วันพฤหัสบดีที่ 22 กันยายน พ.ศ. 2554

ເສັຍພາສາເໝືອນເສັຍຊາດ

ເສັຍພາສາເໝືອນເສັຍຊາດ
(ເຜີຍແຜ່ສູ່ສາທາຣະນະຄັ້ງແຮກ ເມື່ອ ປີ ໑໔ ເດືອນ ໖ ຄ.ສ ໒໐໐໕, ໃນໜັງສືອັກຂະຣະສາຕຣານຸສຣ)





ເສັຍພາສາ ເໝືອນເສັຍຊາດ.
------
ພາສາເສັຍຊາດມ້ວຍ ມ້ຽນມິ່ງມໍຣະນັງ
ຊື່ສຽງມວນມາຍມຸດ ລຶບສູນຫາຍສ້ຽງ
ສຽງບໍ່ໃສຍາມເວົ້າ ສາກົນຄົນດູຖູກ
ປະຫວັດຂຽນຂີດແຕ້ມ ແຊມທ້າຍກ່າວປະນາມ

ຮ້ອຍວັນພັນໝື່ນມື້ ຄົນດ່າຈາຕິ
ໃຜຫາກທຳລາຍສຽງ ສື່ອັກສອນຄວາມເວົ້າ
ພໍພຽງເຍົາໂຊມສິ້ນ ອັກສອນສິນສາດ
ຊາດກໍມຸດມອດສ້ຽງ ພື້ນຖານເຄົ້າເລົ່າເພ

ວັດທະນະທຳອາດເອ້ ປະດັບຊາດແຊມຊອນ
ກໍມ້ວຍມອນຫຼຸດລົງ ບ່ຽງເບນເປັນເປັ້ຍ
ເຫຼືອແຕ່ພຽງໃນເຈັ້ຍ ເສັຍຄຸນສູນເປົ່າ
ເຫັນຂອງເຂົາເປັນດອກໄມ້ ບູຊາໄຫວ້ເບັ່ງບານ

ການປົກຄອງວຽກບ້ານ ພັກ-ລັດໄດ້ປົກປັກ
ກໍຢຸດຊະງັນງັກ ມືດຕັນຈົນປູ້
ຄົນທີ່ທຳການສ້າງ ສະໜອງງານມືດບອດ
ມອງບໍ່ເຫັນແບບເບື້ອງ ທາງແທ້ທີ່ແນ

ກົດໝາຍເປັນຍອດແກ້ວ ປົກຄອງຊາດຄົງທົນ
ເຖິງວ່າດີພຽງໃດ ກໍແປໄປເປັນຮ້າຍ
ຂະຫຍາຍຕົວບໍ່ເຕັມຮ້ອຍ ພາສາເສັຍສູນເສື່ອມ
ບັນຍັດລົງຖືກຕ້ອງ ປ່ຽນປີ້ນເນື້ອໃນ

ສາສະໜາຍອດແກ້ວ ສືບທອດມາເຫິງ
ຕັ້ງແຕ່ເປີງປາງຍຸກ ເຈົ້າຟ້ານຳພານ້ອມ
ບັນດິດມີຄວາມຮູ້ ບໍ່ຫານຂຽນສືບຕໍ່
ອັກສອນຫຼໍ່ດ່າງດ້ອຍ ພະທຳສ້ອຍເສື່ອມລົງ

ກິດຈະການວຽກບ້ານ ແນວທີ່ເຄົາລົບ
ຖືກບັນທຶກຂຽນລົງ ດ້ວຍອັກສອນລາວລ້ວນ
ຈົ່ງຕ້ອງຄວນປົກປ້ອງ ພາສາເໝືອນເກົ່າ
ຢ້ານລາວລືມຊາດເຄົ້າ ໜີໄປເຂົ້າເພິ່ງເຂົາ ຫັ້ນນາ

ພາສາບອກຊາດເຊື້ອ ເຄືອເຜົ່າວົງວານ
ສະກຸນເດີມດາສັງ ປະກາດຄວາມຄຳແຈ້ງ
ສືບທາວທວນຫວນຄົ້ນ ຄົວຄົນຂຸດກົ່ນ
ຄຸນຄ່າຄົນທີ່ສືບຄົ້ນ ຊື່ສຽງພົ້ນພົ່ນສູງ

ຝູງມະນຸດຊາດເຊື້ອ ພາສາສາດກຳນົດ
ກົດບອກຄວາມຄຳຄັກ ແຍກຄົນໃຫ້ສູງພົ້ນ
ພາສາຄົນຄວາມເວົ້າ ໄດ້ຈັດແຈງແຈກຈ່າຍ
ສື່ສານຊີ້ບົ່ງເລື່ອງ ບັນຍາຍແຈ້ງໃຈຄວາມ

