วันพฤหัสบดีที่ 27 มีนาคม พ.ศ. 2557

ຊົມເຊີຍ ມາຈາກໃສ ?

ຊົມ ກັບ ເຊີຍ ເປັນ­ພາ­ສາ­ລາວແທ້ໆ­ໆ­ໆ­ ບໍ່ແມ່ນ­ມາ­ຈາກ­ພາ­ສາອື່ນນ່ອນ­ນອນ, ຜູ້­ຂຽນເຄີຍ­ຕັ້ງ­ບົດເລື່ອງເມື່ອປີກາຍວ່າ "ພາ­ສາ­ລາວມາ­ຈາກ­ຄົນ­ລາວເອງ ແຕ່­ມີຄໍາບາງ­ພາ­ສາມາ­ຈາກ­ພາ­ສາອື່ນ ພາ­ສາອື່ນ­ທີ່­ມັກໃຊ້­ຫຼາຍໃນ­ພາ­ສາ­ລາວ 
໑. ພາ­ສາ­ປາ­ລີ 
໒. ສັນສະ­ກິດ 
໓. ພາ­ສາ­ຂະ­ເໝນ(ຕະ­ກູນ­ມອນຂະ­ແມຣ໌­ ຊົນເຜົ່າ­ລາວເທິງ) 
໔. ຝຣັ່ງ 
໕. ພາ­ສາ­ຈີນ 
ແລະ­ອື່ນໆ­ລົດ­ລັ່ນ­ກັນໄປ ເຊັ່ນ­ຫວຽດ, ພະ­ມ້າເປັນ­ຕົ້ນ. 

- ສະ­ນັ້ນ, ຊົມເຊີຍ ຈຶ່ງເປັນ­ພາ­ສາ­ລາວບໍຣິສຸດ ບໍ່ແມ່ນ­ມາ­ຈາກ­ພາ­ສາ­ຂ້າງເທິງ­ນັ້ນ ຊົມເຊີຍ­ມາ­ຈາກ­ຄໍາ­ລາວສອງ­ຄໍາ­ຜະສົມ­ກັນ ຄື 
ກ. ຊົມ: ດູ, ມອງ, ຈ້ອງ, ສ່ອງ, ເບິ່ງ, ຫຼຽວ, ແລ, ຜໍ່, ສິ້ງ. 
ຂ. ເຊີຍ: ສະ­ໜັບສະ­ໜູນ (ແປເອົາ­ຄວາມສະ­ແດງ­ຄວາມເຫັນພ້ອມ)

- ເຮົາເຄີຍ­ຍິນ ສະ­ໄໝແຕ່­ຍັງເດັກນ້ອຍວ່າ "ຂາເຊີຍ" ຫຼືມີຜູ້ໃດ­ຜູ້­ໜຶ່ງ­ມາ­ສະ­ແດງ­ຄວາມເຫັນດີ ເຫັນພ້ອມ­ຜູ້ໃດ­ຜູ້­ໜຶ່ງຢ່າ­ອອກໜ້າອອກ­ຕາ ເຮົາມັກຈະ­ເວົ້າວ່າ "ຈັ່ງແມ່ນເຊີຍ­ກັນແທ້­ນໍ" ສະ­ນັ້ນ, ຕາມ­ຜູ້­ຂຽນ(ຄິດວ່າ) ໜ້າ­ຊິກົງ­ກັບ­ຄໍາວ່າ "ເຊັຍຣ໌­" ໃນ­ພາອັງ­ກິດ ຄະ­ນະ­ບຸກ­ຄົນນະ­ໜຶ່ງ ຍິນ­ດີກັບ­ການແຕະ­ບານ ຝ່າຍໃດຝ່າຍ­ໜຶ່ງ ເຂົາ­ຮຽກວ່າ "ຂາເຊັຍຣ໌­" ຄືສະ­ແດງ­ຄວາມ­ຍິນ ສະ­ນັ້ນ­ຄໍາວ່າເຊີຍ ໜ້າ­ຊິແມ່ນ­ຄໍາວ່າ "ຍິນ­ດີ" 

