ລາວອາດພັດທະນາຊ້າລົງໄດ້
ຫາກບໍ່ຮີບເຮັ່ງພັດທະນາພາສາ ແລະອັກສອນ
ໂດຍ: ພຣະອາຈານເນືອງພິລັກ ໂຊຕທອນ
——————
ເທົ່າທີ່ສັງເກດບັນດາປະເທດພັດທະນາ ຫຼືປະເທດອຸດສາຫະກຳໃໝ່ໃນພາກພື້ນອາຊີນັ້ນເຊັ່ນ:
ສປ ຈີນ,
ສ.ເກົາຫຼີ, ໄທ ແລະ ສສ ຫວຽດນາມ,
ພາສາຂອງເຂົາຖືກພັດທະນາ ແລະສືບທອດຢ່າງເປັນບັນທັດຖານ ແລະອຸດົມສົມບູນມາຕະຫຼອດ, ປະເທດຫວຽດນາມພັດທະນາປະເທດມາພ້ອມໆກັບລາວ, ກຳປູເຈຍ; ແຕ່ເຫັນວ່າຫວຽດນາມນັ້ນໄດ້ພັດທະນາທາງດ້ານພາສາໄວກວ່າລາວ
ໄປຫຼາຍກ້າວ.
ປັດໄຈທີ່ທຳໃຫ້ປະເທດກຳປູເຈຍນັ້ນພັດທະນາທາງດ້ານເສດຖະກິດຊ້າ ເພາະວ່າປະເທດເຂົາເຈົ້າມີສົງຄາມ ກຳປູເຈຍພັດທະນາປະເທດຢ່າງແທ້ຈິງແມ່ນຫຼັງຈາກສົງຄາມພາຍໃນ ສິ້ນສຸດລົງຄືນັບແຕ່ປີ 1999 ເປັນຕົ້ນມາ, ເມື່ອມາເບິ່ງພາບລວມຂອງການເຕີບໂຕ ໃນການພັດທະນາບ້ານເຂົາແມ່ນເຫັນ ວ່າມີຄວາມທຽບເທົ່າ ບວກ-ລົບໃກ້ຄຽງກັບລາວ, ເປັນຕາໜ້າຄິດຢ່າງໜຶ່ງຂອງປະເທດກຳປູເຈຍນັ້ນ 3 ປີໃນລະບອບໂປນປົດນັ້ນ ເຂົາທຳລາຍ ທຸກສິ່ງທຸກຢ່າງໃນກຳປູເຈຍ ຈົນຊາວໂລກຕ້ອງປະນາມພວກເຂົາວ່າ “ລະບອບດັບສູນເຊື້ອຊາດ” ແຕ່ຣະບອບໂປນ ທຳລາຍບໍ່ໄດ້ ກໍຄື ພາສາຂະແມ ທີ່ພັດທະນາມາແຕ່ 1930-1945 ລົງບໍ່ໄດ້ ສະແດງວ່າ ລະບອບໂປນປົດດັບສູນເຊື້ອ ຊາດກຳປູເຈຍບໍ່ໄດ້.
ສຳລັບລາວແມ່ນເລີ່ມພັດທະນາປະເທດມາພ້ອມໆ ກັບຫວຽດນາມຄືປີ 1976 ຫຼັງຈາກສົງຄວາມສິ້ນສຸດລົງໃນປີ 1975 ແຕ່ເບິ່ງແລ້ວລາວເດີນຊ້າກວ່າຫວຽດນາມຫຼາຍກ້າວ, ອັນນີ້ ເຫັນວ່າຫວຽດນາມ ເມື່ອເຂົາເລີ່ມພັດທະນາປະເທດ ເຂົາບໍ່ໄດ້ງົມໆທາວໆ ທີ່ຈະມາພັດທະນາເລື່ອງພາສາ ແລະອັກສອນໃດໆເລີຍ, ເພາະພາສາຂອງເຂົາໄດ້ໃຊ້ເປັນບັນທັດຖານດຽວມາແຕ່ປີ 1930-1945 ເລີຍ.
ສຳລັບລາວເຮົາ ແຕ່ປີ 1945 ເປັນຕົ້ນມາຮອດປີນີ້ (2011) ລວມອາຍຸໄດ້ 66 ປີແລ້ວ, ຫາກນັບແຕ່ປີ 1930 ເປັນຕົ້ນມາ ຮອດປີນີ້(2011) ການພັດທະນາອັກສອນ ແລະພາສາລາວລວມອາຍຸໄດ້ 81 ປີເຕັມ, ແຕ່ການພັດທະນາເລື່ອງພາສາສາດຂອງຊາດ ແມ່ນຍັງຄ້າງຄາຫຼາຍຂອດ ຍັງຖົກຖຽງກັນເຈົ້າຂຽນຜິດຂ້ອຍຂຽນຖືກຢູ່ ສ່ວນປະຊາຊົນຍັງບໍ່ທັນໄດ້ເຂົ້າໃຈພາສາຂອງຕົນຢ່າງເລິກເຊິ່ງ.
