วันเสาร์ที่ 17 ธันวาคม พ.ศ. 2554

ດຣ. ມາຈາກໃສ ?

- ຕັ້ງແຕ່ເຫິງແຕ່ເຍີງແລ້ວ ໃນພາສາລາວເຮົາ ຜູ້ທີ່ຈົບແພດ ສາຂາຫຍັງກໍຕາມ ມັກຈະໃຊ້ຄໍາຫຍໍ້ຮຽກຊັ້ນຜູ້ນັ້ນວ່າ "ດຣ" ຜູ້ທີ່ຈົບປະຣິນຍາເອກສາຂາຫຍັງກໍຕາມ ເຂົາກໍຈະຂຽນ "ດຣ" ແທນຄໍາຮຽກ, ຄົນລາວເຮົາໃຜໆກໍຕາມຫາກເຫັນຂຽນ "ດຣ" ນໍາໜ້າຊື່ແບບນີ້ແລ້ວໃຜໆ ກໍອ່ານວ່າ "ດອກເຕີ" ໂລດໂດຍທີ່ບໍ່ຕ້ອງເອະອະໃຈຫຍັງຈັກດີ້.

- ຜູ້ຂຽນສົງໃສ ມານານແລ້ວວ່າລາວເຮົາຂຽນ ຫຍໍ້ "ດຣ" ໄດ້ຈັ່ງໃດ ທັງໆທີ່ໃນພາສາລາວເຮົາ ບໍ່ຍອມໃຊ້ໂຕ "ຣ" ວ່າເປັນອັກສອນໂຕໜຶ່ງໃນໝວດ "ອັກຂະຣະວິທີພາສາລາວ"

- ຈົນມາຮອດປີ ໒໐໐໐ ໃນອັກຂະຣະວິທີພາສາລາວ ເຂົາກໍໄດ້ຍອມຮັບວ່າ ໂຕ "ຣ" ເປັນອັກສອນໂຕໜຶ່ງ ໃນ ໒໗ ໂຕຂອງພາສາລາວ, ເຮັດໃຫ້ອັກສອນລາວ ມີ "໒໗" ໂຕບໍລິບູນ, ແຕ່ວ່າໂຕ "ຣ" ບໍ່ສາມາດຂຽນພາສາລາວໄດ້ ເວັ້ນເສັຍແຕ່ຂຽນພາສາຕ່າງປະເທດ ແລະພາສາຊົນເຜົ່າໃນລາວເທົ່ານັ້ນ(ນີ້ຄືການກີດກັ້ນໂຕ "ຣ" ບໍ່ໃຫ້ມີບົດບາດໃນພາສາລາວ ຢ່າງເຕັມຕົວ ໂຕ "ຣ" ກະເລີຍບໍ່ມີສິດໃນຂອບເຂດພາສາລາວ)

- ເຖິງວ່າໃນພາສາລາວ ການຂຽນ "ດຣ" ຄົນຮູ້ໂລດວ່າມາຈາກ "ດອກເຕີ" ຄວາມຈິງແມ່ນຂຽນທັບຊັບມາຈາກ Dr.ໃນພາສາອັງກິດ ເຊິ່ງຄໍາວ່າ "Dr." ຫຍໍ້ມາຈາກຄໍາພາສາອັງກິດວ່າ "Doctor" ເຖິງປານນັ້ນ, ການຂຽນ "ດຣ" ໃນພາສາລາວ ກໍຍັງບໍ່ສົມເຫດສົມຜົນ, ເພາະໂຕ "ຣ" ໃນພາສາລາວຍັງບໍ່ປະກາດໃຊ້ວ່າໃຫ້ຂຽນຄໍາໃນພາສາລາວ, ອັນໜຶ່ງເຖິງຈະເຂົ້າໃຈວ່າ "ດຣ" ຕ້ອງຫຍໍ້ມາຈາກ "Dr" ກໍຕາມ ເພາະຄໍາຍາວໃນພາສາອັງກິດວ່າ "Doctor" ແຕ່ໃນພາສາລາວພັດຂຽນ "ດອກເຕີ" ເຊິ່ງບໍ່ມີໂຕ "ຣ" ຢູ່ດ້ວຍ ຈຶ່ງບໍ່ສົມເຫດຜົນທີ່ຈະຂຽນວ່າ "ດຣ" ຫາກຈະໃຫ້ສົມເຫດສົມຜົນໃນໃນຄໍາຂຽນພາສາລາວທີ່ໃຊ້ກັນຢູ່ຕ້ອງໃຊ້ "ດຕ" ຈຶ່ງຈະຖືກຕ້ອງ ແຕ່ວ່າຈະຂຽນໄດ້ຈັ່ງໃດ ຄໍາ "ດຣ" ນີ້ໃຊ້ກັນມານານແລ້ວ ແລະມັນກົງກັບຄໍາຫຍໍ້ໃນພາສາອັງກິດ ທີ່ຂຽນວ່າ "Dr." ຫາກຈະໃຫ້ຂຽນໃນພາສາລາວ "ດຣ" ໃຫ້ກົງທັງພາສາອັງກິດ ແລະພາສາລາວ ເຊິ່ງບໍ່ມີການຂັດແຍ້ງກັນໃນພາສາລາວ ທີ່ເປັນຄໍາເຕັມຮູບແບບໃນພາສາລາວ ຄວນຈະຂຽນວ່າ "ດັອກເຕີຣ໌" ຈຶ່ງຈະສົມເຫດສົມຜົນຄັກ, ການຂຽນແບບນີ້ "ດັອກເຕີຣ໌" ຖຶກຕ້ອງຕາມວັດຖຸປະສົງຂອງໄວຍາກອນລາວ ປີ ໒໐໐໐ ຄັກ.

ไม่มีความคิดเห็น:

แสดงความคิดเห็น