วันเสาร์ที่ 29 กันยายน พ.ศ. 2555

ພາສາຊອດກະຈາເປັນແບບໃດ ? (ເບິ່ງພາສາໃນພຣະລັກ-ພຣະລາມ)

ໜັງ­ສື­ພຣະ­ລັກ-ພຣະ­ລາມ ຫຼື­ພຣະ­ລາມ­ຊາ­ດົກ ພາກ­ໜຶ່ງ ຮຽບ­ຮຽງ­ໂດຍ : ດ­ຣ. ສັຈຈະ­ດາ­ນັນ­ຕະ­ ສະ­ຫາຍ ພິມ­ປີ ໑໙໗໓ ຂ້າພະ­ເຈົ້າຈະ­ກ່າຍເອົາເນື້ອ­ໃນ ແລະ­ອັກ­ສອນ­ທີ່­ໃຊ້ ໃນ­ໜ້າ­ທີ ໓໓ ທຸກໆ­­ໂຕ ມາ­ແລ້ວ­ຈຶ່ງ­ຈະ­ມາອະ­ທິບາຍ ເລື່ອງ­ລາວ­ທີ່ວ່າພາສາຊອດກະ­ຈາ­ນັ້ນ, ຄວາມ­ນີ້­ພາສາຊອດກະ­ຈາ ຄວາມເປັນ­ພາລາວ­ນີ້­ພາສາລາວ ຄວາມ­ນີ້­ພາສາ­ໄທຍ໌ ຫາກເຮົາ­ມົວ­ແຕ່ວ່າ­ດັ່ງ­ນີ້­ຢູ່ ແລະ­­ໃຜ­ຢືນ­ຢູ່­ຈຸດ­ໃດ­ກໍວ່າຂອງ­ຕົນ­ຖືກ ແລ້ວ­ກໍວ່າຂອງ­ຄົນ­ອື່ນ­ຜິດ ໃນ­ທີ່­ສຸດ­ກໍວ່າຫາ­ວ່າ ທ່ານເອົາ­ນໍາ­ໄທຍ໌ ຂ້ອຍ­ນີ້­ໃຊ້­ພາສາລາວ­ຖືກ ທ່ານ­ໃຊ້­ຜິດ ຖຽງ­ກັນ­ໄປ­ກັນມາ ໃນ­ທີ່­ສຸດ­ຜິດ­ນໍາ­ກັນ­ທັງ­ສອງ ຜົນ­ໄດ້­ຮັບ­ຄື­ຊາດ.
----------------------------
- ຢ່າງ­ໃດ ຜູ້­ຂຽນ ຈະ­ບໍ່­ຢືນການ­ວ່າ­ວ່າ­ຄົນ­ນັ້ນ­ໃຊ້­ພາສາຊອດກະ­ຈາ ແລະ­ຄົນ­ນີ້ເວົ້າ­ຜິດ ຄົນ­ນັ້ນ­ຂຽນ­ຜິດ, ຄົນ­ນັ້ນເວົ້າ­ຖືກ ຄົນ­ນີ້ເວົ້າ­ຖືກ ເພາະ­ຜູ້­ຂຽນ­ຍັງ­ຢືນການ­ຢູ່ວ່າ ຄວາມເວົ້າຂອງ­ຄົນ­ລາວ­ທຸກ­ຄວາມ ແລະ­ສໍານຽງ­ສຽງເວົ້າຂອງ­ລາວ­ທຸກ­ທ້ອງ­ຖິ່ນ­ລ້ວນ­ແຕ່ເປັນ­ພາສາລາວ (ເວັ້ນເສັຍ­ແຕ່ອອກ­ສໍານຽງ­ໄທຍ໌ ກຸງເທບເທົ່າ­ນັ້ນ ຈຶ່ງ­ຖືວ່າ­ຄົນ­ນັ້ນເວົ້າ­ໄທຍ໌­ແນ່ນອນ ແຕ່ການ­ໃຊ້­ຄໍາ­ແບບ­ໄທຍ໌(­ໃນ­ພາສາລາວ­ພື້ນ­ຖານ­ທົ່ວ­ໄປ ບໍ່­ຈັດ­ວ່າເປັນການເວົ້າພາສາ­ໄທຍ໌ ການເວົ້າພາສາ­ໄທຍ໌ ໃນ­ຄວາມ­ໝາຍ­ນີ້ ຄື­ຄົນ­ທີອອກ­ສຽງ­ຕົນ­ຄ້າຍ­ໄທຍ໌(ສໍານຽງ­ຈຶ່ງ­ວ່າ­ຄົນ­ນັ້ນເວົ້າ­ໄທຍ໌ ໂດຍເພາະ­ຄົນ­ທີ່ເວົ້າ­ສໍານຽງ­ກຸງເທບ) ຫາກ­ສໍານຽງ­ອື່ນ ລ້ວນ­ແຕ່­ໃຊ້­ພາລາວ­ທັງ­ນັ້ນ ເຊັ່ນ­ສໍານຽງ ທ້ອງ­ຖິ່ນ­ຊໍາເໜືອ­ກຸ່ມ­ໜຶ່ງ­ວ່າ "ມິ" ແປ­ວ່າ­ບໍ່ມີ, ອັນ­ນີ້ກໍ­ແມ່ນ­ຄວາມ­ລາວ­ໃນ­ທ້ອງ­ຖິ່ນ, "ມິ­ໄຫຼ້ (ອອກ­ສຽງ­ຄ້າຍ ດ)"(ມິ­ໄດ້) ແປ­ວ່າ­ບໍ່­ໄດ້.
-----------------------------
ເນື້ອ­ໃນ ໜັງ­ສື­ພຣະ­ລັກ-ພຣະ­ລາມ ໜ້າ ໓໓
-----------------------------
ນ້ໍາ­ນົມນາງກວນນາຫຼວງ­ຜູ້ເປັນ­ແມ່ນັ້ນ­ແລເມື່ອ­ນັ້ນ­ຂາ­ທັງ­ສອງ­ຜົວເມັຽຈິ່ງ(໑໘)
ພ້ອມ­ກັນຂານຄໍາພຣະ­ຍາ­ອິນ­ວ່າ ເຈົ້າ­ກູມັກ­ໄຄ່ຢາກ­ໄດ້ກໍຈົ່ງເອົາ ກໍຂ້າເທີ້ນ ເຜືອ­ກໍ
ພ້ອມ­ກັນ­ໃຫ້ອະ­ນຸຍາດ­ແກ່ເຈົ້າ­ກູ­ແລ້ວ­ແລ ຄັນ­ວ່າຂາ­ທັງ­ສອງເຖົ້າ­ຜົວເມັຽ­ໃຫ້ອະ­ນຸຍາດ
­ແລ້ວ ພຣະ­ຍາ­ອິນ­ກໍມີ­ໃຈ­ອັນຊົມ­ຊື່ນດີມາກ­ນັກ ແລ້ວ­ຂາ­ທັງ­ສອງເຖົ້າ­ກໍອຸ້ມ
ເອົາ­ທ້າວ­ລຸລ­ລຸມາຈຸບ­ຊົມ­ດົມ­ຂ­ມ່ອມ­ແລ້ວ­ກ່າວ­ວ່າ ຕາຕະ­ ດູຣາ­ທ້າວ­ລຸລ­ລຸ
ສາຍ­ໃຈ­ລູກ­ຮັກ­ແກ່ເຜືອ­ທັງ­ສອງ­ພໍ່­ແມ່ ບັດ­ນີ້­ພຣະ­ຍາ­ອິນ­ກໍຈັກເອົາເຈົ້າເມືອເມືອງ
