະ : ຜິວພັນຜຸດຜ່ອງ.
໓. ສຸຂະ : ຄວາມສຸຂ.
໔. ພະລະ : ກຳລັງ
- ສິ່ງດີໆ ຫຼືສິ່ງທີ່ປະເສີດ ໔ ຢ່າງນີ້ ຮຽກວ່າ "ຈະຕຸລະພອນຊັຍ" ສະນັ້ນ ເມື່ອເຮົາທຳບຸນມັກຈະໄດ້ພອນ ໔ ນີ້ສະເໝີ, ພອນ ອີກຄວາມໝາຍໜຶ່ງ ຄືປະໂຫຍດທີ່ຄວນມີ ຄວນໄດ້ ຫຼືສິດທິພິເສດຕາມຄຳຂໍ ແລະພອນນັ້ນກໍເປັນສິ່ງທີ່ເກີດຂຶ້ນໂດຍຜູ້ເຮັດເອງຈະໄດ້ຮັບ ຜູ້ບໍ່ສ້າງສິ່ງດີ ຫຼືສິ່ງທີ່ປະເສີດເລົ່ານັ້ນ ມັກຈະບໍ່ໄດ້ພອນຕາມຄວາມປາຖະໜາໃດໆເລີຍ.
- ພອນນັ້ນ ຈະສຳເລັດຕາມຄຳຂໍ ກໍຕ້ອງອາໄສຜູ້ປະສາດພອນ ຈຶ່ງຮຽກວ່າ ສິດທິພິເສດຕາມຄຳຂໍ ເຊັ່ນຕົວຢ່າງ ໃນສະໄໝບູຮານນັ້ນ ໃຊ້ການປົກຄອງແບບສົມບູນຍາສິດທິຣາດ ພຣະຣາຊາມີອຳນາດສູງສຸດ ຊີ້ຕາຍເປັນຕາຍໄດ້ ມີປຸໂລຫິດຄົນໜຶ່ງ ມີລູກຊາຍຂອງຕົນຄົນໜຶ່ງ ໄດ້ເປັນປຸໂລຫິດໃນຣາຊະສຳນັກຂອງພຣະຣາຊາ, ປຸໂລຫິດຄົນນັ້ນ ເປັນຜູ້ໄກ້ສິດພຣະຣາຊາ ເມື່ອມາຄຳນຶງວ່າຕົນເອງແກ່ໄກ້ຈະຕາຍແລ້ວ ຈຶ່ງມາຄິດວ່າ ເມື່ອຕົນເອງຕາຍໄປແລ້ວ ຫາກລູກຕົນເວົ້າຜິດໄປ ພຣະຣາຊາອາດສັ່ງຕັກຄໍກໍໄດ້ ເມື່ອຄິດດັ່ງນັ້ນ ຈຶ່ງຂໍພອນຈາກພຣະຣາຊາວ່າ ລູກຂອງຂ້າພະບາດນີ້ເປັນຄົນເວົ້າບໍ່ຄ່ອຍດີ ບໍ່ວ່າຍາມໃດ ຫຼືເມື່ອຂ້າພະບາດ ຕາຍໄປແລ້ວ ຫາກລູກຂອງຂ້າພະບາດເວົ້າຜິດປະກາດໃດ ຂໍພຣະຣາຊາຈົ່ງອະໄພຍະໂທດ ໂຜດຊີວິດລູກຂ້າພຣະບາດດ້ວຍ ພຣະຣາຊາຈຶ່ງຕອບຕົກລົງ". ລັກສະນະເຊັ່ນນີ້ ຮຽກວ່າ ພອນ ເປັນສິດທິພິເສດທີ່ໄດ້ຕາມຄຳຂໍ ເມື່ອພຣະຣາຊາຕອບວ່າ "ຕົກລົງ" ສະແດງວ່າ ພອນເກີດຂຶ້ນແລ້ວ.
- ພອນມີຫຼາຍພອນ ນອກຈາກພອນທາງພຸດທະສາສະໜາແລ້ວ ກໍມີພອນທີ່ຊາວລາວໃຫ້ໃຫ້ແກ່ກັນ ຄືມີການເຮັດພາຂວັນ, ການສູ່ຂວັນ ໃນລັກສະນະຕ່າງໆ ກໍລ້ວນແຕ່່ ດມ່ນພອນ, ໃນເນື້ອຫາຂອງການບາສີສູ່ຂວັນກໍເຕັມໄດ້ດ້ວຍຄຳພອນ ເຊັ່ນ "ນອນຫຼັບໃຫ້ເຈົ້າໄດ້ເງິນໝື່ນ, ນອນຕື່ນໃຫ້ເຈົ້າໄດ້ເງິນແສນ ແບນມືໄປໃຫ້ເຈົ້າໄດ້ແກ້ວມະນີໂຊດ ໂທດຮ້າຍ ຢ່າມາພານ ໂທດຫາຍ່າມາຜ່າ ແລະອື່ນໆ" ນອນຈາກນັ້ນ ກໍຍັງມີຄຳເວົ້າດີໆ ທີ່ຄົນລາວເຮົາສັນຫາມາອ່ວຍພອນໃຫ້ແກ່ກັນ ແລະກັນ.
- ນອກຈາກນັ້ນ ບັນດາໂຄສົກໃນພິທີ່ທາງວັດທະນະທຳຕ່າງໆ ກໍໄດ້ສັນຫາຄຳດີໆ ມາອ່ວຍພອນໃຫ້ແກ່ກັນ ແລະກັນໃນລັກສະນະຕ່າງໆ ທັງເນື້ອຫາ ຮູບແບບ ແລະສຳ ນວນສຳນຽງ ໃນການໃຫ້ພອນ ຢ່າງໃດກໍຕາມການໃຫ້ພອນ ຈະເປັນໃນຮູບແບບໃດກໍຕາມ ເມື່ອສະຫຼຸບແລ້ວ ຈະຕ້ອງເປັນໄປໃນລັກສະນະ ໔ ປະການໄດ້ແກ້ ອາຍຸ ວັນນະ ສຸຂະ ແລະຜະລະ ແທບທັງສິ້ນ.
- ໃນໄລຍະຜ່ານມາ ຜູ້ຂຽນນອກຈາກໃຫ້ພອນ ໔ ຈະຕຸຣະພອນໄຊນັ້ນແລ້ວ ຍັງຂະຫຍາຍພອນອອກໄປ ເພື່ອເປັນການໃຫ້ຄວາມຮູ້ ຫຼືໃຫ້ຜູ້ຮັບພອນນັ້ນ ໄດ້ນຳເອົາພອນ ໄປຊະຫຍາຍຕົວ ແລະພັດທະນາເອງ ເພື່ອເລັງລັດພັດທະນາພອນ ໃຫ້ສຳເລັດຜົນໄວໆ ດັ່ງນີ້ ຄື : ຫາເງີນຫຍວນ ໃຫ້ໄດ້ເງິນເຕັມຫີບ, ຫາເງິນກີບ ໃຫ້ໄດ້ເງິນເຕັມຂັນ, ຫາເງິນໝັ້ນໃຫ້ໄດ້ເງິນເຕັມພາ, ຫາເງິນໂດດາ ກໍໃຫ້ໄດ້ເງິນເຕັມໂອ, ຫາເງິນຢູໂຣ ກໍໃຫ້ໄດ້ເງິນ ເຕັມເຮືອນເຕັມຊານ ຫາຫຼາຍໆກໍໃຫ້ເອົາໄປຝາກ ທະນາຄານທັງສອງແຫ່ງ ເດີພີ່ນ້ອງເອີຍ
- ພອນ ທີ່ຜູ້ຂຽນໃຫ້ນີ້ ຮຽກວ່າ "ພອນ ໙" ຄືເອົາພອນສີ່ ມາຜະສົມກັບຫ້າຢ່າງທີ່ຜູ້ຂຽນເພີ່ມຂຶ້ນມານັ້ນ ກໍກາຍເປັນພອນ ໙, ພອນເກົ້່າ ທີ່ວ່ານີ້ ລ້ວນແຕ່ເປັນພອນ ດີ ພອນ ທີ່ຄວນແກ່ການສະແຫວງຫາ ແລະການໃຫ້ໄດ້ມາສູ່ຕົນ ຫຼືນ້ອມມາສູ່ຕົນ, ເພື່ອພັດທະນາຕົນ ພັດທະນາຄົນ ແລະພັດທະນາສັງຄົມປະເທດຊາດ.
- ໂດຍສະເພາະພອນ ໕ ຢ່າງເບື້ອງທ້າຍໆ ເປັນພອນທີ່ກ່ຽວກັບເງິນ, ມີຫຼາຍທ່ານບໍ່ເຂົ້າໃຈໃນພອນ ຫຼືຄວາມໝາຍຂອງພອນ ກໍວ່າພອນນີ້ໄຮ້ຄວາມໝາຍ ບາງທ່ານຫຼ້າຫຼັງໄປກວ່ານັ້ນ ກໍຫາວ່າພອນນີ້ເປັນການໃຫ້ເກີດກິເລດຕັນຫາ.
- ເມື່ອພອນນີ້ ຫາກແປແລ້ວ ກາຍເປັນວິທະຍາສາດ ເກີດການລົດລະຕັນຫາລົງໄດ້ ທັງເປັນການພັດທະນາຕົນ ພັດທະນາຄົນ ແລະພັດທະນາຊາດລົງໄດ້, ເພາະເຮົາເຫັນວ່າ ຄົນລາວເຮົາທຸກວັນນີ້ ສັບສົນວຸ້ນວາຍກັບການຊອກສະແຫວງຫາເງິນຄຳກຳແກ້ວ ເມື່ອເຂົາຊອກຫາເຮົາຈະບອກໃຫ້ເຂົາຫາກະບໍ່ໄດ້ ເຮົາຜູ້ມີໜ້າທີ່ໃຫ້ ພອນກໍຕ້ອງໃຫ້ພອນເປັນວິທະຍາດສາດ ຫຼືສາດສູດສຸດ ທີ່ຕິດພັນກັບພຸດທະສາດ ຄື ເມື່ອຫາເງິນກໍໃຫ້ໄດ້ເງິນ ແລະຮູ້ຈັກມູນຄ່າຂອງເງິນ ຈຶ່ງຊື່ວ່າການຫາທີ່ຖືກຕ້ອງ.
- ພອນຫ້າ ນີ້ ມີຄວາມໝາຍເປັນດ່ັງນີ້:
ກ. ຫາເງິນຫຍວນໃຫ້ໄດ້ເງິນເຕັມຫີບ : ໝາຍວ່າ ຫາເງິນຫຍັງກໍຕາມ ຢ່າໃຫ້ມັນຢືດມັນຫຍວນງ່າຍ ໃຫ້ມັນໝັ້ນໝັ້ນຄົງ.
ຂ. ຫາເງິນກີບໃຫ້ໄດ້ເງິນເຕັມຂັນ : ຄືຂັນມັນໄວ້ ຢ່າໃຫ້ມັນໜີ ຈາກເຮົາງ່າຍໆ ຮູ້ຈັກການໃຊ້ຈ່າຍຢ່າໃຫ້ມັນກະທົບຕໍ່ຕົນ ແລະລະບົບເສດຖະກິດ.
ຄ. ຫາເງິນໝັນໃຫ້ໄດ້ເຕັມພາ : ໝາຍຄວາມວ່າ ຢ່າໃຫ້ມັນເປັນໝັນ ໃຫ້ມັນພາເຮັດພາສ້າງອອກລູກອອກຫຼານສືບຕໍ່ໄປ.
ງ. ຫາເງິນດອນລາໃຫ້ໄດ້ເຕັມໂອ : ຄືຄວາມພໍໃຈ ໃນເງິນ ແລະສັບສິນທີ່ຕົນຫາໄດ້ ໂອລະນໍ ຕົກລົງໃຈ ພໍໃຈ.
ຈ. ຫາເງິນຢູໂຣ ກໍໃຫ້ເຕັມເຮືອນເຕັມຊານ : ຄື ເຕັມອົກ ເຕັມໃຈ ພາຍໃນຕົນ ຄືລ້ຽງຕົນເອງ ໃຫ້ເປັນສຸກ
ຫາໄດ້ແລ້ວ ເອົາຝາກທະນາຄານທັງໃນໂລກນີ້ ແລະໂລກໜ້າ
- ທັງໝົດນີ້ ກໍມີທຳທາງພຣະພຸດທະສາສະໜາຫຼາຍຂໍ້ ທີ່ສະໜັບສະໜູນພອນ ໕ ຂໍ້ນີ້ໃຫ້ສຳເລັດຜົນ.

ການໃຊ້ພາສາ ບໍ່ຄວນໃຫ້ຟຸມເຟືອຍ(ການໃຊ້ພາທີ່ສັ້ນ ບໍ່ຄວນໃຫ້ມີຄວາມໝາຍໄດ້ຫຼາຍຢ່າງ)

ທ້າວແກ້ວ ກິນເຫຼົ້າມາຫຼາຍປີ ເມື່ອກິນເຫຼົ້າມາແລ້ວ ເຮັດໃຫ້ເຂົາມີນິໄສເສັຍ ແລະທຳລາຍສຸຂະພາບ ເມັຍເຂົາເອງກໍອ້ອນວອນ ຂໍໃຫ້ເລີກ ດື່ມເຫົ້ຼາເມົາເບັຍ, ເຂົາກໍພະຍາຍາມາຫຼາຍຫົນແລ້ວ ແຕ່ກໍຍັງບໍ່ຊ່ວງບໍ່ເຊົາ ວັນໜຶ່ງຕັດສິນໃຈໄປຫາຍາພໍ່ຢູ່ວັດ ເພື່ອຂໍຄຳປຶກສາ ວິທີເລີກເຫຼົ້າ
ເມື່ອໄປເຖິງວັດ ກໍພໍ້ຍາພໍ່ສົມໃຈ ຈຶ່ງຂາບລົງ ໓ ຄັ້ງແລ້ວກໍເວົ້າວ່າ:
- ທ້າວແກ້ວ: ຍາພໍ່ ຂ້ານ້ອຍກິນເຫຼົ້າມາກໍຫຼາຍປີແລ້ວ ເຫັນຜົນຂອງຄວາມເມົາມາແລ້ວ ຈຶ່ງຢາກເຊົາດື່ມເຫຼົ້າດື່ມເບັຍ ຊິມີວິທີໃດແກ້ໄຂ ແນ່ບໍຂ້ານ້ອຍ.
- ຍາພໍ່: ເອີ.....ແກ້ວເອີຍ ເຈົ້າສຳ ນຶກຈັ່ງຊີ້ກະດີແລ້ວ ຍາພໍ່ຂໍຖາມ ເຈົ້າວ່າ ເບັຍເຈົ້າກະກິນບໍ ?
- ທ້າວແກ້ວ: ໂດຍ ຂ້ານ້ອຍ, ເບັຍນີ້ ກິນຍິ່ງເປືອງຂ້ານ້ອຍ ກິນຈຳນວນ ຫຼາຍຈຶ່ງເມົາ.
- ຍາພໍ່: ເບັຍຫຍັງແດ່ທີ່ເຈົ້າມັກກິນ.
- ທ້າວແກ້ວ: ເບັຍລາວ ຂ້ານ້ອຍ ຄົນນິຍົມຫຼາຍ.
- ຍາພໍ່: ເອີ....ຄັນຊັ້ນໃຫ້ລູກປ່ຽນ ໄປກິນເບັຍ Tiger ລອງເບິ່ງເດີ ພໍ່ອອກ ຮັບຮອງວ່າຕ້ອງເຊົາກິນເຫຼົ້າ ກິນເບັຍແນ່ນອນ.
- ທ້າວແກ້ວ: ຮວາຍ....ຍາພໍ່ຄືວ່າຈັ່ງຊັ້ນ ບອກໃຫ້ເຊົາເຫຼົ້າ ເຊົາເບັຍລາວກັບໄປບອກກິນເບັຍໄທເກີ Tiger ຕື່ມຊໍ້າ ມັນຍິງໜັກກວ່າຫັ້ນແລ້ວ.
- ຍາພໍ່: ເຈົ້າບໍ່ເຫັນບໍ ເຂົາໂຄສະນາວ່າ "ໄຊຊະນະທີ່ຍິ່ງໃຫຍ່ທີ່ສຸດ ຄືການເອົາຊະນະໃຈຕົນເອງ" ຫັ້ນນາ
- ທ້າວແກ້ວ: .............................(ອືມ໌ໆໆໆໆ ອາດແມ່ນຄວາມຍາພໍ່)

ພາບສອງພາບທີ່ນຳມາມາສະເໜີນີ້ ບໍ່ມີຈຸດປະສົງໂຄສະນາເບັຍໃຫ້ເຂົາ ແຕ່ມີວັດຖຸປະສົງເອົາມາເປັນ ຕົວຢ່າງ ໃຫ້ເຫັນວ່າ ພາສາລາວນີ້ເປັນພາສາທີ່ຈະຕ້ອງໃຊ້ຕັກກະ(Logic) ຫາກເຮົາບໍ່ໃຊ້ຕັກກະ ໃນ ການສື່ສານແລ້ວ ເມື່ອເຮົາສື່ຄວາມໝາຍໜຶ່ງຄົນກໍເຂົ້າໃຈໄປອີກແບບໜຶ່ງ ຫາກເຮົາໃຊ້ທຳມະດາ ຜິດແນ່ບໍ່ວ່າຫຍັງ ຫາກໃຊ້ທາງການ ເຄິງທາງການ ແລະຄຳໃນສາສະໜານີ້ ມັນຈະເຮັດໃຫ້ຄົນຕີ ຄວາມໝາຍເຂົ້າໃຈຜິດຈຸດປະສົງໄດ້.

