วันเสาร์ที่ 29 กันยายน พ.ศ. 2555

ພາສາຊອດກະຈາເປັນແບບໃດ ? (ເບິ່ງພາສາໃນພຣະລັກ-ພຣະລາມ)

ໜັງ­ສື­ພຣະ­ລັກ-ພຣະ­ລາມ ຫຼື­ພຣະ­ລາມ­ຊາ­ດົກ ພາກ­ໜຶ່ງ ຮຽບ­ຮຽງ­ໂດຍ : ດ­ຣ. ສັຈຈະ­ດາ­ນັນ­ຕະ­ ສະ­ຫາຍ ພິມ­ປີ ໑໙໗໓ ຂ້າພະ­ເຈົ້າຈະ­ກ່າຍເອົາເນື້ອ­ໃນ ແລະ­ອັກ­ສອນ­ທີ່­ໃຊ້ ໃນ­ໜ້າ­ທີ ໓໓ ທຸກໆ­­ໂຕ ມາ­ແລ້ວ­ຈຶ່ງ­ຈະ­ມາອະ­ທິບາຍ ເລື່ອງ­ລາວ­ທີ່ວ່າພາສາຊອດກະ­ຈາ­ນັ້ນ, ຄວາມ­ນີ້­ພາສາຊອດກະ­ຈາ ຄວາມເປັນ­ພາລາວ­ນີ້­ພາສາລາວ ຄວາມ­ນີ້­ພາສາ­ໄທຍ໌ ຫາກເຮົາ­ມົວ­ແຕ່ວ່າ­ດັ່ງ­ນີ້­ຢູ່ ແລະ­­ໃຜ­ຢືນ­ຢູ່­ຈຸດ­ໃດ­ກໍວ່າຂອງ­ຕົນ­ຖືກ ແລ້ວ­ກໍວ່າຂອງ­ຄົນ­ອື່ນ­ຜິດ ໃນ­ທີ່­ສຸດ­ກໍວ່າຫາ­ວ່າ ທ່ານເອົາ­ນໍາ­ໄທຍ໌ ຂ້ອຍ­ນີ້­ໃຊ້­ພາສາລາວ­ຖືກ ທ່ານ­ໃຊ້­ຜິດ ຖຽງ­ກັນ­ໄປ­ກັນມາ ໃນ­ທີ່­ສຸດ­ຜິດ­ນໍາ­ກັນ­ທັງ­ສອງ ຜົນ­ໄດ້­ຮັບ­ຄື­ຊາດ.
----------------------------
- ຢ່າງ­ໃດ ຜູ້­ຂຽນ ຈະ­ບໍ່­ຢືນການ­ວ່າ­ວ່າ­ຄົນ­ນັ້ນ­ໃຊ້­ພາສາຊອດກະ­ຈາ ແລະ­ຄົນ­ນີ້ເວົ້າ­ຜິດ ຄົນ­ນັ້ນ­ຂຽນ­ຜິດ, ຄົນ­ນັ້ນເວົ້າ­ຖືກ ຄົນ­ນີ້ເວົ້າ­ຖືກ ເພາະ­ຜູ້­ຂຽນ­ຍັງ­ຢືນການ­ຢູ່ວ່າ ຄວາມເວົ້າຂອງ­ຄົນ­ລາວ­ທຸກ­ຄວາມ ແລະ­ສໍານຽງ­ສຽງເວົ້າຂອງ­ລາວ­ທຸກ­ທ້ອງ­ຖິ່ນ­ລ້ວນ­ແຕ່ເປັນ­ພາສາລາວ (ເວັ້ນເສັຍ­ແຕ່ອອກ­ສໍານຽງ­ໄທຍ໌ ກຸງເທບເທົ່າ­ນັ້ນ ຈຶ່ງ­ຖືວ່າ­ຄົນ­ນັ້ນເວົ້າ­ໄທຍ໌­ແນ່ນອນ ແຕ່ການ­ໃຊ້­ຄໍາ­ແບບ­ໄທຍ໌(­ໃນ­ພາສາລາວ­ພື້ນ­ຖານ­ທົ່ວ­ໄປ ບໍ່­ຈັດ­ວ່າເປັນການເວົ້າພາສາ­ໄທຍ໌ ການເວົ້າພາສາ­ໄທຍ໌ ໃນ­ຄວາມ­ໝາຍ­ນີ້ ຄື­ຄົນ­ທີອອກ­ສຽງ­ຕົນ­ຄ້າຍ­ໄທຍ໌(ສໍານຽງ­ຈຶ່ງ­ວ່າ­ຄົນ­ນັ້ນເວົ້າ­ໄທຍ໌ ໂດຍເພາະ­ຄົນ­ທີ່ເວົ້າ­ສໍານຽງ­ກຸງເທບ) ຫາກ­ສໍານຽງ­ອື່ນ ລ້ວນ­ແຕ່­ໃຊ້­ພາລາວ­ທັງ­ນັ້ນ ເຊັ່ນ­ສໍານຽງ ທ້ອງ­ຖິ່ນ­ຊໍາເໜືອ­ກຸ່ມ­ໜຶ່ງ­ວ່າ "ມິ" ແປ­ວ່າ­ບໍ່ມີ, ອັນ­ນີ້ກໍ­ແມ່ນ­ຄວາມ­ລາວ­ໃນ­ທ້ອງ­ຖິ່ນ, "ມິ­ໄຫຼ້ (ອອກ­ສຽງ­ຄ້າຍ ດ)"(ມິ­ໄດ້) ແປ­ວ່າ­ບໍ່­ໄດ້.
-----------------------------
ເນື້ອ­ໃນ ໜັງ­ສື­ພຣະ­ລັກ-ພຣະ­ລາມ ໜ້າ ໓໓
-----------------------------
ນ້ໍາ­ນົມນາງກວນນາຫຼວງ­ຜູ້ເປັນ­ແມ່ນັ້ນ­ແລເມື່ອ­ນັ້ນ­ຂາ­ທັງ­ສອງ­ຜົວເມັຽຈິ່ງ(໑໘)
ພ້ອມ­ກັນຂານຄໍາພຣະ­ຍາ­ອິນ­ວ່າ ເຈົ້າ­ກູມັກ­ໄຄ່ຢາກ­ໄດ້ກໍຈົ່ງເອົາ ກໍຂ້າເທີ້ນ ເຜືອ­ກໍ
ພ້ອມ­ກັນ­ໃຫ້ອະ­ນຸຍາດ­ແກ່ເຈົ້າ­ກູ­ແລ້ວ­ແລ ຄັນ­ວ່າຂາ­ທັງ­ສອງເຖົ້າ­ຜົວເມັຽ­ໃຫ້ອະ­ນຸຍາດ
­ແລ້ວ ພຣະ­ຍາ­ອິນ­ກໍມີ­ໃຈ­ອັນຊົມ­ຊື່ນດີມາກ­ນັກ ແລ້ວ­ຂາ­ທັງ­ສອງເຖົ້າ­ກໍອຸ້ມ
ເອົາ­ທ້າວ­ລຸລ­ລຸມາຈຸບ­ຊົມ­ດົມ­ຂ­ມ່ອມ­ແລ້ວ­ກ່າວ­ວ່າ ຕາຕະ­ ດູຣາ­ທ້າວ­ລຸລ­ລຸ
ສາຍ­ໃຈ­ລູກ­ຮັກ­ແກ່ເຜືອ­ທັງ­ສອງ­ພໍ່­ແມ່ ບັດ­ນີ້­ພຣະ­ຍາ­ອິນ­ກໍຈັກເອົາເຈົ້າເມືອເມືອງ
­ແຖນ ພັດ­ພາກ­ຈາກ­ພໍ່­ແມ່ນ­ທັງ­ສອງ­ໃນ­ວັນ­ນີ້­ແລນາ ຄັນ­ວ່າເ​ຈົ້າ­ລົງມາເກີດ­ໃນ
ເມືອງ­ອິນ­ທະ­ປະ­ຖານະ­ຄອນ­ທີ່ນີ້ ເຈົ້າ­ຈົ່ງມາເກີດ­ກັບດອມເຜືອ­ພໍ່­ແມ່ນ­ທັງ­ສອງ­ນີ້
ເທີ້ນ ເມື່ອ­ນັ້ນ­ທ້າວ­ລຸລ­ລຸ­ໄດ້ຍິນ­ຄໍາ­ພໍ່­ແມ່­ທັງ­ສອງ ກ່າວເຊິ່ງ­ຕົນສັນ­ນີ້ ເຈົ້າ­ກໍ
ຮ້ອງ­ໃຫ້ ມີ­ໜ້າ­ອັນເຕັມ­ໄປ­ດ້ວຍ­ນ້ໍາຕາຕາມ­ພາສາເດັກ­ນ້ອຍ­ແລ້ວເຈົ້າຈິ່ງ­ກ່າວ
ວ່າ­ຂ້າ­ແຕ່­ພໍ່­ແມ່ນເປັນເຈົ້າ ຜູ້­ຂ້າເກີດມາ­ໃນ­ຊາດ­ອັນ­ນີ້ ກໍເປັນ­ທຸກ­ແທນ­ພໍ່­ແມ່ເປັນ
ເຈົ້າມາກ­ນັກ. ເຫດ­ວ່າ­ບໍ່ມີ­ຕີນ­ແລະ­ມືອັນຈັກຢ່າງ­ໄປມາ ເໝືອນ­ທ່ານ­ທັງ­ຫຼາຍ
­ໄດ້­ຂໍ­ໃຫ້­ພໍ່­ແມ່­ທັງ­ສອງ­ໃຫ້ອະ­ນຸຍາດ­ແກ່­ຜູ້­ຂ້າ ຢ່າ­ໃຫ້ (໑໙) ເປັນບາບເປັນ­ກໍາ ແດ່ກໍ
ຂ້າເທີ້ນ ໃນເມື່ອ­ຜູ້­ຂ້າ­ໄດ້­ລົງມາເກີດ­ໃນ­ຊາດ­ໜ້າ­ນີ້ ກໍ­ໃຫ້­ຜູ້­ຂ້າ­ມີອິດ­ທິ­ຣິດ­ທີ­ແລະ­ຮູບ
­ໂສມອັນງາມ­ແດ່ເທີ້ນ ອັນ­ນຶ່ງ­ໃນເມື່ອ­ຜູ້­ຂ້າ­ລົງມາເກີດ­ໃນ­ຊາດ­ອັນ­ໜ້າ­ນີ້ກໍດີ ລອນ
ວ່າບໍ່­ໄດ້ເກີດ­ໃນ­ທ້ອງ­ແມ່­ແລ້ວ­ແລ ໄປເກີດ­ໃນ­ທີ່ອື່ນ­ທີ່­ໄກ­ກໍບໍ່­ຮູ້­ໄດ້­ແລ ເຫດ­ວ່າ­ຜູ້
ຂ້າ­ຂຶ້ນເມືອເມືອງ­ແຖນ­ແລ້ວ ຝູງ­ໝູ່­ຊາວ­ຜີ­ແຖນ­ທັງ­ຫຼາຍ ກໍຈັກ­ຫຼໍ່­ລ້ຽງ
ຂ­ວັນ­ແຫ່ງ­ຜູ້­ຂ້າ­ແລ້ວ ດັ່ງ­ນີ້­ຜູ້­ຂ້າກໍຈັກມີ­ໃຈ­ອັນຫຼົງ­ລືມເສັຍບໍ່­ຮູ້­ຈັກ­ຍັງ­ຊາດ­ອັນເກົ່າ­ໄດ້
­ແລ ວ່າ­ດັ່ງ­ນັ້ນ­ສ່ວນ­ອັນ­ວ່າ­ຖ້ອຍ­ຄໍາພຣະ­ຍາ­ອິນ ລົງມາຖາມ­ທ້າວ­ລຸລ­ລຸກັບ­ທັງ
ພຣະ­ຍາ­ອິນ­ວ່າ ຈັກເອົາ­ທ້າວ­ລຸລ­ລຸໜີເມືອເມືອງ­ຟ້າເມືອງ­ແຖນ­ນັ້ນ ກໍລື­ຊາຜາ
ກົດ­ໄປເຖິງ­ພຣະ­ຍາ­ວິ­ຣຸລຫະ­ ອັນເປັນເຈົ້າເມືອງ­ອິນ­ທະ­ປະ­ຖານະ­ຄອນ­ຫັ້ນ­ແລ ຄັນ
ວ່າພຣະ­ຍາ­ວິ­ຣຸລຫະ­­ໄດ້­ຮູ້­ແຈ້ງ­ແລ້ວ ພຣະ­ຍາ­ຈິ່ງ­ທັນເສນາອາມາດມາ­ຊຸມ­ນຸມ
ກັນ­ໃນ­ຜາສາດ­ແຫ່ງ­ຕົນ­ແລ້ວ ພຣະ­ຍາ­ຈິ່ງ­ຖາມເສນາອາມາດ­ທັງ­ຫຼາຍ­ວ່າ ດູຣາ
ທ່ານ­ທັງ­ຫຼາຍ ສ່ວນ­ດັ່ງ­ທ້າວ­ລຸລ­ລຸຜູ້ນີ້ມັນ­ກໍມາເກີດ­ໃນກວນນາຫຼວງ ອັນເປັນ
ຂຸນເປັນນາຍ ເຮັດ­ໄຮ່ນາ(໒໐) ໃຫ້­ໄດ້ເຂົ້າ­ໃສ່ເຫຼັ້ມ­ສາງ­ແຫ່ງເຮົາ­ສັນ­ນີ້ ເໝືອນ­ດັ່ງ (ຈົບ­ໜ້າ ໓໓)
(ຂຽນ­ກ່າຍອອກມ­ຈາກ­ໜັງ­ສື­ພຣະ­ລັກ-ພຣະ­ລາມ ຄໍາ­ຕໍ່­ຄໍາ-ຮູບ­ຕໍ່­ຮູບ)
--------
ໝາຍເຫດ : "ກວນ" ເດີມ­ອາດ­ຂຽນເປັນ "ກ­ວານ" ແຕ່­ໃນ­ໜັງ­ສືນີ້­ຂຽນ "ກວນ" ກໍຂຽນ­ໄປ­ນໍາເພີ່ນ­ກ່ອນ.
-------------------------
­ໃນ­ໜັງ­ສື­ພຣະ­ລັກ-ພຣະ­ລາມ­ພຽງ­ໜ້າດຽວ ເຮົາ­ຍັງ­ພົບການ­ໃຊ້­ພາສາ­ທີ່­ແຕກ­ຕ່າງ­ຈາກ­ຍຸກເຮົາ­ໄປຫຼາຍເຖິງ­ຂະ­ໜາດ­ນີ້, ອັນ­ນີ້ເຮົາຈະ­ວ່າ ບັນ­ພະ­ບູຣຸດເຮົາ­ນັ້ນ ­ໃຊ້­ພາສາຊອດກະ­ຈາ­ໄດ້ບໍ ? ແຕ່ເມື່ອມາ­ສຶກ­ສາ­ຄັກໆ­­ແລ້ວ ບໍ່­ແມ່ນ­ຊອດກະ­ຈາເລີຍ ຫາກ­ແມ່ນ­ຄວາມ­ຫຼາກ­ຫຼາຍ­ຂອງ­ພາສາ, ສະ­ນັ້ນ, ການ­ທີ່ການ­ໃຊ້­ພາສາ­ໃນ­ໜັງ­ສື­ພະ­ລັກ-ພຣະ­ລາມ ມີ­ຫຼາຍ­ຄໍາ­ແປງ­ຮູບມາເປັນ­ຮູບ­ອື່ນກະ­ມີ ເຊັ່ນ ຈັກ, ຈິ່ງ, ເສັຽ, ກັບກາຍມາເປັນ ຈະ­, ຈຶ່ງ, ສາ ເຮົາ­ກໍບໍ່­ໄດ້ວ່າການ­ ປ່ຽນ­ແປງ­ຈະ­ບໍ່ເກີດ­ຂຶ້ນ, ເພາະ­ເຮົາຍອມ­ຮັບ­ຄວນ­ປ່ຽນ­ແປງເຮົາ­ຈຶ່ງ­ສຶກ­ສາອະ­ດີດ, ແລ້ວເມື່ອເຮົາ­ຮູ້ວ່າ­ມັນ­ປ່ຽນ­ແປງ ເຮົາ­ຕ້ອງ­ຮູ້ວ່າ­ມັນ­ປ່ຽນ­ແປງມາຈາກ­ໃສ ນັ້ນ­ແລ້ວ­ສໍາ­ຄັນກ­ວ່າການ­ທີ່ມາບອກ­ວ່າ "ຜູ້ນັ້ນ­ຂຽນ­ຜິດ ຜູ້ນີ້­ຂຽນ­ຖືກ" ຄໍາ­ວ່າ ຈັກ ປ່ຽນມາເປັນ ຈະ­ ດຽວ­ນີ້ ເຮົາມາ­ນິຍົມ­ກັນ­ໃຊ້ ຊິ ແທນ ຈະ­ ໃຫ້ບາງ­ສໍານວນ­ປະ­­ໂຫຍກ ­ແລ້ວເຮົາຈະ­ວ່າ­ຄົນ ­ໃຊ້ ຊິ "ເວົ້າຄວາມ­ລາວ, ຄົນເວົ້າຈະ­ ໃຊ້­ຄວາມ­ໄທຍ໌, ອັນ­ນີ້ບໍ່ເຫັນ­ສົມ­ຄວນເລີຍ, ຄວນ­ສອນ­ໃຫ້­ຄົນເຂົ້າ­ໃຈ­ໃຊ້ "ຈະ­" ກັບ "ຊິ" ໃຊ້ເມື່ອ­ໃດ­ນີ້­ຈຶ່ງ­ຈະ­ຖືກ­ຕ້ອງກ­ວ່າ, ແລ້ວ­ຈະ­ບໍ່­ຄວນ­ຈະ­ບອກ­ວ່າ ຄົນເວົ້າພາສາລາວ­ລ້ວນໆ­ ຫຼື­ພາສາ­ທ້ອງ­ຖິ່ນ­ລ້ວນໆ­ ເປັນການ­ໃຊ້­ພາສາຊອດກະ­ຈາເລີຍ. ເຮົາ­ຮູ້­ຢູ່­ແກ່­ໃຈ­ແລ້ວ­ວ່າ ພາສາລາວ­ມີ­ຫຼາຍ­ສໍານຽງ, ມີ­ຫຼາຍ­ທ້ອງ­ຖິ່ນ, ການ­ໃຊ້­ຄໍາ ມີອັນເໝືອນ­ກັນ ແລະ­­ແຕກ­ຕ່າງ­ກັນ­ຢູ່­ແລ້ວ ເປັນ­ຫຍັງເຮົາ­ຈຶ່ງ­ບໍ່ຍອມ­ຮັບ­ມັນ ແລ້ວ­ຍ່ອມ­ຮັບເອົາ­ຄໍາ­ທີ່ຍອດ­ຍິ່ງ ແລະ­ເປັນ­ທີ່ນິຍົມ ຮູ້­ຈັກ­ແລະ­ເຂົ້າ­ໃຈ­ກັນ­ທົ່ວ­ໄປມາເປັນ­ພາສາ­ໃນ­ວົງ­ສາຄະ­ນາຍາດ­ແຫ່ງ­ຊາດ­ ລາວ­ໃຫ້­ຈະ­­ແຈ້ງ­ລະ­ ?
- ເຮົາຈະ­ຢັງ­ຢືນ­ຢູ່­ໃນ­ແນວ­ຄິດ­ທ້ອງ­ຖິ່ນ­ຂອງ­ຕົນເອງ­ວ່າ­ຖືກ­ທັງ­ໝົດ­ນັ້ນ ມັນເປັນ­ໄປ­ໄດ້ຍາກ­ທີ່­ສຸດ­ໃນການ­ພັດ­ທະ­ນາພາສາ ການ­ທີ່­ພັດ­ທະ­ນາ ໄດ້ດີນັ້ນ ເຮົາ­ຮູ້­ແລ້ວ­ວ່າ ລາວເຮົາ­ມີ­ທ້ອງ­ຖິ່ນ­ໃຫຍ່ໆ­ຢູ່­ຕັ້ງ ໔ ທ້ອງ­ຖິ່ນ ຄື ທ້ອງ­ຖິ່ນເໜືອ, ທ້ອງ­ຖິ່ນກາງ ແລະ­ທ້ອງ­ຖິ່ນ­ໃຕ້ ແລະ­ທ້ອງ­ຖິ່ນ­ຕາເວັນອອກ­ສຽງເໜືອ ແລະ­­ໃນ­ແຕ່­ລະ­ທ້ອງ­ຖິ່ນເຮົາ­ຍັງ­ມີອັດ­ຕະ­ລັກ­ຂອງ­ຊຸມ­ຊົນ ແລະ­ເຜົ່າ­ຊົນ­ອີກ­ຕ່າງ­ຫາກ, ທັງ­ໝົດເຮົາ­ກໍຮູ້­ແລ້ວ­ວ່າ­ແຕ່­ລະ­ທ້ອງ­ຖິ່ນ­ນັ້ນ ຍ່ອມ­ມີ­ຄວາມ­ແຕກ­ຕ່າງ­ກັນ­ຢ່າງ­ລົງ­ຕົວ, ເປັນ­ຫຍັງເຮົາ­ຊິບໍ່ຍອມ­ຮັບ­ໄດ້ວ່າ ພາສາລາວ­ໃນ­ແຕ່­ລະ­ທ້ອງ­ຖິ່ນ­ນັ້ນ ຄື­ພາສາ­ວົງ­ສາຄະ­ນາຍາດ­ລາວ ແທນ­ທີ່­ທີ່ເຮົາຈະ­ມາ­ຢືນການເອົາ­ແຕ່­ທ້ອງ­ຖິ່ນດຽວເປັນ­ຫຼັກ ແລ້ວມາບອກ­ວ່າ­ອັນ­ນີ້­ຜິດ­ອັນ­ນີ້­ຖືກ­ລະ­ ?
- ຄົນ­ລາວເຮົາ ຍ້ອນ­ຖືອັດ­ຄະ­ວິ­ໄສ ແລະ­ອະ­ຄະ­ຕິວິ­ໄສ­ນີ້­ແລ້ວ ຈຶ່ງເຮັດ­ໃຫ້ການ­ພັດ­ທະ­ນາພາສາ ແລະ­ອັກ­ສອນ­ໄປ­ໃນ­ທາງ­ທີ່­ຊັກ­ຊ້າ­ລ້າຫຼັງ ເປັນເວ­ລາ ໗໖ ປີ (໑໙໓໕-໒໐໑໑) ເປັນ­ຢ່າງ­ນ້ອຍ
- ຜູ້­ຂຽນ­ຄິດ­ວ່າ ພາສາລາວ­ແຕ່­ລະ­ ທ້ອງ­ຖິ່ນ ເປັນເຄົ້າ­ມູນ­ຂອງ­ພາສາລາວ­ແຫ່ງ­ຊາດ, ຄວາມ­ຫຼາກ­ຫຼາຍ­ຂອງ­ພາສາລາວ ຄື­ຈຸດ­ກໍາເນີດ­ແຫ່ງ­ຄວາມເປັນ­ຊາດ­ລາວ­ທີ່ມີເອກະ­ລັກ ແລະ­ພັດ­ທະ­ນາ, ຂ້າພະ­ເຈົ້າຍອມ­ຮັບ­ໃນເຄົ້າ­ມູນ­ແຫ່ງ­ພາສາລາວ­ທີ່­ປາ­ກົດ­ຕົວ­ໃນ­ ແຕ່­ລະ­ທ້ອງ­ຖິ່ນ ແລະ­ຂ້າພະ­ເຈົ້າເອງ­ບໍ່ຍອມ­ຮັບ­ວ່າ­ຄົນເວົ້າພາສາລາວ­ລ້ວນໆ­ (ເຖິງ­ມີ­ຄໍາ­ທ້ອງ­ຖິ່ນ­ປົນ­ຢູ່ກໍຕາມ) ວ່າເປັນ­ພາສາຊອດກະ­ຈາ, ແຕ່­ຈະ­ຍອມ­ຮັບ­ໃນການ­ຂຽນ­ຜິດ­ຮູບ ແລະ­ເວົ້າ­ຜິດ­ສຽງ­ນັ້ນ­ສອດ­ຄ່ອງ­ກັບ­ທິດ­ສະ­ດີ­ພາສາ­ວິບັດ ແລະ­ອັກ­ຂະ­ຣະ­ວິບັດ ອັນ­ພາສາ­ວິບັດ, ອັກ­ຂຣະ­ວິບັດ ແລະ­ພາສາຊອດກະ­ຈະ­ນັ້ນ ເປັນເຊັ່ນ­ໃດ ເປັນ­ດັ່ງ­ນີ້­ຄື.
- ຕາມການ­ສຶກ­ສາ ສອບ­ຖາມ ເລື່ອງການ­ກໍາເນີດ ທິດ­ສະ­ດີດ­ພາສາຊອດກະ­ຈາ ແລະ­ພາສາ­ວິບັດ­ນັ້ນ ຄືດັ່ງ­ນີ້.
ກ. ຄໍາ­ວ່າພາສາ­ວິບັດ : ຍັງ­ບໍ່­ທັນ­ຮູ້­ໄດ້ວ່າເກີດ­ປີ­ໃດ ແຕ່­ພໍອະ­ນຸມານ­ໄດ້ວ່າ ເກີດ­ຫຼັງ­ຈາກ­ປີ ຄ.ສ ໑໙໓໕ ເປັນ­ຕົ້ນມາ ເພາະ­­ໄລຍະ­ນີ້ ເປັນ­ຍຸກ­ປ່ຽນ­ແປງ ພາສາ ແລະ­­ແນວ­ຄິດ­ຊາດ­ຂຶ້ນມາ(ເພາະ­­ໄລຍະ­ນັ້ນ ມີການກະ­ກຽມ­ປະ­ກາດເອກະ­ຣາດ­ຈາກ­ຝ­ຣັ່ງ) ການ­ໃຊ້­ພາສາ­ວິບັດ­ນັ້ນເປັນເຊັ່ນ­ໃດ ມີ­ຄົນເວົ້າພາສາ­ຜິດເຄົ້າ­ຜິດ­ມູມ ແລ້ວ­ກໍມີນັກ­ຄິດ­ໃນ­ສະ­­ໄໝ­ນັ້ນ ຕັ້ງ­ກົດເກນ­ນີ້­ຂຶ້ນມາ ແຕ່­ຕາມ­ທີ່ຍິນມາ ກໍມີການ­ຖົກ­ຖຽງ­ກັນ­ຢູ່ວ່າ ການ­ໃຊ້­ພາສາ­ວິບັດເປັນ­ແລ້ວ­ໃນ­ຫຼາຍ­ຄົນ­ກໍ­ໃຫ້­ທັດ­ສະ­ນະ­ ແລະ­ສະ­ຫຼຸບ­ໄດ້ວ່າ(ຍັງ­ບໍ່ມີການ­ບັດ­ທຶກ­ໄດ້ຍິນ­ຕາມ­ຜູ້ເຖົ້າ­ຜູ້­ ແກ່­ສະ­­ໄໝ­ນັ້ນເວົ້າ­ໃຫ້­ຟັງ­ຊື່ໆ­) ພາສາ­ວິບັດ­ນັ້ນ ຄື ເວົ້າພາສາ­ຜິດ­ສຽງ ເຊັ່ນ ຊິອີ໋ວ ພັດອອກ­ສຽງ­ວ່າ ຊິອິ້ວ,(ບໍ່­ແມ່­ພາສາລາວ ແຕ່ມັນ­ຕິດ­ພັນ­ກັບ­ພາສາລາວນານ­ແລ້ວ ພຽງ­ແຕ່ຍົກ­ຕົວ­ຢ່າງ­ວ່າ­ຜິດ­ສຽງເປັນເຊັ່ນ­ໃດ) ຣັສ­ມີ ອອກ­ສຽງ­ວ່າ ຣັດ­ສະ­ໝີ, ປ­ຣັຊຍາ(ປັດ­ຊະ­ຍາ) ອອກ­ສຽງ­ປັດ­ສະ­ຍາ ຫຼື­ປາດ­ສະ­ຍາ ດັ່ງ­ນີ້, ຕໍ່ມາ­ກໍມີ­ຄໍາ­ວ່າ ອັກ­ຂະ­ຣະ­ວິບັດ ຂຶ້ນມາ­ອີກ ເຊິ່ງ­ຜູ້­ສັນ­ທັດ­ກໍຣະ­ນີນີ້ ອະ­ທິບາຍ­ວ່າ ອັກ­ຂະ­ຣະ­ວິບັດ­ນັ້ນ ຄື ຂຽນ­ພາສາພາສອນ­ລາວ­ທີ່­ຜິດ­ໄປຈາກ ຣາຊະ­ບັນ­ຍັດເລກ­ທີ ໑໐ (­ແຕ່ກໍບໍ່ມີ­ຫຼັກ­ຖານ­ຂຽນ­ໄວ້­ຈະ­­ແຈ້ງ)
ຂ. ຄຳວ່າ ພາສາຊອດກະ­ຈາ ບາງ­ທ່ານ­ກໍວ່າເກີດ­ ກ່ອນ­ປົດ­ປ່ອຍ­ຈັກ­ໜ່ອຍ, ເພາະ­ວ່າ­ໃນ­ຂະ­ນະ­ນັ້ນ ມີ­ຄົນ­ລາວເຮົາ "ໜ້າ­ຊິ­ແມ່ນ­ພວກ­ໄວ­ໜຸ່ມ"(­ແຕ່­ຄົນເກົ່າບອກ­ວ່າ ບໍ່­ແມ່ນ­ແຕ່­ໄວ­ໜຸ່ມ ເຫັນ­ວ່າ­ມີການເວົ້າ­ໃນ­ວົງການ­ຣາຊະ­ການ­ຂະ­ນະ­ນັ້ນ­ດ້ວຍ) ເວົ້າພາສາລາວ­ຄຳໜຶ່ງ ເວົ້າພາສາ­ອັງ­ກິດ-ຝ­ຣັ່ງ­ຄຳໜຶ່ງ­ປົນ­ກັນ, ລັກ­ສະ­ນະ­ ເຊັ່ນ­ນີ້­ຮຽກ­ວ່າພາສາຊອດກະ­ຈາ (ຄືບໍ່­ໄດ້ເວົ້າພາສາ­ລ້ວນໆ­ນັ້ນເອງ), ໄລຍະ­ປີ ໑໙໘໙-໑໙໙໐ ຂະ­ນະ­ນັ້ນ ກໍເຫັນ­ມີການ­ກ່າວເຖິງ­ພາສາຊອດກະ­ຈາເໝືອນ­ກັນ, ຈຶ່ງ­ມີ­ຜູ້ອະ­ທິບາຍ­ວ່າ ການເວົ້າຄຳລາວ­ແທ້ໆ­ ທີ່ເວົ້າສຳນຽງ­ໃດ­ກໍຕາມ ຫຼື­ຄຳທ້ອງ­ຖິ່ນ­ໃດ­ກໍຕາມ ບໍ່­ແມ່ນການເວົ້າຊອດກະ­ຈາ ຫາກ­ແຕ່ວ່າການເວົ້າພາສາຊອດກະ­ຈາ ຄືການເວົ້າພາສາລາວ­ປົນ­ກັບ­ພາສາ­ຕ່າງ­ປະ­ເທດ (ເຊິ່ງ­ບໍ່­ແມ່ນ­ພາສາ­ໃນ­ວົງ­ສະ­ກຸນດຽວ­ກັນ) ນັບ­ແຕ່ນັ້ນມາການເວົ້າເຖິງ­ທິດ­ສະ­ດີ­ພາສາຊອດກະ­ຈາ ກໍຄ່ອຍໆ­ເຊົາ­ນິຍົມ­ລົງເທົ້າ­ບັດ­ນີ້­ແລ.