­ແຖນ ພັດ­ພາກ­ຈາກ­ພໍ່­ແມ່ນ­ທັງ­ສອງ­ໃນ­ວັນ­ນີ້­ແລນາ ຄັນ­ວ່າເ​ຈົ້າ­ລົງມາເກີດ­ໃນ
ເມືອງ­ອິນ­ທະ­ປະ­ຖານະ­ຄອນ­ທີ່ນີ້ ເຈົ້າ­ຈົ່ງມາເກີດ­ກັບດອມເຜືອ­ພໍ່­ແມ່ນ­ທັງ­ສອງ­ນີ້
ເທີ້ນ ເມື່ອ­ນັ້ນ­ທ້າວ­ລຸລ­ລຸ­ໄດ້ຍິນ­ຄໍາ­ພໍ່­ແມ່­ທັງ­ສອງ ກ່າວເຊິ່ງ­ຕົນສັນ­ນີ້ ເຈົ້າ­ກໍ
ຮ້ອງ­ໃຫ້ ມີ­ໜ້າ­ອັນເຕັມ­ໄປ­ດ້ວຍ­ນ້ໍາຕາຕາມ­ພາສາເດັກ­ນ້ອຍ­ແລ້ວເຈົ້າຈິ່ງ­ກ່າວ
ວ່າ­ຂ້າ­ແຕ່­ພໍ່­ແມ່ນເປັນເຈົ້າ ຜູ້­ຂ້າເກີດມາ­ໃນ­ຊາດ­ອັນ­ນີ້ ກໍເປັນ­ທຸກ­ແທນ­ພໍ່­ແມ່ເປັນ
ເຈົ້າມາກ­ນັກ. ເຫດ­ວ່າ­ບໍ່ມີ­ຕີນ­ແລະ­ມືອັນຈັກຢ່າງ­ໄປມາ ເໝືອນ­ທ່ານ­ທັງ­ຫຼາຍ
­ໄດ້­ຂໍ­ໃຫ້­ພໍ່­ແມ່­ທັງ­ສອງ­ໃຫ້ອະ­ນຸຍາດ­ແກ່­ຜູ້­ຂ້າ ຢ່າ­ໃຫ້ (໑໙) ເປັນບາບເປັນ­ກໍາ ແດ່ກໍ
ຂ້າເທີ້ນ ໃນເມື່ອ­ຜູ້­ຂ້າ­ໄດ້­ລົງມາເກີດ­ໃນ­ຊາດ­ໜ້າ­ນີ້ ກໍ­ໃຫ້­ຜູ້­ຂ້າ­ມີອິດ­ທິ­ຣິດ­ທີ­ແລະ­ຮູບ
­ໂສມອັນງາມ­ແດ່ເທີ້ນ ອັນ­ນຶ່ງ­ໃນເມື່ອ­ຜູ້­ຂ້າ­ລົງມາເກີດ­ໃນ­ຊາດ­ອັນ­ໜ້າ­ນີ້ກໍດີ ລອນ
ວ່າບໍ່­ໄດ້ເກີດ­ໃນ­ທ້ອງ­ແມ່­ແລ້ວ­ແລ ໄປເກີດ­ໃນ­ທີ່ອື່ນ­ທີ່­ໄກ­ກໍບໍ່­ຮູ້­ໄດ້­ແລ ເຫດ­ວ່າ­ຜູ້
ຂ້າ­ຂຶ້ນເມືອເມືອງ­ແຖນ­ແລ້ວ ຝູງ­ໝູ່­ຊາວ­ຜີ­ແຖນ­ທັງ­ຫຼາຍ ກໍຈັກ­ຫຼໍ່­ລ້ຽງ
ຂ­ວັນ­ແຫ່ງ­ຜູ້­ຂ້າ­ແລ້ວ ດັ່ງ­ນີ້­ຜູ້­ຂ້າກໍຈັກມີ­ໃຈ­ອັນຫຼົງ­ລືມເສັຍບໍ່­ຮູ້­ຈັກ­ຍັງ­ຊາດ­ອັນເກົ່າ­ໄດ້
