วันอาทิตย์ที่ 22 เมษายน พ.ศ. 2555

ອິໂຕນຊາດ ພາສາລາວ

- ຫຼັງ­ຈາກ­ໄດ້ອ່ານ­ບົດ­ຄວາມ ກ່ຽວ­ກັບ­ພາສາລາວ ທາງ­ໜັງ­ສື­ພິມ­ປະ­­ເທດ­ລາວ ໜ້າ­ທີ 3 ວັນ­ທີ 18/04/2012­ ເຊິ່ງ­ເປັນ­ຜົນງານການ­ຂຽນ­ຂອງ ສົມ­ນິດ ວັນ­ຄໍາ ­ໃນ­ຫົວ­ຂໍ້ວ່າ "ພວກ­ເຮົາ­ເປັນ­ຄົນ­ລາວ­ຕ້ອງ­ພ້ອມ­ກັນ­ເວົ້າ ­ແລະ­ຂຽນ ພາສາລາວ­ໃຫ້­ຖືກ ­ເພື່ອ­ປົກ­ປັກ­ຮັກ­ສາຄວາມ­ເປັນ­ລາວ­ຕະ­ຫຼອດ­ໄປ"

- ຂະ­ນະ­ນັ້ນ ກໍາ­ລັງ­ປະ­ຕິບັດ­ກິດຢູ່­ປະ­­ເທດມາ­ເລ­ເຊັຍ ­ໄດ້ອ່ານ­ທາງ­ໜັງ­ສື­ພິມອອນ­ລາຍ­ທີ່­ເປັນ pdf ອ່ານ­ຫົວ­ຂໍ້­ເລື່ອງ­ແລ້ວ ­ເຮັດ­ໃຫ້­ຊື່ນ­ອົກ­ຊື່ນ­ໃຈ­ໃນ­ຫົວ­ຂໍ້­ເລື່ອງ­ຢ່າງບອກ­ບໍ່­ໄດ້ວ່າ ມັນ­ມີ­ຄວາມ­ພາກ­ພູມ­ໃຈຂະ­ໜາດ­ໃດ, ­ເພາະ­ຫົວ­ຂໍ້­ຂອງ­ເລື່ອງ­ມັນ­ເປັນ­ສາລະ­ປະ­­ໂຫຍດ­ທີ່ຍິ່ງ­ໃຫຍ່­ເໜືອ ກວ່າຄວາມ­ວ່າ­ຮັກ­ຊາດ ຮັກ­ພາສາ­ນັ້ນ­ອີກ, ­ແຕ່­ເມື່ອມາ­ອ່ານ­ເບິ່ງ­ເນື້ອ­ເລື່ອງ­ແລ້ວ ຄວາມ­ເສົ້າ­ໃຈ­ກັບມາ­ແທນ­ທີ່ ມອງ­ບໍ່­ເຫັນ­ເປັນ­ຮູບ­ປະ­ທໍາ­ເລີຍ­ວ່າ ຫົວ­ເລື່ອງ­ກັບ­ເນື້ອ­ເລື່ອງ ມັນຈະ­ສອດ­ຄ່ອງ­ກັນ ມັນ­ກັບ­ສວນ­ທາງ­ກັນ­ຮ້າຍກ­ວ່າ­ລົດ­ໄຟລອຍ­ຟ້າກາງນະ­ຄອນ­ເຄ­ເອ­ລ­(ກົວລາລັມເປີ)ນັ້ນ ລົດ­ໄຟລອຍ­ຟ້າກາງນະ­ຄອນ­ເຄ­ເອ­ລ­ ນັ້ນ ມັນ­ສວນ­ທາງ­ກັນ­ທຸກ­ຫ້ານາ­ທີ ­ແຕ່ມັນ­ກໍບໍ່­ຕໍາ­ກັນ­ແມ່ນ­ໜ້ອຍດຽວ ­ແຕ່­ລົດ­ໄຟລອຍ­ຟ້າ­ນັ້ນ­ມັນ­ພັດ­ຕ່າງ­ກັບ­ບົດ­ຄວາມ­ເລື່ອງ­ພາສາຂອງ ສົມ­ນິດ ວັນ­ຄໍາ ສວນ­ທາງ ­ແລະ­ຕໍາ­ກັນ ຈົນມອງ­ເຫັນ­ຈຸດ­ພັງ­ ທະ­ລາຍ­ຂອງ­ພາສາລາວ­ໃນອະ­ນາ­ຄົດ­ຢ່າງ­ໜ້າ­ສັງ­ເວດ­ເພດ­ທະ­ນາ­ໃນ­ຊະ­ຕາ­ກໍາຂອງ­ຊາດ­ລາວ.

