วันพุธที่ 25 เมษายน พ.ศ. 2555

ໄປມາເລເຊັຍ ໄດ້ຄຳລາວມາ 2 ຄວາມ

      - ໄປທ່ຽວທີ່ໃດ ເວລາກັບມາຕ້ອງຫາຂອງຕ້ອນຍາດພີ່ນ້ອງຄົນຮັກຄົນແພງ, ຜູ້ນຳພາທ່ອງທ່ຽວຖາມວ່າ "ອາຈານຕ້ອງການຂອງຕ້ອນປະເພດໃດ ?" ກໍຕອບເຂົາໄປວ່າ "ຂອງພື້ນເມືອງທີ່ເປັນເອກະລັກຂອງຊາວມາເລ ແຕ່ຄົນລາວກໍໃຊ້ໄດ້" ເຂົາໄລ່ຊື່ຂອງພື້ນເມືອງມາເລມາຫຼວງຫຼາຍພາຍມາກ ທີ່ຜູ້ຂຽນຕິດອົກຕິດໃຈ 2 ຊື່ ຄື "ສລອງ ແລະບາຕິກ".
- (SARUNG TENUN) ສຣອງ ແມ່ນສະໂຣ່ງ ບ້ານເຮົາເຮົານີ້ເອງ, ສ່ວນບາຕິກ(BATIK)ນັ້ນແມ່ນສິ້ນແຕ້ມ, ບ້ານເຮົາ ເຊັ່ນກັນ.

- ພໍດີອອກຈາກຮ້ານອາຫານຈີນ ທີ່ເມືອງ ເຊແຣມບັນ(SEREMBAN) ທ່ານອາເລັກກໍພາພວກເຮົາໄປຂຶ້ນຕະຫຼາດ ເຊິງເປັນຫ້າງ 3 ຊັ້ນ ຈັດເປັນປະເພດຂອງຂາຍເປັນໂຊນໆໄປ ຕລາດນີ້ຈະຂາຍປະເພດເຄື່ອງນຸ່ງຫົ່ມ ແລະເຄື່ອງໃຊ້ຄົວເຮືອນບາງຢ່າງເທົ່ານັ້ນ ທັງຂອງພື້ນເມືອງແລ້ວທັນສະໄໝ, ເປົ້າໝາຍກໍແມ່ນໄປຫາຊື້ຜ້າ ສຣອງ(ບາງຄົນກໍອອກສຽງ ສໂຣງ) ແລະຜ້າບາຕິກ.


- ແຕ່ກໍບໍ່ໄດ້ຊື້ຢູ່ຕະຫຼາດນີ້ ຖາມລາຄາຕໍ່ ຢູ່ 12 ຣິງກິດມາເລ, ກໍໄປຕລາດໃໝ່ ຈຶ່ງຊື້ຢູ່ຕລາດສົດ ເພາະບາຕິກ ຕໍ່ລົງໄດ້ 10 ຣິງກິດ, ຜ້າສໂຣ່ງຕໍ່ລົງໄດ້ 15 ຣິງກິດ.


- ຫຼັງຈາກໄດ້ຜ້າແລ້ວ ຜູ້ຂຽນຍັງຕິດໃຈກັບຄຳວ່າ "ສໂຣ່ງ ກັບ ບາຕິກ" ໂດຍສະເພາະ ຊື່ນີ້ມັນມີທີ່ມາຈາກໃສ ? ທີ່ມັນຄືກັນກັບພາສາລາວນັ້ນກໍແມ່ນຄຳວ່າ "ສໂຣ່ງ", ຜູ້ຂຽນກໍຄິດໆ ແລະຖາມຄວາມໝາຍຈາກ ທ່ານອາເລັກ ຊາວຈີນມາເລເຊັຍຜູ້ນຳທ່ຽວ ເຂົາກໍອະທິບາຍບໍ່ໄດ້ຈະແຈ້ງປານໄດ້ມີແຕ່ບອກວ່າ "ເປັນຄຳມາເລ ແຕ່ຜ້າທັງສອງ ຢ່າງນີ້ທັງຊາຍ ແລະຍິ່ງນຸ່ງໄດ້ທັງສອງ".

- ຫຼັງຈາກນັ້ນ ທາງຜູ້ນຳທ່ຽວກໍພາໄປທ່ຽວພິພິດທະພັນ ບຸດາຢາ seramba, ຊື່ວ່າ TAMAN SENI BUDAYA NEEGIRI SEMBILAN ຈຶ່ງໄດ້ພົບກັບຄຳວ່າ "ສໂຣ່ງ ກັບບາຕິກ" ມີການພົວພັນກັບລາວມາເຫິງນານ ຍາກທີ່ຈະຫາຫຼັກຖານທາງໜັງສືມາອ້າງອີງ ໄດ້ແຕ່ຫຼັກຖານທາງວັດຖຸ ແລະພາສານີ້ເອງ.


- ເມື່ອພວກເຮົາເຂົ້າໄປພິພິທະພັນນັ້ນ ພໍດີເຮົາໄດ້ພົບກັບສິ່ງທີ່ເຂົາໄດ້ຄົ້ນພົບ ແລະຄົ້ນຄວ້າເລື່ອງກ່ຽວກັບຫີນ ຕັ້ງ ຕະຫຼອດທັງປະເພນີວັດທະນະທຳກັບຫີນຕັ້ງ, ເຮົາບໍ່ຮູ້ຄວາມໝາຍໃດໆເລີຍ ກ່ຽວກັບສິ່ງທີ່ພົບ ເພາະການ ວາງສະແດງໃນວັນນີ້ ບໍ່ມີຜູ້ບັນຍາຍ ເລີຍມີແຕ່ຄົນຍາມຄົນດຽວ ແລະເຂົາກະບໍ່ຫ້າມຖ່າຍຮູບດ້ວຍຈຶ່ງໄດ້ ແຕ່ຖ່ານຮູບເກັບກຳໄວ້ ໃນສິ່ງທີ່ຄາດວ່າຈະເປັນຂໍ້ມູນໄດ້ເທົ່ານັ້ນ, ໃນນັ້ນ ທີ່ພິພິທະພັນກາງແຈ້ງ ເຮົາພົບເຮືອນຮ້ານແບບດຽວກັບເຮືອນລາວ ທີ່ເຄີຍຢູ່ສະໄໝຍັງນ້ອຍ ເຊິ່ງເປັນເຮືອນພໍ່ເຖົ້າຂອງຜູ້ຂຽນເອງ ເມື່ອ 30 ປີຄືນຫຼັງ ແຕ່ພວກເຮົາຍັງບໍ່ທັນຂຶ້ນໄປ ທີ່ເຮືອນນັ້ນ.

- ເຮົາເຂົ້າໄປທຳອິດ ເຫັນແຜ່ນຫີນດັດແປງແບບທຳມະຊາດ ຕັ້ງຈຸ້ມກັບຢູ່ ຂ້າພະເຈົ້ານຶກເຖິງຫີນຕັ້ງແຂວງ ຫົວພັນທັນທີ, ໂອ.........ອັນດຽວກັບທີ່ເມືອງລາວເລີຍ ວັດທະນະທຳນີ້ມີເກີນ 3000 ປີແນ່ນອນ, ເປັນວັດທະນະທຳຫຼັກບ້ານ, ຫຼັກເມືອງ, ພູມບ້ານ ແລະບູຊາບວງສວາງວິນຍານ ໃນສາສນາຟ້າແຖນ ຫຼືສາສະໜາແຖນຟ້າ ເຮົາຮູ້ໃນປັດຈຸບັນນີ້ ແມ່ນວັດທະນະທຳແຫ່ງຊາວລາວບູຮານ ທີ່ຮຽກວ່າ ສາສນາຜີນັ້ນເອງ.

- ຜູ້ນຳເມັຍທ່ານທູດຖາມວ່າແມ່ນຫຍັງ ? ກໍຕອບໄດ້ໂລດວ່າ "ຫຼັກບ້ານຫຼັກເມືອງ ຂອງສາສນາແຖນ ໃນສັງ ຄົມຊົນລາວບູຮານ ເມື່ອ 2000-3000 ປີ, ຫາກເຮົາເຫັນຫຼັກຫີນແບບນີ້ ທີ່ໃດກໍຕາມຫາກພົບກັບຄ້ອງບັ້ງ ຕ້ອງເປັນວັດທະນະທຳດຽວກັບລາວແທ້ ຖ້າເບິ່ງເດີອາດຈະພົບກັບຄ້ອງບັ້ງ ເຊິ່ງຄົນລາວບາງທ່ານຮຽກວ່າ ຕັ່ງພະຍາແຖນນັ້ນ" ຂ້າພະເຈົ້າກໍສັ່ງໃຫ້ເດັກນ້ອຍ ເກັບພາບໄວ້ເທົ່າທີ່ພໍເກັບກຳໄດ້ ເມື່ອຍ່າງໄປຮອດສຸດທ້າຍ ຂອງຫ້ອງ ກໍເປັນດັ່ງທີ່ຂ້າພະເຈົ້າຄິດໄວ້ຢ່າງໜ້າງງຶດໃນນັ້ນ ເຮົາພົບກັບຄ້ອງບັ້ງ ຄາດວ່າເປັນ ຣຸ້ນທີ 3-4 ສະພາບແຕກຫັກ.