­ແລ ວ່າ­ດັ່ງ­ນັ້ນ­ສ່ວນ­ອັນ­ວ່າ­ຖ້ອຍ­ຄໍາພຣະ­ຍາ­ອິນ ລົງມາຖາມ­ທ້າວ­ລຸລ­ລຸກັບ­ທັງ
ພຣະ­ຍາ­ອິນ­ວ່າ ຈັກເອົາ­ທ້າວ­ລຸລ­ລຸໜີເມືອເມືອງ­ຟ້າເມືອງ­ແຖນ­ນັ້ນ ກໍລື­ຊາຜາ
ກົດ­ໄປເຖິງ­ພຣະ­ຍາ­ວິ­ຣຸລຫະ­ ອັນເປັນເຈົ້າເມືອງ­ອິນ­ທະ­ປະ­ຖານະ­ຄອນ­ຫັ້ນ­ແລ ຄັນ
ວ່າພຣະ­ຍາ­ວິ­ຣຸລຫະ­­ໄດ້­ຮູ້­ແຈ້ງ­ແລ້ວ ພຣະ­ຍາ­ຈິ່ງ­ທັນເສນາອາມາດມາ­ຊຸມ­ນຸມ
ກັນ­ໃນ­ຜາສາດ­ແຫ່ງ­ຕົນ­ແລ້ວ ພຣະ­ຍາ­ຈິ່ງ­ຖາມເສນາອາມາດ­ທັງ­ຫຼາຍ­ວ່າ ດູຣາ
ທ່ານ­ທັງ­ຫຼາຍ ສ່ວນ­ດັ່ງ­ທ້າວ­ລຸລ­ລຸຜູ້ນີ້ມັນ­ກໍມາເກີດ­ໃນກວນນາຫຼວງ ອັນເປັນ
ຂຸນເປັນນາຍ ເຮັດ­ໄຮ່ນາ(໒໐) ໃຫ້­ໄດ້ເຂົ້າ­ໃສ່ເຫຼັ້ມ­ສາງ­ແຫ່ງເຮົາ­ສັນ­ນີ້ ເໝືອນ­ດັ່ງ (ຈົບ­ໜ້າ ໓໓)
(ຂຽນ­ກ່າຍອອກມ­ຈາກ­ໜັງ­ສື­ພຣະ­ລັກ-ພຣະ­ລາມ ຄໍາ­ຕໍ່­ຄໍາ-ຮູບ­ຕໍ່­ຮູບ)
--------
ໝາຍເຫດ : "ກວນ" ເດີມ­ອາດ­ຂຽນເປັນ "ກ­ວານ" ແຕ່­ໃນ­ໜັງ­ສືນີ້­ຂຽນ "ກວນ" ກໍຂຽນ­ໄປ­ນໍາເພີ່ນ­ກ່ອນ.
-------------------------
­ໃນ­ໜັງ­ສື­ພຣະ­ລັກ-ພຣະ­ລາມ­ພຽງ­ໜ້າດຽວ ເຮົາ­ຍັງ­ພົບການ­ໃຊ້­ພາສາ­ທີ່­ແຕກ­ຕ່າງ­ຈາກ­ຍຸກເຮົາ­ໄປຫຼາຍເຖິງ­ຂະ­ໜາດ­ນີ້, ອັນ­ນີ້ເຮົາຈະ­ວ່າ ບັນ­ພະ­ບູຣຸດເຮົາ­ນັ້ນ ­ໃຊ້­ພາສາຊອດກະ­ຈາ­ໄດ້ບໍ ? ແຕ່ເມື່ອມາ­ສຶກ­ສາ­ຄັກໆ­­ແລ້ວ ບໍ່­ແມ່ນ­ຊອດກະ­ຈາເລີຍ ຫາກ­ແມ່ນ­ຄວາມ­ຫຼາກ­ຫຼາຍ­ຂອງ­ພາສາ, ສະ­ນັ້ນ, ການ­ທີ່ການ­ໃຊ້­ພາສາ­ໃນ­ໜັງ­ສື­ພະ­ລັກ-ພຣະ­ລາມ ມີ­ຫຼາຍ­ຄໍາ­ແປງ­ຮູບມາເປັນ­ຮູບ­ອື່ນກະ­ມີ ເຊັ່ນ ຈັກ, ຈິ່ງ, ເສັຽ, ກັບກາຍມາເປັນ ຈະ­, ຈຶ່ງ, ສາ ເຮົາ­ກໍບໍ່­ໄດ້ວ່າການ­ ປ່ຽນ­ແປງ­ຈະ­ບໍ່ເກີດ­ຂຶ້ນ, ເພາະ­ເຮົາຍອມ­ຮັບ­ຄວນ­ປ່ຽນ­ແປງເຮົາ­ຈຶ່ງ­ສຶກ­ສາອະ­ດີດ, ແລ້ວເມື່ອເຮົາ­ຮູ້ວ່າ­ມັນ­ປ່ຽນ­ແປງ ເຮົາ­ຕ້ອງ­ຮູ້ວ່າ­ມັນ­ປ່ຽນ­ແປງມາຈາກ­ໃສ ນັ້ນ­ແລ້ວ­ສໍາ­ຄັນກ­ວ່າການ­ທີ່ມາບອກ­ວ່າ "ຜູ້ນັ້ນ­ຂຽນ­ຜິດ ຜູ້ນີ້­ຂຽນ­ຖືກ" ຄໍາ­ວ່າ ຈັກ ປ່ຽນມາເປັນ ຈະ­ ດຽວ­ນີ້ ເຮົາມາ­ນິຍົມ­ກັນ­ໃຊ້ ຊິ ແທນ ຈະ­ ໃຫ້ບາງ­ສໍານວນ­ປະ­­ໂຫຍກ ­ແລ້ວເຮົາຈະ­ວ່າ­ຄົນ ­ໃຊ້ ຊິ "ເວົ້າຄວາມ­ລາວ, ຄົນເວົ້າຈະ­ ໃຊ້­ຄວາມ­ໄທຍ໌, ອັນ­ນີ້ບໍ່ເຫັນ­ສົມ­ຄວນເລີຍ, ຄວນ­ສອນ­ໃຫ້­ຄົນເຂົ້າ­ໃຈ­ໃຊ້ "ຈະ­" ກັບ "ຊິ" ໃຊ້ເມື່ອ­ໃດ­ນີ້­ຈຶ່ງ­ຈະ­ຖືກ­ຕ້ອງກ­ວ່າ, ແລ້ວ­ຈະ­ບໍ່­ຄວນ­ຈະ­ບອກ­ວ່າ ຄົນເວົ້າພາສາລາວ­ລ້ວນໆ­ ຫຼື­ພາສາ­ທ້ອງ­ຖິ່ນ­ລ້ວນໆ­ ເປັນການ­ໃຊ້­ພາສາຊອດກະ­ຈາເລີຍ. ເຮົາ­ຮູ້­ຢູ່­ແກ່­ໃຈ­ແລ້ວ­ວ່າ ພາສາລາວ­ມີ­ຫຼາຍ­ສໍານຽງ, ມີ­ຫຼາຍ­ທ້ອງ­ຖິ່ນ, ການ­ໃຊ້­ຄໍາ ມີອັນເໝືອນ­ກັນ ແລະ­­ແຕກ­ຕ່າງ­ກັນ­ຢູ່­ແລ້ວ ເປັນ­ຫຍັງເຮົາ­ຈຶ່ງ­ບໍ່ຍອມ­ຮັບ­ມັນ ແລ້ວ­ຍ່ອມ­ຮັບເອົາ­ຄໍາ­ທີ່ຍອດ­ຍິ່ງ ແລະ­ເປັນ­ທີ່ນິຍົມ ຮູ້­ຈັກ­ແລະ­ເຂົ້າ­ໃຈ­ກັນ­ທົ່ວ­ໄປມາເປັນ­ພາສາ­ໃນ­ວົງ­ສາຄະ­ນາຍາດ­ແຫ່ງ­ຊາດ­ ລາວ­ໃຫ້­ຈະ­­ແຈ້ງ­ລະ­ ?