- ຊາດ­ລາວ ກໍຄື­ຊາດ­ໃດໆ­­ໃນ­ໂລກ ກໍຕົກ­ຢູ່­ໃນ­ຊະ­ຕາ­ກໍາດຽວ­ກັນ ຄືກາຍ­ເປັນ­ຫົວ­ເມືອງ­ຂຶ້ນ­ຂອງ­ຊາດ­ອື່ນ­ ທີ່­ແຂງ­ແຮງກ­ວ່າ ມາ­ໄລຍະ­ປັດ­ຈຸບັນ­ບັນດາ ຊາດ­ທີ່ອ່ອນ­ດ້ອຍກ­ວ່າ ກໍາ­ລັງ­ຕົກ­ເປັນ­ຫົວ­ເມືອງ­ຂຶ້ນ­ທາງ­ວັດ­ທະ­ນະ­ທໍາຂອງ­ຊາດ­ອື່ນ­ ທີ່­ເຂັ້ມ­ແຂງກ­ວ່າ ສະ­ນັ້ນ­ພະ­ນະ­ທ່ານ ປະ­ທານ­ໄກ­ສອນ ພົມ­ວິ­ຫານ ຈຶ່ງ­ຝາກ­ສຸນ­ທອນ­ພົດ­ນີ­ໄວ້ວ່າ "­ເສັຍ­ພາສາ­ເໝືອນ­ເສັຍ­ຊາດ" ຈາກ­ວັນ­ນັ້ນ­ເຖິງ­ວັນ­ນີ້ ບໍ່­ເຫັນ­ມີ­ໃຜ­ສົນ­ໃຈ­ຄໍາ­ນີ້ ­ແລະ­­ເອົາ­ຄໍາ­ນີ້ມາ­ຜັນ­ຂະ­ຫາຍ­ໃຫ້­ເປັນ­ຮູປະ­ທໍາ ­ແຖມ­ຍັງ­ທໍາ­ໃຫ້ສຸນ­ທອນ­ພົດ­ອັນ­ປະ­­ເສີດ­ນັ້ນກາຍ­ເປັນ­ຄວາມ­ຈິງ­ຂຶ້ນມາ­ໄດ້­ໃນ­ທາງ­ລົບອີກ­ດ້ວຍ ປະ­­ເທດ­ລາວ­ເຮົາ­ເກືອບ­ເສັຍ­ຊາດມາ­ແລ້ວ­ຄັ້ງ­ໜຶ່ງ ­ເພາະ­ຝ­ຣັ່ງ ­ແລະ­ຄົນ­ລາວບາງ­ກຸ່ມ ຢາກ­ຈະ­­ເອົາ­ອັກ­ສອນ­ໂລ­ມັນມາຂຽນ­ຄໍາລາວ ­ແທນ­ອັກ­ສອນ­ລາວ ຫາກ­ເຂົາ­ທໍາ­ໄດ້­ພາສາລາວອາດ­ຈະ­ປ່ຽນ­ທັງສຽງ ­ແລະ­ປ່ຽນ­ທັງ­ຮູບ­ແຕ່ບັດ­ນັ້ນ­ເປັນ­ຕົ້ນມາ, ­ແຕ່­ເປັນ­ໜ້າພາກ­ພູມ­ໃຈ ທີ່ບັນ­ພະ­ບູລຸດ­ລາວ ອັນ­ມີ­ຄະ­ນະ­ພຣະ­ສົງ­ທົ່ວ­ປະ­­ເທດ ພ້ອມ­ທັງ­ສະ­­ເດັດ­ເຈົ້າ­ເພັດ­ຊະ­ລາດ ­ແລະ­ສົມ­ເດັດ­ອັກ­ຄະ­ມະ­ຫາ­ບັນ­ດິດ­ລູກ­ແກ້ວ(ຄູນ ມະ­ນີວົງ)ອົງ­ສັງ­ຄະ­ນາ­ຍົກ­ເປັນ­ແກ່ນ­ນໍາ­ໃນການ­ປົກ­ປ້ອງ­ພາສາ ລາວ­ໄວ້­ ໄດ້­ຈົນມາ­ບັດ­ນີ້ ­ແຕ່ກໍໜ້າ­ສີດາຍ ທີ່­ລູກ­ຫຼານ­ລາວ­ເຮົາ­ກໍາ­ລັງ­ຈະ­ທໍາລາຍ­ພາສາລາວ ດ້ວຍການ­ບໍ່­ຮູ້­ເຖິງການ­ຂະ­ໜາດ­ນີ້.

