วันศุกร์ที่ 7 มีนาคม พ.ศ. 2557

ຈາຣືກປາກຖໍ້າ ຖໍ້າຕິ່ງ ເມືອງປາກອູ ແຂວງຫຼວງພຣະບາງ

ໝາຍປະກາດ
ເພື່ອເອົາມາຕິດໄວ້ປາກຖໍ້າຕິ່ງ ໃຫ້ຄົນທັງຫຼາຍຊາບ,
ດ້ວຍຣາຊະການ ຫໍສະໜາມຫຼວງ2ພຣະບາງ
ຫ້າມບໍ່ໃຫ້ບຸກຄົນຜູ້ໃດ ບໍ່ວ່າຊາດໃດ ພາສາໃດ ຣືຄະຮັດ(ຫັດ)ແລະນັກ
ບວດທັງຍິງຊາຍໃຫຍ່ນ້ຽ ຊຶ່ງເຂົ້າມາໃນຖໍ້ານີ້ ຫ້າມບໍ່ໃຫ້ແຕ້ມ
ຮູບຂຽນໜັງສືເອົາສີຕ່າງ2 ມາທາຖໍ້າໃຫ້ໂສໂຄກພາບໍ່ໃຫ້ງົດງາມ
-ຖ້າຜູ້ໃດຫ້າມບໍ່ຟັງ ຍັງຄືນ(ຂືນ)ທຳຈະເອົາຕົວມາຊຳລະຕັດສິນໂທດຕາມກົດໝາຍ…..(ເຈົ້າປາກອູ)
ປາກອູ ວັນທີ 30 ຊວງ 1932
———
- ພາບນີ້ ໄດ້ຈາກເພຈ ມໍຣະດົກລ້ານຊ້າງ ໂພດໂດຍ Souli sollvan ບອກວ່າຜູ້ຖ່າຍຄູບາວີ, ເປັນພາບຈາລືກຖໍ້າຕິ່ງ(ບໍ່ໄດ້ອະທິບາຍຫຍັງໄວ້ເລີຍ ອາຈານຈຶ່ງມາກ່າຍຕາມທີ່ເຫັນເທິງນັ້ນ)
- ພາບນີ້ ຜູ້ຂຽນເຫັນຄັ້ງທຳອິດ ທ້າຍປີ 1999 ຄືປະມານວັນທີ 31 ຄືປິດຽວທີ່ເຫັນສີ ລາຈາ ຣືກວັດວິຊຸນ ຂະນັ້ນອ່ານໄດ້ເນື້ອຄວາມຈະແຈ້ງ, ໄດ້ຖ່າຍຮູບໄວ້ດ້ວຍກ້ອງສະໝັກຫຼິ້ນແບບຟິມ ມາລ້າງອ່ານບໍ່ແຈ້ງ, ຕໍ່ມາກໍໄປອີກ ກໍໄດ້ຖ່າຍໄວ້ອ່ານຊື່ໆບໍ່ໄດ້ເຜີຍແຜ່ໃນການສື່ສານດອກ ເກັບໄວ້ຊື່ໆ.
- ຈາຣືກນີ້ ລົງວັນທີໄວ້ຈະແຈ້ງ ຄື ວັນທີ 30 ຊວງ 1932 ນັບອາຍຸຂອງຈາຣືກຮອດວັນນີ້ (5 ມິນາ 2014) ລວມອາຍຸໄດ້ 83 ປີ 1 ເດືອນ ກັບ 8 ວັນເຕັມ.

- ແຜ່ນສີລາຈາຣືກນີ້ ທຳດ້ວຍຫີນອ່ອນສະ ຕິດໄວ້ຖໍ້າຕິ່ງເທິງ ເຊິ່ງອາຈານກຳນົດຊື່ວ່າ (ຖໍ້າສິມ) ເພາະໃນຖໍ້ານັ້ນມີເສມາສິມ, ແຜ່ນສີລາຈາຣືກນີ້ ປິດໄວ້ໃກ້ທາງອອກດ້ານຂວາມື ຝາຜະໜັງຂອງຖໍ້າສູງພຽງຕາຄົນອ່ານ ເຫັນຕອນປີ 1999 ສະພາບຍັງບໍ່ທັນ ແປງ ຈຶ່ງເຫັນອັກສອນຄົນ ແຕ່ໃນຮູບນີ້ປະກົດວ່າເຫັນເອົາປູນມາໂບກ ແຕ່ເບິ່ງແລ້ວ ຄຶເຮັດບໍ່ຖືກຕາມຫຼັກວິຊາການ ເຮົາເອົາປູນມາທາທັບໂລດ ຄວນຈະລະມັດລະວັງໃນການສ້ອມແປງ ວັດຖຸບູນເພື່ອຄົງໄວ້ເຊິ່ງຫຼັກຖານທີ່ສົມບູນ.

