วันอังคารที่ 21 เมษายน พ.ศ. 2558

ເລື່ອງພາສາລາວໃຫ້ຟັງ

- ພາສາທີ່ພັດທະນາທຸກພາສາໃນໂລກ ປະກອບມີ ພາສາເວົ້າ(ວັດຈະນະພາສາ) ພາສາຂຽນ(ອັກຂະຫຼະພາສາ) ແລະບໍ່ແມ່ນພາສາຂຽນ ແລະພາສາເວົ້າ, ບາງຄັ້ງກໍຮຽກວ່າພາສາກິລິຍາທ່າທາງ(ອະວັດຈະນະພາສາ)

- ທີ່ນີ້ຈະເວົ້າສະເພາະພາສາເວົ້າຂອງລາວ, ເຊິ່ງເປັນພາສາ ຂອງຊາດລາວ.

- ພາສາລາວປັດ ກໍຄືກັບພາສາອື່ນໆໃນໂລກ ຄື ມີ

วันเสาร์ที่ 14 มีนาคม พ.ศ. 2558

ສຸກໂຂໄທ-ສຸໂຂໄທ

ສຸກໂຂໄທ-ສຸໂຂໄທ
-----==-----

- ຄຳວ່າ ສຸໂຂທັຍ(สุโขทัย) ໃນສີລາຈາຣືກສຸໂຂໄທຍ໌ຫຼັກທີ 1 ພົບການສະກົດຄຳສອງແບບ ຄື ສຸກໂຂໄທ ກັບ ສຸໂຂໄທ ອັນນີ້ບໍ່ຖືວ່າເປັນເລື່ອງແປກ, ເພາະວ່າ ການສະຫຼັກຫີນ ຫຼືການຂຽນມັນຜິດກັນໄດ້ທຸກເມື່ອ ຍິ່ງການສະຫຼັກລົງໃນສີລາແລ້ວຫາກຜິດກໍຜິດເລີຍ ບໍ່ສາມາດແກ້ໄຂໄດ້.

- ແຕ່ວ່າ ເຮົາພົບການສະຫຼັກ ສຸກໂຂໄທ ລຽນກັນຫຼາຍທີ່ໃນສີລາຈາລືກນີ້ ເຮັດໃຫ້ມອງເຫັນວ່າ ບໍ່ແມ່ນຜິດເພາະຫຼົງລືມ ອາດຜິດເພາະເຈຕະນາ ຫຼືຜີດເພາະຄວາມຊິນເຄີຍ ຂອງຜູ້ສະຫຼັກເອງ.

- ເຫດທີ່ວ່າຜິດເພາະເຈຕະນາ ຫຼືຄວາມຊິນເຄີຍຂອງຜູ້ສະຫຼັກ ກໍເພາະວ່າ ພາສາປາກກັບພາສາຂຽນຕ່າງກັນໄດ້ ເຊັ່ນວ່າ ເວລາຂຽນ ສຸໂຂໄທ ແຕ່ເວລາປາກ ອອກສຽງ ເປັນສຸກໂຂໄທ, ລັກສະນະເຊັ່ນນີ້ ບໍ່ແມ່ນມີແຕ່ຄຳວ່າ ສຸໂຂໄທ ເທົ່ານັ້ນ ຄຳອື່ນໆກໍມີ ເໝືອນກັນ ຕົວຢ່າງຂຽນ ເຈຕະນາ ເວລາປາກ ເຈດຕະນາ, ຂຽນ ກະຣຸນາ ປາກ ກະຣຸນນາ, ຂຽນ ສາສນາ ປາກ ສາດສະໜາ, ຂຽນ ງົວ ປາກ ໂງ, ຂຽວ ຕົວ ປາກ ໂຕ ເຫຼົ່ານີ້ເປັນຕົ້ນ ລັກສະນີ້ແລ້ວ ເພິ່ນວ່າຂຽນຕາມເຄົ້າເວົ້າຕາມສຽງ ຫຼືດັ່ງຄຳທີ່ເຮົາຊິນຫູຕະຫຼອດວ່າ ຂຽນຕາມສຽງ ຄື ຄຳວ່າ ສຸກໂຂໄທ ນັ້ນແມ່ນຂຽນຕາມສຽງ ສ່ວນຄຳວ່າ ສຸໂຂໄທ ແມ່ນຂຽນຕາມເຄົ້າ.

- ປັດຈຸບັນນີ້ ມາຕະຖານພາສາໄທຍ໌ ພັດທະນາຢ່າງບໍ່ຢຸດຢັ້ງ ຖືວ່າພັດທະນາເຕັມຮູບແບບ ການຂຽນພາສາທຸກຄຳຈຶ່ງມີຄວາມໝາຍສົມບູນໃນຕົວ ສາມາດຕີຄວາມໝາຍຂອງຄຳໄດ້ຈຳເພາະເຈາະຈົງ ຫຼືຕີຄວາມໝາຍທາງວິຊາການຕ່າງໆໄດ້ສົມບູນ, ສຸໂຂໄທ ໃນການຂຽນຈຳເພາະປັດຈຸບັນ ຈຶ່ງຂຽນ ສຸໂຂທັຍ (สุโขทัย) ເປັນນາມຈຳເພາະ ເປັນເມືອງຫຼວງແຫ່ງແຮກຂອງໄທຍ໌ ນັກຄິດຂອງໄທຍ໌ ຫຼາຍທ່ານຕີຄວາມໝາຍວ່າ ຄຳວ່າ ສຸໂຂທັຍ ມາຈາກຄຳສອງຄຳ ຄື ສຸຂະ+ອຸທັຍ ມີຄວາມໝາຍວ່າ ຮຸ່ງອະຣຸນແຫ່ງຄວາມສຸກ.

- ໃນສີລາຈາຣືກສຸໂຂໄທ ຫຼັກທີ 1 ນີ້ເຖິງເຮົາພົບ ການຂຽນທັງສຸກໂຂໄທ ທັງສຸໂຂໄທທັງໃນ 4 ດ້ານຂອງສີລາຈາຣືກ ທຸກທີ່ທີ່ປາກົດບໍ່ໄດຂຽນ ສຸໂຂທັຍ ທີ່ໃສ່ໄມ້ກັນ(xັ) ໂຕ (ຍ) ເໝືອນໃນປັດຈຸບັນນີ້ ຈະໃຊ້ສະຫຼະໄອໄມ້ມາຍ(ໄx)ຕະຫຼອດ, ຈຶ່ງເຮັດໃຫ້ຕ້ອງໄດ້ສືບຄົ້ນຕໍ່ໄປວ່າ ຄຳວ່າ ສຸໂຂໄທ ໃນສີລາຈາຣືກນັ້ນ ກັບຄຳວ່າ ສຸໂຂທັຍ ໃນປັດຈຸບັນມີຄວາມໝາຍດຽວກັນຫຼືບໍ່ຈັງໃດ ?

- ໃນສັບວິຊາການເປັນທີ່ຍອມຮັບກັນທົ່ວໂລກ ກ່ຽວກັບ ໄທ ແລະໄທຍ໌ນີ້ ນັກວິຊາການທຸກສາຂາ ກຳນົດວ່າ ຫາກຂຽນ ໄທຍ໌(ไทย) ໝາຍເຖິງປະເທດໄທຍ໌, ຄົນໄທຍ໌ ໃນປັດຈຸບັນ ອັກສອນໂຣມັນກຳນົດໃຫ້ຂຽນ Thai ສຳລັບສື່ເຖິງຄົນໄທຍ໌(ไทย) ສ່ວນພາສາລາວນັ້ນ ອາດຊິຂຽນ "ໄທຍ໌" ແບບນີ້ກໍໄດ້ ເພື່ອບໍ່ໃຫ້ອັກສອນປົນກັນ, ແຕ່ເມື່ອຈະສື່ເຖິງປະເທດໄທຍ໌ ກຳນົດໃຫ້ຂຽນ Thailand.

- ເມື່ອຈະສື່ເຖິງຄົນໄທ ຫຼືໄຕ ເຜົ່າຕ່າງໆຂອງລາວ ແລະໄທຍ໌ ທີ່ມາຈາກຕະກູນໄຕ(ໄທ)ກະໄດ ສັບວິຊາການໃຫ້ຂຽນໄທ(ไท) ເຊັ່ນໄທລາວ, ໄທແດງ, ໄທດຳ, ໄທເຂີນ ແລະອື່ນໆ ຫຼືຄຳວ່າ ໄທເຮົາເຈົ້າຂ້ອຍ, ໄທເໜືອ, ໄທໃຕ້, ໄທວຽງ, ໄທອີສານ, ໄທຊຽງໃໝ່,  ໄທກຸງເທບ ໄທບ້ານ ໄທເມືອງ ແລະອື່ນໆ, ອັກສອນໂຣມັນກຳນົດໃຫ້ໃຊ້ Tai.

