วันพฤหัสบดีที่ 20 กันยายน พ.ศ. 2555

ແຮກໆໆໆ

- ມີຄົນບໍ່ຮູ້ເຊິ່ງເຖິງພາສາລາວຫາວ່າ "ແຮກ" ບໍ່ແມ່ນພາສາລາວ ເຊັ່ນ ມີຄົນວ່າ "ຄັ້ງແຮກ" "ເລີ່ມແຮກ" "ແຮກເລີ່ມ".

1. ບັນຫານີ້ ຜູ້ຂຽນເຫັນວ່າເປັນບັນຫາອັນຕະລາຍຕໍ່ພາສາລາວ, ອັນທີ່ວ່າມັນເປັນອັກຕລາຍຕໍ່ພາສາລາວນັ້ນ ຄື ຄວາມບໍ່ຮູ້ແຫຼ່ງເກີດ ແລະທີ່ມາຂອງຄຳເວົ້ານັ້ນເອງ, ແຕ່ນີ້ບໍ່ຖືກວ່າເປັນອັນຕະລາຍໜັກເທົ່າກັບ "ຄວາມມີອະຄະຕິ ແລະຄວາມເຫັນທີ່ຜິດນັ້ນ" ເພາະທັງສອງນີ້ ມັນຈະກາຍເປັນທິດສະດີຕໍ່ຕ້ານວັດທະນະທຳ Theory of cultural resistance. ທິດສະດີຖືວ່າເປັນອັນຕະລາຍທີ່ສຸດ ສໍາລັບຍຸກປັດຈຸບັນທິດສະດີນີ້ມີຜົນສັກສິດ ຫຼືມີປະໂຫຍດໃນຍຸກຂອງ ການສ້າງຊາດ, ຍຸກຕໍ່ຕ້ານການລ່າອະນານິຄົມ ແຕ່ສໍາລັບຍຸກປັດຈຸບັນແລ້ວ ເປັນຍຸກປະຊາທິປະໄຕ ແລະຍຸກພັດທະນາ ທິດສະດີນີ້ອາດໃຊ້ບໍ່ໄດ້ເລີຍ.

- ບາດນີ້ເຮົາມາແກ້ຂໍ້ສົງໄສ ຂອງຄົນທີ່ຕ້ານຄໍາວ່າ "ແຮກ" ບໍ່ແມ່ນພາສາລາວ, (ເຮົາພົບວ່າຄົນລາວທົ່ວໄປບໍ່ນິຍົມໃຊ້ "ແຮກ"    ໃນທາງກົງກັນຂ້າມກັນນັ້ນ ພັດປາກົດເຫັນຄົນລາວໃຊ້ ”ແລກ” ທົ່ວໄປໃນສັງຄົມ ທຸກໆຊັ້ນຄົນ, ການໃຊ້ຂອງພວກເຂົາ ເປັນໃຊ້ທີ່ບໍ່ໄດ້ຄໍານຶງເຖິງບັນຫາຖືກຜິດ ແລະຄວນບໍ່ຄວນເລີຍ, ແຖມຍັງກັບໄປມອງຜູ້ທີ່ໃຊ້ ແຮກໆ ແທນ ແລກໆໆ ວ່າເປັນການເວົ້າພາສາໄທຍ໌, ທີ່ຈິງໃນພາສາໄທຍ໌ ບໍ່ມີແຮກ ມີແຕ່ໃຊ້ ແຣກ, ຄົນທີ່ໃຊ້ແລກ ແທນແຮກ ຄົນນັ້ນໜ້າຈະໃຊພາສາໄທຍ໌ ແຖມຍັງໃຊ້ຜິດອີກຕ່າງ ກ່າວໄດ້ວ່າຜິດຍົກກໍາລັງສອງ.

- ບາດນີ້ ເຮົາມາຄົ້ນຫາວ່າ ແຮກໆໆ ໃນພາສາລາວ ມີການໃຊ້ບໍ ?
- ຜ່ານການຄົ້ນຄວ້າໃນຄໍາໃນພາສາລາວ ເຫັນວ່າ ແຮກໆນີ້ ເປັນພາສາລາວ ແລະເປັນຄໍາສະໜັບສະໜຸນທີ່ວ່າ ແລກໆ ຜິດ ແຮກຖືກ.

1. ເຮົາພົບຄໍາວ່າ ແຮກນາ ຄືໄຖນາຄັ້ງທໍາອິດ ຫຼືຄັ້ງທີ່ໜຶ່ງ.
2. ຕໍ່ມາເຮົາພົບຄໍາວ່າ ຕັ້ງເສົາແຮກ ການປູກເຮືອນ ຈະມີເສົາແຮກ ແລະເສົາຂວັນ, ເສົາແຮກ ເປັນເສົາທີ່ຕັ້ງຂຶ້ນກ່ອນ ຫຼືທໍາອິດນັ້ນເອງ

3. ເຮົາພົບຄໍາວ່າ ແຮກສ່ຽວ, ແຮກສ່ຽວ ເປັນວັດທະນະທັມລາວທາງສັງຄົມລາວໂດຍແທ້, ບັດນີ້ພິທີແຮກສ່ຽວ ຖືກລືມໄປແລ້ວ ແຕ່ຄົນລາວຍັງນິຍົມສ້າງມິດ ດ້ວຍການນັບຖືກັນເປັນສ່ຽວ, ໃນບູຮານ ການແຮກສ່ຽວເປັນພິທີກຳ ຄືໃຜໆໆໆ ຮັກກັນຊອບກັນເໝືອນກັບພີ່ນ້ອງ ມັກຈະແຮກສ່ຽວໃຫ້ແກ່ກັນ ຄືເຮັດພາຂວັນຜູກແຂນ ໃຫ້ຄໍາໝັ້ນສັນຍາ ວ່າຈະຮັກກັນເໝືອນພີ່ນ້ອງ.
- ແຮກສ່ຽວ ໝາຍຫວ່າ ການຜູກຮັກກັນຄັງຕໍາອິດນັ້ນເອງ.
- ທ່ານຜູ້ໃດ ພົບຄໍາທີ່ກ່ຽວຂ້ອງກັນນີ້ ອະທິບາຍໃຫ້ກວ້າງຂວາງອອກໄປດ້ວຍ ຈະເປັນພະຄຸນຍິ່ງ
- ທ່ານຜູ້ໃດຕ້ານພາສາລາວ ໂດຍທີ່ເອົາທິດສະດີຕໍ່ຕ້ານວັດທະນະທັມມາເປັນຕົວກໍານົດ ແລະໂດຍຄວາມບໍ່ຮູ້ກໍອາດ ກ່າວໄດ້ວ່າ ກໍາລັງທໍາລາຍພາສາລາວຢູ່ ດ້ວຍຄວາມບໍ່ຮູ້ສຶກຕົວກໍເປັນໄປໄດ້.
- ຈະຕ້ານ ຫຼືຍອມຮັບອັນໃດ ໃຫ້ສຶກສາມັນຮອບຄອບ ຈະເປັນການດີແທ້.

ไม่มีความคิดเห็น:

แสดงความคิดเห็น