ທ່ານເຫັນໂຄສະນານານີ້ແລ້ວ ທ່ານຍັງຈະດື່ມເຫຼົ້າດື່ມເບັຍອີກບໍ ? ແມ່ນກະທັງເຈົ້າຂອງເບັຍເອງ ຍັງບອກວ່າ ໄຊຊະນະເໜືອສິ່ງອື່ນໃດ ຄືເອົາຊະນະໃຈຕົນເອງ, ໝາຍຄວາມວ່າ ຄົນທີ່ດື່ມເຫຼົ້າດື່ມເບັຍ ເປັນຄົນທີ່ໂມຄະ ບໍ່ເອົາຊະນະຕົນເອງ ຍອມເປັນທາດຂອງເຫຼົ້າຂອງເບັຍ, ອືມ໌ ຊ່າງເຂົ້າໃຈໂຄສະນານໍ ?
- ສະຫຼຸບ : ການໃຊ້ພາສາ ບໍ່ຄວນໃຫ້ຟຸມເຟືອຍ(ການໃຊ້ພາທີ່ສັ້ນ ບໍ່ຄວນໃຫ້ມີຄວາມໝາຍໄດ້ຫຼາຍ ຢ່າງ)

ການໃຊ້ພາສາທີ່ບໍ່ຄຳນຶງ.

- ທີ່ເຮືອນບຸນ ມັກຄະທາາຍົກກຳລັງປະກາດເອີ້ນລູກໆຫຼານຂອງເຈົ້າພາບເຂົ້າມາຮັບພອນ ເພາະວ່າເປັນເວລາສຸດທ້າຍຂອງການເຮັດບຸນແລ້ວ ລູກໆຫຼາຍໆ ໃຫ້ເຂົ້າມາໝົດ ຄາວຽກຢູ່ກໍໃຫ້ປະກ່ອນມາຮ່ວມອະນຸໂມທະນາບຸນພ້ອມກັນ.

- ມັກຄະນະທາຍົກ: ເອົາເດີ...ລູກຫຼານເອີຍເຂົ້າມາເດີ ມາຮ່ວມອະນຸໂມທະນາບຸນນຳກັນສຸດທ້າຍແລ້ວໃດ໋ (ພໍ່ຕູ້ມັກຄະທາຍົກທັງເອີ້ນທັງຈັດແຈງໃຫ້ພວກເດັກນ້ອຍທີ່ເຂົ້າມານັ່ງ ເຕັມຕໍ່ໜ້າພຣະທັງໜຸ່ມທັງສາວ ທັງເດັກນ້ອຍ ພໍ່ຕູ້ທັງຍ້ອງທັງເວົ້າໃສ່ໄມວ່າ ຈັ່ງແມ່ນລາວມີບຸນເນາະພໍ່ຕູ້ແມ່ຕູ້ນລູກຫຼາຍເຕັມບ້ານເຕັມເມືອງບອກລອນສອນງ່າຍທຸກຄົນ, ພ້ອມທັງ ຖາມໄປວ່າໝົດແລ້ວບໍລູກຫຼາຍ ? ເດັກນ້ອຍກໍຕອບວ່າໝົດແລ້ວ, ພໍ່ຕູ້ມັກຄະທາຍົກກໍຫຼຽວເບິ່ງຄົນເຫຼົ່ານັ້ນມີແຕ່ເດັກນ້ອຍ ບໍ່ເຫັນຜູ້ໃຫຍ່ຈັກຄົນ ຈຶ່ງຖາມໄປວ່າ.

- ມັກຄະທາຍົກ: ເອົາວ໌.....ເປັນຫຍັງຄືຈັ່ງວ່າມີແຕ່ເດັກນ້ອຍໆແທ້, ຜູ້ໃຫຍ່ໄປໃສໝົດ (ຜູ້ໜຶ່ງດອກຄວາມອອກມາຈາກນອກເຮືອນພຸ້້ນ)
- ລູກຊາຍກົກເຈົ້າພາບ: ຜູ້ໃຫຍ່ຢູ່ນອກພີ້.
- ມັກຄະທາຍົກ: ເອົາວ໌.....ສູເປັນໃຜ ?
- ລູກຊາຍກົກເຈົ້າພາບ: ລູກຊາຍຂອງພໍ່ຕູ້ແມ່ຕູ້ ພ້ອມນ້ອງ ແລະໃພ້ເຂີຍ ແລະຫຼານໆໆ.
- ມັກຄະທາຍົກ: ສູເປັນຫຍັງບໍ່ເຂົ້າມາໃນເຮືອນພີ້ລະ
- ລູກຊາຍກົກເຈົ້າພາບ: ຈັກແລ້ວ ພໍ່ຕ້ອງຫາກເອີ້ນແຕ່ລູກຫຼານໃຫ້ເຂົ້າໄປໃນ ບາດລູກແທ້ ກັບຫຼານຄິງໆພັດບໍ່ເອີ້ນກະນັ່ງຢູ່ພີ້ແຫ້ຼວ.
- ມັກຄະທາຍົກ:..........................ຫື ຈັ່ງແມ່ນສຳບັດສຳນວນນໍ
ຄົນທັງຫຼາຍຮ່າໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

ເດັກນ້ອຍລາວ ບໍ່ໄວ່າເປັນເດັກທີ່ບໍ່ສະຫຼາດ


ຄຳນິຍາມຂອງພາສາວິບັດ:- 
ພາສາວິບັດ ຄືເປັນຄຳທີ່ຜິດຈາກເຄົ້າເດີມ ທັງຮູບ ແລະສຽງ, ຄຳວ່າ ຮູບໝາຍເຖິງ ການວິບັດທາງອັກຂຣະວິທີ, ຄຳວ່າສຽງ ໝາຍເຖິງວິບັດທາງສຽງເດີມ, ຄືໝາຍເຖິງການຜິດຈາກເຄົ້າເດີມທັງຮູບ ແລະສຽງ, ເຊິ່ງໂດຍສ່ວນໃຫຍ່ພາສາວິບັດນີ້ ມັກຈະຜິດຫຼັກການຂຽນຢູ່ສະເໝີ ແລະການເວົ້າຢູ່ສະເໝີ, ຖ້າຈະໃຫ້ແຍກໄດ້ງ່າຍໆ ຄື ຄຳທີ່ບໍ່ເປັນໄປຕາມກົດເກນຂອງຫຼັກພາສາລາວ ຜິດ ຫຼັກໄວຍາກອນ ຫຼືຕ່າງຈາກພາສາເດີມ ຈະເປັນພາສາວິບັດ.

ເຊັ່ນ :ໃນພາສາລາວ ພາສາວິບັດຈະປາກົດດັ່ງນີ້

ວິບັດສຽງ:
- ມະຫາວິທະຍາໄລ ເວົ້າວ່າ ມະຫາໄລ
- ບໍ່ເປັນສັງ ເວົ້າວ່າ ບໍ່ເປັນສາງ
- ແວ່ມາຢາມ ເວົ້າວ່າ ແວະມາຢຽມ 
- ແວ່ນຕາ ເວົ້າວ່າ ແວ້ນຕາ ແວ່ນຕາ.
- ເວລາວ່າງ ເວົ້າວ່າ ເວລາວ້າງ.
- ຫຼວງຫຼາຍ ເວົ້າວ່າ ເປັນຫຼວງລາຍ.
- ເປັນເຄົ້າ ເວົ້າວ່າ ເປັນເຂົ້າ.
- ສະໜັບສະໜູນ ເວົ້າວ່າ ສະໜັບສະນູນ.


ໃນພາສາຕ່າງປະເທດ ເມື່ອທັບສັບມາເປັນພາສາລາວແລ້ວ ມັກຈະປະກົດວິບັດເກີອບທຸກຄຳ
 -ໂຕໂຍຕາ ວ່າໂຕໂຍຕ້າ
- ຮົງດາ ຫຼືຮອນດາ ວ່າຮອນດ້າ (ອະດີດວ່າ ຮົງດາ)
- ອາດີນາ ອອກສຽງວ່າ ອາດີນ້າ
- ອີທີແອລ(ETL) ອອກສຽງວ່າ ອີທີແອ້ວ.
- ລາວສຕາຣ໌ທີວີ ແຊນແນລ ອອກສຽງວ່າ ລາວສະຕ້າທີວີ ເຊີແນ້ວ 
- ນ້ຳຊິອິ໊ວ ວ່ານ້ຳຊິອິ້ວ.
- ແໜມເນືອງ ວ່າແໜມເໜື້ອງ 
- ເຕົາຮູ້ ອອກສຽງວ່າເຕົ້າຮູ້ 
- ເຕົາຮ໊ວຍ ອອກສຽງວ່າເຕົ້າຮູ້
- ໄຟແນນຕ໌ ອອກສຽງວ່າ ໄຟແນ້ນ.
ແລະອື່ນໆ

ວິບັດຮູບ:
- ໃນອັກຂຣະວິທີຂອງລາວເຮົາມັກຈະວິບັດຮູບຫຼາຍ ເຊິ່ງເປັນຜົນມາຈາກຮຽນຕາມສຽງ ຈຶ່ງຂໍຍົກຕົວຢ່າງມາພຽງ ເລັກນ້ອຍ ຄື


- ພາສາລາວ ກໍຄືພາສາໃນໂລກ ຈະບໍ່ເປັນພາບໍຣິສຸດໄດ້ ເພາະວ່າໂລກມີການປ່ຽນແປງ ພັດທະນາ ແລະມີການສື່ສານຮ່ວມກັນຂອງຄົນທັງໂລກ ດ້ວຍເຫດນັ້ນໃນພາສາລາວ ຈຶ່ງຕ້ອງມີພາສາຕ່າງໆປາກົດຕົວຢູ່ ໂດຍສະເພາະໃນພາສາລາວ ຈຶ່ງມີຄຳໃນພາສາ ປາລີ, ສັນສະກິດ ແລະພາສາອື່ນໆປົນຢູ່ ໃນພາອື່ນທີ່ປົນຢູ່ນັ້ນ ສະນັ້ນພາສາລາວຈຶ່ງຈຳເປັນຕ້ອງຂຽນຕາມເຄົ້າ ສັບ ຫຼືຮາກສັບເພື່ອປ້ອງກັນບໍ່ໃຫ້ສຽງຂອງເຄົ້າສຽງເດີມວິບັດໄປຈາກສຽງເຄົ້າຫຼາຍ, ທັງຄວາມໝາຍ ແລະຮູບຄຳດ້ວຍ.



ການຮູບໃນພາສາລາວ (ການວິບັດຮູບໃນພາສາແທ້ໆມັກມີ້ໜ້ອຍ ເພາະວ່າພາສາລາວແທ້ໆນັ້ນສ່ວນຫຼາຍຈະ ໃຊ້ຂຽນເປັນຄວາ ແລະພາສາລາວທຸກຄວາມ(ຄຳ) ມັກຈະສື່ຄວາມໝາຍໃນໂຕເອງເຊັ່ນ, ປູ, ປາ, ນາ, ໄຮ່, ໄກ່, ກາ, ຜາ, ສວນ ແລະອື່ນ) ແຕ່ປັດຈຸບັນຫຼີກລຽງບໍ່ໃຫ້ວິບັດເຊັ່ນ.
- ຫຼາຍໆ ບາງຄົນມັກອອກສຽງ ລາຍໆ.
- ຄວາມໝາຍ ບາງຄົນມັກອອກສຽງ ຄວາມມາຍ.
- ເປັນເຄົ້າ ບາງຄົນມັກອອກສຽງ ເປັນເຂົ້າ.
- ສົມຄວນ ບາງຄົນມັກອອກສຽງ ຊົມຄວນ.
(ອັກນີ້ອີງຕາມສຽງຂອງທ້ອງຖິ່ນກະມີ ຫຼືເຜົ່າຊົນໃນລາວທີ່ມີສຽງພາສາເກີດແລ້ວ ຍັງໄດ້ປ່ຽນມາເວົ້າພາສາຊາດອີກ ຈຶ່ງອອກສຽງຜິດໄປ)

- ວິບັດຮູບ.
ສຳລັບວິບັດຮູບນັ້ນ ໃນພາສາຕ່າງປະເທດມັກຈະວິບັດເກືອບທັງໝົດ.

- ທຣູກາເຟ ປາກົດຂຽນ ທູຣກາເຟ 
- ວົງດົນຕຣີ ປາກົດຂຽນ ວົງດົນຕີ, ວົງດົນຕີຣ, ວົງດົນຕຼີ.
- ດ໊ອກເຕີຣ໌ ປາກົດຂຽນດອກເຕີ
- ແອຣ໌ ປາກົດຂຽນ ແອ
- ຄລິນິຄ ມັກຈະຂຽນ ຄີີຣນິກ, ຄະລີນິກ, ຄະຣີນິກ....
- ອັຕໂນມັຕ ມັກຈະຂຽນ ອັດຕະໂນມັດ

- ສະຫຼຸບຄວາມແລ້ວ ພາສາວິບັດ ໝາຍເຖິງພາສາເວົ້າ ແລະພາສາຂຽງວິບັດທັງສອງ, ເພື່ອປ້ອງກັນບໍ່ໃຫ້ພາສາວິ ບັດຕ້ອງພັດທະນາອັກສອນກ່ອນ ແລ້ວກໍພັດທະນາ ອັກຂະຣະວິທີ ເມື່ອອັກຂຣະວິທີຖືກ ພາສາກໍຖືກ ເພາະອັກຂຣະວິທີ ເປັນວິທີບັນທຶກສຽງເວົ້າບໍ່ໃຫ້ປ່ຽນນັ້ນເອງ.

