วันจันทร์ที่ 15 กันยายน พ.ศ. 2557

ເມົາເຫຼົ້າ + ຂັບລົດ = ອຸບປະຕິເຫດ

ເມົາເຫຼົ້າ + ຂັບລົດ = ອຸບປະຕິເຫດ
———
(ພອຈ.ເນືອງພິລັກ ໂຊຕິທອນ)
ໍ- ຄຳວ່າ “ອຸປະຕິເຫດ, ອຸປັດເຫດ, ອຸບັດເຫດ” ທັງສາມວິທີຂຽນ ແລະສາມຄຳນີ້ ເມື່ອອິງຕາມພັດທະນາການທາງ ອັກຂະຫຼະວິທີລາວນັບແຕ່ອະດີດຮອດປັດຈຸບັນ ເຫັນວ່າມີການໃຊ້ກັນທັງສາມ ມີການຮັບຮູ້ກັນວ່າ ຖືກຕ້ອງຕາມມະຕິສັງຄົມ ແລະເຄົ້າມູນຂອງພາສາ ທີ່ຖືກບັນຍັດໃຊ້ມາ.
- ດັ່ງທີ່ບອກແລ້ວວ່າ ຄຳວ່າ “ອຸປະຕິເຫດ, ອຸປັດເຫດ, ອຸບັດເຫດ” ທັງສາມວິທີຂຽນ ແລະສາມຄຳນີ້ ເຄີຍມີການໃຊ້ມາກ່ອນໃນພັດທະນາການທາງອັກຂະຫຼະວິທີລາວ ແຕ່ລະຍຸກສະໄໝ ແມ່ນວ່າທັງສາມວິທີຂຽນນີ້ ບາງວິທີບໍ່ໄດ້ຖືກບັນຍັດໄວ້ໃນວັດ ຈະນານຸກົມກໍຕາມ ແຕ່ມັນກໍປະກົດຕົວໃນໜັງສືເກົ່າໆຕ່າງໆມາແລ້ວ ມັນຍ່ອມຢັ້ງຢືນໄດ້ວ່າ ທັງສາມຄຳນີ້ມາມາດໃຊ້ໄດ້ໂດຍທາງການ ຕາມຄວາມເໝາະສົມອັນຄວນຂອງຜູ້ໃຊ້ຈະເລືອກໃຊ້.
- ວິທີຂຽນທັງສາມທີ່ກ່າວມາເທິງນັ້ນ ມັນມີເຄົ້າມາຈາກການທີ່ເອົາພາສາພາປາລີ ຫຼືເວົ້າອີກ ຢ່າງໜຶ່ງວ່າ ເອົາຄຳລາວທີ່ໄດ້ມາຈາກພາສາປາລີມາປະສົມດັດແປງກັນ 2 ຄຳ ຄື:
1. ອຸປະຕິ (ເກີດ)
2. ເຫຕຸ (ເຫດ)
- ເອົາສອງຄຳມາຜະສົມກັນແລ້ວໄດ້ຮູບຕາມເຄົ້າເດີມ “ອຸປະຕິເຫຕຸ” ໃນການຂຽນແບບເດີມ ແມ່ນຂຽນແບບນີ້ເວລາອ່ານ ກຳນົດໃຫ້ອ່ານ (ອຸ-ປະ-ຕິ-ເຫດ), ເມື່ອພັດທະນາການອັກຂະຫຼະ ວິທີລາວປ່ຽນໄປກໍຂຽນ “ອຸປະຕິເຫຕ” ແລະ “ອຸປະຕິເຫດ” ຕາມລຳດັບ ການອ່ານກໍອ່ານ ແບບເດີມ (ອຸ-ປະ-ຕິ-ເຫດ), ແຕ່ທັງນີ້ທັງນັ້ນ ການຂຽນແບບນີ້ ແມ່ນຈະກຳນົດໃຫ້ອ່ານວ່າ ອຸປະຕິເຫດ ແຕ່ການອອກສຽງສ່ວນໃຫຍ່ຂອງຄົນລາວ ກໍມັກຈະອອກສຽງເປັນ “ອຸບ-ປະ-ຕິ-ເຫດ” ການອອກສຽງແບບນັ້ນ ບໍ່ໄດ້ໝາຍວ່າອອກສຽງຜິດ ເປັນການອະນຸໂລມໃນການໃຊ້ ອັນເປັນສ່ວນພາສາເວົ້າ ແຕ່ພາສາຂຽນນັ້ນຈະຂຽນ “ອຸບປະຕິເຫຕຸ ຫຼື ອຸບປະຕິເຫດ” ຖືວ່າ ຂຽນຜິດຕາມການກຳນົດແຫ່ງອັກຂະຫຼະວິທີລາວ.
