วันพุธที่ 17 กันยายน พ.ศ. 2557

ໄຊຍະບູຣີ ເມືອງແຫ່ງໄຊຊະນະ

 ໄຊຍະບູຣີ ເມືອງແຫ່ງໄຊຊະນະ
--------------
ຄົ້ນຄວ້າໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
--------------
- ໄຊຍະ ມີຄວາມໝາຍດຽວກັບ ຊະນະ, ໃນພາສາປາລີ ຊຍະ ແປວ່າ ຊນະ, ຊະຍະ ເຊິ່ງແປງສັບໄດ້ຫຼາຍ ຄື ໄຊຍະ, ຊັຍ ໃນພາສາລາວ ມັກຈະເອົາຄຳສອງຄຳມາລວມກັນ ຄື ຊັຍ ກັບ ຊນະ ມາລວມກັນ ຈະໄດ້ຄຳໃໝ່ວ່າ ຊັຍຊນະ ຂຽນວ່າ ຂຽນຕາມແບບປັດຈຸບັນ ໄຊຊະນະ,

- ສະນັ້ນ ຄຳວ່າ "ໄຊຍະ" ຈຶ່ງແປວ່າ ໄຊຊະນະ ຫຼືເປັນພາສາລາວວ່າ ຜາບແພ້ (ເຊິ່ງໝາຍຄວາມວ່າ ປາບປາມຈົນຝ່າຍແພ້) ຜູ້ຝ່າຍແພ້ ເປັນຜູ້ປຣາໄຊຍ໌, ຜູ້ຜາບໃຫ້ຝ່າຍແພ້ ເປັນຜູ້ໄດ້ໄຊຊະນະ (ສະນັ້ນ ເວລາວ່າ "ແພ້" ໝາຍເຖິງ ເສັຍໄຊຊະນະ ຫຼືອັປຣາໄຊຍ໌, ຫຼືຮຽກວ່າ "ຜູ້ຜ່າຍແພ້", ສ່ວນຜູ້ຊະນະ ໝາຍເຖິງຜູ້ ຜາບແພ້ ຫຼືຜູ້ມີໄຊຍ໌ນັ້ນເອງ)

- ຄຳວ່າ ບູຣີ ເປັນພາສາປາລີ ກົງກັບຄຳວ່າ ນະຄອນ(ນຄຣໍ-ນະຄະຣັງ ຫຼື ນະຄອນ), ນະຄອນເປັນເມືອງຫຼວງຂອງອານາຈັກ, ມະຫາອານາຈັກນັ້ນມີອຳນາດຫຼາຍຮຽກວ່າ "ມະຫານະຄອນ" ກໍເປັນເມືອງເອກຂອງອານາຈັກນັ້ນ, ໃນ "ມະຫານະຄອນນັ້ນ" ມີບັນດາອານາຈັກນ້ອຍໆຂຶ້ນກັບ ຈະຮຽກວ່າ "ເມືອງ" ເມືອງເປັນພາສາລາວ, ເຊິ່ງກົງກັບຄຳວ່າ "ບູຣີ" ມາຈາກປຸຣະ, ປຸຣີ ເຊັ່ນ ຈັນທະບູຣີ ແປວ່າ ເມືອງຈັນທນະ, ຫຼືເມືອງຈັນ, ເມືອງນັ້ນພາສາລາວເຮົາມີໃຊ້ອີກຄຳໜຶ່ງວ່າ "ວຽງ" ເຊັ່ນ ວຽງຈັນທນ໌ ກໍໝາຍເຖິງເມືອງຈັນທນະ (ເມືອງຈັນ), ນອກຈາກນັ້ນກໍມີຄຳໜຶ່ງອີກທີ່ໃຊ້ຮຽກເມືອງ ຄື "ຊຽງ" ເຊັ່ນ ພຣະນະຄອນຫຼວງພຣະບາງໃນອະດີດກ່ອນ ແລະສະໄໝດຽວກັບພຣະເຈົ້າຟ້າງຸ່ມວ່າ "ຊຽງທອງ" ເປັນຄຳຮຽກທີ່ສັ້ນໆ ແຕ່ຫາກຮຽກໃຫ້ໝົດນາມ ຄື "ຊຽງທອງຄຳ" ຫາກຈະຮຽກໃຫ້ກົງກັບຄວາມໝາຍທີ່ຮຽກກັນໃນປັດຈຸບັນ ກໍຄື "ຊຽງຄຳ" ແຕ່ ຊື່ທີ່ແທ້ຂອງພຣະນະຄອນແຫ່ງນີ້ ຄື "ພຣະນະຄອນຊຽງທອງ" ໝາຍເຖິງ "ພຣະນະຄອນຊຽງທອງຄຳ" ຫາກຈະຕີຄວາມໝາຍ "ກໍໝາຍເຖິງເມືອງແຫ່ງທອງຄຳ ຫຼືເມືອງແຫ່ງຄວາມຮຸ່ງເຮືອງເຫຼືອງ ເຫຼື້ອມເໝືອນທອງຄຳ, ນັກປະຫວັດສາດຮຸ່ນກ່ອນ ລວມທັງມະຫາສີລາ ວິຣະວົງ ໄດ້ໃຫ້ຄວາມໝາຍ ແລະທີ່ມາຂອງຄຳວ່າ "ຊຽງທອງ" ຄື ເມືອງລາວນີ້ ເປັນໜຶ່ງໃນສຸວັນນະພູມ ເປັນເມືອງບູຮານກ່ອນປະຫວັດສາດ ເມື່ອລາວມາຕັ້ງມະຫາອານາຈັກລ້ານຊ້າງຢູ່ລ່ອງແມ່ນ້ຳຂອງ ຈຶ່ງຕັ້ງຊື່ເມືອງຫຼວງຂອງຕົນໃຫ້ສອດຄ່ອງກັບ ຄຳວ່າ "ສຸວັນນະພູມ-ພາສາປາລີ"(ແປວ່າ ປະເທດຄຳ) ໃຫ້ເປັນພາສາລາວຈຶ່ງໃຊ້ຄຳວ່າ "ຊຽງທອງ" ອັນນີ້ຜູ້ຂຽນໄດ້ຄົ້ນພົບວ່າເມືອງລາວບູຮານ ເຕັມໄປດ້ວຍຄວາມໝາຍຂອງຄຳວ່າ "ທອງຄຳ" ຫຼືສຸວັນນະພູມ ຄື "ເມືອງສຸວັນນະ ໂຄມຄຳ, ເມືອງຊຽງຄຳ, ເມືອງວຽງຄຳ, ເມືອງສຸວັນນະເຂດ(ສວັນຄ໌ນະເຂຕ) ເມືອງວັງອ່າງຄຳ, ເມືອງຄຳ(ຊຽງຂວາງ) ແລະອື່ນໆ ຄຳນິຍາມທີ່ວ່າ "ຊຽງທອງ" ມາຈາກສຸວັນນະພູມ ຈຶ່ງມີເຫດຜົນພຽງພໍ.