ເສັຍພາສາເໝືອນເສັຍຊາດ

ເສັຍພາສາເໝືອນເສັຍຊາດ
(ເຜີຍແຜ່ສູ່ສາທາຣະນະຄັ້ງແຮກ ເມື່ອ ປີ ໑໔ ເດືອນ ໖ ຄ.ສ ໒໐໐໕, ໃນໜັງສືອັກຂະຣະສາຕຣານຸສຣ)

ເສັຍພາສາເໝືອນເສັຍຊາດມ້ວຍ ມ້ຽນມິ່ງມໍຣະນັງ
ຊື່ສຽງມວນມາຍມຸດ ລຶບສູນສະຫຼາຍສ້ຽງ
ສຽງບໍ່ໃສຍາມຈາເວົ້າ ສາກົນຄົນເຂົາດູຖູກ
ປະຫວັດຂຽນຂີດແຕ້ມ ແຊມທ້າຍກ່າວປະນາມ

ຮ້ອຍວັນພັນໝື່ນມື້ ຄົນຈາດ່າວິຈານຕິ
ໃຜຫາກທຳລາຍສຽງ ສື່ອັກສອນພາສາເວົ້າ
ພໍພຽງເຍົາຫຼືສູນສິ້ນ ອັກສອນສິນພາສາສາດ
ຊາດກໍມ້ວຍມິ່ງສ້ຽງ ພື້ນຖານເຄົ້າກໍເລົ່າເພ

ວັດທະນະທຳທີ່ອາດເອ້ ປະດັບຊາດແຊມຊອນ
ກໍມ້ວຍມອນຫຼຸດລົງ ບ່ຽງເບນຈົນເປັນເປັ້ຍ
ເຫຼືອແຕ່ພຽງຢູ່ໃນເຈັ້ຍ ເສັຍຄຸນສູນເປົ່າ
ເຫັນຂອງເຂົາເປັນດອກໄມ້ ບູຊານ້ອມເບັ່ງບານ

ການປົກຄອງວຽກບ້ານ ທີ່ປະຊາ-ພັກ-ລັດໄດ້ປົກປັກ
ກໍເລົ່າຢຸດຊະງັນງັກ ຍ້ອນມືດຕັນບໍ່ເຫັນຮູ້
ຄົນທີ່ທຳການນ້ອມ ສະໜອງງານກໍມືດບອດ
ມອງບໍ່ເຫັນແບບເບື້ອງ ນະໂຍບາຍບັ້ນບ່ອນໝາຍ

ສ່ວນກົດໝາຍເປັນຍອດແກ້ວ ປົກຄອງຊາດໃຫ້ຄົງທົນ
ເຖິງວ່າດີພຽງໃດ ກໍເລົ່າແປໄປເປັນຮ້າຍ
ສະໜອງງານບໍ່ເຕັມຮ້ອຍ ຍ້ອນອັກສອນເສັຍສູນເສື່ອມ
ບັນຍັດລົງຖືກຕ້ອງແລ້ວ ກໍແປປິ້ນປ່ຽນຄວາມ

ສາສະໜາແຕ່ເກົ່າກີ້ ທີ່ສືບທອດມານານເຫິງ
ຕັ້ງແຕ່ເປີງປາງຍຸກ ພຣະເຈົ້າຟ້າມງຸ່ມນຳພານ້ອມ
ບັນດິດມີຄວາມຮູ້ ບໍ່ຫານຂຽນສືບຕໍ່
ອັກສອນຫຼໍ່ດ່າງດ້ອຍ ຄວາມຄົນເວົ້າກໍເສື່ອມລົງ

ເພາະວ່າທຸກວຽກບ້ານ ການເມືອງສິ່ງແນວຄົມລົບ
ຖືກບັນທຶກຂຽນລົງ ດ້ວຍອັກສອນລາວລ້ວນ
ຈົ່ງຕ້ອງຄວນປົກປ້ອງ ພາສາລາວໃຫ້ເໝືອນເກົ່າ
ຢ້ານລາວລືມຊາດເຄົ້າ ໜີໄປເຂົ້າເພິ່ງເຂົາ ຫັ້ນນາ

ພາສາບອກຊາດເຊື້ອ ເຄືອເຜົ່າວົງວານ
ສະກຸນເດີມດາສັງ ປະກາດຄວາມຄຳແຈ້ງ
ສືບທວນທາວສະແຫວງຄົ້ນ ຂຸດຄົວຄົນຈົນປີ້ນປົ່ນ
ຄຸນຄ່າຄົນທີ່ສືບຄົ້ນ ຊື່ສຽງພົ້ນພົ່ນສູງ

ຝູງມະນຸດຊາດເຊື້ອ ພາສາສາດແນວກຳນົດ
ກົດບອກຄວາມຄຳຄັກ ແຍກຄົນໃຫ້ສູງພົ້ນ
ພາສາຄົນຄວາມຄຳເວົ້າ ໄດ້ຈັດແຈງແຈກຈ່າຍ
ສື່ສານຊີ້ບົ່ງເລື່ອງ ບັນຍາຍແຈ້ງໃຈຄວາມ

ຄົນຈະຮູ້ຄ່າເຄົ້າ ພື້ນຖານເກົ່າຂອງຕົນ
ຄົ້ນຈາກຮອບບັນທຶກ ທີ່ຂີດຂຽນສະຫຼັກໄວ້
ໃນແຜ່ນຫີນສີລາກ້າ ໃນເຈັຍສາໃບລານເກົ່າ
ຖ້າຄົນເຮົາກືກໃບ້ ກໍຈົນໄຮ້ຄ່າບໍ່ມີ

ປ່ອຍໃຫ້ຊາດອື່ນຊີ້ ຈູງຈ່ອງສະໝອງໃຫຼ
ເຫຼືອແຕ່ກາຍເດີນຫັນ ດັ່ງຄວາຍໃຫ້ເຂົາໃຊ້
ຈູງເຄົາໄປເໜືອໃຕ້ ຕາມໃຈທີ່ເຂົາຊອບ
ສ່ວນຣະບອບແບບເບື້ອງ ທາງຊິກ້າວແມ່ນບໍ່ມີ

ຈິດໃຈຊາດກໍລັບລີ້ ປີ້ປົນເປັນຄົນປຶກ
ເຖິງຊິເອົາຄຳສອນ ໂກດກືກອງລ້ານ
ມາອົບຮົມໃຫ້ສົມແມ້ງ ມະໂນໃນໃຈຊື່ນ
ຍິ່ງຈະລື່ນຮີດເຄົ້າ ເພາະພາສາເວົ້າຖືກປ່ຽນແປງ

ພາສາເປັນສິ່ງແຈ້ງ ບອກຊາດສີວິໄລ
ບອກຊີວິດຈິດໃຈ ພຶດຕິກັມການກ້າວ
ບອກເຖິງຄວາມແຂງເຂັ້ມ ພະລັງແຮງຂອງຊາດ
ທຸກມິ່ງມວນທີ່ຊາດຢັ້ງ ອັກສອນແຕ້ມຂີດຂຽນ

ຫາກອັກສອນຖືກລຶບຫ້ຽນ ປະປ່ອຍໄປຕາມກັມ
ເຖິງຊິພັດທະນາວັດທະນະທັມ ການປົກຄອງບໍ່ຢຸດຢັ້ງ
ກໍບໍ່ເຕັມຕາມຕັ້ງ ຄວາມສົມຫວັງຂອງຊາດ
ເອກະລາດອາດຖືກມ້າງ ໂດຍບໍ່ຮູ້ເມື່ອຄີງ

ອັນນີ້ຮຽມມາຄິດໃຄ່ຮູ້ ຊິ້ງຊອມເບິ່ງພາສາລາວ
ນັບມື້ວັນຕາຍລືມລົບ ຫຼຸ້ຍຫຼໍລົງເລື້ອຍ
ທັງສຽງຈາຄວາມຄຳເວົ້າ ອັກສອນຂຽນໄປຕາມຊອບ
ບໍ່ປະກອບໄປຕາມເຄົ້າ ພາສາຊັ້ນຊາດຈະເຣີນ

ສະນັ້ນ, ຈຶ່ງໄດ້ຮ້ອງຮຽກເອີ້ນ ເຊື້ອເຜົ່າຊາວລາວ
ຈົ່ງຄ່ອຍຊູພາສາ ຊາດລາວໃຫ້ຄົງໄວ້
ເພື່ອສ້າງລາວໃຫ້ໃສເຫຼື້ອມ ເຮືອງຮອງໝັ້ນແກ່ນ
ຕາມແນວທາງພັກ-ລັດຊີ້ ປະຊາພ້ອມປະກອບການ ທ່ານເອີຍ

ໝາຍເຫດ: ພາສາເສັຍ ໝາຍເຖິງພາສາຮັບໃຊ້ສັງຄົມບໍ່ທົ່ວເຖິງ, ພາສາວິບັດ, ພາສາວິປະຣິດ, ຂຽນຜິດ, ບໍ່ສາມາດອະທິບາຍໃນລັກສະນະທາງຕັກກະໄດ້, ບໍ່ມີວິວັດທະນາການໄປຕາມການປ່ຽນແປງຂອງສັງຄົມ, ການເມືອງ, ການປົກຄອງ. ວິທະຍາສາດ ແລະເຕັກໂນໂລຍີສະໄໝໃໝ່ ບໍ່ມີເອກະລັກຂອງຊາດ ທັງວັດຈະນະພາສາ ແລະອັກຂະຣະພາສາ.

ພາສາລາວ-ໄທຍ໌ ໃຜວ່າຕ່າງກັນ

ກົບ
ໄກ່
ກະບວຍ
ແມວ
ໝາ/ສຸນັກ
ຄວາຍ
ຊ້າງ
ມ້າ
ມ່ວນ/ສະໜຸກ/ອອນຊອນ
ກົດ/ຈ້ອງ/ຄັນຮົ່ມ/ຄັນຍູ
ຟອຍ/ໄມ້ກວາດ/ຍູ
ວ່າວ
ໝາກເຜັດ/ໝາກພິກ/ໝາກເອືອດ
ໝາກຍົມ/ມະຍົມ(ຊຽງຂວາງ)
ຄາດ
ໄຖ
ໝໍ້
ຖ້ວຍ
ໂຖ
ໂອ
ຊາມ
ງ້ຽງ
ຈອກແກ້ວ
ຈອກຢາງ
ຈອກໄມ້
ພັດລົມ
ຫົວ/ສີສະ/ເກດ/ເກົ້າ
ປ້າຍ
ແຫວນ
ແວ່ນ
ຫວີ
ຊ້ອງ
ສ້ອຍ
ນົກ
ເປັດ
ກິນເຂົ້າ/ຮັບປະທານ
ກວາງ
ຟານ
ລາບ
ກ້ອຍ
ປີກ້ວຍ
ຫຍວກກ້ວຍ
ນົບ
ໄຫວ້
ສູດມົນ
ແດງ
ດຳ
ເຫຼືອງ
ຂາວ
ຜ້າ
ເສື້ອ
ໝອນ
- ໜຶ່ງ
- ສອງ
- ສາມ
- ສີ່
- ຫ້າ
- ຫົກ
- ເຈັດ
- ແປດ
- ເກົ້າ
- ສິບ
- ບວກ
- ລົບ
- ຄູນ
- ຫານ
- ທ່ານຜູ້ນຳ
- ສະມາຄົມ
- ຕົກລົງ
- ຍົກເລີກ
- ເພື່ອນ/ໝູ່/ສະຫາຍ/ສ່ຽວ
- ແວ່ນຕາ
- ປັກຕູ/ປະຕູ/ຜັກຕູ
- ປ່ອງຢ້ຽມ
- ພາຍເຮືອ
- ແຈ້ວເຮືອ
- ກວດ
- ໂຫຼ
- ຕູ້
- ຕັ່ງ
- ຕຽງ
- ຊະແນນ
- ທຳມາດ
- ນອບນ້ອມ
- ບັດປະຈຳຕົວປະຊາຊົນ
- ມູມມອງ
- ເຄື່ອງມື
- ເລື່ອຍ
- ສິ່ວ
- ເຊືອກ
- ນ້ຳ
- ນາ
- ນອນ
- ຫຼັບ
- ກະໂດດ
- ເຕັ້ນ
- ຮ້ອງເພງ
- ລຳ
- ຟ້ອນ
- ແຄນ
- ຄົກ
- ສາກ
- ເຂົ້າມ່າ
- ເກືອ
- ໝາກນາວ
- ໝາກເຟືອງ
- ໝາກສົ້ມໂອ/ມະສົ້ມໂອ (ໝາກກ້ຽງໃຫຍ່, ໝາກກ້ຽມເທດ, ໝາກກ້ຽງເທບ, ໝາກພຸກ-ຄົນລາວຮຽກໝົດຄົນໄທຍຮຽກຫຍັງລະ)
- ຜາສາດ/ປາສາດ
- ຄ້ອນ
- ຫຍ້າຄາ
- ລອຍນ້ຳ
- ແລກ(ໝາຍເຖິງເອົາເກືອແລກເຂົ້າ)
- ປ່ຽນ(ໝາຍເຖິງເອົາເງິນສະກຸນໜຶ່ງປ່ຽນເອົາເງິນສະກຸນໜຶ່ງ)

(ເອົາເທົ່ານີ້ກ່ອນ ຄັນບໍ່ຮູ້ອີສັງຊິຖາມມາ)
(ຄຳເລົ່ານີ້ ພາສາໄທຍວ່າຈັ່ງໃດນໍບອກແນ່ ບໍ່ຮູ້ ?)

ໝາຍເຫດທີ່ເມືອງລາວ "ໝາກ" ມີຊາວພວນ ວ່າ "ມະ" ເຊັ່ນ ໝາກພ້າວ-ມະພ້າວ

ຕ່າງ ຫຼືເໝືອນ

ໄມ້ໂລ່ງເລງ
ໄມ້ຈິກ
ໄມ້ຮັງ
ແຫ
ມອງ
ຕາຂ່າຍ
ນ່າງ
ຂວານ
ພ້າ
ມີດ
ຂັ້ນໃດ/ກະໃດ/ບັນໃດ
ນົກຈອກ
ນົບຈິບ
ນົກກະຈາບ
ແມງອີ
ແມງງ້ວງ
ແມ່ງກະຈັກຈັ່ນ/ຈັກຈັ່ນ
ເຝີ/ກຸ໊ຍຕ່ຽວ/ກ໊ວຍຕ່ຽວ
ແໜມ
ສົ້ມໝູ
ເອາະ
ແກງ
ປາຈາວ
ຕຽງ
ໄຟ
ມື
ຂາ
ແຂ່ງ
ແຂນ
ຂົວ/ສະພານ/ຕະພານ
ຫ້ວຍ
ຮ່ອງ
ໜອງ
ບຶງ
ເຊ
ແມ່ນ້ຳ
ທະເລ
ສະໝຸດ
ມະຫາສະໝຸດ
ອ່າວ
ດຳ
ແດງ
ເຫຼືອງ
ຂາວ
------------
ແປໃຫ້ແນ່
------------
ອັນນີ້ ກະລອງແປ
- ສັກຄະໂຍງໂຄງເຄງ
- ສະອອດສະອ້ອນ
- ສະຫຼາດສະຫຼຽວ
- ອຸກອັ່ງທັ່ງທວງ
- ອຸບອິບ
- ຊັກຊວນອວນຮຽກ
- ປາກປຽກນ້ຳລາຍໄຫຼ
- ລຸກລົນທົນຮ້ອນ
- ເຢາະຢ້ອນໄປມາ
ລອງແປໃຫ້ແນ່ເນີ

ອັກສອນລາວ ທຽບອັກສອນໃນເຄືອຍາດດຽວກັນ



ອ້າງອິງ
http://my.opera.com/neuang/blog/show.dml/18275082

ເດີນຕາມຮອຍບັນພະບູຣຸດມີແຕ່ຈະເຣີນ


ອັກສອນຫ້ອຍ -
ຫນ ໃຊ້ ໜ
ຫມ ໃຊ້ ໝ
ຫຍ ໃຊ້ ຫຽ
ຫລ ໃຊ້ ຫຼ
ຫວ ໃຊ້ ຫວ ເພາະ ວ ບໍ່ມີອັກສອນຫ້ອຍ.

ພາສາປາລີມີໃນພາສາລາວ/ໃກ້ໂຕ ແຕ່ບໍ່ຮູ້

ພາສາ
ອັກສອນ
ເລຂ
ສະບາຍ
ກົດ
ການ
ເວລາ
ກາລະ
ບາບ
ບຸນ
ຄຸນ
ໂທດ
ປະໂຫຍດ
ກຳ
ອາຫານ
ທະນາຄານ
ລັດຖະບານ
ປາຣະມີ
ລິດ
ເດດ
ເອກ
ໂທ
ຕີ
ປະຖົມ
ມັດທະຍົມ
ອຸດົມ
ວິທະຍາໄລ
ມະຫາວິທະຍາໄລ
ຣົດ
ຍົນ
ຈັກ
ເພັດ
ແລະອື່ນໆ (ບໍ່ວ່າທ່ານຈະເວົ້າຫຍັງກໍຕາມ ທຸກໆ ປະໂຫຍກ ຈະຕ້ອງມີພາສາປາລີປະກົດຕົວສະເໝີ)
ຕົວຢ່າງ.
ກ. ບ້ານເມືອງເຮົາດຽວນີ້ພັດທະນາ (໑ ປະໂຫຍກ) ມີ ປາລີຢູ່ ຄື "ພັດທະນາ"
ຂ. ນະຄອນຫຼວງວຽງຈັນ ຄົບຮອບ ໔໕໐ ປີ ໃນປີນີ້ (໒ ປະໂຫຍກ) ມີ ປາລີຢູ່ ຄື "ນະຄອນ ແລະ ຈັນ"
ຄ. ຂ້ອຍຂັບຣົດ ໄປມະຫາວິທະຍາໄລ ທຸກໆວັນ.(໔ ປະໂຫຍກ) ມີ ປາລີຢູ່ ຄື "ຣົດ, ມະຫາ, ວິທະຍາ ແລະໄລ"
ງ. ເຮັດການກັບຣັດ ເງິນເດືອນບໍ່ຫຼາຍ ເໝືອນກັບເອກະຊົນ ຕ້ອງອົດທົນເອົາ (໔ ປະໂຫຍກ) ມີປາລີຢູ່ ຄື "ການ, ຣັດ, ເອກະ ແລະຊົນ"
- ດ້ວຍເຫດນັ້ນ ເຮົາຈຶ່ງປະຕິເສດບໍ່ໄດ້ວ່າ ພາສາລາວເຮົາບໍ່ມີພາສາປາລີ.
----------------
- ສົມພອນ
- ອັສຈັນ
- ພອນສະຫວັນ
- ວັນຈັນ
- ວັນອັງຄານ
- ວັນພຸດ
- ວັນພະຫັດ - ພະຣຶຫັດ
- ວັນສຸກ
- ວັນເສົາ
- ພະຍາບານ
- ທະນາຄານ
- ຍົມພິບານ
- ທະຫານ
- ຮັບປະທານ
- ລັດຖະກອນ
- ລັດຖະການ
- ກຳມະການ
- ປະທານປະເທດ
- ປະທານາທິບໍ່ດີ
- ສຸຂີ
- ສະມັກຄີ
- ສັງຫະລີ
- ລັດຖະມົນຕີ
- ອະທິການບໍດີ
- ປັນຍາ
- ສັດທາ
- ວາຈາ
- ກັງຂາ
- ເມດຕາ
- ມຸນທາ
- ວະດີ
- ສັນຕິ
- ຊື່ປະເທດລາວ ເປັນປາສາປາລີບໍ ? (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ)
- ຄຳຂວັນຂອງປະເທດລາວ (ສັນຕິພາບ ເອກະລາດ ປະຊາທິປະໄຕ ປະຊາຊົນລາວ)
- ວຽງຈັນ
- ອະນຸສາວະລີ
- ພຣະເຈົ້າໄຊຍະເຊດຖາ
- ພຣະເຈົ້າອະນຸວົງ
- ຄາລາວາດ
- ປະກາດ
- ນະຄອນ
- ປະຊາຊົນ
- ໄຊໂຍ
- ໂລຫິດ
- ພິຊິດ
- ບັນພະຊິດ
- ຊີວິດ
- ອາຍຸ
- ສະຫວັນນະເຂດ
- ໄຊຍະບູຣີ
- ຊົນລະປະທານ
- ອາຈານ
- ທະຫານ
- ທະນາຄານ
- ປະຕິພານ
- ເທດສະໜາ
- ກັມມະວາຈາ
- ສຸຣາ
- ແພດ
- ສາດ
- ອາຄາດ
- ທຳມະຊາດ
- ສຳພາດ
- ໂອວາດ
- ອະນຸຍາດ
- ສານ
- ອາການ
ແລະອື່ນໆ
(ຄຳເລົ່ານີ້ ເປັນຄຳໃນພາສາປາລີ-ສັນສະກິດບໍ ແປເປັນພາສາປາລີ-ສັນສະກິດໃນພາສາໄທຍ໌ ໃຫ້ແນ່ຢາກຮູ້

ຫຼຸດກັບລົດ ຄວນໃຊ້ຈັ່ງໃດ ?

