วันอาทิตย์ที่ 2 ตุลาคม พ.ศ. 2554

ອັກສອນລາວເດີມ


ອັກສອນລາວເດີມ ເປັນອັກສອນລາວ ທີ່ພັດທະນາມາພ້ອມອັກສອນລາວບູຮານ ການກຳເນີດເກີດຂຶ້ນນັ້ນ ແມ່ນເກີດມາພ້ອມໆກັບອັກສອນທົ່ວຂອງບັນດາຊົນຊາດຕ່າງໃນໂລກ ການສັນນິຖານການເກີດຂຶ້ນອັກສອນຂອງອັກສອນເຫຼົ່ານີ້ ອາດຊິບໍ່ໄດ້ພັດທະນາມາຈາກອັກສອນປັນລະວະ ຫຼືອັກສອນເວທະວະນາຄິນ ຫຼືອັກສອນພຣາມີ ດັ່ງທີ່ນັກປາດໄທຍ໌ ແລະນັກປາດຕ່າງປະເທດຮຸ່ນກ່ອນກໍອາດເປັນໄດ້ ເພາະວິວັດທະ ນາການຂອງສັງຄົມມະນຸດນັ້ນ ແມ່ນວ່າວິວັດທະນາການບາງຢ່າງຕ້ອງໄດ້ຖ່າຍທອດມາຈາກວັດທະທຳໜຶ່ງ ຫຼືສັງຄົມໜຶ່ງ ແຕ່ກະບໍ່ເປັນດັ່ງນັ້ນສະເໝີໄປ ເພາະເຫັນໄດ້ຈາກຫຼັກຖານທາງປະຫວັດສາດຂອງລາວ ໄດ້ວິວັດທະນາການມາ 5000 ປີ, ກໍໝາຍວ່າມະນຸດຕົ້ນຕະກູນຂອງລາວນັ້ນ ໄດ້ພັດທະນາການມາພ້ອມໆພ້ອມສັງຄົມຄົນປ່າມາເປັນສັງຄົມຄອບຄົວ ສັງຄົມຊຸມຊົນໝູ່ບ້ານ ເຈົ້າກົກເຈົ້ເຫຼົ່າ ແລະສັງຄົມຄົນເມືອງຕາມລຳດັບ ຈົນກ້າວເຂົາສູ່ຍຸກປະຫວັດສາດ ຫຼືຍຸກແຫ່ງຣາຊະອານາຈັກ ແລະຍຸກແຫ່ງວິທະຍາສາດ ໃນທ້າຍສະຕະວັດ ທີ 18, ການທີ່ມະນຸດໜຶ່ງ ກໍາເນີດມາຈາກສັງຄົມ ທີ່ສັງຄົມມະນຸດທົ່ວໂລກ ຍັງຕົກຢູ່ພາຍໃຕ້ອຳນາດຂອງທຳມະຊາດ ແລະຍຸກສ້າງສາປະຫວັດສາດ ມະນຸດຕົ້ນຕະກູນລາວ ກໍເຄີຍເປັນຊາດອາຣະຍະມາກ່ອນ ມັນກໍເປັນໄປໄດ້ທີ່ຊາດລາວ ຕ້ອງໄດ້ສືບທອດມູນມໍຣະດົກແຫ່ງວັດທະນະທັມຂອງເຜົ່າພັນຕົນທີ່ສ້າງ ແລະສະສົມມາ, ການສືບທອດທາງວັດທະນະຈາກສັງຄົມໜຶ່ງສູ່ສັງຄົມໜຶ່ງໃນອະດີດ ເປັນໄປໄດ້ ໂດຍຍາກ ແລະຊ້າໆເນື່ອງຈາກເງື່ອນໄຂທາງການສື່ສານ ແລະຄົມມະນາຄົມ, ເຖິງວ່າເຮົາຈະພົບອັກ ສອນສະໄໝປັນລະວະ ທີ່ພັດທະນາມາຈາກອັກສອນພຣາມໝີຢູ່ໃນດິນແດນລາວ ດ້ວຍເງື່ອນໄຂຂອງ ສາສະໜາພຣາມ-ຮິນດູທີ່ມີອິດພົນໃນພາກກາງ ແລະພາກໃຕ້ຂອງລາວກໍຕາມ, ແຕ່ອັກສອນເຫຼົ່ານັ້ນ ອາດບໍ່ມີສ່ວນສົ່ງອິດທິພົນຕໍ່ອັກສອນລາວໄດ້ ເນື່ອງຈາກມີເຫດຜົນ ຢູ່ຢ່າງນ້ອຍ 3 ປະການໄດ້ແກ:
 1. ຄົນລາວເປັນຊົນຊາດເກົ່າແກ່ ຍ່ອມມີອາຣະຍະທັມເປັນຂອງຕົນ ການກໍາເນີດຊາດ ແລະ ຄວາມຍາວນານຂອງປະຫວັດສາດສັງຄົມ ແລະມານຸດວິທະຍາເປັນຫຼັກຖານທີ່ຢັ້ງຢືນຮອງຮອຍທາງອາຣະທັມເປັນຂອງຕົນເອງ.
