วันอาทิตย์ที่ 18 ธันวาคม พ.ศ. 2554

ເມື່ອຂຽນທັບສັບ

- ເມື່ອຈະຂຽນທັບສັບ ທີ່ບໍ່ແມ່ນພາສາເຮົາ ເຮົາຕ້ອງຂຽນໃຫ້ມັນຖືກຕາມອັກສອນຂອງເຂົາສະກົດໄວ້ ແຕ່ເວລາອ່ານໃຫ້ອ່ານຕາພາສາເຂົາ ຈຶ່ງຊິຖືກຕ້ອງຕາມການຂຽນທັບສັບ ທັງນີ້ເພີ່ອປ້ອງກັນບໍ່ໃຫ້ ພາສາເຂົາວິບັດ ເມື່ອກາຍມາເປັນພາສາເຮົາແລ້ວ ກໍປ້ອງກັນບໍ່ໃຫ້ພາສາເຮົາວິບັດດ້ວຍ ອີກອັນໜຶ່ງ ໃນອັກຂະຣະວີທີເຮົາກໍບໍ່ວິບັດນຳ ຈຶ່ງແນະນໍາໃຫ້ຂຽນດັ່ງນີ້ ຫາກຈະຂຽນໃຫ້ຖືກ ແຕ່ຫາກຂຽນໄປຕາມ ຄວາມເຂົ້າໃຈກໍຂຽນໄປຕາມທີ່ເຮົາເຄີຍເຫັນກໍ​ອ່ານຮູ້ເລື່ອງ ແຕ່ຝຣັ່ງອັງກິດງົງ ເມື່ອເຂົາໄດ້ອ່ານແຕ່ ສຽງ ເຊັ່ນ financial ບາດຄົນລາວຂຽນປັດຈຸບັນວ່າ "ໄຟເນັ້ນໂຊ", ເຄີຍເຫັນເຂົາຂຽນບໍຣິສັດການເງິນ ຂອງເຂົາວ່າ "ບໍຣິສັດໄຟເນັ້ນ" ເມື່ອຄົນລາວອ່ານແລ້ວ ອັງກິດເອງຟັງກໍງົງ ວ່າມັນເປັນຈັ່ງໃດ ? ສະນັ້ນ ຈຶ່ງແນະນໍາໃຫ້ຂຽນທັບສັບຈັ່ງຊີ້ (ອັນນີ້ແມ່ນແນະນໍາໃຫ້ຮູ້ ສ່ວນທາງການຈະເຫັນພ້ອມບໍອັນ ນັ້ນໃຫ້ວ່າກັນຕ່າງຫາກ ພຽງແຕ່ບອກວິທີ່ຂຽນທັບສັບໃຫ້ຖືກສັບ ເທົ່ານັ້ນເອງ)
ພາສາອັງກິດ
ຂຽນທັບສັບ
ຄຳອ່ານ
Time
ທາມ
ທາມ ຫຼື ທາຍມ໌
Annual
ອັນນວລ
ອັນນູອັນ-ອັນນວນ
Tradition
ທຣາດີເຊີນ(ຊັນ)
ທຣາດີຊັນ
words
ເວີຣ໌ດສ
ເວີດ-ສ
Term
ເທີຣ໌ມ
ເທີມ
financial
ໄຟແນນຊີລ
ໄຟແນຣຊີໂອລ(ໂຊລ)
popula
ພໍພິວລາ
ພໍພິວລາ(ປໍປຸ​ູລາ)
Street
ສຕຣີຕ
ສະຕຣີດ
trying
ທຣາຢິງ
ທຣາຍຍິງ
Tech
ເທັກຊ໌
ເທັກ-ຊ
record
ຣີຄອຣ໌ດ
ຣີຄອດ
professo
ໂປຣແຟສໂສ
ໂປຣແຟດໂຊ
always
ອອລເວສ໌
ອໍເວ-ສ ຫຼືຶອອນເວ-ສ
producer
ໂພຣດັກຊຣ໌
ໂພຣດັກ-ຊ

ไม่มีความคิดเห็น:

แสดงความคิดเห็น