วันอาทิตย์ที่ 23 กันยายน พ.ศ. 2555

ຮຽນພາສາລາວ ຈາກນິທານຊຽງໝ້ຽງ 1(ຂໍລູກສາວອູປະຮາດມາເຮັດລຸກ)

- ຈົວສີທະນົນໄຊ ໄດ້ສຶກອອກຈາກເນນ ກໍໄດ້ກັບໄປຢູ້ໃນວັງພະຍາຕາມເດີມ ຈົນໄດ້ເປັນຂູນຊັ້ນຜູ້ນ້ອຍ ໃນວັງ, ມີນາມວ່າຂູນສີທະນົນໄຊ, ແຕ່ຄົນຍັງຮຽກວ່າ "ຊຽງໝ້ຽງ" ເໝືອນເດີມ, ໃນບັນດາຂ້າຣາຊະ ການຊັ້ນຜູ້ໃຫຍ່ທັງຫຼາຍ ບໍ່ມັກຂີ້ໜ້າຂູນຊຽງໝ້ຽງຈັກຄົນ, ຜູ້ທີ່ເປັນສັດຕູກັບຊຽງຄັກກວ່າ ເພິ່ນ ແມ່ນອຸຸປະຮາດໃຫຍ່, ວ່າແຕ່ຊຽງໝ້ຽງເວົ້າຂຶ້ນເລື່ອງໃດ ຊິດີ ຊິຮ້າຍ ອຸປາຮາດມັກຂັດທຸກຢ່າງ, ຊຽງໝ້ຽງຄິດວ່າຄັນໄດ້ເປັນແກ່ວເປັນດອງກັບອູປາຮາດ ຄວາມຂັດແຍ້ງອາດເບົາບາງລົງ.

- ວັນໜຶ່ງ ບັນດາຂ້າຣາຊະການເຂົາເຝົ້າ ທີ່ທ້ອງພະໂຮງ ພະຍາຖາມຂຸນຊຽງໝ້ຽງວ່າ "ເປັນຈັ່ງໃດ ຂຸນສີທະນົນໄຊ ເອົາເມັຍມາ 2-3 ປີແລ້ວ ຄືບໍ່ເຫັນໄດ້ລູກໃຫ້ຂ້າພະເຈົ້າໄດ້ຊື່ນຊົມແນ່(ພະຍາກັບຊຽງ ໝ້ຽງສ່ຽວກັນແຕ່ນ້ອຍ ເພາະວ່າພະຍາອົງນີ້ຕອນຍັງນ້ອຍລ້ຽງຍາກ ພະຍາອົງກ່ອນຈຶ່ງໄປຜູກແຂນ ເອົາຊຽງໝ້ຽງມາເປັນລູກບຸນທຳ ແລ້ວຕັ້ງໃຫ້ເປັນສະຫາຊາດນຳພະຍາອົງນີ້)

- ຊຽງໝ້ຽງຕອບພະຍາວ່າ "ສົງໄສເມັຍຂອງເຂົາເປັນໝັນ ແຕ່ຢຢ່າງໃດກໍຕາມໃຫ້ພະຍາອົດໃຈລໍ ຈັກໜ່ອຍ ຊິພາຍາມໃຫ້ໄດ້ລູກມາຖວາຍພະຍາໃຫ້ໄດ້ຊື່ນຊົມ"

- ວັນນັ້ນ ຕອນແລງ ຊຽງໝ້ຽງໄດ້ຖືເຄື່ອງສັກກາຣະສົມມາ ໄປຍັງໂຮງຂອງອຸປະຮາດກ່າວຈຸດປະສົງໃຫ້ ອຸປາຮາດຟັງວ່າ "ພະຍາຍາກເຫັນລຸກຂອງຕົນ ເພື່ອຈະໃຫ້ພະຍາຊື່ນພະໄທ ຈຶ່ງຢາກມາຂໍລູກສາວຂອງ ອຸປາຮາດມາເຮັດລູກ"

- ອຸປາຮາດຟັງແລ້ວ ບໍ່ສະເດືອກໃຈ ຄິດໄດ້ແຈ່ໃນໃຈວ່າ ຄັນຊຽງໝ້ຽງເອົາລູກສາວຕົນໄປເປັນລຸກ ກໍບໍ່ເສັຍຫາຍຫຍັງ ອາດຈະໄດ້ຄວາມດີຄວາມຊອບຈາກພະຍາພ້ອມ ຫາກຊຽງໝ້ຽງ ເອົາລຸກສາວຕົນ ໄປທູນພະຍາ ດ້ວຍເຫດນັ້ນ ອຸປາຮາດຈຶ່ງໃຫ້ລູກສາວອາຍຸ 16 ປີແກ່ຊຽງໝ້ຽງ ພ້ອມທັງສັ່ງໃຫ້ລ້ຽງ ເກືອເຜີອມ່າມບໍ່ໃຫ້ທຸກຢາກປາກໝອງ" ຊຽງໝ້ຽງຮັບປາກທຸກປະການ.

- ເມື່ອຊຽງໝ້ຽງ ໄດ້ລູກສາວອຸປາຮາດແລ້ວ ກໍເອົາເມືອໂຮງຂອງຕົນ ທຳການຢູ່ກິນນໍາລູກສາວຂອງ ອຸປາຮາດຈົນຕັ້ງທ້ອງມີລູກ, ເມື່ອອຸປາຮາດເຫັນລຸກສາວຕົນຕັ້ງທ້ອງ ກໍຕົກໃຈ ຖາມໄດ້ຄວາມວ່າ ໄດ້ຢູ່ກິນເໝືອນຜົວເໝືອນເຮັດກັບຊຽງໝ້ຽງ.

- ອຸປາຮາດ ຮູ້ແລ້ວເກີດຄວາມໂມໂຫ ອາດຄາດມາດແຄ້ນໃຫ້ຊຽງໝ້ຽງນຳຄວາມຂຶ້ນທູນພະຍາ ເພື່ອຟ້ອງຊຽງໝ້ຽງ ທີ່ຜິດສັນຍາວ່າຂໍລູກສາວຕົນໄປເຮັດລູກ ແຕ່ກັບເອົາໄປເຮັດເມັຍ.

- ເມື່ອເສນາຂ້າມະຮາດ ເຂົ້າທີ່ປະຊຸມໃນທ້ອງພະໂຮງຄົບແລ້ວ ພະຍາຈຶ່ງຖາມຊຽງໝ້ຽງວ່າ "ຊຽງໝ້ຽງ" ທ່ານໄປຂໍລູກສາວອປາຮາດໄປເຮັດລຸກແທ້ບໍ ?" ຊຽງໝ້ຽງຕອບວ່າ "ແມ່ນແລ້ວຂ້ານ້ອຍ" ພະຍາ ຈຶ່ງ ຖາມຕໍ່ໄປວ່າ "ອຸປາຮາດຟ້ອງທ່ານວ່າ ທ່ານຂໍລູກສາວອຸປາຮາດໄປເຮັດລູກ ແຕ່ທ່ານກັບເອົາລູກສາວ ເພິ່ນໄປເຮັດເມັຍຈົນມີລູກ"

- ຊຽງໝ້ຽງຕອບວ່າ "ຂ້າແຕ່ອາຍາພົ້ນເກົ້າ ພົ້ນຂະໝ່ອມ ຂ້ານ້ອຍໄດ້ທຳຖືກຕ້ອງຕາມສັນຍາທຸກ ປະການ ບໍ່ໄດ້ຜິດສັນຍາເລີຍ"

- ອູປາຮາດທ້ວງຂຶ້ນວ່າ "ທ່ານຂໍລູກສາວ ຂ້າພະເຈົ້າໄປເຮັດລູກ ຂ້າພະເຈົ້າຈຶ່ງໃຫ້ ທີ່ນີ້ທ່ານເອົາໄປເຮັດ ໃຫ້ລູກຂອງຂ້າພະເຈົ້າມີທ້ອງຈັ່ງຊີ້ ນັບວ່າຜິດສັນຍາແລ້ວ".

- ຊຽງໝ້ຽງຕອບວ່າ "ຂ້ານ້ອຍ ກໍຂໍລູກສາວອຸປາຮາດໄປເຮັດລູກ ຢ່າງຖືກຕ້ອງ ອີກບໍ່ນານລູກສາວ ຂອງທ່ານຈະໄດ້ລູກໃຫ້ຂ້າພະເຈົ້າ"

- ພະຍາສົງໄສ ຖາມວ່າ "ທ່ານວ່າຈັ່ງໃດ ຊຽງໝ້ຽງ ຂ້າພະເຈົ້າບໍ່ເຂົ້າໃຈ ?"

- ຂ້ານ້ອຍໄດ້ເອົາລູກສາວອຸປາຮາດໄປ ເພື່ອໄປເຮັດລຸກ ເພື່ອມາຖວາຍພະໃຫ້ຊື່ນໃຈ, ເມື່ອໄດ້ລູກສາວ ອຸປາຮາດໄປແລ້ວ ຂ້າພະເຈົ້າກໍຂ້ຽວເຮັດລຸກທັງເວັນທັງຄືນ ຈົນໃກ້ຈະສຳເລັດ ອີກບໍ່ດົນລູກສາວ ຂອງອູປາຮາດ ຈະໄດ້ລູກໃຫ້ແກ່ຂ້າພະເຈົ້າ.

- ພະຍາຟັງ ໄຕ່ຕອງຄິດດູກໍສົມຄວນແຕ່ຄວາມຂອງຊຽງໝ້ຽງ "ເອ...ແມ່ນຄວາມຊຽງເວີຍ ເອົາລູກສາວ ອຸປາຮາດໄປທຳລູກ"

- ພະຍາຫງວາກໜ້າໄຫຫາອູປາຮາດ "ວ່າຈັ່ງໃດ ທ່ານອຸປາຮາດ ແມ່ນຄວາມບັກຊຽງບໍ ?"

- ອຸປາຮາດບໍ່ຈັກຊິເວົ້າ "ແມ່ນຄວາມຊຽງ" ອຸປາຮາດໄດ້ແຕ່ນຶກຄຽດໃນໃຈ ເສັຍຫົວໃຫ້ບັກຊຽງ ບໍ່ໄດ້ຮອດຄ່າດອງຈັກອັດ ເພາະມັນຊິເອົາໄປເຮັດລູກ ບໍ່ໄດ້ເອົຳໄປເຮັດເມັຍ 55555


- ທ່ານຜູ້ອ່ານ ໄດ້ຮຽນພາສາໃນເລື່ອງຊຽງໝ້ຽງຕຈົບແລ້ວ ໄດ້ຄວາມຄິດຫຍັງແນ່ລະ ?

วันพฤหัสบดีที่ 20 กันยายน พ.ศ. 2555

ສະກົດ

- ຄວາມເຫັນ ຄື
ກ. ໃນ­ພາ­ສາ­ລາວ ກໍສະ­ກົດ­ຕາມ­ສຽງ ຕົວຢ່າງ­ຄື : ຂ້ອຍ, ຊິ, ໄປ, ເມືອງ, ຊຽງ, ຂວາງ, ກັບ, ພໍ່, ຂອງ, ຂ້ອຍ, ມື້, ອື່ນ, ແຕ່, ເຊົ້າ. (ເບິ່ງ­ຄໍາເລົ່ານີ້ ມັນ­ຢູ່ໂດດດ່ຽວ ມັນຈະ­ສົມ­ບູນໃນໂຕມັນເອງ ແລະ­ລ້ວນແຕ່ເປັນ­ພາ­ສາ­ລາວ ການ­ຂຽນ­ທີ່ເຫັນ­ນັ້ນ ລ້ວນແຕ່ສະ­ກົດ­ຕາມ­ສຽງ ຂອງ­ພາ­ສາ­ລາວທີ່ເວົ້າອອກ­ມາ ເປັນ­ທາງ­ການແທ້ໆ­ ເມື່ອນໍາເອົາ­ຄໍາເລົ່ານີ້ ມາ­ປະ­ກອບ­ກັນເຂົ້າເປັນປະ­ໂຫຍກຈະ­ໄດ້­ດັ່ງ­ນີ້, ຂ້ອຍ­ຊິໄປເມືອງ­ຊຽງ­ຂວາງ­ກັບ­ພໍ່ຂອງຂ້ອຍ­ມື້­ອື່ນແຕ່ເຊົ້າ (ໄດ້­ຄໍາເວົ້າ­ປະ­ໂຫຍກ­ສົມ­ບູນ) ຄໍາເລົ່ານີ້ເມື່ອເຫັນ­ຮູບແລ້ວ ຈະ­ຮູ້ໂລດວ່າ ມັນ­ສື່ຄວາມ­ໝາຍຫຍັງ ເປັນ­ຄໍາ­ທີ່­ສົມ­ບູນໃນ­ຕົວຂອງ­ມັນ ຄືພາ­ສາ­ລາວ ເປັນ­ຄໍາດ່ຽວໆ­ ຈະ­ມີຄວາມ­ສົມ­ບູນໃນ­ຕົວຂອງ­ມັນ ຫາກເວົ້າ­ທາງ­ໜຶ່ງ ກໍກ່າວວ່າເປັນ­ຄໍາເວົ້່າ­ທີ່­ບໍຣິສຸດ ເຕັມ­ຄວາມ­ໝາຍໃນ­ຕົວຂອງ­ມັນເອງ ແລະ­ຖືວ່າເປັນ­ການ­ຂຽນ­ຕາມເຄົ້າ­ສຽງເຊັ່ນ­ກັນ.

ຂ. ໃນ­ຄໍາເວົ້າ­ຕ່າງປະ­ເທດ ຈໍາເປັນຕ້ອງ­ຂຽນ­ຕາມເຄົ້າ­ສຽງ­ຂອງ­ມັນ ການ­ຂຽນ­ຕາມເຄົ້າ ບາງ­ຄໍາ­ຕ້ອງ­ການ­ອັກ­ສອນ­ພິເສດປະ­ກອບ­ການ­ຂຽນ, ບາງ­ຄໍາ­ຕ້ອງ­ການ­ການສະ­ກົດ­ພິເສດ ເພື່ອບໍ່ໃຫ້ປະ­ສົມປະ­ເສ (ປົນ­ກັນ) ກັບ­ຄໍາໃນ­ສຽງ­ທີ່ຄ້າຍ­ຄຽງ­ກັນ ເຊັ່ນ

ຕົວຢ່າງ­ຄໍາໃນປະ­ໂຫຍກ­ນີ້:
- ການເວລາບອກເຖິງ­ການກະ­ທໍາບາງສ່ວນ­ຂອງມະ­ນຸດ ຫາກເຮົາມີຄວາມ­ມຸ້ງ­ຫວັງ­ທໍາ­ສິ່ງ­ນັ້ນໃຫ້­ສໍາເລັດ ຕ້ອງສ້າງ­ຄວາມ­ຊອບ­ທໍາ­ຢ່າງເໝາະ­ສົມ ບໍ່ແມ່ນ­ຊິກະ­ການ­ໝາຍໄວ້­ຊື່ໆ­ແລ້ວບໍ່ເຮັດ­ບໍ່­ທໍາ­ຫຍັງ­ຈັກ­ດີ້.