2. ຄົນລາວນັບຖືສາສະໜາຜີບັນພະບູຣຸດ ແລສາສະໜາແຖນຟ້າມາແຕ່ເດີມ ແຕ່ຊົນອີກກຸ່ມໜຶ່ງ ເຄື່ອນຍ້າຍສາສະໜາພຣາມຮີນດູ ສອງສາສະໜາເຖິງເປັນສາສະໜາປະເພດເທວະນິຍົມ ເໝືອນກັນແຕ່ອາດມີການຕໍ່ຕ້ານກັນດ້ວຍເຫດນັ້ນ ການສືບທອດວັດທະນະທັມທາງອັກສອນ ຄົງເປັນໄປໄດ້ໂດຍຍາກ.
3. ເຮົາພົບອັກສອນລາວ ເດີມທີ່ມີອາຍຸເດີນ 800 ກວ່າປີໃນສີລາຈາຣືກເກົ່າແກ່ມາຫຼາຍທີ່ ແລະ ເຮົາຍອມຮັບກັນ 2 ແຫ່ງອັນໄດ້ແກ່ ສີລາຈາຣືກວັດວິຊຸນ ຈ.ສ 532 ແລະອັກສອນລາວເດີມທີ່ ພຣະທາດບ້ານຮ້າງບ້ານນາແຮ່ ແຂວງສາກົນນະະຄອນ ຕາມການອ່ານໄດ້ຂອງທາງ ການໄທຍ໌ພົບວ່າຂຽນຂຶ້ນຫຼັງພຣະເຈົ້າຟ້າງຸ່ມຂຶ້ນຄອງຣາດທີ່ຊຽງທອງພຽງ 3 ປີ. ດັ່ງເຮົາຈະເຫັນໄດ້ວ່າອັກ ສອນລາວວັດວິຊຸນ ເປັນອັກສອນທີ່ມີອາຍຸເກົ່າກວ່າອັກສອນຕະກູນດຽວ ກັນໃນພູມີພາກອຸສາຄະເນ ໂດຍສະເພາະອັກສອນລາວຫຼັກດັ່ງກ່າວ ເທົ່າທີ່ຕົ້ນພົບວ່າມີອາຍຸເຖິງ 838 ກວ່າປີ ເປັນທີ່ຢືນຍັນທາງວິທະຍາສາດແລ້ວວ່າ" ມິອາຍຸເກົ່າກວ່າສີລາຈາຣືກຂອງຂຸນຣາມຄຳແຫງແຫ່ງສຸໂຂໄທ" ເມື່ອເປັນເຊັ່ນນັ້ນໜັງສືຂອງຂຸນຣາມຄຳແຫງ ຕ້ອງມີວິວັດທະນາການມາຈາກສອງແຫ່ງ ເມືອງຊວາ(ຫຼວງພຣະບາງ) ເມື່ອເປັນເຊັ່ນນັ້ນອັກສອນນີ້ຈຶ່ງໄດ້ຊື່ວ່າ "ອັກສອນລາວເດີມ", ຄຳວ່າອັກສອນລາວເດີມນີ້ແມ່ນຕັງຂຶ້ນໃຫ້ຄຽງຄູ່ກັບ "ອັກສອນລາວບູຮານ" ທີ່ຊາວລາວເຮົາ ຫຼືນັກປະຫວັດສາດ, ອັກສອນສາດ ຂອງບັນດາປະເທດໃກ້ຄຽງເຮົາ ພະຍາຍາມບັນຍັດໃຫ້ເປັນອັກສອນທັມ ເລີຍເຮັດໃຫ້ອັກສອນເຫຼົ່ານີ້ກາຍ ເປັນ ອັກສອນພຣະພຸດທະເຈົ້າ ໃນຄວາມເຊື່ອຄົນໃນປັດຈຸບັນ, ເປັນອັກສອນຂອງຊັ້ນສູງບໍ່ມີໃຜກ້າເອົາລົງ ມາອ່ານໃນທີ່ສຸດໜັງສືເຫຼົ່ານີ້ກໍ ຖືກລືມໂດຍປະຊາຊົນທົ່ວໄປ ອີກທາງໜຶ່ງເນື້ອໃນ ແລະຄວາມໝາຍອັນເປັນທິດສະດີດັ້ງເດີມຂອງລາວກໍຖືກປິດຂັງໄວ້ໃນຕູ້ໂດຍທີ່ບໍ່ນຳອອກມາໃຊ້ ກາຍເປັນຄວາມຮູ້ເປັນໝັນ ໃຊ້ການບໍ່ໄດ້ໂດຍຄວາມເຄົາລົບສັດທາ. ສີລາຈາຣືກວັດວິຊຸນ (ປັດຈຸບັນຖືກຍ້າຍໄປປະດິດສະຖານທີ່ພຣະຣາຊະວັງຫຼວງພຣະບາງແລ້ວ) ເປັນສີລາຈາຣືກວັດວິຊຸນ ທີ່ບັນທຶກດ້ວຍອັກສອນລາວເດີມ ມີ 11 ແຖວ, ຈຳນວນອັກສອນ 93 ອັກສອນ(ລວມສະຫຼະດ້ວຍ) ເຊິ່ງອ່ານພົບໂດຍ ທ່ານບຸນມີ ເທບສີເມືອງ, ຕາມຈາຣືກມີອາຍຸ 835 ປີ(2005) ເປັນອັກສອນທີ່ເກົ່າແກ່ກວ່າອັກສອນຂນຣາມຄຳແຫງ ສຸໂຂໄທ 113 ປີ. ວິທີທຽບການຄິດໄລ່ ຄື 1. ສີລາຈາຣຶກ ວັດວິຊຸນ: ປີທີ່ປະກົດໃນສີລາຈາຣືກ ທີ່ປາກົດປີຈຸນລະສັງກຣາດ 532 ກົງກັບ ພ.ສ 1713.