- ເບິ່ງໂທຣະທັດ, ຟັງວິທະຍຸ ແລະອ່ານໜັງສືພິມແລ້ວ ມັນເຈັບຫົວ, ຈັ່ງແມ່ນຊາດອິດດູໂຕນສົງສານພາສາລາວແທ້ໆ ຈັ່ງແມ່ນຢຽບຢໍ່າທຳລາຍພາສາລາວໂຕເອງແທ້ໆນໍ ຖືກເຂົາດູຖູກແລ້ວບໍ່ແລ້ວ ຍັງຖືກເຂົາຫຼອກອີກ, ຄົນລາວເຮົາຊິບໍ່ພົ້ນ ຈາກຄວາມເປັນ ທາດເຂົາແທ້ໆບໍ ?
- ເມື່ອກ່ອນເປັນທາດທາງກາຍ ບາດຕໍ່ສູ້ໄດ້ໄຊຊະນະມາແລ້ວ ກັບເປັນທາດທາງແນວຄິດ ຂ້ອຍສົງສານບ້ານເມືອງ ແລະປະເທດຊາດລາວ ແລະຄົນລາວແທ້.
- ຄຳວ່າລົດ ກັບ ຫຼຸດນີ້ ໃຊ້ໄດ້ທັງສອງ ເມື່ອກ່ອນເຂົາວວ່າ "ລົດລາຄາຄັ້ງຍິ່ງໃຫຍ່" ດຽວນີ້ "ຫຼຸລາຄາຄັ້ງຍິ່ງໃຫຍ່" ນີ້ມັນມີຄວາມໝາຍຕ່າງກັນເດີ ທັງລົດທັງ ຫຼຸດລ້ວນແຕ່ແມ່ນພາສາລາວທັງນັ້ນ (ທຳລາຍພາສາລາວດ້ວຍຄວາມບໍ່ຮູ້ ທຳລາຍໄດ້ໂດຍການງ່າຍ ແລະຮື້ຟື້ນຍາກທີ່ສຸດເດີພີ່ນ້ອງ.
- ເມື່ອຫຼາຍປີມານີ້ ພາສາລາວເຮົາແປກໆ ເຂົ້າມາແຊກຊ້ອນຢູ່ໃນສື່ ວິທະຍຸ ໂທຣະທັດ ສື່ສິ່ງພິມ ປ້າຍ ແລະໃຜປິວຢ່າງເປັນໜ້າຕົກໃຈ ຄຳບາງຄຳ ບໍ່ຖືກັບຖືກຕ້ອງ ຄຳບາງຄຳຜິດໆ ພັດນິຍົມກັນເວົ້າ ກັນຂຽນ, ຄົນລາວເຮົາເອງ ກຳລັງທຳລາຍພາສາລາວເຮົາເອົາ, ໃນປະຫວັດສາດ ຝຣັ່ງ ແລະລູກມີຊິພາກັນທຳລາຍພາສາລາວ ແຕ່ພາສາລາວກໍຍັງລອດພົ້ນຈາກການທຳລາຍຂອງເຂົາເລົ່າເຫຼົ່ານັ້ນໄດ້ມາຮ່ວມ ໑໐໐ ປີ ແຕ່ບັດນີ້, ຂ້າເສີກສັດຕູຜູ້ທີ່ທຳລາຍລາວບໍ່ມີແລ້ວ ເພາະລາວເປັນເຈົ້າ, ແຕ່ເມື່ອມາເບິ່ງພາສາລາວ ທັງພາສາເວົ້າ ຖືກຕີຖອຍ ແລະຖືກທຳລາຍໂຍຄົນລາວ ສາເອງ ຫຼືວ່າມັນຈະເປັນດັ່ງຄຳສອນພຣະພຸດທະເຈົ້າທຳນາຍພຣະພຸດທະສາສນາໄວ້ວ່າ "ພຸດທະສາສນາບໍ່ມີໃຜທຳລາຍໄດ້ ເວັ້ນເສັຍແຕ່ພຸດທະ ສາສນິກະຊົນເອງ ເປັນຜູ້ທຳລາຍ" ຫຼືປະເທດລາວ ປະຊາຊົນລາວ ແລະແນວທາງອັນຖືກຕ້ອງຂອງພັກຂອງລັດນັ້ນ ຄົນລາວເອງຊິເປັນຜູ້ທຳລາຍ ເຖິງເວລາແລ້ວເດີ ພີ່ນ້ອງທີ່ພວກເຮົາຈະມາປົກປ້ອງພາສາ ແລະຊາດລາວໃຫ້ຄົງໝັ້ນ ຫາກພາສາລາວເຮົາຄົງໝັ້ນ ຊາດລາວກໍໝັ້ນຄົງຢືນຍົງຕະຫຼອດການ.
(ບົດນີ້ຍັງບໍ່ສຸດ ຄ່ອຍໆອ່ານໄປທີ່ທະຍອຍເຂົ້າອັບເດດເລື້ອຍໆ ໃຫ້ມັນສຸດເລື່ອງ).


ພາບລຸ່ມນີ້ ຜູ້ຂຽນແຕ້ມຂຶ້ນມາເພື່ອເປັນພາບປະກອບໃນເລື່ອງນີ້ ເພື່ອໃຫ້ເຫັນພາບຫຼຸດໆໆໆລົດໆໆໆ




ຂະໜາດບໍ່ເທົ່າກັນ ເຂົາຈຶ໋ງວ່າຫຼຸດກັບ ລົບລັ່ນຕາມລຳດັບ (ເຊົາປະຕິເສດຄວາມລົດເຖີດ) ທັງລົດ ແລະຫຼຸດລ້ວນແຕ່ພາສາລາວທັງນັ້ນ ວ່າແຕ່ເລືອກໃຊ້ໃຫ້ຖືກຕ້ອງເທົ່ານັ້ນພໍແລ້ວ


ໝາຍບອກ: ຫາກທ່ານໄດ້ເບິ່ງລາວສຕາຣ໌ແຊນແນລ ໃຫ້ສັງເກດຣາຍການ TV direct ຟັງແລ້ວຂັດຫູທັງນ້ຳສຽງ ແລະຄຳ

ຮູ້ໃຫ້ແຈ້ງ ເລື່ອງທຳນາຍ

ທັດສະນະຄວາມເຫັນຂອງ kunbanna ທີ່ປະກອບສ່ວນໃນກະທູ້ ທີ່ມີຕັ້ງຂຶ້ນພັນລາວ ທີ່ມີຊື່ເລື່ອງວ່າ ເມືອງລາວຊິພັດທະນາໃຫ້ເບິ່ງ 3 ຢ່າງ, ເຊິ່ງມີເນື້ອໃນວ່າ:
- ເມືອງລາວ ຊິກ້າວຜ່ານຍຸກກາຂາວ(ຫຼືຍຸກຕາຂາວ ຕາມຄຳທຳນາຍ 10 ຍຸກ ຄືຍຸກທີເກົ້າ ໃນ 9 ຣັດຊະການຂອງໄທຍ໌ ປັດຈຸບັນຢູ່ໃນຍຸກກາຂາວ ຫາກສິ້ນຍຸກກາຂາວແລ້ວ ກໍເປັນຍຸກລາວສີວິໄລ ຄືຍຸກທີສິບກ່ອນຈະເຖິງຍຸກລາວສີວິໄລນັ້ນ ທີ່ວຽງຈັນຈະປະກົດຂອງຫຼາຍສິ່ງເກີດຂຶ້ນ ມີ 3 ສິ່ງທີ່ຄວນສຶກສາ ແລະເກີດຂຶ້ນແລ້ວໄດ້ແກ່
- ກ່ອນລາວຊິກ້າວສູ່ຍຸກພັດທະນານັ້ນ ຕ້ອງມີປາສາດເກີດຂຶ້ນສາມຫຼັງຄື:
1. ຫຼັງໜຶ່ງເກີດທີ່ທາດຫຼວງ ແລະບໍລິເວນ (ໄດ້ແກ່ພໍທັມມະສະພາ, ສະພາແຫ່ງຊາດ, ຕລາດອາຊຽນ).
2. ຫຼັງໜຶ່ງເກີດຂຶ້ນທີ່ດອນຈັນ, ໂຮງແຮມດອນຈັນພາເລດ ແລະອາຄານສູນການຄ້າ ອາດຈະເກີດຂຶ້ນ.
3. ຫຼັງໜຶ່ງເກີດທີ່ຊາຍຟອງ ອາດໝາຍເຖິງ ເມືອງໃໝ່ດົງໂພສີ.
- ຕໍ່ບັນຫານີ້ ຄົນທີ່ໃສ່ຊື່ວ່າ kunbanna ຄູບ້ານນອກໄດ້ໃຫ້ທັດສະນະວ່າ
“ທັດທະນາທີ່ດີທີ່ສຸດຄືພັດທະນາຕົວເຮົາເອັງ ບໍ່ໃຫ້ໄປເຊື່ອຕາມຕຳທຳນາຍທາຍທັກທີ່ໄຮ້ເຫດຜົນ ທຸກຢ່າງເປັນໄປຕາມເຫດຕາມປັດໃຈ”
ຕໍ່ບັນຫາ ທັດສະນະຂອງ ທ່ານທີ່ໃຊ້ຊື່ວ່າ kunbanna ນັ້ນຈະແຍກ ປະເດັນຄວາມເຫັນ ຂອງທ່ານອອກ ດັ່ງນີ້:

ກ. ທັດສະນະທີ່ດີທີ່ສຸດຄືພັດທະນາຕົນເອງ(ທ່ານຂຽນ “ເອັງ”).
ຂ. ບໍ່ໃຫ້ໄປເຊື່ອຕາມຕຳທຳນາຍທາຍທັກທີ່ໄຮ້ເຫດຜົນ.
ຄ. ທຸກຢ່າງເປັນໄປຕາມເຫດຕາມປັດໃຈ.(ຄົນຈະເປັນປັດໄຈ).
ເມື່ອແຍກທັດສະນະຂອງ ຜູ້ທີ່ໃຊ້ຊື່ວ່າ kunbanna ໄດ້ 3 ປະເດັນນັ້ນແລ້ວ ກໍມາວິ ເຄາະທັດສະນະນັ້ນດ້ວຍ ເຫດຜົນທີ່ທ່ານຕ້ອງການ ດັ່ງຂໍ້ທີ 3 ຫຼືຄຳເຫັນສຸດທ້າຍຂອງທ່ານ ດ່ັງນີ້.
ການພັດທະນາຕົນເອງ ໃນທັດສະນະທີ່ຄວນກ່າວເຖິງນັ້ນ ຄົນຜູ້ເຂົາທຳນວາຍ ເຫດ ການລ່ວງໜ້າໄດ້ນັ້ນ ຜູ້ຂຽນເຊື່ອວ່າຄົນລາວບູຮານນັ້ນ ເຂົາພັດທະນາຕົນເອງໄດ້ ສົມກັບຄວາມເປັນຈິງ, ເພາະເຂົາພັດທະນາຈິດຂອງເຂົາຈົນບໍລິສຸດຜຸດຜ່ອງສາມາດເບິ່ງປັດຈຸບັນ ຂອງເຂົາໄດ້ ແລະມອງອະນາຄົດ(ມາເຖິງຍຸກເຮົາໄດ້ຈະແຈ້ງ), ເພາະໃນຄຳທໍານວາຍນັ້ນ ເຂົາທວາຍວ່າ “ລາວຈະພັດທະນານັ້ນ ປາສາດຈະເກີດຂຶ້ນ ໃນທີ່ 3 ແຫ່ງຄື ທີ່ພຣະທາດ ຫຼວງ, ທີ່ດອນຈັນ ແລະທີ່ຫາດຊາຍຟອງ” ເມື່ອເຮົາສັງເກດຕີລາຄາແລ້ວ ເຫັນໄດ້ວ່າຄວາມຈິງຂອງຄຳທຳນວາຍນັ້ນ ໄດ້ປາກົດເປັນຮູບເປັນຮ່າງຂຶ້ນມາ ໃຫ້ເຮົາສາມາດເຊື່ອໄດ້ວ່າ ຄຳທຳນວຍນັ້ນ ບໍ່ໄຮ້ເຫດຜົນສາແລ້ວ, ເພາະວ່າ ເຮົາກໍເຫັນນໍາກັນແລ້ວວ່າ ທີ່ຫາດດອນຈັນນັ້ນ ເກີດຜາສາດຂຶ້ນແລ້ວ ຄື ໂຮງແຮມດອນຈັນ ແລະເຮືອນພັກຕ່າງໆ ຕໍ່ໄປອາດຈະເກີດ ພາຊາອາເຂດໃນທີ່ນັ້ນອີກ ໃນນັ້ນຈະເຮົາກໍເຫັນແລ້ວວ່າ ອະນຸສາວະລີພຣະເຈົ້າອະນຸວົງ ກໍເກີດຂຶ້ນ ມາໃນທີ່ນັ້ນ, ທັງສອງທີ່ນັ້ນ ກໍສາມາດຕີຄວາມໝາຍວ່າປາສາດໄດ້, ຄວາມຈິງນີ້ ໄດ້ປາກົດຫຼັງຖານທີ່ວ່າໂຮງແຮມນັ້ນ ເປັນທີ່ພັກຂອງຄົນລະດັບສູງທັງນັ້ນ ຢ່າງນ້ອຍກໍແມ່ນຄົນມີເງິນ ພໍທີ່ຈະເຂົ້າໄປສະແຫວງຄວາມສຸກໄດ້ຢ່າງສະດວກສະບາຍ ແລະເປັນສູນກາງຂອງການຄ້າ ການພົວພັນທາງດ້ານເສດຖະກິດທັງໃນປະເທດ ແລະສາກົນ, ສ່ວນອະນຸສາວະລີ ພຣະເຈົ້າອະນຸວົງນັ້ນ ອາດໝາຍເຖິງສະຖານທີ່ທ້ອນໂຮມກຳລັງສັດທາ ຫຼືສູນລວມຫົວໃຈ ຂອງຄົນລາວທັງຊາດ ກໍຄ້າຍກັບປາສາດທີ່ໃຫ້ຄວາມສຸກຄວາມສົມຫວັງຂອງຄົນໄດ້ເຊັ່ນ ກັນເຫດ ອັນນີ້ກະແມ່ນ 1 ເຫດ ແລະປັດໄຈ ທີ່ມັນສະທ້ອງເຖິງວິໄສທັດອັນເບິ່ງກວ້າງມອງ ໄກຂອງຄົນບູຮານທີ່ພັດທະນາຈິດບໍຣິສຸດຜຸດຜ່ອງໄດ້ເຊັ່ນກັນ.
ສ່ວນປາສາດຫຼັງໜຶ່ງທີ່ຄົນບູຮານໄດ້ທຳນວາຍໄວ້ ຄື ປາສາດຫຼັງໜຶ່ງເກີດຂຶ້ນທີ່ເດີ່ນທາດຫຼວງ ເຮົາກໍເຫັນແລ້ວຄື ຫໍສະພາແຫ່ງຊາດ, ບໍລິວານຂອງສະພາແຫ່ງຊາດ ທີ່ເກີດຕາມມາ ຄື ຫໍທັມມະສະພາ ເຊິ່ງທັງສອງຫຼັງນີ້ ເປັນສິ່ງສະແດງເຖິງອຳນາດລັດລາວ ທີ່ມີ ຄວາມເປັນເອກະລາດຂອງຕົນເອງ ໃນການພັດທະນາຊາດລາວ ເຊິ່ງໃຊ້ຫຼັກກົດໝາຍ ແລະຍັງໄດ້ອູ້ມຊູພຸດທະສາສະໜາອັນເປັນສາສະໜາຫຼັກຂອງຊາດລາວ ເຊິ່ງຫໍທັມມະສະ ພານັ້ນ ກໍເກີດຂຶ້ນໄດ້ດ້ວຍການນຳພາຂອງອົງການສົງ ຄືສູນກາງ ອພສ ໂດຍການອຸປະຖັມ ຂອງລັດຖະບານ ມີປະຊາຊົນພົນລະເມືອງລາວທັງໃນ ແລະນອກປະເທດ ຊ່ວຍກັນສ້າງຂຶ້ນ ຈົນສຳເລັດ ອັນນີ້ກໍໝາຍເຖິງພັກ ແລະລັດຖະບານລາວ ໄດ້ຖືເອົາວຽກງານນິຕິທັມ ຜະສົມກັບຄຸນທັມ ສິນທັມພັດທະນາຊາດໄປຕາມໄລຍະ, ນອກຈາກນັ້ນ ຍັງມີຍ່ານທຸລະກິດທີ່ເກີດ ຂຶ້ນໃນບິງທາດຫຼວງຢ່າງຫຼວງຫຼາຍ ບໍ່ວ່າຈະເປັນສູນການຄ້າລາວໄອເຕັກ, ຕລາດຫຼັກຊັບ, ສູນການຄ້າເອເຊັຍ, ຫ້າງສັບພະສິນຄ້າຕລາດມືດ ແລະຫ້າງສັບພະສິນຄ້າຕລາດທາດຫຼວງ ແລະຕລາດໜອງນ່ຽງ ແລະອື່ນໆ ລ້ວນແຕ່ລວມຢູ່ໃນບໍລິເວນບຶງພຣະທາດຫຼວງທັງນັ້ນ.
ສ່ວນຕໍ່ໄປ ທີ່ກ່າວວ່າຜາສາດຈະເກີດຂຶ້ນທີ່ຫາດຊາຍຟອງ ໃນທີ່ນັ້ນ ກໍເຫັນມີຄວາມ ສຳເລັດຫຼາຍດ້ານໃນເຫດ-ປັດໃຈ ທີ່ພັກແລະລັດຖະບານລາວເຮົາໄດ້ ເອົາໃຈໃສ່ຕໍ່ການພັດ ທະນາ ຄື 1 ສູນການຄ້າໃນບໍລິເວນຂົວມິດຕະພາບ, ດ່ານພາສີທີ່ມີການພົວພັນສິນຄ້າເຂົ້າ ອອກ ອັນເປັນແຮງສຳພັນໃນການພັດທະນາປະເທດຊາດ, ຕໍ່ມາກໍມີສະຖານີລົດໄຟ ໃນປັດ ຈຸບັນ ເຖິງວ່າລາວເຮົາຍັງບໍ່ທັນໄດ້ໃຊ້ມັນເຕັມທີ່ ແຕ່ໃນອະນາຄົດອັນບໍ່ໄກນີ້ສະຖານທີ່ນັ້ນ ອາດຈະກາຍເປັນຜາສາດຂອງພົນລະເມືອງລາວ ທີ່ມີສ່ວນໃນການສ້າງປະເທດຊາດບ້ານ ເມືອງ ແລະພັດທະນາເຂົາດ້ວຍການພັດທະນາເສດຖະກິດຄອບຄົວ, ຕໍ່ມາໃນບໍລິເວນດົງ ໂພສີນັ້ນ ນັບເປັນຈຳນວນ 1000 ເຮັດຕາ ຈະໄດ້ກາຍເປັນຕົວເມືອງແບບໃໝ່ທັນສະໄໝ ໃນໄລຍະ ບໍເກີນ 10 ກໍຈະເຫັນຜົນ ສະຖານທີ່ນັ້ນ ກໍຈະກາຍເປັນສູນກາງການຄ້າການລົງທຶນຂອງ ປະເທດລາວເຮົາ ເຊິ່ງຍາມໃດພັກ ແລະລັດຖະບານລາວກໍເອົາໃຈໃສ່ຕໍ່ການພັດທະນາ.
ດ້ວຍຂໍ້ມູນຫຼັກຖານອັນຈຳກັດນີ້ ກໍເປັນສິ່ງພໍພຽງແລ້ວ ທີ່ຈະຢັັ້ງຢືນໃຫ້ເຫັນວ່າ ຄຳທຳນວາຍຂອງຄົນບໍຮານນັ້ນ ບໍ່ແມ່ນຄຳທຳນວາຍທີ່ໄຮ້ເຫດຜົນ(ດັ່ງປະເດັນຄວາມເຫັນທີ່ ແຍກໄວ້ໃນຂໍ້ທີ 2) ນັ້ນ, ຄຳວ່າໄຮ້ເຫດຜົນນັ້ນ ແມ່ນໝາຍເຖິງວ່າການຄາດການ ຫຼືການກ່າວນັ້ນ ບໍ່ມີສິ່ງຢັ້ງຢືນ, ແຕ່ວ່າໃນຄຳທຳນວາຍທີ່ຜ່ານມານັ້ນ ກໍໃຜໆກະເຫັນນໍາກັນແລ້ວ ວ່າ ຜົນທີ່ເກີດຈາກເຫດນັ້ນມັນໄດ້ປາກົດຕົວແລ້ວ, ໝາຍວ່າສິ່ງຕ່າງໆນັ້ນ ມັນໄດ້ເກີດຈາກ ປັດໄຈຂອງການພັດທະນາ ທີ່ພັກ ແລະລັດໄດ້ວາງເປົ້າໄວ້ ເຊິ່ງເຫດນັ້ນ ມັນໄດ້ເກີດຈາກ ຄວາມຕ້ອງການທີ່ພັກ ແລະລັດຕ້ອງການຈະໃຫ້ສິ່ງເລົ່ານັ້ນມີ ສະນັ້ນ ສິ່ງນັ້ນມັນຈຶ່ງຢັ້ງຢືນ ໄດ້ວ່າມັນເກີດຈາກເຫດປັດໄຈຂອງມັນແທ້ໆ.
ສະນັ້ນ, ຄຳເຫັນຂອງຄົນທີ່ໃຊ້ຊື່ວ່າ kunbanna ຈຶ່ງຖືກຕອບຈາກສະພາວະຕົວຈິງ, ຈະວ່າຄຳທຳນວາຍນັ້ນ ໄຮ້ເຫດຜົນ ກໍບໍ່ສົມຄວນ ເພາະວ່າສິ່ງທີ່ທວາຍໄວ້ມັນເກີດຂຶ້ນແລ້ວ, ຈະວ່າຄົນບູຮານ ໄຮ້ເຫດຜົນ ກໍບໍ່ສົມຄວນ ເພາະສິ່ງທີ່ເຂົາບໍ່ທັນເຫັນ ເຂົາຍັງວາດໄວ້ ແລ້ວກໍເປັນຈິງດັ່ງທີ່ມັນເປັນ, ຄົນບູຮານຍ່ອມມີເຫດຜົນສະເໝີ ເພາະເຂົາເວົ້າດ້ວຍປີຊາຍານ ຫຼືຄວາມຮູ້ທີ່ຖືກຝຶກຝົນຕົວເຂົາເອງຈົນເກີດຊານປັນຍາ ຫາກທຽບໃສຄວາມຮູ້ຂອງຄົນເຮົາປັດ ຈຸບັນແລ້ວ ມັນໄກ ແລະຂັ້ນກັນເລີຍ ເຮົາຈະເຫັນໄດ້ວ່າຄົນປັດຈຸບັນນີ້ ແມ່ນກະທັງເຫັນປະ ຈັກຕາແລ້ວຍັງບໍ່ຮູ້ຊ້ຳວ່າ ຜົນກະທົບ ຫຼືເຫດປັດໄຈມັນຈະກະທົບຜົນດີ ຫຼືເສັຍໃນຊີວິດເຂົາບໍ ຫຼືບໍ່, ສະນັ້ນ ຈຶ່ງຕອບວ່າ ຄົນບູຮານບໍ່ໄດ້ທຳນວາຍໂດຍໄຮ້ເຫດຜົນເລີຍ ຖ້າຢ່າງນັ້ນໃຜໄຮ້ເຫດຜົນລະ ?

ຮູບອັກສອນລາວ (ອັກສອນລາຍມື ປີ ໑໙໖໔)




ຮູບອັກສອນລາວ ເມື່ອປີ ຄ.ສ ໑໙໖໔ ທີ່ວັດສີສະເກດ ເປັນສິ່ງຄວນແກ່ການອະນຸລັກ ນັກຂຽນຟອນຕ໌ຄວນແກ່ການຂຽນໄວ້ ເຊັ່ນກັນ

ອັກສອນວົງຕະກູນດຽວກັນ

พยัญชนะ (ພະຍັນຊະນະ) ພະຍັນຊະນະ
ก (ກໍໄກ່) ກ
ข (ຂໍໄຊ່) ຂ
ฃ (ຂໍຂວດ) ຂ ຕອນນີ້ເລີກໃຊ້ໄປແລ້ວ
ค (ຄໍຄວາຍ) ຄ
ฅ (ຄໍຄົນ) ຄ ຕອນນີ້ເລີກໃຊ້ໄປແລ້ວ
ฆ (ຄໍຣະຄັງ) ຄ
ง (ງໍງູ) ງ
จ (ຈໍຈານ) ຈ
ฉ (ฉ ฉิ่ง) ฉ ໃນພາສາລາວບໍ່ມີໂຕອັກສອນໂຕນີ້ ຈະອອກສຽງຄ້າຍ ສ ໃນພາສາລາວ
ช (ช ช้าง) ช ໃນພາສາລາວບໍ່ມີໂຕອັກສອນໂຕນີ້ ຈະອອກສຽງຄ້າຍ ຊ ໃນພາສາລາວ
ซ (ຊໍໂຊ່) ຊ
ฌ (ช เชี) ช ໃນພາສາລາວບໍ່ມີໂຕອັກສອນໂຕນີ້ ຈະອອກສຽງຄ້າຍ ຊ ໃນພາສາລາວ
ญ (ຍໍຫຍິງ) ຍ/ຢ
ฎ (ດໍชະດາ) ດ
ฏ (ຕໍປະຕັກ) ຕ
ฐ (ຖໍຖານ) ຖ
ฑ (ທໍນາງມົນໂທ) ທ
ฒ (ທໍຜູ້ເທົ່າ) ທ
ณ (ນໍເນນ) ນ
ด (ດໍເດັກ) ດ
ต (ຕໍເຕົ່າ) ຕ
ถ (ຖໍຖຸງ) ຖ
ท (ທໍທະຫານ) ທ
ธ (ທໍທົງ) ທ
น (ນໍໜູ) ນ
บ (ບໍໃບໄມ້) ບ
ป (ປໍປາ) ປ
ผ (ຜໍຜຶ້ງ) ຜ
ฝ (ຝໍຝາ) ຝ
พ (ພໍພານ) ພ
ฟ (ຟໍຟັນ) ຟ
ภ (ພໍສຳເພົາ) ພ
ม (ມໍມ້າ) ມ
ย (ຍໍຍັກ) ຍ
ร (ຮໍເຮືອ) ຣ
ล (ລໍລິງ) ລ
ว (ວໍແຫວນ) ວ
ศ (ສໍສາລາ) ສ
ษ (ສໍລືສີ) ສ
ส (ສໍເສືອ) ສ
ห (ຫໍຫີບ) ຫ
ฬ (ລໍຈຸລາ) ລ
อ (ອໍອ່າງ) ອ
ฮ (ຮໍນົກຮູກ) ຮ
ເພິ່ມເຕີມ
ฤ (ຣໍຣຶ) ຣ
ฦ (ຣໍຣື) ຣ

ອັກສອນລາວ ​ໄດ້​​ມາ​ຈາກ​ອັກສອນພຣະຍາ​ແຖນ

ເລົ່າ​ໂດຍ: ພໍ່​ຈາຣຍ໌ຄຣູໝັ້ນ ​ໂຊຕິ​ທອນ.
ອະຕິ​ເຕ ກາເລ, ​ໃນ​ອະດີ​ດຕະການຜ່ານ​ມາ ຕັ້ງ​ແຕ່​ກ່ອນ​ປູ່​ສັງ​ກະສາຍ່າ​ສັງກະສີ​ພຸ້ນ, ​ໂລກມະນຸ​ດ​​ເຮົາ​ຖືກ​ນ້ຳຖ້ວມ​ໃຫຍ່​ຄັ້ງໜຶ່ງ ​​ເຮັດ​ໃຫ້​ມະນຸ​ດ ຕາຍຈົນ​​ເກືອບໝົ​ດ, ​​ແຕ່​ມີ​ເຖົ້າຄົນ​ໜຶ່ງ​ໄດ້ເອົາ​ຫຼານ​ຊາຍ, ຍິງ,ຄູ່ ​ເຂົ້າຂອງ ​ແລະ​ສັດສາ​ວາ​ສິ່ງ​ຂຶ້ນ​ໃສ່​ເຮືອ ຈຶ່ງ​ເຮັດ​ໃຫ້​ເຮືອນັ້ນຟູຂຶ້ນ​ໄປ​ຮອດ​ເມືອງ​ແຖນ ແລ້ວ​ພະຍາ​ແຖນ​ຜູ້​ເປັນ​ໃຫຍ່​ກວ່າ​ໂລກໃນ​ສະ​ໄໝ​ນັ້ນ ​ໄດ້​ສັ່ງ​ໃຫ້​ເຖົ້າຄົນນັ້ນ ​​ໄປ​ຢູ່​ໜອງ​​ແຫ່ງ​ໜຶ່ງ; ​ເມື່ອ​ນ້ຳລົດ​ແລ້ວຈຶ່ງ​ສັ່ງ​ໃຫ້​ເຖົ້າຄົນ​ນັ້ນມາ​ສ້າງເມືອງ​ລຸ່ມ, ​ແລ້ວ​ແຖນກໍ​ສ້າງ​ມະນຸດ ​ແລະ​ສັບ​ພະ​ສິ່ງ​ຂຶ້ນ​ມາ​ແທນ, ຫຼັງ​ຈາກ​ນັ້ນມາ​ມະນຸດ​ໄດ້​ສົມສູ່​ຢູ່​ກິນ​ນຳ​ກັນ ​ຈົນ​ອອກລູກ​ອອກ​ຫຼານ​ ​ແຜ່ໄປ​ຫຼວງຫຼາຍ ​ເຮັດ​ໃຫ້​ມະນຸດ​ເກີດ​ຄວາ​ມສັບ​ສົນ​ວຸ້ນວາຍ, ຈຶ່ງ​ຮອດເຖິງ​ພຣະຍາ​ແຖນ, ພຣະຍາ​ແຖນ​ເຫັນ​ເປັນ​ເຊັ່ນ​ນັ້ນ ຈຶ່ງ​ໄດ້​ສົ່ງ​ຂຸນ​ບູຣົມຣາຊາ​ທິຣາດມາ​ປົກຄອງ​ເມືອງ​ລຸ່ມ, ຕັ້ງກົດ​ເກນ​ຕ່າງໆ ​ໃຫ້​ມະນຸດ​ໄດ້​ປະ​ພຶ​ດປະຕິບັດ​ກັນ, ຫຼັງ​ຈາກ​ນັ້ນ​ເປັນຕົ້ນມາ ມະນຸດ​ຈຶ່ງ​ຢູ່​ດ້ວຍ​ຄວາມ​ບໍ່​ບຽດບຽນ​ກັນ, ​ເຮັດ​ໃຫ້​ນາ​ນ້ອຍ​ອ້ອຍ​ໝູຢູ່​ເຢັນ​ເປັນ​ສຸກ​ຕລອດ​ມາ.