- ໄຕ ຫຼືໄທ ທີ່ຂຽນດ້ວຍອັກສອນໂຣມັນ Tai ຊາວລື້ສິບສອງປັນນາ ເຂດປົກຄອງຕົນເອງຂອງຈີນ ກຳນົດຊື່ຮຽກກຸ່ມຂອງຕົນຂຽນດ້ວຍອັກສອນທຳລື້ ຫຼືອັກສອນລາວບູຮານດ້ວຍ ໂຕ ທ ສະຫຼະ ໄx ຍໍເຟື້ອງ ແຕ່ອ່ານວ່າ ໄຕ. ຫາກຂຽນໄຕລື້ ກໍຂຽນ Tai-Lue.

- ເຮົາພົບການຂຽນໃນສີລາຈາຣືກສຸໂຂໄທ ຫຼັກທີ 1 ທັງນາມເມືອງແລະຜູ້ຄົນລ້ວນແຕ່ຂຽນ "ໄທ" ເຊັ່ນ "ມາກາວລາວແລໄທ, ໄທຊາວອູຊາວຂອງມາອອກ, ລາຍສືໄທ, ແກ່ໄທທັງຫຼາຍ, ເມືອງໄທ" ດັ່ງເຫຼົ່ານີ້ ຈຶ່ງຕ້ອງສຶກສາຕໍ່ໄປວ່າ ຄຳວ່າ ໄທ ໃນທີ່ນີ້ໝາຍເຖິງເຜົ່າໄທທັງມວນບໍ ຫຼືວ່າຈຳເພາະແຕ່ໄທສຸໂຂໄທເທົ່ານັ້ນ, ເພາະເຮົາພົບຄຳວ່າ "ມາກາວລາວແລໄທ" ໃນທີ່ນີ້ເຮົາຈະພົບ ຊົນເຜົ່າຢູ່ 3 ຊົນເຜົ່າ ຄື ມາກາວ, ລາວ ແລະໄທ, ໂດຍສະເພາະຄຳວ່າ ໄທກັບລາວນີ້ ໄທຄວນຈະຢູ່ທາງໜ້າລາວ ເຊັ່ນກັບການຮຽກຊື່ຊົນເຜົ່າໃນປັດຈຸບັນ ເຊັ່ນ ໄທດຳ, ໄທແດງເປັນຕົ້ນ ແຕ່ແລ້ວຄຳວ່າໄທໃນສີລາຈາຣືກສຸໂຂໄທຫຼັກທີ 1 ນີ້ພັດຢູ່ຫຼັງຄຳວ່າລາວແຖມ ມີແລະຂັ້ນດ້ວຍ ລັກສະນະເຊັ່ນນີ້ ເຮັດມອງເຫັນວ່າ ການຈຳແນກໄທກັບລາວນັ້ນ ປາກົດຕົວແຕ່ສະໄໝສຸໂຂໄທແລ້ວ.

- ລັກສະນະເຊັ່ນນີ້ ບໍ່ພຽງແຕ່ໃນສີລາຈາຣືກ ສຸໂຂໄທເທົ່ານັ້ນ ໃນພົງສາວະດານ ແລະປະຫວັດສາດລາວ ກໍປາກົດພະນາມຂອງກະສັດແຫ່ງລ້ານຊ້າງພະອົງໜຶ່ງ ນາມວ່າ ພະເຈົ້າສາມແສນໄທໄຕພູວະນາດ ເປັນພະນາມຂອງພະເຈົ້າອຸ່ນເຮືອນ, ເຊິ່ງເປັນກະສັດສືບພະຣາະບັນລັງຕໍ່ຈາກພະເຈົ້າຟ້າງຸ່ມ, ນັກປະຫວັດສາດລາວອະທິບາຍວ່າ "ຫຼັງຈາກພະເຈົ້າອຸ່ນເຮືອນຂຶ້ນຄອງຣາດແລ້ວ ພະອົງສຳຫຼວດພົນລະເມືອງໃນພະນະຄອນຊຽງທອງພົບວ່າ ມີໄທ ສາມແສນຄົນ ຈຶ່ງເສີມພະນາມວ່າ ພະເຈົ້າສາມແສນໄທໄຕພູວະນາດ" ເຊິ່ງກໍໝາຍຄວາມວ່າ ໃນພະນະຄອນຊຽງທອງນອກຈາກລາວ ແລະຊົນເຜົ່າອື່ນແລ້ວ ຍັງມີໄທອີກ ເຊິ່ງສອດຄ່ອງກັບຄຳທີ່ປາກົດໃນສີລາຈາຣືກຂຸໂຂໄທວ່າ "ທັງມາກາວລາວ ແລໄທເມືອງໃຕ້ຫຼ້າຟ້າຕໍ່ ໄທຊາວອູຊາວຂອງມາອອກ" ໝາຍເຖິງໄທທັງມວນ ຫາກໄທຄຳນີ້ໝາຍເຖິງຄົນ ສະແດງໃຫ້ເຫັນວ່າແນວຄິດຊາດນິຍົມຂອງໄທຍ໌ນັ້ນ ເກີດຂຶ້ນແຕ່ສະໄໝຂຸນຣາມຄຳແຫງແລ້ວ.

- ສ່ວນການຂຽນໄທຍ໌(ไทย) ທີ່ມີໂຕ ຍ ຫ້ອຍທ້າຍນີ້ ແມ່ນທາງການໄທຍ໌ກຳນົດຂຶ້ນໃໝ່ ໃນປີ ຄ.ສ 1939 ນີ້ເອງ.

- ໃນສີລາຈາຣືກນັ້ນ ນອກຈາກພົບຊື່ຊົນຊາດລາວແລະໄທແລ້ວຍັງພົບຄຳວ່າ ມາກາວ ອີກ, ສະນັ້ນຄຳວ່າມາກາວ ເປັນຊົນຊາດໃດກັນແທ້, ໃນການບັນທຶກຊົນຊາດ ຂອງໄທຍ໌ ໄດ້ປາກົດຄຳວ່າ ລາວກາວ ອັນໝາຍເຖິງຄົນ ເຊື້ອຊາດລາວກຸ່ມໜຶ່ງ ຄຳວ່າມາກາວ ອາດເປັນຄົນກຸ່ມດຽວ ກັບລາວກາວ, ຫາກຕີຄວາມໝາຍຕາມພາສາ ເປັນໄດ້ບໍວ່າ ລາວເກົ່າ ຫຼືລາວມາກ່ອນ ?

- ນັກປະຫວັດສາດລາວ-ໄທຍ໌ ແລະສາກົນຍຸກກ່ອນ ຍອມຮັບວ່າລາວ ແລະໄທ ເດີມກຳເນີດຢູ່ພູເຂົາອັນໄຕ ເດີມຊື່ຊົນຊາດຕົນວ່າອ້າຍລາວ ແລ້ວຈຶ່ງຂະຫຍາຍມາຕັັ້ງອານາຈັກຢູ່ຕາມລຳແມ່ນໍ້າເຫຼືອງມີອານາຈັກກວ້າງໃຫຍ່ຊື່ວ່ານານເຈົ້າ, ຍ້ອນການບຽດບຽນຂອງພວກຊາດຫັ່ນ ມົງໂກນຫຼາຍຄັ້ງຊົນຊາດອ້າຍລາວແບ່ງອອກເປັນສອງພວກຊື່ວ່າອ້າຍລາວ ແລະງາຍລາວ ຄົນສອງພວກນີ້ຮຽກຕົນເອງວ່າ ໄທ ໄປຢູ່ທີ່ໃດກໍຮຽກໄທນຳໜ້າ ເຊັ່ນ ໄທລາວ ແລະໄທອື່ນໆເພື່ອບໍ່ໃຫ້ຫຼົງກັນ.

- ຫາກມາກາວ ເປັນຄົນພວກດຽວກັນ ລາວເກົ່າ ຫຼືລາວມາກ່ອນດັ່ງ ທີ່ສັນນິຖານໄວ້, ສະແດງວ່າໄທສຸໂຂໄທ ກໍແມ່ນລາວພວກໜຶ່ງ ແລະມາກາວ ກໍແມ່ນລາວພວກໜຶ່ງ ລວມໄປຮອດລາວຈົກ(ຈັກກະຣາດ) ແລະບັນດາໄທທັງຜອງ ທີ່ມີອານາ ຈັກເອກະລາດຂອງຕົນໃນບັນດາຫົວເມືອງຕ່າງໆ ໃນຍຸກດຽວກັນ.