ຄົນຈະຮູ້ຄ່າເຄົ້າ ພື້ນຖານເກົ່າຂອງຕົນ
ຄົ້ນຈາກຮອບບັນທຶກ ຂີດຂຽນສະຫຼັກໄວ້
ບົນຫຼັກສີລາກ້າ ເຈັຍສາໃບລານເກົ່າ
ຖ້າຄົນເຮົາກືກໃບ້ ກໍຈົນໄຮ້ຄ່າບໍ່ມີ

ປ່ອຍໃຫ້ຊາດອື່ນຊີ້ ຈູງຈ່ອງສະໝອງໄຫຼ
ເຫຼືອແຕ່ກາຍເດີນຫັນ ດັ່ງຄວາຍເຂົາໃຊ້
ຈູງເຄົາໄປເໜືອໃຕ້ ຕາມໃຈທີ່ເຂົາຊອບ
ສ່ວນຣະບອບແບບເບື້ອງ ທາງກ້າວບໍ່ມີ

ຈິດໃຈຊາດລັບລີ້ ປີ້ປົ່ນເປັນປຶກ
ເຖິງຊິເອົາຄຳສອນ ໂກດກືກອງລ້ານ
ມາອົບຮົມບໍ່ສົມແມ້ງ ມະໂນໃນໃຈຊື່ນ
ຍິ່ງຈະລື່ນຮີດເຄົ້າ ພາສາເວົ້າປ່ຽນແປງ

ພາສາເປັນສິ່ງແຈ້ງ ບອກຊາດສີວິໄລ
ບອກຊີວິດຈິດໃຈ ພຶດຕິກັມການກ້າວ
ບອກເຖິງຄວາມແຂງເຂັ້ມ ພະລັງແຮງຂອງຊາດ
ທຸກສິ່ງໃນຊາດນີ້ ອັກສອນແຕ້ມຂີດຂຽນ

ຫາກອັກສອນລຶບຫ້ຽນ ປະປ່ອຍໄປຕາມກັມ
ເຖິງຍົກສູງຄຸນທຳ ຈັນຍາບໍ່ຢຸດຢັ້ງ
ກໍບໍ່ເຕັມຕາມຕັ້ງ ຄວາມສົມຫວັງຂອງຊາດ
ເອກະລາດຖືກມ້າງ ໂດຍບໍ່ຮູ້ເມື່ອຄີງ

ລອງມາຄິດໃຄ່ຮູ້ ຊອມເບິ່ງພາສາລາວ
ນັບວັນຫຼົງລືມລົບ ຫຼຸ້ຍຫຼໍລົງເລື້ອຍ
ທັງສຽງຈາຄວາມເວົ້າ ອັກສອນຂຽນຕາມຊອບ
ບໍ່ປະກອບຕາມເຄົ້າ ພາສາຊັ້ນຊາດຈະເຣີນ

ສະນັ້ນ, ຈຶ່ງໄດ້ຮ້ອງຮຽກເອີ້ນ ເຊື້ອເຜົ່າຊາວລາວ
ຈົ່ງຄ່ອຍຊູພາສາ ຊາດລາວໃຫ້ຄົງໄວ້
ເພື່ອສ້າງລາວໃສເຫຼື້ອມ ເຮືອງຮອງໝັ້ນແກ່ນ
ຕາມທິດທາງພັກ-ລັດຊີ້ ປະຊາພ້ອມຊ່ວຍຊູ ທ່ານເອີຍ

ໝາຍເຫດ: ພາສາເສັຍ ໝາຍເຖິງພສັງຄົມບໍ່ທົ່ວເຖິງ, ພາສາວິບັດ, ພາສາວິປະຣິດ, ຂຽນຜິດ, ບໍ່ສາມາດອະທິບາຍໃນລັກສະນະທາງຕັກກະໄດ້, ບໍ່ມີວິວັດທະນາການໄປຕາມການປ່ຽນແປງຂອງສັງຄົມ, ການເມືອງ, ການປົກຄອງ. ວິທະຍາສາດ ແລະເຕັກໂນໂລຍີສະໄໝໃໝ່ ບໍ່ມີເອກະລັກຂອງຊາດ ທັງວັດຈະນະພາສາ ແລະອັກຂະຣະພາສາ.

ไม่มีความคิดเห็น:

แสดงความคิดเห็น