​ເມື່ອ​ບ້ານ ​ເມືອງ​ມີ​ກົດ​ເກນ​ຂຶ້ນ​ມາ​ແລ້ວ ບ້ານ​ເມືອງ​ກໍ​ຢູ່​ເຢັນ​ເປັນ​ສຸກ ຜູ້​ຄົນ​ກໍ​ຫຼວງຫຼາຍ​ຂຶ້ນ, ​​ເຖິງ​ວ່າ​ຄົນ​ເລົ່າ​ນັ້ນຈະ​ບໍ່​ຄ່ອຍ​ຕໍ່ສູ້​ບຽດບຽນ​ກັນ​ກໍ​ຕາມ ​ແຕ່​ພຣະຍາ​ແຖນ​ເຫັນ​ວ່າ ທີ່​ບ້ານ​ແຫ່ງ​ນັ້ນ ມີ​ຄົນ​ຢູ່​ຮ່ວມກັນ​ ໓ ພວກ, ພວກ​ໜຶ່ງ​ຜິວ​ເຫຼືອງ, ພວກ​ໜຶ່ງ​ຜິວ​ຂາວ, ອີກ​ພວກ​ໜຶ່ງ​ຜິວ​ດຳ, ​ແລະ​ມີ​ຊື່​ພວກ​ແຕກ​ຕ່າງ​ກັນ​ດັ່ງ​ນີ້​ຄື: ພວກ​ໜຶ່ງຮຽກ​ຊື່​ພວກ​ຕົນ​ວ່າ​ເຈັກ, ອີກ​ພວກ​ໜຶ່ງ​ຊື່​ພວກ​ລາວ ​ແລະ​ອີ​ກພວກ​ໜຶ່ງ​ຊື່ວ່າພວກກຼອມ(ຂອ​ມ), ທັງ ໓ ພວກ​ນີ້​ຕ່າງ​ກໍ​ຢູ່​ບ້ານ​ດຽວ​ກັນ, ພວກ​ເຈັກ​ແມ່ນ​ອາ​ໄສ​ຢູ່​ຫົວ​ບ້ານ, ພວກ​ລາວອາ​ໄສ​ຢູ່​ກາງ​ໝູ່​ບ້ານ ​ແລະ​ພວກ​ກຼອມອາ​ໄສ​ຢູ່​ທ້າຍ​ບ້ານ.

​ເມື່ອເປັນ​ເຊັ່ນ​ນັ້ນ, ພະຍາ​ແຖນ​ເລັງ​ເຫັນ​ວ່າ ​ໃນ​ການ​ອະ​ນາ​ຄົດຜ່ານ​ໄປ ຄົນ​ ໓ ພວກ​ນີ້ ລ້ວນ​ແຕ່​ເປັນ​ພີ່ນ້ອງ​ກັນ ​ແຕ່​ເມື່ອ​ຜູ້​ຄົນ​ຂອງ​ຕົນ​​ເພີ່ມ​ຂຶ້ນຫຼວງຫຼາຍ​ໄປ​ແລ້ວ ຈະ​ຕ້ອງ​ແຍກ​ຍ້າຍ​ ກັນ​ໄປ​ຢູ່ຕ່າງ​ບ້ານ, ຕ່າງ​ຖິນກໍ​ຈະ​ເຮັດ​ໃຫ້​ຄົນ​ພວກ​ນີ້ຫຼົງ​ລືມ​ເຜົ່າ​ພັນ ​ແລະ​ພວກ​ພ້ອງ​ກັນ, ​ເມື່ອ​ເປັນ​ເຊັ່ນ​ນັ້ນ ພຣະຍາ​ແຖນ​ຫຼວງ ຜູ້​ເປັນ​ໃຫຍ່​ແກ່​ແຖນ​ທັງຫຼາຍ ​ໄດ້​ສັ່ງ​ໃຫ້​ແຖນ​ແຕ່ງ, ຜູ້​ເປັນ​ແຖນ​ທີ່​ມີໜ້າ​ທີ່​ນິຣະມິ​ດສິ່ງ​ຕ່າງໆ​ໃຫ້​ແກ່​ມະນຸດ ລົງ​ມາ​ຍັງ​ເມືອງ​ມະນຸ​ດ ​ແລ້ວ​​ໃຫ້​ສ້າງ​ອັກສອນ​ຊະນິດ​ໜຶ່ງ ​ເພື່ອ​ຈະ​ໃຫ້​ມະນຸດ​ໄດ້​ບັນທຶກ​ເຣື່ອງຣາວຂອງ​ຊາດ​ຕົນ​ໄວ້​ ​ເພື່ອ​ໃຫ້​ມະນຸດ​ໄດ້​ສຶກ ສາ​ເຣື່ອງຣາວຂອງຕົນ.

​ເມື່ອ​ແຖນ​ແຕ່ງ​ໄດ້​ ຮັບ​ໂອງການ​ຂອງ​ພຣະຍາ​ແຖນ​ຫຼວງ​​ແລ້ວ ກໍ​ໄດ້​ລົງ​ມາ​ຍັງ​ເມືອງ​ມະນຸດ​ແລ້ວ ກໍ​ໄດ້​ໄປ​ຍັງ​ສານພຣະພູມ​ປະຈຳ​ໝູ່​ບ້ານ​ອັນ​ນັ້ນ, ​​ເມື່ອ​ໄປ​ຍັງ ສານພຣະພູມ​ແລ້ວ ກໍ​ແຈ້ງ​ຂ່າວ​ອັນ​ພຣະຍາ​ແຖນ​ສັ່ງ​ໃຫ້​ຕົນ​ມາ​ກະທຳ ​​ເພື່ອ​ຈະ​ປະທານ​ອັກສອນ​ໃຫ້​ແກ່ມ​ະນຸ​ດ ​ເພື່ອ​ຈະ​ໄດ້​ບັນທຶກ​ເຣື່ອງຣາວຂອງ​ຕົນ​ໄວ້​ໃຫ້​ລູກ​ຫຼານ​ໄດ້​ສຶກສາ​ສືບ​ ທອດ.

​ເມື່ອ​ພຣະພູມ​ໄດ້​ຟັງ​ການຣາຍງານ​ຕົວ​ຂອງ​ແຖນ​ແຕ່ງ​ແລ້ວ ກໍ​ໄດ້​ຕ້ອງ​ຮັບ​ແຖນ​ແຕ່ງ​ເປັນ​ຢ່າງ​ດີ, ຫຼັງ​ຈາກ​ນັ້ນ ​ແຖນ​ແຕ່ງ​ກໍ​ໄດ້ນິຣະມິດ​ອັກສອນ​ໄວ້​​ໃນ​ພະ​ລານ ເດີ່ນ​ກາງ​ບ້ານນັ້ນໝົດ​ທຸກ​ຕົວ ​ແລ້ວ​ກໍ​ສັ່ງ​ໃຫ້​ພຣະພູມ​ໄປ​ບອກ​ກ່າວ ​ໂດຍ​ການ​ນິຣະມິດ​ຄວາມ​ຝັນ​ໃຫ້​ຫົວ​ໜ້າ​ກຸ່ມ​ຂອງ​ຄົນ​ທັງ​ສາມ​ພວກ​ໃຫ້​ຮູ້​ ວ່າ “ມື້​ອື່ນ​ເຊົ້ານີ້ ເນື່ອງ​ຈາກ​ວ່າ​ພຣະຍາ​ແຖນ​ຫຼວງ ​ໄດ້​ມີ​ພຣະ​ໂອງການ​ໃຫ້​ແຖນ​ແຕ່ງ​ໄດ້​ແຕ່​ອັກສອນ​ໃຫ້​ມະນຸ​ດ​ໄດ້​ນຳ​ເອົາ​ໄປ ​ບັນທຶກ​ເຣື່ອງຣາວຂອງ​ຕົນ​ໄວ້, ດ້ວຍ​ເຫດ​ນັ້ນຈຶ່ງ​ໃຫ້ ຫົວໜ້າ​ເຜົ່າ​ໄປ​ຍັງ​ຫໍພຣະພູມ​ຫົວ​ບ້ານ​ນັ້ນ ຫາກ​ເຫັນ​ອັກສອນ​​ແລ້ວ​ໃຫນນຳ​ເອົາ​ໄປ​ໃຊ້".

ທີ່​ຫົວ​ບ້ານນັ້ນ ​ເປັນຫໍ​ພຣະພູມປະຈຳ​ໝູ​ບ້ານ ​ເຊິ່ງຄົນ​ທັງ​ສາມ​ພວກ​ໄດ້​ມາ​ທຳກິດຈະ​ກັມ ​ແລະ​ມ່ວນ​ຊື່ນ​ລື້​ນ​ເລີງ​ກັນປະຈຳ​ເດືອນ, ທັງ​ໄດ້​ມາ​ລ້ຽງ​ພຣະພູມ ມາຂໍພອນ ​ຫຼື​ຕິດ​ຕໍ່​ສື່​ສານ​ກັບພຣະຍາ​ແຖນ​ຢູ່​ຟາກ​ຟ້າ.

​ໃນ​ຄືນ​ນັ້ນ, ຫົວໜ້າ​ຂອງ​ຄົນ​ທັງ​ສາມ​ພວກ ​ໄດ້​ຮັບ​ຮູ້​ນິມິ​​ດຄວາມ​ຝັນ​ອັນ​ນັ້ນ ກໍ​ນອນ​ຫຼັບ​ໄປ​ຈົນ​ມື້​ອື່ນ​ເຊົ້າ​,​ ​ໃນ​ຄ່ຳ​ຄືນ​ນັ້ນ​ເອງ ຝົນຕົກ​​ແຮງ​ຮ່າ​ໃຫຍ່ ຈຶ່ງ​ເຮັດ​ໃຫ້​ຄົນພວກ​ນັ້ນນອນ​ຫຼັບ​ຝັນ​ດີ​ເປັນ​ພິ​ເສດ.

ມື້​ໃໝ່​ມາ, ພໍ​ຮຸ່ງ​ອະຣຸນ ຫົວໜ້າ​ກຸ່ມ​ຄົນ​ລາວ​ໄດ້​ຕື່ນ​ຂຶ້ນ​ມາ​ແຕ່​ແສງ​ທອງ​ກຳລັງ​ຮຸ່ງ ກໍ​ໄດ້​ໄປ​ຍັງ​ເດີ່ນ​ຫົວ​ບ້ານ ພໍ​ໄປ​ເຖິງ​ຫົວ​ບ້ານ​ກໍ​ໄດ້​ເຫັນ​ອັກສອນ ອັນ​ພຣະຍາ​ແຖນ ​ທີ່ພຣະພູມ​ມານິຣະມິດ​ໃຫ້​ຮູ້​ເມື່ອ​ຄືນ​ນີ້, ບັງເອີນຂີ້ກະເດືອນພັດໄຕ່ທັບສ່ວນໜຶ່ງຂອງອັກສອນແລ້ວ ຈຶ່ງ​ໄດ້​ກ່າຍເອົາ​ອັກສອນ​ນັ້ນກັບ​ມາ​ຍັງເຮືອ​ນ ​ແຕ່ວ່າ​ອັກສອນ​ທີ່​ຫົວໜ້າ​ເຜົ່າ​ລາວ​ເຫັນ​ນັ້ນມີ​ສອງ​​ແບບ ຈຶ່ງ​ບໍ່​ເຂົ້າ​ໃຈ​ວ່າ ອັກສອນ​ທັງ​ສອງ​ແບບ​ນັ້ນອັນ​ໃດ​ເປັນອັກສອນ​ຂອງ​ພຣະຍາ​ແຖນ​ແທ້, ທັງເປັນ​ຮູບ​ອັກ​ສອນ​ຢ່າງ​ຈະ​​ແຈ້ງ ​ແຕ່​ວ່າ​ຕອນ​ທ້າຍໆ​ຂອງ ​ໝວດ​ອັກສອນ ພັດ​​ເປັນ​ຮອຍຂີ້ກະ​ເດືອນ​​ໄຕ່ ​ເມື່ອ​ເອົາ​ມາ​ຮອດ​ເຮ​ືອນແລ້ວ​ຫົວ​ໜ້າ​ເຜົ່າ​ລາວ ກໍ​ໄດ້​ແປງ​ເອົາ​ອັກສອນຊະນິດ​ທີ່​ມີ​ຕົນ​ຕົວຈະ​ແຈ້ງ​ບັນ​ທຶກ​ເປັນ​ອີກ​ແບບ​ ໜຶ່ງ ຮຽກວ່າ​ອັກສອນ​ລາວ, ສ່ວນ​ທີ່​ເປັນ​ຮອຍ​ຂີ້ກະ​ເດືອນ​ນັ້ນ ກໍ​​ແປງ​ເປັນ​ອີກ​ແບບ​ໜຶ່ງ ຕົວມົນໆ ເມື່ອຄົນລາວຍ້າຍຖິ່ນໄປຕັ້ງອານາຈັກຂອງຕົນ ກໍເອົາໃຊ້ກາຍເປັນອັກສອນລາວອີກແບບໜຶ່ງ ການຕໍ່​ມາ​ເມື່ອ​ມີ​ພຸດທະສາສນາ ຄົນ​ທັງຫຼາຍ​ໃຊ້​ຂຽນ​ພຣະທັມມະ​ວິ​ໄນ ຄົນ​ທັງຫຼາຍ​ຈຶ່ງ​ຮຽກ​ວ່າ​ອັກສອນ​ທັມ, ສ່ວນ​ທີ່​ເປັນ​ຕົວ​ຕົນ​ຈະ​ແຈ້ງ​ນັ້ນ ກໍ​ບັນ​ທຶກ​ພາສາ​ລາວ ຄົນ​ທັງຫຼາຍ ຈຶ່ງ​ຮຽກ​ວ່າ​ອັກສອນ​ລາວ. ຍ້ອນ​ວ່າ​ອັນ​ສອນ​ທັງ​ສອງ​ຢ່າງ​ນີ້ ​ເຄິ່ງໜຶ່ງ​ຈະ​ແຈ້ງ ເຄິ່ງໜຶ່ງຖືກ​ຂີ້ກະ​ເດືອນ​ໄຕ່​ທັບ​ແລ້ວ ຈຶ່ງ​ເຮັດ​ໃຫ້​ອັກສອນ​ທັງ​ສອງ​ນີ້ບໍ່​ຄົບ ມີ​ພຽງ​ແຕ່​ຊາວ ໒໗ ຕົວ, ການ​ຕໍ່​ເມື່ອ​ຄົນຫຼາຍຂຶ້ນ ພາສາ​ກໍ​ເກີດ​ຂຶ້ນມາ​ເລື້ອຍ​ເຮັດ​ໃຫ້​ຄວາມ​ເວົ້າຫຼາຍ​ຂຶ້ນ​ມາ ຕໍ່​ມາ​ຈຶ່ງ​ໄດ້​ແຕ່ງ​ອັກສອນ​ທັງ​ສອງ​ນີ້​ຈົນ​ຄົບ, ​ເມື່ອ​ໄດ້​ອັກສອນ​ແລ້ວ ຫົວໜ້າ​ກວານ​ບ້ານ​ກໍ​ໄດ້​ເອົາ​ອັກສອນ​ທັງ​ສອງ​ນັ້ນ ບັນທຶກ​ໄວ້​ແຜ່ນ​ໜັງຄົນ​ທັງຫຼາຍ​ຈຶ່ງ ປ່ຽນ​ຊື່​ຄຳ​ວ່າ​ອັກສອນ​ນັ້ນມາ​ເປັນ​ໜັງສື ​ໃນ​ການ​ຕໍ່​ມາ, ​ເຮົາ​ຈະ​ເຫັນ​ວ່າ​ອັກສອນ​ລາວ​ເປັນ​ຕົວ​ເປັນ​ຂາ ​​ເວລາ​ຂຽນ​ຄວາມ​ເວົ້າ​ແລ້ວອັກສອນ ​ແລະ​ຄຳ​ເວົ້າ​ມັກ​ຈະ​ຖືກຕ້ອງກັນ​ ຫຼືກົງກັນກັບຄຳເວົ້າ ​ເຊັ່ນ: ກິນ​, ການ, ກືນ, ສອງ, ສາມ, ສີ່ ​ແລະ​ອື່ນໆ, ສ່ວນ​ອັກສອນ​ທັມນັ້ນຈະ​ເຫັນ​ເປັນ​ຕົວ​ມົນໆ ​ເພາະວ່າ​ໄດ້​ຈາກ​ຮອຍ​ຂີ້ກະ​ເດືອນ​ນັ້ນ​ເອງ.