- ແລ້ວຄຳວ່າລາວເກົ່າ ຫຼືລາວມາກ່ອນນັ້ນ ມາຢູ່ໃສ ? ອາດໝາຍ ເຖິງໄທອ້າຍລາວ ທີ່ລົງມາຮ່ວມຢູ່ກັບຊົນຊາດຂອມ(ກຣອມ) ທີ່ມີອຳ ນາດເໜືອພູມີພາກນີ້ ກ່ອນປະຫວັດສາດ, ໃນປະຫວັດສາດສຸໂຂໄທນີ້ ໄດ້ກ່າວເຖີງຂຸນອິນທຣາທິດ ແລະຂຸນບາງກາງທ່າວສອງຂຸນນີ້ ທຳການປະກາດເອກະລາດຈາກຂອມ ບໍ່ພຽງແຕ່ສຸໂຂໄທເທົ່ານັ້ນ ອະໂຍທິຍາ(ອະຍຸດທະຍາ) ແລະລົບບູຣີ ປະຫວັດສາດໄທຍ໌ກ່າວວ່າ ເປັນສູນກາງຂອງຂອມ ຄຳວ່າສຍາມນີ້ ຍັງມີຄົນສົງໄສວ່າ ອາດເປັນຊົນຊາດໜຶ່ງຂອງຂອມ, ກ່ຽວພັນກັບມອນ ສີລະປະວັດທະທຳບູຮານຂອງສອງເມືອງນີ້ ປາກົດຕົວສີລະປະຂອງຂອມຫຼາຍ ເປັນທີ່ໜ້າສັງເກດວ່າເມືອງລົບບູຣີນີ້ ຕາມພົບເຫັນ ມີຊື່ເມືອງວ່າ "ລາວະຣະຖະ" ຫາກແປຕາມພາສາທີ່ປະກົດ ຄື "ຣັຖລາວ" ມີຫຼາຍທ່ານກ່າວວ່າ ຄຳວ່າລົບບູຣີ ກໍມີຄົນແປວ່າ ເມືອງລາວ ໂດຍມີຄົນແປ ຕາມພາສາທີ່ປາກົດ ຄື ລົພ+ບູຣີ ພ ຕາມຫຼັກພາສາປາລີ ສາມາດແປງ ເປັນ ວ ໄດ້ ຈະໄດ້ ລວ ໃນອັກສອນສອງໂຕນີ້ ມີສະຫຼະອະຢູ່ ຈຶ່ງແປງອະ ໃຫ້ເປັນອາ ຈະໄດ້ຄຳວ່າ ລາວ, ສ່ວນ ບູຣີ ແປວ່າເມືອງ ຈຶ່ງໄດ້ຄຳວ່າ ລາວເມືອງ ຫຼືເມືອງລາວ, ສະນັ້ນ ຄຳວ່າ ມາກາວນັ້ນ ເປັນໄປໄດ້ບໍວ່າຄົນພວກທີ່ ມາຕັ້ງລົບບຸລີເປັນສູກາງ.

- ຄຳວ່າລາວ ໃນຍຸກກ່ອນສຸໂຂໄທ ຈະປາກົດ ຄຳວ່ານະຄອນຊຽງລາວ, ຊື່ກະສັດໃນຣາຊະວົງລາວຈົກ ຫຼືລາວຈັກກະຣາຊ.

- ຈະເລີນ ໄຊຊະນະ ສັນນິຖານວ່າອານາຈັກລາວເກົ່າ ທີ່ລົງມາ ກ່ອນອາດມີຢູ່ 3 ອານາຈັກໃຫຍ່ ຄື ສີໂຄຕະປຸຣະ, ລາວະຣັຖ ແລະສຸວັນນະໂຄມຄຳ(ຫິຣັນຍະເງິນຍາງ) ແລະຂະຫຍາຍ ໄປໃນຫົວເມືອງຕ່າງໆ.

- ນັກປະຫວັດສາດລຸ່ນໃໝ່ຂອງໄທຍ໌ຫຼາຍທ່ານ ໄດ້ຢັ້ງຢືນວ່າ "ໄທຍ໌ຢູ່ນີ້ແຫຼະ ຢູ່ອຸສາຕະເນ" ສົງໄສພວກທ່ານພົບຫຼັກຖານທີ່ກ່ຽວກັບລາວເກົ່າ ຫຼືລາວມາກ່ອນແລ້ວ.

- ຫາກເຮົາສຶກສາປະຫວັດສາດພາກເໜືອໃນອະດີດ ເຊັ່ນເມືອງຫີຣັນຍະພຸນໄຊ, ສຸວັນນະໂຄມຄຳປະຫວັດສາດລ້ານນາ ຫຼືປະຫວັດພະນາງຈາມເທວີ ຈະເຫັນຄົນ ຢູ່ສອງພວກ ຄື ລາວ ແລະຂອມມີການພົວພັນກັນເຊັ່ນນີ້.

- ຄຳວ່າລາວ ທີ່ປະກົດຢູ່ໃນສີລາຈາຣືກສຸໂຂໄທນັ້ນແມ່ນລາວພວກໃດ ? ອາດແມ່ນລາວ ທີ່ອົບພະຍົບມາໃໝ່ ເຊິ່ງເລີ່ມຈາກລູກຫຼານຂອງ ຂຸນບູຣົມທັງ  7 ທີ່ປາກົດໃນໜັງສືຂຸນບູຣົມ ແລະຕຳນານຂອງເຜົ່າໄຕ (ໄຕ)ທັງຫຼາຍທີ່ເຊື່ອວ່າພວກຕົນສືບເຊື້່ອສາຍມາຈາກລູກຫຼານ ຂອງຂຸນບູຣົມຣາຊາທິຣາດ ຫຼືບໍ່ກໍແມ່ນລາວຈັກກະຣາດ ຫຼືຶລາວເມືອງ ຊວາ ຫຼືລາວທີ່ຕັ້ງອານາຈັກຂອງຕົນຢູ່ພູມີພາກນີ້ ລາວພວກນີ້ ຄືລາວຸ ມາຈາກໝາກນໍ້າເຕົ້າ ມາຈາກພວກແຖນ ອານາຈັກແຖນ ເປັນລູກຫຼານ ຂອງຂຸນບູຣົມຣາຊາທິຣາດ.

- ໃນສີລາຈາຣືກ ໄດ້ປະກົດຊື່ເມືອງຊວາ ອັນໝາຍເຖິງເມືອງຊຽງດົງ ຊຽງທອງ ສະໄໝພະເຈົ້າຟ້າງຸ່ມ ເມືອງນີ້ແມ່ນສູນກາງຂອງລາວ ທີ່ຂຸນລໍ ລູກຊາຍກົກຂອງຂຸນບູຣົມມາສ້າງ.

- ສ່ວນວ່າ ໄທຊາວອູຊາວຂອງ ກໍອາດໝາຍເຖິງລາວ ໃນແມ່ນໍ້າອູ ແລະແມ່ນໍ້າຂອງ ເຊິ່ງຮຽກຕົນເອງ ຫຼືຄົນກຸ່ມອື່ນຮຽກວ່າໄທ.

- ຢ່າງໃດກໍຕາມ ຄຳວ່າສຸໂຂໄທ ຫາກແປຕາມອັກສອນທີ່ປາກົດ ອາດແປວ່າ "ເມືອງແຫ່ງຄວາມສຸກຂອງຄົນໄທ" ກໍລວມເຖິງລາວດ້ວຍ ຫາກເຮົາເຊື່ອວ່າລາວ ເປັນໄທພວກໜຶ່ງ ດັ່ງທີ່ປະກົດລາວໃນສີລາຈາລືກ ຫຼືເປັນລູກຫຼານຂອງຂຸນບູຣົມຣາຊາທິຣາດດ້ວຍກັນ.

วันพฤหัสบดีที่ 18 กันยายน พ.ศ. 2557

ເວົ້າເລື່ອງທະນະບັດ ກັບພັນທະບັດ

ມີບາງ­ຄົນເຂົ້າໃຈວ່າ ເງິນ ເປັນ­ພັນທະ­ບັດ ທີ່ແທ້­ບໍ່ແມ່ນ ເງິນ­ຄືທະ­ນະ­ບັດ, ເງິນເປັນ­ບັດເຈັ້ຍ ທີ່ທະ­ນາ­ຄານ­ກໍານົດ­ອອກ­ມາ ຈຶ່ງ­ຮຽກວ່າ­ທະ­ນະ­ບັດ.

