วันพฤหัสบดีที่ 18 กันยายน พ.ศ. 2557

ເວົ້າເລື່ອງທະນະບັດ ກັບພັນທະບັດ

ມີບາງ­ຄົນເຂົ້າໃຈວ່າ ເງິນ ເປັນ­ພັນທະ­ບັດ ທີ່ແທ້­ບໍ່ແມ່ນ ເງິນ­ຄືທະ­ນະ­ບັດ, ເງິນເປັນ­ບັດເຈັ້ຍ ທີ່ທະ­ນາ­ຄານ­ກໍານົດ­ອອກ­ມາ ຈຶ່ງ­ຮຽກວ່າ­ທະ­ນະ­ບັດ.

- ພັນທະ­-ປັຕຕະ­ (ບັດ­ທີ່­ກໍານົດ­ມູນຄ່າ ມີພັນທະ­ລະ­ຫວ່າງ­ຜູ້­ຖືຄອງ ແລະ­ຜູ້ອອກ­ບັດ)
- ທະ­ນະ­-ປັຕຕະ­ (ບັດທະ­ນາ­ຄານ- ເປັນເງິນ ທີ່­ມີມູນຄ່າ­ຕາມ­ທີ່ໄດ້­ກໍານົດໃນ­ບັດ­ນັ້ນ ເຊິງທະ­ນາ­ຄານເປັນເຈົ້າ­ຂອງ)

໑. ພັນທະ­ບັດ : ບັດ­ກາ­ສານ­ໜີ້ ທີ່­ລັດຖະ­ບານ­ມອບໃຫ້ທະ­ນາ­ຄານແຫ່ງ­ຊາດ ຫຼືທະ­ນາ­ຄານ­ພານິດ ກໍານົດ­ອອກ­ມາ ເພື່ອວັດ­ຖຸປະ­ສົງຣະ­ດົມເງິນໄປໃຊ້ໃນ­ວັດ­ຖຸປະ­ສົງໃດ­ໜຶ່ງ ຂອງ­ລັກຖະ­ບານ, ພັນທະ­ບັດ­ນັ້ນ ລັດຖະ­ບານ­ຕິດ­ໜີ້(ເປັນ­ລູກ­ໜີ້) ມີພັນທະ­ຕໍ່ຄວາມ­ຮັບ­ຜິດ­ຊອບ­ທີ່ຈະ­ຕ້ອງຈ່າຍ­ໜີ້­ສິນ­ຄືນໃຫ້ແກ່­ຜູ້ຄອບ­ຄອງ­ ພັນທະ­ບັດ ຕາມ­ກົດ­ໝາຍ, ພັນທະ­ບັດ ເປັນ­ບັດ­ກາ­ສານ­ໜີ້ ທີ່­ຜູ້ເປັນເຈົ້າ­ຂອງ­ສາມາດ­ຮຽກເກັບເງິນ­ຄືນ ກັບທະ­ນາ­ຄານ­ທີ່­ຮັບ­ຜິດ­ຕາມ­ກໍານົດໄວ້, ພັນທະ­ບັດ ຍັງ­ສາມາດ­ຈໍາ­ໜ່າຍ ແລກປ່ຽນ­ສິ່ງ­ຂອງໄດ້­ພາຍ ໃຕ້­ກົດ­ໝາຍ­ທີ່­ກໍານົດ.(ເວົ້າ­ພາ­ສາ­ຊາວບ້ານ ພັນທະ­ບັດເປັນ­ບັດ­ທີ່­ມີມູນຄ່າ ສາມາດໃຊ້ຕ່າງເງິນໄດ້­ຕາມ­ທີ່­ກົດ­ໝາຍ­ກໍານົດ-ແຕ່­ບໍ່ແມ່ນເງິນ).

໒. ທະ­ນະ­ບັດ : (ເງີນ) ເປັນ­ບັດ ທີ່ທະ­ນາ­ຄານແຫ່ງ­ຊາດໄດ້­ກໍານົດ­ອອກໃຊ້ແທນເງິນ ມີມູນຄ່າ­ຕາມ­ທີ່­ກໍານົດໄວ້ ສາມາດ­ຊໍາ­ຮະ­ໜີ້­ສິນໄດ້­ຕາມ­ກົດ ໝາຍ­ກໍານົດ.

- ການ­ພິມເງິນ­ຂອງ­ທຸກປະ­ເທດ­ມັກຈະ­ເປັນຄ້າຍໆ­ກັນ­ໝົດ ຄືລັດຖະ­ບານ­ຂອງປະ­ເທດ­ນັ້ນໆ­ ມອບໜ້າ­ທີ່ໃຫ້ແກ່ທະ­ນາ­ຄານແຫ່ງ­ຊາດ­ອອກ ໂດຍ ທີ່­ລັດຖະ­ບານປະ­ເທດ­ນັ້ນໆ­ ຕ້ອງ­ອອກ­ກົດ­ໝາຍ­ຮັບປະ­ກັນເງິນ ໂດຍ­ລັດຖະ­ບານ­ນັ້ນຕ້ອງ­ມີຊັບ­ສີນ ແລະ­ທະ­ນະ­ບັດເງິນຕຣາ­ຕ່າງປະ­ເທດ ຄໍາ ເງິນ ແລະ­ ວັດ­ຖຸອັນ­ມີຄ່າໄປຄ້ໍາ­ປະ­ກັນ ກັບສະ­ຖາບັນ­ການເງິນ­ທີ່­ສາກົນ­ກໍານົດໄວ້ ໃນ­ມູນຄ່າ­ຂອງທະ­ນະ­ບັດ­ທີ່ຈະ­ພິມ ແລ້ວຈຶ່ງ­ພິມ, ສໍາ­ລັບ­ການ­ພິມເງິນ(ທະ­ນະ­ບັດ) ທະ­ນາ­ຄານເປັນ­ຜູ້ອອກແບບ ບາງປະ­ເທດ­ກໍຜ່ານສະ­ພາ ບາງປະ­ເທດ­ກໍຜ່ານສະ­ພາ­ຂອງ­ລັດຖະ­ບານ ແລ້ວຈຶ່ງ­ນໍາໄປພິມ ສໍາ­ລັບ­ການ­ພິມ­ນັ້ນ ພິມ­ທີ່ໃດ­ກໍໄດ້ ລາວເຮົາມັກ­ພິມ­ຈາກໂຊຫວຽດ ຈີນ ແຕ່­ປັດ­ຈຸບັນວ່າມີໂຮງ­ພິມເອງແລ້ວ ແລະ­ຍິນວ່າ­ພິມ­ຄັ້ງແຮກແມ່ນ ໃບ­ພັນໃໝ່(ຄືໃບ­ພັນ­ສາມ­ນາງ)ນັ້ນ, ແຕ່ຢ່າງໃດ­ກໍຕາມ ຜົນ­ງານ­ຂອງທະ­ນາ­ຄານແຫ່ງ­ຊາດ ນັບແຕ່­ມີໂຮງ­ພິມເປັນ­ຂອງ­ຕົນເອງ­ມາ ແມ່ນໄດ້­ພິມເງິນໃໝ່ຂອງ­ຕົນ­ອອກ­ມາເປັນປະ­ຈໍາ.

ແພດານ ພີດານ ເພດານ ພັດທະນາການທາງພາສາລາວ







-ເຮືອນ­ໜຶ່ງໆ­ ມັກຈະ­ມີແພດານ ເຮືອນສະ­ໄໝບູຮານ ແພດານ­ມັກຈະ­ເປັນໄມ້, ຫຼືເປັນແພ, ເຮືອນ­ລາວບູຮານຖານະປານກາງ ແພດານຈະ­ເປັນແພ (ເວັ້ນເຮືອນ­ມຸງຫຍ້າ ມັກຈະ­ເອົາໄມ້ໄຜ່­ສານເປັນແພດານ) ຢູ່­ທີ່­ວັດ­ຍາດໂຍມ­ມັກຈະ­ເຮັດ ແພດານ­ດານ ດ້ວຍຜ້າໃໝ ຝ້າຍ ຫຼືຜ້າກໍາມະ­ຍີ່ ແລະ­ອື່ນໆ­ ໄປຖວາຍ­ວັດ ເພື່ອກັ້ງ­ສາ­ລາໂຮງ­ທໍາ ແລະ­ທີ່ພຣະ­ເຈົ້າໃຫຍ່ປະ­ດິດສະ­ຖານໃນ­ສິມ ແລະ­ສາ­ລາ ແມ່ນ­ກຸດ­ຕິ ວິຫານ ເມື່ອ ໒໐ ປີກັບໄປມັດ­ມີແພດານແພ, ປັດ­ຈຸບັນ­ກໍມີ ແຕ່ໄດ້­ຮັບ­ຄວາມ­ນິຍົມນ້ອຍ ແນ່ ເພາະ­ປັດ­ຈຸບັນ ນິຍົມເຮັດແພດານ­ສໍາເລັດ­ຮູບ ດ້ວຍ­ປູນ­ຊີມັງ, ຍິຊ່ໍາ, ກະ­ຕົງ ແລະ­ແຕ້ມ­ຮູບ­ສວຍ­ງາມ, ໃນ­ວັດ­ໜຶ່ງ­ມັກປະ­ດັບປະ­ດາແພດານ­ສວຍ­ງາມກ່ອນ­ອື່ນ­ໝົດ ແມ່­ສາ­ລາໂຮງ­ທໍາ ເພາະ­ສາ­ລາໂຮງ­ທຳ ເປັນ­ທີ່­ຍາດໂຍມ­ມາ­ທໍາບຸນ­ຫຼາຍແທບ­ທຸກ­ວັນ ສະ­ນັ້ນ ຈຶ່ງຕ້ອງ­ມີການເອ້ຍ້ອງ­ສວຍ­ສົດ­ງົດ­ງາມ ເພື່ອເປັນ­ທີ່ຈະ­ເລີນ­ຕາ ຈະ­ເລີນໃຈແກ່­ຍາດ­ສັດ­ທາ­ທານທີ່­ມາ­ພົບ ເຫັນ, ລອງ­ລົງ­ມາແມ່ນ­ສິມ ແລະ­ກຸຕິຕາມ­ລໍາດັບ.