ຈາຣືກຂຸນຣາມຄຳແຫງ: ທີ່ປາກົດໃນສີລາຈາຣືກ ປີ ມ.ສ 1205 ກົງກັບ ຈ.ສ 645 ກົງກັບ ພ.ສ 1826 ກົງກັບ ຄ.ສ 1283 ແລ້ວເອົາ ຄ.ສ ທີ່ປາກົດມາລົບ 1283-1170 = 113.(ສີລາຈາຣືກວັດວິຊຸນເກົ່າກວ່າສີລາຈາຣືກຂຸນຣາມຄຳແຫງ) ອັກສອນລາວເດີມ ທີ່ບັນທຶກຄັງຄວາມຮູ້ຂອງຄົນລາວບູຮານໄວ້ ແຕ່ອັກສອນເຫຼົ່ານີ້ ມີຄົນຈຳນວນໜ້ອຍອ່ານໄດ້ສິ່ງທີ່ໜ້າວິຕົກ ກໍຄືອັກສອນເຫຼົ່າຖືກກາໜ້າຈາກຜູ້ສືບທອດມໍ ລະດົກລາວຣຸ່ນໃໝ່(ຜູ້ທີ່ບໍ່ຮູ້ບາງຄົນ)ວ່າອັກສອນທັມ, ບາງຄົນກໍວ່າອັກສອນປາລີ, ບາງຄົນກໍວ່າພາສາ ພຣະພຸດທະເຈົ້າ ບາງຄົນກໍເວົ້າຄວບກັນໄປເລີຍ ໂດຍຂາດຫຼັກຖານວ່າ "ພາສາປາລີ-ສັນສະກິດ" ນອກ ຈາກນີ້ແລ້ວໄພອັນຕະລາຍອັນໜຶ່ງຂອງໜັງສືລາວບູຮານ ໃນຮູບແບບໃບລານກໍຕາມ, ຮູບແບບເຈັ້ຍສາກໍຕາມ ຫຼືໃນຮູບແບບປື້ມກໍຕາມອັກສອນເຫຼົ່ານີ້ ຍັງໄດ້ຂາຍໃນທ້ອງຕລາດໃນລາຄາທີ່ແພງ ແຕ່ບໍ່ເໝາະສົມກັບຄຸນຄ່າຂອງໜັງສືດ້ວຍ ທັງນີ້ທັງນັ້ນເກີດຈາກປັດໄຈຫຼາຍດ້ານຄື 1. ຕ້ອງການເງິນ, 2. ເຫັນເປັນສິ່ງທີ່ບໍ່ມີຄາ ເພາະອ່ານບໍ່ໄດ້.

ຢ່າງໃດກໍຕາມ ເຖິງວ່າໜັງສືເຫຼົ່ານີ້ບາງສ່ວນຈະຖືກທຳລາຍ ຫຼືຂາຍໄປກໍຕາມ ແຕ່ມັນຄືຫຼັກຖານໜຶ່ງ ທີ່ສະແດງເຖິງຄວາມອຸດົມສົມບູນຂອງ "ອັກຂະຫຼະພາສາ ແລະວັດຈະນະພາສາຂອງຊາດລາວ ທີ່ຄວນຫັນມາສົນໃຈສຶກສາ". ອັກສອນລາວເດີມ ປາກົດໃຊ້ໃນກຸ່ມຊົນຊາດລາວທັງໃນ ແລະນອກປະເທດລາວປັດຈຸບັນ ຄຽງຄູ່ກັບອັກສອນລາວບູຮານ(ອັກສອນທັມ), ໂດຍສະເພາະແມ່ນຊົນຊາດລາວໃນອານາຈັກລ້ານຊ້າງ ແລະບັນດາຫົວເມືອງລ້ານຊ້າງ ທັງກ່ອນ ແລະຫຼັງລ້ານຊ້າງດ້ວຍ, ທີ່ວ່າກ່ອນລ້ານຊ້າງ ໝາຍເອົາບັນດາອານນາຈັກກ່ອນລ້ານຊ້າງ(ເອກະພາບ) ເຊິ່ງມີຫຼັກຖານສີລາຈາລຶກຂຸນຣາມຄຳແຫງ ເປັນຕົວແທນແຫ່ງອານາຈັກເກົ່າ ແກ່ກອນລ້ານຊ້າງເອກະພາບ ທີ່ເປັນຕົວແທນແຫ່ງອາຈັກຂອງຊົນ ຊາດຕະກູນໄຕ ທີ່ໃຊ້ອັກສອນລາວເດີມ ທີ່ຕັ້ງຢູ່ດິນແດນແມ່ນຳ້ຂອງກ້ຳຕາເວັນຕົກ ແລະຫຼັກສີລາຈາລຶກວັດວິຊຸນ ເປັນຕົວແທນແຫ່ງອານາ ຈັກຊຂອງຊຸມຊົນຊາດຕະກູນໄຕ ທີ່ໃຊ້ອັກສອນລາວເດີມ ຢູ່ຝັ່ງຂອງດ້ານຕາເວັນອອກ, ນອກຈາກນີ້ເຮົາຍັງ ພົບຫຼັກຖານອັກສອນລາວ ທີ່ສະໜັບສະໜູນສີຄາຈາຣືກວັດວິຊຸນໃຫ້ພົ້ນເດັ່ນ ຄື ສີລາຈາຣືກອັກສອນພຣະ ທາດບ້ານຮ້າງບ້ານນາແຮ່ ເມືອງສາກົນນະຄອນ, ເຊິ່ງບໍ່ພຽງແຕ່ຢັ້ງຢືນດ້ານຄວາມເກົ່າແກ່ຂອງອັກສອນ ລາວເທົ່ານັ້ນ ຍັງຢັ້ງຢືນເຖິງອາຣະຍະທັມຊຸມຊົນລາວດ້ວຍ.