- ພັນທະ­-ປັຕຕະ­ (ບັດ­ທີ່­ກໍານົດ­ມູນຄ່າ ມີພັນທະ­ລະ­ຫວ່າງ­ຜູ້­ຖືຄອງ ແລະ­ຜູ້ອອກ­ບັດ)
- ທະ­ນະ­-ປັຕຕະ­ (ບັດທະ­ນາ­ຄານ- ເປັນເງິນ ທີ່­ມີມູນຄ່າ­ຕາມ­ທີ່ໄດ້­ກໍານົດໃນ­ບັດ­ນັ້ນ ເຊິງທະ­ນາ­ຄານເປັນເຈົ້າ­ຂອງ)

໑. ພັນທະ­ບັດ : ບັດ­ກາ­ສານ­ໜີ້ ທີ່­ລັດຖະ­ບານ­ມອບໃຫ້ທະ­ນາ­ຄານແຫ່ງ­ຊາດ ຫຼືທະ­ນາ­ຄານ­ພານິດ ກໍານົດ­ອອກ­ມາ ເພື່ອວັດ­ຖຸປະ­ສົງຣະ­ດົມເງິນໄປໃຊ້ໃນ­ວັດ­ຖຸປະ­ສົງໃດ­ໜຶ່ງ ຂອງ­ລັກຖະ­ບານ, ພັນທະ­ບັດ­ນັ້ນ ລັດຖະ­ບານ­ຕິດ­ໜີ້(ເປັນ­ລູກ­ໜີ້) ມີພັນທະ­ຕໍ່ຄວາມ­ຮັບ­ຜິດ­ຊອບ­ທີ່ຈະ­ຕ້ອງຈ່າຍ­ໜີ້­ສິນ­ຄືນໃຫ້ແກ່­ຜູ້ຄອບ­ຄອງ­ ພັນທະ­ບັດ ຕາມ­ກົດ­ໝາຍ, ພັນທະ­ບັດ ເປັນ­ບັດ­ກາ­ສານ­ໜີ້ ທີ່­ຜູ້ເປັນເຈົ້າ­ຂອງ­ສາມາດ­ຮຽກເກັບເງິນ­ຄືນ ກັບທະ­ນາ­ຄານ­ທີ່­ຮັບ­ຜິດ­ຕາມ­ກໍານົດໄວ້, ພັນທະ­ບັດ ຍັງ­ສາມາດ­ຈໍາ­ໜ່າຍ ແລກປ່ຽນ­ສິ່ງ­ຂອງໄດ້­ພາຍ ໃຕ້­ກົດ­ໝາຍ­ທີ່­ກໍານົດ.(ເວົ້າ­ພາ­ສາ­ຊາວບ້ານ ພັນທະ­ບັດເປັນ­ບັດ­ທີ່­ມີມູນຄ່າ ສາມາດໃຊ້ຕ່າງເງິນໄດ້­ຕາມ­ທີ່­ກົດ­ໝາຍ­ກໍານົດ-ແຕ່­ບໍ່ແມ່ນເງິນ).

໒. ທະ­ນະ­ບັດ : (ເງີນ) ເປັນ­ບັດ ທີ່ທະ­ນາ­ຄານແຫ່ງ­ຊາດໄດ້­ກໍານົດ­ອອກໃຊ້ແທນເງິນ ມີມູນຄ່າ­ຕາມ­ທີ່­ກໍານົດໄວ້ ສາມາດ­ຊໍາ­ຮະ­ໜີ້­ສິນໄດ້­ຕາມ­ກົດ ໝາຍ­ກໍານົດ.

- ການ­ພິມເງິນ­ຂອງ­ທຸກປະ­ເທດ­ມັກຈະ­ເປັນຄ້າຍໆ­ກັນ­ໝົດ ຄືລັດຖະ­ບານ­ຂອງປະ­ເທດ­ນັ້ນໆ­ ມອບໜ້າ­ທີ່ໃຫ້ແກ່ທະ­ນາ­ຄານແຫ່ງ­ຊາດ­ອອກ ໂດຍ ທີ່­ລັດຖະ­ບານປະ­ເທດ­ນັ້ນໆ­ ຕ້ອງ­ອອກ­ກົດ­ໝາຍ­ຮັບປະ­ກັນເງິນ ໂດຍ­ລັດຖະ­ບານ­ນັ້ນຕ້ອງ­ມີຊັບ­ສີນ ແລະ­ທະ­ນະ­ບັດເງິນຕຣາ­ຕ່າງປະ­ເທດ ຄໍາ ເງິນ ແລະ­ ວັດ­ຖຸອັນ­ມີຄ່າໄປຄ້ໍາ­ປະ­ກັນ ກັບສະ­ຖາບັນ­ການເງິນ­ທີ່­ສາກົນ­ກໍານົດໄວ້ ໃນ­ມູນຄ່າ­ຂອງທະ­ນະ­ບັດ­ທີ່ຈະ­ພິມ ແລ້ວຈຶ່ງ­ພິມ, ສໍາ­ລັບ­ການ­ພິມເງິນ(ທະ­ນະ­ບັດ) ທະ­ນາ­ຄານເປັນ­ຜູ້ອອກແບບ ບາງປະ­ເທດ­ກໍຜ່ານສະ­ພາ ບາງປະ­ເທດ­ກໍຜ່ານສະ­ພາ­ຂອງ­ລັດຖະ­ບານ ແລ້ວຈຶ່ງ­ນໍາໄປພິມ ສໍາ­ລັບ­ການ­ພິມ­ນັ້ນ ພິມ­ທີ່ໃດ­ກໍໄດ້ ລາວເຮົາມັກ­ພິມ­ຈາກໂຊຫວຽດ ຈີນ ແຕ່­ປັດ­ຈຸບັນວ່າມີໂຮງ­ພິມເອງແລ້ວ ແລະ­ຍິນວ່າ­ພິມ­ຄັ້ງແຮກແມ່ນ ໃບ­ພັນໃໝ່(ຄືໃບ­ພັນ­ສາມ­ນາງ)ນັ້ນ, ແຕ່ຢ່າງໃດ­ກໍຕາມ ຜົນ­ງານ­ຂອງທະ­ນາ­ຄານແຫ່ງ­ຊາດ ນັບແຕ່­ມີໂຮງ­ພິມເປັນ­ຂອງ­ຕົນເອງ­ມາ ແມ່ນໄດ້­ພິມເງິນໃໝ່ຂອງ­ຕົນ­ອອກ­ມາເປັນປະ­ຈໍາ.

ແພດານ ພີດານ ເພດານ ພັດທະນາການທາງພາສາລາວ







-ເຮືອນ­ໜຶ່ງໆ­ ມັກຈະ­ມີແພດານ ເຮືອນສະ­ໄໝບູຮານ ແພດານ­ມັກຈະ­ເປັນໄມ້, ຫຼືເປັນແພ, ເຮືອນ­ລາວບູຮານຖານະປານກາງ ແພດານຈະ­ເປັນແພ (ເວັ້ນເຮືອນ­ມຸງຫຍ້າ ມັກຈະ­ເອົາໄມ້ໄຜ່­ສານເປັນແພດານ) ຢູ່­ທີ່­ວັດ­ຍາດໂຍມ­ມັກຈະ­ເຮັດ ແພດານ­ດານ ດ້ວຍຜ້າໃໝ ຝ້າຍ ຫຼືຜ້າກໍາມະ­ຍີ່ ແລະ­ອື່ນໆ­ ໄປຖວາຍ­ວັດ ເພື່ອກັ້ງ­ສາ­ລາໂຮງ­ທໍາ ແລະ­ທີ່ພຣະ­ເຈົ້າໃຫຍ່ປະ­ດິດສະ­ຖານໃນ­ສິມ ແລະ­ສາ­ລາ ແມ່ນ­ກຸດ­ຕິ ວິຫານ ເມື່ອ ໒໐ ປີກັບໄປມັດ­ມີແພດານແພ, ປັດ­ຈຸບັນ­ກໍມີ ແຕ່ໄດ້­ຮັບ­ຄວາມ­ນິຍົມນ້ອຍ ແນ່ ເພາະ­ປັດ­ຈຸບັນ ນິຍົມເຮັດແພດານ­ສໍາເລັດ­ຮູບ ດ້ວຍ­ປູນ­ຊີມັງ, ຍິຊ່ໍາ, ກະ­ຕົງ ແລະ­ແຕ້ມ­ຮູບ­ສວຍ­ງາມ, ໃນ­ວັດ­ໜຶ່ງ­ມັກປະ­ດັບປະ­ດາແພດານ­ສວຍ­ງາມກ່ອນ­ອື່ນ­ໝົດ ແມ່­ສາ­ລາໂຮງ­ທໍາ ເພາະ­ສາ­ລາໂຮງ­ທຳ ເປັນ­ທີ່­ຍາດໂຍມ­ມາ­ທໍາບຸນ­ຫຼາຍແທບ­ທຸກ­ວັນ ສະ­ນັ້ນ ຈຶ່ງຕ້ອງ­ມີການເອ້ຍ້ອງ­ສວຍ­ສົດ­ງົດ­ງາມ ເພື່ອເປັນ­ທີ່ຈະ­ເລີນ­ຕາ ຈະ­ເລີນໃຈແກ່­ຍາດ­ສັດ­ທາ­ທານທີ່­ມາ­ພົບ ເຫັນ, ລອງ­ລົງ­ມາແມ່ນ­ສິມ ແລະ­ກຸຕິຕາມ­ລໍາດັບ.

