วันอังคารที่ 21 เมษายน พ.ศ. 2558

ເລື່ອງພາສາລາວໃຫ້ຟັງ

- ພາສາທີ່ພັດທະນາທຸກພາສາໃນໂລກ ປະກອບມີ ພາສາເວົ້າ(ວັດຈະນະພາສາ) ພາສາຂຽນ(ອັກຂະຫຼະພາສາ) ແລະບໍ່ແມ່ນພາສາຂຽນ ແລະພາສາເວົ້າ, ບາງຄັ້ງກໍຮຽກວ່າພາສາກິລິຍາທ່າທາງ(ອະວັດຈະນະພາສາ)

- ທີ່ນີ້ຈະເວົ້າສະເພາະພາສາເວົ້າຂອງລາວ, ເຊິ່ງເປັນພາສາ ຂອງຊາດລາວ.

- ພາສາລາວປັດ ກໍຄືກັບພາສາອື່ນໆໃນໂລກ ຄື ມີ

วันเสาร์ที่ 14 มีนาคม พ.ศ. 2558

ສຸກໂຂໄທ-ສຸໂຂໄທ

ສຸກໂຂໄທ-ສຸໂຂໄທ
-----==-----

- ຄຳວ່າ ສຸໂຂທັຍ(สุโขทัย) ໃນສີລາຈາຣືກສຸໂຂໄທຍ໌ຫຼັກທີ 1 ພົບການສະກົດຄຳສອງແບບ ຄື ສຸກໂຂໄທ ກັບ ສຸໂຂໄທ ອັນນີ້ບໍ່ຖືວ່າເປັນເລື່ອງແປກ, ເພາະວ່າ ການສະຫຼັກຫີນ ຫຼືການຂຽນມັນຜິດກັນໄດ້ທຸກເມື່ອ ຍິ່ງການສະຫຼັກລົງໃນສີລາແລ້ວຫາກຜິດກໍຜິດເລີຍ ບໍ່ສາມາດແກ້ໄຂໄດ້.

- ແຕ່ວ່າ ເຮົາພົບການສະຫຼັກ ສຸກໂຂໄທ ລຽນກັນຫຼາຍທີ່ໃນສີລາຈາລືກນີ້ ເຮັດໃຫ້ມອງເຫັນວ່າ ບໍ່ແມ່ນຜິດເພາະຫຼົງລືມ ອາດຜິດເພາະເຈຕະນາ ຫຼືຜີດເພາະຄວາມຊິນເຄີຍ ຂອງຜູ້ສະຫຼັກເອງ.

- ເຫດທີ່ວ່າຜິດເພາະເຈຕະນາ ຫຼືຄວາມຊິນເຄີຍຂອງຜູ້ສະຫຼັກ ກໍເພາະວ່າ ພາສາປາກກັບພາສາຂຽນຕ່າງກັນໄດ້ ເຊັ່ນວ່າ ເວລາຂຽນ ສຸໂຂໄທ ແຕ່ເວລາປາກ ອອກສຽງ ເປັນສຸກໂຂໄທ, ລັກສະນະເຊັ່ນນີ້ ບໍ່ແມ່ນມີແຕ່ຄຳວ່າ ສຸໂຂໄທ ເທົ່ານັ້ນ ຄຳອື່ນໆກໍມີ ເໝືອນກັນ ຕົວຢ່າງຂຽນ ເຈຕະນາ ເວລາປາກ ເຈດຕະນາ, ຂຽນ ກະຣຸນາ ປາກ ກະຣຸນນາ, ຂຽນ ສາສນາ ປາກ ສາດສະໜາ, ຂຽນ ງົວ ປາກ ໂງ, ຂຽວ ຕົວ ປາກ ໂຕ ເຫຼົ່ານີ້ເປັນຕົ້ນ ລັກສະນີ້ແລ້ວ ເພິ່ນວ່າຂຽນຕາມເຄົ້າເວົ້າຕາມສຽງ ຫຼືດັ່ງຄຳທີ່ເຮົາຊິນຫູຕະຫຼອດວ່າ ຂຽນຕາມສຽງ ຄື ຄຳວ່າ ສຸກໂຂໄທ ນັ້ນແມ່ນຂຽນຕາມສຽງ ສ່ວນຄຳວ່າ ສຸໂຂໄທ ແມ່ນຂຽນຕາມເຄົ້າ.