- ເຮົາຈະ­ຢັງ­ຢືນ­ຢູ່­ໃນ­ແນວ­ຄິດ­ທ້ອງ­ຖິ່ນ­ຂອງ­ຕົນເອງ­ວ່າ­ຖືກ­ທັງ­ໝົດ­ນັ້ນ ມັນເປັນ­ໄປ­ໄດ້ຍາກ­ທີ່­ສຸດ­ໃນການ­ພັດ­ທະ­ນາພາສາ ການ­ທີ່­ພັດ­ທະ­ນາ ໄດ້ດີນັ້ນ ເຮົາ­ຮູ້­ແລ້ວ­ວ່າ ລາວເຮົາ­ມີ­ທ້ອງ­ຖິ່ນ­ໃຫຍ່ໆ­ຢູ່­ຕັ້ງ ໔ ທ້ອງ­ຖິ່ນ ຄື ທ້ອງ­ຖິ່ນເໜືອ, ທ້ອງ­ຖິ່ນກາງ ແລະ­ທ້ອງ­ຖິ່ນ­ໃຕ້ ແລະ­ທ້ອງ­ຖິ່ນ­ຕາເວັນອອກ­ສຽງເໜືອ ແລະ­­ໃນ­ແຕ່­ລະ­ທ້ອງ­ຖິ່ນເຮົາ­ຍັງ­ມີອັດ­ຕະ­ລັກ­ຂອງ­ຊຸມ­ຊົນ ແລະ­ເຜົ່າ­ຊົນ­ອີກ­ຕ່າງ­ຫາກ, ທັງ­ໝົດເຮົາ­ກໍຮູ້­ແລ້ວ­ວ່າ­ແຕ່­ລະ­ທ້ອງ­ຖິ່ນ­ນັ້ນ ຍ່ອມ­ມີ­ຄວາມ­ແຕກ­ຕ່າງ­ກັນ­ຢ່າງ­ລົງ­ຕົວ, ເປັນ­ຫຍັງເຮົາ­ຊິບໍ່ຍອມ­ຮັບ­ໄດ້ວ່າ ພາສາລາວ­ໃນ­ແຕ່­ລະ­ທ້ອງ­ຖິ່ນ­ນັ້ນ ຄື­ພາສາ­ວົງ­ສາຄະ­ນາຍາດ­ລາວ ແທນ­ທີ່­ທີ່ເຮົາຈະ­ມາ­ຢືນການເອົາ­ແຕ່­ທ້ອງ­ຖິ່ນດຽວເປັນ­ຫຼັກ ແລ້ວມາບອກ­ວ່າ­ອັນ­ນີ້­ຜິດ­ອັນ­ນີ້­ຖືກ­ລະ­ ?
- ຄົນ­ລາວເຮົາ ຍ້ອນ­ຖືອັດ­ຄະ­ວິ­ໄສ ແລະ­ອະ­ຄະ­ຕິວິ­ໄສ­ນີ້­ແລ້ວ ຈຶ່ງເຮັດ­ໃຫ້ການ­ພັດ­ທະ­ນາພາສາ ແລະ­ອັກ­ສອນ­ໄປ­ໃນ­ທາງ­ທີ່­ຊັກ­ຊ້າ­ລ້າຫຼັງ ເປັນເວ­ລາ ໗໖ ປີ (໑໙໓໕-໒໐໑໑) ເປັນ­ຢ່າງ­ນ້ອຍ
- ຜູ້­ຂຽນ­ຄິດ­ວ່າ ພາສາລາວ­ແຕ່­ລະ­ ທ້ອງ­ຖິ່ນ ເປັນເຄົ້າ­ມູນ­ຂອງ­ພາສາລາວ­ແຫ່ງ­ຊາດ, ຄວາມ­ຫຼາກ­ຫຼາຍ­ຂອງ­ພາສາລາວ ຄື­ຈຸດ­ກໍາເນີດ­ແຫ່ງ­ຄວາມເປັນ­ຊາດ­ລາວ­ທີ່ມີເອກະ­ລັກ ແລະ­ພັດ­ທະ­ນາ, ຂ້າພະ­ເຈົ້າຍອມ­ຮັບ­ໃນເຄົ້າ­ມູນ­ແຫ່ງ­ພາສາລາວ­ທີ່­ປາ­ກົດ­ຕົວ­ໃນ­ ແຕ່­ລະ­ທ້ອງ­ຖິ່ນ ແລະ­ຂ້າພະ­ເຈົ້າເອງ­ບໍ່ຍອມ­ຮັບ­ວ່າ­ຄົນເວົ້າພາສາລາວ­ລ້ວນໆ­ (ເຖິງ­ມີ­ຄໍາ­ທ້ອງ­ຖິ່ນ­ປົນ­ຢູ່ກໍຕາມ) ວ່າເປັນ­ພາສາຊອດກະ­ຈາ, ແຕ່­ຈະ­ຍອມ­ຮັບ­ໃນການ­ຂຽນ­ຜິດ­ຮູບ ແລະ­ເວົ້າ­ຜິດ­ສຽງ­ນັ້ນ­ສອດ­ຄ່ອງ­ກັບ­ທິດ­ສະ­ດີ­ພາສາ­ວິບັດ ແລະ­ອັກ­ຂະ­ຣະ­ວິບັດ ອັນ­ພາສາ­ວິບັດ, ອັກ­ຂຣະ­ວິບັດ ແລະ­ພາສາຊອດກະ­ຈະ­ນັ້ນ ເປັນເຊັ່ນ­ໃດ ເປັນ­ດັ່ງ­ນີ້­ຄື.