- ທີ່ແພດານ­ສາ­ລາໂຮງ­ທຳ­ນັ້ນ ທີ່­ນິຍົມ­ກັນແຕ້ມ­ຮູບ­ຫຼາຍ­ທີ່­ສຸດ ແລະ­ແທບ­ທຸກ­ວັດ­ມັກຈະ­ເປັນ­ຮູບພຣະ­ເວດ ພຣະ­ເຈົ້າ­ສິບ­ຊາດ ແລະ­ປະ­ຫວັດພຣະ­ພຸດທະ­ເຈົ້າ, ການແຕ້ມ­ຮູບເພດານ ແລະ­ຝາ­ຜະ­ໜັງ­ນັ້ນ ເທົ່າ­ທີ່­ພົບ­ບໍແມ່ນ­ນິຍົມແຕ່ສະ­ໄໝນີເທົ່ານັ້ນ ມີການິຍົມ­ກັນ­ມາ­ຕັ້ງແຕ່­ອານາ­ຈັກລ້ານຊ້າງ­ພຸ້ນ ດັ່ງ­ຮູບແຕ້ມ­ສິນ­ວັດ­ສີສະ­ເກດ ແມ່ນແຕ້­ຮູບປະ­ຫວັດ­ວຽງ­ຈັນ ແລະ­ພະ­ລັກພະ­ລາມ (ນັບແຕ່ເຂົາ­ສ້ອມແຊມ­ວັດ­ສີສະ­ເກດ­ມາ ຍັງ­ບໍ່­ທັນໄປເບິ່ງເທື່ອວ່າເພິ່ນ­ຮັກ­ສາໄວ້­ຫຼືບໍ ? ຄັນ­ຮັກ­ສາໄວ້ແມ່ນ­ດີ ຄັນ­ທໍາ­ລາຍ­ຖິ້ມ­ກໍເປັນໜ້າເສັຍ­ດາຍ­ມູນ­ມໍລະ­ດົກ­ທາງ­ວັດທະ­ນະ­ທໍາ ເມື່ອ ໒໐໐ ປີແທ້ໆ­) ນອກ­ຈາກ­ນີ້­ຍັງ­ພັບ­ຫຼັກ­ຖານ ທີ່ນະ­ຄອນ­ຫຼວງພຣະ­ບາງ­ຫຼາຍ­ວັດ.

- ແພດານ ຕາ­ຄະ­ຕິບູຮານ ຄົງຈະ­ເຮັດດ້ວຍແພ ດັ່ງ­ທີ່­ປາກົດ­ຫຼັກ­ຖານໃນເມືອງ­ລາວ ເມື່ອ ໒໐ ປີກັບ­ຄືນໄປ, ອາດເປັນເພາະ­ເຮັດດ້ວຍແພນີ້ເອງ ພາ­ສາບູຮານ ຈຶ່ງ­ຮຽກວ່າ "ແພດານ", ແຕ່ສະ­ໄໝຍັງນ້ອຍ ພາ­ສາບ້ານ ຜຂ ຮຽກວ່າ "ພີດານ"(ປັດ­ຈຸບັນ ວ່າແພດານ­ທົ່ວໄປໝົດແລ້ວ) ຄໍາວ່າ­ພີດານ­ອາດເປັນສ້ຽງພ້ອງ­ຈາກ "ແພດານ" ເພາະສະຫຼະອີ ກັບສະຫຼະແອນັ້ນມີທີ່ມາທີ່ດຽວກັນ ປັດ­ຈຸບັນ­ນີ້ ຄໍາວ່າ ແພດານ­ນັ້ນ ໄດ້­ຮັບ­ຄວາມ­ນິຍົມ­ລົງວ່າ "ເພດານ", ຕາ­ພາ­ສານິຍົມສະ­ໄໝໃໝ່.

- ຫຼັກ­ຖານ­ໜຶ່ງ­ທີ່­ຢັ້ງ­ຢືນວ່າ ແພດານ ເປັນ­ພາ­ສາບູຮານ ແລະ­ຕ້ອງ­ຢູ່ເທິງ­ກັ້ນ­ກັນລະ­ຫວ່າງ­ທີ່­ສູງ ແລະ­ທີ່ຕ່ໍາ ຄື ທີ່­ປາກດ້ານເທິງ­ຂອງ­ຄົນເຮົາ ເຂົາກໍຮຽກວ່າ "ແພດານ" ການ­ທານແພດານໄດ້­ອານິສົງ­ຫຼາຍ ປາກົດໃນ­ໜັງ­ສືສະ­ຫຼອງແພດານ ທີ່ພຣະ­ສົງ­ມັກ­ນໍາເອົາໄປເທດ ສະ­ຫຼອງ­ຍາມ­ມີການ­ຖວາຍເພດານ.

วันพุธที่ 17 กันยายน พ.ศ. 2557

ພາສາປາລີ/ສັນສະກຣິດ/ລາວ

ພາສາປາລີ...........ສັນສະກຣິດ.................ລາວ
ອາຣັພພະ..................ອາຣັພຍະ.........................ຜາຣົພ
ເປຕ.........................ເປຣຕ.............................ເຜຕ
ປັນຍາ......................ປຣັຊຍາ............................ຜຍາ
ວິເສສ......................ວິເສສ(ໃສ່ອັກຂະນະ​​ຕ່າງກັນ)--ວິເສສ(ໃຫ້ໃຊ້ພາສາປາລີ) ພິເສສ ກໍໃຊ້
ຄຫັຕຖະ....................ຄຣືຫັຕຖະ.........................ຄະຣືຫັດ/ຄະຫັດ( ໃຊ້ທັງສອງ)
ໂຄສນາ.....................ໂຄສະນາ..........................ໂຄສະນາ( ໃຫ້ ໃຊ້ຂຽນແບບປາລີ)
ຄຣາວາສ....................ຄຣືຫວາສ........................ຄະຣາວາສ
ຈັກຂຸ..........................ຈັກສຸສະ..........................ຈັກຂຸ
ສິກຂາ........................ສືກສາ............................ສຶກສາ (ສິກຂາ ຫຼື ສິກ ໃຊ້ຮຽກເວລາ ສິກພຣະເນນ)
ພິກຂຸ..........................ພິກສຸ.............................ພິກຂຸ
ໂຈທກະ......................ໂຈທກະ...........................ໂຈທ(ໂຈດ) ເລກໂຈດ
ທາຣຸໂນ......................ທາຣຸໂນ...........................ທາຣຸນ

ພາສາລາວສ່ວນໜຶ່ງ ມາຈາກພາສາປາລີ ແລະສັນສະກຣິດ ແຕ່ມີການໃຊ້ພາສາປາລີ ຫຼາຍກວ່າສັນສະກຣິດ

ໄຊຍະບູຣີ ເມືອງແຫ່ງໄຊຊະນະ

 ໄຊຍະບູຣີ ເມືອງແຫ່ງໄຊຊະນະ
--------------
ຄົ້ນຄວ້າໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
--------------
- ໄຊຍະ ມີຄວາມໝາຍດຽວກັບ ຊະນະ, ໃນພາສາປາລີ ຊຍະ ແປວ່າ ຊນະ, ຊະຍະ ເຊິ່ງແປງສັບໄດ້ຫຼາຍ ຄື ໄຊຍະ, ຊັຍ ໃນພາສາລາວ ມັກຈະເອົາຄຳສອງຄຳມາລວມກັນ ຄື ຊັຍ ກັບ ຊນະ ມາລວມກັນ ຈະໄດ້ຄຳໃໝ່ວ່າ ຊັຍຊນະ ຂຽນວ່າ ຂຽນຕາມແບບປັດຈຸບັນ ໄຊຊະນະ,

- ສະນັ້ນ ຄຳວ່າ "ໄຊຍະ" ຈຶ່ງແປວ່າ ໄຊຊະນະ ຫຼືເປັນພາສາລາວວ່າ ຜາບແພ້ (ເຊິ່ງໝາຍຄວາມວ່າ ປາບປາມຈົນຝ່າຍແພ້) ຜູ້ຝ່າຍແພ້ ເປັນຜູ້ປຣາໄຊຍ໌, ຜູ້ຜາບໃຫ້ຝ່າຍແພ້ ເປັນຜູ້ໄດ້ໄຊຊະນະ (ສະນັ້ນ ເວລາວ່າ "ແພ້" ໝາຍເຖິງ ເສັຍໄຊຊະນະ ຫຼືອັປຣາໄຊຍ໌, ຫຼືຮຽກວ່າ "ຜູ້ຜ່າຍແພ້", ສ່ວນຜູ້ຊະນະ ໝາຍເຖິງຜູ້ ຜາບແພ້ ຫຼືຜູ້ມີໄຊຍ໌ນັ້ນເອງ)

- ຄຳວ່າ ບູຣີ ເປັນພາສາປາລີ ກົງກັບຄຳວ່າ ນະຄອນ(ນຄຣໍ-ນະຄະຣັງ ຫຼື ນະຄອນ), ນະຄອນເປັນເມືອງຫຼວງຂອງອານາຈັກ, ມະຫາອານາຈັກນັ້ນມີອຳນາດຫຼາຍຮຽກວ່າ "ມະຫານະຄອນ" ກໍເປັນເມືອງເອກຂອງອານາຈັກນັ້ນ, ໃນ "ມະຫານະຄອນນັ້ນ" ມີບັນດາອານາຈັກນ້ອຍໆຂຶ້ນກັບ ຈະຮຽກວ່າ "ເມືອງ" ເມືອງເປັນພາສາລາວ, ເຊິ່ງກົງກັບຄຳວ່າ "ບູຣີ" ມາຈາກປຸຣະ, ປຸຣີ ເຊັ່ນ ຈັນທະບູຣີ ແປວ່າ ເມືອງຈັນທນະ, ຫຼືເມືອງຈັນ, ເມືອງນັ້ນພາສາລາວເຮົາມີໃຊ້ອີກຄຳໜຶ່ງວ່າ "ວຽງ" ເຊັ່ນ ວຽງຈັນທນ໌ ກໍໝາຍເຖິງເມືອງຈັນທນະ (ເມືອງຈັນ), ນອກຈາກນັ້ນກໍມີຄຳໜຶ່ງອີກທີ່ໃຊ້ຮຽກເມືອງ ຄື "ຊຽງ" ເຊັ່ນ ພຣະນະຄອນຫຼວງພຣະບາງໃນອະດີດກ່ອນ ແລະສະໄໝດຽວກັບພຣະເຈົ້າຟ້າງຸ່ມວ່າ "ຊຽງທອງ" ເປັນຄຳຮຽກທີ່ສັ້ນໆ ແຕ່ຫາກຮຽກໃຫ້ໝົດນາມ ຄື "ຊຽງທອງຄຳ" ຫາກຈະຮຽກໃຫ້ກົງກັບຄວາມໝາຍທີ່ຮຽກກັນໃນປັດຈຸບັນ ກໍຄື "ຊຽງຄຳ" ແຕ່ ຊື່ທີ່ແທ້ຂອງພຣະນະຄອນແຫ່ງນີ້ ຄື "ພຣະນະຄອນຊຽງທອງ" ໝາຍເຖິງ "ພຣະນະຄອນຊຽງທອງຄຳ" ຫາກຈະຕີຄວາມໝາຍ "ກໍໝາຍເຖິງເມືອງແຫ່ງທອງຄຳ ຫຼືເມືອງແຫ່ງຄວາມຮຸ່ງເຮືອງເຫຼືອງ ເຫຼື້ອມເໝືອນທອງຄຳ, ນັກປະຫວັດສາດຮຸ່ນກ່ອນ ລວມທັງມະຫາສີລາ ວິຣະວົງ ໄດ້ໃຫ້ຄວາມໝາຍ ແລະທີ່ມາຂອງຄຳວ່າ "ຊຽງທອງ" ຄື ເມືອງລາວນີ້ ເປັນໜຶ່ງໃນສຸວັນນະພູມ ເປັນເມືອງບູຮານກ່ອນປະຫວັດສາດ ເມື່ອລາວມາຕັ້ງມະຫາອານາຈັກລ້ານຊ້າງຢູ່ລ່ອງແມ່ນ້ຳຂອງ ຈຶ່ງຕັ້ງຊື່ເມືອງຫຼວງຂອງຕົນໃຫ້ສອດຄ່ອງກັບ ຄຳວ່າ "ສຸວັນນະພູມ-ພາສາປາລີ"(ແປວ່າ ປະເທດຄຳ) ໃຫ້ເປັນພາສາລາວຈຶ່ງໃຊ້ຄຳວ່າ "ຊຽງທອງ" ອັນນີ້ຜູ້ຂຽນໄດ້ຄົ້ນພົບວ່າເມືອງລາວບູຮານ ເຕັມໄປດ້ວຍຄວາມໝາຍຂອງຄຳວ່າ "ທອງຄຳ" ຫຼືສຸວັນນະພູມ ຄື "ເມືອງສຸວັນນະ ໂຄມຄຳ, ເມືອງຊຽງຄຳ, ເມືອງວຽງຄຳ, ເມືອງສຸວັນນະເຂດ(ສວັນຄ໌ນະເຂຕ) ເມືອງວັງອ່າງຄຳ, ເມືອງຄຳ(ຊຽງຂວາງ) ແລະອື່ນໆ ຄຳນິຍາມທີ່ວ່າ "ຊຽງທອງ" ມາຈາກສຸວັນນະພູມ ຈຶ່ງມີເຫດຜົນພຽງພໍ.

- ໃນພາສາລາວ "ນອກຈາກໃຊ້ຄຳວ່າເມືອງ, ວຽງ ແລ້ວ ຊຽງ ກໍໝາຍເຖິງເມືອງ ມີສະຖານະເທົ່າກັບ ວຽງ ແລະມີເມືອງລາວ ທີ່ໃຊ້ຊຽງ ຫຼາຍເມືອງ ເຊັ່ນ ຊຽງຂວາງ (ເມືອງຂວາງ-ອາດເປັນເມືອງຂວາງໂລກະບານ ໃນຕຳນານລາວ) ຊຽງຂອງ(ຝັ່ງໄທຍ໌ກົງກັບບໍ່ແກ້ວ ແປວ່າ ເມືອງຂອງ) ຊຽງແມນ (ເມືອງແມນ) ຊຽງມ່ວນ (ເມືອງມ່ວນ) ຊຽງໝັ້ນ(ເມືອງໝັ້ນ) ຊຽງຄໍ້ (ເມືອງຄໍ້) ນອກດິນລາວປັດຈຸບັນ ແຕ່ເຄີຍເປັນຊຸມຊົນອິດທິພົນຄົນເຊື້ອສາຍລາວ ຄື ຊຽງໃໝ່(ເມືອງໃໝ່) ຊຽງຕຸງ(ເມືອງຕຸງ-ຫຼືວຽງຕຸງ=ຕຸງ ໃນພາສາເໜືອ ໝາຍເຖິງທຸງ ເມືອງທຸງ) ຊຽງຮຸ່ງ (ເມືອງຮຸ່ງ) ໃນເມືອງພາກເໜືອ ມັກຈະມີ "ຊຽງ ແລະວຽງ" ເປັນຈຳນວນຫຼວງຫຼາຍ.

-ໄຊຍະບູຣີ ຈຶ່ງແປວ່າ ເມືອງ, ວຽງ, ຊຽງ ແຫ່ງໄຊຊະນະ ຫຼືຈະແປໃຫ້ກົງກັບປັດຈຸບັນ ກໍຄື ເມືອງແຫ່ງໄຊຊະນະ.

- ຄວາມເປັນມາໂດຍສັງເຂບຂອງເມືອງໄຊຍະບູຣີ ເມືອງໄຊຍະບູຣີ ໃນອະດີດເປັນສ່ວນໜຶ່ງຂອງພຣະນະຄອນຫຼວງພຣະບາງ ໃນອານາຈັກລ້ານຊ້າງຫຼວງພຣະບາງ, ມີຊາຍແດນຕິດກັບເມືອງຊຽງຄານ ເຊິ່ງຂຶ້ນກັບພຣະນະຄອນຈັນທະບູຣີ (ວຽງຈັນ) ປີ ໑໗໗໙ ເມືອງລາວທັງໝົດໄດ້ຕົກ ເປັນຫົວເມືອງຊ່ວຍຂອງສຍາມ ຊາວສຍາມໄດ້ກວາດຕ້ອນເອົາຄົນລາວໃນເຂດນີ້ລົງໄປຍັງຫົວເມືອງຝ່າຍ ໃນຂອງສຍາມ ແລະມອບໃຫ້ເມືອງສຳຄັນຕ່າງຕັ້ງຢູ່ໃຫ້ຄົນທ້ອງຖິ່ນປົກ ຄອງແລະເສັຍຊ່ວຍໃຫ້ແກ່ສຍາມ ຫາກເມືອງໃດບໍ່ມີອຳນາດ ເຂັ້ມແຂງກໍຖືກຍຸບ ປີ ໑໘໐໐ ເປັນຕົ້ນມາຈົນຮອດສະໄໝພຣະຈຸນຈອມເກົ້າ ຣ ໕ ຂອງສຍາມໄດ້ແບ່ງຫົວເມືອງລາວອອກເປັນກອງ ແລະຫຼາຍຫົວເມືອງລວມກັນເປັນມົນທົນ ຈົນມາເຖິງປີ ໑໙໘໙ ຝຣັ່ງໄດ້ເອົາເມືອງຫຼວງພຣະບາງເປັນເມືອງອາຣັກຂາ ແລະເອົາລາວທັງ ໝົດເປັນສະຫະພັນອິນດູຈີນ ສຍາມຖືວ່າເປັນໄພຄຸກຄາມຕໍ່ອິດສະຫຼະພາບຕໍ່ສຍາມ ຈຶ່ງຕັ້ງຫົວເມືອງຕ່າງອອກເປັນຈັງຫວັດ ເມືອງລາວ ທີ່ຢູ່ທາງຝັ່ງຂວາມີຫຼາຍຫົວເມືອງກາຍເປັນເມືອງສຍາມ ລວມທັງຈຳປາສັກ ແລະຝັ່ງຂວາຂອງຫຼວງພຣະບາງ ເມືອງຈຳປາສັກ ເພາະເປັນເມືອງເກົ່າແກ່ມາແຕ່ບູຮານ ສຍາມກໍຕັ້ງເປັນຈັງຫວັດຂຶ້ນວ່າ "ຈັງຫວັດນະຄອນຈຳປາສັກ" ສ່ວນຝັ່ງຂວາ ຂອງຫຼວງພຣະບາງສຍາມຕັ້ງໃຫ້ເປັນ "ຈັງຫວັດລ້ານຊ້າງ" ຄືເປັນແຂວງທີ່ໄດ້ມາຈາກລ້ານຊ້າງຫຼວງພຣະບາງ ມີສູນກາງເມືອງຢູ່ບ້ານ ປາກລາຍ ເປັນທີ່ວ່າການຈັງຫວັດ.

- ຈວນຈົນປີ ພສ ໒໔໔໗ ຄສ ໑໙໐໔ ຝຣັ່ງໄດ້ທຳສົນທິສັນຍາກັບສຍາມຕົກລົງເອົາສຽມລຽບພັດຕະບອງສົ່ງໃຫ້ຂະເໝນ ແລະເອົາຈັນທະບູຣີ ແລະຕາກ ໃຫ້ສຍາມ ເພື່ອແລກປ່ຽນກັບແລ້ວ ສຍາມຈຶ່ງຍອມສົ່ງຈຳປາສັກ ແລະຝຣັ່ງຂວາແມ່ນໍ້າຂອງ(ຈັງຫວັດລ້ານຊ້າງ) ໃຫ້ແກ່ຝຣັ່ງເສດ.

