วันพฤหัสบดีที่ 18 กันยายน พ.ศ. 2557

ເວົ້າເລື່ອງທະນະບັດ ກັບພັນທະບັດ

ມີບາງ­ຄົນເຂົ້າໃຈວ່າ ເງິນ ເປັນ­ພັນທະ­ບັດ ທີ່ແທ້­ບໍ່ແມ່ນ ເງິນ­ຄືທະ­ນະ­ບັດ, ເງິນເປັນ­ບັດເຈັ້ຍ ທີ່ທະ­ນາ­ຄານ­ກໍານົດ­ອອກ­ມາ ຈຶ່ງ­ຮຽກວ່າ­ທະ­ນະ­ບັດ.

- ພັນທະ­-ປັຕຕະ­ (ບັດ­ທີ່­ກໍານົດ­ມູນຄ່າ ມີພັນທະ­ລະ­ຫວ່າງ­ຜູ້­ຖືຄອງ ແລະ­ຜູ້ອອກ­ບັດ)
- ທະ­ນະ­-ປັຕຕະ­ (ບັດທະ­ນາ­ຄານ- ເປັນເງິນ ທີ່­ມີມູນຄ່າ­ຕາມ­ທີ່ໄດ້­ກໍານົດໃນ­ບັດ­ນັ້ນ ເຊິງທະ­ນາ­ຄານເປັນເຈົ້າ­ຂອງ)

໑. ພັນທະ­ບັດ : ບັດ­ກາ­ສານ­ໜີ້ ທີ່­ລັດຖະ­ບານ­ມອບໃຫ້ທະ­ນາ­ຄານແຫ່ງ­ຊາດ ຫຼືທະ­ນາ­ຄານ­ພານິດ ກໍານົດ­ອອກ­ມາ ເພື່ອວັດ­ຖຸປະ­ສົງຣະ­ດົມເງິນໄປໃຊ້ໃນ­ວັດ­ຖຸປະ­ສົງໃດ­ໜຶ່ງ ຂອງ­ລັກຖະ­ບານ, ພັນທະ­ບັດ­ນັ້ນ ລັດຖະ­ບານ­ຕິດ­ໜີ້(ເປັນ­ລູກ­ໜີ້) ມີພັນທະ­ຕໍ່ຄວາມ­ຮັບ­ຜິດ­ຊອບ­ທີ່ຈະ­ຕ້ອງຈ່າຍ­ໜີ້­ສິນ­ຄືນໃຫ້ແກ່­ຜູ້ຄອບ­ຄອງ­ ພັນທະ­ບັດ ຕາມ­ກົດ­ໝາຍ, ພັນທະ­ບັດ ເປັນ­ບັດ­ກາ­ສານ­ໜີ້ ທີ່­ຜູ້ເປັນເຈົ້າ­ຂອງ­ສາມາດ­ຮຽກເກັບເງິນ­ຄືນ ກັບທະ­ນາ­ຄານ­ທີ່­ຮັບ­ຜິດ­ຕາມ­ກໍານົດໄວ້, ພັນທະ­ບັດ ຍັງ­ສາມາດ­ຈໍາ­ໜ່າຍ ແລກປ່ຽນ­ສິ່ງ­ຂອງໄດ້­ພາຍ ໃຕ້­ກົດ­ໝາຍ­ທີ່­ກໍານົດ.(ເວົ້າ­ພາ­ສາ­ຊາວບ້ານ ພັນທະ­ບັດເປັນ­ບັດ­ທີ່­ມີມູນຄ່າ ສາມາດໃຊ້ຕ່າງເງິນໄດ້­ຕາມ­ທີ່­ກົດ­ໝາຍ­ກໍານົດ-ແຕ່­ບໍ່ແມ່ນເງິນ).

໒. ທະ­ນະ­ບັດ : (ເງີນ) ເປັນ­ບັດ ທີ່ທະ­ນາ­ຄານແຫ່ງ­ຊາດໄດ້­ກໍານົດ­ອອກໃຊ້ແທນເງິນ ມີມູນຄ່າ­ຕາມ­ທີ່­ກໍານົດໄວ້ ສາມາດ­ຊໍາ­ຮະ­ໜີ້­ສິນໄດ້­ຕາມ­ກົດ ໝາຍ­ກໍານົດ.

- ການ­ພິມເງິນ­ຂອງ­ທຸກປະ­ເທດ­ມັກຈະ­ເປັນຄ້າຍໆ­ກັນ­ໝົດ ຄືລັດຖະ­ບານ­ຂອງປະ­ເທດ­ນັ້ນໆ­ ມອບໜ້າ­ທີ່ໃຫ້ແກ່ທະ­ນາ­ຄານແຫ່ງ­ຊາດ­ອອກ ໂດຍ ທີ່­ລັດຖະ­ບານປະ­ເທດ­ນັ້ນໆ­ ຕ້ອງ­ອອກ­ກົດ­ໝາຍ­ຮັບປະ­ກັນເງິນ ໂດຍ­ລັດຖະ­ບານ­ນັ້ນຕ້ອງ­ມີຊັບ­ສີນ ແລະ­ທະ­ນະ­ບັດເງິນຕຣາ­ຕ່າງປະ­ເທດ ຄໍາ ເງິນ ແລະ­ ວັດ­ຖຸອັນ­ມີຄ່າໄປຄ້ໍາ­ປະ­ກັນ ກັບສະ­ຖາບັນ­ການເງິນ­ທີ່­ສາກົນ­ກໍານົດໄວ້ ໃນ­ມູນຄ່າ­ຂອງທະ­ນະ­ບັດ­ທີ່ຈະ­ພິມ ແລ້ວຈຶ່ງ­ພິມ, ສໍາ­ລັບ­ການ­ພິມເງິນ(ທະ­ນະ­ບັດ) ທະ­ນາ­ຄານເປັນ­ຜູ້ອອກແບບ ບາງປະ­ເທດ­ກໍຜ່ານສະ­ພາ ບາງປະ­ເທດ­ກໍຜ່ານສະ­ພາ­ຂອງ­ລັດຖະ­ບານ ແລ້ວຈຶ່ງ­ນໍາໄປພິມ ສໍາ­ລັບ­ການ­ພິມ­ນັ້ນ ພິມ­ທີ່ໃດ­ກໍໄດ້ ລາວເຮົາມັກ­ພິມ­ຈາກໂຊຫວຽດ ຈີນ ແຕ່­ປັດ­ຈຸບັນວ່າມີໂຮງ­ພິມເອງແລ້ວ ແລະ­ຍິນວ່າ­ພິມ­ຄັ້ງແຮກແມ່ນ ໃບ­ພັນໃໝ່(ຄືໃບ­ພັນ­ສາມ­ນາງ)ນັ້ນ, ແຕ່ຢ່າງໃດ­ກໍຕາມ ຜົນ­ງານ­ຂອງທະ­ນາ­ຄານແຫ່ງ­ຊາດ ນັບແຕ່­ມີໂຮງ­ພິມເປັນ­ຂອງ­ຕົນເອງ­ມາ ແມ່ນໄດ້­ພິມເງິນໃໝ່ຂອງ­ຕົນ­ອອກ­ມາເປັນປະ­ຈໍາ.

ແພດານ ພີດານ ເພດານ ພັດທະນາການທາງພາສາລາວ







-ເຮືອນ­ໜຶ່ງໆ­ ມັກຈະ­ມີແພດານ ເຮືອນສະ­ໄໝບູຮານ ແພດານ­ມັກຈະ­ເປັນໄມ້, ຫຼືເປັນແພ, ເຮືອນ­ລາວບູຮານຖານະປານກາງ ແພດານຈະ­ເປັນແພ (ເວັ້ນເຮືອນ­ມຸງຫຍ້າ ມັກຈະ­ເອົາໄມ້ໄຜ່­ສານເປັນແພດານ) ຢູ່­ທີ່­ວັດ­ຍາດໂຍມ­ມັກຈະ­ເຮັດ ແພດານ­ດານ ດ້ວຍຜ້າໃໝ ຝ້າຍ ຫຼືຜ້າກໍາມະ­ຍີ່ ແລະ­ອື່ນໆ­ ໄປຖວາຍ­ວັດ ເພື່ອກັ້ງ­ສາ­ລາໂຮງ­ທໍາ ແລະ­ທີ່ພຣະ­ເຈົ້າໃຫຍ່ປະ­ດິດສະ­ຖານໃນ­ສິມ ແລະ­ສາ­ລາ ແມ່ນ­ກຸດ­ຕິ ວິຫານ ເມື່ອ ໒໐ ປີກັບໄປມັດ­ມີແພດານແພ, ປັດ­ຈຸບັນ­ກໍມີ ແຕ່ໄດ້­ຮັບ­ຄວາມ­ນິຍົມນ້ອຍ ແນ່ ເພາະ­ປັດ­ຈຸບັນ ນິຍົມເຮັດແພດານ­ສໍາເລັດ­ຮູບ ດ້ວຍ­ປູນ­ຊີມັງ, ຍິຊ່ໍາ, ກະ­ຕົງ ແລະ­ແຕ້ມ­ຮູບ­ສວຍ­ງາມ, ໃນ­ວັດ­ໜຶ່ງ­ມັກປະ­ດັບປະ­ດາແພດານ­ສວຍ­ງາມກ່ອນ­ອື່ນ­ໝົດ ແມ່­ສາ­ລາໂຮງ­ທໍາ ເພາະ­ສາ­ລາໂຮງ­ທຳ ເປັນ­ທີ່­ຍາດໂຍມ­ມາ­ທໍາບຸນ­ຫຼາຍແທບ­ທຸກ­ວັນ ສະ­ນັ້ນ ຈຶ່ງຕ້ອງ­ມີການເອ້ຍ້ອງ­ສວຍ­ສົດ­ງົດ­ງາມ ເພື່ອເປັນ­ທີ່ຈະ­ເລີນ­ຕາ ຈະ­ເລີນໃຈແກ່­ຍາດ­ສັດ­ທາ­ທານທີ່­ມາ­ພົບ ເຫັນ, ລອງ­ລົງ­ມາແມ່ນ­ສິມ ແລະ­ກຸຕິຕາມ­ລໍາດັບ.

- ທີ່ແພດານ­ສາ­ລາໂຮງ­ທຳ­ນັ້ນ ທີ່­ນິຍົມ­ກັນແຕ້ມ­ຮູບ­ຫຼາຍ­ທີ່­ສຸດ ແລະ­ແທບ­ທຸກ­ວັດ­ມັກຈະ­ເປັນ­ຮູບພຣະ­ເວດ ພຣະ­ເຈົ້າ­ສິບ­ຊາດ ແລະ­ປະ­ຫວັດພຣະ­ພຸດທະ­ເຈົ້າ, ການແຕ້ມ­ຮູບເພດານ ແລະ­ຝາ­ຜະ­ໜັງ­ນັ້ນ ເທົ່າ­ທີ່­ພົບ­ບໍແມ່ນ­ນິຍົມແຕ່ສະ­ໄໝນີເທົ່ານັ້ນ ມີການິຍົມ­ກັນ­ມາ­ຕັ້ງແຕ່­ອານາ­ຈັກລ້ານຊ້າງ­ພຸ້ນ ດັ່ງ­ຮູບແຕ້ມ­ສິນ­ວັດ­ສີສະ­ເກດ ແມ່ນແຕ້­ຮູບປະ­ຫວັດ­ວຽງ­ຈັນ ແລະ­ພະ­ລັກພະ­ລາມ (ນັບແຕ່ເຂົາ­ສ້ອມແຊມ­ວັດ­ສີສະ­ເກດ­ມາ ຍັງ­ບໍ່­ທັນໄປເບິ່ງເທື່ອວ່າເພິ່ນ­ຮັກ­ສາໄວ້­ຫຼືບໍ ? ຄັນ­ຮັກ­ສາໄວ້ແມ່ນ­ດີ ຄັນ­ທໍາ­ລາຍ­ຖິ້ມ­ກໍເປັນໜ້າເສັຍ­ດາຍ­ມູນ­ມໍລະ­ດົກ­ທາງ­ວັດທະ­ນະ­ທໍາ ເມື່ອ ໒໐໐ ປີແທ້ໆ­) ນອກ­ຈາກ­ນີ້­ຍັງ­ພັບ­ຫຼັກ­ຖານ ທີ່ນະ­ຄອນ­ຫຼວງພຣະ­ບາງ­ຫຼາຍ­ວັດ.

- ແພດານ ຕາ­ຄະ­ຕິບູຮານ ຄົງຈະ­ເຮັດດ້ວຍແພ ດັ່ງ­ທີ່­ປາກົດ­ຫຼັກ­ຖານໃນເມືອງ­ລາວ ເມື່ອ ໒໐ ປີກັບ­ຄືນໄປ, ອາດເປັນເພາະ­ເຮັດດ້ວຍແພນີ້ເອງ ພາ­ສາບູຮານ ຈຶ່ງ­ຮຽກວ່າ "ແພດານ", ແຕ່ສະ­ໄໝຍັງນ້ອຍ ພາ­ສາບ້ານ ຜຂ ຮຽກວ່າ "ພີດານ"(ປັດ­ຈຸບັນ ວ່າແພດານ­ທົ່ວໄປໝົດແລ້ວ) ຄໍາວ່າ­ພີດານ­ອາດເປັນສ້ຽງພ້ອງ­ຈາກ "ແພດານ" ເພາະສະຫຼະອີ ກັບສະຫຼະແອນັ້ນມີທີ່ມາທີ່ດຽວກັນ ປັດ­ຈຸບັນ­ນີ້ ຄໍາວ່າ ແພດານ­ນັ້ນ ໄດ້­ຮັບ­ຄວາມ­ນິຍົມ­ລົງວ່າ "ເພດານ", ຕາ­ພາ­ສານິຍົມສະ­ໄໝໃໝ່.

- ຫຼັກ­ຖານ­ໜຶ່ງ­ທີ່­ຢັ້ງ­ຢືນວ່າ ແພດານ ເປັນ­ພາ­ສາບູຮານ ແລະ­ຕ້ອງ­ຢູ່ເທິງ­ກັ້ນ­ກັນລະ­ຫວ່າງ­ທີ່­ສູງ ແລະ­ທີ່ຕ່ໍາ ຄື ທີ່­ປາກດ້ານເທິງ­ຂອງ­ຄົນເຮົາ ເຂົາກໍຮຽກວ່າ "ແພດານ" ການ­ທານແພດານໄດ້­ອານິສົງ­ຫຼາຍ ປາກົດໃນ­ໜັງ­ສືສະ­ຫຼອງແພດານ ທີ່ພຣະ­ສົງ­ມັກ­ນໍາເອົາໄປເທດ ສະ­ຫຼອງ­ຍາມ­ມີການ­ຖວາຍເພດານ.