ນອກຈາກນັ້ນ ໜ່ວຍງານທີ່ເຮັດວຽກກ່ຽວກັບການສົ່ງເສີມ ແລະພັດທະນາພາສານັ້ນຍັງບໍ່ທັນເຮັດຢ່າງເປັນລະບົບ
ແລະຈິງຈັງ,
ທີ່ສຳຄັນຄືໜ່ວຍງານທີ່ຊຸກຍູ້ກວດກາ ນຳໃຊ້ພາສາໃຫ້ຖືກຕ້ອງເປັນເອກະພາບ ແລະເປັນໄປຕາມຕົວບົດກົດໝາຍຍັງບໍ່ມີເລີຍ.
ຫາກເຮົາປຽບໃສ່ປະເທດກຳປູເຈຍເຂົາເຈົ້າມີສະຖາບັນຣາຊະບັນດິດ ແຕ່ປີ 1930
ເຊິ່ງເກີດຂຶ້ນພ້ອມໆກັບສະຖາບັນຈັນທະບູຣີຂອງລາວ ແລະສະຖາບັນນີ້
ຍັງສືບຕໍ່ວຽກງານຂອງເຂົາມາເທົ່າທຸກວັນນີ້, ສ່ວນລາວເຮົາສະຖາບັນນີ້ຖືກຍົກເລີກແຕ່ປີ 1975 ມາບັດນີ້ຍັງບໍ່ມີສະຖາບັນໃດທຳໜ້າທີ່ວຽກງານກ່ຽວກັບພາສາລາວ ອັກສອນລາວເປັນຫຼັກເປັນແຫຼ່ງເທື່ອ.
ພາສາລາວເຮົາເທົ່າທີ່ສຶກສາເບິ່ງເປັນເໝືອນລູກບໍ່ມີພໍ່ ໜ່ວຍໜ່ວຍງານທີ່ກ່ຽວຂ້ອງຍັງບໍ່ໄດ້ຈັດລະບົບການຕາຍລົງ, ການເກີດຂຶ້ນ, ການນຳໃຊ້ພາສາລາວກໍ່ເປັນໄປຕາມກະແສສັງຄົມມັນເປັນເທົ່ານັ້ນ.
ດັ່ງນັ້ນ, ເຮົາຈິ່ງເຫັນພາສາຂອງເຮົາຍັງຂາດສະເຖັຍລະພາບຢູ່ທຸກວັນນີ້, ຫາກເປັນເຊັ່ນນີ້ ກໍອາດຄາດໄດ້ວ່າ ການພັດທະນາເສດຖະກິດ-ສັງຄົມ, ວັດທະນະທຳ, ການເມືອງ,
ເສດຖະກິດ, ເຕັກໂນໂລຢີ ຂອງຊາດຍ່ອມຈະເປັນໄປໄດ້ໃນລັກສະນະຊ້າໆ ເພາະວ່າພາສາຄືການສື່ສານ ຫາກພາສາສື່ສານກັນເປັນໄປຍາກ ບໍ່ເອກະພາບການພັດທະນາອື່ນໆ ກໍຕ້ອງຍາກເຊັ່ນກັນ ເພາະພາສາ ແລະອັກສອນເປັນປັດໄຈສຳຄັນຂອງທຸກວຽກງານຂອງຊາດນັ້ນເອງ, ຄວາມຈິງລາວເຮົາມີຄວາມພາກພູມໃຈທີ່ມີຕົວອັກສອນຂຽນເປັນຂອງຕົນເອງມີຮອດສອງແບບ ແບບໜຶ່ງ ເຮົາບໍ່ໃຊ້ ກໍຕັ້ງຊື່ໃຫ້ວ່າເປັນອັກສອນທຳ ຄົນດຽວນີ້ເຂົ້າໃຈໄປຮອດວ່າອັກສອນທຳນັ້ນເປັນອັກສອນພຣະພຸດທະເຈົ້າ ໄປເລີບ ບໍ່ກ້າຈັບກ້າຕ້ອງ ໃນທີ່ສຸດຄົນກະອ່ານບໍ່ໄດ້ ອັກສອນກະຕາຍ ວິຊາການລາວທີ່ຖືກບັນທຶກດ້ວຍອັກສອນ ນີ້ກໍຕາຍ, ອັກສອນທີສອງບັນຍັດໃຫ້ເປັນອັກສອນລາວ ແຕ່ກໍຖືກຕັດບັນທອນຈົນຂາດຫຼັກຂາດເຄົ້າ, ພາກັນຕີຄວາມ ໝາຍຂອງອັກສອນ ແລະພາສາສຸມສີ່ສຸກຫ້າ, ແລະພາກັນຖົກຖຽງກັນບໍ່ແລ້ວບໍ່ທົ່ວ, ຫາກພາກັນຖົກຖຽງກັນແບບບໍ່ຮູ້ເລີກຮູ້ແລ້ວວ່າຊິຂຽນຕາມສຽງ