- ຂ້າພະເຈົ້າ ເວົ້າອອກມາຢ່າງບໍ່ຕ້ອງສົງໄສ ? ເປັນວັດທະນະທຳດຽວກັບລາວແທ້, ຂ້າພະເຈົ້າບອກຄົນທີ່ໄປ ນຳວ່າ "ເມືອງລາວບູຮານ ທີ່ຫຼວງພຣະບາງນັ້ນ ກ່ອນຈະມາເປັບເມືອງຊຽງທອງຮຽກວ່າເມືອງຊວາ ແລະທີ່ນອກຫຼວງພຣະບາງໄປທາງເໜືອ ກໍປາກົດເຫັນຄຳວ່າ ບ້ານຊວາ ປາກົດຢູ່ ໃນຫຼວງພຣະບາງ ກໍມີຊົນເຜົ່າກຶມມຸ ແລະພວກໄຕປາກົດຢູ່ຫຼວງຫຼາຍ ນີ້ແລ້ວວັດທະນະທຳພວກນີ້ ເຂົາຢູ່ປົນກັນ ຖືກວັດທະນະ ທຳດຽວກັນ ນັກປະຫວັດສາດລຸ້ນກ່ອນວ່າ ດອນຊວາ JAVA ເຂົາວ່າພວກຊົນຊາດເດີມໃນເມືອງຊວາ (ຫຼວງພຣະບາງ)ອົບພະຍົບໄປຢູ່ ເມື່ອໄຕລາວລົງມາຢຶດດິນແດນນີ້ເປັນເມືອງຂອງຕົນ".

- ເມື່ອປີ 2008 ພວກເຮົາຄົງຈຳໄດ້ວ່າ ທີ່ທົ່ງນາເງືອກນັ້ນທາງກົມຫໍພິພິທະພັນລາວ ກັບພວກສຳຫຼວດບໍ່ຄໍາ ພົບຄ້ອງບັ້ງລຸ້ນ 1 ທີ່ທົ່ງນາເງືອກ ເປັນຂ່າວທີ່ໂດ່ງດັງໃນຕ່າງປະເທດ, ຂ້າພະເຈົ້າຄິດວ່າ ນັກປະຫວັດສາດ ຣຸ່ນກ່ອນເວົ້າຖືກ ວ່າເກາະຊວານັ້ນ ແມ່ນຄົນມາຈາກແຜ່ນດິນໃຫຍ່ໃນສຸວັນນະພູມ ເຊິ່ງມີສູນກາງຢູ່ເມືອງລາວ ເພາະມັນມີວັດທະນະທຳດຽວກັນ ຄືວັດທະນະທຳຄ້ອງບັ້ງ, ອັນວ່າຄ້ອງບັ້ງລຸ້ນ 1 ນີິ້, ຕາມການລາຍງານສ່ວນຕົວໃຫ້ຜູ້ຂຽນຟັງ ໂດຍທ່ານວຽງແກ້ວ ສຸກສະຫວັດດີ ຮອງກົມພິິພິທະພັນ ຂອງລາວ ເມື່ອປີ 2011 "ເຮົາພົບຄ້ອງບັ້ງລຸ້ນ 1 ທີ່ສົມບູນສຸດແມ່ນທີ່ທົ່ງນາເງືອກ ແຂວງສະຫວັນນະເຂດ, ພົບສົມບູນແນ່ຈັກໜ່ອຍ ແມ່ນທີ່ສະຫວັນ ແລະຈຳປາສັກ ແລະທົ່ວປະເທດເຮົາພົບແລ້ວ 9 ໜ່ວຍ, ເຫຼືອນັ້ນບໍ່ສົມບູນ".

- ອັນນີ້ ເມື່ອເຮົາໄດ້ເຫັນເສົາຫີນ ແລະວັດທະນະທຳເສົາຫີນໃນພິພິທະພັນເມືອງເຊຣັມບັນ ແລະຮູບແທ້ທີ່ເຂົາ ຖ່າຍເຖິງການຈັດລຽງໄວ້ແລ້ວ ເຮົາກໍນຶກເຖິງເສົາຫີນພູມບ້ານພູມເມືອງທາງພາກເໜືອຂອງລາວ ທີ່ທາງທ່ານວຽງແກ້ວສຸກສະຫວັດດີເອົາໃຫ້ເບິ່ງພິຈາຣະນາເບິ່ງແລ້ວ ວັດທະນະທຳການຈັດລຽງແບບ ດຽວກັນເລີຍບໍ່ມີຜິດ ຄາດການວ່າວັດຖຸປະສົງຂອງວັດທະນະທຳຫີນນີ້ຄົງເປັນອັນດຽວກັນທີ່ພົບໃນເມືອງລາວ.

- ໃນປີ 2008-2009 ເມື່ອທາງການລາວຂຸດຖນົນເຊດຖາເຮົາກໍພົບພົບວັດທະນະທຳຫຼັກເມືອງ ຂອງເມືອງວຽງຈັນ ແຕ່ ຄ.ສ 1617 ອັນເປັນສະໄໝຂອງພະຍາເມືອງຈັນທະບູຣີ ໃນໄລຍະດຽວກັບພຣະເຈົ້າ ໂພທິສາລະຣາດລົງມາທຳການຟື້ນຟູເມືອງຈັນທະບູຣີ (ຂ້າພະເຈົ້າຄິດວ່າໃນສະໄໝນັ້ນ ພຣະເຈົ້າໂພທິສາລະຣາຊ ຄົງມາສຳຫຼວດເມືອງຈັນທະບູຣີ ໃຫ້ເປັນເມືອງຫຼວງ ເພາະພຣະຍາເມືອງຈັນທະບູຣີນັ້ນກໍເປັນຣາຊະ ບຸດຂອງພຣະ ອົງເອງຢູ່ແລ້ວຫຼັງຈາກພຣະອົງໄດ້ສົ່ງພຣະເຈົ້າໄຊຍະເຊດຖາໄປຄອງລ້ານນາແລ້ວ) ວັດທະນະທຳ ເອົາຫີນມາລຽນກັນເຮັດສານຫຼັກເມືອງ ໃນວຽງຈັນນີ້ ເປັນແບບວັດທະນະທຳລາວ ທີ່ສືບທອດມາຈາກເມືອງຊວາ ຫຼືຊຽງທອງ, ໃນນັ້ນ ທີ່ສິມວັດສີເມືອງ ເຮົາກໍພົບຫຼັກຫີນເຊັນດຽວກັບ ເຊິ່ງເປັນວັດທະນະທຳທາງໃຕ້ ເຊິ່ງເຮົາຮຽກວ່າວັດທະນະທຳ ສີໂຄດຈັນທະບູຣີ ຮ່ວມສະໄໝກັບວັດທະນະທຳອັງກໍຣ໌. 

- ນອກຈາກນັ້ນ ເຮົາກໍພົບເຮືອນແບບວັດທະນະທຳລາວບູຮານ 1 ຫຼັງ, ເຮືອນທັງສອງຫຼັງນີ້ ແບບດຽວກັບ ເຮືອນວັດທະນະທຳລາວ ທີ່ຫາເບິ່ງໄດ້ຍາກ ເພາະເຮືອນແບບນີ້ເຊົານິຍົມສ້າງແລ້ວ, ບໍ່ສະເພາະແຕ່ຮູບເຮືອນ ທັງວິທິການສ້າງ ແລະເຕັກນິກນັ້ນກໍເໝືອນກັນ, ເຖິງວ່າເຮືອນໃນມາເລເຊັຍທີ່ຈຳລອງມາ ສ້າງໃໝ່ ມັນກໍສ້າງດ້ວຍ ແບບວິທີເກົ່າທັງໝົດ, ຂ້າພະເຈົ້ານຶກເຫັນສອງເລື່ອງ ຄື ນຶກເຫັນເຮືອນພໍໍ່ເຖົ້າຂອງຂ້າພະເຈົ້າ ທີ່ບ້ານດອນຂະເໝົາ ມີການປຸກ ແລະໃສ່ລວດລາຍແບບດຽວກັນກັບທີ່ມາເລນີເລີຍ ຕ່າງແຕ່ເຮືອນທີ່ມາເລເປັນແບບເຮືອນດ່ຽວ ແຕ່ເຮືອນຂອງພໍ່ເຖົ້າເປັນເຮືອນແຝດ ມຸງດ້ວຍໄມ້  ເຊິ່ງຜູ້ຂຽນກໍເຄີຍຢູ່ ແລະເຄີຍນອນກ່ອນ ທີ່ຈະ ຕົກທອດເປັນມໍລະດົດຂອງປ້າ ເອື້ອຍແມ່ຂອງຜູ້ຂຽນ ທີ່ມາເລເຊັຍມີສອງຫຼັງ ມຸງດ້ວຍໄມ້ ແລະມຸງດ້ວຍໃບຈາກ, ທີ່ດອນຂະເໝົາສະໄໝຍັງນ້ອຍນັ້ນ ບໍ່ແມ່ນສະເພາະ ເຮືອນຂອງພໍ່ເຖົ້າຜູ້ຂຽນເທົ່ານັ້ນ ເຮືອນຂອງຄົນອື່ນໆກໍມີລັກສະນະຄ້າຍເຊັ່ນນີ້ ມີລວດລາຍໃສ່ຄັກແນ່ ບາງເຮືອນກໍບໍ່ມີລວດລາຍທັງຫຼັງ ແຕ່ມີແຕ່ແຈເຮືອນ ໂດຍອີງຕາມຖານະເຈົ້າຂອງເຮືອນ ທີ່ມາເລເຊັຍ ເຂົາຄົງຈຳລອງ ເອົາເຮືອນທີ່ມີແບບສົມບູນທີ່ສຸດມາໄວ້.


