วันพฤหัสบดีที่ 22 กันยายน พ.ศ. 2554

ພອນ ແລະຄວາມໝາຍຂອງພອນ

- ພອນ ເປັນຄຳລາວໄດ້ມາຈາກພາສາປາລີ, ວຣ ແລ້ວແປງເປັນ "ພຣ" ແຕ່ເດີມຂຽນ "ພຣ" ຕໍ່ມີເມື່ອມີໄວຍາກອນປ່ຽນແປງ "ພຣ" ຈຶ່ງໄດ້ກາຍເປັນ "ພອນ" ຈົນລາວຈຶ່ງບໍ່ຮູ້ວ່າ "ພຣ" ແມ່ນຫຍັງ ?
- ພອນ - ມາຈາກ "ວຣ" ຫຼື "ພຣ" ແປວ່າ ປະເສີດ ອັນໃດກໍຕາມ ທີ່ເປັນຂອງປະເສີດຮຽກວ່າພອນທັງນັ້ນ ເຊັ່ນ ຄົນທຳມະດາ ຍົກຖານະເປັນກະສັດ ຮຽກວ່າ "ພຣະມຫາກະສັດ" ໃນອົງພຣະມະຫາກະສັດເອງ ກໍລ້ວນແຕ່ເປັນຂອງປະເສີດ ເຊັ່ນ ແຂນ ກໍວ່າ ພຣະຫັດ, ປາກ ກໍວ່າພຣະໂອດ, ຜົມ-ພຣະເກສາ, ຂອງໃຊ້ພຣະມະຫາກະສັດ ທີ່ນອນ ກໍວ່າພຣະບັນທົມ, ຄັນຮົ່ມກໍວ່າ ພຣະສະເວຕະສັດ ແລະອື່ນໆ ທີ່ຢູ່ ກໍວ່າພຣະມະຫາຣາຊະວັງ ສິ່ງກໍ່ສ້າງທີ່ພຣະມະຫາກະສັດສ້າງ ທາດ ກ​ໍວ່າ ພຣະທາດ ແລະອື່ນໆ ເພາະວ່າ ວຣ ຫຼື ພຣ ແປງເປັນພາສາລາວວ່າ "ພຣະ" ກໍແປວ່າ ປະເສີດ ແລະດີ.
- ພອນ ເປັນພາສາພຣະແທ້ໆ ຄືພຣະມັກເວົ້າຫຼາຍທີ່ສຸດ ເມື່ອຍາດໂຍມມາຖວາຍປັດໄຈ(ປັຈຈັຍ)ສີ່ແລ້ວ ພຣະມັກຈະໃຫ້ພອນ ເມື່ອສະຫຼຸບພອນລົງແລ້ວ ຈະໄດ້ ໔ ປະການ ຄື ອາຍຸ ວັນນະ ສູຂ ພະລະ.
໑. ອາຍຸ : ອາຍຸໝັ້ນຍືນ.
໒. ວັນນະ : ຜິວພັນຜຸດຜ່ອງ.
໓. ສຸຂະ : ຄວາມສຸຂ.
໔. ພະລະ : ກຳລັງ
- ສິ່ງດີໆ ຫຼືສິ່ງທີ່ປະເສີດ ໔ ຢ່າງນີ້ ຮຽກວ່າ "ຈະຕຸລະພອນຊັຍ" ສະນັ້ນ ເມື່ອເຮົາທຳບຸນມັກຈະໄດ້ພອນ ໔ ນີ້ສະເໝີ, ພອນ ອີກຄວາມໝາຍໜຶ່ງ ຄືປະໂຫຍດທີ່ຄວນມີ ຄວນໄດ້ ຫຼືສິດທິພິເສດຕາມຄຳຂໍ ແລະພອນນັ້ນກໍເປັນສິ່ງທີ່ເກີດຂຶ້ນໂດຍຜູ້ເຮັດເອງຈະໄດ້ຮັບ ຜູ້ບໍ່ສ້າງສິ່ງດີ ຫຼືສິ່ງທີ່ປະເສີດເລົ່ານັ້ນ ມັກຈະບໍ່ໄດ້ພອນຕາມຄວາມປາຖະໜາໃດໆເລີຍ.