- ໃນພາສາລາວ "ນອກຈາກໃຊ້ຄຳວ່າເມືອງ, ວຽງ ແລ້ວ ຊຽງ ກໍໝາຍເຖິງເມືອງ ມີສະຖານະເທົ່າກັບ ວຽງ ແລະມີເມືອງລາວ ທີ່ໃຊ້ຊຽງ ຫຼາຍເມືອງ ເຊັ່ນ ຊຽງຂວາງ (ເມືອງຂວາງ-ອາດເປັນເມືອງຂວາງໂລກະບານ ໃນຕຳນານລາວ) ຊຽງຂອງ(ຝັ່ງໄທຍ໌ກົງກັບບໍ່ແກ້ວ ແປວ່າ ເມືອງຂອງ) ຊຽງແມນ (ເມືອງແມນ) ຊຽງມ່ວນ (ເມືອງມ່ວນ) ຊຽງໝັ້ນ(ເມືອງໝັ້ນ) ຊຽງຄໍ້ (ເມືອງຄໍ້) ນອກດິນລາວປັດຈຸບັນ ແຕ່ເຄີຍເປັນຊຸມຊົນອິດທິພົນຄົນເຊື້ອສາຍລາວ ຄື ຊຽງໃໝ່(ເມືອງໃໝ່) ຊຽງຕຸງ(ເມືອງຕຸງ-ຫຼືວຽງຕຸງ=ຕຸງ ໃນພາສາເໜືອ ໝາຍເຖິງທຸງ ເມືອງທຸງ) ຊຽງຮຸ່ງ (ເມືອງຮຸ່ງ) ໃນເມືອງພາກເໜືອ ມັກຈະມີ "ຊຽງ ແລະວຽງ" ເປັນຈຳນວນຫຼວງຫຼາຍ.

-ໄຊຍະບູຣີ ຈຶ່ງແປວ່າ ເມືອງ, ວຽງ, ຊຽງ ແຫ່ງໄຊຊະນະ ຫຼືຈະແປໃຫ້ກົງກັບປັດຈຸບັນ ກໍຄື ເມືອງແຫ່ງໄຊຊະນະ.