(ໃນ­ຄໍາເວົ້າເທິງ­ນີ້­ມີມີຄວາມ­ຄືກັນ ຂຽນແບບ­ນີ້­ກໍໃຊ້ໄດ້ ແຕ່­ມັນ­ບໍ່ແຍກ­ຄວາມແຕກຕ່າງໃຫ້­ຜູ້ອ່ານ ຮູ້ໄດ້ວ່າ­ຄໍາເລົ່ານີ້ແຕກຕ່າງ­ກັນ­ຈັ່ງໃດ ມີຄວາມ­ໝາຍ­ຈັ່ງໃດ ເຊັ່ນ) - ກາ­ລເວລາບອກເຖິງ­ກາ­ຣກະ­ທໍາບາງສ່ວນ­ຂອງມະ­ນຸສຍ໌­ ຫາກເຮົາມີຄວາມ­ມຸ້ງ­ຫວັງ­ທໍາ­ສິ່ງ­ນັ້ນໃຫ້­ສໍາເຣັດ ຕ້ອງສ້າງ­ຄວາມ­ຊອບ­ທັມຢ່າງເໝາະ­ສົມ ບໍ່ແມ່ນ­ຊິກະ­ການ­ໝາຍໄວ້­ຊື່ໆ­ແລ້ວບໍ່ເຮັດ­ບໍ່­ທໍາ­ຫຍັງ­ຈັກ­ດີ້, (ເຮົາ­ຈະ­ເຫັນ­ຄວາມແຕກຕ່າງຢ່າງຈະ­ແຈ້ງວ່າ) ກາ­ລ (ໝາຍເຖິງເວລາ) ກາ­ຣ (ໝາຍເຖິງ­ວຽກ­ງານ), ການ (ໝາຍເຖິງ­ກໍານົດ ຫຼືຂີດ­ໝາຍໄວ້) ນອກ­ຈາກ­ນັ້ນ ຍັງ­ມີຄໍາໃນ­ພາ­ສາອື່ນໆ­ໃນ­ພາ­ສາ­ລາວຄາດວ່າ ມີຈໍານວນ 70 ສ່ວນຮ້ອຍ ຂອງ­ຄໍາເວົ້າໃນ­ພາ­ສາ­ລາວ.

- ຄໍາ­ຕົວຢ່າງເທິງ­ນັ້ນ ຕ້ອງ­ການ­ຂຽນ­ຕາມແບບສະ­ກົດ­ພິເສດ (ເຄົ້າ­ສຽງ­ບໍ່ຕ້ອງ­ການ­ອັກ­ສອນ­ພິເສດ­ກໍໄດ້ ເພາະ­ໃຊ້­ອັກ­ສອນ­ທີ່­ມີ 27 ໂຕເທົ່ານັ້ນ ພຽງແຕ່ສະ­ກົດ­ພິເສດ­ຕາມເຄົ້າກະ­ພໍ), ສະ­ກົດ­ຕາມເຄົ້າມີຄວາມ­ຄໍາ­ຄັນແນວໃດ ? ຕົວຢ່າງ­ຄໍາ­ໜຶ່ງວ່າ
1. ພະ­ບາດເຈົ້າ­ສະ­ເຫວີຍໂພດ­ຍາມແລງ, ຊົງສະ­ບາຍ­ສຸກ­ບໍ່­ມີໄພຕ້ອງ ເນົາໃນຫ້ອງ­ບັນ­ທົມ­ຫຼັບ­ນິດທະ­ເນັ່ງ ສຽງເຊັງໆ­ມ່ວນແມ້ງ­ນົນ­ຕີເສບກ່ອມ­ບັນເລງ.
ກ. ຫາກເຮົາບໍ່­ຮູ້­ຊັບ ຄໍາວ່າ ສະ­ເຫວີຍໂພດ (ອາດ­ໝາຍເຖິງສະ­ເຫວີຍ­ຫຼາຍເກີນ­ກໍານົດ ຄວນ­ທີ່ເຂົ້າໃຈວ່າ ສເວີຍໂພຊນ໌­-ອັນ­ໝາຍເຖິງໂພຊະ­ນາການ) ຫາກເຂົ້າໃຈຕາມ­ການ­ຂຽນ ຕາມ­ສຽງວ່າ­ສະ­ເຫວີຍໂພດ(ກິນໂພດ-ກິນ­ຫຼາຍ) ມັນ­ຊິໄປເຮັດໃຫ້­ຜູ້­ບໍ່­ຮູ້ວ່າ ເອ້.....ກິນໂພດ­ປານ­ນີ້ ຄືວ່າ­ສະ­ບາຍທ້ອງລະ­ ທັງ­ບັນ­ທົມ(ນອນ)ສະ­ບາຍ­ສຸກເສີຍໆ­ໆ­ ບໍ່­ມີຫຍັງເກີດ­ຂຶ້ນ.....(ນີ້ແລ້ວຄືຄວາມ­ຈໍາເປັນຕ້ອງ­ຂຽນ­ຕາມເຄົ້າ) ຫາກເຮົາບໍ່­ສົນໃຈຊິພັດທະ­ນາວິຊາການ ບໍ່­ຈໍາເປັນ­ຂຽນ­ຕາມເຄົ້າກໍໄດ້ ແຕ່ຄວາມ­ຮູ້ຈະ­ບໍ່­ຖືກ­ພັດທະ­ນາໄດ້ ເພາະ­ມັນຈະ­ວົນໆ­ໆ­ວາຍ­ຢູ່ແຕ່­ຄໍາເວົ້າ ຫຼັກໄວຍາກອນ­ຢູ່­ຊໍ້າໆ­ຊາກ ວັນນະ­ຄະ­ດີ ອື່ນໆ­ໆ­ ວິຊາການ­ອື່ນ­ກໍບໍ່­ຖືກ­ພັດທະ­ນາ ຫຼືພັດທະ­ນາແລ້ວກໍບໍ່­ສາມາດຈະ­ຂະ­ຫຍາຍ­ຕົວໄດ້ເພາະ­ມັນຂ້ອງໆ­ໆ­ໆ­ໆ­ຢູ່­ດັ່ງ­ ທີ່ເຫັນ)

2. ອັນ­ທີ່­ຍົກ­ຕົວຢ່າງ­ມານີ້ເປັນ­ພຽງເລັກໆ­ໆ­ນ້ອຍໆ­ໃນ­ຄໍາ ທີ່ເຮົາມີອັກ­ສອນສະ­ກົດ­ຢູ່ ບາງ­ຄໍາໃນ­ພາ­ສາອື່ນ­ທີ່­ປົນໃນ­ພາ­ສາ­ລາວຕ້ອງ­ການ­ອັກ­ສອນ­ອື່ນ ຈໍານ 14 ຕົວ ທີ່­ຂາດ­ຫາຍໄປ ຍິ່ງ­ມີຄວາມຫຍຸ້ງ­ຍາກ­ໜັກ­ກວ່ານີ້­ອີກ (ຍົກ­ຕົວຢ່າງ­ຂຽນໃຫ້ເຫັນ­ຮູບ­ບໍ່ໄດ້ ເພາະ­ບໍ່­ມີອັກ­ສອນ­ຂຽນປະ­ກອບ ແຕ່­ພໍຍົກໃຫ້ເຫັນ­ຮອຍ­ຈັ່ງ­ຊີ້)

ກ. ຕົວຢ່າງວ່າ ກົດ­ໝາຍ­ຂອງເຮົາ ອາດ­ບໍ່­ສາມາດເປັນ­ກົດ­ໝາຍ­ທີ່­ດີໄດ້ ເພາະ­ສັງ­ຄົມເຮົາບໍ່ໄດ້ປະ­ຕິບັດ­ຕາມ­ກົດ­ໝາຍ, ຫາກເຮົາບໍ່ໄດ້­ທໍາ­ຕາມ­ກົດ­ໝາຍ ມັນ­ກໍກົດໜ່ວງທ່ວງ ດຶງ­ຄວາມຈະ­ເລີນ­ຂອງບ້ານເມືອງໄດ້ (ກົດ-ກົຕ ແລະ­ກົຕໝາຍ) ຂຽນຕ່າງ­ກັນຍ່ອມ­ມີຄວາມ­ໝາຍຕ່າງ­ກັນແລ.

ແຮກໆໆໆ

- ມີຄົນບໍ່ຮູ້ເຊິ່ງເຖິງພາສາລາວຫາວ່າ "ແຮກ" ບໍ່ແມ່ນພາສາລາວ ເຊັ່ນ ມີຄົນວ່າ "ຄັ້ງແຮກ" "ເລີ່ມແຮກ" "ແຮກເລີ່ມ".

1. ບັນຫານີ້ ຜູ້ຂຽນເຫັນວ່າເປັນບັນຫາອັນຕະລາຍຕໍ່ພາສາລາວ, ອັນທີ່ວ່າມັນເປັນອັກຕລາຍຕໍ່ພາສາລາວນັ້ນ ຄື ຄວາມບໍ່ຮູ້ແຫຼ່ງເກີດ ແລະທີ່ມາຂອງຄຳເວົ້ານັ້ນເອງ, ແຕ່ນີ້ບໍ່ຖືກວ່າເປັນອັນຕະລາຍໜັກເທົ່າກັບ "ຄວາມມີອະຄະຕິ ແລະຄວາມເຫັນທີ່ຜິດນັ້ນ" ເພາະທັງສອງນີ້ ມັນຈະກາຍເປັນທິດສະດີຕໍ່ຕ້ານວັດທະນະທຳ Theory of cultural resistance. ທິດສະດີຖືວ່າເປັນອັນຕະລາຍທີ່ສຸດ ສໍາລັບຍຸກປັດຈຸບັນທິດສະດີນີ້ມີຜົນສັກສິດ ຫຼືມີປະໂຫຍດໃນຍຸກຂອງ ການສ້າງຊາດ, ຍຸກຕໍ່ຕ້ານການລ່າອະນານິຄົມ ແຕ່ສໍາລັບຍຸກປັດຈຸບັນແລ້ວ ເປັນຍຸກປະຊາທິປະໄຕ ແລະຍຸກພັດທະນາ ທິດສະດີນີ້ອາດໃຊ້ບໍ່ໄດ້ເລີຍ.

- ບາດນີ້ເຮົາມາແກ້ຂໍ້ສົງໄສ ຂອງຄົນທີ່ຕ້ານຄໍາວ່າ "ແຮກ" ບໍ່ແມ່ນພາສາລາວ, (ເຮົາພົບວ່າຄົນລາວທົ່ວໄປບໍ່ນິຍົມໃຊ້ "ແຮກ"    ໃນທາງກົງກັນຂ້າມກັນນັ້ນ ພັດປາກົດເຫັນຄົນລາວໃຊ້ ”ແລກ” ທົ່ວໄປໃນສັງຄົມ ທຸກໆຊັ້ນຄົນ, ການໃຊ້ຂອງພວກເຂົາ ເປັນໃຊ້ທີ່ບໍ່ໄດ້ຄໍານຶງເຖິງບັນຫາຖືກຜິດ ແລະຄວນບໍ່ຄວນເລີຍ, ແຖມຍັງກັບໄປມອງຜູ້ທີ່ໃຊ້ ແຮກໆ ແທນ ແລກໆໆ ວ່າເປັນການເວົ້າພາສາໄທຍ໌, ທີ່ຈິງໃນພາສາໄທຍ໌ ບໍ່ມີແຮກ ມີແຕ່ໃຊ້ ແຣກ, ຄົນທີ່ໃຊ້ແລກ ແທນແຮກ ຄົນນັ້ນໜ້າຈະໃຊພາສາໄທຍ໌ ແຖມຍັງໃຊ້ຜິດອີກຕ່າງ ກ່າວໄດ້ວ່າຜິດຍົກກໍາລັງສອງ.

- ບາດນີ້ ເຮົາມາຄົ້ນຫາວ່າ ແຮກໆໆ ໃນພາສາລາວ ມີການໃຊ້ບໍ ?
- ຜ່ານການຄົ້ນຄວ້າໃນຄໍາໃນພາສາລາວ ເຫັນວ່າ ແຮກໆນີ້ ເປັນພາສາລາວ ແລະເປັນຄໍາສະໜັບສະໜຸນທີ່ວ່າ ແລກໆ ຜິດ ແຮກຖືກ.

1. ເຮົາພົບຄໍາວ່າ ແຮກນາ ຄືໄຖນາຄັ້ງທໍາອິດ ຫຼືຄັ້ງທີ່ໜຶ່ງ.
2. ຕໍ່ມາເຮົາພົບຄໍາວ່າ ຕັ້ງເສົາແຮກ ການປູກເຮືອນ ຈະມີເສົາແຮກ ແລະເສົາຂວັນ, ເສົາແຮກ ເປັນເສົາທີ່ຕັ້ງຂຶ້ນກ່ອນ ຫຼືທໍາອິດນັ້ນເອງ

3. ເຮົາພົບຄໍາວ່າ ແຮກສ່ຽວ, ແຮກສ່ຽວ ເປັນວັດທະນະທັມລາວທາງສັງຄົມລາວໂດຍແທ້, ບັດນີ້ພິທີແຮກສ່ຽວ ຖືກລືມໄປແລ້ວ ແຕ່ຄົນລາວຍັງນິຍົມສ້າງມິດ ດ້ວຍການນັບຖືກັນເປັນສ່ຽວ, ໃນບູຮານ ການແຮກສ່ຽວເປັນພິທີກຳ ຄືໃຜໆໆໆ ຮັກກັນຊອບກັນເໝືອນກັບພີ່ນ້ອງ ມັກຈະແຮກສ່ຽວໃຫ້ແກ່ກັນ ຄືເຮັດພາຂວັນຜູກແຂນ ໃຫ້ຄໍາໝັ້ນສັນຍາ ວ່າຈະຮັກກັນເໝືອນພີ່ນ້ອງ.
- ແຮກສ່ຽວ ໝາຍຫວ່າ ການຜູກຮັກກັນຄັງຕໍາອິດນັ້ນເອງ.
- ທ່ານຜູ້ໃດ ພົບຄໍາທີ່ກ່ຽວຂ້ອງກັນນີ້ ອະທິບາຍໃຫ້ກວ້າງຂວາງອອກໄປດ້ວຍ ຈະເປັນພະຄຸນຍິ່ງ
- ທ່ານຜູ້ໃດຕ້ານພາສາລາວ ໂດຍທີ່ເອົາທິດສະດີຕໍ່ຕ້ານວັດທະນະທັມມາເປັນຕົວກໍານົດ ແລະໂດຍຄວາມບໍ່ຮູ້ກໍອາດ ກ່າວໄດ້ວ່າ ກໍາລັງທໍາລາຍພາສາລາວຢູ່ ດ້ວຍຄວາມບໍ່ຮູ້ສຶກຕົວກໍເປັນໄປໄດ້.
- ຈະຕ້ານ ຫຼືຍອມຮັບອັນໃດ ໃຫ້ສຶກສາມັນຮອບຄອບ ຈະເປັນການດີແທ້.

ຂຽນຕາມເຄົ້າ ເວົ້າຕາມກົດ

ສະກົດຕາມເຄົ້າ ດີຄັກ, ສະກົດຕາມສຽງ ດີພໍປະມານ, ສະກົດໄປທົ່ວທີບທົ່ວແດນ ອັນນີ້ດີໃຜດີມັນ 5555555555

- ຄວາມເຫັນ ຄື
ກ. ໃນພາສາລາວ ກໍສະກົດຕາມສຽງ ຕົວຢ່າງຄື : ຂ້ອຍ, ຊິ, ໄປ, ເມືອງ, ຊຽງ, ຂວາງ, ກັບ, ພໍ່, ຂອງ, ຂ້ອຍ, ມື້, ອື່ນ, ແຕ່, ເຊົ້າ. (ເບິ່ງຄໍາເລົ່ານີ້ ມັນຢູ່ໂດດດ່ຽວ ມັນຈະສົມບູນໃນໂຕມັນເອງ ແລະລ້ວນແຕ່ເປັນພາສາລາວ ການຂຽນທີ່ເຫັນນັ້ນ ລ້ວນແຕ່ສະກົດຕາມສຽງ ຂອງພາສາລາວທີ່ເວົ້າອອກມາ ເປັນທາງການແທ້ໆ ເມື່ອນໍາເອົາຄໍາເລົ່ານີ້ ມາປະກອບກັນເຂົ້າເປັນປະໂຫຍກຈະໄດ້ດັ່ງນີ້, ຂ້ອຍຊິໄປເມືອງຊຽງຂວາງກັບພໍ່ຂອງຂ້ອຍມື້ອື່ນແຕ່ເຊົ້າ (ໄດ້ຄໍາເວົ້າປະໂຫຍກສົມບູນ) ຄໍາເລົ່ານີ້ເມື່ອເຫັນຮູບແລ້ວ ຈະຮູ້ໂລດວ່າ ມັນສື່ຄວາມໝາຍຫຍັງ ເປັນຄໍາທີ່ສົມບູນໃນຕົວຂອງມັນ ຄືພາສາລາວ ເປັນຄໍາດ່ຽວໆ ຈະມີຄວາມສົມບູນໃນຕົວຂອງມັນ ຫາກເວົ້າທາງໜຶ່ງ ກໍກ່າວວ່າເປັນຄໍາເວົ້່າທີ່ບໍຣິສຸດ ເຕັມຄວາມໝາຍໃນຕົວຂອງມັນເອງ ແລະຖືວ່າເປັນການຂຽນຕາມເຄົ້າສຽງເຊັ່ນກັນ.

ຂ. ໃນຄໍາເວົ້າຕ່າງປະເທດ ຈໍາເປັນຕ້ອງຂຽນຕາມເຄົ້າສຽງຂອງມັນ ການຂຽນຕາມເຄົ້າ ບາງຄໍາຕ້ອງການອັກສອນພິເສດປະກອບການຂຽນ, ບາງຄໍາຕ້ອງການການສະກົດພິເສດ ເພື່ອບໍ່ໃຫ້ປະສົມປະເສ (ປົນກັນ) ກັບຄໍາໃນສຽງທີ່ຄ້າຍຄຽງກັນ ເຊັ່ນ

ຕົວຢ່າງຄໍາໃນປະໂຫຍກນີ້:
- ການເວລາບອກເຖິງການກະທໍາບາງສ່ວນຂອງມະນຸດ ຫາກເຮົາມີຄວາມມຸ້ງຫວັງທໍາສິ່ງນັ້ນໃຫ້ສໍາເລັດ ຕ້ອງສ້າງຄວາມຊອບທໍາຢ່າງເໝາະສົມ ບໍ່ແມ່ນຊິກະການໝາຍໄວ້ຊື່ໆແລ້ວບໍ່ເຮັດບໍ່ທໍາຫຍັງຈັກດີ້.


(ໃນຄຳເວົ້າເທິງນີ້ມີມີຄວາມຄືກັນ ຂຽນແບບນີ້ກໍໃຊ້ໄດ້ ແຕ່ມັນບໍ່ແຍກຄວາມແຕກຕ່າງໃຫ້ຜູ້ອ່ານ ຮູ້ໄດ້ວ່າຄໍາເລົ່ານີ້ແຕກຕ່າງກັນຈັ່ງໃດ ມີຄວາມໝາຍຈັ່ງໃດ ເຊັ່ນ) - ກາລເວລາບອກເຖິງກາຣກະທໍາບາງສ່ວນຂອງມະນຸສຍ໌ ຫາກເຮົາມີຄວາມມຸ້ງຫວັງທໍາສິ່ງນັ້ນໃຫ້ສໍາເຣັດ ຕ້ອງສ້າງຄວາມຊອບທັມຢ່າງເໝາະສົມ ບໍ່ແມ່ນຊິກະການໝາຍໄວ້ຊື່ໆແລ້ວບໍ່ເຮັດບໍ່ທໍາຫຍັງຈັກດີ້, (ເຮົາຈະເຫັນຄວາມແຕກຕ່າງຢ່າງຈະແຈ້ງວ່າ) ກາລ (ໝາຍເຖິງເວລາ) ກາຣ (ໝາຍເຖິງວຽກງານ), ການ (ໝາຍເຖິງກໍານົດ ຫຼືຂີດໝາຍໄວ້) ນອກຈາກນັ້ນ ຍັງມີຄໍາໃນພາສາອື່ນໆໃນພາສາລາວຄາດວ່າ ມີຈໍານວນ 70 ສ່ວນຮ້ອຍ ຂອງຄໍາເວົ້າໃນພາສາລາວ.