- ທີ່ແພດານ­ສາ­ລາໂຮງ­ທຳ­ນັ້ນ ທີ່­ນິຍົມ­ກັນແຕ້ມ­ຮູບ­ຫຼາຍ­ທີ່­ສຸດ ແລະ­ແທບ­ທຸກ­ວັດ­ມັກຈະ­ເປັນ­ຮູບພຣະ­ເວດ ພຣະ­ເຈົ້າ­ສິບ­ຊາດ ແລະ­ປະ­ຫວັດພຣະ­ພຸດທະ­ເຈົ້າ, ການແຕ້ມ­ຮູບເພດານ ແລະ­ຝາ­ຜະ­ໜັງ­ນັ້ນ ເທົ່າ­ທີ່­ພົບ­ບໍແມ່ນ­ນິຍົມແຕ່ສະ­ໄໝນີເທົ່ານັ້ນ ມີການິຍົມ­ກັນ­ມາ­ຕັ້ງແຕ່­ອານາ­ຈັກລ້ານຊ້າງ­ພຸ້ນ ດັ່ງ­ຮູບແຕ້ມ­ສິນ­ວັດ­ສີສະ­ເກດ ແມ່ນແຕ້­ຮູບປະ­ຫວັດ­ວຽງ­ຈັນ ແລະ­ພະ­ລັກພະ­ລາມ (ນັບແຕ່ເຂົາ­ສ້ອມແຊມ­ວັດ­ສີສະ­ເກດ­ມາ ຍັງ­ບໍ່­ທັນໄປເບິ່ງເທື່ອວ່າເພິ່ນ­ຮັກ­ສາໄວ້­ຫຼືບໍ ? ຄັນ­ຮັກ­ສາໄວ້ແມ່ນ­ດີ ຄັນ­ທໍາ­ລາຍ­ຖິ້ມ­ກໍເປັນໜ້າເສັຍ­ດາຍ­ມູນ­ມໍລະ­ດົກ­ທາງ­ວັດທະ­ນະ­ທໍາ ເມື່ອ ໒໐໐ ປີແທ້ໆ­) ນອກ­ຈາກ­ນີ້­ຍັງ­ພັບ­ຫຼັກ­ຖານ ທີ່ນະ­ຄອນ­ຫຼວງພຣະ­ບາງ­ຫຼາຍ­ວັດ.

- ແພດານ ຕາ­ຄະ­ຕິບູຮານ ຄົງຈະ­ເຮັດດ້ວຍແພ ດັ່ງ­ທີ່­ປາກົດ­ຫຼັກ­ຖານໃນເມືອງ­ລາວ ເມື່ອ ໒໐ ປີກັບ­ຄືນໄປ, ອາດເປັນເພາະ­ເຮັດດ້ວຍແພນີ້ເອງ ພາ­ສາບູຮານ ຈຶ່ງ­ຮຽກວ່າ "ແພດານ", ແຕ່ສະ­ໄໝຍັງນ້ອຍ ພາ­ສາບ້ານ ຜຂ ຮຽກວ່າ "ພີດານ"(ປັດ­ຈຸບັນ ວ່າແພດານ­ທົ່ວໄປໝົດແລ້ວ) ຄໍາວ່າ­ພີດານ­ອາດເປັນສ້ຽງພ້ອງ­ຈາກ "ແພດານ" ເພາະສະຫຼະອີ ກັບສະຫຼະແອນັ້ນມີທີ່ມາທີ່ດຽວກັນ ປັດ­ຈຸບັນ­ນີ້ ຄໍາວ່າ ແພດານ­ນັ້ນ ໄດ້­ຮັບ­ຄວາມ­ນິຍົມ­ລົງວ່າ "ເພດານ", ຕາ­ພາ­ສານິຍົມສະ­ໄໝໃໝ່.

- ຫຼັກ­ຖານ­ໜຶ່ງ­ທີ່­ຢັ້ງ­ຢືນວ່າ ແພດານ ເປັນ­ພາ­ສາບູຮານ ແລະ­ຕ້ອງ­ຢູ່ເທິງ­ກັ້ນ­ກັນລະ­ຫວ່າງ­ທີ່­ສູງ ແລະ­ທີ່ຕ່ໍາ ຄື ທີ່­ປາກດ້ານເທິງ­ຂອງ­ຄົນເຮົາ ເຂົາກໍຮຽກວ່າ "ແພດານ" ການ­ທານແພດານໄດ້­ອານິສົງ­ຫຼາຍ ປາກົດໃນ­ໜັງ­ສືສະ­ຫຼອງແພດານ ທີ່ພຣະ­ສົງ­ມັກ­ນໍາເອົາໄປເທດ ສະ­ຫຼອງ­ຍາມ­ມີການ­ຖວາຍເພດານ.

วันพุธที่ 17 กันยายน พ.ศ. 2557

ພາສາປາລີ/ສັນສະກຣິດ/ລາວ

ພາສາປາລີ...........ສັນສະກຣິດ.................ລາວ
ອາຣັພພະ..................ອາຣັພຍະ.........................ຜາຣົພ
ເປຕ.........................ເປຣຕ.............................ເຜຕ
ປັນຍາ......................ປຣັຊຍາ............................ຜຍາ
ວິເສສ......................ວິເສສ(ໃສ່ອັກຂະນະ​​ຕ່າງກັນ)--ວິເສສ(ໃຫ້ໃຊ້ພາສາປາລີ) ພິເສສ ກໍໃຊ້
ຄຫັຕຖະ....................ຄຣືຫັຕຖະ.........................ຄະຣືຫັດ/ຄະຫັດ( ໃຊ້ທັງສອງ)
ໂຄສນາ.....................ໂຄສະນາ..........................ໂຄສະນາ( ໃຫ້ ໃຊ້ຂຽນແບບປາລີ)
ຄຣາວາສ....................ຄຣືຫວາສ........................ຄະຣາວາສ
ຈັກຂຸ..........................ຈັກສຸສະ..........................ຈັກຂຸ
ສິກຂາ........................ສືກສາ............................ສຶກສາ (ສິກຂາ ຫຼື ສິກ ໃຊ້ຮຽກເວລາ ສິກພຣະເນນ)
ພິກຂຸ..........................ພິກສຸ.............................ພິກຂຸ
ໂຈທກະ......................ໂຈທກະ...........................ໂຈທ(ໂຈດ) ເລກໂຈດ
ທາຣຸໂນ......................ທາຣຸໂນ...........................ທາຣຸນ

ພາສາລາວສ່ວນໜຶ່ງ ມາຈາກພາສາປາລີ ແລະສັນສະກຣິດ ແຕ່ມີການໃຊ້ພາສາປາລີ ຫຼາຍກວ່າສັນສະກຣິດ

ໄຊຍະບູຣີ ເມືອງແຫ່ງໄຊຊະນະ

 ໄຊຍະບູຣີ ເມືອງແຫ່ງໄຊຊະນະ
--------------
ຄົ້ນຄວ້າໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
--------------
- ໄຊຍະ ມີຄວາມໝາຍດຽວກັບ ຊະນະ, ໃນພາສາປາລີ ຊຍະ ແປວ່າ ຊນະ, ຊະຍະ ເຊິ່ງແປງສັບໄດ້ຫຼາຍ ຄື ໄຊຍະ, ຊັຍ ໃນພາສາລາວ ມັກຈະເອົາຄຳສອງຄຳມາລວມກັນ ຄື ຊັຍ ກັບ ຊນະ ມາລວມກັນ ຈະໄດ້ຄຳໃໝ່ວ່າ ຊັຍຊນະ ຂຽນວ່າ ຂຽນຕາມແບບປັດຈຸບັນ ໄຊຊະນະ,

- ສະນັ້ນ ຄຳວ່າ "ໄຊຍະ" ຈຶ່ງແປວ່າ ໄຊຊະນະ ຫຼືເປັນພາສາລາວວ່າ ຜາບແພ້ (ເຊິ່ງໝາຍຄວາມວ່າ ປາບປາມຈົນຝ່າຍແພ້) ຜູ້ຝ່າຍແພ້ ເປັນຜູ້ປຣາໄຊຍ໌, ຜູ້ຜາບໃຫ້ຝ່າຍແພ້ ເປັນຜູ້ໄດ້ໄຊຊະນະ (ສະນັ້ນ ເວລາວ່າ "ແພ້" ໝາຍເຖິງ ເສັຍໄຊຊະນະ ຫຼືອັປຣາໄຊຍ໌, ຫຼືຮຽກວ່າ "ຜູ້ຜ່າຍແພ້", ສ່ວນຜູ້ຊະນະ ໝາຍເຖິງຜູ້ ຜາບແພ້ ຫຼືຜູ້ມີໄຊຍ໌ນັ້ນເອງ)