- ຈົນເມື່ອລາວໄດ້ເອກະລາດແລ້ວ ໃນປິ ໑໙໔໕ ລາວກໍຕັ້ງຫົວເມືອງຕ່າງໆໃຫ້ເປັນແຂວງ ສ່ວນຈັງຫວັດນະຄອນຈຳປາສັກໃຫ້ເປັນ ແຂວງ ຈຳປາສັກ, ຈັງຫວັດລ້ານຊ້າງໃຫ້ເປັນແຂວງໄຊຍະບູຣີ ໂດຍຖືຣືກວ່າ "ເມືອງແຫ່ງນີ້ກັບຄືນມາດ້ວຍໄຊຊະນະນັ້ນເອງ"
ໄຊຍະບູຣີ
ຈັງຫວັດລ້ານຊ້າງ
ໄທຍໃນຍຸກລ່າອານານິຄົມ

ອ້ວນພີດີງາມ ຈ່ອຍຜອມຜາງຮ້າຍ

 ອ້ວນພີດີງາມ ຈ່ອຍຜອມຜາງຮ້າຍ
--------------
ຄົ້ນຄວ້າໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
--------------
ມີຄົນຖົກຖຽງກັນ ເລື່ອງການໃຊ້ພາສາບາງຄົນ(ຜູ້ບໍ່ຮູ້ແທ້) ມັກຈະຖຽງກັນວ່າ “ອັນນັ້ນຄຳລາວອັນນີ້ຄຳໄທຍ໌” ຄວາມເຂົ້າໃຈແບບນີ້ ເປັນອັນຕະລາຍຕໍ່ລະບົບການພັດທະ ນາ ພາສາລາວໃນປັດຈຸບັນ ແລະອະນາຄົດແນ່ອນ, ເມື່ອມີບັນຫາ ເຮົາບໍ່ເຂົ້າມາແກ້ບັນ ຫາ ຫຼືປະຕິບັດໃຫ້ບັນຫານັ້ນ ຖືກແກ້ໄຂໄປທິດທາງທີ່ຖືກຕ້ອງໂດຍໄວ ອາດກາຍເປັນບັນ ຫາຊຳເຮື້ອ ເມື່ອເວລາຜ່ານໄປໃນອະນາຄົດບັນຫາດັ່ງກ່າວ ຈະເປັນຜົນສະທ້ອນຕໍ່ພາ ສາ ອັກສອນລາວໂດຍທາງລົບແນ່ນອນ ແລະຈະກາຍເປັນບັນຫາທີ່ແກ້ໄຂໄດ້ໂດຍຍາກ ດ້ວຍ.
ບັນກາໜຶ່ງກ່ຽວກັບພາສາລາວ ທີ່ຄົນຮຸ່ນໃໝ່ສົງໄສ ແລະເຂົ້າໃຈວ່າ “ຜອມ ເປັນພາສາລາວ “ຈ່ອຍ” ເປັນສາໄທຍ໌ ຄຳເລົ່ານັ້ນ ເປັນພາສາໄທຍ໌ ແທ້ຫຼືບໍ່ເຮົາມາອ່ານການ ສຶກສາວິເຄາະນຳກັນ ຄື.
ເຮົາມັກຍິນສະເໝີໃນວົງສັງຄົມ ການສົນທະນາກັນວ່າ “ຕຸ້ຍ” ມັກຈະຄູ່ກັນກັບ “ຈ່ອຍ” ເມື່ອເຮົາມາຍິນຄໍາວ່າ “ຜອມ” ກັບ “ອ້ວນ” ຂອງຄົນທ້ອງຖິ່ນອື່ນກະມັກຈະຕິວ່າ ຄົນນັ້ນເວົ້າພາສາໄທຍ໌.
ອັນຄວາມຈິງແລ້ວ ພາສາໄທຍ໌ກັບພາສາລາວ ມັກຕ່າກັນທີ່ສຽງ ແລະສຳນຽງ ເທົ່ານັ້ນ ສ່ວນຄຳເວົ້າ ອັນເປັນນາມ, ຄຸນນາມ, ລັກສະນະນາມ ແລະວັດຖຸປະສົງຂອງ ການສື່ນັ້ນມັນມີຄວາມເໝືອນກັນເກືອບທັງໝົດ ເຖິງວ່າມີສຽງ, ສຳນຽງ ແລະຄຳບາງຄໍາ ມີການຕ່າງກໍຕ່າງກັນເລັກນ້ອຍ.
ຫາກຈະເວົ້າຄວາມຕ່າງນັ້ນຂອງຄຳ ມັນກໍມີຕ່າງບໍ່ເທົ່າໃດຄຳເທົ່ານັ້ນ ເຊັ່ນ ຜົມ, ສັນ, ຄັບ, ຈະ, ຈ້າ ເທົ່ານັ້ນ, ນອກຈາກຄຳແລ້ວ ກໍມີປະໂຫຍກ ເຊັ່ນ ອະໄຣ ກົງກັບ ອັນໃດ, ແມ່ນຫຍັງ ກໍ ເປັນແມ່ອະໄຣ ເທົ່ານັ້ນ ເຫຼືອນັ້ນ ກໍມີສັບບາງຊັບ ອັນເປັນຊັບຖິ່ນ ທີ່ເຂົາຍົກມາກເປັນສັບທາງການ ເຊັ່ນ “ໝາກ” ໄທຍ໌ກໍວ່າ “ມະ” ຫາກຈະທຽບກັບຄໍາລາວ ກໍກົງກັບຄຳລາວພວນ “ມະ” ໝາຍເຖິງໝາກໄມ້.
ນອກຈາກນັ້ນ ສຽງທີ່ຖືວ່າຕ່າງກັນກັບພາສາລາວ ກໍແມ່ນສຽງວັນນະຍຸດ ເອກ ໂທ ຄື ສຽງໃດ ເປັນສຽງໂທ ໃນຄຳບາງຄໍາເປັນສຽງເອກ ເຊັ່ນ “ຊ້າງ” ໃນພາສາໄທຍ໌ ມັກຈະເປັນ ສຽງເອກແລະໂທປົນກັນ, “ໄມ່ໃຊ້” ກາຍເປັນສຽງ ເປັນສຽງໂທ “ໄມ້” ອັນນີ້ ບໍ່ແມ່ນ ແຕ່ສຽງໄທຍ໌ເທົ່ານັ້ນ ໃນພາສາລາວເຮົາ ສຽງເອກກໍມັກຈະອອກສຽງໂທກະມີ ເຊັ່ນສຽງ ລາວກຸ່ມໄທທົ່ງ, ສຽງລາວກຸ່ມລາວເໜືອບາງກຸ່ມ ແມ່ນແຕ່ສຽງລາວພາສາກາງມັກຈະ ອອກສຽງເອກເປັນສຽງໂທ ເຊັ່ນ “ເຣື່ອງ” ມັກຈະອອກເປັນ “ເຣື້ອງ” ເຫຼົ່ານີ້ເປັນຕົ້ນ.
ຢ່າງໃດກໍຕາມ ກ່ຽວກັບຄໍາເວົ້າລາວກັບໄທຍ໌ນັ້ນ ເວົ້າລວມແລ້ວ ມີຄວາມເໝືອນ ກັບພາສາລາວເປັນສ່ວນຫຼາຍ ແລະມີຄວາມແຕກຕ່າງກັນເປັນສ່ວນໜ້ອຍເທົ່ານັ້ນ.
ທີ່ນີ້ ເຮົາມາສົນທະນາກັນ “ອ້ວນ, ຜອມ” ເປັນພາສາລາວແທ້ບໍ ?, ຄວາມຈິງ ເຮົາມັກຈະຍິນຄຳວ່າ “ຕຸ້ຍກັບຈ່ອຍ” ທີ່ຄົນລາວເຮົາເວົ້າຈາກັນ ແຕ່ວ່າໃນທ້ອງຖິ່ນແລ້ວ ຄຳວ່າ “ຕຸ້ຍກັບຈ່ອຍ” ນັ້ນເປັນພາສານິຍົມໃນຍຸກຫຼັງ ທີ່ສັງຄົມລາວກ້າວຈາກພະຫຸສັງ ຄົມ ກາຍມາເປັນເອກະສັງຄົມໃນຍຸກປັດຈຸບັນເທົ່ານັ້ນ, ໃນສັງຄົມ ທີ່ເປັນສັງຄົມໃຫຍ່ ຫຼືສັງຄົມເປັນສັງຄົມພະຫຸສັງຄົມ ມີການພົວພັນກັນໃນກຸ່ມບ້ານ ກຸ່ມເມືອງນັ້ນ ຄໍາວ່າ “ອ້ວນ, ຜອມ, ຕຸ້ຍ, ພີ, ຈ່ອຍ” ລ້ວນແຕ່ເປັນຄໍາລາວທັງນັ້ນ.
ບາງຄົນອາດຊິເວົ້າແກ້ ດ້ວຍວ່າຍ້ອນວ່າຄົນລາວຟັງວິທະຍຸ ແລະໂທລະທັດໄທຍ໌ ຫຼາຍ ຈຶ່ງນໍາເອົາພາສາໄທຍ໌ມາເວົ້າ ອັນນີ້ບໍ່ເປັນຄວາມຈິງ ປານໃດ, ເພາະຄໍາເລົ່່ານີ້ ຖືກໃຊ້ສົນທະນາປາໃສ ໃນທ້ອງຖິ່ນລາວເຫິງນານຕັ້ງແຕ່ຍຸກການສື່ສານຍັງບໍ່ທັນກວ້າງ ຂວາງພຸ້ນ.
ຄຳຢັ້ງຢືນວ່າ “ອ້ວນ, ຜອມ, ຕຸ້ຍ, ພີ, ຈ່ອຍ” ຄຳລາວເລົ່ານີ້ມັກຈະເອົາມາຕັ້ງຊື່ ໃຫ້ລູກຫຼານຂອງຕົນເພື່ອໃຫ້ເປັນມຸງຄຸນ ຄື “ທ້າວຕຸ້ຍ, ນາງຕຸ້ຍ, ທ້າວອ້ວນ, ສ່ວນພີ ມີໜ້ອຍ ທີ່ຈະເອົາມາຕັ້ງຊື່ຄົນ ເຖິງມີ ກໍມີຄວາມໝາຍອື່ນເຊັ່ນ ສຸພີ, ສະນັ້ນຄຳວ່າພີ ຈຶ່ງເປັນຄຳ ໃຊ້ແທນອ້ວນ ແລະຕຸ້ຍນັ້ນ ຖືກຕາຍແລ້ວ ຄວາມຈິງ “ພີ” ກັບ “ອ້ວນ” ມີຄວາມໝາຍດຽວກັນ ຄືອ້ວນກັບພີ ຄູ່ກັບກັບຈ່ອຍ ເຊັ່ນ “ອ້ວນພີດີງາມ” ດຽວນີ້ຈະປ່ຽນຄໍາວ່າ “ອ້ວນ” ມາເປັນ “ຕຸ້ຍພີດີງາມ”.
ສຳລັບ ຄຳວ່າ “ຜອມ” ບໍ່ມັກນໍາມາຕັ້ງຊື່ເພາະຖືວ່າເປັນຊື່ອັບປະມຸງຄຸນ ແຕ່ຈ່ອຍ ມີຄວາມໝາຍດຽວກັບຜອມ ພັດປາກົດເຫັນມີການນຳມາຕັ້ງຊື່ ເຊັ່ນ “ທ້າວຈ່ອຍ, ນາງຈ່ອຍ” ເລົ່ານີ້ເປັນຕົ້ນ, ເມື່ອມາເບິ່ງແລ້ວ ຄຳວ່າ “ຈ່ອຍ” ນີ້ອາດໝາຍເຖິງຄົນທີ່ມີຮ່າງ ກາຍສົມສ່ວນ ສົມບູນ ກຳລັງວັງຊາແຂງແຮງ ແຕ່ວ່າຮ່າງກາຍບໍ່ໃຫຍ່ ຈຶ່ງຮຽກວ່າຈ່ອຍ, ສ່ວນວ່າຜອມ ໃນພາສາລາວ ອາດໝາຍເຖິງຄົນເຄີຍອ້ວນທ້ວນສົມບູນ ແຕ່ມາໄລຍະຫຼັງ ຮ່າງກາຍຜອມລົງ ດ້ວຍອາການທາງສຸຂະພາບ ຈຶ່ງຮຽກວ່າ “ຜອມ” ດ້ວຍເຫດນັ້ນ ຈຶ່ງບໍ່ເອົາມາຕັ້ງຊື່ ເພາະເປັນອັບປະມຸງຄຸນ, ນອກຈາກຈ່ອຍ ແລະຜອມແລ້ວໃນຄຳລາວ ຍັງມີຄຳໜຶ່ງ ທີ່ມັກຈະນຳມາໃຊ້ ຄືຄຳວ່າ “ຢອດ” ອັນໝາຍເຖິງຄົນລຸກແຕ່ໄຂ້ໃໝ່ໆ ຮ່າງກາຍ ຈ່ອຍຜອມ ເຫຼືອງລ່າເຂົາຮຽກວ່າ “ຢອດ” ສະໄໝຍັງນ້ອຍມີຄໍາປະໂຫຍກໜຶ່ງວ່າ “ທ້າວຕຸ້ຍຂາວປອດ ລາວໄປກິນໝາກນອດ ຈຶ່ງເຮັດໃຫ້ລາວຢອດຈ່ອຍຜອມ”, ນອກຈາກຄຳດຽວດ່ຽມ ເຊັ່ນ ອ້ວນ, ພີ, ຕຸ້ຍ, ຜອມ, ຈ່ອຍ, ແລ້ວ ຍັງຄຳເວົ້າລາວຍັງເອົາຄຳເລົ່ານີ້ ຜະສົມກັນເອງອີກວ່າ “ພີຕຸ້ຍ, ອ້ວນພີ, ຈ່ອຍຜອມ” ແລະອື່ນໆອີກ, ສະນັ້ນ ຄົນລາວທັງມວນ ເມື່ອຮູ້ແລ້ວວ່າ ຄຳເລົ່ານີ້ເປັນສົມບັດອັນລໍ້າຄ່າຂອງລາວ ຄວນຈະອະນຸລັກປົກປັກ ຮັກສາຄໍາເລົ່ານີ້ຈັ່ງໃດ ມັນຈຶ່ງຈະຢູ່ຄູ່ລາວນານເທົ່ານານ.