- ສິ່ງທີ່ຂ້າພະເຈົ້າງຶດອັນໜຶ່ງ ຄື ປະຕູເຮືອນນັ້ນ ມີທັງໄຂ-ອັດ ຖືວ່າເປັນແບບທຳມະດາ ທີ່ໃດກໍມີ ແຕ່ວ່າ ທີ່ມາເລເຊັຍເຫັນແບບ ຊູດເລື່ອນ ເຊິ່ງເຮືອນຂອງພໍ່ເຖົ້າຂ້າພະເຈົ້າກໍເປັນແບບດຽວກັນນີ້ ງຶດກົງທີ່ວ່າມາເລ ເຊັຍກັບລາວສະໄໝນັ້ນ ມັນໄກກັນເຫຼືອເກີນ ເຫດໃດວັດທະນະທະທຳແບບນີ້ມັນຈຶ່ງເໝືອນກັນໄດ້ ລາວເຮົານີ້ ຢາກສົມຄວນທີ່ຈະລົງໄປມາເລເຊັຍໃນສະໄໝນັ້ນໄດ້ງ່າຍໆ ການຂ່າວການຄາວ ຄົມມະນາຄົມມັນຍຸ້ງຍາກພຽງໃດ ຫາກປັດຈຸບັນນີ້ ຜູ້ຂຽນບໍ່ງຶດແນ່ນອນ ເພາະຊາວໂລກດຽວນີ້ ເຂົາໃຊ້ພ້າດວງດຽວກັນ ກິນເຂົ້າຄົວດຽວກັນ, ແຕ່ເມື່ອກ່ອນນັັບແຕ່ 100 ປີກັບຫຼັງນັ້ນ ຍາກທີ່ມະນຸດຈະໄປມາຫາສູກັນ ແລະຖ່າຍທອດຄວາມຮູ້ສູ່ກັນໄດ້, ອັນນີ້ຂ້າພະເຈົ້າຈຶ່ງສະຫຼຸບວ່າ "ມະນຸດນັ້ນ ມີວິວັດທະນາການທາງຄວາມຄິດເໝືອນກັນ ຄວາມຄິດຄວາມຝັນຂອງມະນຸດນັ້ນແມ່ນເໝືອນກັນ, ມີຄວາມຄິດຫຼາຍຄວາມຄິດບໍ່ໄດ້ຖ່າຍທອດຈາກກັນ ແລະມີຄວາມຫຄິດຫຼາຍຄວາມຄິດໄດ້ທ່າຍທອດຈາກກັນ ຫາກສັງຄົມນັ້ນ ມີການພົວພັນກັນ" ເຮືອນຍົກພື້ນນີ້ ເຮົາເຂົ້າໃຈແຕ່ເປັນແຕ່ເຮືອນຄົນລາວເທົ່ານັ້ນ ເພາະເມື່ອ 666 ກວ່າປີ ພຣະເຈົ້າຟ້າງຸ່ມປະກາດວ່າ "ຢູ່ເຮືອນຮ້ານ ກິນເຂົ້າໜຽວ ຄ້ຽວປາແດກ ເປົ່າແຄນແມ່ນລາວ".


- ແລ້ວຖ້າເປັນເຊັ່ນນັ້ນ ຄົນມາເລເຊັນນັ້ນ ສ່ວນໜຶ່ງຕ້ອງມີວິວັດທະນາການມາຈາກລາວດິນແດນລາວ ຫຼືດິນແດນ ທີ່ເປັນແຜ່ນດິນໃຫຍ່ສຸວັນນະພູມແນ່ນອນ ແຕ່ຫາກເປັນການຍ້າຍໄປກ່ອນພຣະເຈົ້າ ຟ້າງຸ່ມ ຈະມາສະຖາປານາເມືອງຊວາໃຫ້ເປັນອານາຈັກລ້ານຊ້າງ.


- ນີ້ຄືຫຼັກຖານທີ່ເປັນວັດຖຸ ທີ່ຂ້າພະເຈົ້າພົບໃນມາເລເຊັຍ ອັນທີສອງກໍແມ່ນພົບທາງພາສາ ແລະກ່ຽວເນື່ອງກັບ ວັດທະນະທຳ.


- ວັດທະນະທຳລາວ ຍິງນຸ່ງສິ້ນ, ຊາຍນຸ່ງສະໂຣ່ງ ແລະຜ້າຫາງອື່ນໆ, ສ່ວນຜ້າສະໂຣ່ງນັ້ນສຳລັບຊາຍລາວ ຫາເບິ່ງໄດ້ຍາກແລ້ວ ຫາກຢາກເບິ່ງການນຸ່ງສະໂຣ່ງຕ້ອງໄປພະມ້າ, ຂະເໝນ, ວຽດນາມໃຕ້, ຊຽງຮຸ່ງ, ມາເລ ອິນໂດເນເຊັຍ, ສຳລັບສິ້ນນີ້ ຫາເບິ່ງໄດ້ງ່າຍໆ ເພາະຄົນລາວນຸ່ງສິ້ນທັງນັ້ນ ແຕ່ການນຸ່ງສິ້ນຂອງຄົນລາວ ມີຫຼາຍແບບອີງຕາມສົນຊາດຊົນເຜົ່າ ແຕ່ເປັນໜ້າເສັຍດາຍ ກະຊວງວັດທະນະທຳລາວ ຫຼືນັກວິຊາການລາວ ກຳນົດສິ້ນລາວແບບຕາຍໂຕໂພດ ຄື "ສິ້ນລາວຕ້ອງມີຫົວ ແລະມີຕີນ" ຫາກກຳນົດເຊັ່ນນີ້ ເປັນການຕັດຂາດ ວັດທະນະທຳສິ້ນ ທີ່ມີຄວາມຫຼາກຫຼາຍໃນສັງຄົມລາວລົງ, ບໍ່ແຕ່ສະເພາະທຳລາຍວັດທະນະທຳການນຸ່ງຖື ເທົ່ານັ້ນ ທັງຍັງທຳລາຍວັດທະນະທຳການຜະລິດລົງອີກ ເພາະຄົນຈະບໍ່ໃຊ້ ສິ້ນແບບທີ່ບໍ່ມີຕີນມີຫົວ ຫາກບໍ່ມີການຊົມໃຊ້ ສິ້ນມີ່ ລາຍຍ້ອມ ອາດຈະສູນພັນໄປໄດ້ ຍັງເຫຼືອແຕ່ສິ້ນທີ່ເປັນລາຍເກັບ ລາຍຂິກ, ເຊັ່ນດຽວກັບສິ້ນແບບບາຕິກ ໃນລາວເຮົາບໍ່ເຫັນມີການຜະລິດ ແຕ່ມີນຸ່ງເພາະມັນນຸ່ງງ່າຍ ສິ້ນນັ້ນມາຈາກໃສ ກໍຊື້ມາຈາກນອກປະເທດນັ້ນເອງ, ຄວາມຈິງສິ້ນບາຕິກນັ້ນ ກ່ອນໜ້າໜີຫຼາຍຮ້ອຍປີຄົງມີ ແຕ່ວ່າວັດທະນະທຳ ເຮົາມັນຂາຍຫາຍ ເພາະຄົນລາວກວດຕ້ອນລົງໄປໃຕ້(ດິນໄທຍ໌) ເມື່ອເກືອນ 300 ປີເປັນຕົ້ນມາ, ເຫດຜົນ ເພາະເຮົາພົບຫຼັກຖານການນຸ່ງສິນແບບບາຕິກ ເຊິ່ງເຮົາຮຽກວ່າ "ສິ້ນແຕ້ມ" ໃນພາສາລາວເຮົາ ໃນຊຸມຊົນ ໄຕລື້ ໄຕ ດຳ ໄຕແດງ ແລະພວກຈ້ວງ ໃນພາກເໜືອຂອງວຽດນາມກໍປະກົດມີ.

- ສະຫຼຸບໃຫ້ເຫັນວ່າ ວັດຖຸສິ່ງໃດ ບໍ່ຊົມໃຊ້ວັດຖຸສິ່ງນັ້ນບໍ່ພັດທະນາ, ທຸກສິ່ງທຸກຢ່າງກໍເຊັ່ນດຽວກັນ, ອັນນີ້ມັນກົງກັບ ທິດສະດີຂອງມາກ-ເລນິນວ່າ "ວັດຖຸເກີດຈາກການເຄື່ອນເໜັງຂອງແຮງງານ".

- ເມື່ອເຮົາເຂົ້າໃຈຫຼັກຖານທັງສອງແລ້ວ ເຮົາມາເຂົ້າໃຈກັບຄຳວ່າ "ສິ້ນແຕ້ມ" ກັບບາຕິກ ເປັນວັດຖຸອັນດຽວກັນ ເປັນຫຍັງຈຶ່ງມີຊືຕ່າງກັນ, ແລະຄຳວ່າ "ສະໂຣ່ງ" ທັງລາວທັງມາເລເວົ້າຄືກັນອ້ອຍຕ້ອຍ.