วันพุธที่ 17 กันยายน พ.ศ. 2557

ພາສາປາລີ/ສັນສະກຣິດ/ລາວ

ພາສາປາລີ...........ສັນສະກຣິດ.................ລາວ
ອາຣັພພະ..................ອາຣັພຍະ.........................ຜາຣົພ
ເປຕ.........................ເປຣຕ.............................ເຜຕ
ປັນຍາ......................ປຣັຊຍາ............................ຜຍາ
ວິເສສ......................ວິເສສ(ໃສ່ອັກຂະນະ​​ຕ່າງກັນ)--ວິເສສ(ໃຫ້ໃຊ້ພາສາປາລີ) ພິເສສ ກໍໃຊ້
ຄຫັຕຖະ....................ຄຣືຫັຕຖະ.........................ຄະຣືຫັດ/ຄະຫັດ( ໃຊ້ທັງສອງ)
ໂຄສນາ.....................ໂຄສະນາ..........................ໂຄສະນາ( ໃຫ້ ໃຊ້ຂຽນແບບປາລີ)
ຄຣາວາສ....................ຄຣືຫວາສ........................ຄະຣາວາສ
ຈັກຂຸ..........................ຈັກສຸສະ..........................ຈັກຂຸ
ສິກຂາ........................ສືກສາ............................ສຶກສາ (ສິກຂາ ຫຼື ສິກ ໃຊ້ຮຽກເວລາ ສິກພຣະເນນ)
ພິກຂຸ..........................ພິກສຸ.............................ພິກຂຸ
ໂຈທກະ......................ໂຈທກະ...........................ໂຈທ(ໂຈດ) ເລກໂຈດ
ທາຣຸໂນ......................ທາຣຸໂນ...........................ທາຣຸນ

ພາສາລາວສ່ວນໜຶ່ງ ມາຈາກພາສາປາລີ ແລະສັນສະກຣິດ ແຕ່ມີການໃຊ້ພາສາປາລີ ຫຼາຍກວ່າສັນສະກຣິດ

ໄຊຍະບູຣີ ເມືອງແຫ່ງໄຊຊະນະ

 ໄຊຍະບູຣີ ເມືອງແຫ່ງໄຊຊະນະ
--------------
ຄົ້ນຄວ້າໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
--------------
- ໄຊຍະ ມີຄວາມໝາຍດຽວກັບ ຊະນະ, ໃນພາສາປາລີ ຊຍະ ແປວ່າ ຊນະ, ຊະຍະ ເຊິ່ງແປງສັບໄດ້ຫຼາຍ ຄື ໄຊຍະ, ຊັຍ ໃນພາສາລາວ ມັກຈະເອົາຄຳສອງຄຳມາລວມກັນ ຄື ຊັຍ ກັບ ຊນະ ມາລວມກັນ ຈະໄດ້ຄຳໃໝ່ວ່າ ຊັຍຊນະ ຂຽນວ່າ ຂຽນຕາມແບບປັດຈຸບັນ ໄຊຊະນະ,

- ສະນັ້ນ ຄຳວ່າ "ໄຊຍະ" ຈຶ່ງແປວ່າ ໄຊຊະນະ ຫຼືເປັນພາສາລາວວ່າ ຜາບແພ້ (ເຊິ່ງໝາຍຄວາມວ່າ ປາບປາມຈົນຝ່າຍແພ້) ຜູ້ຝ່າຍແພ້ ເປັນຜູ້ປຣາໄຊຍ໌, ຜູ້ຜາບໃຫ້ຝ່າຍແພ້ ເປັນຜູ້ໄດ້ໄຊຊະນະ (ສະນັ້ນ ເວລາວ່າ "ແພ້" ໝາຍເຖິງ ເສັຍໄຊຊະນະ ຫຼືອັປຣາໄຊຍ໌, ຫຼືຮຽກວ່າ "ຜູ້ຜ່າຍແພ້", ສ່ວນຜູ້ຊະນະ ໝາຍເຖິງຜູ້ ຜາບແພ້ ຫຼືຜູ້ມີໄຊຍ໌ນັ້ນເອງ)

- ຄຳວ່າ ບູຣີ ເປັນພາສາປາລີ ກົງກັບຄຳວ່າ ນະຄອນ(ນຄຣໍ-ນະຄະຣັງ ຫຼື ນະຄອນ), ນະຄອນເປັນເມືອງຫຼວງຂອງອານາຈັກ, ມະຫາອານາຈັກນັ້ນມີອຳນາດຫຼາຍຮຽກວ່າ "ມະຫານະຄອນ" ກໍເປັນເມືອງເອກຂອງອານາຈັກນັ້ນ, ໃນ "ມະຫານະຄອນນັ້ນ" ມີບັນດາອານາຈັກນ້ອຍໆຂຶ້ນກັບ ຈະຮຽກວ່າ "ເມືອງ" ເມືອງເປັນພາສາລາວ, ເຊິ່ງກົງກັບຄຳວ່າ "ບູຣີ" ມາຈາກປຸຣະ, ປຸຣີ ເຊັ່ນ ຈັນທະບູຣີ ແປວ່າ ເມືອງຈັນທນະ, ຫຼືເມືອງຈັນ, ເມືອງນັ້ນພາສາລາວເຮົາມີໃຊ້ອີກຄຳໜຶ່ງວ່າ "ວຽງ" ເຊັ່ນ ວຽງຈັນທນ໌ ກໍໝາຍເຖິງເມືອງຈັນທນະ (ເມືອງຈັນ), ນອກຈາກນັ້ນກໍມີຄຳໜຶ່ງອີກທີ່ໃຊ້ຮຽກເມືອງ ຄື "ຊຽງ" ເຊັ່ນ ພຣະນະຄອນຫຼວງພຣະບາງໃນອະດີດກ່ອນ ແລະສະໄໝດຽວກັບພຣະເຈົ້າຟ້າງຸ່ມວ່າ "ຊຽງທອງ" ເປັນຄຳຮຽກທີ່ສັ້ນໆ ແຕ່ຫາກຮຽກໃຫ້ໝົດນາມ ຄື "ຊຽງທອງຄຳ" ຫາກຈະຮຽກໃຫ້ກົງກັບຄວາມໝາຍທີ່ຮຽກກັນໃນປັດຈຸບັນ ກໍຄື "ຊຽງຄຳ" ແຕ່ ຊື່ທີ່ແທ້ຂອງພຣະນະຄອນແຫ່ງນີ້ ຄື "ພຣະນະຄອນຊຽງທອງ" ໝາຍເຖິງ "ພຣະນະຄອນຊຽງທອງຄຳ" ຫາກຈະຕີຄວາມໝາຍ "ກໍໝາຍເຖິງເມືອງແຫ່ງທອງຄຳ ຫຼືເມືອງແຫ່ງຄວາມຮຸ່ງເຮືອງເຫຼືອງ ເຫຼື້ອມເໝືອນທອງຄຳ, ນັກປະຫວັດສາດຮຸ່ນກ່ອນ ລວມທັງມະຫາສີລາ ວິຣະວົງ ໄດ້ໃຫ້ຄວາມໝາຍ ແລະທີ່ມາຂອງຄຳວ່າ "ຊຽງທອງ" ຄື ເມືອງລາວນີ້ ເປັນໜຶ່ງໃນສຸວັນນະພູມ ເປັນເມືອງບູຮານກ່ອນປະຫວັດສາດ ເມື່ອລາວມາຕັ້ງມະຫາອານາຈັກລ້ານຊ້າງຢູ່ລ່ອງແມ່ນ້ຳຂອງ ຈຶ່ງຕັ້ງຊື່ເມືອງຫຼວງຂອງຕົນໃຫ້ສອດຄ່ອງກັບ ຄຳວ່າ "ສຸວັນນະພູມ-ພາສາປາລີ"(ແປວ່າ ປະເທດຄຳ) ໃຫ້ເປັນພາສາລາວຈຶ່ງໃຊ້ຄຳວ່າ "ຊຽງທອງ" ອັນນີ້ຜູ້ຂຽນໄດ້ຄົ້ນພົບວ່າເມືອງລາວບູຮານ ເຕັມໄປດ້ວຍຄວາມໝາຍຂອງຄຳວ່າ "ທອງຄຳ" ຫຼືສຸວັນນະພູມ ຄື "ເມືອງສຸວັນນະ ໂຄມຄຳ, ເມືອງຊຽງຄຳ, ເມືອງວຽງຄຳ, ເມືອງສຸວັນນະເຂດ(ສວັນຄ໌ນະເຂຕ) ເມືອງວັງອ່າງຄຳ, ເມືອງຄຳ(ຊຽງຂວາງ) ແລະອື່ນໆ ຄຳນິຍາມທີ່ວ່າ "ຊຽງທອງ" ມາຈາກສຸວັນນະພູມ ຈຶ່ງມີເຫດຜົນພຽງພໍ.

- ໃນພາສາລາວ "ນອກຈາກໃຊ້ຄຳວ່າເມືອງ, ວຽງ ແລ້ວ ຊຽງ ກໍໝາຍເຖິງເມືອງ ມີສະຖານະເທົ່າກັບ ວຽງ ແລະມີເມືອງລາວ ທີ່ໃຊ້ຊຽງ ຫຼາຍເມືອງ ເຊັ່ນ ຊຽງຂວາງ (ເມືອງຂວາງ-ອາດເປັນເມືອງຂວາງໂລກະບານ ໃນຕຳນານລາວ) ຊຽງຂອງ(ຝັ່ງໄທຍ໌ກົງກັບບໍ່ແກ້ວ ແປວ່າ ເມືອງຂອງ) ຊຽງແມນ (ເມືອງແມນ) ຊຽງມ່ວນ (ເມືອງມ່ວນ) ຊຽງໝັ້ນ(ເມືອງໝັ້ນ) ຊຽງຄໍ້ (ເມືອງຄໍ້) ນອກດິນລາວປັດຈຸບັນ ແຕ່ເຄີຍເປັນຊຸມຊົນອິດທິພົນຄົນເຊື້ອສາຍລາວ ຄື ຊຽງໃໝ່(ເມືອງໃໝ່) ຊຽງຕຸງ(ເມືອງຕຸງ-ຫຼືວຽງຕຸງ=ຕຸງ ໃນພາສາເໜືອ ໝາຍເຖິງທຸງ ເມືອງທຸງ) ຊຽງຮຸ່ງ (ເມືອງຮຸ່ງ) ໃນເມືອງພາກເໜືອ ມັກຈະມີ "ຊຽງ ແລະວຽງ" ເປັນຈຳນວນຫຼວງຫຼາຍ.

-ໄຊຍະບູຣີ ຈຶ່ງແປວ່າ ເມືອງ, ວຽງ, ຊຽງ ແຫ່ງໄຊຊະນະ ຫຼືຈະແປໃຫ້ກົງກັບປັດຈຸບັນ ກໍຄື ເມືອງແຫ່ງໄຊຊະນະ.

- ຄວາມເປັນມາໂດຍສັງເຂບຂອງເມືອງໄຊຍະບູຣີ ເມືອງໄຊຍະບູຣີ ໃນອະດີດເປັນສ່ວນໜຶ່ງຂອງພຣະນະຄອນຫຼວງພຣະບາງ ໃນອານາຈັກລ້ານຊ້າງຫຼວງພຣະບາງ, ມີຊາຍແດນຕິດກັບເມືອງຊຽງຄານ ເຊິ່ງຂຶ້ນກັບພຣະນະຄອນຈັນທະບູຣີ (ວຽງຈັນ) ປີ ໑໗໗໙ ເມືອງລາວທັງໝົດໄດ້ຕົກ ເປັນຫົວເມືອງຊ່ວຍຂອງສຍາມ ຊາວສຍາມໄດ້ກວາດຕ້ອນເອົາຄົນລາວໃນເຂດນີ້ລົງໄປຍັງຫົວເມືອງຝ່າຍ ໃນຂອງສຍາມ ແລະມອບໃຫ້ເມືອງສຳຄັນຕ່າງຕັ້ງຢູ່ໃຫ້ຄົນທ້ອງຖິ່ນປົກ ຄອງແລະເສັຍຊ່ວຍໃຫ້ແກ່ສຍາມ ຫາກເມືອງໃດບໍ່ມີອຳນາດ ເຂັ້ມແຂງກໍຖືກຍຸບ ປີ ໑໘໐໐ ເປັນຕົ້ນມາຈົນຮອດສະໄໝພຣະຈຸນຈອມເກົ້າ ຣ ໕ ຂອງສຍາມໄດ້ແບ່ງຫົວເມືອງລາວອອກເປັນກອງ ແລະຫຼາຍຫົວເມືອງລວມກັນເປັນມົນທົນ ຈົນມາເຖິງປີ ໑໙໘໙ ຝຣັ່ງໄດ້ເອົາເມືອງຫຼວງພຣະບາງເປັນເມືອງອາຣັກຂາ ແລະເອົາລາວທັງ ໝົດເປັນສະຫະພັນອິນດູຈີນ ສຍາມຖືວ່າເປັນໄພຄຸກຄາມຕໍ່ອິດສະຫຼະພາບຕໍ່ສຍາມ ຈຶ່ງຕັ້ງຫົວເມືອງຕ່າງອອກເປັນຈັງຫວັດ ເມືອງລາວ ທີ່ຢູ່ທາງຝັ່ງຂວາມີຫຼາຍຫົວເມືອງກາຍເປັນເມືອງສຍາມ ລວມທັງຈຳປາສັກ ແລະຝັ່ງຂວາຂອງຫຼວງພຣະບາງ ເມືອງຈຳປາສັກ ເພາະເປັນເມືອງເກົ່າແກ່ມາແຕ່ບູຮານ ສຍາມກໍຕັ້ງເປັນຈັງຫວັດຂຶ້ນວ່າ "ຈັງຫວັດນະຄອນຈຳປາສັກ" ສ່ວນຝັ່ງຂວາ ຂອງຫຼວງພຣະບາງສຍາມຕັ້ງໃຫ້ເປັນ "ຈັງຫວັດລ້ານຊ້າງ" ຄືເປັນແຂວງທີ່ໄດ້ມາຈາກລ້ານຊ້າງຫຼວງພຣະບາງ ມີສູນກາງເມືອງຢູ່ບ້ານ ປາກລາຍ ເປັນທີ່ວ່າການຈັງຫວັດ.

- ຈວນຈົນປີ ພສ ໒໔໔໗ ຄສ ໑໙໐໔ ຝຣັ່ງໄດ້ທຳສົນທິສັນຍາກັບສຍາມຕົກລົງເອົາສຽມລຽບພັດຕະບອງສົ່ງໃຫ້ຂະເໝນ ແລະເອົາຈັນທະບູຣີ ແລະຕາກ ໃຫ້ສຍາມ ເພື່ອແລກປ່ຽນກັບແລ້ວ ສຍາມຈຶ່ງຍອມສົ່ງຈຳປາສັກ ແລະຝຣັ່ງຂວາແມ່ນໍ້າຂອງ(ຈັງຫວັດລ້ານຊ້າງ) ໃຫ້ແກ່ຝຣັ່ງເສດ.

- ຈົນເມື່ອລາວໄດ້ເອກະລາດແລ້ວ ໃນປິ ໑໙໔໕ ລາວກໍຕັ້ງຫົວເມືອງຕ່າງໆໃຫ້ເປັນແຂວງ ສ່ວນຈັງຫວັດນະຄອນຈຳປາສັກໃຫ້ເປັນ ແຂວງ ຈຳປາສັກ, ຈັງຫວັດລ້ານຊ້າງໃຫ້ເປັນແຂວງໄຊຍະບູຣີ ໂດຍຖືຣືກວ່າ "ເມືອງແຫ່ງນີ້ກັບຄືນມາດ້ວຍໄຊຊະນະນັ້ນເອງ"
ໄຊຍະບູຣີ
ຈັງຫວັດລ້ານຊ້າງ
ໄທຍໃນຍຸກລ່າອານານິຄົມ