- ຄຳວ່າ ບູຣີ ເປັນພາສາປາລີ ກົງກັບຄຳວ່າ ນະຄອນ(ນຄຣໍ-ນະຄະຣັງ ຫຼື ນະຄອນ), ນະຄອນເປັນເມືອງຫຼວງຂອງອານາຈັກ, ມະຫາອານາຈັກນັ້ນມີອຳນາດຫຼາຍຮຽກວ່າ "ມະຫານະຄອນ" ກໍເປັນເມືອງເອກຂອງອານາຈັກນັ້ນ, ໃນ "ມະຫານະຄອນນັ້ນ" ມີບັນດາອານາຈັກນ້ອຍໆຂຶ້ນກັບ ຈະຮຽກວ່າ "ເມືອງ" ເມືອງເປັນພາສາລາວ, ເຊິ່ງກົງກັບຄຳວ່າ "ບູຣີ" ມາຈາກປຸຣະ, ປຸຣີ ເຊັ່ນ ຈັນທະບູຣີ ແປວ່າ ເມືອງຈັນທນະ, ຫຼືເມືອງຈັນ, ເມືອງນັ້ນພາສາລາວເຮົາມີໃຊ້ອີກຄຳໜຶ່ງວ່າ "ວຽງ" ເຊັ່ນ ວຽງຈັນທນ໌ ກໍໝາຍເຖິງເມືອງຈັນທນະ (ເມືອງຈັນ), ນອກຈາກນັ້ນກໍມີຄຳໜຶ່ງອີກທີ່ໃຊ້ຮຽກເມືອງ ຄື "ຊຽງ" ເຊັ່ນ ພຣະນະຄອນຫຼວງພຣະບາງໃນອະດີດກ່ອນ ແລະສະໄໝດຽວກັບພຣະເຈົ້າຟ້າງຸ່ມວ່າ "ຊຽງທອງ" ເປັນຄຳຮຽກທີ່ສັ້ນໆ ແຕ່ຫາກຮຽກໃຫ້ໝົດນາມ ຄື "ຊຽງທອງຄຳ" ຫາກຈະຮຽກໃຫ້ກົງກັບຄວາມໝາຍທີ່ຮຽກກັນໃນປັດຈຸບັນ ກໍຄື "ຊຽງຄຳ" ແຕ່ ຊື່ທີ່ແທ້ຂອງພຣະນະຄອນແຫ່ງນີ້ ຄື "ພຣະນະຄອນຊຽງທອງ" ໝາຍເຖິງ "ພຣະນະຄອນຊຽງທອງຄຳ" ຫາກຈະຕີຄວາມໝາຍ "ກໍໝາຍເຖິງເມືອງແຫ່ງທອງຄຳ ຫຼືເມືອງແຫ່ງຄວາມຮຸ່ງເຮືອງເຫຼືອງ ເຫຼື້ອມເໝືອນທອງຄຳ, ນັກປະຫວັດສາດຮຸ່ນກ່ອນ ລວມທັງມະຫາສີລາ ວິຣະວົງ ໄດ້ໃຫ້ຄວາມໝາຍ ແລະທີ່ມາຂອງຄຳວ່າ "ຊຽງທອງ" ຄື ເມືອງລາວນີ້ ເປັນໜຶ່ງໃນສຸວັນນະພູມ ເປັນເມືອງບູຮານກ່ອນປະຫວັດສາດ ເມື່ອລາວມາຕັ້ງມະຫາອານາຈັກລ້ານຊ້າງຢູ່ລ່ອງແມ່ນ້ຳຂອງ ຈຶ່ງຕັ້ງຊື່ເມືອງຫຼວງຂອງຕົນໃຫ້ສອດຄ່ອງກັບ ຄຳວ່າ "ສຸວັນນະພູມ-ພາສາປາລີ"(ແປວ່າ ປະເທດຄຳ) ໃຫ້ເປັນພາສາລາວຈຶ່ງໃຊ້ຄຳວ່າ "ຊຽງທອງ" ອັນນີ້ຜູ້ຂຽນໄດ້ຄົ້ນພົບວ່າເມືອງລາວບູຮານ ເຕັມໄປດ້ວຍຄວາມໝາຍຂອງຄຳວ່າ "ທອງຄຳ" ຫຼືສຸວັນນະພູມ ຄື "ເມືອງສຸວັນນະ ໂຄມຄຳ, ເມືອງຊຽງຄຳ, ເມືອງວຽງຄຳ, ເມືອງສຸວັນນະເຂດ(ສວັນຄ໌ນະເຂຕ) ເມືອງວັງອ່າງຄຳ, ເມືອງຄຳ(ຊຽງຂວາງ) ແລະອື່ນໆ ຄຳນິຍາມທີ່ວ່າ "ຊຽງທອງ" ມາຈາກສຸວັນນະພູມ ຈຶ່ງມີເຫດຜົນພຽງພໍ.

- ໃນພາສາລາວ "ນອກຈາກໃຊ້ຄຳວ່າເມືອງ, ວຽງ ແລ້ວ ຊຽງ ກໍໝາຍເຖິງເມືອງ ມີສະຖານະເທົ່າກັບ ວຽງ ແລະມີເມືອງລາວ ທີ່ໃຊ້ຊຽງ ຫຼາຍເມືອງ ເຊັ່ນ ຊຽງຂວາງ (ເມືອງຂວາງ-ອາດເປັນເມືອງຂວາງໂລກະບານ ໃນຕຳນານລາວ) ຊຽງຂອງ(ຝັ່ງໄທຍ໌ກົງກັບບໍ່ແກ້ວ ແປວ່າ ເມືອງຂອງ) ຊຽງແມນ (ເມືອງແມນ) ຊຽງມ່ວນ (ເມືອງມ່ວນ) ຊຽງໝັ້ນ(ເມືອງໝັ້ນ) ຊຽງຄໍ້ (ເມືອງຄໍ້) ນອກດິນລາວປັດຈຸບັນ ແຕ່ເຄີຍເປັນຊຸມຊົນອິດທິພົນຄົນເຊື້ອສາຍລາວ ຄື ຊຽງໃໝ່(ເມືອງໃໝ່) ຊຽງຕຸງ(ເມືອງຕຸງ-ຫຼືວຽງຕຸງ=ຕຸງ ໃນພາສາເໜືອ ໝາຍເຖິງທຸງ ເມືອງທຸງ) ຊຽງຮຸ່ງ (ເມືອງຮຸ່ງ) ໃນເມືອງພາກເໜືອ ມັກຈະມີ "ຊຽງ ແລະວຽງ" ເປັນຈຳນວນຫຼວງຫຼາຍ.

-ໄຊຍະບູຣີ ຈຶ່ງແປວ່າ ເມືອງ, ວຽງ, ຊຽງ ແຫ່ງໄຊຊະນະ ຫຼືຈະແປໃຫ້ກົງກັບປັດຈຸບັນ ກໍຄື ເມືອງແຫ່ງໄຊຊະນະ.