​ໃນມື້​ດຽວ​ກັນນັ້ນ, ​ເຜົ່າ​ກຼອມທີ່​ຕັ້ງບ້ານ​ເຮືອນ​ຢູ່​ທ້າຍ​ບ້ານ ກໍຮູ້ສຶກ​ເຖິງ​ຄວາມ​ຝັນ ທີ່​ພຣະຍາ​ແຖນ ​ແລະ​ພຣະພູມ​ມາບ​ອກ​ໃຫ້​ໄປ​ເອົາ​ອັກສອນ, ຈຶ່ງ​ຮີບ​ໄປ​ຍັງ​ຫົວ​ບ້ານບ່ອນ​ສານ​ພຣະພູມ ​ແຕ່​ວ່າ​ໄປ​ເຖິງ​ສວາຍ​ແນ່​ແລ້ວ ຂິ້ກະ​ເດືອນ​ໄຕ່​ລືບ​ໜັງສື​ຈົນ​ໝົດ​ແລ້ວ ຈຶ່ງ​ເຫັນ​ແຕ່​ຮອຍ​ຂີ້ກະ​ເດືອນ ​ເມື່ອ​ເຫັນ​ເປັນ​ເຊັ່ນ​ນັ້ນ ກໍ​ນຶກ​ວ່າ​ຮອຍ​ຂີ້ກະ​ເດືອນ​ນັ້ນ​ເປັນ​ໜັງສື ກໍ​ເອົາ​​ເອົາ​ຮອຍ​ຂີ້ກະ​ເດ​ືອນນັ້ນ ມາ​ແປງ​ເປັນ​ອັກສອນ ຈົນ​ຄົບ ໔໔ ​ໂຕ, ​ແຕ່​ຂຽນ​ເປັນ​ຮອຍ​ຄ້າ​ຍຮອຍ​ຂີ້ກະ​ເດືອນ ຄົນ​ທັງຫຼາຍຈຶ່ງ​ຮຽກ​ວ່າ ອັກ​ສອນ​ກຼອມຫວັດ(ອັກສອນ​ຂອມ​ຫວັດ) ​ເມື່ອ​ໄດ້​ໄປ​ແລ້ວ​ພວກ​ກຼອມກໍ​ໄດ້​ເອົາ​ໄປ​ຂຽນ​​ໄວ້​ໜັງຄົນ​ກຼອມ(ຂ​ອ​​ມ ຫຼື​ຂະ​​ເມໝນ) ກໍ​ຮຽກ​ວ່າ​ໜັງສື​ເຊັ່ນ​ກັນ, ດ້ວຍ​​ເຫດ​ນັ້ນ ອັນ​ສອນ ຫຼື​ໜັງສື​ຂອມ​ຈຶ່ງ​ຕົວ​ມົນໆເໝືອນ​ກັນ​ກັບ​ຮອຍ​ຂີ້ກະ​ເດືອນ.

ສ່ວນ​ ພວກ​ເຈັກ​, ອາ​ໄສ​ຢູ່​ຫົວ​ບ້ານນັ້ນ​ເອງ ຕື່ນ​ຂຶ້ນ​ມາ​ແຕ່​ເຊົ້າ ​ແຕ່​ວ່າ​ເຮັດ​ວຽກ ​ເຮັດ​ງາ​ນຈົນລືມ, ກວ່າ​ຈະ​ຮູ້​ເມື່ອ​ຄີງ ​ເຖິງ​ນິມິ​ດທີ່​ພະຍາ​ແຖນ ​ແລະ​ພຣະພູມ​ໄປ​ບອກ​ວ່າ​ໃຫ້​ມາ​ເອົາ​ໜັງສື​ໄປ​ໃຊ້ ກໍ​ຈົນ​ກວ່າ​ໄກ່​ໂຕນ​ຄອນ​ແລ້ວ, ​ເມື່ອ​ໄປ​ຮອດ​​ເດີນ​ໂພນ​ຫົວ​ບ້ານ​ກໍ​ເຫັນ​ພຽງ​ແຕ່​ຮອຍ​ຕີນ​ໄກ່ ຈຶງນຶກ​ໃນ​ໃຈ​ວ່າ ຄື​ຊິ​ແມ່ນ​ນີ້​ແລ​້ວ​ເປັນ​ອັກສອນ​ທີ່​ແຖນ​ສັ່ງ​ໃຫ້​ມາ​ເອົາ ​ຈຶ່ງ​ກ່າຍ​ເອົາ​ຮອຍຕີນ​ໄກ່ນັ້ນ​ໄດ້​ໄວ້ ທຳ​ອິດ​ໄດ້​ກ່າຍ ​ໄວ້​ໄມ້ຄານ​ກ່ອນ, ​ແຕ່​ຕໍ່​ມາ​ເນື່ອງ​ຈາກ​ວ່າ​ບ້ານ​ຂອງ​ຊາວ​ຈີນ​ນັ້ນມີ​ຕົ້ນ​ໃຜ່ຫຼາຍ ຈຶ່ງ​ຂຽນ​ໜັງສືໜັງ​ນັ້ນ​ໄວ່ກະບັ້ງ​ໄມ້​ໃຜ່ ​ເຮົາ​ຈຶ່ງ​ເຫັນ​ວ່າ ຕົວ​ໜັງສື​ຈີນ​ນອກຈາກ​ເປັນ​ຕົວ​ຄື​ກັນ​ຄື​ກັບ​ຮອຍ​ໄກ່​ເຂັ່ຍ​ແລ້ວ ຍັງ​ຂຽນ​ລົງ​ໄປ​ທາງ​ລຸ​່ມ ​ເໝືອນ​ໄກ່​ເຂັ່ຍ ​ແຕ່​ເນື່ອງ​ຈາກ​ການ​ຂຽນ​ໄມ້​​ໃຜ່ຕ້ອງ​ຂຽນ​ຕາມ​ລວງ​ຍາວ​ຂອງ​ໄມ້​ໃຜ່ນັ້ນ​ ເອງ.

ເມື່ອທ່ານອ່ານຈົບລົງແລ້ວ ທ່ານເຫັນຫຍັງເປັນສິ່ງທີ່ສະທ້ອນປະຫວັດສາດຊາດລາວ ແລະອັກສອນລາວແນ່ ?

วันพุธที่ 21 กันยายน พ.ศ. 2554

ເສັຍພາສາ ເໝືອນເສັຍຊາດ ເປັນລັກສະນະຢ່າງໃດ ?

- ເສັຍພາສາ ເໝືອນເສັຍຊາດ ອັນນີ້ແມ່ນສຸນທອນພົດຂອງພະນະທ່ານໄກສອນ ພົມວິຫານ ຖືເປັນອະມະຕະວາຈາ ອີກບົດໜຶ່ງ ທີ່ສ່ອງແສງເຖິງວິທະ ຍາສາດວິທະຍາການທາງດ້ານພາສາ ແລະອັກສອນລາວ ຍັງລວມໄປເຖິງວັດທະນະທັມລາວທັງໝົດດ້ວຍ.
- ລັກສະນະການເສັຍພາສາ ແລ້ວຈະຕ້ອງເສັຍຊາດນັ້ນ ເປັນຈັ່ງໃດ ? ເນື່ອງຈາກມະນຸດເຮົາ ທີ່ຈິງມັນກໍເປັນມະນຸດທັມມະດາ ມີເກີດແກ່ ເຈັບຕາຍ ມີສຸກ ມີທຸກເໝືອນກັນນີ້ແລ້ວ ແຕ່ເປັນຫຍັງມະນຸດຈຶ່ງຕ້ອງແບ່ງເປັນຊາດນັ້ນ ເຜົ່ານີ້ໄກ້ຢ່າງຫຼວງຫຼາຍຈົນບໍ່ອາດນັບໄດ້ວ່າຊາດໃດ ມີເທົ່າໃດໃນໂລກ ນີ້ ອັນໃດເປັນສິ່ງຢັ້ງຢືນຄວາມເປັນຊາດ ອັນນີ້ນອກຈາກຄວາມຕ່າງ ທາງກາຍພາບ ແລະພູມສັນຖານ ພູມສາດແລ້ວ ອັນຈະແຈ້ງສຸດ ສິ່ງທີ່ໃຫ້ມະນຸດ ມີຄວາມເປັນຊາດນັ້ນ ເຜົ່ານີ້ ຈົນແບ່ງກັນເປັນອານາຈັກ ແລະປະເທດກັນຈະແຈ້ງເໝືອນປັດຈຸບັນແລ້ວ, ວັດທະນະທັມ ແລະພາສາ ເປັນສິ່ງໜຶ່ງທີ່ບົ່ງ ບອກໃຫ້ຮູ້ວ່າ ຄົນນີ້ເປັນຊາດນີ້ ຄົນນັ້ນເປັນຊາດນັ້ນ, ສະນັ້ນ ພາສາ ເປັນຕົວຢັ້ງຢືນຄວາມເປັນຊາດ ຈະແຈ້ງ ແລະຮູ້ກັນງ່າຍທີ່ສຸດ.
- ຫາກມະນຸດ ປະເທດອື່ນ ຂາດພາສາ ແລະອັກສອນແລ້ວ ມະນຸດກໍຂາດຄວາມເປັນເອກລາດໄປແລ້ວສ່ວນໜຶ່ງ ເຖິງວ່າມະນຸດຊາດນັ້ນຈະດຳຣົງ ຊາດຂອງຕົນທາງການເມືອງໄວ້ ແຕ່ປະຫວັດສາດມັນກໍສະທ້ອນໃຫ້ເຫັນຄວາມເສັຍເອກຣາດ ໄດ້ໃຫ້ຊົນຮຸ່ນຫຼັງບັນທຶກໄວ້ບໍ່ມີວັນຈະໝົດສິ້ນ.
- ລັກສະນະຄວາມເສັຍພາສາເປັນຈັ່ງໃດ ?
໑. ມີພາສາເວົ້າ ແລະພາສາຂຽນ ແຕ່ພາສາຂຽນບໍເປັນທີ່ນິຍົມ ແລະຂາດຕັກກະ.
໒. ມີພາສາເວົ້າ ແລະພາສາຂຽນ ແຕ່ຄົນໃນຊາດ ບໍ່ເຂົ້າໃຈພາສາ ກໍພັດທະນາສັບພະວິຊາ ແລະທິດສະດີຕ່າງໆໄປຢາກ.
໓. ມີພາສາ ແຕ່ພາສານັ້ນເປັນອັມມະພາດໃຊ້ການບໍ່ໄດ້ກົງວັດຖຸປະສົງ.
໔. ການຕໍ່ຕ້ານພາສາ ກໍເຮັດໃຫ້ເສັຍຊາດໄດ້.
໕. ຊາດນິຍົມ ແລະອຳນາດນິຍົມກໍທຳລາຍພາສາໄດ້,
໖. ຄວາມບໍ່ຮູ້ ກໍເປັນການທຳລາຍພາສາໄດ້ ດັ່ງນີ້ເປັນຕົ້ນ

ລາວອາດພັດທະນາຊ້າລົງໄດ້ ຫາກບໍ່ຮີບເຮັ່ງພັດທະນາພາສາ ແລະອັກສອນ

ລາວອາດພັດທະນາຊ້າລົງໄດ້
ຫາກບໍ່ຮີບເຮັ່ງພັດທະນາພາສາ ແລະອັກສອນ
ໂດຍ: ພຣະອາຈານເນືອງພິລັກ ໂຊຕທອນ
——————

          ເທົ່າ​ທີ່​ສັງ­ເກດບັນ­ດາ​ປະເທດ​ພັດ­ທະ­ນາ ຫຼືປະ­ເທດ​ອຸດສາ​ຫະ​ກຳ​ໃໝ່​ໃນ​ພາກ​ພື້ນ​ອາ­ຊີນັ້ນ​ເຊັ່ນ: ສປ ຈີນ, ສ.ເກົາ­ຫຼີ, ໄທ ແລະ ສສ ຫວຽດ­ນາມ, ພາ­ສາຂອງ​ເຂົາ​ຖືກ​ພັດ­ທະ­ນາ ແລະສືບທອດ​ຢ່າງ​ເປັນ​ບັນ­ທັດ­ຖານ ແລະອຸ­ດົມ­ສົມ­ບູນ​ມາ​ຕະ­ຫອດ, ປະເທດ​ຫວຽດ­ນາມ​ພັດ­ທະ­ນາ​ປະເທດ​ມາ​ພ້ອມໆ​ກັບ​ລາວ, ກຳ​ປູເຈຍ; ແຕ່​ເຫັນ​ວ່າ​ຫວຽດ­ນາມ​ນັ້ນ​ໄດ້​ພັດ­ທະ­ນາ​ທາງ​ດ້ານ​ພາສາ​ໄວ​ກວ່າ​ລາວ ໄປຫຼາຍກ້າວ.

ປັດ​ໄຈ​ທີ່ທຳໃຫ້ປະ­ເທດ​ກຳ­ປູ­ເຈຍ​ນັ້ນ​ພັດທະ​ນາທາງດ້ານເສດຖະກິດ​ຊ້າ ເພາະ­ວ່າ​ປະ­ເທດ​ເຂົາເຈົ້າ​ມີ​ສົງ­ຄາມ ​ກຳ­ປູ­ເຈຍ​ພັດ​ທະນາ​ປະ­ເທດ​ຢ່າງ​ແທ້​ຈິງ​ແມ່ນຫຼັງ​ຈາກ​ສົງ­ຄາມ​ພາຍ​ໃນ​ ສິ້ນສຸດ​ລົງ​ຄື​ນັບ​ແຕ່​ປີ 1999 ເປັນຕົ້ນ​ມາ, ເມື່ອ​ມາ​ເບິ່ງ​ພາບລວມຂອງ​ການ​ເຕີບ​ໂຕ​ ໃນ​ການ​ພັດ​ທະນາ​ບ້ານ​ເຂົາ​ແມ່ນ​ເຫັນ ວ່າ​ມີຄວາມ​ທຽບ​ເທົ່າ ບວກ-ລົບ​ໃກ້ຄຽງ​ກັບ​ລາວ, ເປັນຕາໜ້າຄິດຢ່າງໜຶ່ງຂອງປະເທດກຳປູເຈຍນັ້ນ 3 ປີໃນລະບອບໂປນປົດນັ້ນ ເຂົາທຳລາຍ ທຸກສິ່ງທຸກຢ່າງໃນກຳປູເຈຍ ຈົນຊາວໂລກຕ້ອງປະນາມພວກເຂົາວ່າ “ລະບອບດັບສູນເຊື້ອຊາດ” ແຕ່ຣະບອບໂປນ ທຳລາຍບໍ່ໄດ້ ກໍຄື ພາສາຂະແມ ທີ່ພັດທະນາມາແຕ່ 1930-1945 ລົງບໍ່ໄດ້ ສະແດງວ່າ ລະບອບໂປນປົດດັບສູນເຊື້ອ ຊາດກຳປູເຈຍບໍ່ໄດ້.

ສຳ­ລັບ​ລາວ​ແມ່ນເລີ່ມ​ພັດ­ທະ­ນາ​ປະ­ເທດ​ມາ​ພ້ອມໆ ກັບ​ຫວຽດ­ນາມ​ຄື​ປີ 1976 ຼັງຈາກ​ສົງ​ຄວາມ​ສິ້ນ​ສຸດ​ລົງ​ໃນ​ປີ 1975 ແຕ່​ເບິ່ງ​ແລ້ວ​ລາວ​ເດີນຊ້າ​ກວ່າ​ຫວຽດ­ນາມ​ຫາຍກ້າວ, ອັນ​ນີ້ ເຫັນ​ວ່າ​ຫວຽດ­ນາມ ເມື່ອ​ເຂົາ​ເລີ່ມ​ພັດ­ທະ­ນາ​ປະ­ເທດ ເຂົາ​ບໍ່​ໄດ້​ງົມໆທາວໆ ​ທີ່​ຈະ​ມາພັດ­ທະ­ນາ​ເລື່ອງ​ພາ­ສາ ແລະອັກສອນ​ໃດໆ​ເລີຍ, ເພາະ​ພາ­ສາຂອງ​ເຂົາ​ໄດ້​ໃຊ້​ເປັນ​ບັນ­ທັດ­ຖານດຽວ​ມາ​ແຕ່​ປີ 1930-1945 ເລີຍ.

ສຳ­ລັບ​ລາວ​ເຮົາ ແຕ່​ປີ 1945 ເປັນ­ຕົ້ນ​ມາ​ຮອດ​ປີ​ນີ້ (2011) ລວມ​ອາ­ຍຸໄດ້ 66 ປີ​ແລ້ວ, ຫາກນັບແຕ່ປີ 1930 ເປັນຕົ້ນມາ ຮອດປີນີ້(2011) ການພັດທະນາອັກສອນ ແລະພາສາລາວລວມອາຍຸໄດ້ 81 ປີເຕັມ, ແຕ່ການ​ພັດ­ທະ­ນາເລື່ອງ​ພາ­ສາ​​ສາດຂອງຊາດ ແມ່ນ​ຍັງຄ້າງ​ຄາ​ຫາຍ​ຂອດ​ ຍັງ​ຖົກ​ຖຽງກັນ​ເຈົ້າ​ຂຽນ​ຜິດຂ້ອຍ​ຂຽນ​ຖືກ​ຢູ່ ສ່ວນ​ປະ­ຊາ­ຊົນ​ຍັງ​ບໍ່​ທັນ​ໄດ້​ເຂົ້າໃຈ​ພາ­ສາ​ຂອງ​ຕົນ​ຢ່າງ​ເລິກ­ເຊິ່ງ.