ຫຼືຕາມເຄົ້າທັງໆທີ່ມີກົດພາສາໃຫ້ຂຽນຕາມສຽງແລ້ວ, ບໍ່ຍອມຮັບການຂຽນຕາມສຽງ ເນື່ອງຈາກບັນຫານີ້ແລ້ວ ກໍຄືຈະກໍ່ໃຫ້ເກີດມີບັນຫາອື່ນຕາມມາ ຄື:
1. ຕ່າງຝ່າຍຕ່າງຖືວ່າຕົນເອງຖືກ
ຝ່າຍອື່ນຜິດ(ເພາະຖືຕຳລາຕ່າງກັນ)ຈິ່ງຂຽນຕາມຕົນມັກ.
2. ສ້າງນິດໄສສັງຄົມ ບໍ່ມີຄວາມຍິນຍອມກັນ ຖຶທິດຖີມານະ.
3. ອາດກໍ່ໃຫ້ເກີດຄວາມບໍ່ມີຄວາມເປັນເອກະພາບ ທາງດ້ານການຄິດ,
ການກະທຳ.
4. ຂາດການເອົາໃຈໃສ່ ແລະພັດທະນາພາສາ ແລະອັກສອນຢ່າງຈິງຈັງ ຈິງໃຈ.
5. ມີຜົນກະທົບຕໍ່ວິຊາການ ແລະທິດສະດີຕ່າງໆທັງໃນອະດີດ, ປະຈຸບັນ ແລະອະນາຄົດ (ຫາກບໍ່ຟ້າວປັບປຸງ, ສົ່ງເສີມພາສາ
ແລະອັກສອນລາວໂດຍໄວ).
6. ເກີດມີການຕໍ່ຕ້ານພາສາລາວໂດຍທາງກົງ
ເພາະບໍ່ຮູ້ເຄົ້າບໍ່ຮູ້ສັບ ທີ່ມາທາງປະຫວັດສາດເຊື້ອຊາດ ແລະເຜົ່າພັນ.
7. ເກີດການຕໍ່ຕ້ານພາສາ (ວັດຈະນາະພາສາ)
ຄຳເວົ້າທ້ອງຖິ່ນທີ່ມີຄວາມອຸດົມສົມບູນ, ເກີດການບໍ່ຍອມຮັບ ແລະສົງໄສໃນສິ່ງທີ່ມີຢູ່ຂອງພາສາເວົ້າ.
8. ເຮັດໃຫ້ພາສາລາວ(ພາສາເວົ້າ)ບາງຄຳຕາຍລົງໄດ້ ເພາະອັກສອນບາງຄຳຂຽນໄປແລ້ວອອກສຽງບໍ່ຖືກຕາມເຄົ້າສຽງ
(ບໍ່ແມ່ນເຄົ້າສັບ).
9. ມີການຕ້ານພາສາລາວທີ່ຖືກໃຊ້ໃນປະເທດອ້ອມຂ້າງ, ໂດຍເຂົ້າໃຈວ່າພາສານັ້ນເປັນພາສາເພື່ອນບ້ານ.
10. ເກີດການຕ້ານພາສາເວົ້າ
ແລະສຳນຽງທ້ອງຖິ່ນລາວ.
11. ເມື່ອພາສາລາວຂາດແຄນ ການຫຼິ້ນສຽງ ຫຼືສຳນວນ(ທາງສັນທະລັກສະນະ) ຂອງພາສາຖືກຕາຍລົງແລ້ວ ອາດເຮັດໃຫ້ພາສາຄັບແຄບກໍຕ້ອງຫາພາສາອື່ນ ຫຼືສ້າງສຳນວນພາໃໝ່ມາແທນ (ອັນນີ້ເປັນກົດເກນ ການເກີດຂອງພາສາຢູ່ແລ້ວແຕ່ຢູ່ໃນເຄົ້າພາສາຕົນ) ຫາກຄົນຂາດຄວາມເຂົ້າໃຈຕໍ່ພາສາຕົນອາດຫາພາສາອື່ນມາແທນ ຫາກບໍ່ມີແທນອາດເອົາພາສາຂອງຊາດອື່ນມາໃຊ້.