- ຫາກເປັນເຊັ່ນ­ນັ້ນແທ້ ຄໍາວ່າ­ຊົມເຊີຍ ອາດ­ຊິແປວ່າ "ສະ­ແດງ­ຄວາມ­ຍິນ­ດີດ້ວຍ­ການ­ດູແລ ຫຼືເບິ່ງແຍງ" ຖືກ­ຜິດວ່າກັນໃໝ່ (ເພາະ­ເປັນ­ການ­ວິເຄາະ­ຄໍາ ຍັງ­ບໍ່­ທັນເປິດ­ວັດຈະ­ນານຸກົມ) ອີກອັນໜຶ່ງ ຄັນຄົນລາວບໍ່ຢາກວ່າພາສາຕ່າງປະເທດ ເວລາໄປເບິ່ງ ກີລາ ຫຼືວັນນະຄະດີ ບໍ່ຢາກວ່າ ໄປເຊັຍຣ໌ ກໍໃຫ້ວ່າ ໄປຊົມເຊີຍກະບໍ່ຜິດດອກ.

ລິງກ໌

2 ความคิดเห็น:

  1. - ກ່າຍເອົາຄຳເຫັນຂອງ ດມສ ຈາກໃບລານ ມາໄວ້
    ------
    ທີ່ທ່ານວ່າ ເຊີຍ = ສນັບສນຸນ. ຜູ້ຂ້ານ້ອຍ­ບໍ່ເຄີຍໄດ້­ຍິນແລະ­ບໍ່­ຮູ້ເຫັນໃຜໃຊ້­ມາກ່ອນ
    ແລະ­ຄໍາວ່າ ຂາເຊີຍ ກໍຄືກັນ, ສອງ­ຄໍາ­ທີ່ທ່ານ­ຕີຄວາມ­ໝາຍໄປໃນ­ທາງ­ອັຕໂນມະ­ຕິສ່ວນໂຕນັ້ນ ເຮັດ­ຜູ້ຂ້ານ້ອຍ­ມືດ­ຕຶບ
    ແມ່ນແຕ່­ຄໍາວ່າ ຂາເຊັຍ ກໍຕາມເທາະ­ ໃນ­ສໍານວນ­ລາວດັ້ງເກີມ ບໍ່ປະ­ກົດໄດ້­ຮູ້ໄດ້­ຍິນ­ມາ­ຄືກັນ ມີແຕ່ສຍາມ­ຊົນເຂົາເວົ້າກັນ

    ໄດ້­ຍິນແຕ່ບ້ານ­ໜຶ່ງ­ຢູ່­ກໍ້າ­ຝ່າຍ­ຕາເວັນ­ຕົກ­ຂອງລ້ານຊ້າງ ເຂົາມັກວ່າ ເຊີຍ­ຊົມ, ເຊີຍ­ຊິດ, ເຊີຍ­ຊື່ນ, ນິຍົມ­ຊົມ­ຊອບ ... ອະ­ໄຣທໍານອງ­ນັ້ນ ຄຣັບທ່ານ

    ໄໜໆ­ກໍໄໜໆ­ແລ້ວ ໄດ້­ຊາບ­ມາວ່າ­ພຣະ­ຄຸນເຈົ້າເຄີຍຫລົງ­ທາງໄປຄ້າງ­ທີ່­ບາງ­ກອກ­ຫຼາຍ­ປີທີດຽວ, ທ່ານ­ລອງ­ພູດ­ອອກ­ສຽງ­ສໍານຽງ­ຊາວກ­ຣຸງ ໃນ­ຄໍາເຫຼົ່ານີ້ລອງ­ດູຫນ່ອຍຄຣັບ

    ຊາຍ­ຫາດ, ຫາດ­ຊາຍ, ສວນຊະ­ອົມ­ທີ່ຊະ­ອໍາ, ຊໍ້າໃຈທີ່ໄມ່ໄດ້ເມັດ­ຊາຍ­ມາໃຫ້­ຊາຍ­ຄົນ­ນັ້ນ, ມື້ເຊົ້າ­ຟາດ­ຜັດ­ຟັກ ມື້ເຢັນ­ຟາດ­ຟັກ­ຜັດ, ຊໍ້າໃຈທີ່­ຊານ­ຊາ­ລາ­ສະ­ຖານີສະ­ເຊິງເຊົາ ...