- ຄຳວ່າບາຕິກ "BATIK" ໃນພາສາມາເລ ບາງຄັ້ງກໍອອກສຽງວ່າ "ບາເຕ໊ະ" ຄຳວ່າ "ຕິກ" ນັ້ນໝາຍເຖິງຈຸດ, ຫຼືແຕ້ມ, ຫຼືມີຄວາມໝາຍວ່າ "ຈຸດນ້ອຍໆ ຫຼືນ້ອຍໆ" ໂດຍຂັ້ນຕອນທີ່ທຳນັ້ນ ເຂົາເອົາແພມາວາງໄວ້ແລ້ວ ເອົານໍ້າໄຂ ຫຼືທຽນໄປແຕ້ມໆເປັນລວດລາຍເປັນຈຸດໆໆໄວ້ນ້ອຍໆ ໃຫຍ່ໆຕາມລວຍລາຍ ແລ້ວກໍເອົາສີໄປແຕ້ມ ຫາກທີ່ຈຸດທີ່ມີໄຂ ຫຼືທຽນແຕ້ມໄວ້ນຳ້ສີຈະບໍ່ຊິມເຂົ້າເນື້ອຜ້າ, ເມື່ອເອົາໄປຕາກແດດຈົນສີແຫ້ງ ແລ້ວກໍເອົາມາຕົ້ມອີກຄັ້ງໜຶ່ງ ໄຂຈະລາຍລາຍໄປເຫຼືອແຕ່ເນື້ອຜ້າທີ່ງົດງາມ, ດຽວນີ້ເຂົາບໍ່ແຕ້ມ ເຂົາຈະພິມເອົາ.

- ທີ່ມັນກ່ຽວກັບພາສາ ຄຳວ່າ "ຕິກ" ໃນພາສາລາວເຮົາກໍນໍາມາໃຊ້ຫຼາຍ ເຊັ່ນ ຈຸດ, ຕິກ, ຈ້ຳ, ໝາຍຄວາມວ່າ ແຕ້ມລົງໃຫ້ເປັນຈຸດນ້ອຍຕາມກຳນົດ, ກໍໝາຍເຖິງແຕ້ມນັ້ນເອງ ດ້ວຍເຫດນັ້ນ ລາວເຮົາຈຶ່ງຮຽກວ່າ "ສິ້ນແຕ້ມ".

- ອັນໜຶ່ງ ໃນພາສາລາວເຮົາກໍມັກເວົ້າວ່າ "ໄປຕິກ" ຄືຄົນໄປບໍ່ຢູ່ບໍ່ເຊົານັ້ນ ຄືໄປຕິກ ໝາຍເຖິງໄປເລື້ອຍໆ ສ່ວນຂະເໝນກໍເວົ້າວ່າ "ໂກຕິກ" ແປວ່າໄປເລື້ອຍໆ ຫຼື "ຕິກ" ແປວ່າ ເລື້ອຍໆ.

- ສ່ວນວ່າສະໂຣ່ງ ອອກສຽງສະໂຣ້ງ, ທັງລາວ ແລະທັງມາເລ ແລະຄົນໃນພູມີພາກອາຊີໃຊ້ຮຽກເໝືອນກັນ ສະນັ້ນຄຳວ່າ "ສະໂຣ່ງ" ທັງວັດຖຸ ແລະພາສາ ເປັນວັດທະນະທຳລາວບູຮານ ທີ່ສືບທອດມາຈາກພາສາ ຂອງຊາວອາຊີທັງໝົດ.

- ແຕ່ເປັນໜ້າເສັຍດາຍ ດຽວນີ້ ຄົນລາວລືມຜ້ານີ້ໄປແລ້ວ ຍັງເຫຼືອຄົນນຸ່ງບໍ່ຫຼາຍປານໃດ ວັດທະນະທຳການ ເຮັດຜ້າສະໂຣ່ງ ອາດຊິຂາດຫາຍໄປ ຫຼືຂາດຫາຍໄປແລ້ວຈາກເມືອງລາວ, ພ້ອມໆກັບພາສາກໍຈະຫາຍໄປ ເໝືອນກັນ ເພາະດຽວນີ້ ຍ້ອນສະພາບການປ່ຽນແປງທາງອັກສອນ ພາສາກໍປ່ຽນແປງໄປນໍາ ເຊັ່ນ ຄົນດຽວນີ້ ຂຽນວ່າ "ຜ້າສະລົງ, ຜ້າສະຫຼົ້ງ, ຜ້າສະໂຫຼ້ງ, ຜ້າສະລົງ, ຜ້າສະລົ້ງ" ແຕກຕ່າງກັນໄປໂດຍບໍເອກະພາບ, ຜ້າສະຫຼົ້ງ ທີ່ພຣະສົງສາມະເນນນຸ່ງ ເຂົາຮຽກວ່າ "ຜ້າສະບົງ" ນັ້ນແລ.
(ເບິ່ງພາບປະກອບ)

วันอาทิตย์ที่ 22 เมษายน พ.ศ. 2555

ອິໂຕນຊາດ ພາສາລາວ

- ຫຼັງ­ຈາກ­ໄດ້ອ່ານ­ບົດ­ຄວາມ ກ່ຽວ­ກັບ­ພາສາລາວ ທາງ­ໜັງ­ສື­ພິມ­ປະ­­ເທດ­ລາວ ໜ້າ­ທີ 3 ວັນ­ທີ 18/04/2012­ ເຊິ່ງ­ເປັນ­ຜົນງານການ­ຂຽນ­ຂອງ ສົມ­ນິດ ວັນ­ຄໍາ ­ໃນ­ຫົວ­ຂໍ້ວ່າ "ພວກ­ເຮົາ­ເປັນ­ຄົນ­ລາວ­ຕ້ອງ­ພ້ອມ­ກັນ­ເວົ້າ ­ແລະ­ຂຽນ ພາສາລາວ­ໃຫ້­ຖືກ ­ເພື່ອ­ປົກ­ປັກ­ຮັກ­ສາຄວາມ­ເປັນ­ລາວ­ຕະ­ຫຼອດ­ໄປ"

- ຂະ­ນະ­ນັ້ນ ກໍາ­ລັງ­ປະ­ຕິບັດ­ກິດຢູ່­ປະ­­ເທດມາ­ເລ­ເຊັຍ ­ໄດ້ອ່ານ­ທາງ­ໜັງ­ສື­ພິມອອນ­ລາຍ­ທີ່­ເປັນ pdf ອ່ານ­ຫົວ­ຂໍ້­ເລື່ອງ­ແລ້ວ ­ເຮັດ­ໃຫ້­ຊື່ນ­ອົກ­ຊື່ນ­ໃຈ­ໃນ­ຫົວ­ຂໍ້­ເລື່ອງ­ຢ່າງບອກ­ບໍ່­ໄດ້ວ່າ ມັນ­ມີ­ຄວາມ­ພາກ­ພູມ­ໃຈຂະ­ໜາດ­ໃດ, ­ເພາະ­ຫົວ­ຂໍ້­ຂອງ­ເລື່ອງ­ມັນ­ເປັນ­ສາລະ­ປະ­­ໂຫຍດ­ທີ່ຍິ່ງ­ໃຫຍ່­ເໜືອ ກວ່າຄວາມ­ວ່າ­ຮັກ­ຊາດ ຮັກ­ພາສາ­ນັ້ນ­ອີກ, ­ແຕ່­ເມື່ອມາ­ອ່ານ­ເບິ່ງ­ເນື້ອ­ເລື່ອງ­ແລ້ວ ຄວາມ­ເສົ້າ­ໃຈ­ກັບມາ­ແທນ­ທີ່ ມອງ­ບໍ່­ເຫັນ­ເປັນ­ຮູບ­ປະ­ທໍາ­ເລີຍ­ວ່າ ຫົວ­ເລື່ອງ­ກັບ­ເນື້ອ­ເລື່ອງ ມັນຈະ­ສອດ­ຄ່ອງ­ກັນ ມັນ­ກັບ­ສວນ­ທາງ­ກັນ­ຮ້າຍກ­ວ່າ­ລົດ­ໄຟລອຍ­ຟ້າກາງນະ­ຄອນ­ເຄ­ເອ­ລ­(ກົວລາລັມເປີ)ນັ້ນ ລົດ­ໄຟລອຍ­ຟ້າກາງນະ­ຄອນ­ເຄ­ເອ­ລ­ ນັ້ນ ມັນ­ສວນ­ທາງ­ກັນ­ທຸກ­ຫ້ານາ­ທີ ­ແຕ່ມັນ­ກໍບໍ່­ຕໍາ­ກັນ­ແມ່ນ­ໜ້ອຍດຽວ ­ແຕ່­ລົດ­ໄຟລອຍ­ຟ້າ­ນັ້ນ­ມັນ­ພັດ­ຕ່າງ­ກັບ­ບົດ­ຄວາມ­ເລື່ອງ­ພາສາຂອງ ສົມ­ນິດ ວັນ­ຄໍາ ສວນ­ທາງ ­ແລະ­ຕໍາ­ກັນ ຈົນມອງ­ເຫັນ­ຈຸດ­ພັງ­ ທະ­ລາຍ­ຂອງ­ພາສາລາວ­ໃນອະ­ນາ­ຄົດ­ຢ່າງ­ໜ້າ­ສັງ­ເວດ­ເພດ­ທະ­ນາ­ໃນ­ຊະ­ຕາ­ກໍາຂອງ­ຊາດ­ລາວ.