ສີລາຈາລຶກ 3 ຫຼັກນີ້ເປັນຫຼັກຖານພຽງພໍແລ້ວ ທີ່ໃຫ້ເຮົາສຶກສາເຖິງຄວາມເປັນມາຂອງ ອັກສອນລາວເດີມໄດ້ຢ່າງລະອຽດຖີ່ຖ້ວນ, ທີ່ສາມາດສືບທາວຫາຕົ້ນປາຍສາຍເຫດຂອງຄວາມເປັນ ມາຂອງອັກ ສອນລາວຊະນິດນີ້ ເທິງສອງຝາກຝັ່ງແມ່ນຳ້ຂອງໃນອຸສາຄະເນ ໂດຍສະເພາະດິນແດນອະດີດອານາຈັກລ້ານຊ້າງ ເຊິ່ງອັກສອນເຫຼົ່ານີ້ ໄດ້ຖືກກາໜ້າໃຫ້ສົມຍານາມວ່າ "ໄທນ້ອຍ" ເພາະເຫດໃດ? ຈິງບໍທີ່ວ່າໜັງສືລາວເດີມ ມີຊື່ວ່າໜັງສືໄທນ້ອຍມາແລ້ວ ເມື່ອ ໘໐໐ ກວ່າປີ ຫຼືວ່າ ຄຳວ່າ "ໜັງສືໄທນ້ອຍ" ໄດ້ກຳເນີດຈາກອຳນາດທາງການເມືອງ ທີ່ສະຫຍາມຕັ້ງຊື່ໃຫ້ ເມື່ອລາວຂາດອິດສະຫຼະພາບ ຫຼັງປີ ຄ.ສ ໑໘໒໘ ນີ້ເປັນຕົ້ນມາ.

ຮູບຂອງອັກສອນລາວເດີມລາວເດີມນັ້ນ ໂດຍລວມແລ້ວ ຄື ຮູບອັກສອນລາວເດີມ ທີ່ພັດທະນາເປັນໜັງສືມາດຕະຖານແລ້ວ ເປັນດັ່ງນີ້ຮູບອັກສອນລາວເດີມ ທີ່ຂຽນຂຶ້ນເປັນໄວຍາກອນມາດຕະຖານ ໂດຍມີພຣະຣາຊະບັນດິດສະພາຈັນທະບູຣີ ເຊິ່ງມີເຈົ້າເພັດຊະຣາດ ຣັດຕະນະວົງສາ ເປັນປະມຸກ ແລະມີມະຫາສີລາ ວິຣະວົງສ໌ ເປັນປະທານຮຽບຮຽງແຕ່ງຂຶ້ນ ໂດຍບັນຍັດອັກສອນໃຫ້ຄົບ 33 ຕົວ ແລະ ສາມາຂຽນໄດ້ທັງຄຳລາວ ແລະຄຳປາລີໄດ້ອັກສອນລາວບູຮານໃຊ້ຂຽນພາສາປາລີ ມີ 32 ຕົວ ແບ່ງອອກເປັນ 5 ວັກ ວັກລະ 5 ໂຕ ລວມ ມີ 25 ໂຕ ແລະ "ອະວັຄ ຫຼືເສດວັຄອີກ 7 ໂຕ - ສະຫຼະເຄົ້າລາວບູຮານໃຊ້ຜະປະສົມອັກສອນ ເວລາຂຽນພາສາລາວມີ 9 ສຽງ ແລະ 9 ຮູບ ຫາກຂຽນໃນພາສາປາລີ ມີ 8 ສຽງ 7 ຮູບ, (ຄືໃນພາສາປາລີ ບໍ່ມີຮູບອະມີແຕ່ສຽງ). - ໝາຍເຫດ: ສຣະຈົມແລະສຣະຟູນີ້ ເວລາເອົາໄປໃຊ້ນັ້ນ ໃຫ້ເບິ່ງຮູບການຂຽນ ວ່າຈະເໝາະ ສົມ ເອົາຮູບສຣະໃດໄປຂຽນ.