- ດັ່ງ­ທີ່ບອກ­ແລ້ວ ຂະ­ນະ­ນັ້ນ­ຂ້າພະ­­ເຈົ້າ­ກໍາ­ລັງ­ຢູ່­ປະ­ຕິບັດ­ກິດ­ທີ່­ປະ­­ເທດມະ­­ເລ­ເຊັຍ ­ເຊິ່ງ­ເປັນ­ປະ­­ເທດ­ມຸດ­ສະ­ລິມ ­ເຊິ່ງ­ໃຜໆ­ກໍ­ເຂົ້າ­ໃຈ­ວ່າປະ­­ເທດ­ມຸດ­ສະ­ລິມ­ເປັນ­ຕາ­ຢ້ານ, ບາດ­ຜູ້­ຂຽນ­ໄປ­ເບິ່ງ­ແລ້ວ ­ເຫັນ­ວ່າປະ­­ເທດມາ­ເລ­ເຊັຍ ­ເປັນ­ປະ­­ເທດ­ມຸດ­ສະ­ລິມ ທີ່ມີ­ຄວາມ­ເປັນ­ເອກະ­ລາດ ­ແລະ­­ເປັນ­ປຶກ­ແຜ່ນມີ­ຄວາມ­ສາ­ມັກ­ຄີ­ຂອງ­ຄົນ­ໃນ­ຊາດ­ໄດ້ ລະ­ດັບ­ໜຶ່ງ ນັບ­ແຕ່ຍ່າງ­ເຂົ້າ­ໄປ­ໃນກາງນະ­ຄອນ­ກົວ­ລາ­ລໍາ­ເປີວັນ­ແຮກ ຜູ້­ຂຽນ ອອກ­ປາກ­ເລີຍ­ວ່າ ຕໍ່­ໄປ­ໃນອະ­ນາ­ຄົດ ປະ­­ເທດມາ­ເລ­ເຊັຍຈະ­ກາຍ­ເປັນ­ຜູ້ນໍາ ສໍາ­ຄັນ­ຂອງ­ບັນດາປະ­­ ເທດ­ອາ­ຊີ­ຕາ­ເວັນອອກ­ສ່ຽງ­ໃຕ້ນີ້ ­ເພາະ­­ເຫດ­ໃດ ກໍ­ເພາະ­ຊັບ­ພະ­ຍາກອນ­ທໍາມະ­ຊາດ ­ແລະ­ຊັບ­ພະ­ຍາ ກອນມະ­ນຸດ­ເຂົາ­ອຸດົມ­ສົມ­ບູນ.