- ຄວາມເປັນມາໂດຍສັງເຂບຂອງເມືອງໄຊຍະບູຣີ ເມືອງໄຊຍະບູຣີ ໃນອະດີດເປັນສ່ວນໜຶ່ງຂອງພຣະນະຄອນຫຼວງພຣະບາງ ໃນອານາຈັກລ້ານຊ້າງຫຼວງພຣະບາງ, ມີຊາຍແດນຕິດກັບເມືອງຊຽງຄານ ເຊິ່ງຂຶ້ນກັບພຣະນະຄອນຈັນທະບູຣີ (ວຽງຈັນ) ປີ ໑໗໗໙ ເມືອງລາວທັງໝົດໄດ້ຕົກ ເປັນຫົວເມືອງຊ່ວຍຂອງສຍາມ ຊາວສຍາມໄດ້ກວາດຕ້ອນເອົາຄົນລາວໃນເຂດນີ້ລົງໄປຍັງຫົວເມືອງຝ່າຍ ໃນຂອງສຍາມ ແລະມອບໃຫ້ເມືອງສຳຄັນຕ່າງຕັ້ງຢູ່ໃຫ້ຄົນທ້ອງຖິ່ນປົກ ຄອງແລະເສັຍຊ່ວຍໃຫ້ແກ່ສຍາມ ຫາກເມືອງໃດບໍ່ມີອຳນາດ ເຂັ້ມແຂງກໍຖືກຍຸບ ປີ ໑໘໐໐ ເປັນຕົ້ນມາຈົນຮອດສະໄໝພຣະຈຸນຈອມເກົ້າ ຣ ໕ ຂອງສຍາມໄດ້ແບ່ງຫົວເມືອງລາວອອກເປັນກອງ ແລະຫຼາຍຫົວເມືອງລວມກັນເປັນມົນທົນ ຈົນມາເຖິງປີ ໑໙໘໙ ຝຣັ່ງໄດ້ເອົາເມືອງຫຼວງພຣະບາງເປັນເມືອງອາຣັກຂາ ແລະເອົາລາວທັງ ໝົດເປັນສະຫະພັນອິນດູຈີນ ສຍາມຖືວ່າເປັນໄພຄຸກຄາມຕໍ່ອິດສະຫຼະພາບຕໍ່ສຍາມ ຈຶ່ງຕັ້ງຫົວເມືອງຕ່າງອອກເປັນຈັງຫວັດ ເມືອງລາວ ທີ່ຢູ່ທາງຝັ່ງຂວາມີຫຼາຍຫົວເມືອງກາຍເປັນເມືອງສຍາມ ລວມທັງຈຳປາສັກ ແລະຝັ່ງຂວາຂອງຫຼວງພຣະບາງ ເມືອງຈຳປາສັກ ເພາະເປັນເມືອງເກົ່າແກ່ມາແຕ່ບູຮານ ສຍາມກໍຕັ້ງເປັນຈັງຫວັດຂຶ້ນວ່າ "ຈັງຫວັດນະຄອນຈຳປາສັກ" ສ່ວນຝັ່ງຂວາ ຂອງຫຼວງພຣະບາງສຍາມຕັ້ງໃຫ້ເປັນ "ຈັງຫວັດລ້ານຊ້າງ" ຄືເປັນແຂວງທີ່ໄດ້ມາຈາກລ້ານຊ້າງຫຼວງພຣະບາງ ມີສູນກາງເມືອງຢູ່ບ້ານ ປາກລາຍ ເປັນທີ່ວ່າການຈັງຫວັດ.

- ຈວນຈົນປີ ພສ ໒໔໔໗ ຄສ ໑໙໐໔ ຝຣັ່ງໄດ້ທຳສົນທິສັນຍາກັບສຍາມຕົກລົງເອົາສຽມລຽບພັດຕະບອງສົ່ງໃຫ້ຂະເໝນ ແລະເອົາຈັນທະບູຣີ ແລະຕາກ ໃຫ້ສຍາມ ເພື່ອແລກປ່ຽນກັບແລ້ວ ສຍາມຈຶ່ງຍອມສົ່ງຈຳປາສັກ ແລະຝຣັ່ງຂວາແມ່ນໍ້າຂອງ(ຈັງຫວັດລ້ານຊ້າງ) ໃຫ້ແກ່ຝຣັ່ງເສດ.

- ຈົນເມື່ອລາວໄດ້ເອກະລາດແລ້ວ ໃນປິ ໑໙໔໕ ລາວກໍຕັ້ງຫົວເມືອງຕ່າງໆໃຫ້ເປັນແຂວງ ສ່ວນຈັງຫວັດນະຄອນຈຳປາສັກໃຫ້ເປັນ ແຂວງ ຈຳປາສັກ, ຈັງຫວັດລ້ານຊ້າງໃຫ້ເປັນແຂວງໄຊຍະບູຣີ ໂດຍຖືຣືກວ່າ "ເມືອງແຫ່ງນີ້ກັບຄືນມາດ້ວຍໄຊຊະນະນັ້ນເອງ"
ໄຊຍະບູຣີ
ຈັງຫວັດລ້ານຊ້າງ
ໄທຍໃນຍຸກລ່າອານານິຄົມ