ຄົ້ນຄວ້າໂດຍ: ພຣະຄຣູເນືອງພິລັກ ໂຊຕິທອນ

ອັກສອນລາວບູຮານ


ອັກສອນລາວບູຮານ ຫຼືອັກສອນທັມ ເປັນອັກສອນລາວອີກປະເພດໜຶ່ງ ຄົນລາວບັນດາເຜົ່າໃຊ້ອັກ ສອນນີ້ຄຽງຄູ່ກັນກັບອັກສອນລາວເດີມມາຕະຫຼອດໄລຍະປະຫວັດສາດ ຕາມການປ່ຽນແປງຂອງຍຸກສະໄໝ ຊາດລາວເປັນຊາດໜຶ່ງທີ່ເກົ່າແກ່ມີອາຣະຍະທຳເປັນຂອງຕົນຢ່າງມີເອກະລັກ ເຫັນໄດ້ຈາກບັນດາຊົນຊາດລາວເຮົາມີອາຣະຍະທຳຂອງຕົນຫຼາຍດ້ານ ສິ່ງທີ່ເອກະອ້າງອີກຢ່າງໜຶ່ງຄືອັກສອນ ຊາດລາວມີອັກ ສອນໃຊ້ ໒ ແບບ ຄື ອັກສອນລາວບູຮານ ແລະອັກສອນລາວເດີມ ອັກສອນລາວບູຮານ ເປັນອັກສອນຂອງຊົນຊາດລາວບັນດາເຜົ່າໃຊ້ກັນມາຄູ່ກັບຊົນຊາດລາວ ເມື່ອປີ ໑໙໑໐ ສະພາ ຈັນທະບູຣີໄດ້ເກີດຂຶ້ນ ແລະ ກຳນົດໃຫ້ອັກສອນລາວບູຮານໃຫ້ຂຽນອັກທາງພຸດທະຈັກ ແລະເອົາອັກສອນລາວເດີມ ພັດທະນາມາເປັນ ອັກສອນລາວ ໃຊ້ໃນຣາຊະອານາຈັກ ຮຽກວ່າອັກສອນທາງການລາວ ແຕ່ນັ້ນມາອັກສອນລາວບູຮານເຫຼົ່ານີ້ ຈຶ່ງຮູ້ຈັກໃນນາມອັກສອນທຳ.
ອັກສອນທຳ ສາມາດຂຽນໄດ້ ທັງພາສາປາລີ ແລະພາສາລາວ ອັກສອນທັມທີ່ຂຽນພາສາປາລີມີຈຳນວນ 32 ຕົວ ທັງທັງຕົວເຕັມ ແລະຕົວເຟື້ອງບາງຕົວດ້ວຍ, ອັກສອນລາວບູຮານໃຊ້ຂຽນພາສາປາລີ ມີ 32 ຕົວ ແບ່ງອອກເປັນ 5 ວັກ ວັກລະ 5 ໂຕ ລວມ ມີ 25 ໂຕ ແລະ "ອະວັກ ຫຼືເສດວັກອີກ 7 ໂຕ", ແຕ່ເມື່ອອັກສອນເລົ່ານີ້ເອົາໄປຂຽນເອົາໄປຂຽນພາສາລາວ ເຂົາຮຽກວ່າຄຳນິໄສ, ອັກສອນທັມຈະເພີ່ມຮູບ ຂຶ້ນ ຄືອັກສອນ ປ, , , ຮ ແລະອັກສອນຄວບອີກ 6 ຮູບ, ຣວມເປັນ 42 ຮູບ.