- ຄຳວ່າ “ອຸປະຕິເຫດ” ນອກຈາກເຮົາຈະໄດ້ເຫັນການຂຽນເຊັ່ນນີ້ແລ້ວ ເຮົາຍັງເຫັນການຂຽນ ແລະການອອກສຽງຕ່າງອີກ ຄື “ອຸບັດເຫດ ແລະ ອຸປັດເຫດ” ທັງສອງຄຳນີ້ ໃນອະດີດ ເຫັນໃຊ້ ຄວບຄູ່ກັບ “ອຸປະຕິເຫດ” ເລື້ອຍມາ ແຕ່ກໍບໍ່ໄດ້ໃຊ້ເປັນທາງການ ຄື ໃນໜັງສືທີ່ເປັນທາງຣາຊະ ການ ປະກົດໃນໜັງສືເຄິ່ງທາງການ ສ່ວນຕົວ ແລະວັນນະຄະດີສະໄໝໃໝ່.
- ຄຳວ່າ “ອຸບັດເຫດ” ກໍໄດ້ຈາກຄຳ ທີ່ຜະສົມກັນສຳເລັດແລ້ວ ຄື ອຸປະຕິເຫຕຸ ແລ້ວມາສົນທິ (ຕັດຄຳໃຫ້ສັ້ນເຂົ້າອີກ) ເປັນ “ອຸປັຕິເຫຕຸ“ ຄຳໜຶ່ງ ແລ້ວກໍແປງ “ປ ເປັນ ບ” ກໍຈະໄດ້ “ອຸບັຕິເຫດ“ ເມື່ອເຫັນຮູບແບບນີ້ການອ່ານອອກສຽງຂອງແຕ່ລະຄົນບໍ່ຄືກັນ ບາງຄົນກໍອອກສຽງ ເປັນ “ອຸ-ປັດ-ຕິ-ເຫດ ຫຼື ອຸ-ບັດ-ຕິ-ເຫດ ຫຼື ອຸບັດເຫດ” ກໍດັ່ງທີ່ບອກແລ້ວ ການອອກ ສຽງແບບນັ້ນ ກໍບໍ່ຜິດແຕ່ການຂຽນຕາມສຽງທີ່ອອກນັ້ນມັນຈະຜິດ.
- ໄລຍະຕໍ່ມາ ອັກຂະຫຼະວິທີລາວປ່ຽນໄປ ເຮົາຈະເຫັນການຂຽນ “ອຸບັຕິເຫດ” ຖືກປ່ຽນມາເປັນ “ອຸບັດເຫດ” ເວລາອອກສຽງ ຈະອອກສຽງຕາມຮູບທີ່ເຫັນ ສະນັ້ນ, ຈຶ່ງເກີດມີທີ່ໃຊ້ຂຽນຢ່າງ ຖືກຕ້ອງສາມຄຳຄື
1. ອຸປະຕິເຫດ
2. ອຸປັດເຫດ.
3. ອຸບັດເຫດ.
- ຫາກຂຽນຕ່າງຈາກສາມຄຳນີ້ ຖືວ່າຜິດຈາກອັກຂະຫຼະວິທີ ທີ່ກໍານົດ, ມີຫຼາຍຄົນຖາມວ່າ ໃນ 3 ຄຳນີ້ ຄຳໃດຖືກແທ້, ກໍຈະຕອບວ່າຖືກທັງສາມ, ແຕ່ຫາກຖາມວ່າຈະໃຊ້ຈັງໃດ ກໍຕອບວ່າ ສຸດແລ້ວແຕ່ທ່ານຈະສະຫຼາດໃຊ້ ແຕ່ໃນຄວາມມຸ້ງໝາຍ ຄື ທັງສາມຄຳນີ້ແມ່ນສາມາດໃຊ້ໄດ້ ເມື່ອເຮົາຕ້ອງການເອົາຄຳເລົ່ານີ້ໄປສ້າງປະໂຫຍກໃໝ່, ໄປຂຽນກະວີ ບົດເພງ ແລະວັນນະຄະ ດີອື່ນໆ ສາມາດເອົາຄຳທັງສາມນີ້ໄປເລືອກໃຊ້ພຸ້ນແລ.
ແຕ່ງກ່ອນໃຫ້ອ່ານສັງເກດ
- ອຸປະຕິ ເຫຕຸ ທະລຸເຫດ
ເປັນອາເພດ ອຸບັດກໍ່ ໃຫ້ຂັດສົນ
ອັນເຫຕຸການ ອຸບັດໄພ ມາຜະຈົນ
ເກີດຂັດສົນ ຈົນສິ້ນຫວັງ ເກືອບຊີບວາຍ
(ໂດຍ: ສາຍເຊລຳເພົາ 12-04-14 ເວລາ 04:42)

ไม่มีความคิดเห็น:

แสดงความคิดเห็น