12. ບັນຫາຄວາມບໍ່ເປັນເອກະພາບທາງການເວົ້າ ການຂຽນ ກໍ່ໃຫ້ເກີດຄວາມບໍ່ເອກະພາບທາງພຶດຕິກຳ ແລະຈິດໃຈໃນທີ່ສຸດກໍ່ບໍ່ຍອມກັນ.(ຄຳວ່າເອກະພາບ ໝາຍເຖິງເຂົ້າໃຈຕໍ່ພາສາ ແລະຄຳເວົ້ານັ້ນໆກົງກັນ)
13. ເມື່ອພາສາບໍ່ເອກະພາບ ເຮັດໃຫ້ເກີດຜົນເສຍທາງອ້ອມຄື: ວິຊາການບໍ່ຖືກພັດທະນາ,
ການຕີຄວາມໝາຍຂອງພາສາຄາດເຄື່ອນ, ພາສາເກີດໃໝ່ບໍ່ໄດ້ຖືກຄວບຄຸມ
ເພາະບໍ່ມີສະຖາບັນຮອງຮັບ ໃນທີ່ສຸດກໍນຳເອົາພາສາອື່ນເຂົ້າມາໃຊ້ແທນ.
ເມື່ອໄປເຖິງຈຸດຫນຶ່ງ ເມື່ອພາສາລາວອາດຖືກກຸດຫ້ຽນ ຄົນຮຸ່ນຕໍ່ໄປຈິ່ງຈະເຫັນຄວາມສຳຄັນຂອງພາສາແລ້ວກໍຈະກັບມາພັດທະນາພາສາຂອງຕົນໃນຍຸກນັ້ນ ເຂົາພັດທະນາວິທະຍາສາດ
ແລະເຕັກໂນໂລຊີໄປຮອດໃສແລ້ວ ເຮົາຍັງກັບມາພັດທະນາພາສາຄືນໃໝ່
ຫາກສັງຄົມຕ້ອງການສື່ສານໃນສັງຄົມຕົນໂດຍເຕັກໂນໂລຊີບໍ່ຖືກພັດທະນາ ທາງເຕັກໂນໂລຍີກໍ່ຈະເຮັດໃຫ້ຄົນລາວຫັນໄປໃຊ້ອັກສອນອື່ນແທນ (ອັນນີ້ສັງເກດໃນການໃຊ້ໂທລະສັບ ແລະອິນເຕີເນັດປະຈຸບັນ) ຊັບພະຍາກອນມະນຸດແມ່ນສິ່ງທີ່ສຳຄັນໃນການພັດທະນາປະເທດຊາດ,
ຖ້າຢາກໃຫ້ຄົນລາວໃຊ້ພາສາ ແລະອັກສອນ ຂອງຕົນຢ່າງຖືກຕ້ອງພາກພູມ, ຕ້ອງພັດທະນາຊັບພະຍາກອນມະນຸດຄຽງຄູ່ກັບການພັດທະນາປະເທດຊາດ “ພັດທະນາຜູ້ຊົມໃຊ້ພາສາເວົ້າ ຄຽງຄູ່ກັບການພັດທະນາພາສາຂຽນ(ອັກສອນ) ຕໍ່ເນື່ອງກັບການພັດທະນາປະເທດຊາດ ໃນດ້ານອື່ນໆ” ໄປພ້ອມໆກັນ.
ສະບາຍດີ. ຢາກໃຫ້ຂຽ່ນປະວັດ ຫໍທຳມະສະພາໃຫ້ແດ່ ຫາຂໍ້ມູນຢູ່ເມືອງໄທບໍມີ ຢູ່ລາວກະຈັກຊິຫາທາງໄດ ຫາໃນກູເກີ້ກະບໍມີ ຂໍຂອບໃຈຫຼາຍ
ตอบลบ.ຂ້ອຍເປັນຄົນອິສານ ຫຼືລາວຕະເວັນຕົກກຳລັງຮຽນພາສາປູ່ຢ່າຕາຍາຍ ບໍເຄິຍລືມວ່າເຈົ້າຂອງກະເປັນລາວຄືກັນກັບຄົນທີ່ຢູ່ ສປປ.ລາວ ດອກເດີ້.