ອ້ວນພີດີງາມ ຈ່ອຍຜອມຜາງຮ້າຍ

 ອ້ວນພີດີງາມ ຈ່ອຍຜອມຜາງຮ້າຍ
--------------
ຄົ້ນຄວ້າໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
--------------
ມີຄົນຖົກຖຽງກັນ ເລື່ອງການໃຊ້ພາສາບາງຄົນ(ຜູ້ບໍ່ຮູ້ແທ້) ມັກຈະຖຽງກັນວ່າ “ອັນນັ້ນຄຳລາວອັນນີ້ຄຳໄທຍ໌” ຄວາມເຂົ້າໃຈແບບນີ້ ເປັນອັນຕະລາຍຕໍ່ລະບົບການພັດທະ ນາ ພາສາລາວໃນປັດຈຸບັນ ແລະອະນາຄົດແນ່ອນ, ເມື່ອມີບັນຫາ ເຮົາບໍ່ເຂົ້າມາແກ້ບັນ ຫາ ຫຼືປະຕິບັດໃຫ້ບັນຫານັ້ນ ຖືກແກ້ໄຂໄປທິດທາງທີ່ຖືກຕ້ອງໂດຍໄວ ອາດກາຍເປັນບັນ ຫາຊຳເຮື້ອ ເມື່ອເວລາຜ່ານໄປໃນອະນາຄົດບັນຫາດັ່ງກ່າວ ຈະເປັນຜົນສະທ້ອນຕໍ່ພາ ສາ ອັກສອນລາວໂດຍທາງລົບແນ່ນອນ ແລະຈະກາຍເປັນບັນຫາທີ່ແກ້ໄຂໄດ້ໂດຍຍາກ ດ້ວຍ.
ບັນກາໜຶ່ງກ່ຽວກັບພາສາລາວ ທີ່ຄົນຮຸ່ນໃໝ່ສົງໄສ ແລະເຂົ້າໃຈວ່າ “ຜອມ ເປັນພາສາລາວ “ຈ່ອຍ” ເປັນສາໄທຍ໌ ຄຳເລົ່ານັ້ນ ເປັນພາສາໄທຍ໌ ແທ້ຫຼືບໍ່ເຮົາມາອ່ານການ ສຶກສາວິເຄາະນຳກັນ ຄື.
ເຮົາມັກຍິນສະເໝີໃນວົງສັງຄົມ ການສົນທະນາກັນວ່າ “ຕຸ້ຍ” ມັກຈະຄູ່ກັນກັບ “ຈ່ອຍ” ເມື່ອເຮົາມາຍິນຄໍາວ່າ “ຜອມ” ກັບ “ອ້ວນ” ຂອງຄົນທ້ອງຖິ່ນອື່ນກະມັກຈະຕິວ່າ ຄົນນັ້ນເວົ້າພາສາໄທຍ໌.
ອັນຄວາມຈິງແລ້ວ ພາສາໄທຍ໌ກັບພາສາລາວ ມັກຕ່າກັນທີ່ສຽງ ແລະສຳນຽງ ເທົ່ານັ້ນ ສ່ວນຄຳເວົ້າ ອັນເປັນນາມ, ຄຸນນາມ, ລັກສະນະນາມ ແລະວັດຖຸປະສົງຂອງ ການສື່ນັ້ນມັນມີຄວາມເໝືອນກັນເກືອບທັງໝົດ ເຖິງວ່າມີສຽງ, ສຳນຽງ ແລະຄຳບາງຄໍາ ມີການຕ່າງກໍຕ່າງກັນເລັກນ້ອຍ.
ຫາກຈະເວົ້າຄວາມຕ່າງນັ້ນຂອງຄຳ ມັນກໍມີຕ່າງບໍ່ເທົ່າໃດຄຳເທົ່ານັ້ນ ເຊັ່ນ ຜົມ, ສັນ, ຄັບ, ຈະ, ຈ້າ ເທົ່ານັ້ນ, ນອກຈາກຄຳແລ້ວ ກໍມີປະໂຫຍກ ເຊັ່ນ ອະໄຣ ກົງກັບ ອັນໃດ, ແມ່ນຫຍັງ ກໍ ເປັນແມ່ອະໄຣ ເທົ່ານັ້ນ ເຫຼືອນັ້ນ ກໍມີສັບບາງຊັບ ອັນເປັນຊັບຖິ່ນ ທີ່ເຂົາຍົກມາກເປັນສັບທາງການ ເຊັ່ນ “ໝາກ” ໄທຍ໌ກໍວ່າ “ມະ” ຫາກຈະທຽບກັບຄໍາລາວ ກໍກົງກັບຄຳລາວພວນ “ມະ” ໝາຍເຖິງໝາກໄມ້.
ນອກຈາກນັ້ນ ສຽງທີ່ຖືວ່າຕ່າງກັນກັບພາສາລາວ ກໍແມ່ນສຽງວັນນະຍຸດ ເອກ ໂທ ຄື ສຽງໃດ ເປັນສຽງໂທ ໃນຄຳບາງຄໍາເປັນສຽງເອກ ເຊັ່ນ “ຊ້າງ” ໃນພາສາໄທຍ໌ ມັກຈະເປັນ ສຽງເອກແລະໂທປົນກັນ, “ໄມ່ໃຊ້” ກາຍເປັນສຽງ ເປັນສຽງໂທ “ໄມ້” ອັນນີ້ ບໍ່ແມ່ນ ແຕ່ສຽງໄທຍ໌ເທົ່ານັ້ນ ໃນພາສາລາວເຮົາ ສຽງເອກກໍມັກຈະອອກສຽງໂທກະມີ ເຊັ່ນສຽງ ລາວກຸ່ມໄທທົ່ງ, ສຽງລາວກຸ່ມລາວເໜືອບາງກຸ່ມ ແມ່ນແຕ່ສຽງລາວພາສາກາງມັກຈະ ອອກສຽງເອກເປັນສຽງໂທ ເຊັ່ນ “ເຣື່ອງ” ມັກຈະອອກເປັນ “ເຣື້ອງ” ເຫຼົ່ານີ້ເປັນຕົ້ນ.
ຢ່າງໃດກໍຕາມ ກ່ຽວກັບຄໍາເວົ້າລາວກັບໄທຍ໌ນັ້ນ ເວົ້າລວມແລ້ວ ມີຄວາມເໝືອນ ກັບພາສາລາວເປັນສ່ວນຫຼາຍ ແລະມີຄວາມແຕກຕ່າງກັນເປັນສ່ວນໜ້ອຍເທົ່ານັ້ນ.
ທີ່ນີ້ ເຮົາມາສົນທະນາກັນ “ອ້ວນ, ຜອມ” ເປັນພາສາລາວແທ້ບໍ ?, ຄວາມຈິງ ເຮົາມັກຈະຍິນຄຳວ່າ “ຕຸ້ຍກັບຈ່ອຍ” ທີ່ຄົນລາວເຮົາເວົ້າຈາກັນ ແຕ່ວ່າໃນທ້ອງຖິ່ນແລ້ວ ຄຳວ່າ “ຕຸ້ຍກັບຈ່ອຍ” ນັ້ນເປັນພາສານິຍົມໃນຍຸກຫຼັງ ທີ່ສັງຄົມລາວກ້າວຈາກພະຫຸສັງ ຄົມ ກາຍມາເປັນເອກະສັງຄົມໃນຍຸກປັດຈຸບັນເທົ່ານັ້ນ, ໃນສັງຄົມ ທີ່ເປັນສັງຄົມໃຫຍ່ ຫຼືສັງຄົມເປັນສັງຄົມພະຫຸສັງຄົມ ມີການພົວພັນກັນໃນກຸ່ມບ້ານ ກຸ່ມເມືອງນັ້ນ ຄໍາວ່າ “ອ້ວນ, ຜອມ, ຕຸ້ຍ, ພີ, ຈ່ອຍ” ລ້ວນແຕ່ເປັນຄໍາລາວທັງນັ້ນ.
ບາງຄົນອາດຊິເວົ້າແກ້ ດ້ວຍວ່າຍ້ອນວ່າຄົນລາວຟັງວິທະຍຸ ແລະໂທລະທັດໄທຍ໌ ຫຼາຍ ຈຶ່ງນໍາເອົາພາສາໄທຍ໌ມາເວົ້າ ອັນນີ້ບໍ່ເປັນຄວາມຈິງ ປານໃດ, ເພາະຄໍາເລົ່່ານີ້ ຖືກໃຊ້ສົນທະນາປາໃສ ໃນທ້ອງຖິ່ນລາວເຫິງນານຕັ້ງແຕ່ຍຸກການສື່ສານຍັງບໍ່ທັນກວ້າງ ຂວາງພຸ້ນ.
ຄຳຢັ້ງຢືນວ່າ “ອ້ວນ, ຜອມ, ຕຸ້ຍ, ພີ, ຈ່ອຍ” ຄຳລາວເລົ່ານີ້ມັກຈະເອົາມາຕັ້ງຊື່ ໃຫ້ລູກຫຼານຂອງຕົນເພື່ອໃຫ້ເປັນມຸງຄຸນ ຄື “ທ້າວຕຸ້ຍ, ນາງຕຸ້ຍ, ທ້າວອ້ວນ, ສ່ວນພີ ມີໜ້ອຍ ທີ່ຈະເອົາມາຕັ້ງຊື່ຄົນ ເຖິງມີ ກໍມີຄວາມໝາຍອື່ນເຊັ່ນ ສຸພີ, ສະນັ້ນຄຳວ່າພີ ຈຶ່ງເປັນຄຳ ໃຊ້ແທນອ້ວນ ແລະຕຸ້ຍນັ້ນ ຖືກຕາຍແລ້ວ ຄວາມຈິງ “ພີ” ກັບ “ອ້ວນ” ມີຄວາມໝາຍດຽວກັນ ຄືອ້ວນກັບພີ ຄູ່ກັບກັບຈ່ອຍ ເຊັ່ນ “ອ້ວນພີດີງາມ” ດຽວນີ້ຈະປ່ຽນຄໍາວ່າ “ອ້ວນ” ມາເປັນ “ຕຸ້ຍພີດີງາມ”.
ສຳລັບ ຄຳວ່າ “ຜອມ” ບໍ່ມັກນໍາມາຕັ້ງຊື່ເພາະຖືວ່າເປັນຊື່ອັບປະມຸງຄຸນ ແຕ່ຈ່ອຍ ມີຄວາມໝາຍດຽວກັບຜອມ ພັດປາກົດເຫັນມີການນຳມາຕັ້ງຊື່ ເຊັ່ນ “ທ້າວຈ່ອຍ, ນາງຈ່ອຍ” ເລົ່ານີ້ເປັນຕົ້ນ, ເມື່ອມາເບິ່ງແລ້ວ ຄຳວ່າ “ຈ່ອຍ” ນີ້ອາດໝາຍເຖິງຄົນທີ່ມີຮ່າງ ກາຍສົມສ່ວນ ສົມບູນ ກຳລັງວັງຊາແຂງແຮງ ແຕ່ວ່າຮ່າງກາຍບໍ່ໃຫຍ່ ຈຶ່ງຮຽກວ່າຈ່ອຍ, ສ່ວນວ່າຜອມ ໃນພາສາລາວ ອາດໝາຍເຖິງຄົນເຄີຍອ້ວນທ້ວນສົມບູນ ແຕ່ມາໄລຍະຫຼັງ ຮ່າງກາຍຜອມລົງ ດ້ວຍອາການທາງສຸຂະພາບ ຈຶ່ງຮຽກວ່າ “ຜອມ” ດ້ວຍເຫດນັ້ນ ຈຶ່ງບໍ່ເອົາມາຕັ້ງຊື່ ເພາະເປັນອັບປະມຸງຄຸນ, ນອກຈາກຈ່ອຍ ແລະຜອມແລ້ວໃນຄຳລາວ ຍັງມີຄຳໜຶ່ງ ທີ່ມັກຈະນຳມາໃຊ້ ຄືຄຳວ່າ “ຢອດ” ອັນໝາຍເຖິງຄົນລຸກແຕ່ໄຂ້ໃໝ່ໆ ຮ່າງກາຍ ຈ່ອຍຜອມ ເຫຼືອງລ່າເຂົາຮຽກວ່າ “ຢອດ” ສະໄໝຍັງນ້ອຍມີຄໍາປະໂຫຍກໜຶ່ງວ່າ “ທ້າວຕຸ້ຍຂາວປອດ ລາວໄປກິນໝາກນອດ ຈຶ່ງເຮັດໃຫ້ລາວຢອດຈ່ອຍຜອມ”, ນອກຈາກຄຳດຽວດ່ຽມ ເຊັ່ນ ອ້ວນ, ພີ, ຕຸ້ຍ, ຜອມ, ຈ່ອຍ, ແລ້ວ ຍັງຄຳເວົ້າລາວຍັງເອົາຄຳເລົ່ານີ້ ຜະສົມກັນເອງອີກວ່າ “ພີຕຸ້ຍ, ອ້ວນພີ, ຈ່ອຍຜອມ” ແລະອື່ນໆອີກ, ສະນັ້ນ ຄົນລາວທັງມວນ ເມື່ອຮູ້ແລ້ວວ່າ ຄຳເລົ່ານີ້ເປັນສົມບັດອັນລໍ້າຄ່າຂອງລາວ ຄວນຈະອະນຸລັກປົກປັກ ຮັກສາຄໍາເລົ່ານີ້ຈັ່ງໃດ ມັນຈຶ່ງຈະຢູ່ຄູ່ລາວນານເທົ່ານານ.

ດຣ. ມາຈາກໃສ ?

ດຣ. ມາຈາກໃສ ?
--------------
ຄົ້ນຄວ້າໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
--------------
- ຕັ້ງແຕ່ເຫິງແຕ່ເຍີງແລ້ວ ໃນພາສາລາວເຮົາ ຜູ້ທີ່ຈົບແພດ ສາຂາຫຍັງກໍຕາມ ມັກຈະໃຊ້ຄໍາຫຍໍ້ຮຽກຊັ້ນຜູ້ນັ້ນວ່າ "ດຣ" ຜູ້ທີ່ຈົບປະຣິນຍາເອກສາຂາຫຍັງກໍຕາມ ເຂົາກໍຈະຂຽນ "ດຣ" ແທນຄໍາຮຽກ, ຄົນລາວເຮົາໃຜໆກໍຕາມຫາກເຫັນຂຽນ "ດຣ" ນໍາໜ້າຊື່ແບບນີ້ແລ້ວໃຜໆ ກໍອ່ານວ່າ "ດອກເຕີ" ໂລດໂດຍທີ່ບໍ່ຕ້ອງເອະອະໃຈຫຍັງຈັກດີ້.

- ຜູ້ຂຽນສົງໃສ ມານານແລ້ວວ່າລາວເຮົາຂຽນ ຫຍໍ້ "ດຣ" ໄດ້ຈັ່ງໃດ ທັງໆທີ່ໃນພາສາລາວເຮົາ ບໍ່ຍອມໃຊ້ໂຕ "ຣ" ວ່າເປັນອັກສອນໂຕໜຶ່ງໃນໝວດ "ອັກຂະຣະວິທີພາສາລາວ"

- ຈົນມາຮອດປີ ໒໐໐໐ ໃນອັກຂະຣະວິທີພາສາລາວ ເຂົາກໍໄດ້ຍອມຮັບວ່າ ໂຕ "ຣ" ເປັນອັກສອນໂຕໜຶ່ງ ໃນ ໒໗ ໂຕຂອງພາສາລາວ, ເຮັດໃຫ້ອັກສອນລາວ ມີ "໒໗" ໂຕບໍລິບູນ, ແຕ່ວ່າໂຕ "ຣ" ບໍ່ສາມາດຂຽນພາສາລາວໄດ້ ເວັ້ນເສັຍແຕ່ຂຽນພາສາຕ່າງປະເທດ ແລະພາສາຊົນເຜົ່າໃນລາວເທົ່ານັ້ນ(ນີ້ຄືການກີດກັ້ນໂຕ "ຣ" ບໍ່ໃຫ້ມີບົດບາດໃນພາສາລາວ ຢ່າງເຕັມຕົວ ໂຕ "ຣ" ກະເລີຍບໍ່ມີສິດໃນຂອບເຂດພາສາລາວ)

- ເຖິງວ່າໃນພາສາລາວ ການຂຽນ "ດຣ" ຄົນຮູ້ໂລດວ່າມາຈາກ "ດອກເຕີ" ຄວາມຈິງແມ່ນຂຽນທັບຊັບມາຈາກ Dr.ໃນພາສາອັງກິດ ເຊິ່ງຄໍາວ່າ "Dr." ຫຍໍ້ມາຈາກຄໍາພາສາອັງກິດວ່າ "Doctor" ເຖິງປານນັ້ນ, ການຂຽນ "ດຣ" ໃນພາສາລາວ ກໍຍັງບໍ່ສົມເຫດສົມຜົນ, ເພາະໂຕ "ຣ" ໃນພາສາລາວຍັງບໍ່ປະກາດໃຊ້ວ່າໃຫ້ຂຽນຄໍາໃນພາສາລາວ, ອັນໜຶ່ງເຖິງຈະເຂົ້າໃຈວ່າ "ດຣ" ຕ້ອງຫຍໍ້ມາຈາກ "Dr" ກໍຕາມ ເພາະຄໍາຍາວໃນພາສາອັງກິດວ່າ "Doctor" ແຕ່ໃນພາສາລາວພັດຂຽນ "ດອກເຕີ" ເຊິ່ງບໍ່ມີໂຕ "ຣ" ຢູ່ດ້ວຍ ຈຶ່ງບໍ່ສົມເຫດຜົນທີ່ຈະຂຽນວ່າ "ດຣ" ຫາກຈະໃຫ້ສົມເຫດສົມຜົນໃນໃນຄໍາຂຽນພາສາລາວທີ່ໃຊ້ກັນຢູ່ຕ້ອງໃຊ້ "ດຕ" ຈຶ່ງຈະຖືກຕ້ອງ ແຕ່ວ່າຈະຂຽນໄດ້ຈັ່ງໃດ ຄໍາ "ດຣ" ນີ້ໃຊ້ກັນມານານແລ້ວ ແລະມັນກົງກັບຄໍາຫຍໍ້ໃນພາສາອັງກິດ ທີ່ຂຽນວ່າ "Dr." ຫາກຈະໃຫ້ຂຽນໃນພາສາລາວ "ດຣ" ໃຫ້ກົງທັງພາສາອັງກິດ ແລະພາສາລາວ ເຊິ່ງບໍ່ມີການຂັດແຍ້ງກັນໃນພາສາລາວ ທີ່ເປັນຄໍາເຕັມຮູບແບບໃນພາສາລາວ ຄວນຈະຂຽນວ່າ "ດັອກເຕີຣ໌" ຈຶ່ງຈະສົມເຫດສົມຜົນຄັກ, ການຂຽນແບບນີ້ "ດັອກເຕີຣ໌" ຖຶກຕ້ອງຕາມວັດຖຸປະສົງຂອງໄວຍາກອນລາວ ປີ 2000

ທົ່ວທີບທົ່ວແດນ

 ທົ່ວທີບທົ່ວແດນ
--------------
ຄົ້ນຄວ້າໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
--------------
- "ທົ່ວທິບທົ່ວແດນ" ຄົນລາວບູຮານສ້າງສັນພາສາຂອງຕົນເອງ ໂດຍທີ່ບໍ່ມີຂໍ້ຈໍາກັດວ່າ ອັນນັ້ນພາສາຂອງປະເທດນັ້ນ ອັນນີ້ພາສາຂອງປະເທດນີ້, ສະນັ້ນ ພາສາຂອງລາວ ຈຶ່ງກວ້າງຂວາງ ບໍ່ມີຂອບເຂດຈໍາກັດ ທັງຫຼວງຫຼາຍພາຍມາກອີກດ້ວຍ.