- ອັນ­ທີ່­ຂ້າພະ­­ເຈົ້າ­ເຫັນ­ຄວາມ­ຈິງນອກ­ຈາກ­ນັ້ນ­ອັນ ຄື 1. ຄວາມ­ສະ­ຫງົບ, 2. ຄວາມ­ສະ­ມັກຄີ ­ເປັນ­ນໍ້າ­ໜຶ່ງ­ໃຈດຽວ­ກັນ ­ແລະ­ອັນ­ທີ 3. ຄື­ເຫັນ­ວິ­ໄສ­ທັດ­ອັນ­ຈະ­­ແຈ້ງ ທີ່ມອງ­ໄປ­ຂ້າງ­ໜ້າ­ຢ່າງ­ສະ­ຫວ່າງ­ສະ­­ໄຫວ­ຂອງ­ປະ­ຊາ­ຊົນ ­ແລະ­ການ­ນໍາຂອງ­ຊາວມາ­ເລ­ເຊັຍ.

- ປະ­­ເທດມາ­ເລ­ເຊັຍ ­ເປັນ­ປະ­­ເທດ­ໜຶ່ງ ທີ່ມີ­ຊະ­ຕາ­ກໍາ­ແບບດຽວ­ກັບ­ລາວ ຄື ຕົກ­ເປັນ­ຫົວ­ເມືອງ­ຂຶ້ນ­ຂອງ­ບັນດາປະ­­ເທດ­ລ່າ­ຫົວ­ເມືອງ­ຂຶ້ນ ­ເໝືອນ­ກັບ­ລາວ, ປາ­ກົດ­ວ່າຈະ­ຍາວນານ ­ໜັກໜ່ວງ ແລະ­ຫຼາຍ­ຊາດ ກວ່າລາວ­ດ້ວຍ­ຊໍ້າ ຄື ­ໄລຍະ­ສາມ­ຮ້ອຍ­ປີ­ຄືນ­ຫຼັງມາ­ເລ­ເຊັຍ­ເປັນ­ຫົວ­ເມືອງ­ຂຶ້ນ­ຂອງ­ປະ­­ເທດ­ປ໊ອກ­ຕຸຍການ ­ໃນ­ໄລຍະ­ຮ້ອຍກ­ວ່າ­ປີ­ຜ່ານມາ­ຕົກ­ເປັນ­ຫົວ ­ເມືອງ­ຂຶ້ນ­ຂອງ­ອັງ­ກິດ­ຢູ່­ຫຼາຍ­ປີ, ທີ່­ໜັກ­ໄປກ­ວ່າ­ນັ້ນ ປະ­­ເທດມາ­ເລ­ເຊັຍ­ຍັງ­ເຕັມ­ໄປ­ດ້ວຍ­ບັນດາ­ຊົນ­ຊາດຕ່າງ­ໆຊາດ ຕ່າງ­ພາສາ ຕ່າງ­ສາສະ­ໜາຈາກ­ທັງ­ຈີນ, ທັງ­ອິນ­ເດັຍ ­ເຮັດ­ໃຫ້ມາ­ເລ­ເຊັຍ ມີ­ພາສາ­ເວົ້າ­ໃຫຍ່ໆ­ ນອກ­ຈາກ­ພາສາມາລາຢາ­ເອງ­ແລ້ວ ຍັງ­ມີ­ພາສາ­ປ໊ອກ­ຕຸຍການ, ຈີນ ­ແລະ­ຮິນ­ດີອີກ ສໍາ­ລັບ­ພາສາມາລາຢາ­ເອງ ກ່າວ­ກັນ­ວ່າ­ເກືອບ­ສູນ­ເຊື້ອ­ໄປ ­ເພາະ­ຄົນມາລາ­ຢູ່­ສ່ວນ­ໃຫຍ່­ໄດ້­ເວົ້າພາສາ­ອັງ­ກິດ­ແທນ ­ໃນ­ລະ­ບົບ­ທາງການ ­ການສຶກສາ ແລະ­ຊຸູມ­ຊົນ ­ແຕ່­ເມື່ອ­ສະ­ຫະ­ພັນມາລາ­ຢູ­ໄດ້­ຮັບ­ເອກະ­ລາດ­ແລ້ວ ພວກ­ເຂົາ­ກໍຟື້ນ­ຟູພາສາມາລາ­ຢູ່­ຄືນ­ໃໝ່ ­ແຕ່ວ່າ­ມັນກະ­­ເປັນ­ໄປ­ໄດ້ຍາກ ທີ່­ຈະ­­ໃຫ້­ຄົນມາ­ເລ­ເຊັຍ ­ເວົ້າພາສາມາ­ເລ­ຢ່າງດຽວ ­ເພາະ­ຊາວ­ຈີນ­ພົ້ນ­ທະ­­ເລ­ໃນ ມາລາຢາ­ນັ້ນ ­ເປັນ­ຊົນ­ຊາດ­ໃຫຍ່ ­ແລະ­­ເຂັ້ມ­ແຂງ­ກໍາ­ອໍານາດ­ທາງ­ເສດ­ຖະ­ກິດ ການ­ເມືອງ ສັງ­ຄົມ, ນອກ­ ຈາກ­ນັ້ນ ຄົນ­ອິນ­ເດັຍ­ເອງ­ກໍ­ເວົ້າ­ທັງ­ພາສາ­ຮີນ­ດີ ­ແລະ­ພາສາ­ອັງ­ກິດ ຈຶ່ງ­ເປັນການຍາກ ທີ່­ຈະ­ພັດ­ທະ­ນາ ພາສາມາ­ເລ­ໄດ້.