- ປັດຈຸບັນນີ້ ມາຕະຖານພາສາໄທຍ໌ ພັດທະນາຢ່າງບໍ່ຢຸດຢັ້ງ ຖືວ່າພັດທະນາເຕັມຮູບແບບ ການຂຽນພາສາທຸກຄຳຈຶ່ງມີຄວາມໝາຍສົມບູນໃນຕົວ ສາມາດຕີຄວາມໝາຍຂອງຄຳໄດ້ຈຳເພາະເຈາະຈົງ ຫຼືຕີຄວາມໝາຍທາງວິຊາການຕ່າງໆໄດ້ສົມບູນ, ສຸໂຂໄທ ໃນການຂຽນຈຳເພາະປັດຈຸບັນ ຈຶ່ງຂຽນ ສຸໂຂທັຍ (สุโขทัย) ເປັນນາມຈຳເພາະ ເປັນເມືອງຫຼວງແຫ່ງແຮກຂອງໄທຍ໌ ນັກຄິດຂອງໄທຍ໌ ຫຼາຍທ່ານຕີຄວາມໝາຍວ່າ ຄຳວ່າ ສຸໂຂທັຍ ມາຈາກຄຳສອງຄຳ ຄື ສຸຂະ+ອຸທັຍ ມີຄວາມໝາຍວ່າ ຮຸ່ງອະຣຸນແຫ່ງຄວາມສຸກ.

- ໃນສີລາຈາຣືກສຸໂຂໄທ ຫຼັກທີ 1 ນີ້ເຖິງເຮົາພົບ ການຂຽນທັງສຸກໂຂໄທ ທັງສຸໂຂໄທທັງໃນ 4 ດ້ານຂອງສີລາຈາຣືກ ທຸກທີ່ທີ່ປາກົດບໍ່ໄດຂຽນ ສຸໂຂທັຍ ທີ່ໃສ່ໄມ້ກັນ(xັ) ໂຕ (ຍ) ເໝືອນໃນປັດຈຸບັນນີ້ ຈະໃຊ້ສະຫຼະໄອໄມ້ມາຍ(ໄx)ຕະຫຼອດ, ຈຶ່ງເຮັດໃຫ້ຕ້ອງໄດ້ສືບຄົ້ນຕໍ່ໄປວ່າ ຄຳວ່າ ສຸໂຂໄທ ໃນສີລາຈາຣືກນັ້ນ ກັບຄຳວ່າ ສຸໂຂທັຍ ໃນປັດຈຸບັນມີຄວາມໝາຍດຽວກັນຫຼືບໍ່ຈັງໃດ ?

- ໃນສັບວິຊາການເປັນທີ່ຍອມຮັບກັນທົ່ວໂລກ ກ່ຽວກັບ ໄທ ແລະໄທຍ໌ນີ້ ນັກວິຊາການທຸກສາຂາ ກຳນົດວ່າ ຫາກຂຽນ ໄທຍ໌(ไทย) ໝາຍເຖິງປະເທດໄທຍ໌, ຄົນໄທຍ໌ ໃນປັດຈຸບັນ ອັກສອນໂຣມັນກຳນົດໃຫ້ຂຽນ Thai ສຳລັບສື່ເຖິງຄົນໄທຍ໌(ไทย) ສ່ວນພາສາລາວນັ້ນ ອາດຊິຂຽນ "ໄທຍ໌" ແບບນີ້ກໍໄດ້ ເພື່ອບໍ່ໃຫ້ອັກສອນປົນກັນ, ແຕ່ເມື່ອຈະສື່ເຖິງປະເທດໄທຍ໌ ກຳນົດໃຫ້ຂຽນ Thailand.