ດຣ. ມາຈາກໃສ ?

ດຣ. ມາຈາກໃສ ?
--------------
ຄົ້ນຄວ້າໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
--------------
- ຕັ້ງແຕ່ເຫິງແຕ່ເຍີງແລ້ວ ໃນພາສາລາວເຮົາ ຜູ້ທີ່ຈົບແພດ ສາຂາຫຍັງກໍຕາມ ມັກຈະໃຊ້ຄໍາຫຍໍ້ຮຽກຊັ້ນຜູ້ນັ້ນວ່າ "ດຣ" ຜູ້ທີ່ຈົບປະຣິນຍາເອກສາຂາຫຍັງກໍຕາມ ເຂົາກໍຈະຂຽນ "ດຣ" ແທນຄໍາຮຽກ, ຄົນລາວເຮົາໃຜໆກໍຕາມຫາກເຫັນຂຽນ "ດຣ" ນໍາໜ້າຊື່ແບບນີ້ແລ້ວໃຜໆ ກໍອ່ານວ່າ "ດອກເຕີ" ໂລດໂດຍທີ່ບໍ່ຕ້ອງເອະອະໃຈຫຍັງຈັກດີ້.

- ຜູ້ຂຽນສົງໃສ ມານານແລ້ວວ່າລາວເຮົາຂຽນ ຫຍໍ້ "ດຣ" ໄດ້ຈັ່ງໃດ ທັງໆທີ່ໃນພາສາລາວເຮົາ ບໍ່ຍອມໃຊ້ໂຕ "ຣ" ວ່າເປັນອັກສອນໂຕໜຶ່ງໃນໝວດ "ອັກຂະຣະວິທີພາສາລາວ"

- ຈົນມາຮອດປີ ໒໐໐໐ ໃນອັກຂະຣະວິທີພາສາລາວ ເຂົາກໍໄດ້ຍອມຮັບວ່າ ໂຕ "ຣ" ເປັນອັກສອນໂຕໜຶ່ງ ໃນ ໒໗ ໂຕຂອງພາສາລາວ, ເຮັດໃຫ້ອັກສອນລາວ ມີ "໒໗" ໂຕບໍລິບູນ, ແຕ່ວ່າໂຕ "ຣ" ບໍ່ສາມາດຂຽນພາສາລາວໄດ້ ເວັ້ນເສັຍແຕ່ຂຽນພາສາຕ່າງປະເທດ ແລະພາສາຊົນເຜົ່າໃນລາວເທົ່ານັ້ນ(ນີ້ຄືການກີດກັ້ນໂຕ "ຣ" ບໍ່ໃຫ້ມີບົດບາດໃນພາສາລາວ ຢ່າງເຕັມຕົວ ໂຕ "ຣ" ກະເລີຍບໍ່ມີສິດໃນຂອບເຂດພາສາລາວ)

- ເຖິງວ່າໃນພາສາລາວ ການຂຽນ "ດຣ" ຄົນຮູ້ໂລດວ່າມາຈາກ "ດອກເຕີ" ຄວາມຈິງແມ່ນຂຽນທັບຊັບມາຈາກ Dr.ໃນພາສາອັງກິດ ເຊິ່ງຄໍາວ່າ "Dr." ຫຍໍ້ມາຈາກຄໍາພາສາອັງກິດວ່າ "Doctor" ເຖິງປານນັ້ນ, ການຂຽນ "ດຣ" ໃນພາສາລາວ ກໍຍັງບໍ່ສົມເຫດສົມຜົນ, ເພາະໂຕ "ຣ" ໃນພາສາລາວຍັງບໍ່ປະກາດໃຊ້ວ່າໃຫ້ຂຽນຄໍາໃນພາສາລາວ, ອັນໜຶ່ງເຖິງຈະເຂົ້າໃຈວ່າ "ດຣ" ຕ້ອງຫຍໍ້ມາຈາກ "Dr" ກໍຕາມ ເພາະຄໍາຍາວໃນພາສາອັງກິດວ່າ "Doctor" ແຕ່ໃນພາສາລາວພັດຂຽນ "ດອກເຕີ" ເຊິ່ງບໍ່ມີໂຕ "ຣ" ຢູ່ດ້ວຍ ຈຶ່ງບໍ່ສົມເຫດຜົນທີ່ຈະຂຽນວ່າ "ດຣ" ຫາກຈະໃຫ້ສົມເຫດສົມຜົນໃນໃນຄໍາຂຽນພາສາລາວທີ່ໃຊ້ກັນຢູ່ຕ້ອງໃຊ້ "ດຕ" ຈຶ່ງຈະຖືກຕ້ອງ ແຕ່ວ່າຈະຂຽນໄດ້ຈັ່ງໃດ ຄໍາ "ດຣ" ນີ້ໃຊ້ກັນມານານແລ້ວ ແລະມັນກົງກັບຄໍາຫຍໍ້ໃນພາສາອັງກິດ ທີ່ຂຽນວ່າ "Dr." ຫາກຈະໃຫ້ຂຽນໃນພາສາລາວ "ດຣ" ໃຫ້ກົງທັງພາສາອັງກິດ ແລະພາສາລາວ ເຊິ່ງບໍ່ມີການຂັດແຍ້ງກັນໃນພາສາລາວ ທີ່ເປັນຄໍາເຕັມຮູບແບບໃນພາສາລາວ ຄວນຈະຂຽນວ່າ "ດັອກເຕີຣ໌" ຈຶ່ງຈະສົມເຫດສົມຜົນຄັກ, ການຂຽນແບບນີ້ "ດັອກເຕີຣ໌" ຖຶກຕ້ອງຕາມວັດຖຸປະສົງຂອງໄວຍາກອນລາວ ປີ 2000