- ­ແຕ່ມາຮອດ­ວັນ­ນີ້ ຄົນມາ­ເລ­ເຊັຍ­ເກືອບ 80 ສ່ວນ­ຮ້ອຍ­ຂອງ­ປະ­­ເທດ­ເວົ້າພາສາ­ໄດ້­ເຖິງ­ສາມ­ພາສາ ຄື ພາສາມາລາ­ຢູ, ພາສາ­ຈີນ ­ແລະ­ພາສາ­ອັງ­ກິດ ­ໃນ­ວົງການ­ທຸລະ­ກິດການ­ຄ້າ ­ເທົ່າ­ທີ່­ຜູ້­ຂຽນ­ສັງ­ເກດ­ເຫັນ­ໃນມາ­ເລ­ເຊັຍ­ນັ້ນ ພາສາ­ອັງ­ກິດ ­ແລະ­ພາສາ­ຈີນ­ຮູ້­ສຶກ­ວ່າ ຈະ­­ເປັນ­ສິ່ງ­ສໍາ­ຄັນ­ໃນການ­ດໍາ­ລົງ­ຊີວິດ­ຂອງ­ພວກ­ເຂົາ, ຂ້າພະ­­ເຈົ້່າ ­ໄດ້­ຖືກ­ນໍາ­ທ່ຽວ­ໂດຍ­ຄົນມາ­ເລ­ເຊື້ອ­ສາຍ­ຈີນ ­ໄປ­ໃນ­ແຫຼ່ງການ­ຄ້າ ­ແລະ­ວັດ­ທະ­ນະ­ທໍາ ຂອງມາ­ເລ­ນັ້ນ ­ເຫັນ­ໄດ້ວ່າຄົນມາ­ເລ ­ເຂົາ­ໃຊ້­ພາສາ­ອັງ­ກິດ ­ແລະ­ພາສາ­ຈີນ­ເປັນ­ພາສາຫຼັກ­ໃນການ­ສື່­ສານ ຮູ້­ສຶກ­ວ່າສອງ­ພາສາ­ນີ້­ຈະ­­ໃຊ້­ໄດ້­ປົນ­ກັນ­ຢ່າງ­ລົງ­ຕົວ ­ແລະ­ບໍ່ມີການ­ຕິ­ສິນ­ນິນ­ທາ­ກັນ­ແຕ່­ຢ່າງ­ໃດ­ເລີຍ ບາງ­ຄັ້ງ­ຍັງ­ເຫັນ­ຄົນມາ­ເລ­ທັງ­ເຊື້ອ­ສາຍ­ຈີນ, ­ເຊື້ອ­ສາຍມາ­ເລ ­ແລະ­­ເຊື້ອ­ສາຍ­ອິນ­ເດັຍ­ເວົ້າ­ກັນ­ທັງ­ສອງ ຫຼື­ສາມ­ພາສາ­ປົນ­ກັນ­ຢູ່­ຢ່າງ­ນັ້ນ ອັນ­ນີ້­ຄື­ຄວາມ­ຫຼາກ­ຫຼາຍ ຂອງ­ແຫຼ່ງ­ວັດ­ທະ­ນະ­ທໍາ­ທີ່­ຢູ່ດ້ວຍ­ກັນ­ຢ່າງ­ລົງ­ຕົວ.