- ເຮົາຈະເຫັນຄໍາວ່າ "ທົ່ວທີບທົ່ວແດນ" ເຮົາຄົງຈະສົງໄສວ່າ ຄໍານີ້ເປັນຄໍາລາວລ້ວນໆ ທີ່ແທ້ບໍ່ແມ່ນຄໍາລາວທັງໝົດ "ທົ່ວ" ເປັນຄໍາລາວ ໝາຍເຖິງກວ້າງຂວາງ, ຫຼວງຫຼາຍ ເຊັ່ນຄໍາວ່າ "ໂດຍທົ່ວໄປ" ຄື ໝາຍວ່າ "ໝາຍເອົາທັງໝົດທັງປວງ"

- "ທີບ" ມາຈາກພາສາປາລີ "ທະວີປະ ຄື ທະວີປ" ອັນໝາຍເຂດແດນທາງພູມສາດ, ສ່ວນ "ແດນ" ໝາຍເຖິງອານາເຂດ, ຄໍາວ່າ "ທົ່ວທີບທົ່ວແດນ" ໝາຍເຖິງອະນາເຂດທີ່ກວ້າງໃຫຍ່ທຸກໝ້ອງທຸກແຈ.

- ຄໍາທີ່ມັກເອົາໄປໃຊ້ ເຊັ່ນ ຄົນເວົ້າໂລໆເລ, ມັກຈະໃຊ້ຄໍາວ່າ "ເວົ້າທົ່ວທີບທົ່ວແດນ", ຄືເວົ້າບໍ່ມີບ່ອນເອົາ, ຄົນໄປທຸກທີ່ທຸກບ່ອນກໍວ່າ "ໄປທົ່ວທີບທົ່ວແດນ" ສະນັ້ນ, ຄໍາວ່າທົ່ວທີບທົ່ວແດນ ໝາຍເຖິງໄປໂດຍບໍ່ມີຂອບເຂດນັ້ນເອງ.

ໂລໆເລໆ

  ໂລໆເລໆ
--------------
ຄົ້ນຄວ້າໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
--------------

- ຜູ້ຂຽນມັກອ່ານໜັງສືລາວເປັນຊີວິດຈິດໃຈ, ໜັງສືຫຍັງກະອ່ານໂດຍສະເພາະໜັງສືບູຮານທີ່ຂຽນເປັນຮ້ອຍແກ້ວ ຮ້ອຍກອງໃນໜັງສືໃບລານ ມັນເປັນສິ່ງທີ່ແປກຫຼາຍ ທີ່ບໍ່ມັກພົບຄໍາວ່າ "ໂລໆເລໆ"

- ເມື່ອບໍ່ພົບຄໍາວ່າໂລໆເລໆ ໃນພາສາບູຮານ ກໍເບິ່ງໃນກະວີບູຮານ ກໍບໍ່ເຫັນຄໍາວ່າ ໂລ ຫຼື ເລ ສອງຄໍານີ້ ເວັ້ນເສັຍແຕ່ຄໍາກະວີລາວສະໄໝໃໝ່, ແຕ່ກໍບໍ່ຈຶ່ງວ່າຢູ່ໃສແລ້ວແນວມັນເຫິງແລ້ວ.

- ດ້ວຍເຫດນັ້ນ ຄໍາວ່າ "ໂລ" ກັບ "ເລ" ຈຶ່ງເຂົ້າໃຈວ່າເປັນພາສາໃໝ່ ອາດຊິເກີດຂຶ້ນໃນສະໄໝຝຣັ່ງນີ້ ເຊັ່ນວ່າ "ເຄື່ອງໂລ" ຫຼື "ຂອງເລ" ກໍຄື ເຄື່ອງລາຄາຖືກ, ລາຄາບໍ່ແພງ, ສ່ວນຄໍາວ່າ "ເລ" ເປັນພາສາສະໄໝໃໝ່ເໝືອນກັນ ບໍ່ຮູ້ວ່າເປັນພາສາລາວຫຼືພາສາຕ່າງປະເທດ ເຊັ່ນມັກໃຊ້ໃນການ ຂາຍອງເຊັ່ນກັນ "ຂາຍຂອງເລຫຼັງ, ຂາຍເຄື່ອງເລ" ກໍຄືເອົາຂອງເກົ່າ ຂອງຕົກລາຄາມາຂາຍໃນລາຄາຖືກໆ

- ສະນັ້ນ, ຄໍາວ່າ "ໂລໆເລ" ຈຶ່ງໝາຍເຖິງໄຮ້ຄຸນຄ່າລາຄາບໍ່ສູງ, ຄໍາວ່າ "ເວົ້າໂລໆເລໆ" ກໍຄືເວົ້າທົ່ວທີບບໍ່ມີຄຸນຄ່າລາຄາບໍ່ແພງ ນັ້ນເອງ.

ພາສາລາວ(ຕົວ-ໂຕ)

ພາສາລາວ(ຕົວ-ໂຕ)
----------------------
ຄົ້ນຄວ້າໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
----------------------
ໂຕ : ມັກໃຊ້ວ່າ ໂຕເອງ, ຕົນໂຕ, ຂອງໂຕ, "ກິນເຂົ້າໂຕໂສຄວາມເພິ່ນ" ແລະອື່ນໆ
ຕົວ : ມັກໃຊ້ຄູ່ກັນ "ຕົວເອງ, ຕົນຕົວ, ຂອງຕົວ, (ຄໍາເທິງນັ້ນ ບໍ່ປາກົດເຫັນໃຊ້).
- ທີ່ນີ້ ລະຫວ່າງ "ໂຕ" ກັບ "ຕົວ" ມີການໃຊ້ໃນພາສາລາວເຮົາຢ່າງແຜ່ຫຼາຍໃນທ້ອງຖິ່ນ, ໃນສັງຄົມ, ຊຸມຊົນ, ສ່ວນທາງການພັດບອກວ່າ "ໂຕ" ເປັນຄໍາລາວ, "ຕົວ" ເປັນຄໍາໄທຍ໌ ມີການເຂົ້າໃຈກັນແບບນີ້ ຜູ້ຂຽນຈຶ່ງໄດ້ທໍາການສຶກສາລົງເລິກ ສຶກສາທີ່ໄປທີ່ມາຂອງ ຄໍາວ່າ "ຕົວກັບໂຕ" ມາຈາກໃສກັນແທ້.
- ຕົວ ກັບ ໂຕ ນີ້ມາການເວົ້າກັນຢ່າງແຜ່ຫຼາຍໃນຊຸມຊົນຊາວລາວ ບໍ່ວ່າສັງຄົມເມືອງ ແລະສັງຄົມບ້ານນອກໂດຍສະເພາະທ້ອງຖິ່ນຫ່າງໄກສອກຫຼີກ ສັງຄົມຊົນເຜົ່າ ລ້ວນແຕ່ ມີຄໍາສອງຄໍານີ້.
- ໃສສັງຄົມຊາວຜູ້ໄທ(ພູໄທ) ແຕ່ທ່າແຂກຈົນຮອດສະຫວັນ ເດັ່ນທີ່ສຸດແມ່ນສະຫວັນ "ສອງໂຜເມໄປລ້ຽງໂງຢູ່ຢູ່ໜອງໂກ" ຄົນທົ່ວໄປຈະບໍ່ເຂົ້າໃຈ ຄໍານີ້ ຕ້ອງແປ "ສອງຜົວເມັຍໄປລ້ຽງງົວຢູ່ໜອງໂກ".
- ບໍ່ວ່າແຕ່ຊາວພູໄທ ຊາວໄທລື້ ແລະຊາວຕະກຸນໄທລາວອື່ນໆ ກໍມັກໃຊ້ ຊາວພາກໃຕ້ທົ່ວ ໄປກໍເຫັນໃຊ້ ໂຕ ກັບຕົວຄູ່ກັນສະເໝີ ຕົນໂຕ, ຕົນໂຕ ແລະອື່ນໆ ໃນໜັງສືວັນນະຄະດີ ບູຮານກໍມັກເຫັນຄຳທັງສອງນີ້ສະເໝີ.
- ສະແດງໃຫ້ເຫັນວ່າ ສະຫຼະ "ໂອ" ເປັນສະຫຼະ "ອົວ" ຜົວ, ເປັນ "ໂຜ, ງົວ ເປັນ ໂງ" ສະນັ້ນ ຄໍາວ່າ "ຕົວ" ຈະມັກເປັນ "ໂຕ" ໃນພາສາລາວ ດ້ວຍເຫດນັ້ນ "ໂຕ" ກັບ "ຕົວ" ຈຶ່ງເປັນພາສາລາວທັງສອງຄວາມ ຕ່າງແຕ່ຈະເວົ້າຕອນໃດເທົ່ານັ້ນເອງ.

วันจันทร์ที่ 15 กันยายน พ.ศ. 2557

ເມົາເຫຼົ້າ + ຂັບລົດ = ອຸບປະຕິເຫດ

ເມົາເຫຼົ້າ + ຂັບລົດ = ອຸບປະຕິເຫດ
———
(ພອຈ.ເນືອງພິລັກ ໂຊຕິທອນ)
ໍ- ຄຳວ່າ “ອຸປະຕິເຫດ, ອຸປັດເຫດ, ອຸບັດເຫດ” ທັງສາມວິທີຂຽນ ແລະສາມຄຳນີ້ ເມື່ອອິງຕາມພັດທະນາການທາງ ອັກຂະຫຼະວິທີລາວນັບແຕ່ອະດີດຮອດປັດຈຸບັນ ເຫັນວ່າມີການໃຊ້ກັນທັງສາມ ມີການຮັບຮູ້ກັນວ່າ ຖືກຕ້ອງຕາມມະຕິສັງຄົມ ແລະເຄົ້າມູນຂອງພາສາ ທີ່ຖືກບັນຍັດໃຊ້ມາ.
- ດັ່ງທີ່ບອກແລ້ວວ່າ ຄຳວ່າ “ອຸປະຕິເຫດ, ອຸປັດເຫດ, ອຸບັດເຫດ” ທັງສາມວິທີຂຽນ ແລະສາມຄຳນີ້ ເຄີຍມີການໃຊ້ມາກ່ອນໃນພັດທະນາການທາງອັກຂະຫຼະວິທີລາວ ແຕ່ລະຍຸກສະໄໝ ແມ່ນວ່າທັງສາມວິທີຂຽນນີ້ ບາງວິທີບໍ່ໄດ້ຖືກບັນຍັດໄວ້ໃນວັດ ຈະນານຸກົມກໍຕາມ ແຕ່ມັນກໍປະກົດຕົວໃນໜັງສືເກົ່າໆຕ່າງໆມາແລ້ວ ມັນຍ່ອມຢັ້ງຢືນໄດ້ວ່າ ທັງສາມຄຳນີ້ມາມາດໃຊ້ໄດ້ໂດຍທາງການ ຕາມຄວາມເໝາະສົມອັນຄວນຂອງຜູ້ໃຊ້ຈະເລືອກໃຊ້.
- ວິທີຂຽນທັງສາມທີ່ກ່າວມາເທິງນັ້ນ ມັນມີເຄົ້າມາຈາກການທີ່ເອົາພາສາພາປາລີ ຫຼືເວົ້າອີກ ຢ່າງໜຶ່ງວ່າ ເອົາຄຳລາວທີ່ໄດ້ມາຈາກພາສາປາລີມາປະສົມດັດແປງກັນ 2 ຄຳ ຄື:
1. ອຸປະຕິ (ເກີດ)
2. ເຫຕຸ (ເຫດ)
- ເອົາສອງຄຳມາຜະສົມກັນແລ້ວໄດ້ຮູບຕາມເຄົ້າເດີມ “ອຸປະຕິເຫຕຸ” ໃນການຂຽນແບບເດີມ ແມ່ນຂຽນແບບນີ້ເວລາອ່ານ ກຳນົດໃຫ້ອ່ານ (ອຸ-ປະ-ຕິ-ເຫດ), ເມື່ອພັດທະນາການອັກຂະຫຼະ ວິທີລາວປ່ຽນໄປກໍຂຽນ “ອຸປະຕິເຫຕ” ແລະ “ອຸປະຕິເຫດ” ຕາມລຳດັບ ການອ່ານກໍອ່ານ ແບບເດີມ (ອຸ-ປະ-ຕິ-ເຫດ), ແຕ່ທັງນີ້ທັງນັ້ນ ການຂຽນແບບນີ້ ແມ່ນຈະກຳນົດໃຫ້ອ່ານວ່າ ອຸປະຕິເຫດ ແຕ່ການອອກສຽງສ່ວນໃຫຍ່ຂອງຄົນລາວ ກໍມັກຈະອອກສຽງເປັນ “ອຸບ-ປະ-ຕິ-ເຫດ” ການອອກສຽງແບບນັ້ນ ບໍ່ໄດ້ໝາຍວ່າອອກສຽງຜິດ ເປັນການອະນຸໂລມໃນການໃຊ້ ອັນເປັນສ່ວນພາສາເວົ້າ ແຕ່ພາສາຂຽນນັ້ນຈະຂຽນ “ອຸບປະຕິເຫຕຸ ຫຼື ອຸບປະຕິເຫດ” ຖືວ່າ ຂຽນຜິດຕາມການກຳນົດແຫ່ງອັກຂະຫຼະວິທີລາວ.
- ຄຳວ່າ “ອຸປະຕິເຫດ” ນອກຈາກເຮົາຈະໄດ້ເຫັນການຂຽນເຊັ່ນນີ້ແລ້ວ ເຮົາຍັງເຫັນການຂຽນ ແລະການອອກສຽງຕ່າງອີກ ຄື “ອຸບັດເຫດ ແລະ ອຸປັດເຫດ” ທັງສອງຄຳນີ້ ໃນອະດີດ ເຫັນໃຊ້ ຄວບຄູ່ກັບ “ອຸປະຕິເຫດ” ເລື້ອຍມາ ແຕ່ກໍບໍ່ໄດ້ໃຊ້ເປັນທາງການ ຄື ໃນໜັງສືທີ່ເປັນທາງຣາຊະ ການ ປະກົດໃນໜັງສືເຄິ່ງທາງການ ສ່ວນຕົວ ແລະວັນນະຄະດີສະໄໝໃໝ່.
- ຄຳວ່າ “ອຸບັດເຫດ” ກໍໄດ້ຈາກຄຳ ທີ່ຜະສົມກັນສຳເລັດແລ້ວ ຄື ອຸປະຕິເຫຕຸ ແລ້ວມາສົນທິ (ຕັດຄຳໃຫ້ສັ້ນເຂົ້າອີກ) ເປັນ “ອຸປັຕິເຫຕຸ“ ຄຳໜຶ່ງ ແລ້ວກໍແປງ “ປ ເປັນ ບ” ກໍຈະໄດ້ “ອຸບັຕິເຫດ“ ເມື່ອເຫັນຮູບແບບນີ້ການອ່ານອອກສຽງຂອງແຕ່ລະຄົນບໍ່ຄືກັນ ບາງຄົນກໍອອກສຽງ ເປັນ “ອຸ-ປັດ-ຕິ-ເຫດ ຫຼື ອຸ-ບັດ-ຕິ-ເຫດ ຫຼື ອຸບັດເຫດ” ກໍດັ່ງທີ່ບອກແລ້ວ ການອອກ ສຽງແບບນັ້ນ ກໍບໍ່ຜິດແຕ່ການຂຽນຕາມສຽງທີ່ອອກນັ້ນມັນຈະຜິດ.
- ໄລຍະຕໍ່ມາ ອັກຂະຫຼະວິທີລາວປ່ຽນໄປ ເຮົາຈະເຫັນການຂຽນ “ອຸບັຕິເຫດ” ຖືກປ່ຽນມາເປັນ “ອຸບັດເຫດ” ເວລາອອກສຽງ ຈະອອກສຽງຕາມຮູບທີ່ເຫັນ ສະນັ້ນ, ຈຶ່ງເກີດມີທີ່ໃຊ້ຂຽນຢ່າງ ຖືກຕ້ອງສາມຄຳຄື
1. ອຸປະຕິເຫດ
2. ອຸປັດເຫດ.
3. ອຸບັດເຫດ.
- ຫາກຂຽນຕ່າງຈາກສາມຄຳນີ້ ຖືວ່າຜິດຈາກອັກຂະຫຼະວິທີ ທີ່ກໍານົດ, ມີຫຼາຍຄົນຖາມວ່າ ໃນ 3 ຄຳນີ້ ຄຳໃດຖືກແທ້, ກໍຈະຕອບວ່າຖືກທັງສາມ, ແຕ່ຫາກຖາມວ່າຈະໃຊ້ຈັງໃດ ກໍຕອບວ່າ ສຸດແລ້ວແຕ່ທ່ານຈະສະຫຼາດໃຊ້ ແຕ່ໃນຄວາມມຸ້ງໝາຍ ຄື ທັງສາມຄຳນີ້ແມ່ນສາມາດໃຊ້ໄດ້ ເມື່ອເຮົາຕ້ອງການເອົາຄຳເລົ່ານີ້ໄປສ້າງປະໂຫຍກໃໝ່, ໄປຂຽນກະວີ ບົດເພງ ແລະວັນນະຄະ ດີອື່ນໆ ສາມາດເອົາຄຳທັງສາມນີ້ໄປເລືອກໃຊ້ພຸ້ນແລ.
ແຕ່ງກ່ອນໃຫ້ອ່ານສັງເກດ
- ອຸປະຕິ ເຫຕຸ ທະລຸເຫດ
ເປັນອາເພດ ອຸບັດກໍ່ ໃຫ້ຂັດສົນ
ອັນເຫຕຸການ ອຸບັດໄພ ມາຜະຈົນ
ເກີດຂັດສົນ ຈົນສິ້ນຫວັງ ເກືອບຊີບວາຍ
(ໂດຍ: ສາຍເຊລຳເພົາ 12-04-14 ເວລາ 04:42)