 ນອກ­ຈາກ​ນັ້ນ ​ໜ່ວຍ​ງານ​ທີ່​ເຮັດວຽກ​ກ່ຽວ​ກັບ​ການ​ສົ່ງ­ເສີມ ແລະພັດ­ທະ­ນາ​ພາ­ສານັ້ນຍັງ​ບໍ່ທັນ​ເຮັດ​ຢ່າງ​ເປັນ​ລະ­ບົບ ແລະຈິງ​ຈັງ, ທີ່​ສຳ­ຄັນ​ຄື​ໜ່ວຍ​ງານທີ່​ຊຸກ­ຍູ້​ກວດ­ກາ ນຳ​ໃຊ້​ພາສາ​ໃຫ້​ຖືກ­ຕ້ອງ​ເປັນ​ເອ­ກະ​ພາບ ແລະເປັນ​ໄປ​ຕາມ​ຕົວ​ບົດ​ກົດາຍ​ຍັງ​ບໍ່​ມີ​ເລີຍ.

ຫາກ​ເຮົາປຽບ​ໃສ່​ປະ­ເທດ​ກຳ­ປູ­ເຈຍ​ເຂົາເຈົ້າ​ມີ​ສະ​ຖາ​ບັນ​ຣາ​ຊະ​ບັນ­ດິດ ແຕ່​ປີ 1930 ເຊິ່ງ​ເກີດ​ຂຶ້ນ​ພ້ອມໆກັບ​ສະ​ຖາ​ບັນ​ຈັນ­ທະ​ບູ​ຣີ​ຂອງລາວ ແລະສະ​ຖາ​ບັນ​ນີ້ ​ຍັງ​ສືບ­ຕໍ່ວຽກ​ງານ​ຂອງ​ເຂົາ​ມາ​ເທົ່າ​ທຸກວັນ​ນີ້, ສ່ວນ​ລາວ​ເຮົາ​ສະ​ຖາ​ບັນນີ້​ຖືກ​ຍົກ­ເລີກ​ແຕ່​ປີ 1975 ມາ​ບັດນີ້​ຍັງ​ບໍ່​ມີ​ສະ​ຖາ​ບັນ​ໃດ​ທຳໜ້າ­ທີ່​ວຽກ​ງານ​ກ່ຽວ​ກັບ​ພາສາ​ລາວ ອັກສອນລາວ​ເປັນ​ຫຼັກ​ເປັນ​ແຫຼ່ງເທື່ອ.

ພາ­ສາ​ລາວ​ເຮົາເທົ່າ​ທີ່​ສຶກສາ​ເບິ່ງ​ເປັນ​ເໝືອນ​ລູກ​ບໍ່​ມີ​ພໍ່ ໜ່ວຍ​ໜ່ວຍ​ງານ​ທີ່​ກ່ຽວ­ຂ້ອງຍັງ​ບໍ່​ໄດ້​ຈັດ​ລະ­ບົບ​ການ​ຕາຍລົງ, ການ​ເກີດ​ຂຶ້ນ, ການ​ນຳ​ໃຊ້ພາ­ສາ​ລາວ​ກໍ່​ເປັນ​ໄປ​ຕາມ​ກະແສ​ສັງ­ຄົມ​ມັນ​ເປັນ​ເທົ່າ​ນັ້ນ.

ດັ່ງນັ້ນ, ເຮົາ​ຈິ່ງ​ເຫັນ​ພາ­ສາ​ຂອງ​ເຮົາ​ຍັງ​ຂາດສະເຖັຍລະພາບຢູ່ທຸກ​ວັນ​ນີ້, ຫາກ​ເປັນ​ເຊັ່ນ​ນີ້ ກໍ​ອາດ​ຄາດໄດ້​ວ່າ ການ​ພັດ­ທະ­ນາ​ເສດ​ຖະກິດ-ສັງ­ຄົມ, ວັດ­ທະ­ນະ­ທຳ, ການເມືອງ, ເສດ­ຖະ­ກິດ, ເຕັກ​ໂນ​ໂລ​ຢີ ຂອງ​ຊາດ​ຍ່ອມ​ຈະ​ເປັນ​ໄປໄດ້​ໃນ​ລັກ­ສະ­ນະ​ຊ້າໆ ເພາະ­ວ່າພາ­ສາ​ຄື​ການ​ສື່­ສານ ຫາກ​ພາ­ສາສື່­ສານ​ກັນ​ເປັນ​ໄປ​ຍາກ ​ບໍ່​ເອ­ກະພາບການ​ພັດ­ທະ­ນາ​ອື່ນໆ​ ກໍຕ້ອງຍາກ​ເຊັ່ນ​ກັນ ເພາະ​ພາ­ສາ​ ແລະອັກສອນເປັນປັດ​ໄຈ​ສຳ­ຄັນ​ຂອງ​ທຸກ​ວຽກງານ​ຂອງ​ຊາດ​ນັ້ນ​ເອງ, ຄວາມຈິງລາວເຮົາ​ມີ​ຄວາມພາກ­ພູມ​ໃຈ​ທີ່​ມີ​ຕົວ​ອັກ­ສອນ​ຂຽນ​ເປັນ​ຂອງ​ຕົນ​ເອງມີຮອດສອງແບບ ແບບໜຶ່ງ ເຮົາບໍ່ໃຊ້ ກໍຕັ້ງຊື່ໃຫ້ວ່າເປັນອັກສອນທຳ ຄົນດຽວນີ້ເຂົ້າໃຈໄປຮອດວ່າອັກສອນທຳນັ້ນເປັນອັກສອນພຣະພຸດທະເຈົ້າ ໄປເລີບ ບໍ່ກ້າຈັບກ້າຕ້ອງ ໃນທີ່ສຸດຄົນກະອ່ານບໍ່ໄດ້ ອັກສອນກະຕາຍ ວິຊາການລາວທີ່ຖືກບັນທຶກດ້ວຍອັກສອນ ນີ້ກໍຕາຍ, ອັກສອນທີສອງບັນຍັດໃຫ້ເປັນອັກສອນລາວ ແຕ່ກໍຖືກຕັດບັນທອນຈົນຂາດຫຼັກຂາດເຄົ້າ, ພາກັນຕີຄວາມ ໝາຍຂອງອັກສອນ ແລະພາສາສຸມສີ່ສຸກຫ້າ, ແລະພາກັນຖົກຖຽງກັນບໍ່ແລ້ວບໍ່ທົ່ວ, ຫາກ​ພາ­ກັນ​ຖົກ​ຖຽງ​ກັນ​ແບບ​ບໍ່​ຮູ້​ເລີກ​ຮູ້​ແລ້ວ​ວ່າ​ຊິ​ຂຽນ​ຕາມ​ສຽງ ຫຼືຕາມ​ເຄົ້າທັງໆ​ທີ່​ມີ​ກົດ​ພາສາ​ໃຫ້​ຂຽນ​ຕາມ​ສຽງ​ແລ້ວ, ບໍ່​ຍອມ­ຮັບ​ການ​ຂຽນ​ຕາມສຽງ ເນື່ອງ​ຈາກ​ບັນ­ຫາ​ນີ້​ແລ້ວ ກໍຄືຈະ​ກໍ່ໃຫ້ເກີດ​ມີ​ບັນ­ຫາ​ອື່ນ​ຕາມ​ມາ​ ຄື:

1. ຕ່າງ​ຝ່າຍ​ຕ່າງ​ຖືວ່າ​ຕົນ​ເອງຖືກ ​ຝ່າຍ​ອື່ນ​ຜິດ(ເພາະ​ຖື​ຕຳ­ລາຕ່າງ​ກັນ)ຈິ່ງ​ຂຽນ​ຕາມ​ຕົນ​ມັກ.
2. ສ້າງ​ນິດ­ໄສສັງຄົມ ​ບໍ່ມີຄວາມ​ຍິນ​ຍອມ​ກັນ ຖຶທິດຖີມານະ.
3. ອາດກໍ່ໃຫ້ເກີດຄວາມບໍ່​ມີ​ຄວາມ​ເປັນ​ເອ­ກະພາບ ທາງດ້ານການຄິດ, ການກະທຳ.
4. ຂາດ​ການ​ເອົາ­ໃຈ­ໃສ່ ແລະພັດ­ທະ­ນາ​ພາ­ສາ ແລະອັກສອນ​ຢ່າງ​ຈິງຈັງ ຈິງ​ໃຈ.
5. ມີ​ຜົນ​ກະ­ທົບ​ຕໍ່​ວິ­ຊາ​ການ ແລະທິດ​ສະ​ດີ​ຕ່າງໆ​ທັງ​ໃນ​ອະດີດ, ​ປະ­ຈຸ​ບັນ ແລະອະ­ນາ­ຄົດ (ຫາກ​ບໍ່​ຟ້າວ​ປັບ­ປຸງ, ສົ່ງເສີມ​ພາ­ສາ ແລະອັກ­ສອນ​ລາວໂດຍ​ໄວ).
6. ເກີດ​ມີ​ການ​ຕໍ່­ຕ້ານ​ພາ­ສາລາວ​ໂດຍ​ທາງ​ກົງ ເພາະ​ບໍ່​ຮູ້​ເຄົ້າບໍ່​ຮູ້​ສັບ ທີ່ມາທາງປະຫວັດສາດເຊື້ອຊາດ ແລະເຜົ່າພັນ.
7. ເກີດ​ການ​ຕໍ່­ຕ້ານ​ພາ­ສາ (ວັດ​ຈະ​ນາະພາ­ສາ) ຄຳ​ເວົ້າ​ທ້ອງຖິ່ນທີ່ມີຄວາມອຸດົມສົມບູນ, ເກີດການບໍ່ຍອມຮັບ ແລະສົງໄສໃນສິ່ງທີ່ມີຢູ່ຂອງພາສາເວົ້າ.
8. ເຮັດ​ໃຫ້​ພາ­ສາ​ລາວ(ພາສາເວົ້າ)​ບາງຄຳ​ຕາຍ​ລົງ​ໄດ້ ເພາະ​ອັກ­ສອນບາງ​ຄຳ​ຂຽນ​ໄປ​ແລ້ວອອກ­ສຽງບໍ່​ຖືກ​ຕາມ​ເຄົ້າ​ສຽງ (ບໍ່​ແມ່ນ​ເຄົ້າສັບ).
9. ມີ​ການ​ຕ້ານ​ພາ­ສາ​ລາວ​ທີ່ຖືກ​ໃຊ້​ໃນ​ປະ­ເທດ​ອ້ອມ​ຂ້າງ, ໂດຍ​ເຂົ້າ­ໃຈ​ວ່າ​ພາ­ສາ​ນັ້ນ​ເປັນພາ­ສາ​ເພື່ອນ​ບ້ານ.
10. ເກີດການຕ້ານພາສາເວົ້າ ແລະສຳນຽງທ້ອງຖິ່ນລາວ.
11. ເມື່ອ​ພາ­ສາ​ລາວ​ຂາດແຄນ​ ການ​ຫຼິ້ນ​ສຽງ ຫຼືສຳນວນ(ທາງສັນ­ທະ​ລັກ­ສະ­ນະ) ຂອງພາ­ສາ​ຖືກ​ຕາຍ​ລົງ​ແລ້ວ ອາດເຮັດ​ໃຫ້​ພາ­ສາ​ຄັບ­ແຄບ​ກໍຕ້ອງຫາ​ພາ­ສາ​ອື່ນ ຫຼືສ້າງ​ສຳນວນພາ­ໃໝ່ມາແທນ (ອັນນີ້ເປັນກົດເກນ ການເກີດຂອງພາສາຢູ່ແລ້ວແຕ່ຢູ່ໃນເຄົ້າພາສາຕົນ) ຫາກຄົນຂາດຄວາມເຂົ້າໃຈຕໍ່ພາສາຕົນອາດຫາພາສາອື່ນ​ມາ​ແທນ ຫາກ​ບໍ່​ມີ​ແທນອາດເອົາ​ພາ­ສາ​​ຂອງ​ຊາດ​ອື່ນ​ມາໃຊ້.
12. ບັນ­ຫາ​ຄວາມ​ບໍ່​ເປັນ​ເອກະ​ພາບ​ທາງ​ການ​ເວົ້າ​ ການ​ຂຽນ ກໍ່­ໃຫ້­ເກີດ​ຄວາມ​ບໍ່​ເອ­ກະ​ພາບທາງ​ພຶດ­ຕິ​ກຳ ແລະຈິດ­ໃຈ​ໃນ​ທີ່ສຸດ​ກໍ່ບໍ່​ຍອມ​ກັນ.(ຄຳວ່າເອກະພາບ ໝາຍເຖິງເຂົ້າໃຈຕໍ່ພາສາ ແລະຄຳເວົ້ານັ້ນໆກົງກັນ)
13. ເມື່ອ​ພາ­ສາ​ບໍ່​ເອ­ກະ​ພາບ ເຮັດ​ໃຫ້​ເກີດ​ຜົນ​ເສຍ​ທາງ​ອ້ອມຄື: ວິ­ຊາ​ການ​ບໍ່​ຖືກ​ພັດ­ທະ­ນາ, ການ​ຕີ​ຄວາມ​າຍ​ຂອງ​ພາ­ສາຄາດ​ເຄື່ອນ, ພາ­ສາ​ເກີດ​ໃໝ່ບໍ່ໄດ້​ຖືກ​ຄວບ​ຄຸມ ເພາະ​ບໍ່​ມີ​ສະ​ຖາບັນ​ຮອງ​ຮັບ ​ໃນ​ທີ່​ສຸດ​ກໍນຳ​ເອົາພາ­ສາ​ອື່ນ​ເຂົ້າ​ມາ​ໃຊ້​ແທນ.

ເມື່ອ​ໄປ​ເຖິງ​ຈຸດຫນຶ່ງ​ ເມື່ອ​ພາ­ສາ​ລາວ​ອາດ​ຖືກກຸດ​ຫ້ຽນ​ ຄົນ​ຮຸ່ນ​ຕໍ່​ໄປຈິ່ງ​ຈະ​ເຫັນຄວາມ​ສຳ­ຄັນ​ຂອງ​ພາ­ສາ​ແລ້ວກໍ​ຈະ​ກັບ​ມາ​ພັດ­ທະ­ນາ​ພາ­ສາຂອງ​ຕົນ​ໃນ​ຍຸກ​ນັ້ນ ເຂົາ​ພັດ​ທະນາ​ວິ­ທະ­ຍາ­ສາດ ແລະເຕັກ​ໂນໂລຊີ​ໄປ​ຮອດ​ໃສ​ແລ້ວ ເຮົາ​ຍັງກັບ​ມາ​ພັດ­ທະ­ນາ​ພາ­ສາ​ຄືນ­ໃໝ່ ຫາກ​ສັງ­ຄົມ​ຕ້ອງ­ການ​ສື່­ສານ​ໃນສັງ­ຄົມ​ຕົນໂດຍ​ເຕັກ​ໂນ​ໂລຊີ​ບໍ່ຖືກ​ພັດ­ທະ­ນາ​ ທາງ​ເຕັກ​ໂນ​ໂລ​ຍີກໍ່​ຈະ​ເຮັດ​ໃຫ້​ຄົນ​ລາວ​ຫັນ​ໄປ​ໃຊ້ອັກ­ສອນ​ອື່ນ​ແທນ (ອັນ​ນີ້​ສັງ­ເກດໃນ​ການ​ໃຊ້​ໂທລະ­ສັບ ແລະອິນເຕີ​ເນັດ​ປະ­ຈຸ​ບັນ) ຊັບ​ພະ­ຍາກອນ​ມະ­ນຸດ​ແມ່ນ​ສິ່ງ​ທີ່​ສຳ­ຄັນ​ໃນການ​ພັດ­ທະ­ນາ​ປະ­ເທດ​ຊາດ​, ຖ້າ​ຢາກ​ໃຫ້​ຄົນລາວ​ໃຊ້​ພາ­ສາ ແລະອັກສອນ ຂອງ​ຕົນ​ຢ່າງ​ຖືກ­ຕ້ອງພາກພູມ, ຕ້ອງ​ພັດ­ທະ­ນາ​ຊັບ​ພະຍາ​ກອນ​ມະ­ນຸດ​ຄຽງ​ຄູ່​ກັບ​ການພັດ­ທະ­ນາ​ປະ­ເທດ​ຊາດພັດ​ທະນາ​ຜູ້​ຊົມ­ໃຊ້​ພາ­ສາ​ເວົ້າ ຄຽງຄູ່ກັບການພັດທະນາພາສາຂຽນ(ອັກສອນ) ຕໍ່ເນື່ອງກັບການ​ພັດ­ທະ­ນາ​ປະ­ເທດ​ຊາດ ໃນດ້ານອື່ນໆ” ໄປ​ພ້ອມໆ​ກັນ.