ອັກສອນລາວບູຮານ ເໝືອນກັບອັກສອນລາວເດີມຄືຕັ້ງຢູ່ທົ່ວທຸກທິດຂອງຕົວເຄົ້າ ແລະພິເສດກວ່າ ອັກສອນລາວເດີມ ກໍຄືອັກສອນບາງຕົວເມື່ອມາຜະສົມອັກສອນແລ້ວ ຕົວສະກົດມັກຈະປ່ຽນຮູບ, ປ່ຽນທີ່ໄປ ຕາມຮູບຂອງຄຳ. ສະຫຼະລາວບູຮານໃຊ້ປະສົມ ເວລາຂຽນພາສາປາລີມີ ໘ ສຽງ ແລະ ໗ ຮູບ (ຄືໃນພາສາປາລີ ບໍ່ມີຮູບອະ ມີແຕ່ສຽງ), ໃນອັກສອນລາວບູຮານນັ້ນ ສະນັ້ນຈະມີສະຫຼະຈົມ ແລະສະຫຼະຟູ. ໝາຍເຫດ: ສະຫຼະຈົມ ແລະສະຫຼະຟູນີ້ ເວລາເອົາໄປໃຊ້ນັ້ນ ໃຫ້ເບິ່ງຮູບການຂຽນ ວ່າຈະ    ເໝາະສົມ ເອົາຮູບສະຫຼະໃດໄປຂຽນ. ຕົວຢ່າງການຂຽນອັກສອນລາວບູຮານ(ອັກສອນທຳ)ໃນພາສາລາວ ການຂຽນນີ້ໄດ້ຂຽນແບບປະຍຸກ ຄືຂຽນໃຫ້ມີວັນນະຍຸດ ຄວາມຈິງແລ້ວ ແຕ່ເດີມອັກສອນລາວບູຮານ ຫຼືອັກສອນທຳນີ້ ບໍ່ປາກົດມີຮູບວັນນະຍູດແຕ່ມີສຽງວັນນະຍຸດ, ເຖິງປານນັ້ນໃນໜັງສືໃບລານບາງສະບັບ ກໍປາກົດມີຮູບວັນນະຍຸດ ທີ່ຈານໃນໃບລານດ້ວຍ ສ່ວນຫຼາຍວັນນະຍຸດ ຈະມີ ໒ ຮູບ ຄື ເອກ ແລະ ໂທ ໒. 

ວິທີຂຽນອັກສອນລາວບູຮານ(ອັກສອນທຳ) ເປັນພາສາປາລີ ແລະຖ່າຍຖອດຮູບອັກສອນລາວບູຮານ ມາເປັນອັກສອນລາວເດີມ, ເພື່ອໃຫ້ເຫັນຮູບອັກສອນລາວບູຮານ ທີ່ຂຽນພາສາປາລີນັ້ນ ໃຊ້ອັກ ສອນ. ໝາຍເຫດ: ອັກສອນລາວບູຮານແຕ່ລະຮູບ ເມື່ອຂຽນພາສາປາລີນັ້ນ ໄດ້ຖອດຮູບເປັນອັກສອນລາວເດີມແລ້ວ ຈະເປັນຮູບອັກສອນເຫຼົ່ານີ້ (ວິທີນີ້ບໍ່ແມ່ນແປພາສາ ແຕ່ປະຣິວັດຮູບອັກສອນ ຈາກອັກສອນແບບໜຶ່ງ ມາເປັນອັກສອນແບບໜຶ່ງ ແຕ່ຄົງເຄົ້າພາສາເດີມໄວ້ທຸກຢ່າງຮຽກວ່າ ປະຣິວັດຮູບອັກສອນ ຫຼືປະຣິວັດ).
ຄົ້ນຄວ້າໂດຍ: ພຣະຄຣູເນືອງພິລັກ ໂຊຕິທອນ