- ເມື່ອຈະສື່ເຖິງຄົນໄທ ຫຼືໄຕ ເຜົ່າຕ່າງໆຂອງລາວ ແລະໄທຍ໌ ທີ່ມາຈາກຕະກູນໄຕ(ໄທ)ກະໄດ ສັບວິຊາການໃຫ້ຂຽນໄທ(ไท) ເຊັ່ນໄທລາວ, ໄທແດງ, ໄທດຳ, ໄທເຂີນ ແລະອື່ນໆ ຫຼືຄຳວ່າ ໄທເຮົາເຈົ້າຂ້ອຍ, ໄທເໜືອ, ໄທໃຕ້, ໄທວຽງ, ໄທອີສານ, ໄທຊຽງໃໝ່,  ໄທກຸງເທບ ໄທບ້ານ ໄທເມືອງ ແລະອື່ນໆ, ອັກສອນໂຣມັນກຳນົດໃຫ້ໃຊ້ Tai.

- ໄຕ ຫຼືໄທ ທີ່ຂຽນດ້ວຍອັກສອນໂຣມັນ Tai ຊາວລື້ສິບສອງປັນນາ ເຂດປົກຄອງຕົນເອງຂອງຈີນ ກຳນົດຊື່ຮຽກກຸ່ມຂອງຕົນຂຽນດ້ວຍອັກສອນທຳລື້ ຫຼືອັກສອນລາວບູຮານດ້ວຍ ໂຕ ທ ສະຫຼະ ໄx ຍໍເຟື້ອງ ແຕ່ອ່ານວ່າ ໄຕ. ຫາກຂຽນໄຕລື້ ກໍຂຽນ Tai-Lue.

- ເຮົາພົບການຂຽນໃນສີລາຈາຣືກສຸໂຂໄທ ຫຼັກທີ 1 ທັງນາມເມືອງແລະຜູ້ຄົນລ້ວນແຕ່ຂຽນ "ໄທ" ເຊັ່ນ "ມາກາວລາວແລໄທ, ໄທຊາວອູຊາວຂອງມາອອກ, ລາຍສືໄທ, ແກ່ໄທທັງຫຼາຍ, ເມືອງໄທ" ດັ່ງເຫຼົ່ານີ້ ຈຶ່ງຕ້ອງສຶກສາຕໍ່ໄປວ່າ ຄຳວ່າ ໄທ ໃນທີ່ນີ້ໝາຍເຖິງເຜົ່າໄທທັງມວນບໍ ຫຼືວ່າຈຳເພາະແຕ່ໄທສຸໂຂໄທເທົ່ານັ້ນ, ເພາະເຮົາພົບຄຳວ່າ "ມາກາວລາວແລໄທ" ໃນທີ່ນີ້ເຮົາຈະພົບ ຊົນເຜົ່າຢູ່ 3 ຊົນເຜົ່າ ຄື ມາກາວ, ລາວ ແລະໄທ, ໂດຍສະເພາະຄຳວ່າ ໄທກັບລາວນີ້ ໄທຄວນຈະຢູ່ທາງໜ້າລາວ ເຊັ່ນກັບການຮຽກຊື່ຊົນເຜົ່າໃນປັດຈຸບັນ ເຊັ່ນ ໄທດຳ, ໄທແດງເປັນຕົ້ນ ແຕ່ແລ້ວຄຳວ່າໄທໃນສີລາຈາຣືກສຸໂຂໄທຫຼັກທີ 1 ນີ້ພັດຢູ່ຫຼັງຄຳວ່າລາວແຖມ ມີແລະຂັ້ນດ້ວຍ ລັກສະນະເຊັ່ນນີ້ ເຮັດມອງເຫັນວ່າ ການຈຳແນກໄທກັບລາວນັ້ນ ປາກົດຕົວແຕ່ສະໄໝສຸໂຂໄທແລ້ວ.