วันอาทิตย์ที่ 14 กันยายน พ.ศ. 2557

ເຂົ້າໂພດ-ສາລີ

ເຂົ້າໂພດ ກັບສາລີ ໃນພາສາລາວລ້ວນແຕ່ເວົ້າເໝືອນກັນ
- ຄົນສະຫວັນຮອດປາກເຊ ຕະຫຼອດຮອແຂວງພາກໃຕ້ ບໍ່ຮຽກສາລີ ຈະຮຽກເຂົ້າໂພດ ປົດປ່ອຍມາ ຫຼັງປີ ໑໙໗໕ ມີຄົນທາງເໜືອໄປພາເວົ້າສາລີ ກໍຂັດໆ ຫູ ແຕ່ແຕ່ດຽວນີ້ ເວົ້າທັງເຂົ້າໂພດ ທັງສາລີ.
- ອຸບົນ ສີສະເກດ ຮອດປາຈີນ ອາດເວົ້າທົ້ວພາກອີສານທັງໝົດວ່າ ເຂົ້າໂພດ
- ບໍຣິຄຳໄຊ ຂຶ້ນໄປຮອດເມືອງຫຼວງຊຳເໜືອ ວ່າ ສາລີ
- ສ່ວນຄົນລື້ກັບວ່າ ເຂົ້າໂພດ ແຕ່ອອກສຽງເຂົ້າໂປດ
- ຄຳຂ້າງຄຽງ ບາງຄົນກະວ່າ "ເຂົ້າໂຄດ".
- ຫາກປູກກິນໜ່ວຍອ່ອນໆ ຮຽກວ່າ ເຂົ້າສາລອຍ
- ຄົນພາກໃຕ້ ຮຽກເຂົ້າສາລີ ກໍຄືພືດຕະກູນເຂົ້າໂພດ ແລະເປັນຮ່ວງ ເມັດມົນໆ
- ປາກົດເຫັນວ່າ ໃນໜັງສື ຕຳນານຊຽງດົງ ຊຽງທອງ ຊຽງຫຼວງ ໄດ້ຈາກວັດແສນສຸຂາຣາມ ຮຽກ ເຂົ້າໂພດສາລີ

ພາສາກັບການສື່ສານ ອຸປະສັກຂອງການພັດທະນາ

ພາສາກັບການສື່ສານ ອຸປະສັກຂອງການພັດທະນາ
-------------------------------------------
ຂຽນໂດຍ. ພອຈ.ເນືອງພິລັກ ໂຊຕິທອນ
-------------------------------------------
- ອຸປະກອນການສື່ສານ
໑. ໃບຂ່າວ
໒. ໃບປິວ.
໓. ແຜ່ນພັບ.
໔. ຈົດໝາຍ.
໕. ໜັງສື.(ປື້ມອ່ານປະເພດຕ່າງໆ)
໖. ວາລະສານ.
໗. ໜັງສືພິມ.
໘. ວິທະຍຸ
໙. ໂທລະສັບ
໑. ໂທລະທັດ.
໑໑. ເວບໄຊ
໑໒. ໜັງ
໑໓. ລຳເລື່ອງ.
໑໔. ລະຄອນ.
໑໕. ເພງ
໑໖. ເທດສະໜາຂອງພຣະສົງ ປະເພດຕ່າງໆ

- ບັນຫາ ແລະອຸປະສັກຕໍ່ການພັດທະນາ.
ດ້ານການສົ່ງສານ
ກ. ເຄື່ອງສົ່ງບໍ່ທັນສະໄໝ ແລະທັນການ.
ຂ. ເຄື່ອງສົ່ງບໍ່ຮັບປະກັນການເຂົ້າເຖິງ.
ຄ. ຜູ້ສົ່ງບໍ່ຮູ້ໃຊ້ເຄື່ອງມື.
ງ. ສື່ບໍ່ຮັບປະກັນຄວາມຖືກຕ້ອງແມ່ນຢຳ.
ຈ. ຜູ້ສົ່ງບໍ່ຮູ້ຈັກສົ່ງສານ.
ດ້ານສານ.
ກ. ເນື້ອຫາບໍ່ທັນສະໄໝ.
ຂ. ພາສາບໍ່ຮັບປະກັນຕໍ່ການເຂົ້າໃຈງ່າຍ.
ງ. ພາສາວິບັດ.(ພາສາ ແລະອັກສອນ)
ຈ. ພາສາ ແລະສາລະບໍ່ພັດທະນາ.
ດ້ານຜູ້ຮັບ
ກ. ເຄື່ອງຮັບບໍ່ທັນສະໄໝ
ຂ. ຜູ້ຮັບບໍ່ຮູ້ສື່ສານ (ຫູໜວກ, ຕາບອດ)
ງ. ຮູບຮັບ ບໍ່ເຂົ້າໃຈສານ (ກືກໜັງສື ແລະບໍ່ເຂົ້າໃຈພາສາ)
ຈ. ທີ່ສຳ ບໍ່ຮຽນໜັງສື (ບໍ່ມີຄວາມສາດມາດ ແລະປະຕິພານໄຫວພິບ)
- ທັງໝົດລ້ວນແຕ່ບັນຫາຂອງການສື່ສານ ອັນເປັນສິ່ງກີດກັ້ນການພັດທະນາທັງສິ້ນ, ຫາກມີການປັບປຸງ ແກ້ໄຂ ສົ່ງເສີມ ບັນຫາເລົ່າໂດຍລັດ ແລະອົງການຈັດຕັ້ງ ບັນຫາຕ່າງຈະກ້າວເຂົ້າສູ່ການພັດທະນາ ຢ່າງມີປະສິດທິພາບ.
ສື່ຈຳນວນ 50-90 ้% ທີ່ເຜີຍແຜ່ໃນຕະຫຼາດເມືອງລາວ ບໍ່ໄດ້ໃຊ້ພາສາລາວ ຄື
1. ໜັງສື.(ປື້ມອ່ານປະເພດຕ່າງໆ)
2. ວາລະສານ.
3. ໜັງສືພິມ.
4. ວິທະຍຸ
5. ໂທລະທັດ.
6. ເວບໄຊ
7. ໜັງ
8. ລຳເລື່ອງ.
9. ລະຄອນ.
10. ເພງ
ໍ່- ນອກຈາກນີ້ ຍັງມີແຜ່ນພັບກຳກັບຜະລິດຕະພັນສິນຄ້ານຳເຂົ້າ 100/100 ໃຊ້ພາສາຕ່າງປະເທດ.

ຮຽນພາສາລາວ ຈາກສື່ໂຄສະນາ ໑

ວິທີຂຽນທັບສັບນີ້ ງ່າຍໆໆໆ
ວິທີຽນໃຫ້ເຮັດຈັ່ງຊີ້
໑. ເບິ່ງເຄົ້າຂອງພາສາທີ່ເປັນພາສາເດີມ
໒. ປ່ຽນຮູບອັກສອນເດີມ ໃຫ້ເປັນອັກສອນລາວ
໓. ລຽນລຳດັບການຜະສົມອັກສອນ ຕາມອັກຂະຣະວິທີລາວ
- ກໍໄດ້ວິທີຂຽນທັບສັບແບບລາວແລ້ວ ບໍ່ຍາກໆໆໆໆໆ

ຕົວຢ່າງ:
- Duss ປ່ຽນເປັນ ດັສສ໌ (ກໍຣະນີນີ້ ໂຕ SS ມີ ໒ ໂຕ ກໍຕ້ອງຂຽນສອງໂຕ ແຕ່ກໍຕ້ອງຫ້າມທຳງານໂຕໃດໂຕໜຶ່ງ ໂດຍອີງຕາມສຽງ ຫຼືຕາມຮູ້ເຄົ້າພາສາ)
- PRADO ປ່ຽນເປັນ ປຣາໂດ (ວິທີນີ້ບໍ່ຕ້ອງເຮັດຫຍັງ ເພາະມັນຖືກຕາມອັກຂະຣະວິທີລາວແລ້ວ).
- Lao star Channel ປ່ຽນເປັນ ລາວສຕາຣ໌ ແຊນແນລ (ອັນນີ້ກະບໍ່ຕ້ອງເຮັດໃຫ້ປ່ອຍໃຫ້ມັນເປັນໄປຕາມນັ້ນເລີຍ ເພາະມັນຣຽງຕາມອັກຂະຣະວິທີລາວ ຕ່າງແຕ່ເປັນການສະກົດ ພິເສດ-ໃນກໍຣະນີນີ້ເຮົາຈະເຫັນວ່າ ສຕາຣ໌ ຂຽນແບບນີ້ ອັນນີ້ເປັນໄປຕາມເຄົ້າສັບເຂົາ Star ເຊິ່ງບໍ່ມີ ສະຣະ a ຢູ່ເຮົາກໍບໍ່ຕື່ມສະ າ ໃຫ້ມັນ, ແຊນແນລ ມີຄວາມແຕກຕ່າງ ຄື ລ ສະກົດແທນທີ່ຈະ ໃຫ້ໂຕ ນ ຕາມແບບລາວ ແຕ່ເຄົ້າເຂົາໃສ່ໂຕ L ໂຕ L ທຽບໄດ້ ໂຕ ລ ໃນອັກສອນລາວ ເຮົາກໍຂຽນຕາມເຂົາ ສ່ວນຈະອ່ານອອກສຽງ ແນວ ຫຼື ແນລ ກໍສຸດ ແຕ່ເຄົ້າສັບເດີມຈະກຳນົດ)
-ໃຫ້ປ່ຽນອັກສອນຝຣັ່ງ ມາເປັນລາວລາວ ໂດຍການສົມທຽບອັກສອນລາວໂຣມັນ ຕາມທີ່ໄດ້ຮຽນມາ ແຕ່ການປ່ຽນຮູບ ຫຼືທຽບຮູບອັກສອນທີ່ຖືກຕ້ອງນັ້ນ ໃຫ້ຖືເອົາຕາມແບບສະພາ ຈັນທະບູຣີນັ້ນແມ່ນຖືກທີ່ສຸດ.
 

ເພື່ອນກັບແຟນ


ຜູ້-ຜູ່ໆໆ


วันพฤหัสบดีที่ 27 มีนาคม พ.ศ. 2557

ກະ

- ຊື່­ສັດ ເຄື່ອງໃຊ້ ແລະ­ພືດໃນ­ໜວດ ກະ­ 
1. ກະ­ຈິບ 
2. ກະ­ຈາບ 
3. ກະ­ຈອກ 
4. ກະ­ຈອນ 
5. ກະ­ເຕັນ (ນົກກະ­ເຕັນ) ນີ້ເຂົາ­ຮຽກ­ນົກເຕັນ ນີ້­ຄືບັນ­ຫາອາດຈະ­ມີການ­ຖົກ­ຖຽງ­ກັນ­ຍາວ.
6. ກະ­ແຕ 
7. ກະ­ຕ່າຍ 
8. ກະ­ເດືອນ (ຂີ້ກະ­ເດືອນ-ຄວາມໃໝ່ວ່າໃສ້ເດືອນ) 
9. ກະ­ເລັນ 
10. ກະ­ບຸກ 
11. ກະ­ແບນ (ຈານແບນ-ຖວາຍແບນ) 
12. ກະ­ບຸງ 
13. ກະ­ບວຍ; 
14. ກະ­ບອກ. 
- ເບິ່ງ­ລົມ­ພາຍຸໄຕ້­ຝຸ່ນ ນົກເຕັນ ຫຼືນົກກະ­ເຕັນໆ­ໆ­ໆ­ 

ກະ­ດົ້ງ, ກະ­ບຽນ (ສ່ວຍເຂົ້າ), ກະ­ເປົາ, ກະ­ປິ, ກະ­ຫລໍ່າ, ກະ­ໂຫລ່ງ, ກະ­ເຕົາ (ປາ), ກະ­ປອມ (ກິປອມ ກໍວ່າ), ກະ­ປູ, 
ກະ­ບະ­ (ລົດ), ກະ­ບົດ (ຂະ­ບົດ ກໍວ່າ), ກະ­ໂປະ­, ກະ­ຕ່າ, ກະ­ສວຍ, ກະ­ຕິບ (ເຂົ້າ), ກະ­ໂປ່ງ, ກະ­ສາບ (ຫລຽນ), ກະ­ສອບ, 
ກະ­ສໍ (ໝາກມ່ວງ), ກະ­ທະ­ (ໝໍ້), ກະ­ໂທງ, ກະ­ຈາ (ໝາກພ້າວ), ກະ­ເພາະ­ (ປາ, ຄົນ), ກະ­ຮອກ.


ກະ­ເຊີ ໃສ່ຂອງເທິງ­ກ­ວຽນ ກະ­ຊອນ ຕອງ­ປາແດກ ກະ­ທິ ໝາກພ້າວ ກະ­ທຽມ ກະ­ເທີນ ກະ­ຊວງ (ກະ­ທຣວງ) ກະ­ສວຍ ໝາກກະ­ສັງ 
ກະ­ຊັງ­ຂັງ­ປາ ກະ­ໂຊ້ ກະ­ຈວນ ກະ­ຈອນ ລາຍກະ­ຈັງ ກະ­ຖິນ ກະ­ຖຸ້ງ ຖົງກະ­ທຽວ ກະ­ຖຸນ ກະ­ໂຖນ ກະ­ທໍ ກະ­ມັງກະ­ມໍ ກະ­ຢັງກະ­ຢໍ 
ກະ­ແດກກະ­ດັນ ກະ­ດ້າງ ກະ­ເດື່ອງ ກະ­ທົບ ກະ­ເທືອນ ກະ­ທັນ­ຫັນ ກະ­ວອກກະ­ແວກ ກະ­ຈຸກກະ­ຈຸຍ ກະ­ລົກກະ­ລົນ ກະ­ຕືລືລົ້ນ 
ກະ­ໂພກ ກະ­ຫຼິກກະ­ຫຼິ້ນ ກະ­ຕໍາ­ລໍາບາກ

- ກະ­ບາດ (ໄຂວ່­ຕີນ­ກາ - ໝາຍເລກ­ບວກ) 
- ກະ­ດິກ 
- ກະ­ດັກ 
- ກະ­ແດ 
- ກະ­ແດ້ 
- ກະ­ດົ້ນ (ກະ­ໂດ້ນ) ປາຍງ່ອນ 
- ກະ­ເດ່ວ 
- ກະ­ດ່າວໆ­ 
- ກະ­ສຸນ 
- ກະ­ສັນ 
- ກະ­ເສືອກ(ກະ­ສົນ) 
- ກະ­ສັບ 
- ກະ­ເສງ 
- ກະ­ໄສ 
ກະ­ປອມ 
ກະ­ປຸ້ມ 
ກະ­ໂປງ (ກະ­ໂປ່ງ) 
ກະ­ປີ້ ກະ­ເປົາ 
ກະ­ປ໊ອກ 
ກະ­ປຸ໊ກ 
ກະ­ປຸຍ 
ກະ­ແມ່ນ 
ກະ­ຕູບ 
ກະ­ຕ໊ອບ 
ກະ­ແຕບ (ກະ­ເປົ໋ານ້ອຍ ໃສ່ເງິນ) 
ກະ­ຕາບ. 
ກະ­ຕ່າ 
ກະ­ຕາມ 
ກະ­ແລ້ວ 
ກະ­ອອມ

ກະ­ໂຫຼກ 
ກະ­ວ່າ(ຄຶດວ່າ) 
ກະ­ເທີຍ 
ກະ­ແຈ 
ກະ­ແລ່ງ(ເຄື່ອງ­ຕີເພື່ອໃຫ້­ມີສຽງເຕືອນ­ບອກ) 
ກະ­ໂດດ 
ກະ­ຈອກ 
ນົກກະ­ແດັບເດົ້າ 
ກິ່ວກະ­ຈໍາ 
ກະ­ຊັງ(ສຍາມວ່າ-ຕາ­ໜ່າງໃຊ້ລ້ຽງ­ປາໃນແມ່­ນໍ້າ) 
ຜີກະ­(ໄຕລື້ວ່າ-ໝາຍເຖິງ­ຜີເປົ້າ) 
ຂີ້ກະ­(ໄຕລື້ວ່າ-ໝາຍເຖິງ­ກິນ­ທຸກຢ່າງ­ບໍ່ເລືອກ) 
ກະ­ເດືອນ(ສັຕເລືອຍ­ຄານໃນ­ດິນແຫຼວ) 
ກະ­ເດົາ(ຜັກ ຕົ້ນໄມ້) 
ກະ­ທືບ(ເຕະ­ ຢຽບ) 
ກະ­ລ່ອນ(ສຍາມວ່າ-ຂີ້­ຕົວະ­ ໂລເລ) 
ກະ­ຫຼີ່(ບໍ່ຕ້ອງແປ) 
ກະ­ດອມ(ທັງ­ຂົມແລະ­ຫວານ ມັກ­ທັງ­ສອງ) 

ກະ­ແລ້ວວ່າ ສາວກະ­ແດະ­ ກະ­ໂດດ­ມາ 
ແລ້ວກະ­ຢ່າ ແກ້ກະ­ດຸມ ກະ­ກອດເລີຍ 
ສຽງ­ກັອກ­ກັອກ ຄ່ອຍຄ່ອຍເບົາ ແລ້ວເຊົາເສີຍ 
ກະ­ຕາມເລີຍ ກະ­ຕ່າຍ­ຕູມ ກະ­ໂດດ­ໜີ 

ມື້ນີ້ໄປບຸນເຮືອນ ແມ່ເຖົ້າເມີງວັງອ່າງຄໍາ ໄດ້ຄວາມຮູ້ຫຼາຍ

- ຂ້ອຍນ່ອຍ­ລີເຈີ ທີ່­ອາ­ຈານ­ມາເຮີນຂ້ານ້ອຍ, ໃຫ້­ຫຼານເພີ້ໄປມົນ ຫຼານເພີ້ບອກວ່າອາ­ຈານ­ຄາ­ຫຼາຍເຮີນ ຢ້ານ­ອາ­ຈານ­ບໍ່­ມາ, ນີ້ແມ່ນ­ຄໍາ­ປາກ­ຂອງແມ່ເຖົ້າ ທີ່ກ່າວຕ້ອນ­ຮັບ­ຜູ້­ຂຽນ. 