    ຫາກທ່ານ­ອອກ­ສຽງຕຣົງເປະ­ ຄົງຕ້ອງ­ຖວາຍ­ກັນເທສນ໌­ຊອງ­ໜັກແລ້ວຄຣາວນີ້

    ອິອິ

    ตอบลบ
  2. - ສາຍເຊລຳເພົາຕອບ ດມສ
    ເຖີງ: ດມສ
    ຄົນ­ລາວເຮົາອອກ­ສຽງ ຊ(ກະ­ເຊີ) ກັບ ຊ(ຊ້າງ) ບໍ່­ຕົກເປັ້ງ ເໝືອນ­ຄົນ­ສີຍະ­ອາມ­ບາງ­ກອກ­ຫຼອກ, ແຕ່ໃດໆ­ມາ ເຖິງ­ອັກ­ສອນ ໒ ໂຕນີ້­ມີຈິງ ໃນ­ພາ­ສາ­ລາວເໝືອນ­ກັນ ແຕ່­ລາວອອກ­ສຽງ­ດຽວໂລດ ສະ­ບາຍ­ທາດ, ບໍ່ສະ­ເພາະ­ແຕ່­ຄົນ­ລາວ(ທ່ອງ­ໜຶ່ງ­ຂອງເມືອງລ້ານຈ້າງ) ຄົນ­ລາວ (ອີກທ່ອງ­ໜຶ່ງ­ຂອງເມືອງລ້ານຈ້າງ ຢູ່­ຝັ່ງ­ຂວາ­ພຸ້ນ­ກໍເວົ້າ­ສຽງ ຊ/ຊ ສອງໂຕນີ້­ບໍ່ໄດ້ເລີຍ (ເວັ້ນເດັກນ້ອຍ­ຄົນ­ລາວດິນແດນ­ສິຍະ­ອາມ) ສ່ວນ­ຄົນເກົ່າໆ­ ທີ່ເວົ້າ­ພາ­ສາ­ສີຍະ­ອາມ ມາ­ຕັ້ງແຕ່ເກີດ ຍັງເວົ້າ­ພາ­ສາເຂົາເອງ­ບໍ່­ຖືກ­ໝົດ.

    - ຄົນ­ບາງ­ກອກແຖວປາກ­ນໍ້າ ເວົ້າວາາ­ຈັ່ງ­ຊີ້ ຍາຍ­ຄົນ­ໜຶ່ງເກີດ­ທີ່­ນັ້ນ­ມັນຈະ­ເວົ້າ­ຈັ່ງ­ຊີ້ "ກົງ­ການອະ­ໄຣຂອງ­ຄຸນ ຖຶງ­ມາ­ພູດຢ່າງ­ນີ້­ກັບ­ສັນ" ສັງເກດ "ກົງ­ການ" ອີກ­ຄໍາ­ໜຶ່ງ, ພູດ­ກົງໆ­ນະ­ຄຸນ ສັນ­ຊື້ຂອງ­ມານີ້­ມັນ­ຣາ­ຄາແພງ­ມາກ ຈະ­ຂາຍ­ຖູກໄມ່ດ້າຍ­ຫຼອດ, ຄົນ­ບາງ­ບົວທອງ ກໍບອກວ່າໂຊເຟີລົດວ່າ "ໄປກົງໆ­ເລີຍ" ເທົ່າ­ທີ່ເຫັນ­ຄົນແຖວນອກ­ບາງ­ກອກ ໃຊ້­ພາ­ສາບໍ່ຄວບຄລ້ໍາ"ແປກ, ຕົງ, ປ່ຽນ, ປາບ­ປາມ" ເວົ້າແບບ­ລາວສໍານຽງ­ສິຍະ­ອາມ, ທ່ານເຄີຍ­ຢູ່­ບາງ­ກອກ­ຫຼາຍ­ປີ ແຖວວັດໂມ­ລີວັງເດີມ ກິນເຂົ້າແຕ່­ນໍາ­ພວກເຈັກ­ຈີນ­ຫີນ­ຫີ້ ແລະ­ພວກສະ­ກຸນ­ສູງ ຄົງຈະ­ໄດ້­ຍິນແຕ່ຄ​ວາມ "ແປລກໆ­ ຈຶ່ງປລາບປລື້ມ ໃນ­ການ­ຢູ່­ສຸກ­ສໍາ­ລານ". ແຕ່ ຜຂ "ໄດ້­ຢູ່­ຕາມ­ຊົນນະ­ບົດ ລ່ອງເຮືອລົງຄລອງ ມອງ­ຫາ­ຊີວິດ­ຊາວກ­ຣຸງແບບ­ດັ້ງເດີມ ຈຶ່ງເຫັນ­ຄວາມ­ຮູ້ເສຣີມໃນ­ບາງ­ກອກ ວ່າເຂົາເວົ້າ­ສຽງ­ບາງ­ກອກແທ້ໆ­ເປັນ­ຈັ່ງໃດ.