- ຄໍາຕົວຢ່າງເທິງນັ້ນ ຕ້ອງການຂຽນຕາມແບບສະກົດພິເສດ (ເຄົ້າສຽງບໍ່ຕ້ອງການອັກສອນພິເສດກໍໄດ້ ເພາະໃຊ້ອັກສອນທີ່ມີ 27 ໂຕເທົ່ານັ້ນ ພຽງແຕ່ສະກົດພິເສດຕາມເຄົ້າກະພໍ), ສະກົດຕາມເຄົ້າມີຄວາມຄໍາຄັນແນວໃດ ? ຕົວຢ່າງຄໍາໜຶ່ງວ່າ
1. ພະບາດເຈົ້າສະເຫວີຍໂພດຍາມແລງ, ຊົງສະບາຍສຸກບໍ່ມີໄພຕ້ອງ ເນົາໃນຫ້ອງບັນທົມຫຼັບນິດທະເນັ່ງ ສຽງເຊັງໆມ່ວນແມ້ງນົນຕີເສບກ່ອມບັນເລງ.
ກ. ຫາກເຮົາບໍ່ຮູ້ຊັບ ຄໍາວ່າ ສະເຫວີຍໂພດ (ອາດໝາຍເຖິງສະເຫວີຍຫຼາຍເກີນກໍານົດ ຄວນທີ່ເຂົ້າໃຈວ່າ ສເວີຍໂພຊນ໌-ອັນໝາຍເຖິງໂພຊະນາການ) ຫາກເຂົ້າໃຈຕາມການຂຽນ ຕາມສຽງວ່າສະເຫວີຍໂພດ(ກິນໂພດ-ກິນຫຼາຍ) ມັນຊິໄປເຮັດໃຫ້ຜູ້ບໍ່ຮູ້ວ່າ ເອ້.....ກິນໂພດປານນີ້ ຄືວ່າສະບາຍທ້ອງລະ ທັງບັນທົມ(ນອນ)ສະບາຍສຸກເສີຍໆໆ ບໍ່ມີຫຍັງເກີດຂຶ້ນ.....(ນີ້ແລ້ວຄືຄວາມຈໍາເປັນຕ້ອງຂຽນຕາມເຄົ້າ) ຫາກເຮົາບໍ່ສົນໃຈຊິພັດທະນາວິຊາການ ບໍ່ຈໍາເປັນຂຽນຕາມເຄົ້າກໍໄດ້ ແຕ່ຄວາມຮູ້ຈະບໍ່ຖືກພັດທະນາໄດ້ ເພາະມັນຈະວົນໆໆວາຍຢູ່ແຕ່ຄໍາເວົ້າ ຫຼັກໄວຍາກອນຢູ່ຊໍ້າໆຊາກ ວັນນະຄະດີ ອື່ນໆໆ ວິຊາການອື່ນກໍບໍ່ຖືກພັດທະນາ ຫຼືພັດທະນາແລ້ວກໍບໍ່ສາມາດຈະຂະຫຍາຍຕົວໄດ້ເພາະມັນຂ້ອງໆໆໆໆຢູ່ດັ່ງທີ່ເຫັນ)

2. ອັນທີ່ຍົກຕົວຢ່າງມານີ້ເປັນພຽງເລັກໆໆນ້ອຍໆໃນຄໍາ ທີ່ເຮົາມີອັກສອນສະກົດຢູ່ ບາງຄໍາໃນພາສາອື່ນທີ່ປົນໃນພາສາລາວຕ້ອງການອັກສອນອື່ນ ຈໍານ 14 ຕົວ ທີ່ຂາດຫາຍໄປ ຍິ່ງມີຄວາມຫຍຸ້ງຍາກໜັກກວ່ານີ້ອີກ (ຍົກຕົວຢ່າງຂຽນໃຫ້ເຫັນຮູບບໍ່ໄດ້ ເພາະບໍ່ມີອັກສອນຂຽນປະກອບ ແຕ່ພໍຍົກໃຫ້ເຫັນຮອຍຈັ່ງຊີ້)

ກ. ຕົວຢ່າງວ່າ ກົດໝາຍຂອງເຮົາ ອາດບໍ່ສາມາດເປັນກົດໝາຍທີ່ດີໄດ້ ເພາະສັງຄົມເຮົາບໍ່ໄດ້ປະຕິບັດຕາມກົດໝາຍ, ຫາກເຮົາບໍ່ໄດ້ທໍາຕາມກົດໝາຍ ມັນກໍກົດໜ່ວງທ່ວງ ດຶງຄວາມຈະເລີນຂອງບ້ານເມືອງໄດ້ (ກົດ-ກົຕ ແລະກົຕໝາຍ) ຂຽນຕ່າງກັນຍ່ອມມີຄວາມໝາຍຕ່າງກັນແລ.

ອັກສອນໄທຍ໌ນ້ອຍ

- ອັກສອນໄທຍ໌ນ້ອຍ ແມ່ນອັກສອນລາວ(ແຕ່ຄົນລາວ ບໍ່ແມ່ນຄົນໄທນ້ອຍ ແຕ່ເປັນຄົນໄທລາວ), ອັກສອນນີ້ທີ່ມີໃຊ້ໃນດີນແດນອານາຈັກລ້ານຊ້າງທັງມວນ ແລະດິນແດນທີ່ໄດ້ຖືກຢືດຄອງໂດຍສະສຍາມແຕ່ດົນນານເທົ່າປັດຈຸບັນ.
- ຄໍາວ່າ ອັກສອນໄທຍ໌ນ້ອຍນັ້ນ ເກີດຂຶ້ນພາຍຫຼັງໄທຍ໌ ໄດ້ບັນຍັດອັກສອນໄທຍ໌(ອັກສອນໄທຍ໌ສະໄໝ) ເປັນອັກສອນຂອງຊາດໄທຍ໌.
- ຕົວອັກສອນໄທຍ໌ນ້ອຍນັ້ນ ເປັນອັກສອນເກົ່າແກ່ມາແຕ່ເດີມ ເປັນເຄົ້າຕະກູນຂອງອັກສອນລາວສະໄໝ ແລະອັກສອນໄທຍ໌ສະໄໝ ຫຼັກຖານ (ຫຼັກສີລາຈາຣືກບ້ານຮ້າງນາແຮ່ ຈັງຫວັດສາກົນນະຄອນ ອັກສອນນີ້ ຖືກຈາຣືກຫຼັງພຣະເຈົ້າຟ້າງູ່ມຂຶ້ນຄອງຣາດໄດ້ 3 ປີ ປະມານ ຄ.ສ 1355)
- ຕົວອັກສອນໄທຍ໌ນ້ອຍນັ້ນ ເປັນອັກສອນລາວ (ແລະເປັນອັນດຽວກັບອັກສອນລາວແທ້ໆ ແລະສືບເນື່ອງມາຈາກອັກສອນທີ່ພົບໃນບ້ານຮ້າງນາແຮ່ ປີ ຄ.ສ 1355) ແລມີການຖ່າຍທອດ ເນື່ອງມາຈາກອັກສອນ ວັດວັດວິຊຸນ ມີອາຍຸແປດຮ້ອຍກວ່າປີ.
- ອັກສອນໄທຍ໌ນ້ອຍ ເປັນອັກສອນແບບດຽວກັນກັບອັກສອນຝັກຂາມໃນພາກເໜືອຂອງໄທຍ໌(ລ້ານນາ) ແລະພາກເໜືອຂອງລາວ, ອັກສອນຝັກຂາມ ເປັນອັກສອນຊະນິດດຽວກັບອັກສອນລາວ (ເຊິ່ງໄທຍ໌ຮຽກວ່າອັກສອນຝັກຂາມ ທີ່ແທ້ອັນດຽວກັນ ຕ່າງແຕ່ລາຍມືການສະຫຼັກ).
- ຄໍາວ່າອັກສອນໄທຍ໌ນ້ອຍ ຄົນລາວທົ່ວໄປບໍ່ໄດ້ຍອມຮັບຮຽກ ເພາະວ່າສຍາມຕັ້ງຂຶ້ນ ເພື່ອໃຫ້ຕ່າງອັກສອນໄທຍ໌ທີ່ເຂົາບັນຍັດຂຶ້ນມາໃໝ່ ແລະການຕັ້ງຊື່ນີ້ ກໍຫຼັງຈາກລາວໄດ້ຂຶ້ນເປັນຫົວເມືອງຂຶ້ນຝຣັ່ງແລ່້ວ ສ່ວນລາວເຮົາກໍ ເອົາອັກສອນລາວ ທີ່ມີຢູ່ແລ້ວ ເປັນອັກສອນຂອງຊາດລາວ ແລະຍົກອັກສອນລາວອີກແບບໜຶ່ງໃສ່ຊື່ວ່າ ອັກສອນທຳ.
- ແຕ່ທາງຣາຊະການ ໃນດິນແດນຈໍາສັກ ອຸບົນ ໄຊຍະບູຣີ ທີ່ຍັງຂຶ້ນກັບສຍາມນັ້ນ ເຖິງບໍ່ຍອມຮັບ ແລະມີການຕໍ່ຕ້ານກັນເຊັ່ນກັນໃນສະໄໝນັ້ນ (ການບໍ່ຍອມຮັບການຕັ້ງຊື່ ອັດສອນໄທຍ໌ນ້ອຍແລ້ວ ອັກສອນໄທຍ໌ທີ່ຕັ້ງຂຶ້ນໃໝ່ ໃນຫົວເມືອງລາວທີ່ຂຶ້ນກັບໄທຍ໌ ແທບບໍ່ນິຍົມໃຊ້ ຍັງໃຊ້ອັກສອນລາວຕະຫຼອດມາ ເມື່ອລາວຈຳສັກ ແລະໄຊຍະບູລີ ກັບມາເປັນຂອງລາວ ພວກທີ່ໄດ້ຮັບການສຶກສາຢູ່ບາງກອກ ກໍເວົ້າຕິດສົບຕິດປາກ ເພາະການເວລາມັນເຫິງໄປ ມີການເວົ້າກັນອັກສອນລາວ-ຫຼືໄທຍ໌ຮຽກວ່າໄທຍ໌ນ້ອຍ) ເພາະຍັງຢູ່່ພາຍໃຕ້ຂອງສຍາມ ແຕ່ຕອນຕົ້ນໆ ກໍມີການຄັດຄ້ານ.
- ຄວາມໝາຍຢ່າງໜຶ່ງ ໄທຍ໌ຮຽກວ່າອັກສອນໄທຍ໌ນ້ອຍ ມີຄວາມໝາຍວ່າ ອັກສອນລາວ ຄືອັກສອນໄທຍ໌ຊະນິດໜຶ່ງ ແລະເປັນເຄົ້າຂອງອັກສອນໄທຍ໌ສະໄໝ ແຕ່ຍ້ອນວ່າ ລາວເປັນ ຊົນຊາດພາຍໃຕ້ກາປົກຄອງຂອງສະຫຍາມ ກໍຖືວ່າມີອຳນາດນ້ອຍ ພາສາ ອັກສອນ ວັດທະນະທຳ ກໍເລີຍຕ້ອງນ້ອຍໄປດ້ວຍ.
- ອັກສອນໄທຍ໌ນ້ອຍ ມັນກະແມ່ນອັກສອນລາວແທ້ໆຫັ້ນແລ້ວ ທີ່ມັນຕ່າງເພາະເຂົາຢາກຕີຄວາມໝາຍ ແລະດຶງໄປໃຫ້ມັນຕ່າງຈາກອັກສອນ ລາວເທົ່ານັ້ນເອງ,
- ປັດຈຸບັນ ນັກປັນຍາຊົນຊາວອີສານໃຫ້ຄວາມສົນໃຈ ເພາະເຫດຜົນທາງການເມືອງ ສໍາລັບຄົນອີສານ-ກັບ-ໄທຍ໌ເທົ່ານັ້ນ.
- ມັນຕ່າງເພາະເຫດໃດ ?
- ຕ່າງເພາະລາຍມື ຜູ້ຂຽນ
ຍົກຕົວຢ່າງບໍ່ໄກ.
1. ໃຫ້ພວກເຮົາມາສຶກສານໍາກັນ ໂດຍເຮົາເຈົ້າຂ້ອຍຫາຄົນມາຈັກ 5 ຄົນ 1 ໃນນັ້ນແມ່ນລູກພໍ່ແມ່ດຽວ.
2. ແລ້ວໃຫ້ບຸກໆຄົນຂຽນຄໍານັ້ນໆໆ ເໝືອນກັນ ດ້ວຍອັກສອນລາວ.
3. ແລ້ວເອົາອັກສອນທີ່ໃຫ້ພວກເຂົາຂຽນນັ້ນ ມາແລກັນຈະເຫັນຄວາມແຕກຕ່າງກັນຢ່າງຖະໜັດຕາ(ແມ່ນກະທັງຄົນລູກພໍ່ແມ່ດຽວກັນກໍຕ່າງກັນ)
- ແລ້ວຄວາມແຕກຕ່າງເຫຼົ່ານັ້ນ ຈະເຂົ້າໃຈວ່າບໍ່ແມ່ນອັກສອນລາວ ບໍ່ໄດ້ເດັດຂາດ, ພຽງແຕ່ລາຍມືມັນຕ່າງກັນ.
- ຄໍາວ່າອັກສອນໄທຍ໌ ອັກສອນໄທຍ໌ນ້ອຍ ແລະອັກສອນລາວ ມັນແຍກອອກຈາກກັນ ແມ່ນຍຸກສ້າງຊາດ ຄື ຍຸກຝຣັ່ງ ຄໍາວ່າອັກສອນໄທຍ໌ນ້ອຍ ມັນບໍ່ມີມາແຕ່ບູຮານດອກ ໄທຍ໌ເຂົາຕັ້ງຊື່ຂຶ້ນມາຫຼັງຈາກເຂົາປະດິດອັກສອນໄທຍ ຂຶ້ນມາໃຊ້ ແລ້ວໃນນັ້ນມັນມີອັກສອນສລາວ ທີ່ຄົນອີສານໃຊ້ກັນຢູ່ຈົນຮອດປີ 1975 (ໃຊ້ທາງສາສນາ ແລະວັດທະນະທັມ).
- ຄັນເຂົາຈະວ່າອັກສອນລາວ ກະບໍ່ໄດ້ເພາະອັກສອນລາວຂອງປະເທດລາວເຮົາກໍມີແລ້ວ ຈະວ່າອັກສອນໄທຍກະບໍ່ໄດ້ ເພາະອັກສອນໄທຍ໌ມັນ ມີແລ້ວ ກະເລີຍວ່າອັກສອນໄທນ້ອຍເລື້ອຍມາ.
- ອັກສອນເຫຼົ່ານີ້ ມີໃນສີລາເລກ ແຕ່ຮ້ອຍເອັດມະຫາສາລະຄາມເຂົ້າມາ ເດັ່ນສຸດແມ່ນອຸບົນ ແລະທີ່ແຂວງໜອງຄາຍ ແຖວພານພ້າວ ອັກສອນທີ່ນີ້ກໍແມ່ນອັກສອນລາວ.
- ທີ່ເຂົາວ່າ ມັນເໝືອນອັກສອນພຣະຍາລິໄທ ກໍເພາະອັກສອນພຣະຍາລິໄທ ມັນເປັນອັກສອນລາວ ທີ່ມີຫຼວງຫຼາຍກວ່າໃນສຸໂຂໄທ, ອັກສອນພະຍາລີໄທ ໃນຄວາມໝາຍຂອງລາງຄືອັກສອນລາວທີ່ມີມາກ່ອນອັກສອນລາມຄໍາແຫງ.
ແລະເໝືອນອັກສອນຝັກຂາມໃນລ້ານນາ ອັກສອນພວກນີ້ມັນແມ່ນອັກສອນລາວ ຕ່າງເພາະຜູ້ສະຫຼັກໃສ່ຫີນ ເຄື່ອງມີດີ ສີມີດີ ມັນກະຂຽນງາມ ບໍ່ງາມຕ່າງກັນ ຊິເອົາຄວາມແຕກຕ່າງຂອງລາຍມື ມາແຍກຄວາມແຕກຕ່າງບໍ່ໄດ້ເດັດຂາດ.
- ມະຫາວິທະຍາໄລອີສານ ອຸບົນ ມະຫາ ສາລະຄາມ ຮ້ອຍເອັດພະຍາມຍາມ ຢືນການຈຸດນີ້ ໂດຍສະເພາະ ດຣ. ມະນັດ ສຸຂສາຍ ນີ້ເປັນເຈົ້າການ ເຂົາຍັງບໍ່ທັນຮູ້ທ່ຽງແທ້ວ່າ ອັກສອນເປັນສິນລະປະ
- ອັກສອນ ແບບທີ່ເຂົາອ້າງອີງວ່າ ອັກສອນໄທຍນ້ອຍ ທີ່ລາວເຮົາ ມີຫຼວງຫຼາຍ.
- ເຂົາຍັງບໍ່ຮູ້ທ່ຽງແທ້ວ່າ ອັກສອນລາມຄໍາແຫງນັ້ນ ບໍ່ມີໃຜອ່ານໄດ້, ຕ່າງຈາກອັກສອນລາວ ໃຜໆກໍອ່ານໄດ້ ເມື່ອອັກສອນຕະກູນດຽວ ມີຂຽນໄວ້ ບໍ່ມີໃຜອ່ານໄດ້ ນັ້ນຄືອັກສອນອຸປະໂລກ, ເຂົາຍັງບໍ່ຮູ້ຊໍ້າວ່າ ອັກສອນລາມຄໍາແຫງ ທີ່ເຂົາວ່າຕົ້ນອັກສອນໄທຍນັ້ນ ບໍ່ມີຄົນໃດ ໃນຍຸກຫຼັງໆມາໃຊ້ນໍາເຂົາ.
- ຄົນໄທຍທົ່ວໄປອ່ານອັກສອນລາມຄໍາແຫງບໍ່ໄດ້(ຫາກບໍ່ໄດ້ຖືກການຮຽນຄັກແນ່) ແຕ່ອັກສອນລາວ ຫຼືທີ່ວ່າອັກສອນໄທນ້ອຍນ້ອຍ ພຽງແຕ່ໃຊ້ວິທີສັງເກດເລັກນ້ອຍ ກໍອ່ານໄດ້ແລ້ວທນີ້ຂອງຈິງ)
ອ່ານ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 25, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ອັກສອນນີ້ ລຽງຕາມລໍາດັບ ເຊິ່ງເປັນອັກສອນ ຈໍານວນ 7 ຕົວ ແລະມີສະອີກຈໍານວນໜຶ່ງ ແຕ່ຖ່າຕ້ອງການຢາກເປັນອັກສອນລາວ ຄົໍບຊຸດ 41 ຕົວ ພ້ອມອັກສອນພິເສດ ອີກ 6 ຕົງໃຫ້ກົດເບິ່ງໃນທີ່ນີ້

วันอาทิตย์ที่ 16 กันยายน พ.ศ. 2555

ສຳນວນ­ລາວ "ຫູດັບ­ຕັບ­ໃໝ້"

- ສໍານວນ­ລາວ "ຫູດັບຕັບໃໝ້" ມັກຈະ­ເອົາໄວ້ໃຊ້ ກັບ­ສຽງ­ດັງ ເປັນ­ພາ­ສາ­ສໍານວນ ທີ່ເອົາ­ຄໍາດ່ຽວໆ­ໃນ­ພາ­ສາ­ລາວມາ­ຕໍ່­ກັນ ເປັນ­ພາ­ສາ­ລາວແທ້ໆ­ໆ­ໆ­ໆ­
- ຫູ - ອະ­ໄວຍະ­ວະ­ຟັງ­ສຽງ
- ດັບ - ສູນ, ຂາດ, ສິ້ນ
- ຕັບ - ອະ­ໄວຍະ­ວະ­ພາຍໃນ­ຂອງ­ສັດ-ມະ­ນຸດ
- ໃໝ້ - ອາການ­ນາມ­ຂອງໄຟ

- ສໍານວນ­ລາວ "ຫູດັບ­ຕັບໃໝ້" ສໍານວນ­ນີ້ ເວົ້າກັນ­ຕັ້ງເຫິງ­ນານ ບໍ່­ຮູ້ວ່າເກີດ­ທີ່ໃດກ່ອນ­ກັນ­ບໍ່­ສາມາດເວົ້າ­ສືບ­ຄົ້ນໄດ້ດອກ ແຕ່­ຄໍານີ້­ອັມຕະ­ທີ່­ສຸດ ເພາະ­ມັນ­ຍັງໃຊ້­ກັນ­ຢູ່.
ໃນ­ນັ້ນ ມີຄໍາວ່າ "ດັບ" ຢູດ້ວຍ.
໑. ພັນເຂົ້າ­ພື້ນເມືອງດັບເພາະ­ຄົນ­ລາວໃຊ້ເຂົ້າ­ພັນໃໝ່.
໒. ເດືອນດັບ.
໓. ດັບເຄື່ອງ­ຈັກ. (ບໍ່ແມ່ນ­ມອດເຄື່ອງ­ຈັກ)
໔. ດັບໄຟຟ້າ. (ບໍ່ແມ່ນ­ມອດໄຟຟ້າ)
໕. ຣົຖດັບເພີງ (ບໍ່ຄວນໃຊ້­ຣົດ­ມອດໄຟ)
- ສະ­ໄໝປົດປ່ອຍໃໝ່ ທະ­ຫານອ້າຍນ້ອງ­ມັກເວົ້າເຖິງ­ວິຣະ­ກັມ­ຂອງ­ພວກເຂົາໃນສະ­ໜາມ­ຮົບ(ບໍ່ແມ່ສະ ­ໜາມ­ລົບ-ແລະ­ບໍ່ແມ່ນເດີ່ນເສິກ) ວ່າ "ດັບ­ສູນ­ສັດ­ຕູໄດ້ ໖ ບັກ" ດັ່ງ­ນີ້ ຄໍາວ່າດັບ ຍັງຂະ­ຫຍາຍເອົາໄປໃຊ້ໄດ້ໃນ­ພາ­ສາ­ລາວອີກ­ຫຼາຍປະ­ໂຫຍກ ໃຜສາມາດສ້າງປະ­ໂຫຍກ­ພາ­ສາ­ລາວຂຶ້ນ­ມາໃຊ້ໄດ້ ຜູ້­ນັ້ນເປັນເ​ລີດ­ທາງ­ພາ­ສາ ແລະ­ຊື່ ວ່າເປັນ­ຄົນ­ຮັກ­ຊາດ­ທີ່ແທ້­ຈິງ ເຊັ່ນ­ດຽວຜູ້ໃຊ້­ພາ­ສາເປັນ­ນັ້ນແລ.
- ຄໍາວ່າດັບນີ້ ຫາກໃຊ້­ດຽວໆ­ ມັນ­ບໍ່­ຄັກ ເພີ່ນ­ຈຶ່ງໃຊ້­ຄໍາວ່າ "ດັບ­ມອດ" ສອງ­ຄໍານີ້ລ້ວນແຕ່ເປັນ­ພາ­ສາ­ລາວ "ຄົນເວົ້າບໍ່­ຄຶດ ກໍວ່າ ດັບເປັນ­ພາ­ສາໄທຍ໌­ ມອດເປັນ­ພາ­ສາ­ລາວ.

