วันพฤหัสบดีที่ 6 มีนาคม พ.ศ. 2557

ເບິ່ງຮູບໂຕ “ສ” ບູຮານ ສີລາຈາຣືກວັດແສນ ເມືອງຊະນະຄາມ

ເບິ່ງຮູບໂຕ “ສ” ບູຮານ ສີລາຈາຣືກວັດແສນ ເມືອງຊະນະຄາມ (ຊຽງຄານເດີມ ປັດຈຸບັນເມືອງຊຽງຄານ ຢູ່ຝັ່ງໄທຍ ຂຶ້ນກັບແຂວງເລີຍ ກົງກັບເມືອງຊະນະຄາມປັດຈຸບັນ, ສ່ວນເມືອງຊະນະຄາມ ປັດຈຸບັນເມື່ອກ່ອນ ເປັນຕົວເມືອງຊຽງຄານມາແຕ່ເດີມ ປະກົດໃນສີລາຈາຣືກແຕ່ສະໄໝພຣະເຈົ້າໄຊຈັກກະພັດແຜ່ນແຜ້ວ ຈຸນລະສັກກາດ 958 ເຊິ່ງພຣະອົງເຄີຍສະເດັດໜີໄພສົງຄາມຈາກນະຄອນຊຽງທອງມາຍັງຊຽງຄານທີ່ນີ້ ແລະສ້າງວັດ ແລະປູລະນະວັດທັງສອງຟາກຝັ່ງນັ້ນ, ເມືອງຊຽງຄານປັດຈຸບັນນັ້ນ ໃນເມື່ອກ່ອນ ຮຽກວ່າທ່ານາຈັນ ຄືເປັນນາຫຼວງຂອງເມືອງຊຽງຄານ ເມື່ອສຍາມໄດ້ດິນແດນຝຣັ່ງຂວາ ຕາມສົນທິສັນຍາຝຣັ່ງສຍາມແລ້ວ ກໍມີອະນຸສັນຍາເພີ່ມເຕີມ ຫຼັງຈາກມີກໍລະນີພິພາດຕາມແນວຊາຍແດນລະຫວ່າງສຍາມ-ຝຣັ່ງ ຄືໃຫ້ທັງສອງຝ່າຍຍ້າຍຕົວເມືອງອອກໄປຈາກແມ່ນໍ້າຂອງ ຝ່າຍລະ 25 ກິໂລແມັດ ສຍາມຈຶ່ງໄປຕັ້ງເມືອງທີ່ເມືອງເລີຍ ປັດຈຸບັນ ຕໍ່ມາເມື່ອອະນຸສັນຍາສິ້ນສຸດລົງ ສຍາມໄດ້ຕັ້ງ ບ້ານທ່ານາຈັນ 
- ເປັນເມືອງຊຽງຄານ, ສ່ວນເມືອງຊຽງຄານເດີມ ທາງຝ່າຍລາວກໍຕັ້ງເປັນເມືອງ ຄືນ ແຕ່ບໍ່ພົບຫຼັກຖານວ່າປີໃດ ຊື່ວ່າເມືອງຊະນະຄາມ ອາດໝາຍເຖິງເມືອງທີ່ຊະນະສົງຄາມກະບໍ່ຮູ້)

ຄວາມເປັນມາຂອງສີລາຈາລືກ ເທົ່າທີ່ຮູ້ ແລະມີສ່ວນກ່ຽວຂ້ອງ.
- ສີລາ­ຈາ­ລືກ­ຫຼັກ­ນີ້ ແມ່ນ­ຢູ່­ຕໍ່ໜ້າ­ສິມ­ວັດແສນ ເມືອງຊະ­ນະ­ຄາມ ແຂວງ­ວຽງ­ຈັນ ແລະ­ຜູ້ ຕັ້ງກະ­ແມ່ນ­ອາ­ຈານເອງ, ຄາວໄປທອດກະ­ຖິນທີ່­ວັດ­ນັ້ນ ກ່ອນໜ້ານັ້ນ­ຖິ້ມໄວ້ເດີ່ນ­ວັດ­ນັ້ນເອງ ເຂົາເອົາມາແຕ່­ວັດຮ້າງ ບ່ອນໜ້າໂຮງ­ຮຽນໃກ້ຫ້ອງ­ການເມືອງແຕ່ກ່ອນ­ປົດປ່ອຍ­ພຸ້ນ ເມື່ອອາ ຈານເຫັນ ກໍເວົ້າກັບເຖົ້າແກ່ແນວໂຮມວ່າ ມັນ­ມີອັກ­ສອນ­ຢູ່ ແລະ­ຮູບພ້ອມຢ້ານ­ມີຄົນ­ມາ­ລັກເອົາ ຈຶ່ງ­ຂໍອອກເງິນ­ຊື້­ຊີມັງ ທັງຈະກໍ່ຕັ້ງສີລາເອງໂລດ, ຕອນນັ້ນ­ທາງໄທກໍມາ­ທອດຜ້າກະ­ຖິນ­ນໍາ ກໍມີ ທ່ານ ສ.ສີວະ­ລັກເປັນຫົວໜ້າ ເຂົາມາ­ຕ່າງ­ຫາກ ເຫັນ­ອາ­ຈານ­ອອກເງິນ ເຂົາກະ­ອອກຊ່ວຍ ອາຈານເລີຍ­ບໍ່ໄດ້ເສັຍຄ່າຊີມັງຊໍ້າ ເອົາເງິນ­ນັ້ນໄປທານກະ­ຖິນ ແລະ­ສ້າງ­ສາ­ລາ­ຊ່ວຍເພິ່ນ ໄດ້ອະ­ນິສົງ 3 ຢ່າງໄປເລີຍ.

