วันอาทิตย์ที่ 9 มีนาคม พ.ศ. 2557

ຫຼັກຖານໃໝ່ ຫາກເຂົ້າໃຈວ່າ “ທຳ“ ບໍ່ແມ່ນຄຳລາວ ຄຳວ່າ “ທຳລາຍ“ ຕ້ອງປ່ຽນໄປເປັນ “ເຮັດລາຍ” ອັນນີ້ກໍຕ້ອງໄດ້ຫົວຂວັນອີກ ຮ່າໆໆໆໆ

- ດັ່ງທີ່ເຮົາຮູ້ແລ້ວວ່າ ຄົນທົ່ວໄປປະຕິເສດຄຳວ່າ “ທຳ“ ບໍ່ແມ່ນພາສາລາວ, ເຮັດຈຶ່ງແມ່ນວ່າຊັ້ນ, ຜູ້ຂຽນພົບຄຳໜຶ່ງທີ່ເອົາ “ທຳ” ໄປຜະສົມຄຳອື່ນ ເປັນຄຳຜະສົມໃໝ່ອີກ ຄື “ທຳລາຍ”.

- ທຳລາຍ ເດີມຂຽນ ”ທຳຣາຍ” ແຜງອອກມາຈາກ “ທຳຮ້າຍ”.
- ທຳເປັນຄຳກຳມະ ຂະຫຍາຍ “ຣາຍ, ຮ້າຍ”
- ຫາກວ່າທຳ ບໍ່ນັບວ່າເປັນຄຳລາວ ຜູ້ຂຽນມາຄິດຫຼິ້ນໆວ່າ ອົດສາວ່າບໍ່ມັກ ທຳແລ້ວຄຳໃດ ທີ່ມີທຳໆໆກໍຕັດຖິ້ມທັງໝົດມັນຈຶ່ງຄວນ ແລ້ວສ້າງປະໂຫຍກໃໝ່ ໂດຍເອົາ “ເຮັດ” ມາແທນ ລອງອ່ານຄຳປະໂຫຍກໃໝ່ນຳ ກັນເປັນຕາຫົວຂວັນບໍ ?

- ເດີມ……………ປ່ຽນ
1. ທຳລາຍ ປ່ຽນເປັນ ເຮັດລາຍ (ຮ່າໆໆໆ ປ່ຽນເນື້ອໃນ ຄວາມໝາຍພ້ອມ) ເຮັດລາຍ ແປວ່າຜູ້ເປັນນາຍຊ່າງລາຍ ຄົນລະເລື່ອງໄປເລີຍ.
2. ທຳຮ້າຍ ປ່ຽນເປັນ ເຮັດຮ້າຍ (ອັນນີ້ຄົງຊິຕະຫຼົກ) ແຕ່ບໍ່ເປັນຫຍັງ ? ດຽວນີ້ຄົນມັກເວົ້າວ່າ ທຳລ້າຍແລ້ວ 555 ແປວ່າຫຍັງທຳລ້າຍ ຊ່ວຍແປແນ່.
3. ການກະທຳ ປ່ຽນເປັນ ການກະເຮັດ(ແມ່ນຫຍັງລະ ?) ກາຍເຮັດ ອະນຸໂລມ ເພາະໃນຄຳໂຕງໂຕຍມີໃຊ້ແຕ່ບູຮານ.
4. ທຳງານ ປ່ຽນໄປເຫິງແລ້ວວ່າ ເຮັດງານ.
5. ທຳບຸນ ປ່ຽນເປັນ ເຮັດບຸນ ອັນນີ້ບໍ່ມີບັນຫາ ພາສາປາກໃຊ້ກັນມານານ ພາສາທາງການໃຊ້ແຕ່ເຮັດບຸນ.
(ອັນນີ້ຂຽນໃຫ້ຄິດ ບໍ່ແມ່ນຂຽນໃຫ້ຜິດ)

ไม่มีความคิดเห็น:

แสดงความคิดเห็น