ນຳມາຈາກ ອິນລາວ ຂອງສາຍເຊລຳເພົາ

วันศุกร์ที่ 14 กันยายน พ.ศ. 2555

ສຸດຍອດ Google ແປພາສາລາວໄດ້, ຕໍ່ໄປພາສາຊັ້ນສູງ ຈະຄ່ອຍໝົດໄປໃນພາສາລາວ

1. ພາສາຊັ້ນສູງ.
1.1. ພາສາໄທຍ໌ຊັ້ນສູງ (ໃຊ້ໃນລະດັບສາສນາ ແລະວິຊາການ)
--------------
นรก สวรรค์ วิญญาณ ฯลฯ จะเป็นสถานที่หรือภพภูมิที่มีอยู่จริงหรือไม่มีเลย ถ้ามีจะมีสภาพเป็นเช่นไร
นั้นขึ้นอยู่กับ “ปัญญา” หรือ “คุณธรรม” ของแต่ละบุคคล ถ้าบุคคลหลุดพ้นออกมาได้จากการครอบงำ (ยึดติด)
ในขันธ์ 5 (รูป เวทนา สัญญา สังขาร วิญญาณ) ซึ่งเป็นผู้ที่พบ “ทาง” หรือ “มรรค” หรือ “ตถาตา” หรือ “ธรรม”
แล้วบุคคลเหล่านั้นย่อมได้เห็นและเข้าใจสภาพธรรมชาติของการเกิดขึ้น ตั้งอยู่ และสลายขันธ์ 5 ที่ไหลไปตาม
กระแสอยู่เนื่องนิจ (ไม่มีแม้แต่ยมฑูตที่คอยคร่าชีวิต)


1.2. ພາສາລາວຊັ້ນສູງ (ໃຊ້ໃນລະດັບສາສນາ ແລະວິຊາການ) ເມື່ອຖືກແປໂດຍຄົນ.
ນະຣົກ ສະຫວັນ ວິນຍານ ແລະອື່ນໆ ຈະເປັນສະຖານທີ່ ຫຼືພົບພູມທີ່ມີຢູ່ຈິງ ຫຼືບໍ່ມີເລີຍ ຖ້າມີຈະມີສະ ພາບເປັນເຊັ່ນໃດນັ້ນ ຂຶ້ນຢູ່ກັບ "ປັນຍາ"  ຫຼື "ຄຸນທັມ" ຂອງແຕ່ລະບຸກຄົນ ຖ້າບຸກຄົນຫຼຸດພົ້ນອອກ ມາ ໄດ້ຈາກການຄອບງຳ(ຍຶດຕິດ) ໃນຂັນ 5 (ຮູບ ເວທະນາ ສັນຍາ ສັງຂານ ວິນຍານ) ເຊິ່ງເປັນຜູ້ ທີ່ພົບ "ທາງ" ຫຼື "ມັກ" ຫຼື "ຕະຖາຕາ" ຫຼື "ທັມ" ແລ້ວບຸກຄົນເລົ່ານັ້ນຍ່ອມໄດ້ເຫັນ ແລະເຂົ້າໃຈສະພາບທັມມະຊາດ ຂອງການເກີດຂຶ້ນ ຕັ້ງຢູ່ ແລະສະຫຼາຍ ຂັນ 5 ທີ່ໄຫຼໄປຕາມກະແສ ຢູ່ເນື່ອງນິດ (ບໍ່ມີແມ່ນແຕ່ຍົມມະທູດທີ່ຄອຍຂ້າຊີວິດ)

1.3. ພາສາລາວຊັ້ນສູງ (ໃຊ້ໃນລະດັບສາສນາ ແລະວິຊາການ) ເມື່ອຖືກແປໂດຍກູເກີລ ຈະກາຍເປັນແບບນີ້.
---------------
ຟ້າ, Hell, ແລະອື່ນໆໂລກຈິດແມ່ນສະຖານທີ່ຫຼືພູມສັນຖານທີ່ລາຄາ: ຫຼືບໍ່. ຖ້າຫາກວ່າສະພາບອາກາດແມ່ນຄື.
ຂຶ້ນກັບວ່າ "ສິນທາງປັນຍາ" ຫຼື "ສົມບັດສິນ" ຂອງບຸກຄົນ. ຖ້າປະຊາຊົນແຕກຫັກຂອງເດັ່ນ (ຄັດຕິດມາພ້ອມ).
Khan ໃນ 5 (pity soul fairest ໄດ້) ຜູ້ທີ່ພົບ "ວິທີການ" ຫຼື "Samak" ຫຼື "ຕາ bug" ຫຼື "ຜິດພາດ".
ຫຼັງຈາກນັ້ນເຂົາເຈົ້າຈະເຫັນແລະເຂົ້າໃຈລັກສະນະຂອງຫ້າສະຫລູບແລະ disperse ໄຫຼໄດ້.
ການໄຫຼເຂົ້າເປັນ constantly (ບໍ່ມີແມ້ກະທັ້ງສາສະຫມັກ cedar ຜູ້ທີ່ຂ້າເປັນ).



2. ພາສາຊັ້ນສູງ (ໃຊ້ໃນລະດັບທາງການ ແລະກົດໝາຍຂອງໄທຍ໌)
มาตรา 7 ในกรณีวิธีการเพื่อความปลอดภัยตาม มาตรา 46 แห่งประมวลกฎหมายอาญา ให้นำบทบัญญัติแห่ง ประมวลกฎหมายวิธีพิจารณาความอาญา มาใช้บังคับเสมือน เป็นความผิดอาญา แต่ห้ามมิให้คุมขังชั้นสอบสวนเกินกว่าสี่สิบแปดชั่วโมงนับแต่ เวลาที่ผู้ถูกจับมาถึงที่ทำการของพนักงานฝ่ายปกครองหรือตำรวจ แต่มิให้นับเวลาเดินทางตามปกติที่นำตัวผู้ถูกจับมาศาลรวมเข้า ในกำหนดเวลาสี่สิบแปดชั่วโมงนั้นด้วย
 

2. ພາສາຊັ້ນສູງ (ໃຊ້ໃນລະດັບທາງການ ແລະກົດໝາຍຂອງໄທຍ໌) ເມື່ອຖືືກແປໂດຍກູເກີລ
7 ພາກຂອງກໍລະນີເພື່ອຄວາມປອດໄພພາຍໃຕ້ການ 46 ພາກທີຂອງ Code ຄະດີອາຍາ. ການສະຫນອງການ ກົດລະບຽບການລະບຽບການອາຍາ. Virtual ຫມັກໄດ້ເລີຍ. A ກະທໍາຜິດທາງອາຍາ. ແນວໃດກໍ່ຕາມ, ການຈະບໍ່ຖືກຈັບກຸມເວລາຫຼາຍກວ່າ forty-ແປດຊົ່ວໂມງຈາກ. ໃຊ້ເວລາໄດ້ກັບຫ້ອງການຂອງເຈົ້າຫນ້າທີ່ບໍລິຫານຫຼືຕໍາຫຼວດ. ແຕ່ບໍ່ໃຫ້ໃຊ້ເວລາປະຕິບັດຕາມປົກກະຕິໃຫ້ກັບສານທີ່ຈັບປະກອບການ. ໃນຊົ່ວໂມງ forty-ແປດມີ.

วันพุธที่ 25 เมษายน พ.ศ. 2555

ໄປມາເລເຊັຍ ໄດ້ຄຳລາວມາ 2 ຄວາມ

      - ໄປທ່ຽວທີ່ໃດ ເວລາກັບມາຕ້ອງຫາຂອງຕ້ອນຍາດພີ່ນ້ອງຄົນຮັກຄົນແພງ, ຜູ້ນຳພາທ່ອງທ່ຽວຖາມວ່າ "ອາຈານຕ້ອງການຂອງຕ້ອນປະເພດໃດ ?" ກໍຕອບເຂົາໄປວ່າ "ຂອງພື້ນເມືອງທີ່ເປັນເອກະລັກຂອງຊາວມາເລ ແຕ່ຄົນລາວກໍໃຊ້ໄດ້" ເຂົາໄລ່ຊື່ຂອງພື້ນເມືອງມາເລມາຫຼວງຫຼາຍພາຍມາກ ທີ່ຜູ້ຂຽນຕິດອົກຕິດໃຈ 2 ຊື່ ຄື "ສລອງ ແລະບາຕິກ".
- (SARUNG TENUN) ສຣອງ ແມ່ນສະໂຣ່ງ ບ້ານເຮົາເຮົານີ້ເອງ, ສ່ວນບາຕິກ(BATIK)ນັ້ນແມ່ນສິ້ນແຕ້ມ, ບ້ານເຮົາ ເຊັ່ນກັນ.

- ພໍດີອອກຈາກຮ້ານອາຫານຈີນ ທີ່ເມືອງ ເຊແຣມບັນ(SEREMBAN) ທ່ານອາເລັກກໍພາພວກເຮົາໄປຂຶ້ນຕະຫຼາດ ເຊິງເປັນຫ້າງ 3 ຊັ້ນ ຈັດເປັນປະເພດຂອງຂາຍເປັນໂຊນໆໄປ ຕລາດນີ້ຈະຂາຍປະເພດເຄື່ອງນຸ່ງຫົ່ມ ແລະເຄື່ອງໃຊ້ຄົວເຮືອນບາງຢ່າງເທົ່ານັ້ນ ທັງຂອງພື້ນເມືອງແລ້ວທັນສະໄໝ, ເປົ້າໝາຍກໍແມ່ນໄປຫາຊື້ຜ້າ ສຣອງ(ບາງຄົນກໍອອກສຽງ ສໂຣງ) ແລະຜ້າບາຕິກ.


- ແຕ່ກໍບໍ່ໄດ້ຊື້ຢູ່ຕະຫຼາດນີ້ ຖາມລາຄາຕໍ່ ຢູ່ 12 ຣິງກິດມາເລ, ກໍໄປຕລາດໃໝ່ ຈຶ່ງຊື້ຢູ່ຕລາດສົດ ເພາະບາຕິກ ຕໍ່ລົງໄດ້ 10 ຣິງກິດ, ຜ້າສໂຣ່ງຕໍ່ລົງໄດ້ 15 ຣິງກິດ.


- ຫຼັງຈາກໄດ້ຜ້າແລ້ວ ຜູ້ຂຽນຍັງຕິດໃຈກັບຄຳວ່າ "ສໂຣ່ງ ກັບ ບາຕິກ" ໂດຍສະເພາະ ຊື່ນີ້ມັນມີທີ່ມາຈາກໃສ ? ທີ່ມັນຄືກັນກັບພາສາລາວນັ້ນກໍແມ່ນຄຳວ່າ "ສໂຣ່ງ", ຜູ້ຂຽນກໍຄິດໆ ແລະຖາມຄວາມໝາຍຈາກ ທ່ານອາເລັກ ຊາວຈີນມາເລເຊັຍຜູ້ນຳທ່ຽວ ເຂົາກໍອະທິບາຍບໍ່ໄດ້ຈະແຈ້ງປານໄດ້ມີແຕ່ບອກວ່າ "ເປັນຄຳມາເລ ແຕ່ຜ້າທັງສອງ ຢ່າງນີ້ທັງຊາຍ ແລະຍິ່ງນຸ່ງໄດ້ທັງສອງ".

- ຫຼັງຈາກນັ້ນ ທາງຜູ້ນຳທ່ຽວກໍພາໄປທ່ຽວພິພິດທະພັນ ບຸດາຢາ seramba, ຊື່ວ່າ TAMAN SENI BUDAYA NEEGIRI SEMBILAN ຈຶ່ງໄດ້ພົບກັບຄຳວ່າ "ສໂຣ່ງ ກັບບາຕິກ" ມີການພົວພັນກັບລາວມາເຫິງນານ ຍາກທີ່ຈະຫາຫຼັກຖານທາງໜັງສືມາອ້າງອີງ ໄດ້ແຕ່ຫຼັກຖານທາງວັດຖຸ ແລະພາສານີ້ເອງ.


- ເມື່ອພວກເຮົາເຂົ້າໄປພິພິທະພັນນັ້ນ ພໍດີເຮົາໄດ້ພົບກັບສິ່ງທີ່ເຂົາໄດ້ຄົ້ນພົບ ແລະຄົ້ນຄວ້າເລື່ອງກ່ຽວກັບຫີນ ຕັ້ງ ຕະຫຼອດທັງປະເພນີວັດທະນະທຳກັບຫີນຕັ້ງ, ເຮົາບໍ່ຮູ້ຄວາມໝາຍໃດໆເລີຍ ກ່ຽວກັບສິ່ງທີ່ພົບ ເພາະການ ວາງສະແດງໃນວັນນີ້ ບໍ່ມີຜູ້ບັນຍາຍ ເລີຍມີແຕ່ຄົນຍາມຄົນດຽວ ແລະເຂົາກະບໍ່ຫ້າມຖ່າຍຮູບດ້ວຍຈຶ່ງໄດ້ ແຕ່ຖ່ານຮູບເກັບກຳໄວ້ ໃນສິ່ງທີ່ຄາດວ່າຈະເປັນຂໍ້ມູນໄດ້ເທົ່ານັ້ນ, ໃນນັ້ນ ທີ່ພິພິທະພັນກາງແຈ້ງ ເຮົາພົບເຮືອນຮ້ານແບບດຽວກັບເຮືອນລາວ ທີ່ເຄີຍຢູ່ສະໄໝຍັງນ້ອຍ ເຊິ່ງເປັນເຮືອນພໍ່ເຖົ້າຂອງຜູ້ຂຽນເອງ ເມື່ອ 30 ປີຄືນຫຼັງ ແຕ່ພວກເຮົາຍັງບໍ່ທັນຂຶ້ນໄປ ທີ່ເຮືອນນັ້ນ.

- ເຮົາເຂົ້າໄປທຳອິດ ເຫັນແຜ່ນຫີນດັດແປງແບບທຳມະຊາດ ຕັ້ງຈຸ້ມກັບຢູ່ ຂ້າພະເຈົ້ານຶກເຖິງຫີນຕັ້ງແຂວງ ຫົວພັນທັນທີ, ໂອ.........ອັນດຽວກັບທີ່ເມືອງລາວເລີຍ ວັດທະນະທຳນີ້ມີເກີນ 3000 ປີແນ່ນອນ, ເປັນວັດທະນະທຳຫຼັກບ້ານ, ຫຼັກເມືອງ, ພູມບ້ານ ແລະບູຊາບວງສວາງວິນຍານ ໃນສາສນາຟ້າແຖນ ຫຼືສາສະໜາແຖນຟ້າ ເຮົາຮູ້ໃນປັດຈຸບັນນີ້ ແມ່ນວັດທະນະທຳແຫ່ງຊາວລາວບູຮານ ທີ່ຮຽກວ່າ ສາສນາຜີນັ້ນເອງ.

- ຜູ້ນຳເມັຍທ່ານທູດຖາມວ່າແມ່ນຫຍັງ ? ກໍຕອບໄດ້ໂລດວ່າ "ຫຼັກບ້ານຫຼັກເມືອງ ຂອງສາສນາແຖນ ໃນສັງ ຄົມຊົນລາວບູຮານ ເມື່ອ 2000-3000 ປີ, ຫາກເຮົາເຫັນຫຼັກຫີນແບບນີ້ ທີ່ໃດກໍຕາມຫາກພົບກັບຄ້ອງບັ້ງ ຕ້ອງເປັນວັດທະນະທຳດຽວກັບລາວແທ້ ຖ້າເບິ່ງເດີອາດຈະພົບກັບຄ້ອງບັ້ງ ເຊິ່ງຄົນລາວບາງທ່ານຮຽກວ່າ ຕັ່ງພະຍາແຖນນັ້ນ" ຂ້າພະເຈົ້າກໍສັ່ງໃຫ້ເດັກນ້ອຍ ເກັບພາບໄວ້ເທົ່າທີ່ພໍເກັບກຳໄດ້ ເມື່ອຍ່າງໄປຮອດສຸດທ້າຍ ຂອງຫ້ອງ ກໍເປັນດັ່ງທີ່ຂ້າພະເຈົ້າຄິດໄວ້ຢ່າງໜ້າງງຶດໃນນັ້ນ ເຮົາພົບກັບຄ້ອງບັ້ງ ຄາດວ່າເປັນ ຣຸ້ນທີ 3-4 ສະພາບແຕກຫັກ.

- ຂ້າພະເຈົ້າ ເວົ້າອອກມາຢ່າງບໍ່ຕ້ອງສົງໄສ ? ເປັນວັດທະນະທຳດຽວກັບລາວແທ້, ຂ້າພະເຈົ້າບອກຄົນທີ່ໄປ ນຳວ່າ "ເມືອງລາວບູຮານ ທີ່ຫຼວງພຣະບາງນັ້ນ ກ່ອນຈະມາເປັບເມືອງຊຽງທອງຮຽກວ່າເມືອງຊວາ ແລະທີ່ນອກຫຼວງພຣະບາງໄປທາງເໜືອ ກໍປາກົດເຫັນຄຳວ່າ ບ້ານຊວາ ປາກົດຢູ່ ໃນຫຼວງພຣະບາງ ກໍມີຊົນເຜົ່າກຶມມຸ ແລະພວກໄຕປາກົດຢູ່ຫຼວງຫຼາຍ ນີ້ແລ້ວວັດທະນະທຳພວກນີ້ ເຂົາຢູ່ປົນກັນ ຖືກວັດທະນະ ທຳດຽວກັນ ນັກປະຫວັດສາດລຸ້ນກ່ອນວ່າ ດອນຊວາ JAVA ເຂົາວ່າພວກຊົນຊາດເດີມໃນເມືອງຊວາ (ຫຼວງພຣະບາງ)ອົບພະຍົບໄປຢູ່ ເມື່ອໄຕລາວລົງມາຢຶດດິນແດນນີ້ເປັນເມືອງຂອງຕົນ".

- ເມື່ອປີ 2008 ພວກເຮົາຄົງຈຳໄດ້ວ່າ ທີ່ທົ່ງນາເງືອກນັ້ນທາງກົມຫໍພິພິທະພັນລາວ ກັບພວກສຳຫຼວດບໍ່ຄໍາ ພົບຄ້ອງບັ້ງລຸ້ນ 1 ທີ່ທົ່ງນາເງືອກ ເປັນຂ່າວທີ່ໂດ່ງດັງໃນຕ່າງປະເທດ, ຂ້າພະເຈົ້າຄິດວ່າ ນັກປະຫວັດສາດ ຣຸ່ນກ່ອນເວົ້າຖືກ ວ່າເກາະຊວານັ້ນ ແມ່ນຄົນມາຈາກແຜ່ນດິນໃຫຍ່ໃນສຸວັນນະພູມ ເຊິ່ງມີສູນກາງຢູ່ເມືອງລາວ ເພາະມັນມີວັດທະນະທຳດຽວກັນ ຄືວັດທະນະທຳຄ້ອງບັ້ງ, ອັນວ່າຄ້ອງບັ້ງລຸ້ນ 1 ນີິ້, ຕາມການລາຍງານສ່ວນຕົວໃຫ້ຜູ້ຂຽນຟັງ ໂດຍທ່ານວຽງແກ້ວ ສຸກສະຫວັດດີ ຮອງກົມພິິພິທະພັນ ຂອງລາວ ເມື່ອປີ 2011 "ເຮົາພົບຄ້ອງບັ້ງລຸ້ນ 1 ທີ່ສົມບູນສຸດແມ່ນທີ່ທົ່ງນາເງືອກ ແຂວງສະຫວັນນະເຂດ, ພົບສົມບູນແນ່ຈັກໜ່ອຍ ແມ່ນທີ່ສະຫວັນ ແລະຈຳປາສັກ ແລະທົ່ວປະເທດເຮົາພົບແລ້ວ 9 ໜ່ວຍ, ເຫຼືອນັ້ນບໍ່ສົມບູນ".

- ອັນນີ້ ເມື່ອເຮົາໄດ້ເຫັນເສົາຫີນ ແລະວັດທະນະທຳເສົາຫີນໃນພິພິທະພັນເມືອງເຊຣັມບັນ ແລະຮູບແທ້ທີ່ເຂົາ ຖ່າຍເຖິງການຈັດລຽງໄວ້ແລ້ວ ເຮົາກໍນຶກເຖິງເສົາຫີນພູມບ້ານພູມເມືອງທາງພາກເໜືອຂອງລາວ ທີ່ທາງທ່ານວຽງແກ້ວສຸກສະຫວັດດີເອົາໃຫ້ເບິ່ງພິຈາຣະນາເບິ່ງແລ້ວ ວັດທະນະທຳການຈັດລຽງແບບ ດຽວກັນເລີຍບໍ່ມີຜິດ ຄາດການວ່າວັດຖຸປະສົງຂອງວັດທະນະທຳຫີນນີ້ຄົງເປັນອັນດຽວກັນທີ່ພົບໃນເມືອງລາວ.

- ໃນປີ 2008-2009 ເມື່ອທາງການລາວຂຸດຖນົນເຊດຖາເຮົາກໍພົບພົບວັດທະນະທຳຫຼັກເມືອງ ຂອງເມືອງວຽງຈັນ ແຕ່ ຄ.ສ 1617 ອັນເປັນສະໄໝຂອງພະຍາເມືອງຈັນທະບູຣີ ໃນໄລຍະດຽວກັບພຣະເຈົ້າ ໂພທິສາລະຣາດລົງມາທຳການຟື້ນຟູເມືອງຈັນທະບູຣີ (ຂ້າພະເຈົ້າຄິດວ່າໃນສະໄໝນັ້ນ ພຣະເຈົ້າໂພທິສາລະຣາຊ ຄົງມາສຳຫຼວດເມືອງຈັນທະບູຣີ ໃຫ້ເປັນເມືອງຫຼວງ ເພາະພຣະຍາເມືອງຈັນທະບູຣີນັ້ນກໍເປັນຣາຊະ ບຸດຂອງພຣະ ອົງເອງຢູ່ແລ້ວຫຼັງຈາກພຣະອົງໄດ້ສົ່ງພຣະເຈົ້າໄຊຍະເຊດຖາໄປຄອງລ້ານນາແລ້ວ) ວັດທະນະທຳ ເອົາຫີນມາລຽນກັນເຮັດສານຫຼັກເມືອງ ໃນວຽງຈັນນີ້ ເປັນແບບວັດທະນະທຳລາວ ທີ່ສືບທອດມາຈາກເມືອງຊວາ ຫຼືຊຽງທອງ, ໃນນັ້ນ ທີ່ສິມວັດສີເມືອງ ເຮົາກໍພົບຫຼັກຫີນເຊັນດຽວກັບ ເຊິ່ງເປັນວັດທະນະທຳທາງໃຕ້ ເຊິ່ງເຮົາຮຽກວ່າວັດທະນະທຳ ສີໂຄດຈັນທະບູຣີ ຮ່ວມສະໄໝກັບວັດທະນະທຳອັງກໍຣ໌. 

- ນອກຈາກນັ້ນ ເຮົາກໍພົບເຮືອນແບບວັດທະນະທຳລາວບູຮານ 1 ຫຼັງ, ເຮືອນທັງສອງຫຼັງນີ້ ແບບດຽວກັບ ເຮືອນວັດທະນະທຳລາວ ທີ່ຫາເບິ່ງໄດ້ຍາກ ເພາະເຮືອນແບບນີ້ເຊົານິຍົມສ້າງແລ້ວ, ບໍ່ສະເພາະແຕ່ຮູບເຮືອນ ທັງວິທິການສ້າງ ແລະເຕັກນິກນັ້ນກໍເໝືອນກັນ, ເຖິງວ່າເຮືອນໃນມາເລເຊັຍທີ່ຈຳລອງມາ ສ້າງໃໝ່ ມັນກໍສ້າງດ້ວຍ ແບບວິທີເກົ່າທັງໝົດ, ຂ້າພະເຈົ້ານຶກເຫັນສອງເລື່ອງ ຄື ນຶກເຫັນເຮືອນພໍໍ່ເຖົ້າຂອງຂ້າພະເຈົ້າ ທີ່ບ້ານດອນຂະເໝົາ ມີການປຸກ ແລະໃສ່ລວດລາຍແບບດຽວກັນກັບທີ່ມາເລນີເລີຍ ຕ່າງແຕ່ເຮືອນທີ່ມາເລເປັນແບບເຮືອນດ່ຽວ ແຕ່ເຮືອນຂອງພໍ່ເຖົ້າເປັນເຮືອນແຝດ ມຸງດ້ວຍໄມ້  ເຊິ່ງຜູ້ຂຽນກໍເຄີຍຢູ່ ແລະເຄີຍນອນກ່ອນ ທີ່ຈະ ຕົກທອດເປັນມໍລະດົດຂອງປ້າ ເອື້ອຍແມ່ຂອງຜູ້ຂຽນ ທີ່ມາເລເຊັຍມີສອງຫຼັງ ມຸງດ້ວຍໄມ້ ແລະມຸງດ້ວຍໃບຈາກ, ທີ່ດອນຂະເໝົາສະໄໝຍັງນ້ອຍນັ້ນ ບໍ່ແມ່ນສະເພາະ ເຮືອນຂອງພໍ່ເຖົ້າຜູ້ຂຽນເທົ່ານັ້ນ ເຮືອນຂອງຄົນອື່ນໆກໍມີລັກສະນະຄ້າຍເຊັ່ນນີ້ ມີລວດລາຍໃສ່ຄັກແນ່ ບາງເຮືອນກໍບໍ່ມີລວດລາຍທັງຫຼັງ ແຕ່ມີແຕ່ແຈເຮືອນ ໂດຍອີງຕາມຖານະເຈົ້າຂອງເຮືອນ ທີ່ມາເລເຊັຍ ເຂົາຄົງຈຳລອງ ເອົາເຮືອນທີ່ມີແບບສົມບູນທີ່ສຸດມາໄວ້.