- ຊາດ­ລາວ ກໍຄື­ຊາດ­ໃດໆ­­ໃນ­ໂລກ ກໍຕົກ­ຢູ່­ໃນ­ຊະ­ຕາ­ກໍາດຽວ­ກັນ ຄືກາຍ­ເປັນ­ຫົວ­ເມືອງ­ຂຶ້ນ­ຂອງ­ຊາດ­ອື່ນ­ ທີ່­ແຂງ­ແຮງກ­ວ່າ ມາ­ໄລຍະ­ປັດ­ຈຸບັນ­ບັນດາ ຊາດ­ທີ່ອ່ອນ­ດ້ອຍກ­ວ່າ ກໍາ­ລັງ­ຕົກ­ເປັນ­ຫົວ­ເມືອງ­ຂຶ້ນ­ທາງ­ວັດ­ທະ­ນະ­ທໍາຂອງ­ຊາດ­ອື່ນ­ ທີ່­ເຂັ້ມ­ແຂງກ­ວ່າ ສະ­ນັ້ນ­ພະ­ນະ­ທ່ານ ປະ­ທານ­ໄກ­ສອນ ພົມ­ວິ­ຫານ ຈຶ່ງ­ຝາກ­ສຸນ­ທອນ­ພົດ­ນີ­ໄວ້ວ່າ "­ເສັຍ­ພາສາ­ເໝືອນ­ເສັຍ­ຊາດ" ຈາກ­ວັນ­ນັ້ນ­ເຖິງ­ວັນ­ນີ້ ບໍ່­ເຫັນ­ມີ­ໃຜ­ສົນ­ໃຈ­ຄໍາ­ນີ້ ­ແລະ­­ເອົາ­ຄໍາ­ນີ້ມາ­ຜັນ­ຂະ­ຫາຍ­ໃຫ້­ເປັນ­ຮູປະ­ທໍາ ­ແຖມ­ຍັງ­ທໍາ­ໃຫ້ສຸນ­ທອນ­ພົດ­ອັນ­ປະ­­ເສີດ­ນັ້ນກາຍ­ເປັນ­ຄວາມ­ຈິງ­ຂຶ້ນມາ­ໄດ້­ໃນ­ທາງ­ລົບອີກ­ດ້ວຍ ປະ­­ເທດ­ລາວ­ເຮົາ­ເກືອບ­ເສັຍ­ຊາດມາ­ແລ້ວ­ຄັ້ງ­ໜຶ່ງ ­ເພາະ­ຝ­ຣັ່ງ ­ແລະ­ຄົນ­ລາວບາງ­ກຸ່ມ ຢາກ­ຈະ­­ເອົາ­ອັກ­ສອນ­ໂລ­ມັນມາຂຽນ­ຄໍາລາວ ­ແທນ­ອັກ­ສອນ­ລາວ ຫາກ­ເຂົາ­ທໍາ­ໄດ້­ພາສາລາວອາດ­ຈະ­ປ່ຽນ­ທັງສຽງ ­ແລະ­ປ່ຽນ­ທັງ­ຮູບ­ແຕ່ບັດ­ນັ້ນ­ເປັນ­ຕົ້ນມາ, ­ແຕ່­ເປັນ­ໜ້າພາກ­ພູມ­ໃຈ ທີ່ບັນ­ພະ­ບູລຸດ­ລາວ ອັນ­ມີ­ຄະ­ນະ­ພຣະ­ສົງ­ທົ່ວ­ປະ­­ເທດ ພ້ອມ­ທັງ­ສະ­­ເດັດ­ເຈົ້າ­ເພັດ­ຊະ­ລາດ ­ແລະ­ສົມ­ເດັດ­ອັກ­ຄະ­ມະ­ຫາ­ບັນ­ດິດ­ລູກ­ແກ້ວ(ຄູນ ມະ­ນີວົງ)ອົງ­ສັງ­ຄະ­ນາ­ຍົກ­ເປັນ­ແກ່ນ­ນໍາ­ໃນການ­ປົກ­ປ້ອງ­ພາສາ ລາວ­ໄວ້­ ໄດ້­ຈົນມາ­ບັດ­ນີ້ ­ແຕ່ກໍໜ້າ­ສີດາຍ ທີ່­ລູກ­ຫຼານ­ລາວ­ເຮົາ­ກໍາ­ລັງ­ຈະ­ທໍາລາຍ­ພາສາລາວ ດ້ວຍການ­ບໍ່­ຮູ້­ເຖິງການ­ຂະ­ໜາດ­ນີ້.

- ດັ່ງ­ທີ່ບອກ­ແລ້ວ ຂະ­ນະ­ນັ້ນ­ຂ້າພະ­­ເຈົ້າ­ກໍາ­ລັງ­ຢູ່­ປະ­ຕິບັດ­ກິດ­ທີ່­ປະ­­ເທດມະ­­ເລ­ເຊັຍ ­ເຊິ່ງ­ເປັນ­ປະ­­ເທດ­ມຸດ­ສະ­ລິມ ­ເຊິ່ງ­ໃຜໆ­ກໍ­ເຂົ້າ­ໃຈ­ວ່າປະ­­ເທດ­ມຸດ­ສະ­ລິມ­ເປັນ­ຕາ­ຢ້ານ, ບາດ­ຜູ້­ຂຽນ­ໄປ­ເບິ່ງ­ແລ້ວ ­ເຫັນ­ວ່າປະ­­ເທດມາ­ເລ­ເຊັຍ ­ເປັນ­ປະ­­ເທດ­ມຸດ­ສະ­ລິມ ທີ່ມີ­ຄວາມ­ເປັນ­ເອກະ­ລາດ ­ແລະ­­ເປັນ­ປຶກ­ແຜ່ນມີ­ຄວາມ­ສາ­ມັກ­ຄີ­ຂອງ­ຄົນ­ໃນ­ຊາດ­ໄດ້ ລະ­ດັບ­ໜຶ່ງ ນັບ­ແຕ່ຍ່າງ­ເຂົ້າ­ໄປ­ໃນກາງນະ­ຄອນ­ກົວ­ລາ­ລໍາ­ເປີວັນ­ແຮກ ຜູ້­ຂຽນ ອອກ­ປາກ­ເລີຍ­ວ່າ ຕໍ່­ໄປ­ໃນອະ­ນາ­ຄົດ ປະ­­ເທດມາ­ເລ­ເຊັຍຈະ­ກາຍ­ເປັນ­ຜູ້ນໍາ ສໍາ­ຄັນ­ຂອງ­ບັນດາປະ­­ ເທດ­ອາ­ຊີ­ຕາ­ເວັນອອກ­ສ່ຽງ­ໃຕ້ນີ້ ­ເພາະ­­ເຫດ­ໃດ ກໍ­ເພາະ­ຊັບ­ພະ­ຍາກອນ­ທໍາມະ­ຊາດ ­ແລະ­ຊັບ­ພະ­ຍາ ກອນມະ­ນຸດ­ເຂົາ­ອຸດົມ­ສົມ­ບູນ.

- ອັນ­ທີ່­ຂ້າພະ­­ເຈົ້າ­ເຫັນ­ຄວາມ­ຈິງນອກ­ຈາກ­ນັ້ນ­ອັນ ຄື 1. ຄວາມ­ສະ­ຫງົບ, 2. ຄວາມ­ສະ­ມັກຄີ ­ເປັນ­ນໍ້າ­ໜຶ່ງ­ໃຈດຽວ­ກັນ ­ແລະ­ອັນ­ທີ 3. ຄື­ເຫັນ­ວິ­ໄສ­ທັດ­ອັນ­ຈະ­­ແຈ້ງ ທີ່ມອງ­ໄປ­ຂ້າງ­ໜ້າ­ຢ່າງ­ສະ­ຫວ່າງ­ສະ­­ໄຫວ­ຂອງ­ປະ­ຊາ­ຊົນ ­ແລະ­ການ­ນໍາຂອງ­ຊາວມາ­ເລ­ເຊັຍ.