- ທີ່­ເຫັນ­ໄດ້ອັນ­ຈະ­­ແຈ້ງ­ອີກ­ຢ່າງ­ໜຶ່ງ ຄື­ໃນ­ສັງ­ຄົມ­ສ່ວນກາງ­ນັ້ນ ­ເຂົາຈະ­­ເວົ້າພາ­ອັງ­ກິດ­ເປັນ­ສື່ກາງ ອັນ­ນີ້ ມັນ­ບໍ່­ສະ­­ເພາະ­ອໍານວຍ­ຜົນ­ໃຫ້­ແກ່­ຄົນມາ­ເລ­ເຊັຍ­ເທົ່າ­ນັ້ນ ­ແຕ່ມັນ­ຍັງ­ອໍານວຍ­ຜົນ­ໃຫ້­ແກ່­ຄົນ­ຕ່າງ­ປະ­­ເທດ ທີ່­ເວົ້າພາ­ອັງ­ກິດ ຫຼື­ພາສາ­ຈີນ­ໄດ້ອີກ­ດ້ວຍ ຈຶ່ງ­ທວາຍ­ວ່າ­ໃນອະ­ນາ­ຄົດມາ­ເລ­ເຊັຍ­ຈະ­­ເປັນ­ຜູ້ນໍາທາງ­ດ້ານ­ເສດ­ຖະ­ກິດ ເປັນຫຼັກ­ ແລະ­ສໍາ­ຄັນ­ຂອງ­ກຸ່ມ­ອາຊຽນ ­ເພາະ­ວ່າ­ຄົນມາ­ເລ­ເຊັຍ­ທຸກໆ­ຄົນ ­ເມື່ອ­ຫັນ­ໜ້າ­ໃສ່­ຄົນ­ທີ່­ເວົ້າພາາ­ຈີນ ­ເຂົາ­ກໍ­ເວົ້າ­ກັນ­ເຂົ້າ­ໃຈ­ຢ່າງ­ເລິກ­ເຊິ່ງ ທັງ­ຮູ້­ຄວາມ­ໝາຍ ­ເມື່ອ­ເຂົາ­ຫັນ­ໜ້າ­ໃສ່­ຄົນ­ທີ່­ເວົ້າພາສາ­ອັງ­ກິດ ­ເຊິ່ງ­ອາດ­ກ່າວ­ໄດ້ວ່າ­ເປັນ­ຄົນ­ສ່ວນ­ໃຫຍ່­ຂອງ­ໂລກ­ຊໍ້າ ­ເຂົາ­ກໍສື່­ສານ­ກັນ ຢ່າງ­ເຂົ້າ­ອົກ­ເຂົ້າ­ໃຈ ­ແລ້ວ­ອໍານາດການ­ຄ້າ ການ­ທ່ອງ­ທ່ຽວ­ຕະ­ຫຼອດ­ທັງ­ເທັກ­ໂນ­ໂລ­ຍີ­ຈະ­­ໄດ້­ປະ­­ໂຫຍດ­ ແກ່­ໃຜຫຼາຍກ­ວ່າ­ກັນ ເມື່ອເວົ້າພາສາມາເລ ອັນເປັນພາສາຊາດ ພາສາທາງການພວກເຂົາກໍສາມາດ ໃຊ້ໄດ້ກັນຢ່າງທົ່ວເຖິງ.