- ຄວາມເປັນມາໂດຍສັງເຂບຂອງເມືອງໄຊຍະບູຣີ ເມືອງໄຊຍະບູຣີ ໃນອະດີດເປັນສ່ວນໜຶ່ງຂອງພຣະນະຄອນຫຼວງພຣະບາງ ໃນອານາຈັກລ້ານຊ້າງຫຼວງພຣະບາງ, ມີຊາຍແດນຕິດກັບເມືອງຊຽງຄານ ເຊິ່ງຂຶ້ນກັບພຣະນະຄອນຈັນທະບູຣີ (ວຽງຈັນ) ປີ ໑໗໗໙ ເມືອງລາວທັງໝົດໄດ້ຕົກ ເປັນຫົວເມືອງຊ່ວຍຂອງສຍາມ ຊາວສຍາມໄດ້ກວາດຕ້ອນເອົາຄົນລາວໃນເຂດນີ້ລົງໄປຍັງຫົວເມືອງຝ່າຍ ໃນຂອງສຍາມ ແລະມອບໃຫ້ເມືອງສຳຄັນຕ່າງຕັ້ງຢູ່ໃຫ້ຄົນທ້ອງຖິ່ນປົກ ຄອງແລະເສັຍຊ່ວຍໃຫ້ແກ່ສຍາມ ຫາກເມືອງໃດບໍ່ມີອຳນາດ ເຂັ້ມແຂງກໍຖືກຍຸບ ປີ ໑໘໐໐ ເປັນຕົ້ນມາຈົນຮອດສະໄໝພຣະຈຸນຈອມເກົ້າ ຣ ໕ ຂອງສຍາມໄດ້ແບ່ງຫົວເມືອງລາວອອກເປັນກອງ ແລະຫຼາຍຫົວເມືອງລວມກັນເປັນມົນທົນ ຈົນມາເຖິງປີ ໑໙໘໙ ຝຣັ່ງໄດ້ເອົາເມືອງຫຼວງພຣະບາງເປັນເມືອງອາຣັກຂາ ແລະເອົາລາວທັງ ໝົດເປັນສະຫະພັນອິນດູຈີນ ສຍາມຖືວ່າເປັນໄພຄຸກຄາມຕໍ່ອິດສະຫຼະພາບຕໍ່ສຍາມ ຈຶ່ງຕັ້ງຫົວເມືອງຕ່າງອອກເປັນຈັງຫວັດ ເມືອງລາວ ທີ່ຢູ່ທາງຝັ່ງຂວາມີຫຼາຍຫົວເມືອງກາຍເປັນເມືອງສຍາມ ລວມທັງຈຳປາສັກ ແລະຝັ່ງຂວາຂອງຫຼວງພຣະບາງ ເມືອງຈຳປາສັກ ເພາະເປັນເມືອງເກົ່າແກ່ມາແຕ່ບູຮານ ສຍາມກໍຕັ້ງເປັນຈັງຫວັດຂຶ້ນວ່າ "ຈັງຫວັດນະຄອນຈຳປາສັກ" ສ່ວນຝັ່ງຂວາ ຂອງຫຼວງພຣະບາງສຍາມຕັ້ງໃຫ້ເປັນ "ຈັງຫວັດລ້ານຊ້າງ" ຄືເປັນແຂວງທີ່ໄດ້ມາຈາກລ້ານຊ້າງຫຼວງພຣະບາງ ມີສູນກາງເມືອງຢູ່ບ້ານ ປາກລາຍ ເປັນທີ່ວ່າການຈັງຫວັດ.

- ຈວນຈົນປີ ພສ ໒໔໔໗ ຄສ ໑໙໐໔ ຝຣັ່ງໄດ້ທຳສົນທິສັນຍາກັບສຍາມຕົກລົງເອົາສຽມລຽບພັດຕະບອງສົ່ງໃຫ້ຂະເໝນ ແລະເອົາຈັນທະບູຣີ ແລະຕາກ ໃຫ້ສຍາມ ເພື່ອແລກປ່ຽນກັບແລ້ວ ສຍາມຈຶ່ງຍອມສົ່ງຈຳປາສັກ ແລະຝຣັ່ງຂວາແມ່ນໍ້າຂອງ(ຈັງຫວັດລ້ານຊ້າງ) ໃຫ້ແກ່ຝຣັ່ງເສດ.

- ຈົນເມື່ອລາວໄດ້ເອກະລາດແລ້ວ ໃນປິ ໑໙໔໕ ລາວກໍຕັ້ງຫົວເມືອງຕ່າງໆໃຫ້ເປັນແຂວງ ສ່ວນຈັງຫວັດນະຄອນຈຳປາສັກໃຫ້ເປັນ ແຂວງ ຈຳປາສັກ, ຈັງຫວັດລ້ານຊ້າງໃຫ້ເປັນແຂວງໄຊຍະບູຣີ ໂດຍຖືຣືກວ່າ "ເມືອງແຫ່ງນີ້ກັບຄືນມາດ້ວຍໄຊຊະນະນັ້ນເອງ"
ໄຊຍະບູຣີ
ຈັງຫວັດລ້ານຊ້າງ
ໄທຍໃນຍຸກລ່າອານານິຄົມ

ไม่มีความคิดเห็น:

แสดงความคิดเห็น