- ລັກສະນະເຊັ່ນນີ້ ບໍ່ພຽງແຕ່ໃນສີລາຈາຣືກ ສຸໂຂໄທເທົ່ານັ້ນ ໃນພົງສາວະດານ ແລະປະຫວັດສາດລາວ ກໍປາກົດພະນາມຂອງກະສັດແຫ່ງລ້ານຊ້າງພະອົງໜຶ່ງ ນາມວ່າ ພະເຈົ້າສາມແສນໄທໄຕພູວະນາດ ເປັນພະນາມຂອງພະເຈົ້າອຸ່ນເຮືອນ, ເຊິ່ງເປັນກະສັດສືບພະຣາະບັນລັງຕໍ່ຈາກພະເຈົ້າຟ້າງຸ່ມ, ນັກປະຫວັດສາດລາວອະທິບາຍວ່າ "ຫຼັງຈາກພະເຈົ້າອຸ່ນເຮືອນຂຶ້ນຄອງຣາດແລ້ວ ພະອົງສຳຫຼວດພົນລະເມືອງໃນພະນະຄອນຊຽງທອງພົບວ່າ ມີໄທ ສາມແສນຄົນ ຈຶ່ງເສີມພະນາມວ່າ ພະເຈົ້າສາມແສນໄທໄຕພູວະນາດ" ເຊິ່ງກໍໝາຍຄວາມວ່າ ໃນພະນະຄອນຊຽງທອງນອກຈາກລາວ ແລະຊົນເຜົ່າອື່ນແລ້ວ ຍັງມີໄທອີກ ເຊິ່ງສອດຄ່ອງກັບຄຳທີ່ປາກົດໃນສີລາຈາຣືກຂຸໂຂໄທວ່າ "ທັງມາກາວລາວ ແລໄທເມືອງໃຕ້ຫຼ້າຟ້າຕໍ່ ໄທຊາວອູຊາວຂອງມາອອກ" ໝາຍເຖິງໄທທັງມວນ ຫາກໄທຄຳນີ້ໝາຍເຖິງຄົນ ສະແດງໃຫ້ເຫັນວ່າແນວຄິດຊາດນິຍົມຂອງໄທຍ໌ນັ້ນ ເກີດຂຶ້ນແຕ່ສະໄໝຂຸນຣາມຄຳແຫງແລ້ວ.

- ສ່ວນການຂຽນໄທຍ໌(ไทย) ທີ່ມີໂຕ ຍ ຫ້ອຍທ້າຍນີ້ ແມ່ນທາງການໄທຍ໌ກຳນົດຂຶ້ນໃໝ່ ໃນປີ ຄ.ສ 1939 ນີ້ເອງ.

- ໃນສີລາຈາຣືກນັ້ນ ນອກຈາກພົບຊື່ຊົນຊາດລາວແລະໄທແລ້ວຍັງພົບຄຳວ່າ ມາກາວ ອີກ, ສະນັ້ນຄຳວ່າມາກາວ ເປັນຊົນຊາດໃດກັນແທ້, ໃນການບັນທຶກຊົນຊາດ ຂອງໄທຍ໌ ໄດ້ປາກົດຄຳວ່າ ລາວກາວ ອັນໝາຍເຖິງຄົນ ເຊື້ອຊາດລາວກຸ່ມໜຶ່ງ ຄຳວ່າມາກາວ ອາດເປັນຄົນກຸ່ມດຽວ ກັບລາວກາວ, ຫາກຕີຄວາມໝາຍຕາມພາສາ ເປັນໄດ້ບໍວ່າ ລາວເກົ່າ ຫຼືລາວມາກ່ອນ ?

- ນັກປະຫວັດສາດລາວ-ໄທຍ໌ ແລະສາກົນຍຸກກ່ອນ ຍອມຮັບວ່າລາວ ແລະໄທ ເດີມກຳເນີດຢູ່ພູເຂົາອັນໄຕ ເດີມຊື່ຊົນຊາດຕົນວ່າອ້າຍລາວ ແລ້ວຈຶ່ງຂະຫຍາຍມາຕັັ້ງອານາຈັກຢູ່ຕາມລຳແມ່ນໍ້າເຫຼືອງມີອານາຈັກກວ້າງໃຫຍ່ຊື່ວ່ານານເຈົ້າ, ຍ້ອນການບຽດບຽນຂອງພວກຊາດຫັ່ນ ມົງໂກນຫຼາຍຄັ້ງຊົນຊາດອ້າຍລາວແບ່ງອອກເປັນສອງພວກຊື່ວ່າອ້າຍລາວ ແລະງາຍລາວ ຄົນສອງພວກນີ້ຮຽກຕົນເອງວ່າ ໄທ ໄປຢູ່ທີ່ໃດກໍຮຽກໄທນຳໜ້າ ເຊັ່ນ ໄທລາວ ແລະໄທອື່ນໆເພື່ອບໍ່ໃຫ້ຫຼົງກັນ.

- ຫາກມາກາວ ເປັນຄົນພວກດຽວກັນ ລາວເກົ່າ ຫຼືລາວມາກ່ອນດັ່ງ ທີ່ສັນນິຖານໄວ້, ສະແດງວ່າໄທສຸໂຂໄທ ກໍແມ່ນລາວພວກໜຶ່ງ ແລະມາກາວ ກໍແມ່ນລາວພວກໜຶ່ງ ລວມໄປຮອດລາວຈົກ(ຈັກກະຣາດ) ແລະບັນດາໄທທັງຜອງ ທີ່ມີອານາ ຈັກເອກະລາດຂອງຕົນໃນບັນດາຫົວເມືອງຕ່າງໆ ໃນຍຸກດຽວກັນ.

- ແລ້ວຄຳວ່າລາວເກົ່າ ຫຼືລາວມາກ່ອນນັ້ນ ມາຢູ່ໃສ ? ອາດໝາຍ ເຖິງໄທອ້າຍລາວ ທີ່ລົງມາຮ່ວມຢູ່ກັບຊົນຊາດຂອມ(ກຣອມ) ທີ່ມີອຳ ນາດເໜືອພູມີພາກນີ້ ກ່ອນປະຫວັດສາດ, ໃນປະຫວັດສາດສຸໂຂໄທນີ້ ໄດ້ກ່າວເຖີງຂຸນອິນທຣາທິດ ແລະຂຸນບາງກາງທ່າວສອງຂຸນນີ້ ທຳການປະກາດເອກະລາດຈາກຂອມ ບໍ່ພຽງແຕ່ສຸໂຂໄທເທົ່ານັ້ນ ອະໂຍທິຍາ(ອະຍຸດທະຍາ) ແລະລົບບູຣີ ປະຫວັດສາດໄທຍ໌ກ່າວວ່າ ເປັນສູນກາງຂອງຂອມ ຄຳວ່າສຍາມນີ້ ຍັງມີຄົນສົງໄສວ່າ ອາດເປັນຊົນຊາດໜຶ່ງຂອງຂອມ, ກ່ຽວພັນກັບມອນ ສີລະປະວັດທະທຳບູຮານຂອງສອງເມືອງນີ້ ປາກົດຕົວສີລະປະຂອງຂອມຫຼາຍ ເປັນທີ່ໜ້າສັງເກດວ່າເມືອງລົບບູຣີນີ້ ຕາມພົບເຫັນ ມີຊື່ເມືອງວ່າ "ລາວະຣະຖະ" ຫາກແປຕາມພາສາທີ່ປະກົດ ຄື "ຣັຖລາວ" ມີຫຼາຍທ່ານກ່າວວ່າ ຄຳວ່າລົບບູຣີ ກໍມີຄົນແປວ່າ ເມືອງລາວ ໂດຍມີຄົນແປ ຕາມພາສາທີ່ປາກົດ ຄື ລົພ+ບູຣີ ພ ຕາມຫຼັກພາສາປາລີ ສາມາດແປງ ເປັນ ວ ໄດ້ ຈະໄດ້ ລວ ໃນອັກສອນສອງໂຕນີ້ ມີສະຫຼະອະຢູ່ ຈຶ່ງແປງອະ ໃຫ້ເປັນອາ ຈະໄດ້ຄຳວ່າ ລາວ, ສ່ວນ ບູຣີ ແປວ່າເມືອງ ຈຶ່ງໄດ້ຄຳວ່າ ລາວເມືອງ ຫຼືເມືອງລາວ, ສະນັ້ນ ຄຳວ່າ ມາກາວນັ້ນ ເປັນໄປໄດ້ບໍວ່າຄົນພວກທີ່ ມາຕັ້ງລົບບຸລີເປັນສູກາງ.

- ຄຳວ່າລາວ ໃນຍຸກກ່ອນສຸໂຂໄທ ຈະປາກົດ ຄຳວ່ານະຄອນຊຽງລາວ, ຊື່ກະສັດໃນຣາຊະວົງລາວຈົກ ຫຼືລາວຈັກກະຣາຊ.

- ຈະເລີນ ໄຊຊະນະ ສັນນິຖານວ່າອານາຈັກລາວເກົ່າ ທີ່ລົງມາ ກ່ອນອາດມີຢູ່ 3 ອານາຈັກໃຫຍ່ ຄື ສີໂຄຕະປຸຣະ, ລາວະຣັຖ ແລະສຸວັນນະໂຄມຄຳ(ຫິຣັນຍະເງິນຍາງ) ແລະຂະຫຍາຍ ໄປໃນຫົວເມືອງຕ່າງໆ.