ທົ່ວທີບທົ່ວແດນ

 ທົ່ວທີບທົ່ວແດນ
--------------
ຄົ້ນຄວ້າໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
--------------
- "ທົ່ວທິບທົ່ວແດນ" ຄົນລາວບູຮານສ້າງສັນພາສາຂອງຕົນເອງ ໂດຍທີ່ບໍ່ມີຂໍ້ຈໍາກັດວ່າ ອັນນັ້ນພາສາຂອງປະເທດນັ້ນ ອັນນີ້ພາສາຂອງປະເທດນີ້, ສະນັ້ນ ພາສາຂອງລາວ ຈຶ່ງກວ້າງຂວາງ ບໍ່ມີຂອບເຂດຈໍາກັດ ທັງຫຼວງຫຼາຍພາຍມາກອີກດ້ວຍ.

- ເຮົາຈະເຫັນຄໍາວ່າ "ທົ່ວທີບທົ່ວແດນ" ເຮົາຄົງຈະສົງໄສວ່າ ຄໍານີ້ເປັນຄໍາລາວລ້ວນໆ ທີ່ແທ້ບໍ່ແມ່ນຄໍາລາວທັງໝົດ "ທົ່ວ" ເປັນຄໍາລາວ ໝາຍເຖິງກວ້າງຂວາງ, ຫຼວງຫຼາຍ ເຊັ່ນຄໍາວ່າ "ໂດຍທົ່ວໄປ" ຄື ໝາຍວ່າ "ໝາຍເອົາທັງໝົດທັງປວງ"

- "ທີບ" ມາຈາກພາສາປາລີ "ທະວີປະ ຄື ທະວີປ" ອັນໝາຍເຂດແດນທາງພູມສາດ, ສ່ວນ "ແດນ" ໝາຍເຖິງອານາເຂດ, ຄໍາວ່າ "ທົ່ວທີບທົ່ວແດນ" ໝາຍເຖິງອະນາເຂດທີ່ກວ້າງໃຫຍ່ທຸກໝ້ອງທຸກແຈ.

- ຄໍາທີ່ມັກເອົາໄປໃຊ້ ເຊັ່ນ ຄົນເວົ້າໂລໆເລ, ມັກຈະໃຊ້ຄໍາວ່າ "ເວົ້າທົ່ວທີບທົ່ວແດນ", ຄືເວົ້າບໍ່ມີບ່ອນເອົາ, ຄົນໄປທຸກທີ່ທຸກບ່ອນກໍວ່າ "ໄປທົ່ວທີບທົ່ວແດນ" ສະນັ້ນ, ຄໍາວ່າທົ່ວທີບທົ່ວແດນ ໝາຍເຖິງໄປໂດຍບໍ່ມີຂອບເຂດນັ້ນເອງ.

ໂລໆເລໆ

  ໂລໆເລໆ
--------------
ຄົ້ນຄວ້າໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
--------------

- ຜູ້ຂຽນມັກອ່ານໜັງສືລາວເປັນຊີວິດຈິດໃຈ, ໜັງສືຫຍັງກະອ່ານໂດຍສະເພາະໜັງສືບູຮານທີ່ຂຽນເປັນຮ້ອຍແກ້ວ ຮ້ອຍກອງໃນໜັງສືໃບລານ ມັນເປັນສິ່ງທີ່ແປກຫຼາຍ ທີ່ບໍ່ມັກພົບຄໍາວ່າ "ໂລໆເລໆ"

- ເມື່ອບໍ່ພົບຄໍາວ່າໂລໆເລໆ ໃນພາສາບູຮານ ກໍເບິ່ງໃນກະວີບູຮານ ກໍບໍ່ເຫັນຄໍາວ່າ ໂລ ຫຼື ເລ ສອງຄໍານີ້ ເວັ້ນເສັຍແຕ່ຄໍາກະວີລາວສະໄໝໃໝ່, ແຕ່ກໍບໍ່ຈຶ່ງວ່າຢູ່ໃສແລ້ວແນວມັນເຫິງແລ້ວ.

- ດ້ວຍເຫດນັ້ນ ຄໍາວ່າ "ໂລ" ກັບ "ເລ" ຈຶ່ງເຂົ້າໃຈວ່າເປັນພາສາໃໝ່ ອາດຊິເກີດຂຶ້ນໃນສະໄໝຝຣັ່ງນີ້ ເຊັ່ນວ່າ "ເຄື່ອງໂລ" ຫຼື "ຂອງເລ" ກໍຄື ເຄື່ອງລາຄາຖືກ, ລາຄາບໍ່ແພງ, ສ່ວນຄໍາວ່າ "ເລ" ເປັນພາສາສະໄໝໃໝ່ເໝືອນກັນ ບໍ່ຮູ້ວ່າເປັນພາສາລາວຫຼືພາສາຕ່າງປະເທດ ເຊັ່ນມັກໃຊ້ໃນການ ຂາຍອງເຊັ່ນກັນ "ຂາຍຂອງເລຫຼັງ, ຂາຍເຄື່ອງເລ" ກໍຄືເອົາຂອງເກົ່າ ຂອງຕົກລາຄາມາຂາຍໃນລາຄາຖືກໆ

- ສະນັ້ນ, ຄໍາວ່າ "ໂລໆເລ" ຈຶ່ງໝາຍເຖິງໄຮ້ຄຸນຄ່າລາຄາບໍ່ສູງ, ຄໍາວ່າ "ເວົ້າໂລໆເລໆ" ກໍຄືເວົ້າທົ່ວທີບບໍ່ມີຄຸນຄ່າລາຄາບໍ່ແພງ ນັ້ນເອງ.

ພາສາລາວ(ຕົວ-ໂຕ)

ພາສາລາວ(ຕົວ-ໂຕ)
----------------------
ຄົ້ນຄວ້າໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
----------------------
ໂຕ : ມັກໃຊ້ວ່າ ໂຕເອງ, ຕົນໂຕ, ຂອງໂຕ, "ກິນເຂົ້າໂຕໂສຄວາມເພິ່ນ" ແລະອື່ນໆ
ຕົວ : ມັກໃຊ້ຄູ່ກັນ "ຕົວເອງ, ຕົນຕົວ, ຂອງຕົວ, (ຄໍາເທິງນັ້ນ ບໍ່ປາກົດເຫັນໃຊ້).
- ທີ່ນີ້ ລະຫວ່າງ "ໂຕ" ກັບ "ຕົວ" ມີການໃຊ້ໃນພາສາລາວເຮົາຢ່າງແຜ່ຫຼາຍໃນທ້ອງຖິ່ນ, ໃນສັງຄົມ, ຊຸມຊົນ, ສ່ວນທາງການພັດບອກວ່າ "ໂຕ" ເປັນຄໍາລາວ, "ຕົວ" ເປັນຄໍາໄທຍ໌ ມີການເຂົ້າໃຈກັນແບບນີ້ ຜູ້ຂຽນຈຶ່ງໄດ້ທໍາການສຶກສາລົງເລິກ ສຶກສາທີ່ໄປທີ່ມາຂອງ ຄໍາວ່າ "ຕົວກັບໂຕ" ມາຈາກໃສກັນແທ້.
- ຕົວ ກັບ ໂຕ ນີ້ມາການເວົ້າກັນຢ່າງແຜ່ຫຼາຍໃນຊຸມຊົນຊາວລາວ ບໍ່ວ່າສັງຄົມເມືອງ ແລະສັງຄົມບ້ານນອກໂດຍສະເພາະທ້ອງຖິ່ນຫ່າງໄກສອກຫຼີກ ສັງຄົມຊົນເຜົ່າ ລ້ວນແຕ່ ມີຄໍາສອງຄໍານີ້.
- ໃສສັງຄົມຊາວຜູ້ໄທ(ພູໄທ) ແຕ່ທ່າແຂກຈົນຮອດສະຫວັນ ເດັ່ນທີ່ສຸດແມ່ນສະຫວັນ "ສອງໂຜເມໄປລ້ຽງໂງຢູ່ຢູ່ໜອງໂກ" ຄົນທົ່ວໄປຈະບໍ່ເຂົ້າໃຈ ຄໍານີ້ ຕ້ອງແປ "ສອງຜົວເມັຍໄປລ້ຽງງົວຢູ່ໜອງໂກ".
- ບໍ່ວ່າແຕ່ຊາວພູໄທ ຊາວໄທລື້ ແລະຊາວຕະກຸນໄທລາວອື່ນໆ ກໍມັກໃຊ້ ຊາວພາກໃຕ້ທົ່ວ ໄປກໍເຫັນໃຊ້ ໂຕ ກັບຕົວຄູ່ກັນສະເໝີ ຕົນໂຕ, ຕົນໂຕ ແລະອື່ນໆ ໃນໜັງສືວັນນະຄະດີ ບູຮານກໍມັກເຫັນຄຳທັງສອງນີ້ສະເໝີ.
- ສະແດງໃຫ້ເຫັນວ່າ ສະຫຼະ "ໂອ" ເປັນສະຫຼະ "ອົວ" ຜົວ, ເປັນ "ໂຜ, ງົວ ເປັນ ໂງ" ສະນັ້ນ ຄໍາວ່າ "ຕົວ" ຈະມັກເປັນ "ໂຕ" ໃນພາສາລາວ ດ້ວຍເຫດນັ້ນ "ໂຕ" ກັບ "ຕົວ" ຈຶ່ງເປັນພາສາລາວທັງສອງຄວາມ ຕ່າງແຕ່ຈະເວົ້າຕອນໃດເທົ່ານັ້ນເອງ.