- ເອີແມ່ນແລ້ວ ຄາ­ຫຼາຍເຮືອນແມ່ອອກເອີຍ ແຕ່ຕ້ອງ­ມາເຮືອນແມ່ອອກ ເພາະ­ແມ່ອອກໄປມົນກ່ອນ ເຫຼືອນັ້ນໃຫ້ພຣະ­ອົງ­ອື່ນໄປ ສອງ­ສາມເຮືອນແບ່ງ­ກັນໄປ ເພາະ­ມີພຣະ­ເນນ­ຫຼາຍ. 
- ໂອ...ພຣະ­ໂຈວັດບ້ານເຮົາ­ຫຼາຍເນາະ­. 
- ຫຼາຍ ລວມພຣະ­ລວມເນນເກືອບ ໔໐ ອົງ. 
- ໄປແລ້ວສາ­ລະ­ວັດ­ທໍາ­ພິທີ ພັດແມ່ນ­ຊາວເມືອງ­ຄູນແຂວງ­ຊຽງ­ຂວາງ ຫຼັງ­ຈາກເຮັດ­ພິທີທໍາບຸນແລ້ວຮຽບຮ້ອຍ­ກໍສວຍໂອກາດ­ສົນທະ­ນາກັບເຂົາເລີຍ ເພາະ­ຈະ­ໄດ້­ສຶກ­ສາ­ພາ­ສາແທ້ໆ­ຂອງ­ຊຽງ­ຂວາງແລະ­ເມືອງ­ວັງອ່າງ­ຄໍາ ທີ່­ຈິງ­ຮູ້­ຊື່­ຮູ້ບ້ານແມ່ນເຖົ້າມາເຖິງແລ້ວແຕ່ ຈະ­ອັດ­ສຽງ­ກໍຕ້ອງ­ຖາມເລີມແຕ່ສະ­ເໜີ ຊື່ໄປຈົນເຖິງ­ຊີວິດ­ການເປັນ­ຢູ່ຕ່າງໆ­ ແຕ່ໃຫ້ແມ່ເຖົ້າເວົ້າ­ພາ­ສາ­ຜູ້ໄທແທ້ໆ­ (ຕໍ່ໄປແມ່ນ­ຄໍາ­ສົນທະ­ນາ­ຂອງ ຂ້າ­ພະ­ເຈົ້າກັບແມ່ນເຖົ້າ). 

- ຜຂ: ແມ່ເຖົາ­ຊື່­ອີສັງ ? 
- ມຖ: ໂຕຂ້ອຍນ່ອຍ­ນີ້ ເອີແມ່ເຖົ້າໂຈມ­ຄໍາ 
- ຜຂ: ອາຍຸຈັກ­ປີແລ້ວ ? 
- ມຖ: ເອີອາຍຸ ໗໕ ປີແລ້ວ. 
- ຜຂ: ເກີດ­ຢູ່ໃສ ? 
- ມຖ: ເກີດ­ຢູ່ບ້ານນ່າ­ປ່າເຄນ.(ແຄນ) 
- ຜຂ: ເມືອງ 
- ມຖ: ແຕ່ກ່ອນເມີງເຊໂປນ ດຽວນີ້ເມີງ­ວິຣະ­ບູຣີ 
- ຜຂ: ເວົ້າ­ພາ­ສາອີສັງ­ນີ້ ? 
- ມຖ: ເວົ້າ­ພາ­ສາເມືອ​ງ­ວິຣະ­ບູຣີ. 
- ຜຂ: ເອີ...ເມີງ 
- ມຖ: ເມີງ 
- ຜຂ: ເມີງ ແປວ່າ­ຫຍັງ ? 
- ມຖ: ເມີງ ແປວ່າວ່າ ເມີງ. 
(ຫຼານສະໃພ້­ນັ່ງໃກ້ໆ­ ເມີງແປວ່າເມືອງ­ຫັ້ນແລ້ວ ແມ່ຍ່າ­ລາວມັກເວົ້າ­ພາ­ຂອງ­ລາວ, ລູກ­ສາວຕອບ­ມາວ່າ ອີແມ່­ລາວບໍ່ເວົ້າ ແບບເຮົາ ເວົ້າ­ພາ­ສາ­ຂອງເພິ່ນຕລອດ, ລູກໆ­ບໍ່­ມີໃຜເວົ້າ­ຄືລາວຈັກ­ຄົນ, ກະ­ແປກ­ຄືກັນໆ­ ຕາມ­ທີ່­ຜູ້­ຂຽນເຫັນ­ລູກ­ລາວ ໗ ຄົນ ເວົ້າແບບ­ຊໍາເໜືອ ໓ ຄົນ ເວົ້າແບ­ບ­ວຽງ­ຈັນ ໒ ຄົນ ແລະ­ເວົ້າແບບ­ປາກເຊ ໒ ຄົນ) 

- ຜຂ: ແມ່ເຖົ້າ­ລູກໆ­ ແມ່­ຕັ້ງ ໗ ຄົນ­ຄືບໍ່ເວົ້າ­ຄືກັນ­ຈັກ­ຄົນລະ­ ? 
- ມຖ: ເອີ....໓ ຄົນເກີດ­ຢູ່­ຊໍາເໜີ, ມາ­ຢູ່ເວງ­ຈັນແລ້ວກໍເກີດ­ຢູ່ເວງ­ຈັນ ໑ ຄົນແລ້ວກໍຢ້າຍໄປຢູ່­ປາກເຊ ໓ ຄົນ, ໓ ຄົນເກີດ­ຢູ່­ຊໍາເໜີ ກໍເວົ້າ­ຊໍາເໜີ, ຄົນ­ທີ່ເກີດ­ຢູ່ເວງ­ຈັນ ໄປໃຫຍ່­ຢູ່­ປາກເຊ ກໍເລີຍເວົ້າແບບ­ປາກເຊ ຄົນ­ຫຼ້າເກີດ­ຢູ່­ປາກເຊ ພໍ່ແມ່­ກໍກັບ­ມາເວງ­ຈັນ ກໍເລີຍເວົ້າແບບເວງ­ຈັນ. 

- ຜຂ: ເອີ...ແມ່ເຖົ້າເວົ້າ­ພາ­ສາໄທເມີ້ຍ­ບໍ ? 
- ມຖ: ພາ­ສາ­ຜູ້ໄທ. 
- ຜຂ: ເອີ...ຜູ້ໄທບໍ ? 
- ມຖ: ຜູ້ໄທ
- ຜຂ: ຄົນ­ຜູ້ໄທຫັ້ນ­ຢູ່ເຂດ­ນັ້ນ­ຫຼາຍ­ບໍ ? 
- ມຖ: ຜູ້ໄທໝົດເຂດ­ນັ້ນ. 
- ຜຂ: ເອີ. 
- ມຖ: ຜູ້ໄທແນ່ ລາວເທິງແນ່­ຊົນ­ຊາດ. 
- ຜຂ: ອືມ໌­...ຈັ່ງໃດຈຶ່ງໄດ້­ມາ­ຢູ່­ວຽງ­ຈັນ­ຫັ້ນ ? 
- ມຖ: ເປັນ­ຄົນປະ­ຕິວັດ ພໍ່ເປັນເຈົ້າເມີງ ເປັນເຈົ້າແຂວງ­ ກໍເລີຍໄປນໍາ­ພໍ່. 
- ຜຂ: ເອີ.. 
- ມຖ: ພໍ່ໄປເຕົ້າໂຮມ­ສອງແຂວງໃດ໊ ຕອນໄປນໍາ­ພໍ່ບໍ່­ຈັກເຮັດເວກເຮັດ­ງານ­ດອກ ຕອນ­ພໍ່ໄປ. 
- ຜຂ: ໄປຕອນ­ຈັກ­ປີ. 
- ມຖ: ໄປຕອນ ໑໐-໑໑ ປີນີແລ້ວ. 
- ຜຂ: ຮວາຍ ຄືໄປຊັ້ນນ່າ. 
- ມຖ: ໂອ...ຝຣັ່ງເອົາ­ພໍ່ເຖົ້າໄປຂ້າ, ນະ­ບ່າວ, ພໍ່ຢ້ານຝຣັ່ງຂ້າອີກ ກໍໜີໄປ ບໍ່­ມີເຜີເລ້ງນ້ອງ ເລ້ງແມ່­ພໍກໍມາ­ຮັບໄປ. 
- ຜຂ: ເອົາວ໌­ ພາ­ສາ­ຜູ້ໄທຄືພາ­ສາ­ລາວເນາະ­ ? 
- ມຖ: ກໍພາ­ສາ­ລາວເຮົານີ້ແລ້ວ ແຕ່­ລູກເຂົາວ່າບໍ່ຄື. 
- ຜຂ: ບໍ່­ຄືຈັ່ງໃດ ? 
- ມຖ:(ເລົ່າ) ຕອນ­ຢູ່­ປາກເຊ ບອກໃຫ້­ລູກເອົາກະ­ເຊມາໃຫ້ ເຂົາວ່າບໍ່­ມີ. 
(ລູກແມ່ເຖົ້າເລົ່າ­ຕໍ່ ແມ່ບອກໃຫ້ລູກເອົາກະ­ເຊມາໃຫ້ ພວກ­ລູກໆ­ກໍເຂົ້າໃຈວ່າກະ­ແຊັດເພງ ກໍເອົາກະ­ແຊັດ­ມາໃຫ້ແລ້ວແມ່ວ່າບໍ່ແມ່ນ ບາດແລ້ວແມ່­ຂັນ­ໝາກ). 

- ຜຂ: ກະ­ເຊ ແມ່ນ­ຂັນ­ໝາກແມ່ນ­ບໍ ?
- ມຖ: ແມ່ນ. 
- ລູກ­ສາວ: ຕອນ­ຢູ່­ປາກເຊ ແມ່ເຖົ້າໄປຕລາດໄປຊື້ ເຜິ້ງປ່ຽງ ຖາມແມ່ຄ້າວ່າ ມີເປ່ງເຜິ້ງ­ບໍ່ ແມ່ຄ້າບອກວ່າບໍ່­ມີ ບາດແລ້ວ ໄປຈັບເອົາແມ່ຄ້າກະ­ບອກວ່າ ເຜີ້ງປ່ຽງ ຮ່າໆ­ໆ­ໆ­ໆ­ໆ­ໆ­ໆ­ 
- ຜຂ: ຮ່າໆ­ໆ­ໆ­ໆ­ໆ­ໆ­ໆ­ ເອົາ­ລະ­ ມີວິລະ­ກັມຫຍັງ­ອີກ ວ່າໃຫ້­ຟັງເບິ່ງ­ດູ. 
- ມຖ: ຕອນ­ຢູ່­ປາກເຊ ໃຊ້ເອີ້ຍເລ້ງ­ຄົນ­ປາກເຊ ບອກໃຫ້ເຂົາໄປຊື້ຊີ້ນໂງ­ມາ­ສອງ­ສາມໂລ, ບາດແລ້ວເຂົາ ໄປຊື້­ງູສິງ­ມາ ໓-໔ ໂຕ, ບອກເຂົາວ່າບໍ່ແມ່ນ­ງູ ໃຫ້­ຊື້­ຊີ້ນໂງ ເຂົາວ່າບໍ່­ມີ ບອກເຂົາວ່າມີ ເຂົາ­ຂ້າ­ທຸກ­ວັນ ເຂົາ­ຖາມວ່າໂງ­ກິນຫຍັງ ບອກເຂົາວ່າກິນຫຍ້າ ເຂົາ­ຈຶ່ງວ່າບໍ່ແມ່ນ­ງົວຫັ້ນ­ບໍ ? ຕອບເຂົາວ່າ ເອີ……..ໂງ, ເຂົາກໍພາກັນ­ຫົວຂວັນ ເຮົາກໍຫົວຂວັນ­ຄັກ. 
- ຜຂ: ເອີ...ເຂົາບໍ່­ຮູ້­ນໍ ຟັງເຂົາ­ຮູ້ເລື່ອງ­ບໍ ? 
- ມຖ: ຟັງເຂົາ­ຮູ້ ແຕ່ເຂົາບໍ່­ຮູ້ເຮົາ ພໍ່ເດັກນ້ອຍ ກະ­ຍັງ­ບໍ່ຮູ້ຢູ່­ນໍາກັນ ສີ່ຫ້າ­ສິບ­ປີ. 
- ຜຂ: ພໍ່ອອກ­ຢູ່ບ້ານໃດ ? 
- ມຖ: ຄົນຫ້ວຍ­ຍາງ ປາກເຊຄວາຍ­ລໍາ­ຄວາຍຫລ່ອນ. 
- ຜຂ: ບໍ່­ຮູ້ເລື່ອງໃດ ? 
- ມຖ: ແຕ່ກ່ອນ­ທີ່ບ້ານ­ບໍ່­ກິນ­ກົບ ກິນແຕ່ເຂດ. 
- ຜຂ: ເຂດແມ່ນຫຍັງ­ຫັ້ນ. 
- ມຖ: ເຂດ ກະ­ເຂດ, 
- ຜຂ: ບໍແມ່ນ­ຂຽດ­ຫັ້ນ­ບໍ ? 
- ມຖ: ເອີ...ເຂດ, ແຕ່­ກີ້­ທຸກໃດ ຂ້ອຍນ່ອຍ ໄປເສີມາເສີມີແຕ່ຍ່າງ­ບໍ່ໄດ້ຂວີ່ລົດ ຂວີ່ຍົນໃຫຼ. 
- ຜຂ: ຂວີ່. 
- ມຖ: ເອີ ຂວີ່ 
- ຜຂ: ຂີ່­ຫັ້ນ­ບໍ ? 
- ມຖ: ໂດຍ....ຂວີ່ 
- ຜຂ: ຖາມແນ່ ຖ້ວຍແບນ­ນີ້ວ່າ­ຈັງໃດ ? 
- ມຖ: ໂຖ້ຍແບນ 
- ຜຂ: ບໍ່ແມ່ນ­ຈານ­ບໍ ? 
- ມຖ: ບໍ່...ໂຖ້ຍແບນ, 
- ຜຂ: ເອີ...ວ່າ­ຄືບ້ານ­ອາ­ຈານ, ໂຕເອງ­ນີ້ເດ ?(ບ້ານຜູ້ຂຽນ ຈານ ຈະວ່າ ຖ້ວຍແບນ, ຕໍ່ມາວ່າຈານແບນ, ປັດຈຸບັນເຫຼືອແຕ່ ຈານ) 
- ມຖ: ເອງ 
- ຜຂ: ຕົນ­ຕົວນີ້ເດ ? 
- ມຖ: ຕົນໂຕ ? 
- ຜຂ: ເອີ...ວ່າ­ຄືບ້ານ­ອາ­ຈານ ຕົນໂຕ, ສຽມເດ ? 
- ມຖ: ໜໍ 
ບາດ­ຊິຈົບ­ຖາມແມ່ເຖົ້າວ່າ ເມືອງ­ວັງອ່າງ­ຄໍາ­ຢູ່ໃສ ? 
- ແມ່ເຖົ້າບອກວ່າ ເມີງ­ວັງ ກັບເມີງອ່າງ­ຄໍາ ­ຢູ່ແຖວນັ້ນແລ້ວ ເອົາ­ສອງເມີງ­ມາໂຮມ­ກັນເປັນເມີງເຊໂປນ. 
(ແລະ­ເວົ້າ.ກັນ­ອີກ­ຍາວໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­ ລໍຟັງ­ສຽງແທ້ໆ­ໆ­ໆ­ໆ­ ໃນ­ວີດີໂອ ຫາກ­ຕັດ­ຕໍ່ເປັນ­ບັ້ນໆ­ໄດ້ ມັນ­ຍາວໆ­ໆ­ ຖ່າຍໃນໂທຣະ­ສັບ) 


ຂອບໃຈ ທີ່­ອົດ­ສາອ່ານ................ 
ອະ­ທິບາຍ­ຄໍາ­ຫຍໍ້: 
- ຜຂ: ຜູ້­ຂຽນ 
- ມຖ: ແມ່ເຖົ້າ.