- ປະ­­ເທດມາ­ເລ­ເຊັຍ ­ເປັນ­ປະ­­ເທດ­ໜຶ່ງ ທີ່ມີ­ຊະ­ຕາ­ກໍາ­ແບບດຽວ­ກັບ­ລາວ ຄື ຕົກ­ເປັນ­ຫົວ­ເມືອງ­ຂຶ້ນ­ຂອງ­ບັນດາປະ­­ເທດ­ລ່າ­ຫົວ­ເມືອງ­ຂຶ້ນ ­ເໝືອນ­ກັບ­ລາວ, ປາ­ກົດ­ວ່າຈະ­ຍາວນານ ­ໜັກໜ່ວງ ແລະ­ຫຼາຍ­ຊາດ ກວ່າລາວ­ດ້ວຍ­ຊໍ້າ ຄື ­ໄລຍະ­ສາມ­ຮ້ອຍ­ປີ­ຄືນ­ຫຼັງມາ­ເລ­ເຊັຍ­ເປັນ­ຫົວ­ເມືອງ­ຂຶ້ນ­ຂອງ­ປະ­­ເທດ­ປ໊ອກ­ຕຸຍການ ­ໃນ­ໄລຍະ­ຮ້ອຍກ­ວ່າ­ປີ­ຜ່ານມາ­ຕົກ­ເປັນ­ຫົວ ­ເມືອງ­ຂຶ້ນ­ຂອງ­ອັງ­ກິດ­ຢູ່­ຫຼາຍ­ປີ, ທີ່­ໜັກ­ໄປກ­ວ່າ­ນັ້ນ ປະ­­ເທດມາ­ເລ­ເຊັຍ­ຍັງ­ເຕັມ­ໄປ­ດ້ວຍ­ບັນດາ­ຊົນ­ຊາດຕ່າງ­ໆຊາດ ຕ່າງ­ພາສາ ຕ່າງ­ສາສະ­ໜາຈາກ­ທັງ­ຈີນ, ທັງ­ອິນ­ເດັຍ ­ເຮັດ­ໃຫ້ມາ­ເລ­ເຊັຍ ມີ­ພາສາ­ເວົ້າ­ໃຫຍ່ໆ­ ນອກ­ຈາກ­ພາສາມາລາຢາ­ເອງ­ແລ້ວ ຍັງ­ມີ­ພາສາ­ປ໊ອກ­ຕຸຍການ, ຈີນ ­ແລະ­ຮິນ­ດີອີກ ສໍາ­ລັບ­ພາສາມາລາຢາ­ເອງ ກ່າວ­ກັນ­ວ່າ­ເກືອບ­ສູນ­ເຊື້ອ­ໄປ ­ເພາະ­ຄົນມາລາ­ຢູ່­ສ່ວນ­ໃຫຍ່­ໄດ້­ເວົ້າພາສາ­ອັງ­ກິດ­ແທນ ­ໃນ­ລະ­ບົບ­ທາງການ ­ການສຶກສາ ແລະ­ຊຸູມ­ຊົນ ­ແຕ່­ເມື່ອ­ສະ­ຫະ­ພັນມາລາ­ຢູ­ໄດ້­ຮັບ­ເອກະ­ລາດ­ແລ້ວ ພວກ­ເຂົາ­ກໍຟື້ນ­ຟູພາສາມາລາ­ຢູ່­ຄືນ­ໃໝ່ ­ແຕ່ວ່າ­ມັນກະ­­ເປັນ­ໄປ­ໄດ້ຍາກ ທີ່­ຈະ­­ໃຫ້­ຄົນມາ­ເລ­ເຊັຍ ­ເວົ້າພາສາມາ­ເລ­ຢ່າງດຽວ ­ເພາະ­ຊາວ­ຈີນ­ພົ້ນ­ທະ­­ເລ­ໃນ ມາລາຢາ­ນັ້ນ ­ເປັນ­ຊົນ­ຊາດ­ໃຫຍ່ ­ແລະ­­ເຂັ້ມ­ແຂງ­ກໍາ­ອໍານາດ­ທາງ­ເສດ­ຖະ­ກິດ ການ­ເມືອງ ສັງ­ຄົມ, ນອກ­ ຈາກ­ນັ້ນ ຄົນ­ອິນ­ເດັຍ­ເອງ­ກໍ­ເວົ້າ­ທັງ­ພາສາ­ຮີນ­ດີ ­ແລະ­ພາສາ­ອັງ­ກິດ ຈຶ່ງ­ເປັນການຍາກ ທີ່­ຈະ­ພັດ­ທະ­ນາ ພາສາມາ­ເລ­ໄດ້.

- ­ແຕ່ມາຮອດ­ວັນ­ນີ້ ຄົນມາ­ເລ­ເຊັຍ­ເກືອບ 80 ສ່ວນ­ຮ້ອຍ­ຂອງ­ປະ­­ເທດ­ເວົ້າພາສາ­ໄດ້­ເຖິງ­ສາມ­ພາສາ ຄື ພາສາມາລາ­ຢູ, ພາສາ­ຈີນ ­ແລະ­ພາສາ­ອັງ­ກິດ ­ໃນ­ວົງການ­ທຸລະ­ກິດການ­ຄ້າ ­ເທົ່າ­ທີ່­ຜູ້­ຂຽນ­ສັງ­ເກດ­ເຫັນ­ໃນມາ­ເລ­ເຊັຍ­ນັ້ນ ພາສາ­ອັງ­ກິດ ­ແລະ­ພາສາ­ຈີນ­ຮູ້­ສຶກ­ວ່າ ຈະ­­ເປັນ­ສິ່ງ­ສໍາ­ຄັນ­ໃນການ­ດໍາ­ລົງ­ຊີວິດ­ຂອງ­ພວກ­ເຂົາ, ຂ້າພະ­­ເຈົ້່າ ­ໄດ້­ຖືກ­ນໍາ­ທ່ຽວ­ໂດຍ­ຄົນມາ­ເລ­ເຊື້ອ­ສາຍ­ຈີນ ­ໄປ­ໃນ­ແຫຼ່ງການ­ຄ້າ ­ແລະ­ວັດ­ທະ­ນະ­ທໍາ ຂອງມາ­ເລ­ນັ້ນ ­ເຫັນ­ໄດ້ວ່າຄົນມາ­ເລ ­ເຂົາ­ໃຊ້­ພາສາ­ອັງ­ກິດ ­ແລະ­ພາສາ­ຈີນ­ເປັນ­ພາສາຫຼັກ­ໃນການ­ສື່­ສານ ຮູ້­ສຶກ­ວ່າສອງ­ພາສາ­ນີ້­ຈະ­­ໃຊ້­ໄດ້­ປົນ­ກັນ­ຢ່າງ­ລົງ­ຕົວ ­ແລະ­ບໍ່ມີການ­ຕິ­ສິນ­ນິນ­ທາ­ກັນ­ແຕ່­ຢ່າງ­ໃດ­ເລີຍ ບາງ­ຄັ້ງ­ຍັງ­ເຫັນ­ຄົນມາ­ເລ­ທັງ­ເຊື້ອ­ສາຍ­ຈີນ, ­ເຊື້ອ­ສາຍມາ­ເລ ­ແລະ­­ເຊື້ອ­ສາຍ­ອິນ­ເດັຍ­ເວົ້າ­ກັນ­ທັງ­ສອງ ຫຼື­ສາມ­ພາສາ­ປົນ­ກັນ­ຢູ່­ຢ່າງ­ນັ້ນ ອັນ­ນີ້­ຄື­ຄວາມ­ຫຼາກ­ຫຼາຍ ຂອງ­ແຫຼ່ງ­ວັດ­ທະ­ນະ­ທໍາ­ທີ່­ຢູ່ດ້ວຍ­ກັນ­ຢ່າງ­ລົງ­ຕົວ.

- ທີ່­ເຫັນ­ໄດ້ອັນ­ຈະ­­ແຈ້ງ­ອີກ­ຢ່າງ­ໜຶ່ງ ຄື­ໃນ­ສັງ­ຄົມ­ສ່ວນກາງ­ນັ້ນ ­ເຂົາຈະ­­ເວົ້າພາ­ອັງ­ກິດ­ເປັນ­ສື່ກາງ ອັນ­ນີ້ ມັນ­ບໍ່­ສະ­­ເພາະ­ອໍານວຍ­ຜົນ­ໃຫ້­ແກ່­ຄົນມາ­ເລ­ເຊັຍ­ເທົ່າ­ນັ້ນ ­ແຕ່ມັນ­ຍັງ­ອໍານວຍ­ຜົນ­ໃຫ້­ແກ່­ຄົນ­ຕ່າງ­ປະ­­ເທດ ທີ່­ເວົ້າພາ­ອັງ­ກິດ ຫຼື­ພາສາ­ຈີນ­ໄດ້ອີກ­ດ້ວຍ ຈຶ່ງ­ທວາຍ­ວ່າ­ໃນອະ­ນາ­ຄົດມາ­ເລ­ເຊັຍ­ຈະ­­ເປັນ­ຜູ້ນໍາທາງ­ດ້ານ­ເສດ­ຖະ­ກິດ ເປັນຫຼັກ­ ແລະ­ສໍາ­ຄັນ­ຂອງ­ກຸ່ມ­ອາຊຽນ ­ເພາະ­ວ່າ­ຄົນມາ­ເລ­ເຊັຍ­ທຸກໆ­ຄົນ ­ເມື່ອ­ຫັນ­ໜ້າ­ໃສ່­ຄົນ­ທີ່­ເວົ້າພາາ­ຈີນ ­ເຂົາ­ກໍ­ເວົ້າ­ກັນ­ເຂົ້າ­ໃຈ­ຢ່າງ­ເລິກ­ເຊິ່ງ ທັງ­ຮູ້­ຄວາມ­ໝາຍ ­ເມື່ອ­ເຂົາ­ຫັນ­ໜ້າ­ໃສ່­ຄົນ­ທີ່­ເວົ້າພາສາ­ອັງ­ກິດ ­ເຊິ່ງ­ອາດ­ກ່າວ­ໄດ້ວ່າ­ເປັນ­ຄົນ­ສ່ວນ­ໃຫຍ່­ຂອງ­ໂລກ­ຊໍ້າ ­ເຂົາ­ກໍສື່­ສານ­ກັນ ຢ່າງ­ເຂົ້າ­ອົກ­ເຂົ້າ­ໃຈ ­ແລ້ວ­ອໍານາດການ­ຄ້າ ການ­ທ່ອງ­ທ່ຽວ­ຕະ­ຫຼອດ­ທັງ­ເທັກ­ໂນ­ໂລ­ຍີ­ຈະ­­ໄດ້­ປະ­­ໂຫຍດ­ ແກ່­ໃຜຫຼາຍກ­ວ່າ­ກັນ ເມື່ອເວົ້າພາສາມາເລ ອັນເປັນພາສາຊາດ ພາສາທາງການພວກເຂົາກໍສາມາດ ໃຊ້ໄດ້ກັນຢ່າງທົ່ວເຖິງ.