ອ້ວນພີດີງາມ ຈ່ອຍຜອມຜາງຮ້າຍ

 ອ້ວນພີດີງາມ ຈ່ອຍຜອມຜາງຮ້າຍ
--------------
ຄົ້ນຄວ້າໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
--------------
ມີຄົນຖົກຖຽງກັນ ເລື່ອງການໃຊ້ພາສາບາງຄົນ(ຜູ້ບໍ່ຮູ້ແທ້) ມັກຈະຖຽງກັນວ່າ “ອັນນັ້ນຄຳລາວອັນນີ້ຄຳໄທຍ໌” ຄວາມເຂົ້າໃຈແບບນີ້ ເປັນອັນຕະລາຍຕໍ່ລະບົບການພັດທະ ນາ ພາສາລາວໃນປັດຈຸບັນ ແລະອະນາຄົດແນ່ອນ, ເມື່ອມີບັນຫາ ເຮົາບໍ່ເຂົ້າມາແກ້ບັນ ຫາ ຫຼືປະຕິບັດໃຫ້ບັນຫານັ້ນ ຖືກແກ້ໄຂໄປທິດທາງທີ່ຖືກຕ້ອງໂດຍໄວ ອາດກາຍເປັນບັນ ຫາຊຳເຮື້ອ ເມື່ອເວລາຜ່ານໄປໃນອະນາຄົດບັນຫາດັ່ງກ່າວ ຈະເປັນຜົນສະທ້ອນຕໍ່ພາ ສາ ອັກສອນລາວໂດຍທາງລົບແນ່ນອນ ແລະຈະກາຍເປັນບັນຫາທີ່ແກ້ໄຂໄດ້ໂດຍຍາກ ດ້ວຍ.
ບັນກາໜຶ່ງກ່ຽວກັບພາສາລາວ ທີ່ຄົນຮຸ່ນໃໝ່ສົງໄສ ແລະເຂົ້າໃຈວ່າ “ຜອມ ເປັນພາສາລາວ “ຈ່ອຍ” ເປັນສາໄທຍ໌ ຄຳເລົ່ານັ້ນ ເປັນພາສາໄທຍ໌ ແທ້ຫຼືບໍ່ເຮົາມາອ່ານການ ສຶກສາວິເຄາະນຳກັນ ຄື.
ເຮົາມັກຍິນສະເໝີໃນວົງສັງຄົມ ການສົນທະນາກັນວ່າ “ຕຸ້ຍ” ມັກຈະຄູ່ກັນກັບ “ຈ່ອຍ” ເມື່ອເຮົາມາຍິນຄໍາວ່າ “ຜອມ” ກັບ “ອ້ວນ” ຂອງຄົນທ້ອງຖິ່ນອື່ນກະມັກຈະຕິວ່າ ຄົນນັ້ນເວົ້າພາສາໄທຍ໌.
ອັນຄວາມຈິງແລ້ວ ພາສາໄທຍ໌ກັບພາສາລາວ ມັກຕ່າກັນທີ່ສຽງ ແລະສຳນຽງ ເທົ່ານັ້ນ ສ່ວນຄຳເວົ້າ ອັນເປັນນາມ, ຄຸນນາມ, ລັກສະນະນາມ ແລະວັດຖຸປະສົງຂອງ ການສື່ນັ້ນມັນມີຄວາມເໝືອນກັນເກືອບທັງໝົດ ເຖິງວ່າມີສຽງ, ສຳນຽງ ແລະຄຳບາງຄໍາ ມີການຕ່າງກໍຕ່າງກັນເລັກນ້ອຍ.
ຫາກຈະເວົ້າຄວາມຕ່າງນັ້ນຂອງຄຳ ມັນກໍມີຕ່າງບໍ່ເທົ່າໃດຄຳເທົ່ານັ້ນ ເຊັ່ນ ຜົມ, ສັນ, ຄັບ, ຈະ, ຈ້າ ເທົ່ານັ້ນ, ນອກຈາກຄຳແລ້ວ ກໍມີປະໂຫຍກ ເຊັ່ນ ອະໄຣ ກົງກັບ ອັນໃດ, ແມ່ນຫຍັງ ກໍ ເປັນແມ່ອະໄຣ ເທົ່ານັ້ນ ເຫຼືອນັ້ນ ກໍມີສັບບາງຊັບ ອັນເປັນຊັບຖິ່ນ ທີ່ເຂົາຍົກມາກເປັນສັບທາງການ ເຊັ່ນ “ໝາກ” ໄທຍ໌ກໍວ່າ “ມະ” ຫາກຈະທຽບກັບຄໍາລາວ ກໍກົງກັບຄຳລາວພວນ “ມະ” ໝາຍເຖິງໝາກໄມ້.
ນອກຈາກນັ້ນ ສຽງທີ່ຖືວ່າຕ່າງກັນກັບພາສາລາວ ກໍແມ່ນສຽງວັນນະຍຸດ ເອກ ໂທ ຄື ສຽງໃດ ເປັນສຽງໂທ ໃນຄຳບາງຄໍາເປັນສຽງເອກ ເຊັ່ນ “ຊ້າງ” ໃນພາສາໄທຍ໌ ມັກຈະເປັນ ສຽງເອກແລະໂທປົນກັນ, “ໄມ່ໃຊ້” ກາຍເປັນສຽງ ເປັນສຽງໂທ “ໄມ້” ອັນນີ້ ບໍ່ແມ່ນ ແຕ່ສຽງໄທຍ໌ເທົ່ານັ້ນ ໃນພາສາລາວເຮົາ ສຽງເອກກໍມັກຈະອອກສຽງໂທກະມີ ເຊັ່ນສຽງ ລາວກຸ່ມໄທທົ່ງ, ສຽງລາວກຸ່ມລາວເໜືອບາງກຸ່ມ ແມ່ນແຕ່ສຽງລາວພາສາກາງມັກຈະ ອອກສຽງເອກເປັນສຽງໂທ ເຊັ່ນ “ເຣື່ອງ” ມັກຈະອອກເປັນ “ເຣື້ອງ” ເຫຼົ່ານີ້ເປັນຕົ້ນ.
ຢ່າງໃດກໍຕາມ ກ່ຽວກັບຄໍາເວົ້າລາວກັບໄທຍ໌ນັ້ນ ເວົ້າລວມແລ້ວ ມີຄວາມເໝືອນ ກັບພາສາລາວເປັນສ່ວນຫຼາຍ ແລະມີຄວາມແຕກຕ່າງກັນເປັນສ່ວນໜ້ອຍເທົ່ານັ້ນ.
ທີ່ນີ້ ເຮົາມາສົນທະນາກັນ “ອ້ວນ, ຜອມ” ເປັນພາສາລາວແທ້ບໍ ?, ຄວາມຈິງ ເຮົາມັກຈະຍິນຄຳວ່າ “ຕຸ້ຍກັບຈ່ອຍ” ທີ່ຄົນລາວເຮົາເວົ້າຈາກັນ ແຕ່ວ່າໃນທ້ອງຖິ່ນແລ້ວ ຄຳວ່າ “ຕຸ້ຍກັບຈ່ອຍ” ນັ້ນເປັນພາສານິຍົມໃນຍຸກຫຼັງ ທີ່ສັງຄົມລາວກ້າວຈາກພະຫຸສັງ ຄົມ ກາຍມາເປັນເອກະສັງຄົມໃນຍຸກປັດຈຸບັນເທົ່ານັ້ນ, ໃນສັງຄົມ ທີ່ເປັນສັງຄົມໃຫຍ່ ຫຼືສັງຄົມເປັນສັງຄົມພະຫຸສັງຄົມ ມີການພົວພັນກັນໃນກຸ່ມບ້ານ ກຸ່ມເມືອງນັ້ນ ຄໍາວ່າ “ອ້ວນ, ຜອມ, ຕຸ້ຍ, ພີ, ຈ່ອຍ” ລ້ວນແຕ່ເປັນຄໍາລາວທັງນັ້ນ.
ບາງຄົນອາດຊິເວົ້າແກ້ ດ້ວຍວ່າຍ້ອນວ່າຄົນລາວຟັງວິທະຍຸ ແລະໂທລະທັດໄທຍ໌ ຫຼາຍ ຈຶ່ງນໍາເອົາພາສາໄທຍ໌ມາເວົ້າ ອັນນີ້ບໍ່ເປັນຄວາມຈິງ ປານໃດ, ເພາະຄໍາເລົ່່ານີ້ ຖືກໃຊ້ສົນທະນາປາໃສ ໃນທ້ອງຖິ່ນລາວເຫິງນານຕັ້ງແຕ່ຍຸກການສື່ສານຍັງບໍ່ທັນກວ້າງ ຂວາງພຸ້ນ.
ຄຳຢັ້ງຢືນວ່າ “ອ້ວນ, ຜອມ, ຕຸ້ຍ, ພີ, ຈ່ອຍ” ຄຳລາວເລົ່ານີ້ມັກຈະເອົາມາຕັ້ງຊື່ ໃຫ້ລູກຫຼານຂອງຕົນເພື່ອໃຫ້ເປັນມຸງຄຸນ ຄື “ທ້າວຕຸ້ຍ, ນາງຕຸ້ຍ, ທ້າວອ້ວນ, ສ່ວນພີ ມີໜ້ອຍ ທີ່ຈະເອົາມາຕັ້ງຊື່ຄົນ ເຖິງມີ ກໍມີຄວາມໝາຍອື່ນເຊັ່ນ ສຸພີ, ສະນັ້ນຄຳວ່າພີ ຈຶ່ງເປັນຄຳ ໃຊ້ແທນອ້ວນ ແລະຕຸ້ຍນັ້ນ ຖືກຕາຍແລ້ວ ຄວາມຈິງ “ພີ” ກັບ “ອ້ວນ” ມີຄວາມໝາຍດຽວກັນ ຄືອ້ວນກັບພີ ຄູ່ກັບກັບຈ່ອຍ ເຊັ່ນ “ອ້ວນພີດີງາມ” ດຽວນີ້ຈະປ່ຽນຄໍາວ່າ “ອ້ວນ” ມາເປັນ “ຕຸ້ຍພີດີງາມ”.
ສຳລັບ ຄຳວ່າ “ຜອມ” ບໍ່ມັກນໍາມາຕັ້ງຊື່ເພາະຖືວ່າເປັນຊື່ອັບປະມຸງຄຸນ ແຕ່ຈ່ອຍ ມີຄວາມໝາຍດຽວກັບຜອມ ພັດປາກົດເຫັນມີການນຳມາຕັ້ງຊື່ ເຊັ່ນ “ທ້າວຈ່ອຍ, ນາງຈ່ອຍ” ເລົ່ານີ້ເປັນຕົ້ນ, ເມື່ອມາເບິ່ງແລ້ວ ຄຳວ່າ “ຈ່ອຍ” ນີ້ອາດໝາຍເຖິງຄົນທີ່ມີຮ່າງ ກາຍສົມສ່ວນ ສົມບູນ ກຳລັງວັງຊາແຂງແຮງ ແຕ່ວ່າຮ່າງກາຍບໍ່ໃຫຍ່ ຈຶ່ງຮຽກວ່າຈ່ອຍ, ສ່ວນວ່າຜອມ ໃນພາສາລາວ ອາດໝາຍເຖິງຄົນເຄີຍອ້ວນທ້ວນສົມບູນ ແຕ່ມາໄລຍະຫຼັງ ຮ່າງກາຍຜອມລົງ ດ້ວຍອາການທາງສຸຂະພາບ ຈຶ່ງຮຽກວ່າ “ຜອມ” ດ້ວຍເຫດນັ້ນ ຈຶ່ງບໍ່ເອົາມາຕັ້ງຊື່ ເພາະເປັນອັບປະມຸງຄຸນ, ນອກຈາກຈ່ອຍ ແລະຜອມແລ້ວໃນຄຳລາວ ຍັງມີຄຳໜຶ່ງ ທີ່ມັກຈະນຳມາໃຊ້ ຄືຄຳວ່າ “ຢອດ” ອັນໝາຍເຖິງຄົນລຸກແຕ່ໄຂ້ໃໝ່ໆ ຮ່າງກາຍ ຈ່ອຍຜອມ ເຫຼືອງລ່າເຂົາຮຽກວ່າ “ຢອດ” ສະໄໝຍັງນ້ອຍມີຄໍາປະໂຫຍກໜຶ່ງວ່າ “ທ້າວຕຸ້ຍຂາວປອດ ລາວໄປກິນໝາກນອດ ຈຶ່ງເຮັດໃຫ້ລາວຢອດຈ່ອຍຜອມ”, ນອກຈາກຄຳດຽວດ່ຽມ ເຊັ່ນ ອ້ວນ, ພີ, ຕຸ້ຍ, ຜອມ, ຈ່ອຍ, ແລ້ວ ຍັງຄຳເວົ້າລາວຍັງເອົາຄຳເລົ່ານີ້ ຜະສົມກັນເອງອີກວ່າ “ພີຕຸ້ຍ, ອ້ວນພີ, ຈ່ອຍຜອມ” ແລະອື່ນໆອີກ, ສະນັ້ນ ຄົນລາວທັງມວນ ເມື່ອຮູ້ແລ້ວວ່າ ຄຳເລົ່ານີ້ເປັນສົມບັດອັນລໍ້າຄ່າຂອງລາວ ຄວນຈະອະນຸລັກປົກປັກ ຮັກສາຄໍາເລົ່ານີ້ຈັ່ງໃດ ມັນຈຶ່ງຈະຢູ່ຄູ່ລາວນານເທົ່ານານ.