ຊົມເຊີຍ ມາຈາກໃສ ?

ຊົມ ກັບ ເຊີຍ ເປັນ­ພາ­ສາ­ລາວແທ້ໆ­ໆ­ໆ­ ບໍ່ແມ່ນ­ມາ­ຈາກ­ພາ­ສາອື່ນນ່ອນ­ນອນ, ຜູ້­ຂຽນເຄີຍ­ຕັ້ງ­ບົດເລື່ອງເມື່ອປີກາຍວ່າ "ພາ­ສາ­ລາວມາ­ຈາກ­ຄົນ­ລາວເອງ ແຕ່­ມີຄໍາບາງ­ພາ­ສາມາ­ຈາກ­ພາ­ສາອື່ນ ພາ­ສາອື່ນ­ທີ່­ມັກໃຊ້­ຫຼາຍໃນ­ພາ­ສາ­ລາວ 
໑. ພາ­ສາ­ປາ­ລີ 
໒. ສັນສະ­ກິດ 
໓. ພາ­ສາ­ຂະ­ເໝນ(ຕະ­ກູນ­ມອນຂະ­ແມຣ໌­ ຊົນເຜົ່າ­ລາວເທິງ) 
໔. ຝຣັ່ງ 
໕. ພາ­ສາ­ຈີນ 
ແລະ­ອື່ນໆ­ລົດ­ລັ່ນ­ກັນໄປ ເຊັ່ນ­ຫວຽດ, ພະ­ມ້າເປັນ­ຕົ້ນ. 

- ສະ­ນັ້ນ, ຊົມເຊີຍ ຈຶ່ງເປັນ­ພາ­ສາ­ລາວບໍຣິສຸດ ບໍ່ແມ່ນ­ມາ­ຈາກ­ພາ­ສາ­ຂ້າງເທິງ­ນັ້ນ ຊົມເຊີຍ­ມາ­ຈາກ­ຄໍາ­ລາວສອງ­ຄໍາ­ຜະສົມ­ກັນ ຄື 
ກ. ຊົມ: ດູ, ມອງ, ຈ້ອງ, ສ່ອງ, ເບິ່ງ, ຫຼຽວ, ແລ, ຜໍ່, ສິ້ງ. 
ຂ. ເຊີຍ: ສະ­ໜັບສະ­ໜູນ (ແປເອົາ­ຄວາມສະ­ແດງ­ຄວາມເຫັນພ້ອມ)

- ເຮົາເຄີຍ­ຍິນ ສະ­ໄໝແຕ່­ຍັງເດັກນ້ອຍວ່າ "ຂາເຊີຍ" ຫຼືມີຜູ້ໃດ­ຜູ້­ໜຶ່ງ­ມາ­ສະ­ແດງ­ຄວາມເຫັນດີ ເຫັນພ້ອມ­ຜູ້ໃດ­ຜູ້­ໜຶ່ງຢ່າ­ອອກໜ້າອອກ­ຕາ ເຮົາມັກຈະ­ເວົ້າວ່າ "ຈັ່ງແມ່ນເຊີຍ­ກັນແທ້­ນໍ" ສະ­ນັ້ນ, ຕາມ­ຜູ້­ຂຽນ(ຄິດວ່າ) ໜ້າ­ຊິກົງ­ກັບ­ຄໍາວ່າ "ເຊັຍຣ໌­" ໃນ­ພາອັງ­ກິດ ຄະ­ນະ­ບຸກ­ຄົນນະ­ໜຶ່ງ ຍິນ­ດີກັບ­ການແຕະ­ບານ ຝ່າຍໃດຝ່າຍ­ໜຶ່ງ ເຂົາ­ຮຽກວ່າ "ຂາເຊັຍຣ໌­" ຄືສະ­ແດງ­ຄວາມ­ຍິນ ສະ­ນັ້ນ­ຄໍາວ່າເຊີຍ ໜ້າ­ຊິແມ່ນ­ຄໍາວ່າ "ຍິນ­ດີ" 

- ຫາກເປັນເຊັ່ນ­ນັ້ນແທ້ ຄໍາວ່າ­ຊົມເຊີຍ ອາດ­ຊິແປວ່າ "ສະ­ແດງ­ຄວາມ­ຍິນ­ດີດ້ວຍ­ການ­ດູແລ ຫຼືເບິ່ງແຍງ" ຖືກ­ຜິດວ່າກັນໃໝ່ (ເພາະ­ເປັນ­ການ­ວິເຄາະ­ຄໍາ ຍັງ­ບໍ່­ທັນເປິດ­ວັດຈະ­ນານຸກົມ) ອີກອັນໜຶ່ງ ຄັນຄົນລາວບໍ່ຢາກວ່າພາສາຕ່າງປະເທດ ເວລາໄປເບິ່ງ ກີລາ ຫຼືວັນນະຄະດີ ບໍ່ຢາກວ່າ ໄປເຊັຍຣ໌ ກໍໃຫ້ວ່າ ໄປຊົມເຊີຍກະບໍ່ຜິດດອກ.

ລິງກ໌

- ພາ­ສາ­ຊອດກະ­ຈາ ເປັນແບບໃດ ?

- ພາ­ສາ­ຊອດກະ­ຈາ ແມ່ນ­ການເວົ້າ­ພາ­ສາ­ຕ່າງປະ­ເທດ(ເວັ້ນ­ພາ­ສາ­ປາ­ລີ-ສັນສະ­ກິດ ເພາະ­ເປັນ­ພາ­ສາ­ຕິດ­ພັນ­ຫຼັກ­ຂອງ­ພາ­ສາ­ລາວມາເຫີງ­ນານ) ທັງ­ທີ່­ມີຄໍານັ້ນໆ­ຢູ່ກ່ອນແລ້ວ ແຕ່­ມັກເອົາ­ຄໍາ­ຕ່າງປະ­ເທດ­ມາແທນ ເຊັ່ນ­ນັ້ນເຮົາ­ຮຽກວ່າ­ພາ­ສາ­ຊອດກະ­ຈາ (ຜ່ານມາທາງການຍັງ­ບໍ່­ທັນ­ມີກົດເກນໃດ ທີ່­ຜູ້­ຕັ້ງ­ທິດສະ­ດີນີ້ ອະ­ທິບາຍ) ຈຶ່ງ­ຕັ້ງ­ກົດເກນ­ມາໃຫ້­ພິເຄາະ­ນໍາກັນ ບໍ່­ທັນ­ຮັບວ່າ­ຖືກຕ້ອງ ຫາກ­ສັງ­ຄົມ­ຍອມ­ຮັບ­ກັນ­ຫຼາຍ­ຂຶ້ນຖືເປັນ­ອັນວ່າ ກົດເກນນີ້­ຖືກຕ້ອງ, ຢ່າງໃດ­ກໍຕາມ ຄໍາວ່າ ພາ­ສາ­ຊອດກະ­ຈາ ກໍມີການໃຊ້ໃນ­ພາ­ສາ­ລາວແລ້ວ ເຮົາ­ຈຶ່ງ­ມາ­ສຶກ­ສານໍາກັນວ່າ­ຄໍາວ່າ ພາ­ສາ­ຊອດກະ­ຈາ ເປັນແບບ­ນີ້­ຖືກ­ບໍ ? (ຕາມ­ສັງເກດແລ້ວ ພາ­ສາ­ຊອດກະ­ຈານັ້ນ ບໍ່ໄດ້ເກີດ­ຂຶ້ນໃນ­ຍຸກ­ປັດ­ຈຸບັນເທົ່າ­ທີ່ຄວນ ມັກຈະ­ເກີດ­ຂຶ້ນໃນ­ຍຸກກ່ອນ­ປົດປ່ອຍ ຈຶ່ງເຊື່ອວ່າ ຄໍາວ່າ "ໃຊ້­ພາ­ຊອດກະ­ຈາ" ນັ້ນເກີດ­ຂຶ້ນກ່ອນ­ປີ ໑໙໗໕)

- ຕົວຢ່າງ­ຕໍ່­ລົງໄປນີ້ ບໍ່­ມີຈິງໃນ­ສັງ­ຄົມ­ປັດ­ຈຸບັນ ຜູ້ຂຽນແຕ່ງຂຶ້ນເປັນເລື່ອງ­ສົມ­ມຸດ­ຂຶ້ນ­ມາ ເພື່ອເປັນຕົວຢ່າງໃຫ້ເຫັນວ່າ ພາ­ສາ­ຊອດກະ­ຈາເປັນເຊັ່ນໃດ, ບໍ່­ມີຈິງໃນ­ສັງ­ຄົມ­ລາວປັດ­ຈຸບັນ­ດອກ ຍົກ­ມາໃຫ້ເຫັນວ່າການໃຊ້­ພາ­ສາ­ຊອດກະ­ຈາເປັນ­ຈັ່ງ­ຊີ້­ຊື່ໆ­ (ຍົກເວັ້ນເດັກນ້ອຍເກີດໃນຕ່າງປະ­ເທດ ມາ­ຮຽນເວົ້າ­ລາວ) 
- ພໍ່ຂ້ອຍ­ຂີ່­ຣົດໂອໂຕໄປອັອຟຟິດທຸກ­ວັນ, ແຕ່­ລາວມັກຊີຣຽດກັບ­ການ­ຂັບ­ຂີ່­ຣົດດ­ຍາມເຊົ້າເພາະ­ມັນ­ອັ່ງຖນົນ­ຫຼາຍ, ດຽວນີ້ ວຽງ­ຈັນເຮົາ­ຣົດເພີ່ມ­ຂຶ້ນ­ຫຼາຍ ແຕ່ຖະ­ໜົນ­ຫົນ­ທາງ­ບໍ່ເພີ່ມ­ຂຶ້ນ ຈຶ່ງເຮັດໃຫ້­ຣົດ­ອັ່ງຖະ­ໜົນ ຕິດ­ຕໍ່­ກັນເປັນແຖວ, ຣົດ­ບາງ­ຄັນ­ບໍ່­ມັກແລ່ນ­ຕາມເລນໂຕ ມັກຈະ­ເຈືອກ­ອອກ­ນອກເລນ ເຊິ່ງເປັນ­ສາເຫດໃຫ້­ຣົດເກີດເອັກ­ຊິເດັນທຸກໆ­ວັນ ພວກໂປຣິດກໍທໍາ­ໜ້າ­ທີ່ຢ່າງຫ້າວຫັນ, ທັງ­ບໍຣິການປ່ອຍ­ຣົດ ແລະ­ເບິ່ງແຍງ­ບໍ່ໃຫ້ເກີດເອັກ­ຊີເດັນ, ຂ້ອຍເຫັນສະ­ພາບບ້ານເຮົາ­ຣົດ­ອັ່ງຖະ­ໜົນ­ຍາມເຊົ້າ ໄລຍະ­ຫຼັງໆ­ນີ້ເວລາໄປອັອຟຟິດມັກຈະ­ໄປນໍາ­ພໍ່ ເພາະ­ອັອຟຟິດຂອງ­ພໍ່­ຢູ່ໃກ້­ກັນ­ກັບ­ອັອຟຟິດ­ຂອງຂ້ອຍ, ພໍ່ເຮັດ­ວຽກ­ຢູ່ຫ້ອງ­ການອິມເມເຄເຊິນ ຂ້ອຍເອງ­ຢູ່ທະ­ນາ­ຄາບ­ພາບບ­ລິກ ຈຶ່ງງ່າຍເວລາອອກ­ການ­ກໍກັບບ້ານ­ນໍາ­ພໍ່, ຄັນ­ພໍ່ເລີກ­ວຽກກ່ອນ ເພີ່ນກະ­ເຕເລໂພນມາບອກ ກັບເມື່ອກັບ­ພໍ່­ທຸກ­ວັນ. 

- ໄດ້­ຮັບ­ການ­ບອກເລົ່າ­ຈາກ­ຄົນເຖົ້າວ່າ ສະ­ໄໝລະ­ບອບເກົ່າມີການເວົ້າແບບ­ນີ້ໃນ­ສັງ­ຄົມ­ລາວຈິງ ຜູ້­ຂຽນ­ຈຶ່ງເຊື່ອວ່າ ຄຳວ່າ “ພາ­ສາຊອດກະຈາ” ເກີດ­ຂຶ້ນ­ມາກ່ອນ­ປົດປ່ອຍແລະ­ຫຼັງ­ປົດປ່ອຍ­ຈັກໜ່ອຍ, ແຕ່ບໍ່ມີກົດເກນອະທິບາຍ ໄວ້ ສໍາ­ລັບ­ຄົນ­ລາວຢູ່ຕ່າງປະ­ເທດ­ນັ້ນ ປັດ­ຈຸບັນ­ນີ້­ມັກຈະ­ເວົ້າ­ພາ­ສາ­ລາວ ແບບ­ທີ່­ຍົກ­ຕົວຢ່າງ­ມານີ້ ຫຼວງ­ຫຼາຍ ການໃຊ້ພາສາແບບຍົກຕົວຢ່າງມານີ້ ຈຶ່ງວ່າພາສາຊອດກະ.

"ພົງສາວະດານ"

- ໃນ­ບັນ­ດາ­ປະ­ເທດ­ອາ­ຊີນີ້ ມີໜັງ­ສືປະ­ຫວັດ­ສາດ­ຂອງ­ຕົນ ຄື ເລີ່ມ­ຕົ້ນ­ຈາກ ນິທານ, ຕໍານານ, ແລ້ວຈຶ່ງກ້າວເຂົ້າ­ຂອງ "ພົງ­ສາວະ­ດານ" ເມື່ອຜ່ານ­ຍຸກຂອງ­ສາວະ­ດານແລ້ວ ຈຶ່ງກ້າວເຂົ້າຍຸກ­ຂອງປະ­ຫວັດ­ສາດ.

- ປະ­ຫວັດ­ສາດ ໄດ້­ກໍາເນີດເກີດ­ຂຶ້ນແທ້ໆ­(ໃນ­ຢູໂຣບ ເຊິງ­ຂຽນວ່າ History ນັ້ນ­ກໍໃນ­ຕົ້ນສະ­ຕະ­ວັດ­ທີ ໒໐ ນີ້, ແຕ່­ຄໍາວ່າ "ພົງ­ສາວະ­ດານ" ນັ້ນໄດ້­ກໍາເນີດເກີດ­ຂຶ້ນກ່ອນ­ຍຸກປະ­ຫວັດສາດ­ຂອງ­ຊາດຕ່າງໆ­ໃນ­ອາ­ຊີ ໂດຍສະ­ເພາະ­ປະ­ເທດ­ລາວເຮົານີ້ ຍຸກ­ຕໍານານ ໄດ້ເສື່ອມ­ຕໍ່ເຂົ້າ­ສູ່­ຍຸກ­ຂອງ­ພົງ­ສາວະ­ດານ ກໍຢູ່ໃນປະ­ມານ ຄ.ສ ໑໒໐໐ ເປັນ­ຕົ້ນ­ມາ, ສ່ວນ­ຍຸກ­ຂອງ­ພົງ­ສາວະດານ ເຊື່ອມ­ຕໍ່ໃສ່­ຍຸກ­ຂອງປະ­ຫວັດ­ສາດແມ່ນ­ຢູ່ໃນປະ­ມານ­ປີ ໑໙໐໐ ເປັນ­ຕົ້ນ­ມາ.