- ພອນນັ້ນ ຈະສຳເລັດຕາມຄຳຂໍ ກໍຕ້ອງອາໄສຜູ້ປະສາດພອນ ຈຶ່ງຮຽກວ່າ ສິດທິພິເສດຕາມຄຳຂໍ ເຊັ່ນຕົວຢ່າງ ໃນສະໄໝບູຮານນັ້ນ ໃຊ້ການປົກຄອງແບບສົມບູນຍາສິດທິຣາດ ພຣະຣາຊາມີອຳນາດສູງສຸດ ຊີ້ຕາຍເປັນຕາຍໄດ້ ມີປຸໂລຫິດຄົນໜຶ່ງ ມີລູກຊາຍຂອງຕົນຄົນໜຶ່ງ ໄດ້ເປັນປຸໂລຫິດໃນຣາຊະສຳນັກຂອງພຣະຣາຊາ, ປຸໂລຫິດຄົນນັ້ນ ເປັນຜູ້ໄກ້ສິດພຣະຣາຊາ ເມື່ອມາຄຳນຶງວ່າຕົນເອງແກ່ໄກ້ຈະຕາຍແລ້ວ ຈຶ່ງມາຄິດວ່າ ເມື່ອຕົນເອງຕາຍໄປແລ້ວ ຫາກລູກຕົນເວົ້າຜິດໄປ ພຣະຣາຊາອາດສັ່ງຕັກຄໍກໍໄດ້ ເມື່ອຄິດດັ່ງນັ້ນ ຈຶ່ງຂໍພອນຈາກພຣະຣາຊາວ່າ ລູກຂອງຂ້າພະບາດນີ້ເປັນຄົນເວົ້າບໍ່ຄ່ອຍດີ ບໍ່ວ່າຍາມໃດ ຫຼືເມື່ອຂ້າພະບາດ ຕາຍໄປແລ້ວ ຫາກລູກຂອງຂ້າພະບາດເວົ້າຜິດປະກາດໃດ ຂໍພຣະຣາຊາຈົ່ງອະໄພຍະໂທດ ໂຜດຊີວິດລູກຂ້າພຣະບາດດ້ວຍ ພຣະຣາຊາຈຶ່ງຕອບຕົກລົງ". ລັກສະນະເຊັ່ນນີ້ ຮຽກວ່າ ພອນ ເປັນສິດທິພິເສດທີ່ໄດ້ຕາມຄຳຂໍ ເມື່ອພຣະຣາຊາຕອບວ່າ "ຕົກລົງ" ສະແດງວ່າ ພອນເກີດຂຶ້ນແລ້ວ.
- ພອນມີຫຼາຍພອນ ນອກຈາກພອນທາງພຸດທະສາສະໜາແລ້ວ ກໍມີພອນທີ່ຊາວລາວໃຫ້ໃຫ້ແກ່ກັນ ຄືມີການເຮັດພາຂວັນ, ການສູ່ຂວັນ ໃນລັກສະນະຕ່າງໆ ກໍລ້ວນແຕ່່ ດມ່ນພອນ, ໃນເນື້ອຫາຂອງການບາສີສູ່ຂວັນກໍເຕັມໄດ້ດ້ວຍຄຳພອນ ເຊັ່ນ "ນອນຫຼັບໃຫ້ເຈົ້າໄດ້ເງິນໝື່ນ, ນອນຕື່ນໃຫ້ເຈົ້າໄດ້ເງິນແສນ ແບນມືໄປໃຫ້ເຈົ້າໄດ້ແກ້ວມະນີໂຊດ ໂທດຮ້າຍ ຢ່າມາພານ ໂທດຫາຍ່າມາຜ່າ ແລະອື່ນໆ" ນອນຈາກນັ້ນ ກໍຍັງມີຄຳເວົ້າດີໆ ທີ່ຄົນລາວເຮົາສັນຫາມາອ່ວຍພອນໃຫ້ແກ່ກັນ ແລະກັນ.