- ນັກປະຫວັດສາດລຸ່ນໃໝ່ຂອງໄທຍ໌ຫຼາຍທ່ານ ໄດ້ຢັ້ງຢືນວ່າ "ໄທຍ໌ຢູ່ນີ້ແຫຼະ ຢູ່ອຸສາຕະເນ" ສົງໄສພວກທ່ານພົບຫຼັກຖານທີ່ກ່ຽວກັບລາວເກົ່າ ຫຼືລາວມາກ່ອນແລ້ວ.

- ຫາກເຮົາສຶກສາປະຫວັດສາດພາກເໜືອໃນອະດີດ ເຊັ່ນເມືອງຫີຣັນຍະພຸນໄຊ, ສຸວັນນະໂຄມຄຳປະຫວັດສາດລ້ານນາ ຫຼືປະຫວັດພະນາງຈາມເທວີ ຈະເຫັນຄົນ ຢູ່ສອງພວກ ຄື ລາວ ແລະຂອມມີການພົວພັນກັນເຊັ່ນນີ້.

- ຄຳວ່າລາວ ທີ່ປະກົດຢູ່ໃນສີລາຈາຣືກສຸໂຂໄທນັ້ນແມ່ນລາວພວກໃດ ? ອາດແມ່ນລາວ ທີ່ອົບພະຍົບມາໃໝ່ ເຊິ່ງເລີ່ມຈາກລູກຫຼານຂອງ ຂຸນບູຣົມທັງ  7 ທີ່ປາກົດໃນໜັງສືຂຸນບູຣົມ ແລະຕຳນານຂອງເຜົ່າໄຕ (ໄຕ)ທັງຫຼາຍທີ່ເຊື່ອວ່າພວກຕົນສືບເຊື້່ອສາຍມາຈາກລູກຫຼານ ຂອງຂຸນບູຣົມຣາຊາທິຣາດ ຫຼືບໍ່ກໍແມ່ນລາວຈັກກະຣາດ ຫຼືຶລາວເມືອງ ຊວາ ຫຼືລາວທີ່ຕັ້ງອານາຈັກຂອງຕົນຢູ່ພູມີພາກນີ້ ລາວພວກນີ້ ຄືລາວຸ ມາຈາກໝາກນໍ້າເຕົ້າ ມາຈາກພວກແຖນ ອານາຈັກແຖນ ເປັນລູກຫຼານ ຂອງຂຸນບູຣົມຣາຊາທິຣາດ.

- ໃນສີລາຈາຣືກ ໄດ້ປະກົດຊື່ເມືອງຊວາ ອັນໝາຍເຖິງເມືອງຊຽງດົງ ຊຽງທອງ ສະໄໝພະເຈົ້າຟ້າງຸ່ມ ເມືອງນີ້ແມ່ນສູນກາງຂອງລາວ ທີ່ຂຸນລໍ ລູກຊາຍກົກຂອງຂຸນບູຣົມມາສ້າງ.

- ສ່ວນວ່າ ໄທຊາວອູຊາວຂອງ ກໍອາດໝາຍເຖິງລາວ ໃນແມ່ນໍ້າອູ ແລະແມ່ນໍ້າຂອງ ເຊິ່ງຮຽກຕົນເອງ ຫຼືຄົນກຸ່ມອື່ນຮຽກວ່າໄທ.

- ຢ່າງໃດກໍຕາມ ຄຳວ່າສຸໂຂໄທ ຫາກແປຕາມອັກສອນທີ່ປາກົດ ອາດແປວ່າ "ເມືອງແຫ່ງຄວາມສຸກຂອງຄົນໄທ" ກໍລວມເຖິງລາວດ້ວຍ ຫາກເຮົາເຊື່ອວ່າລາວ ເປັນໄທພວກໜຶ່ງ ດັ່ງທີ່ປະກົດລາວໃນສີລາຈາລືກ ຫຼືເປັນລູກຫຼານຂອງຂຸນບູຣົມຣາຊາທິຣາດດ້ວຍກັນ.