- ຂ້າພະ­­ເຈົ້າ ປະ­ຕິບັດ­ກິດ ­ແລະ­ທ່ອງ­ທ່ຽວ­ໃນມາ­ເລ­ເຊັຍ­ພຽງ 4 ວັນ 5 ຄືນ ກໍ­ເຫັນ­ໄດ້ວ່າ ຄົນມາ­ເລ­ເຊັຍ­ໄດ້ ມີ­ຄວາມ­ພາກ­ພູມ­ໃຈ­ໃນ­ພາສາ­ທີ່­ຕົນ­ຮັບ­ຮູ້ ­ແລະ­­ໃຊ້ມັນ­ຢ່າງ­ບໍ່­ເກິະ­­ເຂີນ ­ແລະ­ອຽງ­ອາຍ.

- ຄົນມາ­ເລ­ເຊັຍ­ທຸກໆ­ຄົນ­ທີ່­ຂ້າພະ­­ເຈົ້າ­ພົບ­ເຫັນ­ ບໍ່ວ່າ­ໃນ­ຫ້າງ­ໃຫຍ່ ­ໃນ­ຊຸມ­ຊົນ­ນ້ອຍໆ­ ­ແລະ­­ໃນ­ຕະ­ຫຼາດ­ສົດ ­ໃນ­ສະ­ຖາ­ນີ­ລົດ­ໄຟ ­ແລະ­­ເດີ່ນ­ບິນ­ບໍ່­ເວັ້ນ­ແຕ່ ພໍ່­ຄ້າ­ແມ່­ຄ້າ­ເລັກໆ­ນ້ອຍໆ­ ທີ່­ຂາຍ­ໝາກ­ພິກ­ໝາກ­ເຂີອ ພະ­ນັກງານ ທໍາຄວາມ­ສະ­ອາດ­ອາຄານ­ສະ­ຖານ­ທີ່ ­ແລະ­ຮັກ­ສາ­ຫ້ອງ­ນໍ້າ ­ເຂົາ­ກໍ­ເວົ້າພາສາ­ອັງ­ກິດ, ຈີນ ­ແລະ­ມາ­ເລ­ໄດ້­ທັງ­ນັ້ນ.

- ­ເມື່ອ­ເຫັນ­ເຂົາ­ແລ້ວ ­ເຮົາ­ກໍມອງ­ເຖິງ­ເຮົາ ສໍາ­ລັບ­ຄົນ­ລາວ­ແລ້ວ ຂ້າພະ­­ເຈົ້າ­ບໍ່­ໄດ້ມຸ້ງ­ຫວັງ­ຢາກ­ໃຫ້­ຄົນ­ລາວ ຫຼື­ປະ­­ເທດ­ລາວ­ໃຊ້­ພາສາ­ຕ່າງ­ປະ­­ເທດ­ແທນ­ພາສາລາວດອກ ­ເພາະ­ພາສາລາວ­ເຮົາ­ກໍມີິ ­ແຕ່­ຫາກ­ຄົນ­ລາວ­ສ່ວນ­ໃຫຍ່ ທີ່­ໄດ້­ພາສາ­ຕ່າງ­ປະ­­ເທດ­ແລ້ວ­ກໍນັບ­ວ່າ­ເປັນ­ເລື່ອງ­ດີ ­ແຕ່­ເບື້ອງ­ຕົ້ນ­ນີ້­ຢາກ­ໃຫ້­ຄົນ­ລາວຮູ້ ­ແລະ­­ເຂົ້າ ­ໃຈພາສາຂອງ­ຕົນ­ຢ່າງ­ເລີກ­ເຊິ່ງ ບໍ່­ແມ່­ນຮູ້­ຜິວ­ເຜີນ­ພຽງ­ແຕ່­ໃຊ້­ໃນ­ຄອບ­ຄົວສັງ­ຄົມ­ໄດ້­ເທົ່າ­ນັ້ນ ກໍນັບ­ວ່າລາວ­ເຮົາ­ມີ­ຄວາມ­ເອກະ­ລາດ­ແລ້ວ.

- ­ແຕ່­ເມື່ອມາ­ເບິ່ງ­ບົດ­ຂຽນ­ຂອງ "ສົມ­ນິດ ວັນ­ຄໍາ" ­ແລ້ວ ຂ້າພະ­­ເຈົ້າມອງ­ບໍ່­ເຫັນ­ເລີຍ­ວ່າ­ຄົນ­ລາວ­ສ່ວນ­ໃຫຍ່ ທີ່­ເວົ້າພາສາລາວ­ເປັນ ­ແລະ­­ໄດ້­ທຸກໆ­ຄົນ ຈະ­­ເຂົ້າ­ໃຈພາສາຂອງ­ຕົນ­ຢ່າງ­ເຖິງ­ກົກ­ເຖິງ­ຮາກ­ໄດ້, ຫາກ­ ຄົນ­ລາວສ່ວນ­ໃຫຍ່ຍັງ­ເຂົ້າ­ໃຈພາສາລາວ ສັ້ນໆ­ ຂໍ້­ລໍ້ ­ແຂ້­ແຫຼ້­ແບບສົມ­ນິດ ວັນ­ຄໍາ ນີ້ມີ­ສ່ວນ­ຫຼາຍ ກໍ ມອງ­ເຫັນ­ໄດ້­ແລ້ວ­ວ່າພາສາລາວ­ເຮົາ ອາດ­ຈະ­­ໃຊ້ການ­ບໍ່­ໄດ້ໃນ­ລະ­ບົບ­ສັງ­ຄົມ ­ເສດ­ຖະ­ກິດ ­ແລະ­ວັດ­ທະ­ນະ­ ທໍາ­ເລີຍ­ໃນອະນາຄົດອັນບໍ່ໄກ ເພາະ­­ໃນ­ເນື້ອ­ໃນ­ຂອງບົດ­ຂຽນ­ກ່ຽວ­ກັບ­ພາສາລາວ­ຂອງ­ສົມ­ນິດ ວັນ­ຄໍາ ມີ­ ຫຼາຍ­ຄໍາ­ຖືວ່າ­ຖືກ­ຕ້ອງ ­ແລະ­ມີ­ຫຼາຍ­ຄໍາ ຖືວ່າຄາດ­ເຄື່ອນ­ທີ່­ສຸດ­ໃນ­ຄວາມ­ໝາຍ ­ແລະ­ຄຸນ­ຄ່າທາງ­ພາສາ ­ເທົ່າ­ທີ່­ເຄີຍ­ມີມາ­ໃນ­ປະ­ຫວັດ­ສາດ.

ອ່ານບົດຄວາມປະກອບ ຂອງສົມນິດ ວັນຄຳ ໃນໜ້າ 3 ໜັງສືພິມປະເທດລາວ

วันพฤหัสบดีที่ 19 เมษายน พ.ศ. 2555

ທຳ ກະທຳ ຄຳລາວແຕ່ບູຮານ

  
(ຄົນລາວປັດຈຸບັນເຂົ້າໃຈ ຕາມການແຍກຂອງຄົນໄທຍວ່າ "ທຳ" ເປັນພາສາໄທຍ໌ "ເຮັດ" ເປັນພາສາລາວ, ມີຄຳໜຶ່ງທີ່ໃຊ້ມາແລ້ວເມື່ອ 100 ປີ ຄື "ທຳໄຮ່ທຳນາ" ຄົນດຽວນີ້ ຄັນມີຄົນໃດວ່າ "ທຳໄຮ່ທຳນາ" ການແຍກທຳເປັນພາສາໄທ ແລະເຮັດເປັນພາອີສານ ຕໍ່ມາຄົນລາວໃໝ່ກໍເວົ້າຕາມເຂົາ ຫຼັກຖານເທິງນີ້ ບົງບອກວ່າ "ທຳໄຮ່ທຳນາ" ເປັນພາສາລາວແທ້ໆ)
(ຫຼັກຖານໜຶ່ງ ທີ່ບອກວ່າທຳ ເປັນພາສາລາວ ຄືທຳສັນຍາ ທີ່ເວົ້າມາແລ້ວຮ່ວມຮ້ອຍປີ, ຫຼັກຖານສອງໜ້າເຈັ້ຍເທິງນັ້ນເປັນພາສາລາວ ທີ່ບັນທຶກໂດຍຄົນລາວເຜົ່າລື້ໃນເມືອງສິງຫ໌ ແຂວງຫຼວງນຳ້ທາ)
(ຫຼັກຖານນີ້ຂຽນອັກສອນລາວ ຂຽນໃສ່ໃບລານ ທີ່ຢັ້ງຢືນວ່າ "ທຳ" ເປັນພາສາລາວ ແລະຄົນລາວໃນແຂວງອັດຕະປືໄດ້ໃຊ້ມາແລ້ວຫຼາຍຮ້ອຍປີ ໃນໜັງສືເລື່ອງກາລະເກດ ແຕ່ງເປັນກອນຍາວ ພົບທີ່ວັດບ້ານຊ້າຍ ບ້ານຊ້າຍ ເມືອງໄຊເຊດຖາ ແຂວງອັດຕະປື ຂຽນວ່າ "ຢ່າໄດ້ທຳປານາບາບເວນນຳຕ້ອງ")
(ໃນໜັງສືໃບລານສະບັບນີ້ຂຽນເປັນອັກສອນທັມລາວ, ຈາກເມືອງໂພນທອງ ແຂວງຈຳປາສັກ ເລື່ອງກາລະເກດ ເປັນບົດວັນນະຄະດີປະເພດຄຳອ່ານ ຫຼືຄຳເທດແບບລຽງຄວາມ ປາກົດຄຳວ່າ "ກະທຳ" ຢູ່ຫຼາຍ ເຊັ່ນ "ຊໍ້າກະທຳຕົວແຕ່ງຍົນ"
(ຫຼັກຖານນີ້ ເປັນອັກສອນທັມບາງຄັ້ງປະສົມອັກສອນລາວແນ່ ຂຽນໃສ່ໃບລານ ໄດ້ຈາກແຂວງສາລະວັນ ປາກົດເຫັນການໃຊ້ "ກະທຳ" ໃນນັ້ນຍັງເຫັນການໃຊ້ທຳໂດດໆ ໃນໜັງສືກາລະນັບມື້ສ້ວຍ ເຊັ່ນ "ຍິງຊາຍທັງຫຼາຍຈັກທຳ"
----------------
- ນັບແຕ່ໃນອະດີດ ປີ 1945 ເປັນຕົ້ນມາ ຈົນຮອດປົດປ່ອຍສ້າງຕັ້ງ ສປປລ ຂຶ້ນມາ, ນອກຈາກການປ່ຽນແປງອັກສອນຫຼາຍ ໂຕ ແລະປ່ຽນວິທີຂຽນແລ້ວຕາມກາລະສະໄໝແລ້ວ ເຊັ່ນ ຕັດອັກສອນ 14 ໂຕຖິ້ມ ການບໍ່ໃຊ້ອັກສອນ "ຣ" ເປັນອັກສອນ ຂອງຊາດ ທຳໃຫ້ການຂຽນອັກສອນລາວຜິດພ້ຽນໄປຫຼວງຫຼາຍ ໂດຍສະເພາະ ຄຳລາວທີ່ຂຽນແລະສະກົດດ້ວຍໂຕ "ຣ" ເຊັ່ນ ຣົດ, ຣາຄາ, ຣຽບຣຽງ ນອກຈາກມີຜົນກະທົບໂດຍກົງແລ້ວ ຍັງມີຜົນກະທົບໂດຍອ້ອມອີກ ເຊັ່ນ ເມື່ອ ຣົຖ, ຣົດ, ຣົສ, ລົດ, ມີການຂຽນຄືກັນຄື ລົດ ໂຕດຽວເຮັດໃຫ້ມີການໄປປ່ຽນໂຕພາສາ ລົດ ເປັນຫຼຸດ ແລະອື່ນໆ.