ຄໍາວ່າ "ພົງ­ສາວະ­ດານ ແມ່ນຫຍັງ ?". 
- ພົງສາວະ­ດານ ແຝງ­ມາ­ຈາກ ພົງ­ສາວະ­ຕານ
- ພົງ­ສາ = ມາ­ຈາກ ວົງ­ສາ­ຄະ­ນາຍາດ ຫຼືສະ­ກຸນ­ວົງ, ອັນ­ໝາຍເຖິງ­ຍາດ­ພີ່ນ້ອງ­ທີ່­ສືບສະ­ກຸນ­ກັນ­ຈາກ­ຄົນ­ຮູ່ນ­ໜຶ່ງ­ສູ່­ຄົນ­ຮູ່ນ­ໜຶ່ງ ອັນ­ມີຍາດຂ້າງແມ່ ແລະ­ຂ້າງ­ພໍ່,

- ອາວະ­ຕານ(ໃຊ້ໝາກຕານ) : (ແປງ ຕ ເປັນ ດ) ກໍຄືການແບ່ງ­ພາກ­ມາເກີດ, ການ­ມາ­ຮັບໃຊ້­ຊາດ ການ­ຈຸຕິຈາກສະ­ຫວັນ ມາ­ສູ່ໂລກມະ­ນຸດ.

- ຄໍາວ່າ "ພົງ­ສາວະ­ດານ" ຈຶ່ງ­ໝາຍເຖິງ "ບຸກ­ຄົນ­ຜູ້­ມີບຸນ, ພະ­ເຈົ້າ ຫຼືເທພະ­ບຸດ ເທພະ­ດາ ໄດ້ແບ່ງ­ພາກ ຫຼືລົງ­ມາເກີດ ເພື່ອປົກ­ຄອງມະ­ນຸດ, ສະ­ນັ້ນ ເຮົາ­ຈະ­ເຫັນວ່າ ໃນ­ບັນ­ດາ­ປະ­ເທດ­ອາ­ຊີນີ້ ຈະ­ກ່າວເຖິງກະ­ສັດ­ຂອງ­ຕົນ­ຕາມ­ທັດສະ­ນະ­ຄວາມ ເຊື່ອພື້ນ­ຖານ­ຂອງ­ສາ­ສນາ­ຂອງເຂົານັບ­ຖືຢູ່.

- ຄໍາວ່າ "ພົງ­ສາວະ­ດານ" ໃນ­ຄວາມ­ໝາຍ­ຂອງ­ພາ­ສາ­ລາວ ແມ່ນເວົ້າ­ສະ­ເພາະ­ການ­ບັນ­ທຶກເຊື້ອພະ­ວົງ ອັນເປັນ­ວົງ­ບໍຣິສຸດ­ທີ່­ອາວະ­ຕານ­ມາ­ຈາກ­ຊັ້ນຟ້າ, ນອກ­ຈາກ­ພົງ­ສາວະ­ດານແລ້ວຍັງ­ມີ "ພົງ­ສາວະ­ລີ" ອີກ ອັນ­ໝາຍເຖິງ ການ­ບັນ­ທຶກເຊື້ອວົງ­ຂອງ­ສາມັນ­ຊົນ­ຄົນ­ຜູ້­ມີຄວາມ­ສໍາ­ຄັນ­ຕໍ່­ຊາດ ຫຼືສະ­ກຸນ­ວົງ­ສາ­ຂາ­ຕ່າງໆ­. 


ໂດຍ: ພຣະ­ອາ­ຈານເນືອງ­ພິລັກ ໂຊຕິທອນ 
(ຫົວໜ້າ­ຫ້ອງ­ການ­ວິຊາການ ວິທະ­ຍາໄລສົງ)

ຄໍາລາວ ໄດ້ຈາກພາສາຂະມຸ

ພາ­ສາ­ລາວ................................ພາ­ສາ­ຂະ­ມຸ 
ຮ້ອຍ.................................................ຣ້ອຍ 
ໂຮງ..................................................ໂຣງ 
ຮຽນ...................................................ຣຽນ 
ໂຮມ...................................................ຣວມ 
ເຮັ່ງ...................................................ເຣັ່ງ 
ຮຽບ...................................................ຣຽບ 
ຮາດ...................................................ຣາດ 
ຮອດ...................................................ຣອດ
(ໃຜມີອີກ ອອກ­ຄວາມເຫັນ­ຕໍ່)
ງ­ວັບ ເຄື່ອງ­ມືສໍາ­ລັບຫ້າງເອົານົກ 
ຊີຢອດ/ຫ່າວ ເຄື່ອງຫ້າງເອົາ­ໜູ/ກະ­ຮອກ 
ກະ­ເທີນ ເຄິ່ງ­ກາງໆ­ 
ກະ­ຢັງ ເຄື່ອງ­ສານໃຊ້ເປ້ 
ແປ່ມ ເຄືອ່ງ­ສານໃຊ່ໃສ່ເຂົ້າໃນເຮືອນ 
ດອງ ແຊ່­ນໍ້າເກືອ 
ມາກ ຫຼວງ­ຫຼາຍ 
ແຍງ ເບິ່ງແຍງ­ດູແລ 
ຜານ ຂ້າ­ລ້າງ­ຜານ 
ແຕ່ງ ແຕ່ງແປງ 
ລະ­ ປະ­ລະ­ ລະ­ເລີກ 
ຫູງ ຫູງ­ຕົ້ມ 
ຫວດ ໃຊ້­ໜຶ້ງ­ອາ­ຫານ 
ຮາງ ຮາງ­ໝູ/ເຂົ້າ­ຮາງ/ເຕົາ­ຮາງ/ຮາງ­ລິນ 
ແໜບ ໝົກເປັນແໜບ/ເຂົ້າ­ໜົມແໜບ 
ໂບກ ຂອງ­ສໍາ­ລັບ­ຜອງເຂົ້າ/ຫຼິ້ນໂບກ/ຮູເປັນ­ຫຼຸມ 
ແອບ ແອບເຂົ້າ/ແອບ­ຢາ 
ງາຍ ເຂົ້າງາຍ 
ໂຕ ໂຕສັດ 
ຄົວ, ຄາບ, ແຖມ, ເຫິງ, ຢວກ, ໄຮ່, ຮອດ, ຊົ່ວ, ຄາວ (ໄລຍະ­ເວລາ) ຕື່ມ ແລະ­ອື່ນໆ­ອີກ 

ອົມ ຂຣອງ = ນໍ້າ­ຂອງ 

ເວົ້າເລື່ອງທະນະບັດ ກັບພັນທະບັດ

- ມີບາງ­ຄົນເຂົ້າໃຈວ່າ ເງິນ ເປັນ­ພັນທະ­ບັດ ທີ່ແທ້­ບໍ່ແມ່ນ ເງິນ­ຄືທະ­ນະ­ບັດ, ເງິນເປັນ­ບັດເຈັ້ຍ ທີ່ທະ­ນາ­ຄານ­ກໍານົດ­ອອກ­ມາ ຈຶ່ງ­ຮຽກວ່າ­ທະ­ນະ­ບັດ. 

- ພັນທະ­-ປັຕຕະ­ (ບັດ­ທີ່­ກໍານົດ­ມູນຄ່າ ມີພັນທະ­ລະ­ຫວ່າງ­ຜູ້­ຖືຄອງ ແລະ­ຜູ້ອອກ­ບັດ)
- ທະ­ນະ­-ປັຕຕະ­ (ບັດທະ­ນາ­ຄານ- ເປັນເງິນ ທີ່­ມີມູນຄ່າ­ຕາມ­ທີ່ໄດ້­ກໍານົດໃນ­ບັດ­ນັ້ນ ເຊິງທະ­ນາ­ຄານເປັນເຈົ້າ­ຂອງ)

໑. ພັນທະ­ບັດ : ບັດ­ກາ­ສານ­ໜີ້ ທີ່­ລັດຖະ­ບານ­ມອບໃຫ້ທະ­ນາ­ຄານແຫ່ງ­ຊາດ ຫຼືທະ­ນາ­ຄານ­ພານິດ ກໍານົດ­ອອກ­ມາ ເພື່ອວັດ­ຖຸປະ­ສົງຣະ­ດົມເງິນໄປໃຊ້ໃນ­ວັດ­ຖຸປະ­ສົງໃດ­ໜຶ່ງ ຂອງ­ລັກຖະ­ບານ, ພັນທະ­ບັດ­ນັ້ນ ລັດຖະ­ບານ­ຕິດ­ໜີ້(ເປັນ­ລູກ­ໜີ້) ມີພັນທະ­ຕໍ່ຄວາມ­ຮັບ­ຜິດ­ຊອບ­ທີ່ຈະ­ຕ້ອງຈ່າຍ­ໜີ້­ສິນ­ຄືນໃຫ້ແກ່­ຜູ້ຄອບ­ຄອງ­ພັນທະ­ບັດ ຕາມ­ກົດ­ໝາຍ, ພັນທະ­ບັດ ເປັນ­ບັດ­ກາ­ສານ­ໜີ້ ທີ່­ຜູ້ເປັນເຈົ້າ­ຂອງ­ສາມາດ­ຮຽກເກັບເງິນ­ຄືນ ກັບທະ­ນາ­ຄານ­ທີ່­ຮັບ­ຜິດ­ຕາມ­ກໍານົດໄວ້, ພັນທະ­ບັດ ຍັງ­ສາມາດ­ຈໍາ­ໜ່າຍ ແລກປ່ຽນ­ສິ່ງ­ຂອງໄດ້­ພາຍ ໃຕ້­ກົດ­ໝາຍ­ທີ່­ກໍານົດ.(ເວົ້າ­ພາ­ສາ­ຊາວບ້ານ ພັນທະ­ບັດເປັນ­ບັດ­ທີ່­ມີມູນຄ່າ ສາມາດໃຊ້ຕ່າງເງິນໄດ້­ຕາມ­ທີ່­ກົດ­ໝາຍ­ກໍານົດ-ແຕ່­ບໍ່ແມ່ນເງິນ). 

໒. ທະ­ນະ­ບັດ :(ເງິນ) ເປັນ­ບັດ ທີ່ທະ­ນາ­ຄານແຫ່ງ­ຊາດໄດ້­ກໍານົດ­ອອກໃຊ້ແທນເງິນ ມີມູນຄ່າ­ຕາມ­ທີ່­ກໍານົດໄວ້ ສາມາດ­ຊໍາ­ຮະ­ໜີ້­ສິນໄດ້­ຕາມ­ກົດໝາຍ­ກໍານົດ.

- ການ­ພິມເງິນ­ຂອງ­ທຸກປະ­ເທດ­ມັກຈະ­ເປັນຄ້າຍໆ­ກັນ­ໝົດ ຄືລັດຖະ­ບານ­ຂອງປະ­ເທດ­ນັ້ນໆ­ ມອບໜ້າ­ທີ່ໃຫ້ແກ່ທະ­ນາ­ຄານແຫ່ງ­ຊາດ­ອອກ ໂດຍທີ່­ລັດຖະ­ບານປະ­ເທດ­ນັ້ນໆ­ ຕ້ອງ­ອອກ­ກົດ­ໝາຍ­ຮັບປະ­ກັນເງິນ ໂດຍ­ລັດຖະ­ບານ­ນັ້ນຕ້ອງ­ມີຊັບ­ສີນ ແລະ­ທະ­ນະ­ບັດເງິນຕຣາ­ຕ່າງປະ­ເທດ ຄໍາ ເງິນ ແລະ­ ວັດ­ຖຸອັນ­ມີຄ່າໄປຄ້ໍາ­ປະ­ກັນ ກັບສະ­ຖາບັນ­ການເງິນ­ທີ່­ສາກົນ­ກໍານົດໄວ້ ໃນ­ມູນຄ່າ­ຂອງທະ­ນະ­ບັດ­ທີ່ຈະ­ພິມແລ້ວຈຶ່ງ­ພິມ, ສໍາ­ລັບ­ການ­ພິມເງິນ(ທະ­ນະ­ບັດ) ທະ­ນາ­ຄານເປັນ­ຜູ້ອອກແບບ ບາງປະ­ເທດ­ກໍຜ່ານສະ­ພາ ບາງປະ­ເທດ­ກໍຜ່ານສະ­ພາ­ຂອງ­ລັດຖະ­ບານ ແລ້ວຈຶ່ງ­ນໍາໄປພິມ ສໍາ­ລັບ­ການ­ພິມ­ນັ້ນ ພິມ­ທີ່ໃດ­ກໍໄດ້ ລາວເຮົາມັກ­ພິມ­ຈາກໂຊຫວຽດ ຈີນ ແຕ່­ປັດ­ຈຸບັນວ່າມີໂຮງ­ພິມເອງແລ້ວ ແລະ­ຍິນວ່າ­ພິມ­ຄັ້ງແຮກແມ່ນ ໃບ­ພັນໃໝ່(ຄືໃບ­ພັນ­ສາມ­ນາງ)ນັ້ນ, ແຕ່ຢ່າງໃດ­ກໍຕາມ ຜົນ­ງານ­ຂອງທະ­ນາ­ຄານແຫ່ງ­ຊາດ ນັບແຕ່­ມີໂຮງ­ພິມເປັນ­ຂອງ­ຕົນເອງ­ມາ ແມ່ນໄດ້­ພິມເງິນໃໝ່ຂອງ­ຕົນ­ອອກ­ມາເປັນປະ­ຈໍາ.

ເວົ້າເລື່ອງຕົວເຟື້ອງ

- ເວົ້າເລື່ອງໂຕເຟື້ອງ­ນີ້ ໃນ­ອັກຂະ­ຫຼະ­ວິທີລາວມີຕົວເຟື້ອງ­ທຸກ­ຕົວ, ຕົວເຟຶ້ອງເຂົາ­ຮຽກວ່າ­ຕີນ ຫຼືຕົວເຟື້ອງ ກໍວ່າ 
ກ່ອນ­ອັກ­ສອນ­ລາວຈະ­ປັບ­ປຸງໃສ່­ພິມ­ດີດ­ອັກ­ສອນ­ຕົວເຟື້ອງ­ຖືກ­ຂຽນໃນ­ໝວດ­ອັກຂະ­ຫຼະ­ວິທີລາວເກືອບ­ທຸກໂຕ ຫຼັງໆ­ມາ­ໝົດ­ຄວາມ­ນິຍົມ ຈຶ່ງ­ຍັງເຫຼືອນ້ອຍ. 


ປັດ­ຈຸບັນ­ຕົວເຟື້ອງ­ຍັງເຫຼືອໃນ­ອັກ­ສອນ­ລາວ ຄື 
ໜ, ໝ, ຫຽ. 

- ໂຕ ໜ - ມາ­ຈາກ ຫ+ນ 
- ໂຕ ໝ - ມາ­ຈາກ ຫ+ມ 
- ໂຕ ຫຽ - ມາ­ຈາກ ຫ+ຍ 

ໂຕ ໜ, ໝ ໃຊ້ໄວ້­ຂຽນ­ສຽງ­ພາ­ສາ­ລາວທີ່ໃຊ້ໂຕ ຫ+ນ ຫຼື ຫ+ມ ເທົ່ານັ້ນ ບໍ່­ນິຍົມໃຊ້ເປັນ­ຕົວສະ­ກົດ 
ແຕ່ ໂຕ ຍ ນອກ­ຈາກໃຊ້ເປັນ­ອັກ­ສອນເຄົ້າແລ້ວ ຍັງໃຊ້ເປັນສະ­ຣະ­ ແລະ­ອັກ­ສອນສະ­ກົດດ້ວຍ ເຊັ່ນ 

ອັກ­ສອນສະ­ກົດ: 
- ຊັຍ, ປັຈຈັຍ, ວິລັຍ 

ໃຊ້ເປັນສະ­ຣະ­ ຄື 
ທຽນ, ຂຽນ, ພຽນ, ແລະ­ອື່ນ. 

ສະ­ຣະ­ປະ­ສົມ ໝວດ ຍ 
ອັຍ, ອາຍ, ເອິຍ, ເອີຍ, ອຶຍ, ອືຍ, ໂອຍະ­, ໂອຍ, ເອັຍະ­, ເອັຍ, (ບໍ່­ກໍານົດໃຊ້ ຽ ແຕ່­ປາກົດເຫັນ­ຂຽນ ເອັຽະ­, ເອັຽ) 

ຫາກເພິ່ນ­ກໍານົດໃຫ້­ຂຽນໃນ­ປັດ­ຈຸບັນ ກໍຄວນ­ຂຽນ ແຕ່ຕ້ອງເບິ່ງ­ຕາມ­ຫຼັກ­ການປະ­ສົມສະ­ຣະ­ດ້ວຍ ຈຶ່ງຈະ­ເປັນ­ການ­ດີ. 
- ຫາກຈະ­ກໍານົດໃຊ້ ແທ້­ກໍຄວນ­ຂຽນ­ທັງ­ໝົດ ອັຽ, ອາຽ, ເອິຽ, ເອີຽ, ອຶຽ, ອືຽ, ໂອຽະ­, ໂອຽ, ເອັຽະ­, ເອັຽ, ຫາກໃຊ້ແຕ່ ເອັຽະ­, ເອັຽ ເທົ່ານັ້ນ ມັນກະ­ເປັນ ການໃຊ້­ອາ­ຣົມ ມັນ­ບໍ່ໄດ້ເປັນໄປຕາມ­ກົດ­ຂອງໄວຍາກອນ ຈຶ່ງ­ບໍ່­ສົມ­ຄວນ.