- ສິ່ງທີ່ໄດ້ຄວາມຮູ້ທາງອັກສອນ ແລະປະຫວັດສາດ ຄື:
1. ດ້ານປະຫວັດສາດການປົກຄອງ.
- “ຫໍສະໜາມຫຼວງ2ພຣະບາງ” ໝາຍເຖິງ ຫໍສະພາຣາຊະມົນຕຣີ (ບໍ່ແມ່ນຫໍສະພາ ເນື່ອງຈາກສະພາຣາສດອນລາວ ຍັງບໍ່ທັນເກີດຂຶ້ນ) ແຕ່ທີ່ຫຼວງພຣະບາງ ມີຫໍສະໜາມຫຼວງ ອັນເປັນອົງກອນນິຕິບັນຍັດສູງສຸດຂອງລາວ, ໃນລະບອບຣາຊະອານາຈັກ.
- ການທີ່ການປົກຄອງລາວ ມີຫໍສະໜາມຫຼວງ ອັນເປັນອົງກອນນິຕິບັນຍັດນີ້ ເຮັດໃຫ້ເຮົາ ເຫັນວ່າໃນລະບົບອາຈາຈັກລາວ(ລ້ານຊ້າງຮົ່ມຂາວ) ປົກຄອງກັນແບບ ຣາຊາທິປະໄຕ ບໍ່ແມ່ນຣະບອບສົມບູນຍາຣາຊາສິດທິຣາດ.
- ກ່ອນປີ 1945 ກ່ອນລາວຈະໄດ້ເອກະຣາດ ຈາກຝຣັ່ງນັ້ນ ສູນກາງການປົກຄອງລາວຢູ່ນັ້ນ ຢູ່ຫຼວງພຣະບາງ(ລາວສະໄໝນັ້ນ ການປົກຄອງຍັງບໍ່ຈະແຈ້ງອຳນາດຂອງຫຼວງພຣະບາງ ແມ່ນເປັນເມືອງອາຣັກຂາຂອງຝຣັ່ງເສດ ສ່ວນຢູ່ວຽງຈັນຂະນະດຽວກັນແມ່ນພາຍໃຕ້ການປົກຄອງຂອງຝຣັ່ງ, ສ່ວນຈຳປາສັກ ກໍພາຍໃຕ້ຝຣັ່ງ ແລະເຈົ້າຄອງນະຄອນຈຳປາສັກ ທີ່ຍັງຂຶ້ນກັບສຍາມທາງດິນແດນຕາເວັນຕົກ)
- ໃນທ້າຍປະກາດ ມີຄຳວ່າ “ກົດໝາຍ” ສະແດງໃຫ້ເຫັນວ່າ ລາວມີການອອກກົດໝາຍ ປົກຄອງອານາຈັກ ອັນມີຫໍສະໜາມຫຼວງເປັນຜູ້ອອກກົດໝາຍ.
2. ດ້ານອັກສອນ.
(ເຮົາຈະເຫັນຄວາມສົມບູນຂອງອັກສອນລາວ ມີຄົບທັງອັກສອນ, ສະຣະ, ວັນນະຍຸດ ແລະຕົວ ເລກລາວທີ່ສົມບູຍ)
3. ດ້ານພາສາ,
- ມີການໃຊ້ພາສາທີ່ທັນສະໄໝ.
- ຄຳເວົ້າ ທີ່ຄວນແກ່ການສຶກສາ ແລະເຄົ້າໃຈ ຄື ຄຳວ່າ.
1. ກົດໝາຍ(ເປັນພາສາທັນສະໄໝ)
2. ຊາບ(ຄຳເວົ້າລາວມາແຕ່ບູຮານ)
3. ດ້ວຍ.(ໂດຍ, ອັນ, ຕາມ, ພ້ອມ, ຕະຫຼອດ, ກັບ, ນຳ) ລ້ວນແຕ່ແມ່ນພາສາລາວບູຮານ.
4. ສະໜາມ(ສນາມ)
5. ໂສໂຄກ(ພາສາລາວແທ້) ສົກກະປົກ, ບໍ່ສວຍງາມ, ເປຶ້ອນ.
6. ຊຳລະ(ຊຳຮະ) ຊະລ້າງ, ລ້າງໂທດ.(ຊຳຮະໂທດ)
7. ຜູ້ ໃຊ້ໄມ້ໂທ ບໍ່ແມ່ນໃຊ້ໄມ້ ເອກ ຜູ່ ເໝືອນທີ່ບາງຄົນເຂົ້າໃຈໃນປັດຈຸບັນນີ້.(ເບິ່ງແຖວທີ 4 ໃນ ຈາຣືກ)
8. ໃນສະໄໝນີ້ ມີການໃຊ້ໂຕ ຣື ແທນ ຫຼື ຫຣື(ເບິ່ງແຖວທີ 4 ໃນ ຈາຣືກ)

9. ທຳ (ມາຈາກ ກຳທຳ ແຕ່ເມື່ອປະສົມຄຳອື່ນ ກໍຕັກ ກະອອກ) ທຳ ຫຼືກະທຳ ໃນທີ່ນີ້ ກົງກັບຄຳວ່າ ເຮັດ, ສະນັ້ນທັງ ເຮັດ ທັງທຳ ທັງກະທຳ ລ້ວນແຕ່ແມ່ນຄຳລາວ.
10. ຊຶ່ງ ມິຄວາມໝາຍເໝືອນກັບ ເຊິ່ງ ສະນັ້ນ ຊຶ່ງ ແລະເຊິ່ງລາວເຮົາເວົ້າມານານແລ້ວ.


ไม่มีความคิดเห็น:

แสดงความคิดเห็น