- ຕາມການ­ສຶກ­ສາ ສອບ­ຖາມ ເລື່ອງການ­ກໍາເນີດ ທິດ­ສະ­ດີດ­ພາສາຊອດກະ­ຈາ ແລະ­ພາສາ­ວິບັດ­ນັ້ນ ຄືດັ່ງ­ນີ້.
ກ. ຄໍາ­ວ່າພາສາ­ວິບັດ : ຍັງ­ບໍ່­ທັນ­ຮູ້­ໄດ້ວ່າເກີດ­ປີ­ໃດ ແຕ່­ພໍອະ­ນຸມານ­ໄດ້ວ່າ ເກີດ­ຫຼັງ­ຈາກ­ປີ ຄ.ສ ໑໙໓໕ ເປັນ­ຕົ້ນມາ ເພາະ­­ໄລຍະ­ນີ້ ເປັນ­ຍຸກ­ປ່ຽນ­ແປງ ພາສາ ແລະ­­ແນວ­ຄິດ­ຊາດ­ຂຶ້ນມາ(ເພາະ­­ໄລຍະ­ນັ້ນ ມີການກະ­ກຽມ­ປະ­ກາດເອກະ­ຣາດ­ຈາກ­ຝ­ຣັ່ງ) ການ­ໃຊ້­ພາສາ­ວິບັດ­ນັ້ນເປັນເຊັ່ນ­ໃດ ມີ­ຄົນເວົ້າພາສາ­ຜິດເຄົ້າ­ຜິດ­ມູມ ແລ້ວ­ກໍມີນັກ­ຄິດ­ໃນ­ສະ­­ໄໝ­ນັ້ນ ຕັ້ງ­ກົດເກນ­ນີ້­ຂຶ້ນມາ ແຕ່­ຕາມ­ທີ່ຍິນມາ ກໍມີການ­ຖົກ­ຖຽງ­ກັນ­ຢູ່ວ່າ ການ­ໃຊ້­ພາສາ­ວິບັດເປັນ­ແລ້ວ­ໃນ­ຫຼາຍ­ຄົນ­ກໍ­ໃຫ້­ທັດ­ສະ­ນະ­ ແລະ­ສະ­ຫຼຸບ­ໄດ້ວ່າ(ຍັງ­ບໍ່ມີການ­ບັດ­ທຶກ­ໄດ້ຍິນ­ຕາມ­ຜູ້ເຖົ້າ­ຜູ້­ ແກ່­ສະ­­ໄໝ­ນັ້ນເວົ້າ­ໃຫ້­ຟັງ­ຊື່ໆ­) ພາສາ­ວິບັດ­ນັ້ນ ຄື ເວົ້າພາສາ­ຜິດ­ສຽງ ເຊັ່ນ ຊິອີ໋ວ ພັດອອກ­ສຽງ­ວ່າ ຊິອິ້ວ,(ບໍ່­ແມ່­ພາສາລາວ ແຕ່ມັນ­ຕິດ­ພັນ­ກັບ­ພາສາລາວນານ­ແລ້ວ ພຽງ­ແຕ່ຍົກ­ຕົວ­ຢ່າງ­ວ່າ­ຜິດ­ສຽງເປັນເຊັ່ນ­ໃດ) ຣັສ­ມີ ອອກ­ສຽງ­ວ່າ ຣັດ­ສະ­ໝີ, ປ­ຣັຊຍາ(ປັດ­ຊະ­ຍາ) ອອກ­ສຽງ­ປັດ­ສະ­ຍາ ຫຼື­ປາດ­ສະ­ຍາ ດັ່ງ­ນີ້, ຕໍ່ມາ­ກໍມີ­ຄໍາ­ວ່າ ອັກ­ຂະ­ຣະ­ວິບັດ ຂຶ້ນມາ­ອີກ ເຊິ່ງ­ຜູ້­ສັນ­ທັດ­ກໍຣະ­ນີນີ້ ອະ­ທິບາຍ­ວ່າ ອັກ­ຂະ­ຣະ­ວິບັດ­ນັ້ນ ຄື ຂຽນ­ພາສາພາສອນ­ລາວ­ທີ່­ຜິດ­ໄປຈາກ ຣາຊະ­ບັນ­ຍັດເລກ­ທີ ໑໐ (­ແຕ່ກໍບໍ່ມີ­ຫຼັກ­ຖານ­ຂຽນ­ໄວ້­ຈະ­­ແຈ້ງ)
ຂ. ຄຳວ່າ ພາສາຊອດກະ­ຈາ ບາງ­ທ່ານ­ກໍວ່າເກີດ­ ກ່ອນ­ປົດ­ປ່ອຍ­ຈັກ­ໜ່ອຍ, ເພາະ­ວ່າ­ໃນ­ຂະ­ນະ­ນັ້ນ ມີ­ຄົນ­ລາວເຮົາ "ໜ້າ­ຊິ­ແມ່ນ­ພວກ­ໄວ­ໜຸ່ມ"(­ແຕ່­ຄົນເກົ່າບອກ­ວ່າ ບໍ່­ແມ່ນ­ແຕ່­ໄວ­ໜຸ່ມ ເຫັນ­ວ່າ­ມີການເວົ້າ­ໃນ­ວົງການ­ຣາຊະ­ການ­ຂະ­ນະ­ນັ້ນ­ດ້ວຍ) ເວົ້າພາສາລາວ­ຄຳໜຶ່ງ ເວົ້າພາສາ­ອັງ­ກິດ-ຝ­ຣັ່ງ­ຄຳໜຶ່ງ­ປົນ­ກັນ, ລັກ­ສະ­ນະ­ ເຊັ່ນ­ນີ້­ຮຽກ­ວ່າພາສາຊອດກະ­ຈາ (ຄືບໍ່­ໄດ້ເວົ້າພາສາ­ລ້ວນໆ­ນັ້ນເອງ), ໄລຍະ­ປີ ໑໙໘໙-໑໙໙໐ ຂະ­ນະ­ນັ້ນ ກໍເຫັນ­ມີການ­ກ່າວເຖິງ­ພາສາຊອດກະ­ຈາເໝືອນ­ກັນ, ຈຶ່ງ­ມີ­ຜູ້ອະ­ທິບາຍ­ວ່າ ການເວົ້າຄຳລາວ­ແທ້ໆ­ ທີ່ເວົ້າສຳນຽງ­ໃດ­ກໍຕາມ ຫຼື­ຄຳທ້ອງ­ຖິ່ນ­ໃດ­ກໍຕາມ ບໍ່­ແມ່ນການເວົ້າຊອດກະ­ຈາ ຫາກ­ແຕ່ວ່າການເວົ້າພາສາຊອດກະ­ຈາ ຄືການເວົ້າພາສາລາວ­ປົນ­ກັບ­ພາສາ­ຕ່າງ­ປະ­ເທດ (ເຊິ່ງ­ບໍ່­ແມ່ນ­ພາສາ­ໃນ­ວົງ­ສະ­ກຸນດຽວ­ກັນ) ນັບ­ແຕ່ນັ້ນມາການເວົ້າເຖິງ­ທິດ­ສະ­ດີ­ພາສາຊອດກະ­ຈາ ກໍຄ່ອຍໆ­ເຊົາ­ນິຍົມ­ລົງເທົ້າ­ບັດ­ນີ້­ແລ.

ไม่มีความคิดเห็น:

แสดงความคิดเห็น