วันพุธที่ 28 กันยายน พ.ศ. 2554

ສີລາຈາຣືກອັກສອນລາວ(ຈາຣືກວັດສີພູມວຽງຈັນ ພົບທີ່ອຸດອນ ໂອໄປໄກແທ້) ວັດສີພູມ ວຽງຈັນ ກໍຄືວັດອົງຕື້ມະຫາວິຫານດຽວນີ້

ປະເພດ: ຈາຣືກບົນເສມາ ດ້ານໜ້າ (ມີດ້ານດຽວ).
ວັດສະດຸ: ຫີນຊາຍສີເທົາ. 
ຂະໜາດ: ກວ້າງ ໔໔ ຊັງຕີແມັດ, ສູງ ໖໒ ຊັງຕີແມັດ, ໜ້າ ໑໒ ຊັງຕີແມັດ.
ອັກສອນບັນທຶກ: ອັກສອນລາວ (ທາງໄທຍ໌ວ່າ ອັກສອນໄທຍ໌ນ້ອຍ).
ນື້ອໃນ: ເປັນຈາຣືກປາກົດຕົວໃນພາກອີສານ, ສະໄໝລ້ານຊ້າງວຽງຈັນ(ລາວ) ຈຸລສັກກາດ ໙໕໓ (ພ.ສ ໒໑໓໔-ຄ,ສ 1591) ເດືອນ ໖ ຂຶ້ນ ໓ ຄ່ຳ, ວັນຈັນ, ເປັນຣືກວັດສີພູມວຽງຈັນ ຜູ້ໃດມາລ້າງອາດຍາ ໃຫ້ມັນເປັນຫຼັກເປັນຕໍໃຫ້ສັງສາຣຢູ່ຢ່າໄດ້ເກີດເປັນຄົນສັກຊາດ ກວ້າງ ໔໓໐ ວາ ຍາວພັນວາປາຍ ໗໐"
ສະພາບເອກະສານ: ສົມບູນຄົບ.
ສະຖານທີ່ເກັບຮັກສາ: ເດີມພົບຢູ່ນອກສີມວັດທາດອຸປະສະມາຣາມ ໝູ່ ໓ ຕຳບົນເມືອງພານ ອຳເພີບ້ານຜື ຕໍ່ມາຊາວບ້ານຍົກມາເກັບຮັກສາໄວ້ໃນສີມ.
ສາສະສຳຄັນ: ເປັນຄຳສາບແຊ່ງຂອງສີພູມວຽງຈັນ ຕໍ່ຜູ້ລຸກລ້ຳທຳລາຍເອົາທີ່ວັດສີພູມວຽງຈັນ ຖວາຍຢ່າໄດ້ເກີດເປັນຄົນສັກຊາດ.


ไม่มีความคิดเห็น:

แสดงความคิดเห็น