- ນອກຈາກນັ້ນ ບັນດາໂຄສົກໃນພິທີ່ທາງວັດທະນະທຳຕ່າງໆ ກໍໄດ້ສັນຫາຄຳດີໆ ມາອ່ວຍພອນໃຫ້ແກ່ກັນ ແລະກັນໃນລັກສະນະຕ່າງໆ ທັງເນື້ອຫາ ຮູບແບບ ແລະສຳ ນວນສຳນຽງ ໃນການໃຫ້ພອນ ຢ່າງໃດກໍຕາມການໃຫ້ພອນ ຈະເປັນໃນຮູບແບບໃດກໍຕາມ ເມື່ອສະຫຼຸບແລ້ວ ຈະຕ້ອງເປັນໄປໃນລັກສະນະ ໔ ປະການໄດ້ແກ້ ອາຍຸ ວັນນະ ສຸຂະ ແລະຜະລະ ແທບທັງສິ້ນ.
- ໃນໄລຍະຜ່ານມາ ຜູ້ຂຽນນອກຈາກໃຫ້ພອນ ໔ ຈະຕຸຣະພອນໄຊນັ້ນແລ້ວ ຍັງຂະຫຍາຍພອນອອກໄປ ເພື່ອເປັນການໃຫ້ຄວາມຮູ້ ຫຼືໃຫ້ຜູ້ຮັບພອນນັ້ນ ໄດ້ນຳເອົາພອນ ໄປຊະຫຍາຍຕົວ ແລະພັດທະນາເອງ ເພື່ອເລັງລັດພັດທະນາພອນ ໃຫ້ສຳເລັດຜົນໄວໆ ດັ່ງນີ້ ຄື : ຫາເງີນຫຍວນ ໃຫ້ໄດ້ເງິນເຕັມຫີບ, ຫາເງິນກີບ ໃຫ້ໄດ້ເງິນເຕັມຂັນ, ຫາເງິນໝັ້ນໃຫ້ໄດ້ເງິນເຕັມພາ, ຫາເງິນໂດດາ ກໍໃຫ້ໄດ້ເງິນເຕັມໂອ, ຫາເງິນຢູໂຣ ກໍໃຫ້ໄດ້ເງິນ ເຕັມເຮືອນເຕັມຊານ ຫາຫຼາຍໆກໍໃຫ້ເອົາໄປຝາກ ທະນາຄານທັງສອງແຫ່ງ ເດີພີ່ນ້ອງເອີຍ
- ພອນ ທີ່ຜູ້ຂຽນໃຫ້ນີ້ ຮຽກວ່າ "ພອນ ໙" ຄືເອົາພອນສີ່ ມາຜະສົມກັບຫ້າຢ່າງທີ່ຜູ້ຂຽນເພີ່ມຂຶ້ນມານັ້ນ ກໍກາຍເປັນພອນ ໙, ພອນເກົ້່າ ທີ່ວ່ານີ້ ລ້ວນແຕ່ເປັນພອນ ດີ ພອນ ທີ່ຄວນແກ່ການສະແຫວງຫາ ແລະການໃຫ້ໄດ້ມາສູ່ຕົນ ຫຼືນ້ອມມາສູ່ຕົນ, ເພື່ອພັດທະນາຕົນ ພັດທະນາຄົນ ແລະພັດທະນາສັງຄົມປະເທດຊາດ.
- ໂດຍສະເພາະພອນ ໕ ຢ່າງເບື້ອງທ້າຍໆ ເປັນພອນທີ່ກ່ຽວກັບເງິນ, ມີຫຼາຍທ່ານບໍ່ເຂົ້າໃຈໃນພອນ ຫຼືຄວາມໝາຍຂອງພອນ ກໍວ່າພອນນີ້ໄຮ້ຄວາມໝາຍ ບາງທ່ານຫຼ້າຫຼັງໄປກວ່ານັ້ນ ກໍຫາວ່າພອນນີ້ເປັນການໃຫ້ເກີດກິເລດຕັນຫາ.