- ສິ່ງທີ່ຂ້າພະເຈົ້າງຶດອັນໜຶ່ງ ຄື ປະຕູເຮືອນນັ້ນ ມີທັງໄຂ-ອັດ ຖືວ່າເປັນແບບທຳມະດາ ທີ່ໃດກໍມີ ແຕ່ວ່າ ທີ່ມາເລເຊັຍເຫັນແບບ ຊູດເລື່ອນ ເຊິ່ງເຮືອນຂອງພໍ່ເຖົ້າຂ້າພະເຈົ້າກໍເປັນແບບດຽວກັນນີ້ ງຶດກົງທີ່ວ່າມາເລ ເຊັຍກັບລາວສະໄໝນັ້ນ ມັນໄກກັນເຫຼືອເກີນ ເຫດໃດວັດທະນະທະທຳແບບນີ້ມັນຈຶ່ງເໝືອນກັນໄດ້ ລາວເຮົານີ້ ຢາກສົມຄວນທີ່ຈະລົງໄປມາເລເຊັຍໃນສະໄໝນັ້ນໄດ້ງ່າຍໆ ການຂ່າວການຄາວ ຄົມມະນາຄົມມັນຍຸ້ງຍາກພຽງໃດ ຫາກປັດຈຸບັນນີ້ ຜູ້ຂຽນບໍ່ງຶດແນ່ນອນ ເພາະຊາວໂລກດຽວນີ້ ເຂົາໃຊ້ພ້າດວງດຽວກັນ ກິນເຂົ້າຄົວດຽວກັນ, ແຕ່ເມື່ອກ່ອນນັັບແຕ່ 100 ປີກັບຫຼັງນັ້ນ ຍາກທີ່ມະນຸດຈະໄປມາຫາສູກັນ ແລະຖ່າຍທອດຄວາມຮູ້ສູ່ກັນໄດ້, ອັນນີ້ຂ້າພະເຈົ້າຈຶ່ງສະຫຼຸບວ່າ "ມະນຸດນັ້ນ ມີວິວັດທະນາການທາງຄວາມຄິດເໝືອນກັນ ຄວາມຄິດຄວາມຝັນຂອງມະນຸດນັ້ນແມ່ນເໝືອນກັນ, ມີຄວາມຄິດຫຼາຍຄວາມຄິດບໍ່ໄດ້ຖ່າຍທອດຈາກກັນ ແລະມີຄວາມຫຄິດຫຼາຍຄວາມຄິດໄດ້ທ່າຍທອດຈາກກັນ ຫາກສັງຄົມນັ້ນ ມີການພົວພັນກັນ" ເຮືອນຍົກພື້ນນີ້ ເຮົາເຂົ້າໃຈແຕ່ເປັນແຕ່ເຮືອນຄົນລາວເທົ່ານັ້ນ ເພາະເມື່ອ 666 ກວ່າປີ ພຣະເຈົ້າຟ້າງຸ່ມປະກາດວ່າ "ຢູ່ເຮືອນຮ້ານ ກິນເຂົ້າໜຽວ ຄ້ຽວປາແດກ ເປົ່າແຄນແມ່ນລາວ".


- ແລ້ວຖ້າເປັນເຊັ່ນນັ້ນ ຄົນມາເລເຊັນນັ້ນ ສ່ວນໜຶ່ງຕ້ອງມີວິວັດທະນາການມາຈາກລາວດິນແດນລາວ ຫຼືດິນແດນ ທີ່ເປັນແຜ່ນດິນໃຫຍ່ສຸວັນນະພູມແນ່ນອນ ແຕ່ຫາກເປັນການຍ້າຍໄປກ່ອນພຣະເຈົ້າ ຟ້າງຸ່ມ ຈະມາສະຖາປານາເມືອງຊວາໃຫ້ເປັນອານາຈັກລ້ານຊ້າງ.


- ນີ້ຄືຫຼັກຖານທີ່ເປັນວັດຖຸ ທີ່ຂ້າພະເຈົ້າພົບໃນມາເລເຊັຍ ອັນທີສອງກໍແມ່ນພົບທາງພາສາ ແລະກ່ຽວເນື່ອງກັບ ວັດທະນະທຳ.


- ວັດທະນະທຳລາວ ຍິງນຸ່ງສິ້ນ, ຊາຍນຸ່ງສະໂຣ່ງ ແລະຜ້າຫາງອື່ນໆ, ສ່ວນຜ້າສະໂຣ່ງນັ້ນສຳລັບຊາຍລາວ ຫາເບິ່ງໄດ້ຍາກແລ້ວ ຫາກຢາກເບິ່ງການນຸ່ງສະໂຣ່ງຕ້ອງໄປພະມ້າ, ຂະເໝນ, ວຽດນາມໃຕ້, ຊຽງຮຸ່ງ, ມາເລ ອິນໂດເນເຊັຍ, ສຳລັບສິ້ນນີ້ ຫາເບິ່ງໄດ້ງ່າຍໆ ເພາະຄົນລາວນຸ່ງສິ້ນທັງນັ້ນ ແຕ່ການນຸ່ງສິ້ນຂອງຄົນລາວ ມີຫຼາຍແບບອີງຕາມສົນຊາດຊົນເຜົ່າ ແຕ່ເປັນໜ້າເສັຍດາຍ ກະຊວງວັດທະນະທຳລາວ ຫຼືນັກວິຊາການລາວ ກຳນົດສິ້ນລາວແບບຕາຍໂຕໂພດ ຄື "ສິ້ນລາວຕ້ອງມີຫົວ ແລະມີຕີນ" ຫາກກຳນົດເຊັ່ນນີ້ ເປັນການຕັດຂາດ ວັດທະນະທຳສິ້ນ ທີ່ມີຄວາມຫຼາກຫຼາຍໃນສັງຄົມລາວລົງ, ບໍ່ແຕ່ສະເພາະທຳລາຍວັດທະນະທຳການນຸ່ງຖື ເທົ່ານັ້ນ ທັງຍັງທຳລາຍວັດທະນະທຳການຜະລິດລົງອີກ ເພາະຄົນຈະບໍ່ໃຊ້ ສິ້ນແບບທີ່ບໍ່ມີຕີນມີຫົວ ຫາກບໍ່ມີການຊົມໃຊ້ ສິ້ນມີ່ ລາຍຍ້ອມ ອາດຈະສູນພັນໄປໄດ້ ຍັງເຫຼືອແຕ່ສິ້ນທີ່ເປັນລາຍເກັບ ລາຍຂິກ, ເຊັ່ນດຽວກັບສິ້ນແບບບາຕິກ ໃນລາວເຮົາບໍ່ເຫັນມີການຜະລິດ ແຕ່ມີນຸ່ງເພາະມັນນຸ່ງງ່າຍ ສິ້ນນັ້ນມາຈາກໃສ ກໍຊື້ມາຈາກນອກປະເທດນັ້ນເອງ, ຄວາມຈິງສິ້ນບາຕິກນັ້ນ ກ່ອນໜ້າໜີຫຼາຍຮ້ອຍປີຄົງມີ ແຕ່ວ່າວັດທະນະທຳ ເຮົາມັນຂາຍຫາຍ ເພາະຄົນລາວກວດຕ້ອນລົງໄປໃຕ້(ດິນໄທຍ໌) ເມື່ອເກືອນ 300 ປີເປັນຕົ້ນມາ, ເຫດຜົນ ເພາະເຮົາພົບຫຼັກຖານການນຸ່ງສິນແບບບາຕິກ ເຊິ່ງເຮົາຮຽກວ່າ "ສິ້ນແຕ້ມ" ໃນພາສາລາວເຮົາ ໃນຊຸມຊົນ ໄຕລື້ ໄຕ ດຳ ໄຕແດງ ແລະພວກຈ້ວງ ໃນພາກເໜືອຂອງວຽດນາມກໍປະກົດມີ.

- ສະຫຼຸບໃຫ້ເຫັນວ່າ ວັດຖຸສິ່ງໃດ ບໍ່ຊົມໃຊ້ວັດຖຸສິ່ງນັ້ນບໍ່ພັດທະນາ, ທຸກສິ່ງທຸກຢ່າງກໍເຊັ່ນດຽວກັນ, ອັນນີ້ມັນກົງກັບ ທິດສະດີຂອງມາກ-ເລນິນວ່າ "ວັດຖຸເກີດຈາກການເຄື່ອນເໜັງຂອງແຮງງານ".

- ເມື່ອເຮົາເຂົ້າໃຈຫຼັກຖານທັງສອງແລ້ວ ເຮົາມາເຂົ້າໃຈກັບຄຳວ່າ "ສິ້ນແຕ້ມ" ກັບບາຕິກ ເປັນວັດຖຸອັນດຽວກັນ ເປັນຫຍັງຈຶ່ງມີຊືຕ່າງກັນ, ແລະຄຳວ່າ "ສະໂຣ່ງ" ທັງລາວທັງມາເລເວົ້າຄືກັນອ້ອຍຕ້ອຍ.

- ຄຳວ່າບາຕິກ "BATIK" ໃນພາສາມາເລ ບາງຄັ້ງກໍອອກສຽງວ່າ "ບາເຕ໊ະ" ຄຳວ່າ "ຕິກ" ນັ້ນໝາຍເຖິງຈຸດ, ຫຼືແຕ້ມ, ຫຼືມີຄວາມໝາຍວ່າ "ຈຸດນ້ອຍໆ ຫຼືນ້ອຍໆ" ໂດຍຂັ້ນຕອນທີ່ທຳນັ້ນ ເຂົາເອົາແພມາວາງໄວ້ແລ້ວ ເອົານໍ້າໄຂ ຫຼືທຽນໄປແຕ້ມໆເປັນລວດລາຍເປັນຈຸດໆໆໄວ້ນ້ອຍໆ ໃຫຍ່ໆຕາມລວຍລາຍ ແລ້ວກໍເອົາສີໄປແຕ້ມ ຫາກທີ່ຈຸດທີ່ມີໄຂ ຫຼືທຽນແຕ້ມໄວ້ນຳ້ສີຈະບໍ່ຊິມເຂົ້າເນື້ອຜ້າ, ເມື່ອເອົາໄປຕາກແດດຈົນສີແຫ້ງ ແລ້ວກໍເອົາມາຕົ້ມອີກຄັ້ງໜຶ່ງ ໄຂຈະລາຍລາຍໄປເຫຼືອແຕ່ເນື້ອຜ້າທີ່ງົດງາມ, ດຽວນີ້ເຂົາບໍ່ແຕ້ມ ເຂົາຈະພິມເອົາ.

- ທີ່ມັນກ່ຽວກັບພາສາ ຄຳວ່າ "ຕິກ" ໃນພາສາລາວເຮົາກໍນໍາມາໃຊ້ຫຼາຍ ເຊັ່ນ ຈຸດ, ຕິກ, ຈ້ຳ, ໝາຍຄວາມວ່າ ແຕ້ມລົງໃຫ້ເປັນຈຸດນ້ອຍຕາມກຳນົດ, ກໍໝາຍເຖິງແຕ້ມນັ້ນເອງ ດ້ວຍເຫດນັ້ນ ລາວເຮົາຈຶ່ງຮຽກວ່າ "ສິ້ນແຕ້ມ".

- ອັນໜຶ່ງ ໃນພາສາລາວເຮົາກໍມັກເວົ້າວ່າ "ໄປຕິກ" ຄືຄົນໄປບໍ່ຢູ່ບໍ່ເຊົານັ້ນ ຄືໄປຕິກ ໝາຍເຖິງໄປເລື້ອຍໆ ສ່ວນຂະເໝນກໍເວົ້າວ່າ "ໂກຕິກ" ແປວ່າໄປເລື້ອຍໆ ຫຼື "ຕິກ" ແປວ່າ ເລື້ອຍໆ.

- ສ່ວນວ່າສະໂຣ່ງ ອອກສຽງສະໂຣ້ງ, ທັງລາວ ແລະທັງມາເລ ແລະຄົນໃນພູມີພາກອາຊີໃຊ້ຮຽກເໝືອນກັນ ສະນັ້ນຄຳວ່າ "ສະໂຣ່ງ" ທັງວັດຖຸ ແລະພາສາ ເປັນວັດທະນະທຳລາວບູຮານ ທີ່ສືບທອດມາຈາກພາສາ ຂອງຊາວອາຊີທັງໝົດ.

- ແຕ່ເປັນໜ້າເສັຍດາຍ ດຽວນີ້ ຄົນລາວລືມຜ້ານີ້ໄປແລ້ວ ຍັງເຫຼືອຄົນນຸ່ງບໍ່ຫຼາຍປານໃດ ວັດທະນະທຳການ ເຮັດຜ້າສະໂຣ່ງ ອາດຊິຂາດຫາຍໄປ ຫຼືຂາດຫາຍໄປແລ້ວຈາກເມືອງລາວ, ພ້ອມໆກັບພາສາກໍຈະຫາຍໄປ ເໝືອນກັນ ເພາະດຽວນີ້ ຍ້ອນສະພາບການປ່ຽນແປງທາງອັກສອນ ພາສາກໍປ່ຽນແປງໄປນໍາ ເຊັ່ນ ຄົນດຽວນີ້ ຂຽນວ່າ "ຜ້າສະລົງ, ຜ້າສະຫຼົ້ງ, ຜ້າສະໂຫຼ້ງ, ຜ້າສະລົງ, ຜ້າສະລົ້ງ" ແຕກຕ່າງກັນໄປໂດຍບໍເອກະພາບ, ຜ້າສະຫຼົ້ງ ທີ່ພຣະສົງສາມະເນນນຸ່ງ ເຂົາຮຽກວ່າ "ຜ້າສະບົງ" ນັ້ນແລ.
(ເບິ່ງພາບປະກອບ)

วันอาทิตย์ที่ 22 เมษายน พ.ศ. 2555

ອິໂຕນຊາດ ພາສາລາວ

- ຫຼັງ­ຈາກ­ໄດ້ອ່ານ­ບົດ­ຄວາມ ກ່ຽວ­ກັບ­ພາສາລາວ ທາງ­ໜັງ­ສື­ພິມ­ປະ­­ເທດ­ລາວ ໜ້າ­ທີ 3 ວັນ­ທີ 18/04/2012­ ເຊິ່ງ­ເປັນ­ຜົນງານການ­ຂຽນ­ຂອງ ສົມ­ນິດ ວັນ­ຄໍາ ­ໃນ­ຫົວ­ຂໍ້ວ່າ "ພວກ­ເຮົາ­ເປັນ­ຄົນ­ລາວ­ຕ້ອງ­ພ້ອມ­ກັນ­ເວົ້າ ­ແລະ­ຂຽນ ພາສາລາວ­ໃຫ້­ຖືກ ­ເພື່ອ­ປົກ­ປັກ­ຮັກ­ສາຄວາມ­ເປັນ­ລາວ­ຕະ­ຫຼອດ­ໄປ"

- ຂະ­ນະ­ນັ້ນ ກໍາ­ລັງ­ປະ­ຕິບັດ­ກິດຢູ່­ປະ­­ເທດມາ­ເລ­ເຊັຍ ­ໄດ້ອ່ານ­ທາງ­ໜັງ­ສື­ພິມອອນ­ລາຍ­ທີ່­ເປັນ pdf ອ່ານ­ຫົວ­ຂໍ້­ເລື່ອງ­ແລ້ວ ­ເຮັດ­ໃຫ້­ຊື່ນ­ອົກ­ຊື່ນ­ໃຈ­ໃນ­ຫົວ­ຂໍ້­ເລື່ອງ­ຢ່າງບອກ­ບໍ່­ໄດ້ວ່າ ມັນ­ມີ­ຄວາມ­ພາກ­ພູມ­ໃຈຂະ­ໜາດ­ໃດ, ­ເພາະ­ຫົວ­ຂໍ້­ຂອງ­ເລື່ອງ­ມັນ­ເປັນ­ສາລະ­ປະ­­ໂຫຍດ­ທີ່ຍິ່ງ­ໃຫຍ່­ເໜືອ ກວ່າຄວາມ­ວ່າ­ຮັກ­ຊາດ ຮັກ­ພາສາ­ນັ້ນ­ອີກ, ­ແຕ່­ເມື່ອມາ­ອ່ານ­ເບິ່ງ­ເນື້ອ­ເລື່ອງ­ແລ້ວ ຄວາມ­ເສົ້າ­ໃຈ­ກັບມາ­ແທນ­ທີ່ ມອງ­ບໍ່­ເຫັນ­ເປັນ­ຮູບ­ປະ­ທໍາ­ເລີຍ­ວ່າ ຫົວ­ເລື່ອງ­ກັບ­ເນື້ອ­ເລື່ອງ ມັນຈະ­ສອດ­ຄ່ອງ­ກັນ ມັນ­ກັບ­ສວນ­ທາງ­ກັນ­ຮ້າຍກ­ວ່າ­ລົດ­ໄຟລອຍ­ຟ້າກາງນະ­ຄອນ­ເຄ­ເອ­ລ­(ກົວລາລັມເປີ)ນັ້ນ ລົດ­ໄຟລອຍ­ຟ້າກາງນະ­ຄອນ­ເຄ­ເອ­ລ­ ນັ້ນ ມັນ­ສວນ­ທາງ­ກັນ­ທຸກ­ຫ້ານາ­ທີ ­ແຕ່ມັນ­ກໍບໍ່­ຕໍາ­ກັນ­ແມ່ນ­ໜ້ອຍດຽວ ­ແຕ່­ລົດ­ໄຟລອຍ­ຟ້າ­ນັ້ນ­ມັນ­ພັດ­ຕ່າງ­ກັບ­ບົດ­ຄວາມ­ເລື່ອງ­ພາສາຂອງ ສົມ­ນິດ ວັນ­ຄໍາ ສວນ­ທາງ ­ແລະ­ຕໍາ­ກັນ ຈົນມອງ­ເຫັນ­ຈຸດ­ພັງ­ ທະ­ລາຍ­ຂອງ­ພາສາລາວ­ໃນອະ­ນາ­ຄົດ­ຢ່າງ­ໜ້າ­ສັງ­ເວດ­ເພດ­ທະ­ນາ­ໃນ­ຊະ­ຕາ­ກໍາຂອງ­ຊາດ­ລາວ.

- ຊາດ­ລາວ ກໍຄື­ຊາດ­ໃດໆ­­ໃນ­ໂລກ ກໍຕົກ­ຢູ່­ໃນ­ຊະ­ຕາ­ກໍາດຽວ­ກັນ ຄືກາຍ­ເປັນ­ຫົວ­ເມືອງ­ຂຶ້ນ­ຂອງ­ຊາດ­ອື່ນ­ ທີ່­ແຂງ­ແຮງກ­ວ່າ ມາ­ໄລຍະ­ປັດ­ຈຸບັນ­ບັນດາ ຊາດ­ທີ່ອ່ອນ­ດ້ອຍກ­ວ່າ ກໍາ­ລັງ­ຕົກ­ເປັນ­ຫົວ­ເມືອງ­ຂຶ້ນ­ທາງ­ວັດ­ທະ­ນະ­ທໍາຂອງ­ຊາດ­ອື່ນ­ ທີ່­ເຂັ້ມ­ແຂງກ­ວ່າ ສະ­ນັ້ນ­ພະ­ນະ­ທ່ານ ປະ­ທານ­ໄກ­ສອນ ພົມ­ວິ­ຫານ ຈຶ່ງ­ຝາກ­ສຸນ­ທອນ­ພົດ­ນີ­ໄວ້ວ່າ "­ເສັຍ­ພາສາ­ເໝືອນ­ເສັຍ­ຊາດ" ຈາກ­ວັນ­ນັ້ນ­ເຖິງ­ວັນ­ນີ້ ບໍ່­ເຫັນ­ມີ­ໃຜ­ສົນ­ໃຈ­ຄໍາ­ນີ້ ­ແລະ­­ເອົາ­ຄໍາ­ນີ້ມາ­ຜັນ­ຂະ­ຫາຍ­ໃຫ້­ເປັນ­ຮູປະ­ທໍາ ­ແຖມ­ຍັງ­ທໍາ­ໃຫ້ສຸນ­ທອນ­ພົດ­ອັນ­ປະ­­ເສີດ­ນັ້ນກາຍ­ເປັນ­ຄວາມ­ຈິງ­ຂຶ້ນມາ­ໄດ້­ໃນ­ທາງ­ລົບອີກ­ດ້ວຍ ປະ­­ເທດ­ລາວ­ເຮົາ­ເກືອບ­ເສັຍ­ຊາດມາ­ແລ້ວ­ຄັ້ງ­ໜຶ່ງ ­ເພາະ­ຝ­ຣັ່ງ ­ແລະ­ຄົນ­ລາວບາງ­ກຸ່ມ ຢາກ­ຈະ­­ເອົາ­ອັກ­ສອນ­ໂລ­ມັນມາຂຽນ­ຄໍາລາວ ­ແທນ­ອັກ­ສອນ­ລາວ ຫາກ­ເຂົາ­ທໍາ­ໄດ້­ພາສາລາວອາດ­ຈະ­ປ່ຽນ­ທັງສຽງ ­ແລະ­ປ່ຽນ­ທັງ­ຮູບ­ແຕ່ບັດ­ນັ້ນ­ເປັນ­ຕົ້ນມາ, ­ແຕ່­ເປັນ­ໜ້າພາກ­ພູມ­ໃຈ ທີ່ບັນ­ພະ­ບູລຸດ­ລາວ ອັນ­ມີ­ຄະ­ນະ­ພຣະ­ສົງ­ທົ່ວ­ປະ­­ເທດ ພ້ອມ­ທັງ­ສະ­­ເດັດ­ເຈົ້າ­ເພັດ­ຊະ­ລາດ ­ແລະ­ສົມ­ເດັດ­ອັກ­ຄະ­ມະ­ຫາ­ບັນ­ດິດ­ລູກ­ແກ້ວ(ຄູນ ມະ­ນີວົງ)ອົງ­ສັງ­ຄະ­ນາ­ຍົກ­ເປັນ­ແກ່ນ­ນໍາ­ໃນການ­ປົກ­ປ້ອງ­ພາສາ ລາວ­ໄວ້­ ໄດ້­ຈົນມາ­ບັດ­ນີ້ ­ແຕ່ກໍໜ້າ­ສີດາຍ ທີ່­ລູກ­ຫຼານ­ລາວ­ເຮົາ­ກໍາ­ລັງ­ຈະ­ທໍາລາຍ­ພາສາລາວ ດ້ວຍການ­ບໍ່­ຮູ້­ເຖິງການ­ຂະ­ໜາດ­ນີ້.