- ຂ້າພະ­­ເຈົ້າ ປະ­ຕິບັດ­ກິດ ­ແລະ­ທ່ອງ­ທ່ຽວ­ໃນມາ­ເລ­ເຊັຍ­ພຽງ 4 ວັນ 5 ຄືນ ກໍ­ເຫັນ­ໄດ້ວ່າ ຄົນມາ­ເລ­ເຊັຍ­ໄດ້ ມີ­ຄວາມ­ພາກ­ພູມ­ໃຈ­ໃນ­ພາສາ­ທີ່­ຕົນ­ຮັບ­ຮູ້ ­ແລະ­­ໃຊ້ມັນ­ຢ່າງ­ບໍ່­ເກິະ­­ເຂີນ ­ແລະ­ອຽງ­ອາຍ.

- ຄົນມາ­ເລ­ເຊັຍ­ທຸກໆ­ຄົນ­ທີ່­ຂ້າພະ­­ເຈົ້າ­ພົບ­ເຫັນ­ ບໍ່ວ່າ­ໃນ­ຫ້າງ­ໃຫຍ່ ­ໃນ­ຊຸມ­ຊົນ­ນ້ອຍໆ­ ­ແລະ­­ໃນ­ຕະ­ຫຼາດ­ສົດ ­ໃນ­ສະ­ຖາ­ນີ­ລົດ­ໄຟ ­ແລະ­­ເດີ່ນ­ບິນ­ບໍ່­ເວັ້ນ­ແຕ່ ພໍ່­ຄ້າ­ແມ່­ຄ້າ­ເລັກໆ­ນ້ອຍໆ­ ທີ່­ຂາຍ­ໝາກ­ພິກ­ໝາກ­ເຂີອ ພະ­ນັກງານ ທໍາຄວາມ­ສະ­ອາດ­ອາຄານ­ສະ­ຖານ­ທີ່ ­ແລະ­ຮັກ­ສາ­ຫ້ອງ­ນໍ້າ ­ເຂົາ­ກໍ­ເວົ້າພາສາ­ອັງ­ກິດ, ຈີນ ­ແລະ­ມາ­ເລ­ໄດ້­ທັງ­ນັ້ນ.

