วันเสาร์ที่ 17 ธันวาคม พ.ศ. 2554

ໂຕກັບຕົວ

ໂຕ : ມັກໃຊ້ວ່າ ໂຕເອງ, ຕົນໂຕ, ຂອງໂຕ, "ກິນເຂົ້າໂຕໂສຄວາມເພິ່ນ" ແລະອື່ນໆ
ຕົວ : ມັກໃຊ້ຄູ່ກັນ "ຕົວເອງ, ຕົນຕົວ, ຂອງຕົວ, (ຄໍາເທິງນັ້ນ ບໍ່ປາກົດເຫັນໃຊ້).

- ທີ່ນີ້ ລະຫວ່າງ "ໂຕ" ກັບ "ຕົວ" ມີການໃຊ້ໃນພາສາລາວເຮົາຢ່າງແຜ່ຫຼາຍໃນທ້ອງຖິ່ນ, ໃນສັງຄົມ, ຊຸມຊົນ, ສ່ວນທາງການພັດບອກວ່າ "ໂຕ" ເປັນຄໍາລາວ, "ຕົວ" ເປັນຄໍາໄທຍ໌ ມີການເຂົ້າໃຈກັນແບບນີ້ ຜູ້ຂຽນຈຶ່ງໄດ້ທໍາການສຶກສາລົງເລິກ ສຶກສາທີ່ໄປທີ່ມາຂອງຄໍາວ່າ "ຕົວກັບໂຕ" ມາຈາກໃສກັນແທ້.

- ຕົວ ກັບ ໂຕ ນີ້ມາການເວົ້າກັນຢ່າງແຜ່ຫຼາຍໃນຊຸມຊົນຊາວລາວ ບໍ່ວ່າສັງຄົມເມືອງ ແລະສັງຄົມບ້ານນອກໂດຍສະເພາະທ້ອງຖິ່ນຫ່າງໄກສອກຫຼີກ ສັງຄົມຊົນເຜົ່າ ລ້ວນແຕ່ມີຄໍາສອງຄໍານີ້.

- ໃສສັງຄົມຊາວຜູ້ໄທ(ພູໄທ) ແຕ່ທ່າແຂກຈົນຮອດສະຫວັນ ເດັ່ນທີ່ສຸດແມ່ນສະຫວັນ "ສອງໂຜເມໄປລ້ຽງໂງຢູ່ຢູ່ໜອງໂກ" ຄົນທົ່ວໄປຈະບໍ່ເຂົ້າໃຈ ຄໍານີ້ ຕ້ອງແປ "ສອງຜົວເມັຍໄປລ້ຽງງົວຢູ່ໜອງໂກ"

- ສະແດງໃຫ້ເຫັນວ່າ ສະຣະ "ໂອ" ເປັນສະຣະ "ອົວ" ຜົວ, ເປັນ "ໂຜ, ງົວ ເປັນ ໂງ" ສະນັ້ນ ຄໍາວ່າ "ຕົວ" ຈະມັກເປັນ "ໂຕ" ໃນພາສາລາວ ດ້ວຍເຫດນັ້ນ "ໂຕ" ກັບ "ຕົວ" ຈຶ່ງເປັນພາສາລາວທັງສອງຄວາມ ຕ່າງແຕ່ຈະເວົ້າຕອນໃດເທົ່ານັ້ນເອງ.

ไม่มีความคิดเห็น:

แสดงความคิดเห็น