- ດັ່ງ­ທີ່ບອກ­ແລ້ວ ຂະ­ນະ­ນັ້ນ­ຂ້າພະ­­ເຈົ້າ­ກໍາ­ລັງ­ຢູ່­ປະ­ຕິບັດ­ກິດ­ທີ່­ປະ­­ເທດມະ­­ເລ­ເຊັຍ ­ເຊິ່ງ­ເປັນ­ປະ­­ເທດ­ມຸດ­ສະ­ລິມ ­ເຊິ່ງ­ໃຜໆ­ກໍ­ເຂົ້າ­ໃຈ­ວ່າປະ­­ເທດ­ມຸດ­ສະ­ລິມ­ເປັນ­ຕາ­ຢ້ານ, ບາດ­ຜູ້­ຂຽນ­ໄປ­ເບິ່ງ­ແລ້ວ ­ເຫັນ­ວ່າປະ­­ເທດມາ­ເລ­ເຊັຍ ­ເປັນ­ປະ­­ເທດ­ມຸດ­ສະ­ລິມ ທີ່ມີ­ຄວາມ­ເປັນ­ເອກະ­ລາດ ­ແລະ­­ເປັນ­ປຶກ­ແຜ່ນມີ­ຄວາມ­ສາ­ມັກ­ຄີ­ຂອງ­ຄົນ­ໃນ­ຊາດ­ໄດ້ ລະ­ດັບ­ໜຶ່ງ ນັບ­ແຕ່ຍ່າງ­ເຂົ້າ­ໄປ­ໃນກາງນະ­ຄອນ­ກົວ­ລາ­ລໍາ­ເປີວັນ­ແຮກ ຜູ້­ຂຽນ ອອກ­ປາກ­ເລີຍ­ວ່າ ຕໍ່­ໄປ­ໃນອະ­ນາ­ຄົດ ປະ­­ເທດມາ­ເລ­ເຊັຍຈະ­ກາຍ­ເປັນ­ຜູ້ນໍາ ສໍາ­ຄັນ­ຂອງ­ບັນດາປະ­­ ເທດ­ອາ­ຊີ­ຕາ­ເວັນອອກ­ສ່ຽງ­ໃຕ້ນີ້ ­ເພາະ­­ເຫດ­ໃດ ກໍ­ເພາະ­ຊັບ­ພະ­ຍາກອນ­ທໍາມະ­ຊາດ ­ແລະ­ຊັບ­ພະ­ຍາ ກອນມະ­ນຸດ­ເຂົາ­ອຸດົມ­ສົມ­ບູນ.

- ອັນ­ທີ່­ຂ້າພະ­­ເຈົ້າ­ເຫັນ­ຄວາມ­ຈິງນອກ­ຈາກ­ນັ້ນ­ອັນ ຄື 1. ຄວາມ­ສະ­ຫງົບ, 2. ຄວາມ­ສະ­ມັກຄີ ­ເປັນ­ນໍ້າ­ໜຶ່ງ­ໃຈດຽວ­ກັນ ­ແລະ­ອັນ­ທີ 3. ຄື­ເຫັນ­ວິ­ໄສ­ທັດ­ອັນ­ຈະ­­ແຈ້ງ ທີ່ມອງ­ໄປ­ຂ້າງ­ໜ້າ­ຢ່າງ­ສະ­ຫວ່າງ­ສະ­­ໄຫວ­ຂອງ­ປະ­ຊາ­ຊົນ ­ແລະ­ການ­ນໍາຂອງ­ຊາວມາ­ເລ­ເຊັຍ.

- ປະ­­ເທດມາ­ເລ­ເຊັຍ ­ເປັນ­ປະ­­ເທດ­ໜຶ່ງ ທີ່ມີ­ຊະ­ຕາ­ກໍາ­ແບບດຽວ­ກັບ­ລາວ ຄື ຕົກ­ເປັນ­ຫົວ­ເມືອງ­ຂຶ້ນ­ຂອງ­ບັນດາປະ­­ເທດ­ລ່າ­ຫົວ­ເມືອງ­ຂຶ້ນ ­ເໝືອນ­ກັບ­ລາວ, ປາ­ກົດ­ວ່າຈະ­ຍາວນານ ­ໜັກໜ່ວງ ແລະ­ຫຼາຍ­ຊາດ ກວ່າລາວ­ດ້ວຍ­ຊໍ້າ ຄື ­ໄລຍະ­ສາມ­ຮ້ອຍ­ປີ­ຄືນ­ຫຼັງມາ­ເລ­ເຊັຍ­ເປັນ­ຫົວ­ເມືອງ­ຂຶ້ນ­ຂອງ­ປະ­­ເທດ­ປ໊ອກ­ຕຸຍການ ­ໃນ­ໄລຍະ­ຮ້ອຍກ­ວ່າ­ປີ­ຜ່ານມາ­ຕົກ­ເປັນ­ຫົວ ­ເມືອງ­ຂຶ້ນ­ຂອງ­ອັງ­ກິດ­ຢູ່­ຫຼາຍ­ປີ, ທີ່­ໜັກ­ໄປກ­ວ່າ­ນັ້ນ ປະ­­ເທດມາ­ເລ­ເຊັຍ­ຍັງ­ເຕັມ­ໄປ­ດ້ວຍ­ບັນດາ­ຊົນ­ຊາດຕ່າງ­ໆຊາດ ຕ່າງ­ພາສາ ຕ່າງ­ສາສະ­ໜາຈາກ­ທັງ­ຈີນ, ທັງ­ອິນ­ເດັຍ ­ເຮັດ­ໃຫ້ມາ­ເລ­ເຊັຍ ມີ­ພາສາ­ເວົ້າ­ໃຫຍ່ໆ­ ນອກ­ຈາກ­ພາສາມາລາຢາ­ເອງ­ແລ້ວ ຍັງ­ມີ­ພາສາ­ປ໊ອກ­ຕຸຍການ, ຈີນ ­ແລະ­ຮິນ­ດີອີກ ສໍາ­ລັບ­ພາສາມາລາຢາ­ເອງ ກ່າວ­ກັນ­ວ່າ­ເກືອບ­ສູນ­ເຊື້ອ­ໄປ ­ເພາະ­ຄົນມາລາ­ຢູ່­ສ່ວນ­ໃຫຍ່­ໄດ້­ເວົ້າພາສາ­ອັງ­ກິດ­ແທນ ­ໃນ­ລະ­ບົບ­ທາງການ ­ການສຶກສາ ແລະ­ຊຸູມ­ຊົນ ­ແຕ່­ເມື່ອ­ສະ­ຫະ­ພັນມາລາ­ຢູ­ໄດ້­ຮັບ­ເອກະ­ລາດ­ແລ້ວ ພວກ­ເຂົາ­ກໍຟື້ນ­ຟູພາສາມາລາ­ຢູ່­ຄືນ­ໃໝ່ ­ແຕ່ວ່າ­ມັນກະ­­ເປັນ­ໄປ­ໄດ້ຍາກ ທີ່­ຈະ­­ໃຫ້­ຄົນມາ­ເລ­ເຊັຍ ­ເວົ້າພາສາມາ­ເລ­ຢ່າງດຽວ ­ເພາະ­ຊາວ­ຈີນ­ພົ້ນ­ທະ­­ເລ­ໃນ ມາລາຢາ­ນັ້ນ ­ເປັນ­ຊົນ­ຊາດ­ໃຫຍ່ ­ແລະ­­ເຂັ້ມ­ແຂງ­ກໍາ­ອໍານາດ­ທາງ­ເສດ­ຖະ­ກິດ ການ­ເມືອງ ສັງ­ຄົມ, ນອກ­ ຈາກ­ນັ້ນ ຄົນ­ອິນ­ເດັຍ­ເອງ­ກໍ­ເວົ້າ­ທັງ­ພາສາ­ຮີນ­ດີ ­ແລະ­ພາສາ­ອັງ­ກິດ ຈຶ່ງ­ເປັນການຍາກ ທີ່­ຈະ­ພັດ­ທະ­ນາ ພາສາມາ­ເລ­ໄດ້.

- ­ແຕ່ມາຮອດ­ວັນ­ນີ້ ຄົນມາ­ເລ­ເຊັຍ­ເກືອບ 80 ສ່ວນ­ຮ້ອຍ­ຂອງ­ປະ­­ເທດ­ເວົ້າພາສາ­ໄດ້­ເຖິງ­ສາມ­ພາສາ ຄື ພາສາມາລາ­ຢູ, ພາສາ­ຈີນ ­ແລະ­ພາສາ­ອັງ­ກິດ ­ໃນ­ວົງການ­ທຸລະ­ກິດການ­ຄ້າ ­ເທົ່າ­ທີ່­ຜູ້­ຂຽນ­ສັງ­ເກດ­ເຫັນ­ໃນມາ­ເລ­ເຊັຍ­ນັ້ນ ພາສາ­ອັງ­ກິດ ­ແລະ­ພາສາ­ຈີນ­ຮູ້­ສຶກ­ວ່າ ຈະ­­ເປັນ­ສິ່ງ­ສໍາ­ຄັນ­ໃນການ­ດໍາ­ລົງ­ຊີວິດ­ຂອງ­ພວກ­ເຂົາ, ຂ້າພະ­­ເຈົ້່າ ­ໄດ້­ຖືກ­ນໍາ­ທ່ຽວ­ໂດຍ­ຄົນມາ­ເລ­ເຊື້ອ­ສາຍ­ຈີນ ­ໄປ­ໃນ­ແຫຼ່ງການ­ຄ້າ ­ແລະ­ວັດ­ທະ­ນະ­ທໍາ ຂອງມາ­ເລ­ນັ້ນ ­ເຫັນ­ໄດ້ວ່າຄົນມາ­ເລ ­ເຂົາ­ໃຊ້­ພາສາ­ອັງ­ກິດ ­ແລະ­ພາສາ­ຈີນ­ເປັນ­ພາສາຫຼັກ­ໃນການ­ສື່­ສານ ຮູ້­ສຶກ­ວ່າສອງ­ພາສາ­ນີ້­ຈະ­­ໃຊ້­ໄດ້­ປົນ­ກັນ­ຢ່າງ­ລົງ­ຕົວ ­ແລະ­ບໍ່ມີການ­ຕິ­ສິນ­ນິນ­ທາ­ກັນ­ແຕ່­ຢ່າງ­ໃດ­ເລີຍ ບາງ­ຄັ້ງ­ຍັງ­ເຫັນ­ຄົນມາ­ເລ­ທັງ­ເຊື້ອ­ສາຍ­ຈີນ, ­ເຊື້ອ­ສາຍມາ­ເລ ­ແລະ­­ເຊື້ອ­ສາຍ­ອິນ­ເດັຍ­ເວົ້າ­ກັນ­ທັງ­ສອງ ຫຼື­ສາມ­ພາສາ­ປົນ­ກັນ­ຢູ່­ຢ່າງ­ນັ້ນ ອັນ­ນີ້­ຄື­ຄວາມ­ຫຼາກ­ຫຼາຍ ຂອງ­ແຫຼ່ງ­ວັດ­ທະ­ນະ­ທໍາ­ທີ່­ຢູ່ດ້ວຍ­ກັນ­ຢ່າງ­ລົງ­ຕົວ.

- ທີ່­ເຫັນ­ໄດ້ອັນ­ຈະ­­ແຈ້ງ­ອີກ­ຢ່າງ­ໜຶ່ງ ຄື­ໃນ­ສັງ­ຄົມ­ສ່ວນກາງ­ນັ້ນ ­ເຂົາຈະ­­ເວົ້າພາ­ອັງ­ກິດ­ເປັນ­ສື່ກາງ ອັນ­ນີ້ ມັນ­ບໍ່­ສະ­­ເພາະ­ອໍານວຍ­ຜົນ­ໃຫ້­ແກ່­ຄົນມາ­ເລ­ເຊັຍ­ເທົ່າ­ນັ້ນ ­ແຕ່ມັນ­ຍັງ­ອໍານວຍ­ຜົນ­ໃຫ້­ແກ່­ຄົນ­ຕ່າງ­ປະ­­ເທດ ທີ່­ເວົ້າພາ­ອັງ­ກິດ ຫຼື­ພາສາ­ຈີນ­ໄດ້ອີກ­ດ້ວຍ ຈຶ່ງ­ທວາຍ­ວ່າ­ໃນອະ­ນາ­ຄົດມາ­ເລ­ເຊັຍ­ຈະ­­ເປັນ­ຜູ້ນໍາທາງ­ດ້ານ­ເສດ­ຖະ­ກິດ ເປັນຫຼັກ­ ແລະ­ສໍາ­ຄັນ­ຂອງ­ກຸ່ມ­ອາຊຽນ ­ເພາະ­ວ່າ­ຄົນມາ­ເລ­ເຊັຍ­ທຸກໆ­ຄົນ ­ເມື່ອ­ຫັນ­ໜ້າ­ໃສ່­ຄົນ­ທີ່­ເວົ້າພາາ­ຈີນ ­ເຂົາ­ກໍ­ເວົ້າ­ກັນ­ເຂົ້າ­ໃຈ­ຢ່າງ­ເລິກ­ເຊິ່ງ ທັງ­ຮູ້­ຄວາມ­ໝາຍ ­ເມື່ອ­ເຂົາ­ຫັນ­ໜ້າ­ໃສ່­ຄົນ­ທີ່­ເວົ້າພາສາ­ອັງ­ກິດ ­ເຊິ່ງ­ອາດ­ກ່າວ­ໄດ້ວ່າ­ເປັນ­ຄົນ­ສ່ວນ­ໃຫຍ່­ຂອງ­ໂລກ­ຊໍ້າ ­ເຂົາ­ກໍສື່­ສານ­ກັນ ຢ່າງ­ເຂົ້າ­ອົກ­ເຂົ້າ­ໃຈ ­ແລ້ວ­ອໍານາດການ­ຄ້າ ການ­ທ່ອງ­ທ່ຽວ­ຕະ­ຫຼອດ­ທັງ­ເທັກ­ໂນ­ໂລ­ຍີ­ຈະ­­ໄດ້­ປະ­­ໂຫຍດ­ ແກ່­ໃຜຫຼາຍກ­ວ່າ­ກັນ ເມື່ອເວົ້າພາສາມາເລ ອັນເປັນພາສາຊາດ ພາສາທາງການພວກເຂົາກໍສາມາດ ໃຊ້ໄດ້ກັນຢ່າງທົ່ວເຖິງ.

- ຂ້າພະ­­ເຈົ້າ ປະ­ຕິບັດ­ກິດ ­ແລະ­ທ່ອງ­ທ່ຽວ­ໃນມາ­ເລ­ເຊັຍ­ພຽງ 4 ວັນ 5 ຄືນ ກໍ­ເຫັນ­ໄດ້ວ່າ ຄົນມາ­ເລ­ເຊັຍ­ໄດ້ ມີ­ຄວາມ­ພາກ­ພູມ­ໃຈ­ໃນ­ພາສາ­ທີ່­ຕົນ­ຮັບ­ຮູ້ ­ແລະ­­ໃຊ້ມັນ­ຢ່າງ­ບໍ່­ເກິະ­­ເຂີນ ­ແລະ­ອຽງ­ອາຍ.

- ຄົນມາ­ເລ­ເຊັຍ­ທຸກໆ­ຄົນ­ທີ່­ຂ້າພະ­­ເຈົ້າ­ພົບ­ເຫັນ­ ບໍ່ວ່າ­ໃນ­ຫ້າງ­ໃຫຍ່ ­ໃນ­ຊຸມ­ຊົນ­ນ້ອຍໆ­ ­ແລະ­­ໃນ­ຕະ­ຫຼາດ­ສົດ ­ໃນ­ສະ­ຖາ­ນີ­ລົດ­ໄຟ ­ແລະ­­ເດີ່ນ­ບິນ­ບໍ່­ເວັ້ນ­ແຕ່ ພໍ່­ຄ້າ­ແມ່­ຄ້າ­ເລັກໆ­ນ້ອຍໆ­ ທີ່­ຂາຍ­ໝາກ­ພິກ­ໝາກ­ເຂີອ ພະ­ນັກງານ ທໍາຄວາມ­ສະ­ອາດ­ອາຄານ­ສະ­ຖານ­ທີ່ ­ແລະ­ຮັກ­ສາ­ຫ້ອງ­ນໍ້າ ­ເຂົາ­ກໍ­ເວົ້າພາສາ­ອັງ­ກິດ, ຈີນ ­ແລະ­ມາ­ເລ­ໄດ້­ທັງ­ນັ້ນ.

- ­ເມື່ອ­ເຫັນ­ເຂົາ­ແລ້ວ ­ເຮົາ­ກໍມອງ­ເຖິງ­ເຮົາ ສໍາ­ລັບ­ຄົນ­ລາວ­ແລ້ວ ຂ້າພະ­­ເຈົ້າ­ບໍ່­ໄດ້ມຸ້ງ­ຫວັງ­ຢາກ­ໃຫ້­ຄົນ­ລາວ ຫຼື­ປະ­­ເທດ­ລາວ­ໃຊ້­ພາສາ­ຕ່າງ­ປະ­­ເທດ­ແທນ­ພາສາລາວດອກ ­ເພາະ­ພາສາລາວ­ເຮົາ­ກໍມີິ ­ແຕ່­ຫາກ­ຄົນ­ລາວ­ສ່ວນ­ໃຫຍ່ ທີ່­ໄດ້­ພາສາ­ຕ່າງ­ປະ­­ເທດ­ແລ້ວ­ກໍນັບ­ວ່າ­ເປັນ­ເລື່ອງ­ດີ ­ແຕ່­ເບື້ອງ­ຕົ້ນ­ນີ້­ຢາກ­ໃຫ້­ຄົນ­ລາວຮູ້ ­ແລະ­­ເຂົ້າ ­ໃຈພາສາຂອງ­ຕົນ­ຢ່າງ­ເລີກ­ເຊິ່ງ ບໍ່­ແມ່­ນຮູ້­ຜິວ­ເຜີນ­ພຽງ­ແຕ່­ໃຊ້­ໃນ­ຄອບ­ຄົວສັງ­ຄົມ­ໄດ້­ເທົ່າ­ນັ້ນ ກໍນັບ­ວ່າລາວ­ເຮົາ­ມີ­ຄວາມ­ເອກະ­ລາດ­ແລ້ວ.

- ­ແຕ່­ເມື່ອມາ­ເບິ່ງ­ບົດ­ຂຽນ­ຂອງ "ສົມ­ນິດ ວັນ­ຄໍາ" ­ແລ້ວ ຂ້າພະ­­ເຈົ້າມອງ­ບໍ່­ເຫັນ­ເລີຍ­ວ່າ­ຄົນ­ລາວ­ສ່ວນ­ໃຫຍ່ ທີ່­ເວົ້າພາສາລາວ­ເປັນ ­ແລະ­­ໄດ້­ທຸກໆ­ຄົນ ຈະ­­ເຂົ້າ­ໃຈພາສາຂອງ­ຕົນ­ຢ່າງ­ເຖິງ­ກົກ­ເຖິງ­ຮາກ­ໄດ້, ຫາກ­ ຄົນ­ລາວສ່ວນ­ໃຫຍ່ຍັງ­ເຂົ້າ­ໃຈພາສາລາວ ສັ້ນໆ­ ຂໍ້­ລໍ້ ­ແຂ້­ແຫຼ້­ແບບສົມ­ນິດ ວັນ­ຄໍາ ນີ້ມີ­ສ່ວນ­ຫຼາຍ ກໍ ມອງ­ເຫັນ­ໄດ້­ແລ້ວ­ວ່າພາສາລາວ­ເຮົາ ອາດ­ຈະ­­ໃຊ້ການ­ບໍ່­ໄດ້ໃນ­ລະ­ບົບ­ສັງ­ຄົມ ­ເສດ­ຖະ­ກິດ ­ແລະ­ວັດ­ທະ­ນະ­ ທໍາ­ເລີຍ­ໃນອະນາຄົດອັນບໍ່ໄກ ເພາະ­­ໃນ­ເນື້ອ­ໃນ­ຂອງບົດ­ຂຽນ­ກ່ຽວ­ກັບ­ພາສາລາວ­ຂອງ­ສົມ­ນິດ ວັນ­ຄໍາ ມີ­ ຫຼາຍ­ຄໍາ­ຖືວ່າ­ຖືກ­ຕ້ອງ ­ແລະ­ມີ­ຫຼາຍ­ຄໍາ ຖືວ່າຄາດ­ເຄື່ອນ­ທີ່­ສຸດ­ໃນ­ຄວາມ­ໝາຍ ­ແລະ­ຄຸນ­ຄ່າທາງ­ພາສາ ­ເທົ່າ­ທີ່­ເຄີຍ­ມີມາ­ໃນ­ປະ­ຫວັດ­ສາດ.

