วันพฤหัสบดีที่ 27 มีนาคม พ.ศ. 2557

ບັນຫາການໃຊ້ໂຕ ຍ-ຽ

 ຜ່ານ­ມາ­ທາງ­ການ ຈະ­ສົນໃຈຄັກ­ສົນໃຈແນ່­ກັບ­ການ­ຂຽນ ສະ­ຣະ­ ໒ ຕົວ ຄື ສະ­ຣະ­ "ເອັຍະ­" ກັບສະ­ຣະ­ "ເອັຍ" 

- ແຕ່ກ່ອນ ເຂົາ­ຂຽນສະ­ຣະ­ "ເອັຍະ­" ກັບສະ­ຣະ­ "ເອັຍ" ຂຽນແບບ­ນີ້ ແຕ່­ຫຼັງ­ຫຼັງໆ­ມາໃຫ້­ຂຽນສະ­ຣະ­ "ເອັຍ" ເປັນ "ເອຍ" ສ່ວນສະ­ຣະ­ "ເອັຍະ­" ບໍ່ຄ່ອຍ­ມີການ­ຂຽນເລີຍ ຫຼັງໆ­ມາ­ປາກົດວ່າ ສະ­ຣະ­ "ເອັຍະ­" ຈະ­ຕາຍໄປ ເພາະ­ຄົນ­ຂຽນ­ ຂຽນ­ບໍເປັນ ສຽງ­ທີ່ເປັນ "ເອັຍະ­" ກໍໃຊ້ສະ­ຣະ­ "ເອັຍ" ແທນ ແຕ່­ຂຽນ "ເອຍ". 

ສະ­ຣະ­ ເອັຍະ­ ສຽງໃນ­ພາ­ສາ­ລາວມີ ເຊັ່ນ ຕີເປັຍະ­ໆ­ໆ­, ເຄັຍະ­, ເດັກນ້ອຍເອັຍະ­, ອື່ນໆ­ ດຽວນີ້­ຄົນ­ລາວລຸ້ນໃໝ່­ຂຽນ­ຄໍາເລົ່ານີ້­ບໍ່ເປັນ. 

- ໄດ້ອ່ານ­ບົດ­ຄວາມ­ຂອງ­ຂອງທ່ານໄມ້­ຈັນ(ຫົງເຫີນ ຂຸນພິທັກ), ວ່າມີການ­ສໍາມະ­ນາ ເພື່ອກຽມໃສ່­ປຶ້ມແນະ­ນໍາການ­ຂຽນໃຫ້­ຖືກ ເພິ່ນຈະ­ກໍານົດໃຫ້ ໃຊ້ ເອຍ ແລະ­ ເອຽ, (ຫຼືແນວໃດ­ກໍຕາມ ເຮົາຍັງ­ບໍ່­ທັນເຂົ້າໃຈວັດ­ຖຸປະ­ສົງ­ຂອງເພິ່ນ­ຄັກ ແຕ່ເຮົາກໍພໍເຂົ້າ ໃຈໄດ້ຈະ­ແຈ້ງວ່າ ການໃຊ້ ຽ ນີ້ ມັນ­ບໍ່ສະ­ເພາະ­ແຕ່ສະ­ຣະ­ ໒ ໂຕ ເທົ່ານັ້ນ ມັນ­ຍັງ­ມີຫຼາຍສະ­ຣະ­ ທີ່ຄວນໃຊ້­ຕົວ "ຽ" ຫ້ອຍ ຄື. 

໑. ອັອຽ, ຊອຽ, ອັຽ, ອາຽ, ອຸຽ, ອູຽ, ອຶຽ, ອືຽ, ອິຽ, ອີຽ, ໂອຽະ­, ໂອຽ, ເອັຽະ­, ເອັຽ, ອັວຽ, ອວຽ, ເອິຽ, ເອີຽ, ເອຶອຽ, ເອືອຽ, ສະ­ນັ້ນ ຫາກຈະ­ຂຽນໃຫ້­ຖືກ ແລະ­ເປັນເອກະ­ພາບ ນອກ­ຈາກເອກະ­ພາບໃນ­ການ­ຂຽນ­ຄືກັນແລ້ວ ໃນ­ອັກຂະ­ຣະ­ວິທີ ກໍຕ້ອງເອກະ­ພາບ­ກັນ­ທາງໄວຍາກອນດ້ວຍ ຫາກເຮົາຈະ­ກໍານົດ­ກົດ­ຄາ ບັງ­ຄັບ­ບັນ­ຊາໃຫ້ໃຊ້ສະ­ເພາະ­ສະ­ຣະ­ ໒ ໂຕ ຄື ສະ­ຣະ­ ເອຽະ­, ກັບ ສະ­ຣະ­ ເອຽ ເທົ່ານັ້ນ ຖືວ່າເປັນ­ກາແກ້­ບັນ­ຫາປາຍເຫດ ທີ່ບໍ່­ຖືກ­ທາງ ຊໍ້າບໍ່­ພໍຍັງເປັນ­ການສ້າງ­ບັນ­ຫາໃຫ້ໄວຍາກອນ ­ລາວອີກ.

ไม่มีความคิดเห็น:

แสดงความคิดเห็น