    - ສະ­ນັ້ນ, ລາວເຮົາ ກັບ­ຄົນ­ສີຍະ­ອາມ ເວົ້າແບບ­ດຽວກັນ­ນັ້ນແລ້ວ, ສ່ວນ­ຕົວແລ້ວຢູ່ເມືອງ­ບາງ­ກອກ ໖-໗ ປີເວົ້າ­ພາ­ສິຍະ­ອາມ­ລວມແລ້ວ ເວລາບໍ່ເກີນ ໑໐໐ ວັນ ຕື່ນ­ຂຶ້ນ­ມາເວົ້າ­ລາວ, ໄປມະ­ຫາວິທະ­ຍາໄລເວົ້າ­ລາວ, ພົບເພື່ອນເວົ້າ­ລາວ, ເຂົ້າ­ຫ້ອງ­ຮຽນເວົ້າ­ລາວ, ພົບ­ຄົນໄທຍ໌­ ເວົ້າ­ລາວ ເລີຍ­ບໍ່­ມີໂອກາດເວົ້າ ສີຍະ­ອາມ­ນໍາເຂົາ, ຈຶ່ງ­ພູດ­ພາ­ສາ­ສີຍະ­ອາມ­ບໍ່ໄດ້ເທົ້າບັດ­ນີ້.

    - ແຖມເວລາໄປລາຍ­ງານໜ້າ­ຫ້ອງ ກະ­ຕິກາ­ຕ້ອງເວົ້າ ສິຍະ­ອາມ ເວົ້າໄປເວົ້າມາ­ຫຼົງໄປເວົ້າ­ລາວ ອາ­ຈານ­ຄົນເຈັກ­ປົນ­ລາວຄົນ­ໜຶ່ງ ໃຫ້ເວົ້າ­ລາວສາເລີຍ ກໍເລີຍ­ສາດເຕັມ­ທີ່ ສະ­ບາຍ­ທາດ ແຕ່­ນັ້ນ­ມາອາ­ຈານໃຫ້­ບັນ­ຍາຍ­ພາ­ສາ­ລາວ​ ຄົນ­ອີສານ­ຫົວຊາດ­ນິຍົມເຫັນເຮົາເວົ້າ­ລາວໄດ້ໃນເວລາ­ທາງ­ການ ເຂົາກໍເວົ້າ­ລາວໃນຫ້ອງ­ຮຽນແຕ່­ນັ້ນ­ມາ (ມີເລື່ອງເລົ່າ­ຫຼາຍເລື່ອງ ເວົ້າບໍ່­ໝົດ) ສະ­ນັ້ນ ຄວາມ­ລາວກັບ­ຄວາມ­ສິຍະ­ອາມ­ບໍ່ຕ່າງ­ການ­ຫຼອກ(ດອກ)

    ตอบลบ