- ນອກຈາກນັ້ນ ບໍ່ໄດ້ສະກົດດ້ວຍໂຕ "ຣ" ແລ້ວ ຄວາມໝາຍຂອງການສື່ພາສາປ່ຽນແປງໄປ ມີຫຼາຍຄຳຕາຍ ແລະພິການ ໄປ.
- ນອກຈາກພາສາລາວຕາຍລົງບາງສ່ວນ, ພິການບາງສ່ວນ ຄວາມໝາຍປ່ຽນແປງ ທີ່ເຫັນໄດ້ກັນຈະແຈ້ງ ຄື ການສື່ຄວາມໝາຍໄຮ້ປະສິດທິພາບ ຂາດຕັກກະ ແລະທຳໃຫ້ເຂົ້າໃຈໃນການສື່ແບບສອງແງ່ສອງງ່າມໃນບາງຄຳ, ທັງໝົດນີ້ ຫາກຈະວ່າເສັຍພາສາ ເໝືອນກັບເສັຍຊາດ ກໍຍັງບໍ່ທັນຈະເວົ້າໄດ້ເຕັມປາກ ເພາະພາສາລາວຍັງໃຊ້ກັນ ໄດ້ຢູ່ ແຕ່ຫາກຈະເວົ້າໄປລ່ວງໜ້າວ່ານີ້ ຄື ການສູນເສັຍເອກະຣາດ ກໍຈະເວົ້າໄດ້ໃນລະດັບໜຶ່ງ ຫາກທາງການ ຟ້າວປັບປຸງ ແກ້ໄຂ ໂດຍທາງຣັດຖະການຢ່າງຈະແຈ້ງ ແລະເປັນຮູບປະທຳ ໂດຍມີຣະບຽບການ ແລະກົດໝາຍ ຄວບຄຸມ ເຊິ່ງມີອົງກອນກ່ຽວກັບພາສາລະດັບທະບວງ ກົມ ຫຼືສຳນັກງານ ກໍອາດຈະຟື້ນຟູຄວາມເປັນເອກະລາດ ທາງພາສາ ນີ້ໄດ້ຄືນ.

- ບັນຫາຂອງພາສາ ແລະອັກສອນລາວນັ້ນ ຕາມທີ່ສັງເກດຕີລາຄານັ້ນ ມີທ່າອ່ຽງແນວໂນ້ມ ໄປໃນການສູນເສັຍ ຫຼາຍກວ່າການພັດທະນາ ສິ່ງທີ່ໜ້າຢ້ານກົວແລະເປັນຫ່ວງນັ້ນ ບໍ່ແມ່ນເລື່ອງອັກສອນສາແລ້ວ ແຕ່ມັນແມ່ນແນວ ຄິດ ແລະຄວາມເຂົ້າໃຈຊາດນັ້ນ ເປັນສິ່ງທຳລາຍພາສາ ແລະວັດທະນະທຳລາວ.

- ຕາມໜ້າເວບ ແລະຕາມສັງຄົມ ເຮົາຈະເຫັນລັກສະນະຄວາມບໍ່ເຂົ້າໃຈຄວາມເປັນຊາດລາວຫຼາຍຢ່າງ ບໍ່ວ່າຊິເປັນ ວຽກງານການຮັບຮູ້ວັດທະນະທຳ, ປະຫວັດສາດ ຄວາມເປັນມາຂອງຊາດແລ້ວ ຍັງມີແນວຄິດຊາດນິຍົມອີກແນວຄິດໜຶ່ງ, ມີແນວຄິດບໍ່ລົງລອຍກັນ ອ້າງຕົວວ່າຕົນຮູ້ກວ່າ ດີກວ່າ ເກ່ງກວ່າ ແນວຄິດຖືຫຼັກການດຽວ ຄຳພີຕາຍໂຕ ບໍ່ເຊື່ອຖືຜູ້ຫຼັກນັກ ປາດ ໃນທີ່ສຸດບໍ່ເຊື່ອຮອດຕຳລາ  ທີ່ທຳໃຫ້ຄຳໃນພາສາລາວບາງຄຳຕາຍລົງເທື່ອລະເລັກລະນ້ອຍ ມີຄົນເຂົ້າໃຈວ່າ ຄຳບາງຄຳ ເປັນພາສາອື່ນ, ເຊັ່ນ ຄຳວ່າ "ທຳ" ນັ້ນກະວ່າເປັນພາສາໄທນ ໂດຍຖືເອົາຕາມທັດສະນະຂອງໄທຍ໌ທີ່ແຍກໄວ້ກ່ອນໜ້ານີ້ແລ້ວວ່າ ທຳເປັນພາສາໄທຍ໌ ເຮັດແມ່ນພາສາອີສານ ການເວລາຜ່ານໄປພາສາລາວພາກອີສານລົດຄວາມສຳຄັນລົງໃນວັດທະນະທຳ ລາວກະໄປຕິດເອົາແນວຄິດນີ້ມາ, ຄວາມເວົ້າເຊັ່ນນີ້ ມັນເກີດຈາກການຮັກຊາດ ແຕ່ການຮັກຊາດແບບນີ້ ເປັນການທຳລາຍຊາດທີ່ອັນຕະລາຍທີ່ສຸດ ສຳລັບສັງຄົມມະນຸດ.

- ຄຳວ່າ "ທຳ" ມີຄວາມໝາຍກົງກັບຄຳວ່າ "ເຮັດ" ຫາກວ່າ "ທຳງານ" ສາມາດໃຊ້ແທນຄໍາວ່າ "ເຮັດວຽກ, ເຮັດການ" ພາສາລາວເປັນທີ່ອຸດົມສົມບູນ ມີຄຳເວົ້າຫຼາຍຄຳໃນພາສາລາວ ທີ່ມີຄວາມໝາຍດຽວກກັນ ເຊັ່ນ ທຳ, ກະທຳ, ກັມ, ເຮັດ, ປະຕິບັດ ແຕ່ຄຳເລົ່ານີ້ສາມາດນຳໄປໃຊ້ໃນສະຖານທີ່ແລະເກດການຕ່າາງກັນ.

- ຄຳວ່າທຳ ລາວເຮົາໃຊ້ມາເຫິງນານແລ້ວ ແຕ່ມາໄລຍະຫຼັງ ຍ້ອນການປ່ອຍປະລະເລີຍໃນການພັດທະນາພາ ບວກກັບແນວຄິດຕໍ່ຕ້ານບາງຢ່າງ ຈຶ່ງທຳໃຫ້ມີການຕໍ່ຕ້ານວັດທະນະທຳທາງພາສາ ທ່ານສາມາດ ສັງເກດ ຄຳເວົ້າທີ່ໃຊ້ ທຳ ແລະກະທຳ ໃນວັນນະຄະດີບູຮານ ໄດ້ໃນຫຼັກຖານເອກະສານເທິງນັ້ນໄດ້ ເອກະສານເລົ່ານີ້ ແລະການໃຊ້ທຳ ທີ່ຍັງມີການໃຊ້ໃນຄຳຜະສົມອື່ນໆ ຄືຫຼັກຖານບັນທຶກພາສາ ແລະວັດທະນະທຳລາວໄດ້ດີທີ່ສຸດ ຫາກເຮົາປະຕິເສດມັນ ເທົ່າກັບເຮົາ ປະຕິເສດຊາດລາວນັ້ນເອງ.