ອ່ານບົດຄວາມປະກອບ ຂອງສົມນິດ ວັນຄຳ ໃນໜ້າ 3 ໜັງສືພິມປະເທດລາວ

วันพฤหัสบดีที่ 19 เมษายน พ.ศ. 2555

ທຳ ກະທຳ ຄຳລາວແຕ່ບູຮານ

  
(ຄົນລາວປັດຈຸບັນເຂົ້າໃຈ ຕາມການແຍກຂອງຄົນໄທຍວ່າ "ທຳ" ເປັນພາສາໄທຍ໌ "ເຮັດ" ເປັນພາສາລາວ, ມີຄຳໜຶ່ງທີ່ໃຊ້ມາແລ້ວເມື່ອ 100 ປີ ຄື "ທຳໄຮ່ທຳນາ" ຄົນດຽວນີ້ ຄັນມີຄົນໃດວ່າ "ທຳໄຮ່ທຳນາ" ການແຍກທຳເປັນພາສາໄທ ແລະເຮັດເປັນພາອີສານ ຕໍ່ມາຄົນລາວໃໝ່ກໍເວົ້າຕາມເຂົາ ຫຼັກຖານເທິງນີ້ ບົງບອກວ່າ "ທຳໄຮ່ທຳນາ" ເປັນພາສາລາວແທ້ໆ)
(ຫຼັກຖານໜຶ່ງ ທີ່ບອກວ່າທຳ ເປັນພາສາລາວ ຄືທຳສັນຍາ ທີ່ເວົ້າມາແລ້ວຮ່ວມຮ້ອຍປີ, ຫຼັກຖານສອງໜ້າເຈັ້ຍເທິງນັ້ນເປັນພາສາລາວ ທີ່ບັນທຶກໂດຍຄົນລາວເຜົ່າລື້ໃນເມືອງສິງຫ໌ ແຂວງຫຼວງນຳ້ທາ)
(ຫຼັກຖານນີ້ຂຽນອັກສອນລາວ ຂຽນໃສ່ໃບລານ ທີ່ຢັ້ງຢືນວ່າ "ທຳ" ເປັນພາສາລາວ ແລະຄົນລາວໃນແຂວງອັດຕະປືໄດ້ໃຊ້ມາແລ້ວຫຼາຍຮ້ອຍປີ ໃນໜັງສືເລື່ອງກາລະເກດ ແຕ່ງເປັນກອນຍາວ ພົບທີ່ວັດບ້ານຊ້າຍ ບ້ານຊ້າຍ ເມືອງໄຊເຊດຖາ ແຂວງອັດຕະປື ຂຽນວ່າ "ຢ່າໄດ້ທຳປານາບາບເວນນຳຕ້ອງ")
(ໃນໜັງສືໃບລານສະບັບນີ້ຂຽນເປັນອັກສອນທັມລາວ, ຈາກເມືອງໂພນທອງ ແຂວງຈຳປາສັກ ເລື່ອງກາລະເກດ ເປັນບົດວັນນະຄະດີປະເພດຄຳອ່ານ ຫຼືຄຳເທດແບບລຽງຄວາມ ປາກົດຄຳວ່າ "ກະທຳ" ຢູ່ຫຼາຍ ເຊັ່ນ "ຊໍ້າກະທຳຕົວແຕ່ງຍົນ"
(ຫຼັກຖານນີ້ ເປັນອັກສອນທັມບາງຄັ້ງປະສົມອັກສອນລາວແນ່ ຂຽນໃສ່ໃບລານ ໄດ້ຈາກແຂວງສາລະວັນ ປາກົດເຫັນການໃຊ້ "ກະທຳ" ໃນນັ້ນຍັງເຫັນການໃຊ້ທຳໂດດໆ ໃນໜັງສືກາລະນັບມື້ສ້ວຍ ເຊັ່ນ "ຍິງຊາຍທັງຫຼາຍຈັກທຳ"
----------------
- ນັບແຕ່ໃນອະດີດ ປີ 1945 ເປັນຕົ້ນມາ ຈົນຮອດປົດປ່ອຍສ້າງຕັ້ງ ສປປລ ຂຶ້ນມາ, ນອກຈາກການປ່ຽນແປງອັກສອນຫຼາຍ ໂຕ ແລະປ່ຽນວິທີຂຽນແລ້ວຕາມກາລະສະໄໝແລ້ວ ເຊັ່ນ ຕັດອັກສອນ 14 ໂຕຖິ້ມ ການບໍ່ໃຊ້ອັກສອນ "ຣ" ເປັນອັກສອນ ຂອງຊາດ ທຳໃຫ້ການຂຽນອັກສອນລາວຜິດພ້ຽນໄປຫຼວງຫຼາຍ ໂດຍສະເພາະ ຄຳລາວທີ່ຂຽນແລະສະກົດດ້ວຍໂຕ "ຣ" ເຊັ່ນ ຣົດ, ຣາຄາ, ຣຽບຣຽງ ນອກຈາກມີຜົນກະທົບໂດຍກົງແລ້ວ ຍັງມີຜົນກະທົບໂດຍອ້ອມອີກ ເຊັ່ນ ເມື່ອ ຣົຖ, ຣົດ, ຣົສ, ລົດ, ມີການຂຽນຄືກັນຄື ລົດ ໂຕດຽວເຮັດໃຫ້ມີການໄປປ່ຽນໂຕພາສາ ລົດ ເປັນຫຼຸດ ແລະອື່ນໆ.

- ນອກຈາກນັ້ນ ບໍ່ໄດ້ສະກົດດ້ວຍໂຕ "ຣ" ແລ້ວ ຄວາມໝາຍຂອງການສື່ພາສາປ່ຽນແປງໄປ ມີຫຼາຍຄຳຕາຍ ແລະພິການ ໄປ.
- ນອກຈາກພາສາລາວຕາຍລົງບາງສ່ວນ, ພິການບາງສ່ວນ ຄວາມໝາຍປ່ຽນແປງ ທີ່ເຫັນໄດ້ກັນຈະແຈ້ງ ຄື ການສື່ຄວາມໝາຍໄຮ້ປະສິດທິພາບ ຂາດຕັກກະ ແລະທຳໃຫ້ເຂົ້າໃຈໃນການສື່ແບບສອງແງ່ສອງງ່າມໃນບາງຄຳ, ທັງໝົດນີ້ ຫາກຈະວ່າເສັຍພາສາ ເໝືອນກັບເສັຍຊາດ ກໍຍັງບໍ່ທັນຈະເວົ້າໄດ້ເຕັມປາກ ເພາະພາສາລາວຍັງໃຊ້ກັນ ໄດ້ຢູ່ ແຕ່ຫາກຈະເວົ້າໄປລ່ວງໜ້າວ່ານີ້ ຄື ການສູນເສັຍເອກະຣາດ ກໍຈະເວົ້າໄດ້ໃນລະດັບໜຶ່ງ ຫາກທາງການ ຟ້າວປັບປຸງ ແກ້ໄຂ ໂດຍທາງຣັດຖະການຢ່າງຈະແຈ້ງ ແລະເປັນຮູບປະທຳ ໂດຍມີຣະບຽບການ ແລະກົດໝາຍ ຄວບຄຸມ ເຊິ່ງມີອົງກອນກ່ຽວກັບພາສາລະດັບທະບວງ ກົມ ຫຼືສຳນັກງານ ກໍອາດຈະຟື້ນຟູຄວາມເປັນເອກະລາດ ທາງພາສາ ນີ້ໄດ້ຄືນ.

- ບັນຫາຂອງພາສາ ແລະອັກສອນລາວນັ້ນ ຕາມທີ່ສັງເກດຕີລາຄານັ້ນ ມີທ່າອ່ຽງແນວໂນ້ມ ໄປໃນການສູນເສັຍ ຫຼາຍກວ່າການພັດທະນາ ສິ່ງທີ່ໜ້າຢ້ານກົວແລະເປັນຫ່ວງນັ້ນ ບໍ່ແມ່ນເລື່ອງອັກສອນສາແລ້ວ ແຕ່ມັນແມ່ນແນວ ຄິດ ແລະຄວາມເຂົ້າໃຈຊາດນັ້ນ ເປັນສິ່ງທຳລາຍພາສາ ແລະວັດທະນະທຳລາວ.

- ຕາມໜ້າເວບ ແລະຕາມສັງຄົມ ເຮົາຈະເຫັນລັກສະນະຄວາມບໍ່ເຂົ້າໃຈຄວາມເປັນຊາດລາວຫຼາຍຢ່າງ ບໍ່ວ່າຊິເປັນ ວຽກງານການຮັບຮູ້ວັດທະນະທຳ, ປະຫວັດສາດ ຄວາມເປັນມາຂອງຊາດແລ້ວ ຍັງມີແນວຄິດຊາດນິຍົມອີກແນວຄິດໜຶ່ງ, ມີແນວຄິດບໍ່ລົງລອຍກັນ ອ້າງຕົວວ່າຕົນຮູ້ກວ່າ ດີກວ່າ ເກ່ງກວ່າ ແນວຄິດຖືຫຼັກການດຽວ ຄຳພີຕາຍໂຕ ບໍ່ເຊື່ອຖືຜູ້ຫຼັກນັກ ປາດ ໃນທີ່ສຸດບໍ່ເຊື່ອຮອດຕຳລາ  ທີ່ທຳໃຫ້ຄຳໃນພາສາລາວບາງຄຳຕາຍລົງເທື່ອລະເລັກລະນ້ອຍ ມີຄົນເຂົ້າໃຈວ່າ ຄຳບາງຄຳ ເປັນພາສາອື່ນ, ເຊັ່ນ ຄຳວ່າ "ທຳ" ນັ້ນກະວ່າເປັນພາສາໄທນ ໂດຍຖືເອົາຕາມທັດສະນະຂອງໄທຍ໌ທີ່ແຍກໄວ້ກ່ອນໜ້ານີ້ແລ້ວວ່າ ທຳເປັນພາສາໄທຍ໌ ເຮັດແມ່ນພາສາອີສານ ການເວລາຜ່ານໄປພາສາລາວພາກອີສານລົດຄວາມສຳຄັນລົງໃນວັດທະນະທຳ ລາວກະໄປຕິດເອົາແນວຄິດນີ້ມາ, ຄວາມເວົ້າເຊັ່ນນີ້ ມັນເກີດຈາກການຮັກຊາດ ແຕ່ການຮັກຊາດແບບນີ້ ເປັນການທຳລາຍຊາດທີ່ອັນຕະລາຍທີ່ສຸດ ສຳລັບສັງຄົມມະນຸດ.

- ຄຳວ່າ "ທຳ" ມີຄວາມໝາຍກົງກັບຄຳວ່າ "ເຮັດ" ຫາກວ່າ "ທຳງານ" ສາມາດໃຊ້ແທນຄໍາວ່າ "ເຮັດວຽກ, ເຮັດການ" ພາສາລາວເປັນທີ່ອຸດົມສົມບູນ ມີຄຳເວົ້າຫຼາຍຄຳໃນພາສາລາວ ທີ່ມີຄວາມໝາຍດຽວກກັນ ເຊັ່ນ ທຳ, ກະທຳ, ກັມ, ເຮັດ, ປະຕິບັດ ແຕ່ຄຳເລົ່ານີ້ສາມາດນຳໄປໃຊ້ໃນສະຖານທີ່ແລະເກດການຕ່າາງກັນ.

- ຄຳວ່າທຳ ລາວເຮົາໃຊ້ມາເຫິງນານແລ້ວ ແຕ່ມາໄລຍະຫຼັງ ຍ້ອນການປ່ອຍປະລະເລີຍໃນການພັດທະນາພາ ບວກກັບແນວຄິດຕໍ່ຕ້ານບາງຢ່າງ ຈຶ່ງທຳໃຫ້ມີການຕໍ່ຕ້ານວັດທະນະທຳທາງພາສາ ທ່ານສາມາດ ສັງເກດ ຄຳເວົ້າທີ່ໃຊ້ ທຳ ແລະກະທຳ ໃນວັນນະຄະດີບູຮານ ໄດ້ໃນຫຼັກຖານເອກະສານເທິງນັ້ນໄດ້ ເອກະສານເລົ່ານີ້ ແລະການໃຊ້ທຳ ທີ່ຍັງມີການໃຊ້ໃນຄຳຜະສົມອື່ນໆ ຄືຫຼັກຖານບັນທຶກພາສາ ແລະວັດທະນະທຳລາວໄດ້ດີທີ່ສຸດ ຫາກເຮົາປະຕິເສດມັນ ເທົ່າກັບເຮົາ ປະຕິເສດຊາດລາວນັ້ນເອງ.

วันอังคารที่ 20 มีนาคม พ.ศ. 2555

ອ້ວນພີດີງາມ ຈ່ອຍຜອມຜາງຮ້າຍ


ມີຄົນຖົກຖຽງກັນ ເລື່ອງການໃຊ້ພາສາບາງຄົນ(ຜູ້ບໍ່ຮູ້ແທ້) ມັກຈະຖຽງກັນວ່າ “ອັນນັ້ນຄຳລາວອັນນີ້ຄຳໄທຍ໌” ຄວາມເຂົ້າໃຈແບບນີ້ ເປັນອັນຕະລາຍຕໍ່ລະບົບການພັດທະ ນາ ພາສາລາວໃນປັດຈຸບັນ ແລະອະນາຄົດແນ່ອນ, ເມື່ອມີບັນຫາ ເຮົາບໍ່ເຂົ້າມາແກ້ບັນ ຫາ ຫຼືປະຕິບັດໃຫ້ບັນຫານັ້ນ ຖືກແກ້ໄຂໄປທິດທາງທີ່ຖືກຕ້ອງໂດຍໄວ ອາດກາຍເປັນບັນ ຫາຊຳເຮື້ອ ເມື່ອເວລາຜ່ານໄປໃນອະນາຄົດບັນຫາດັ່ງກ່າວ ຈະເປັນຜົນສະທ້ອນຕໍ່ພາ ສາ ອັກສອນລາວໂດຍທາງລົບແນ່ນອນ ແລະຈະກາຍເປັນບັນຫາທີ່ແກ້ໄຂໄດ້ໂດຍຍາກ ດ້ວຍ.
ບັນກາໜຶ່ງກ່ຽວກັບພາສາລາວ ທີ່ຄົນຮຸ່ນໃໝ່ສົງໄສ ແລະເຂົ້າໃຈວ່າ “ຜອມ ເປັນພາສາລາວ “ຈ່ອຍ” ເປັນສາໄທຍ໌ ຄຳເລົ່ານັ້ນ ເປັນພາສາໄທຍ໌ ແທ້ຫຼືບໍ່ເຮົາມາອ່ານການ ສຶກສາວິເຄາະນຳກັນ ຄື.
ເຮົາມັກຍິນສະເໝີໃນວົງສັງຄົມ ການສົນທະນາກັນວ່າ “ຕຸ້ຍ” ມັກຈະຄູ່ກັນກັບ “ຈ່ອຍ” ເມື່ອເຮົາມາຍິນຄໍາວ່າ “ຜອມ” ກັບ “ອ້ວນ” ຂອງຄົນທ້ອງຖິ່ນອື່ນກະມັກຈະຕິວ່າ ຄົນນັ້ນເວົ້າພາສາໄທຍ໌.
ອັນຄວາມຈິງແລ້ວ ພາສາໄທຍ໌ກັບພາສາລາວ ມັກຕ່າກັນທີ່ສຽງ ແລະສຳນຽງ ເທົ່ານັ້ນ ສ່ວນຄຳເວົ້າ ອັນເປັນນາມ, ຄຸນນາມ, ລັກສະນະນາມ ແລະວັດຖຸປະສົງຂອງ ການສື່ນັ້ນມັນມີຄວາມເໝືອນກັນເກືອບທັງໝົດ ເຖິງວ່າມີສຽງ, ສຳນຽງ ແລະຄຳບາງຄໍາ ມີການຕ່າງກໍຕ່າງກັນເລັກນ້ອຍ.
ຫາກຈະເວົ້າຄວາມຕ່າງນັ້ນຂອງຄຳ ມັນກໍມີຕ່າງບໍ່ເທົ່າໃດຄຳເທົ່ານັ້ນ ເຊັ່ນ ຜົມ, ສັນ, ຄັບ, ຈະ, ຈ້າ ເທົ່ານັ້ນ, ນອກຈາກຄຳແລ້ວ ກໍມີປະໂຫຍກ ເຊັ່ນ ອະໄຣ ກົງກັບ ອັນໃດ, ແມ່ນຫຍັງ ກໍ ເປັນແມ່ອະໄຣ ເທົ່ານັ້ນ ເຫຼືອນັ້ນ ກໍມີສັບບາງຊັບ ອັນເປັນຊັບຖິ່ນ ທີ່ເຂົາຍົກມາກເປັນສັບທາງການ ເຊັ່ນ “ໝາກ” ໄທຍ໌ກໍວ່າ “ມະ” ຫາກຈະທຽບກັບຄໍາລາວ ກໍກົງກັບຄຳລາວພວນ “ມະ” ໝາຍເຖິງໝາກໄມ້.
ນອກຈາກນັ້ນ ສຽງທີ່ຖືວ່າຕ່າງກັນກັບພາສາລາວ ກໍແມ່ນສຽງວັນນະຍຸດ ເອກ ໂທ ຄື ສຽງໃດ ເປັນສຽງໂທ ໃນຄຳບາງຄໍາເປັນສຽງເອກ ເຊັ່ນ “ຊ້າງ” ໃນພາສາໄທຍ໌ ມັກຈະເປັນ ສຽງເອກແລະໂທປົນກັນ, “ໄມ່ໃຊ້” ກາຍເປັນສຽງ ເປັນສຽງໂທ “ໄມ້” ອັນນີ້ ບໍ່ແມ່ນ ແຕ່ສຽງໄທຍ໌ເທົ່ານັ້ນ ໃນພາສາລາວເຮົາ ສຽງເອກກໍມັກຈະອອກສຽງໂທກະມີ ເຊັ່ນສຽງ ລາວກຸ່ມໄທທົ່ງ, ສຽງລາວກຸ່ມລາວເໜືອບາງກຸ່ມ ແມ່ນແຕ່ສຽງລາວພາສາກາງມັກຈະ ອອກສຽງເອກເປັນສຽງໂທ ເຊັ່ນ “ເຣື່ອງ” ມັກຈະອອກເປັນ “ເຣື້ອງ” ເຫຼົ່ານີ້ເປັນຕົ້ນ.
ຢ່າງໃດກໍຕາມ ກ່ຽວກັບຄໍາເວົ້າລາວກັບໄທຍ໌ນັ້ນ ເວົ້າລວມແລ້ວ ມີຄວາມເໝືອນ ກັບພາສາລາວເປັນສ່ວນຫຼາຍ ແລະມີຄວາມແຕກຕ່າງກັນເປັນສ່ວນໜ້ອຍເທົ່ານັ້ນ.
ທີ່ນີ້ ເຮົາມາສົນທະນາກັນ “ອ້ວນ, ຜອມ” ເປັນພາສາລາວແທ້ບໍ ?, ຄວາມຈິງ ເຮົາມັກຈະຍິນຄຳວ່າ “ຕຸ້ຍກັບຈ່ອຍ” ທີ່ຄົນລາວເຮົາເວົ້າຈາກັນ ແຕ່ວ່າໃນທ້ອງຖິ່ນແລ້ວ ຄຳວ່າ “ຕຸ້ຍກັບຈ່ອຍ” ນັ້ນເປັນພາສານິຍົມໃນຍຸກຫຼັງ ທີ່ສັງຄົມລາວກ້າວຈາກພະຫຸສັງ ຄົມ ກາຍມາເປັນເອກະສັງຄົມໃນຍຸກປັດຈຸບັນເທົ່ານັ້ນ, ໃນສັງຄົມ ທີ່ເປັນສັງຄົມໃຫຍ່ ຫຼືສັງຄົມເປັນສັງຄົມພະຫຸສັງຄົມ ມີການພົວພັນກັນໃນກຸ່ມບ້ານ ກຸ່ມເມືອງນັ້ນ ຄໍາວ່າ “ອ້ວນ, ຜອມ, ຕຸ້ຍ, ພີ, ຈ່ອຍ” ລ້ວນແຕ່ເປັນຄໍາລາວທັງນັ້ນ.
ບາງຄົນອາດຊິເວົ້າແກ້ ດ້ວຍວ່າຍ້ອນວ່າຄົນລາວຟັງວິທະຍຸ ແລະໂທລະທັດໄທຍ໌ ຫຼາຍ ຈຶ່ງນໍາເອົາພາສາໄທຍ໌ມາເວົ້າ ອັນນີ້ບໍ່ເປັນຄວາມຈິງ ປານໃດ, ເພາະຄໍາເລົ່່ານີ້ ຖືກໃຊ້ສົນທະນາປາໃສ ໃນທ້ອງຖິ່ນລາວເຫິງນານຕັ້ງແຕ່ຍຸກການສື່ສານຍັງບໍ່ທັນກວ້າງ ຂວາງພຸ້ນ.
ຄຳຢັ້ງຢືນວ່າ “ອ້ວນ, ຜອມ, ຕຸ້ຍ, ພີ, ຈ່ອຍ” ຄຳລາວເລົ່ານີ້ມັກຈະເອົາມາຕັ້ງຊື່ ໃຫ້ລູກຫຼານຂອງຕົນເພື່ອໃຫ້ເປັນມຸງຄຸນ ຄື “ທ້າວຕຸ້ຍ, ນາງຕຸ້ຍ, ທ້າວອ້ວນ, ສ່ວນພີ ມີໜ້ອຍ ທີ່ຈະເອົາມາຕັ້ງຊື່ຄົນ ເຖິງມີ ກໍມີຄວາມໝາຍອື່ນເຊັ່ນ ສຸພີ, ສະນັ້ນຄຳວ່າພີ ຈຶ່ງເປັນຄຳ ໃຊ້ແທນອ້ວນ ແລະຕຸ້ຍນັ້ນ ຖືກຕາຍແລ້ວ ຄວາມຈິງ “ພີ” ກັບ “ອ້ວນ” ມີຄວາມໝາຍດຽວກັນ ຄືອ້ວນກັບພີ ຄູ່ກັບກັບຈ່ອຍ ເຊັ່ນ “ອ້ວນພີດີງາມ” ດຽວນີ້ຈະປ່ຽນຄໍາວ່າ “ອ້ວນ” ມາເປັນ “ຕຸ້ຍພີດີງາມ”.
ສຳລັບ ຄຳວ່າ “ຜອມ” ບໍ່ມັກນໍາມາຕັ້ງຊື່ເພາະຖືວ່າເປັນຊື່ອັບປະມຸງຄຸນ ແຕ່ຈ່ອຍ ມີຄວາມໝາຍດຽວກັບຜອມ ພັດປາກົດເຫັນມີການນຳມາຕັ້ງຊື່ ເຊັ່ນ “ທ້າວຈ່ອຍ, ນາງຈ່ອຍ” ເລົ່ານີ້ເປັນຕົ້ນ, ເມື່ອມາເບິ່ງແລ້ວ ຄຳວ່າ “ຈ່ອຍ” ນີ້ອາດໝາຍເຖິງຄົນທີ່ມີຮ່າງ ກາຍສົມສ່ວນ ສົມບູນ ກຳລັງວັງຊາແຂງແຮງ ແຕ່ວ່າຮ່າງກາຍບໍ່ໃຫຍ່ ຈຶ່ງຮຽກວ່າຈ່ອຍ, ສ່ວນວ່າຜອມ ໃນພາສາລາວ ອາດໝາຍເຖິງຄົນເຄີຍອ້ວນທ້ວນສົມບູນ ແຕ່ມາໄລຍະຫຼັງ ຮ່າງກາຍຜອມລົງ ດ້ວຍອາການທາງສຸຂະພາບ ຈຶ່ງຮຽກວ່າ “ຜອມ” ດ້ວຍເຫດນັ້ນ ຈຶ່ງບໍ່ເອົາມາຕັ້ງຊື່ ເພາະເປັນອັບປະມຸງຄຸນ, ນອກຈາກຈ່ອຍ ແລະຜອມແລ້ວໃນຄຳລາວ ຍັງມີຄຳໜຶ່ງ ທີ່ມັກຈະນຳມາໃຊ້ ຄືຄຳວ່າ “ຢອດ” ອັນໝາຍເຖິງຄົນລຸກແຕ່ໄຂ້ໃໝ່ໆ ຮ່າງກາຍ ຈ່ອຍຜອມ ເຫຼືອງລ່າເຂົາຮຽກວ່າ “ຢອດ” ສະໄໝຍັງນ້ອຍມີຄໍາປະໂຫຍກໜຶ່ງວ່າ “ທ້າວຕຸ້ຍຂາວປອດ ລາວໄປກິນໝາກນອດ ຈຶ່ງເຮັດໃຫ້ລາວຢອດຈ່ອຍຜອມ”, ນອກຈາກຄຳດຽວດ່ຽມ ເຊັ່ນ ອ້ວນ, ພີ, ຕຸ້ຍ, ຜອມ, ຈ່ອຍ, ແລ້ວ ຍັງຄຳເວົ້າລາວຍັງເອົາຄຳເລົ່ານີ້ ຜະສົມກັນເອງອີກວ່າ “ພີຕຸ້ຍ, ອ້ວນພີ, ຈ່ອຍຜອມ” ແລະອື່ນໆອີກ, ສະນັ້ນ ຄົນລາວທັງມວນ ເມື່ອຮູ້ແລ້ວວ່າ ຄຳເລົ່ານີ້ເປັນສົມບັດອັນລໍ້າຄ່າຂອງລາວ ຄວນຈະອະນຸລັກປົກປັກ ຮັກສາຄໍາເລົ່ານີ້ຈັ່ງໃດ ມັນຈຶ່ງຈະຢູ່ຄູ່ລາວນານເທົ່ານານ.