- ເມື່ອພອນນີ້ ຫາກແປແລ້ວ ກາຍເປັນວິທະຍາສາດ ເກີດການລົດລະຕັນຫາລົງໄດ້ ທັງເປັນການພັດທະນາຕົນ ພັດທະນາຄົນ ແລະພັດທະນາຊາດລົງໄດ້, ເພາະເຮົາເຫັນວ່າ ຄົນລາວເຮົາທຸກວັນນີ້ ສັບສົນວຸ້ນວາຍກັບການຊອກສະແຫວງຫາເງິນຄຳກຳແກ້ວ ເມື່ອເຂົາຊອກຫາເຮົາຈະບອກໃຫ້ເຂົາຫາກະບໍ່ໄດ້ ເຮົາຜູ້ມີໜ້າທີ່ໃຫ້ ພອນກໍຕ້ອງໃຫ້ພອນເປັນວິທະຍາດສາດ ຫຼືສາດສູດສຸດ ທີ່ຕິດພັນກັບພຸດທະສາດ ຄື ເມື່ອຫາເງິນກໍໃຫ້ໄດ້ເງິນ ແລະຮູ້ຈັກມູນຄ່າຂອງເງິນ ຈຶ່ງຊື່ວ່າການຫາທີ່ຖືກຕ້ອງ.
- ພອນຫ້າ ນີ້ ມີຄວາມໝາຍເປັນດ່ັງນີ້:
ກ. ຫາເງິນຫຍວນໃຫ້ໄດ້ເງິນເຕັມຫີບ : ໝາຍວ່າ ຫາເງິນຫຍັງກໍຕາມ ຢ່າໃຫ້ມັນຢືດມັນຫຍວນງ່າຍ ໃຫ້ມັນໝັ້ນໝັ້ນຄົງ.
ຂ. ຫາເງິນກີບໃຫ້ໄດ້ເງິນເຕັມຂັນ : ຄືຂັນມັນໄວ້ ຢ່າໃຫ້ມັນໜີ ຈາກເຮົາງ່າຍໆ ຮູ້ຈັກການໃຊ້ຈ່າຍຢ່າໃຫ້ມັນກະທົບຕໍ່ຕົນ ແລະລະບົບເສດຖະກິດ.
ຄ. ຫາເງິນໝັນໃຫ້ໄດ້ເຕັມພາ : ໝາຍຄວາມວ່າ ຢ່າໃຫ້ມັນເປັນໝັນ ໃຫ້ມັນພາເຮັດພາສ້າງອອກລູກອອກຫຼານສືບຕໍ່ໄປ.
ງ. ຫາເງິນດອນລາໃຫ້ໄດ້ເຕັມໂອ : ຄືຄວາມພໍໃຈ ໃນເງິນ ແລະສັບສິນທີ່ຕົນຫາໄດ້ ໂອລະນໍ ຕົກລົງໃຈ ພໍໃຈ.
ຈ. ຫາເງິນຢູໂຣ ກໍໃຫ້ເຕັມເຮືອນເຕັມຊານ : ຄື ເຕັມອົກ ເຕັມໃຈ ພາຍໃນຕົນ ຄືລ້ຽງຕົນເອງ ໃຫ້ເປັນສຸກ
ຫາໄດ້ແລ້ວ ເອົາຝາກທະນາຄານທັງໃນໂລກນີ້ ແລະໂລກໜ້າ
- ທັງໝົດນີ້ ກໍມີທຳທາງພຣະພຸດທະສາສະໜາຫຼາຍຂໍ້ ທີ່ສະໜັບສະໜູນພອນ ໕ ຂໍ້ນີ້ໃຫ້ສຳເລັດຜົນ.

ไม่มีความคิดเห็น:

แสดงความคิดเห็น