- ໃນສີລາຈາລືກນັ້ນ ເຮົາເຫັນວົງເລກລືກ ຈະແຈ້ງ ໂຕເລກນັ້ນບອກວັນ ເດືອນ ປີ ເວລາ ນາທີ ຄື ເລກລືກ.
- ເຫັນຮູບເຮືອພະຍານາກ(ມີຄວາມໝາຍທາງການຕີຄວາມທັງນັ້ນ ແຕ່ຈະບໍ່ອະທິບາຍໃນທີ່ນີ້.
- ບາດນີ້ເຮົາມາເບິ່ງໂຕເລກທີ່ປາກົດໃນສີລາຈາລືກ ຄື 985 ໄນ(ໃນ)ປີຮວາຍສັນ(ເບິ່ງໂຕ ສ ທີ່ສັນນັ້ນລະ ມີຮູບເປັນເຊັ່ນໃດ ?)

ບາດນີ້ມາເບິ່ງຮູບໂຕ ສ ໃນໜັງສືບູຮານໃນສີລາຈາລືກນີ້:
- ໃຫ້ສັງເກດໂຕ ສ ເມື່ອເຮົາເບິ່ງໂຕໜັງສືແລ້ວ ເຫັນວ່າມັນຕ່າງຈາກໂຕໜັງສືທີ່ເຮົາລຶ້ງຕາໃນ ແມ່ພິມມາເຫິງນານ ຢ່າຟ້າວຕິວ່າໜັງສືນັ້ນບໍ່ແມ່ນໜັງສືລາວເດັດຂາດ, ຄັນຄິດແບບນັ້ນ ແມ່ນຄິດຜິດ ແນ່ນອນ ຫາກວ່າທັງໝົດຂຽນດ້ວຍອັກສອນລາວ ແລະບັນທຶກພາສາລາວລ້ວນ ແນ່ນອນມັນ ຕ້ອງແມ່ນອັກສອນລາວໂລດ ຢ່າວ່າເປັນອັກສອນອື່ນ.

- ເພື່ອສ້າງແນວຄິດທີ່ຖືກຕ້ອງ ໃຫ້ສັງເກດຈັ່ງຊີ້.
1. ໃຫ້ທ່ານສັງເກດອັກສອນລາຍມືຂຽນຂອງທ່ານເອງ ກັບລາຍຂຽນຂອງພໍ່-ແມ່-ພີ່ນ້ອງຂອງ ທ່ານ ແລ້ວໄປທຽບຄຽງກັບອັກສອນທີ່ໝູ່ກອງທ່ານທີ່ຮຽນໜັງສືຫ້ອງດຽວກັນ ຄືກັນບໍ ?

2. ໃຫ້ທ່ານ ເອົາໜັງສືລາຍມື ຂອງທ່ານ ຫຼືຂອງຄົນອື່ນໃນຍຸກຂອງທ່ານໃນຂໍ້ 1 ນັ້ນໄປສົມທຽບ ກັບຮູບອັກສອນ ຂອງຄົນໃນຍຸກຫຼັງປົດປ່ອຍ, ກ່ອນປົດປ່ອຍ, ຍຸກກ່ອນນັ້ນອີກ ຫຼືໃນສີລາຈາຣືກ ຕ່າງໆ.

- ໃຫ້ສັງເກດແຕ່ຮູບອັກສອນເທົ່ານັ້ນ ຢ່າທັນຟ້າວສັງເກດອັກຂະຫຼະວິທີ ແລະພາສາທີ່ບັນທຶກ ທ່ານຈະເຫັນວ່າອັກສອນແຕ່ລະໂຕ ທີ່ທ່ານເຫັນ ບໍ່ມີຄວາມເໝືອນກັນຈັກໂຕ ເພາະຫຍັງ ເພາະລາຍມືຂອງແຕ່ລະຄົນບໍ່ຄືກັນ ບໍ່ວ່າແຕ່ຄົນໃນຍຸກກ່ອນໜ້າເຮົາແມ່ນແຕ່ຄົນຍຸກດຽວກັນ ຮຽນນຳກັນ ພໍ່ແມ່ພີ່ນ້ອງສາຍອຸທອນດຽວກັນການຂຽນໜັງສືຍັງຕ່າງຮູບກັນໄປຕາມເອກະລັກ ຂອງໃຜມັນ ແຕ່ວ່າໜັງສືນັ້ນ ມັນເປັນອັນດຽວກັນ ເຖິງຕ່າງຮູບເຮົາກໍອ່ານໄດ້ເພາະມັນພາສາ ແລະອັກສອນລາວ.

- ທີ່ສຳຄັນຢ່າງໄປຕິດນຳໂຕອັກສອນ ໃນເມື່ອເຮົາຮູ້ຄວາມປ່ຽນແປງ ແລະພັດທະນາການຂອງ ມັນແລ້ວ ສິ່ງທີ່ຄົນຕິດ ແລະເອົາໃຈໃສ່ ເມື່ອເຮົາຕ້ອງອ່ານໜັງສື ເຮົາຕິດໃນໂຕເນື້ອໃນຂອງຄວາມ ເວົ້າ ທີ່ສື່ອອກມາພຸ້ນ ໂຕນັ້ນລະ ຄືຄວາມຮູ້ ແລະປັນຍາທີ່ເຮົາຄວນຢຶດຕິດ.


ไม่มีความคิดเห็น:

แสดงความคิดเห็น