- ­ເມື່ອ­ເຫັນ­ເຂົາ­ແລ້ວ ­ເຮົາ­ກໍມອງ­ເຖິງ­ເຮົາ ສໍາ­ລັບ­ຄົນ­ລາວ­ແລ້ວ ຂ້າພະ­­ເຈົ້າ­ບໍ່­ໄດ້ມຸ້ງ­ຫວັງ­ຢາກ­ໃຫ້­ຄົນ­ລາວ ຫຼື­ປະ­­ເທດ­ລາວ­ໃຊ້­ພາສາ­ຕ່າງ­ປະ­­ເທດ­ແທນ­ພາສາລາວດອກ ­ເພາະ­ພາສາລາວ­ເຮົາ­ກໍມີິ ­ແຕ່­ຫາກ­ຄົນ­ລາວ­ສ່ວນ­ໃຫຍ່ ທີ່­ໄດ້­ພາສາ­ຕ່າງ­ປະ­­ເທດ­ແລ້ວ­ກໍນັບ­ວ່າ­ເປັນ­ເລື່ອງ­ດີ ­ແຕ່­ເບື້ອງ­ຕົ້ນ­ນີ້­ຢາກ­ໃຫ້­ຄົນ­ລາວຮູ້ ­ແລະ­­ເຂົ້າ ­ໃຈພາສາຂອງ­ຕົນ­ຢ່າງ­ເລີກ­ເຊິ່ງ ບໍ່­ແມ່­ນຮູ້­ຜິວ­ເຜີນ­ພຽງ­ແຕ່­ໃຊ້­ໃນ­ຄອບ­ຄົວສັງ­ຄົມ­ໄດ້­ເທົ່າ­ນັ້ນ ກໍນັບ­ວ່າລາວ­ເຮົາ­ມີ­ຄວາມ­ເອກະ­ລາດ­ແລ້ວ.

- ­ແຕ່­ເມື່ອມາ­ເບິ່ງ­ບົດ­ຂຽນ­ຂອງ "ສົມ­ນິດ ວັນ­ຄໍາ" ­ແລ້ວ ຂ້າພະ­­ເຈົ້າມອງ­ບໍ່­ເຫັນ­ເລີຍ­ວ່າ­ຄົນ­ລາວ­ສ່ວນ­ໃຫຍ່ ທີ່­ເວົ້າພາສາລາວ­ເປັນ ­ແລະ­­ໄດ້­ທຸກໆ­ຄົນ ຈະ­­ເຂົ້າ­ໃຈພາສາຂອງ­ຕົນ­ຢ່າງ­ເຖິງ­ກົກ­ເຖິງ­ຮາກ­ໄດ້, ຫາກ­ ຄົນ­ລາວສ່ວນ­ໃຫຍ່ຍັງ­ເຂົ້າ­ໃຈພາສາລາວ ສັ້ນໆ­ ຂໍ້­ລໍ້ ­ແຂ້­ແຫຼ້­ແບບສົມ­ນິດ ວັນ­ຄໍາ ນີ້ມີ­ສ່ວນ­ຫຼາຍ ກໍ ມອງ­ເຫັນ­ໄດ້­ແລ້ວ­ວ່າພາສາລາວ­ເຮົາ ອາດ­ຈະ­­ໃຊ້ການ­ບໍ່­ໄດ້ໃນ­ລະ­ບົບ­ສັງ­ຄົມ ­ເສດ­ຖະ­ກິດ ­ແລະ­ວັດ­ທະ­ນະ­ ທໍາ­ເລີຍ­ໃນອະນາຄົດອັນບໍ່ໄກ ເພາະ­­ໃນ­ເນື້ອ­ໃນ­ຂອງບົດ­ຂຽນ­ກ່ຽວ­ກັບ­ພາສາລາວ­ຂອງ­ສົມ­ນິດ ວັນ­ຄໍາ ມີ­ ຫຼາຍ­ຄໍາ­ຖືວ່າ­ຖືກ­ຕ້ອງ ­ແລະ­ມີ­ຫຼາຍ­ຄໍາ ຖືວ່າຄາດ­ເຄື່ອນ­ທີ່­ສຸດ­ໃນ­ຄວາມ­ໝາຍ ­ແລະ­ຄຸນ­ຄ່າທາງ­ພາສາ ­ເທົ່າ­ທີ່­ເຄີຍ­ມີມາ­ໃນ­ປະ­ຫວັດ­ສາດ.

ອ່ານບົດຄວາມປະກອບ ຂອງສົມນິດ ວັນຄຳ ໃນໜ້າ 3 ໜັງສືພິມປະເທດລາວ

ไม่มีความคิดเห็น:

แสดงความคิดเห็น