วันจันทร์ที่ 15 กันยายน พ.ศ. 2557

ເມົາເຫຼົ້າ + ຂັບລົດ = ອຸບປະຕິເຫດ

ເມົາເຫຼົ້າ + ຂັບລົດ = ອຸບປະຕິເຫດ
———
(ພອຈ.ເນືອງພິລັກ ໂຊຕິທອນ)
ໍ- ຄຳວ່າ “ອຸປະຕິເຫດ, ອຸປັດເຫດ, ອຸບັດເຫດ” ທັງສາມວິທີຂຽນ ແລະສາມຄຳນີ້ ເມື່ອອິງຕາມພັດທະນາການທາງ ອັກຂະຫຼະວິທີລາວນັບແຕ່ອະດີດຮອດປັດຈຸບັນ ເຫັນວ່າມີການໃຊ້ກັນທັງສາມ ມີການຮັບຮູ້ກັນວ່າ ຖືກຕ້ອງຕາມມະຕິສັງຄົມ ແລະເຄົ້າມູນຂອງພາສາ ທີ່ຖືກບັນຍັດໃຊ້ມາ.
- ດັ່ງທີ່ບອກແລ້ວວ່າ ຄຳວ່າ “ອຸປະຕິເຫດ, ອຸປັດເຫດ, ອຸບັດເຫດ” ທັງສາມວິທີຂຽນ ແລະສາມຄຳນີ້ ເຄີຍມີການໃຊ້ມາກ່ອນໃນພັດທະນາການທາງອັກຂະຫຼະວິທີລາວ ແຕ່ລະຍຸກສະໄໝ ແມ່ນວ່າທັງສາມວິທີຂຽນນີ້ ບາງວິທີບໍ່ໄດ້ຖືກບັນຍັດໄວ້ໃນວັດ ຈະນານຸກົມກໍຕາມ ແຕ່ມັນກໍປະກົດຕົວໃນໜັງສືເກົ່າໆຕ່າງໆມາແລ້ວ ມັນຍ່ອມຢັ້ງຢືນໄດ້ວ່າ ທັງສາມຄຳນີ້ມາມາດໃຊ້ໄດ້ໂດຍທາງການ ຕາມຄວາມເໝາະສົມອັນຄວນຂອງຜູ້ໃຊ້ຈະເລືອກໃຊ້.
- ວິທີຂຽນທັງສາມທີ່ກ່າວມາເທິງນັ້ນ ມັນມີເຄົ້າມາຈາກການທີ່ເອົາພາສາພາປາລີ ຫຼືເວົ້າອີກ ຢ່າງໜຶ່ງວ່າ ເອົາຄຳລາວທີ່ໄດ້ມາຈາກພາສາປາລີມາປະສົມດັດແປງກັນ 2 ຄຳ ຄື:
1. ອຸປະຕິ (ເກີດ)
2. ເຫຕຸ (ເຫດ)
- ເອົາສອງຄຳມາຜະສົມກັນແລ້ວໄດ້ຮູບຕາມເຄົ້າເດີມ “ອຸປະຕິເຫຕຸ” ໃນການຂຽນແບບເດີມ ແມ່ນຂຽນແບບນີ້ເວລາອ່ານ ກຳນົດໃຫ້ອ່ານ (ອຸ-ປະ-ຕິ-ເຫດ), ເມື່ອພັດທະນາການອັກຂະຫຼະ ວິທີລາວປ່ຽນໄປກໍຂຽນ “ອຸປະຕິເຫຕ” ແລະ “ອຸປະຕິເຫດ” ຕາມລຳດັບ ການອ່ານກໍອ່ານ ແບບເດີມ (ອຸ-ປະ-ຕິ-ເຫດ), ແຕ່ທັງນີ້ທັງນັ້ນ ການຂຽນແບບນີ້ ແມ່ນຈະກຳນົດໃຫ້ອ່ານວ່າ ອຸປະຕິເຫດ ແຕ່ການອອກສຽງສ່ວນໃຫຍ່ຂອງຄົນລາວ ກໍມັກຈະອອກສຽງເປັນ “ອຸບ-ປະ-ຕິ-ເຫດ” ການອອກສຽງແບບນັ້ນ ບໍ່ໄດ້ໝາຍວ່າອອກສຽງຜິດ ເປັນການອະນຸໂລມໃນການໃຊ້ ອັນເປັນສ່ວນພາສາເວົ້າ ແຕ່ພາສາຂຽນນັ້ນຈະຂຽນ “ອຸບປະຕິເຫຕຸ ຫຼື ອຸບປະຕິເຫດ” ຖືວ່າ ຂຽນຜິດຕາມການກຳນົດແຫ່ງອັກຂະຫຼະວິທີລາວ.
- ຄຳວ່າ “ອຸປະຕິເຫດ” ນອກຈາກເຮົາຈະໄດ້ເຫັນການຂຽນເຊັ່ນນີ້ແລ້ວ ເຮົາຍັງເຫັນການຂຽນ ແລະການອອກສຽງຕ່າງອີກ ຄື “ອຸບັດເຫດ ແລະ ອຸປັດເຫດ” ທັງສອງຄຳນີ້ ໃນອະດີດ ເຫັນໃຊ້ ຄວບຄູ່ກັບ “ອຸປະຕິເຫດ” ເລື້ອຍມາ ແຕ່ກໍບໍ່ໄດ້ໃຊ້ເປັນທາງການ ຄື ໃນໜັງສືທີ່ເປັນທາງຣາຊະ ການ ປະກົດໃນໜັງສືເຄິ່ງທາງການ ສ່ວນຕົວ ແລະວັນນະຄະດີສະໄໝໃໝ່.
- ຄຳວ່າ “ອຸບັດເຫດ” ກໍໄດ້ຈາກຄຳ ທີ່ຜະສົມກັນສຳເລັດແລ້ວ ຄື ອຸປະຕິເຫຕຸ ແລ້ວມາສົນທິ (ຕັດຄຳໃຫ້ສັ້ນເຂົ້າອີກ) ເປັນ “ອຸປັຕິເຫຕຸ“ ຄຳໜຶ່ງ ແລ້ວກໍແປງ “ປ ເປັນ ບ” ກໍຈະໄດ້ “ອຸບັຕິເຫດ“ ເມື່ອເຫັນຮູບແບບນີ້ການອ່ານອອກສຽງຂອງແຕ່ລະຄົນບໍ່ຄືກັນ ບາງຄົນກໍອອກສຽງ ເປັນ “ອຸ-ປັດ-ຕິ-ເຫດ ຫຼື ອຸ-ບັດ-ຕິ-ເຫດ ຫຼື ອຸບັດເຫດ” ກໍດັ່ງທີ່ບອກແລ້ວ ການອອກ ສຽງແບບນັ້ນ ກໍບໍ່ຜິດແຕ່ການຂຽນຕາມສຽງທີ່ອອກນັ້ນມັນຈະຜິດ.
- ໄລຍະຕໍ່ມາ ອັກຂະຫຼະວິທີລາວປ່ຽນໄປ ເຮົາຈະເຫັນການຂຽນ “ອຸບັຕິເຫດ” ຖືກປ່ຽນມາເປັນ “ອຸບັດເຫດ” ເວລາອອກສຽງ ຈະອອກສຽງຕາມຮູບທີ່ເຫັນ ສະນັ້ນ, ຈຶ່ງເກີດມີທີ່ໃຊ້ຂຽນຢ່າງ ຖືກຕ້ອງສາມຄຳຄື
1. ອຸປະຕິເຫດ
2. ອຸປັດເຫດ.
3. ອຸບັດເຫດ.
- ຫາກຂຽນຕ່າງຈາກສາມຄຳນີ້ ຖືວ່າຜິດຈາກອັກຂະຫຼະວິທີ ທີ່ກໍານົດ, ມີຫຼາຍຄົນຖາມວ່າ ໃນ 3 ຄຳນີ້ ຄຳໃດຖືກແທ້, ກໍຈະຕອບວ່າຖືກທັງສາມ, ແຕ່ຫາກຖາມວ່າຈະໃຊ້ຈັງໃດ ກໍຕອບວ່າ ສຸດແລ້ວແຕ່ທ່ານຈະສະຫຼາດໃຊ້ ແຕ່ໃນຄວາມມຸ້ງໝາຍ ຄື ທັງສາມຄຳນີ້ແມ່ນສາມາດໃຊ້ໄດ້ ເມື່ອເຮົາຕ້ອງການເອົາຄຳເລົ່ານີ້ໄປສ້າງປະໂຫຍກໃໝ່, ໄປຂຽນກະວີ ບົດເພງ ແລະວັນນະຄະ ດີອື່ນໆ ສາມາດເອົາຄຳທັງສາມນີ້ໄປເລືອກໃຊ້ພຸ້ນແລ.
ແຕ່ງກ່ອນໃຫ້ອ່ານສັງເກດ
- ອຸປະຕິ ເຫຕຸ ທະລຸເຫດ
ເປັນອາເພດ ອຸບັດກໍ່ ໃຫ້ຂັດສົນ
ອັນເຫຕຸການ ອຸບັດໄພ ມາຜະຈົນ
ເກີດຂັດສົນ ຈົນສິ້ນຫວັງ ເກືອບຊີບວາຍ
(ໂດຍ: ສາຍເຊລຳເພົາ 12-04-14 ເວລາ 04:42)

วันอาทิตย์ที่ 14 กันยายน พ.ศ. 2557

ເຂົ້າໂພດ-ສາລີ

ເຂົ້າໂພດ ກັບສາລີ ໃນພາສາລາວລ້ວນແຕ່ເວົ້າເໝືອນກັນ
- ຄົນສະຫວັນຮອດປາກເຊ ຕະຫຼອດຮອແຂວງພາກໃຕ້ ບໍ່ຮຽກສາລີ ຈະຮຽກເຂົ້າໂພດ ປົດປ່ອຍມາ ຫຼັງປີ ໑໙໗໕ ມີຄົນທາງເໜືອໄປພາເວົ້າສາລີ ກໍຂັດໆ ຫູ ແຕ່ແຕ່ດຽວນີ້ ເວົ້າທັງເຂົ້າໂພດ ທັງສາລີ.
- ອຸບົນ ສີສະເກດ ຮອດປາຈີນ ອາດເວົ້າທົ້ວພາກອີສານທັງໝົດວ່າ ເຂົ້າໂພດ
- ບໍຣິຄຳໄຊ ຂຶ້ນໄປຮອດເມືອງຫຼວງຊຳເໜືອ ວ່າ ສາລີ
- ສ່ວນຄົນລື້ກັບວ່າ ເຂົ້າໂພດ ແຕ່ອອກສຽງເຂົ້າໂປດ
- ຄຳຂ້າງຄຽງ ບາງຄົນກະວ່າ "ເຂົ້າໂຄດ".
- ຫາກປູກກິນໜ່ວຍອ່ອນໆ ຮຽກວ່າ ເຂົ້າສາລອຍ
- ຄົນພາກໃຕ້ ຮຽກເຂົ້າສາລີ ກໍຄືພືດຕະກູນເຂົ້າໂພດ ແລະເປັນຮ່ວງ ເມັດມົນໆ
- ປາກົດເຫັນວ່າ ໃນໜັງສື ຕຳນານຊຽງດົງ ຊຽງທອງ ຊຽງຫຼວງ ໄດ້ຈາກວັດແສນສຸຂາຣາມ ຮຽກ ເຂົ້າໂພດສາລີ

ພາສາກັບການສື່ສານ ອຸປະສັກຂອງການພັດທະນາ

ພາສາກັບການສື່ສານ ອຸປະສັກຂອງການພັດທະນາ
-------------------------------------------
ຂຽນໂດຍ. ພອຈ.ເນືອງພິລັກ ໂຊຕິທອນ
-------------------------------------------
- ອຸປະກອນການສື່ສານ
໑. ໃບຂ່າວ
໒. ໃບປິວ.
໓. ແຜ່ນພັບ.
໔. ຈົດໝາຍ.
໕. ໜັງສື.(ປື້ມອ່ານປະເພດຕ່າງໆ)
໖. ວາລະສານ.
໗. ໜັງສືພິມ.
໘. ວິທະຍຸ
໙. ໂທລະສັບ
໑. ໂທລະທັດ.
໑໑. ເວບໄຊ
໑໒. ໜັງ
໑໓. ລຳເລື່ອງ.
໑໔. ລະຄອນ.
໑໕. ເພງ
໑໖. ເທດສະໜາຂອງພຣະສົງ ປະເພດຕ່າງໆ

- ບັນຫາ ແລະອຸປະສັກຕໍ່ການພັດທະນາ.
ດ້ານການສົ່ງສານ
ກ. ເຄື່ອງສົ່ງບໍ່ທັນສະໄໝ ແລະທັນການ.
ຂ. ເຄື່ອງສົ່ງບໍ່ຮັບປະກັນການເຂົ້າເຖິງ.
ຄ. ຜູ້ສົ່ງບໍ່ຮູ້ໃຊ້ເຄື່ອງມື.
ງ. ສື່ບໍ່ຮັບປະກັນຄວາມຖືກຕ້ອງແມ່ນຢຳ.
ຈ. ຜູ້ສົ່ງບໍ່ຮູ້ຈັກສົ່ງສານ.
ດ້ານສານ.
ກ. ເນື້ອຫາບໍ່ທັນສະໄໝ.
ຂ. ພາສາບໍ່ຮັບປະກັນຕໍ່ການເຂົ້າໃຈງ່າຍ.
ງ. ພາສາວິບັດ.(ພາສາ ແລະອັກສອນ)
ຈ. ພາສາ ແລະສາລະບໍ່ພັດທະນາ.
ດ້ານຜູ້ຮັບ
ກ. ເຄື່ອງຮັບບໍ່ທັນສະໄໝ
ຂ. ຜູ້ຮັບບໍ່ຮູ້ສື່ສານ (ຫູໜວກ, ຕາບອດ)
ງ. ຮູບຮັບ ບໍ່ເຂົ້າໃຈສານ (ກືກໜັງສື ແລະບໍ່ເຂົ້າໃຈພາສາ)
ຈ. ທີ່ສຳ ບໍ່ຮຽນໜັງສື (ບໍ່ມີຄວາມສາດມາດ ແລະປະຕິພານໄຫວພິບ)
- ທັງໝົດລ້ວນແຕ່ບັນຫາຂອງການສື່ສານ ອັນເປັນສິ່ງກີດກັ້ນການພັດທະນາທັງສິ້ນ, ຫາກມີການປັບປຸງ ແກ້ໄຂ ສົ່ງເສີມ ບັນຫາເລົ່າໂດຍລັດ ແລະອົງການຈັດຕັ້ງ ບັນຫາຕ່າງຈະກ້າວເຂົ້າສູ່ການພັດທະນາ ຢ່າງມີປະສິດທິພາບ.
ສື່ຈຳນວນ 50-90 ้% ທີ່ເຜີຍແຜ່ໃນຕະຫຼາດເມືອງລາວ ບໍ່ໄດ້ໃຊ້ພາສາລາວ ຄື
1. ໜັງສື.(ປື້ມອ່ານປະເພດຕ່າງໆ)
2. ວາລະສານ.
3. ໜັງສືພິມ.
4. ວິທະຍຸ
5. ໂທລະທັດ.
6. ເວບໄຊ
7. ໜັງ
8. ລຳເລື່ອງ.
9. ລະຄອນ.
10. ເພງ
ໍ່- ນອກຈາກນີ້ ຍັງມີແຜ່ນພັບກຳກັບຜະລິດຕະພັນສິນຄ້ານຳເຂົ້າ 100/100 ໃຊ້ພາສາຕ່າງປະເທດ.

ຮຽນພາສາລາວ ຈາກສື່ໂຄສະນາ ໑

ວິທີຂຽນທັບສັບນີ້ ງ່າຍໆໆໆ
ວິທີຽນໃຫ້ເຮັດຈັ່ງຊີ້
໑. ເບິ່ງເຄົ້າຂອງພາສາທີ່ເປັນພາສາເດີມ
໒. ປ່ຽນຮູບອັກສອນເດີມ ໃຫ້ເປັນອັກສອນລາວ
໓. ລຽນລຳດັບການຜະສົມອັກສອນ ຕາມອັກຂະຣະວິທີລາວ
- ກໍໄດ້ວິທີຂຽນທັບສັບແບບລາວແລ້ວ ບໍ່ຍາກໆໆໆໆໆ

ຕົວຢ່າງ:
- Duss ປ່ຽນເປັນ ດັສສ໌ (ກໍຣະນີນີ້ ໂຕ SS ມີ ໒ ໂຕ ກໍຕ້ອງຂຽນສອງໂຕ ແຕ່ກໍຕ້ອງຫ້າມທຳງານໂຕໃດໂຕໜຶ່ງ ໂດຍອີງຕາມສຽງ ຫຼືຕາມຮູ້ເຄົ້າພາສາ)
- PRADO ປ່ຽນເປັນ ປຣາໂດ (ວິທີນີ້ບໍ່ຕ້ອງເຮັດຫຍັງ ເພາະມັນຖືກຕາມອັກຂະຣະວິທີລາວແລ້ວ).
- Lao star Channel ປ່ຽນເປັນ ລາວສຕາຣ໌ ແຊນແນລ (ອັນນີ້ກະບໍ່ຕ້ອງເຮັດໃຫ້ປ່ອຍໃຫ້ມັນເປັນໄປຕາມນັ້ນເລີຍ ເພາະມັນຣຽງຕາມອັກຂະຣະວິທີລາວ ຕ່າງແຕ່ເປັນການສະກົດ ພິເສດ-ໃນກໍຣະນີນີ້ເຮົາຈະເຫັນວ່າ ສຕາຣ໌ ຂຽນແບບນີ້ ອັນນີ້ເປັນໄປຕາມເຄົ້າສັບເຂົາ Star ເຊິ່ງບໍ່ມີ ສະຣະ a ຢູ່ເຮົາກໍບໍ່ຕື່ມສະ າ ໃຫ້ມັນ, ແຊນແນລ ມີຄວາມແຕກຕ່າງ ຄື ລ ສະກົດແທນທີ່ຈະ ໃຫ້ໂຕ ນ ຕາມແບບລາວ ແຕ່ເຄົ້າເຂົາໃສ່ໂຕ L ໂຕ L ທຽບໄດ້ ໂຕ ລ ໃນອັກສອນລາວ ເຮົາກໍຂຽນຕາມເຂົາ ສ່ວນຈະອ່ານອອກສຽງ ແນວ ຫຼື ແນລ ກໍສຸດ ແຕ່ເຄົ້າສັບເດີມຈະກຳນົດ)
-ໃຫ້ປ່ຽນອັກສອນຝຣັ່ງ ມາເປັນລາວລາວ ໂດຍການສົມທຽບອັກສອນລາວໂຣມັນ ຕາມທີ່ໄດ້ຮຽນມາ ແຕ່ການປ່ຽນຮູບ ຫຼືທຽບຮູບອັກສອນທີ່ຖືກຕ້ອງນັ້ນ ໃຫ້ຖືເອົາຕາມແບບສະພາ ຈັນທະບູຣີນັ້ນແມ່ນຖືກທີ່ສຸດ.
 

ເພື່ອນກັບແຟນ


ຜູ້-ຜູ່ໆໆ