วันเสาร์ที่ 17 ธันวาคม พ.ศ. 2554

ຊູ, ຊູ່, ຊູ້

ຊູ : ເປັນພາສາລາວແທ້ໆ ຄືການເອົາຜົວເອົາເມັຍແບບໜຶ່ງຂອງຄົນລາວບູຮານ, ໝາຍຄວາມວ່າ ຜູ້ບ່າວຜູ້ສາວ ມັກຮັກກັນ ແຕ່ມີສິ່ງຫຍຸ້ງຍາກອາດເຮັດໃຫ້ເກີດອຸປະສັກຕໍ່ຄວາມຮັກຂອງເຂົາ ເຊັ່ນກ່ຽວກັບຊາດຕະກູນ, ຊົນຊັ້ນ, ຖານະ, ເງິນຄ່າດອງ ແລະອື່ນໆ ວິທີນີ້ຫາກຜູ້ສາວຜູ້ບ່າວຕົກລົງປົງໃຈກັນ ກໍອະນຸຍາດໃຫ້ຜູ້ຊາຍຂຶ້ນເຮືອນ ແລະເຂົ້າຫ້ອງນອນນຳໄດ້ ໂດຍທີ່ບໍ່ໃຫ້ພໍ່ແມ່ຮູ້ ວັນໃໝ່ຕໍ່ ຝ່າຍຍິງຈະຫາວິທີບອກພໍ່ແມ່ວ່າໄດ້ຢູ່ນຳກັນແລ້ວກັບ ຜູ້ນັ້ນຜູ້ນີ້ ຝ່າຍຜູ້ໃຫຍ່ຈຶ່ງຫາວິທີເວົ້າຈາກັນເພື່ອຫາຂ້ໍຕົກລົງ ຈົນເກີດການສູ່ຂໍກັນຂຶ້ນຕາມປະເພນີ້ ແບບນີ້ ຮຽກວ່າຊູ.

ຊູ : ຜູ້ບ່າວຜູ້ສາວຮັກແພງກັນ ຈົນໄປຫາມາສູ່ກັນຂຶ້ນເທິງເຮືອນໄດ້, ນັບວ່າເປັນເລື່ອງສຳຄັນຢ່າງຍິ່ງລະຫວ່າງຄູ່ ບ່າວສາວຄົນນັ້ນ ເພາະຖືວ່າເປັນການຄົບກັນຢ່າງເປີດເຜີຍ, ຫາກເປັນເຊັ່ນນັ້ນຖືວ່າ ພໍ່ແມ່ຂອງຜູ້ສາວເຫັນດີເຫັນ ງາມນຳແນ່ແລ້ວ ຈຶ່ງໃຫ້ຂຶ້ນເຮືອນຂຶ້ນຊານໄດ້ ເພາະຜູ້ຍິງໃນສະໄໝເກົ່າ ເມື່ອ ໔໐ ປີທີ່ແລ້ວ ຫຼືສັງຄົມຊົນນະບົດເມື່ອ ໒໐ ປີທີ່ແລ້ວນັ້ນ ຈະຮັກນວນສະຫງວນຕົວ, ຢູ່ໃນໂອວາດຂອງພໍ່ແມ່ ຢາມບຸນບ້ານ ບຸນວັດກໍໄປນຳພໍ່ແມ່ ແມ່ນແຕ່ລົງເຮືອນຍາມກາງຄືນກໍຍັງຕ້ອງໄດ້ລະ​ວັງ ຫາກຍິງໃດໄປກາງຄ່ຳກາງຄືນເລື້ອຍໆ ຍິງຄົນນັ້ນຈະເປັນຂີ້ປາກ ຂອງຊາວບ້ານ ຫາຜົວຍາກ, ບັດນີ້ກັບເຂົ້າເວົ້າເຖິງຊູແບບທີສອງ ຄື ບ່າວສາວມັກຮັກກັນຈົນໄປລົມກັນເຖິງເຮືອນ ເຖິງຊານໄດ້ນັບວ່າພໍ່ແມ່ຝ່າຍຍິງໃຫ້ຄວາມສຳຄັນກັບຝ່າຍຊາຍ ຫາກວ່າພໍ່ແມ່ຝ່າຍຍິງບໍ່ເຫັນດີເຫັນງາມນຳປານໃດ ກໍບໍ່ອະນຸຍາດໃຫ້ຢູ່ເດີກເກີນ ໙ ໂມງ ສ່ວນຫຼາຍຈະແນະນຳໃຫ້ ກັບເຮືອນ ຫຼືບໍ່ກໍຫາວິທີກັນທ່າຢູ່ພໍປານນັ້ນ, ແຕ່ບັງເອີນພໍ່ແມ່ຝ່າຍຍິງກະມັກແນ່ ກໍເລີຍເຂົ້ານອນແຕ່ຫົວຄ່ຳ ປ່ອຍໃຫ້ບ່າວສາວເຂົາໂລມກັນ ໂລມໄປໂລມມາຈົນຫຼົງແຈ້ງ ຮອດ ໔ ໂມງຂ້ອນແຈ້ງ ບັງເອີນພໍ່ແມ່ ອ້າຍເອືອຍນ້ອງເຂົາຕື່ນຂຶ້ນມາຍັງເຫັນນັ່ງເຝົ້າກະກຽງຢູ່ ມີການທັກທວງເກີດຂື້ນ ຕື່ນເຊົ້າໄປຫາເຖົ້າແກ່ມາເວົ້າ ກໍຈຳຍອມຮັບຜິດຊອບ ຖ້າຮັບວ່າລ້ຽງເກືອເຜືອມ່າມກໍໃຫ້ເອົາກັນເລືອຍໃນວັນນັ້ນ ຫຼືຫາຣືກງາມຍາມດີມາວ່າກັນ ວິທີນີ້ເຂົາວ່າ ຊູນັ່ງ ຫາກຝ່າຍຊາຍບໍ່ຍອມມີການປັບໃໝກັນຂຶ້ນ ຝ່າຍຊາຍກໍຍອມຮັບປັບ ແຕ່ບໍ່ໄດ້ເອົາກັນ ວິທີນີ້ເຂົາວ່າ ທັງສອງເປັນຮ້າງຊູ ແຕ່ສ່ວນໃຫຍ່ແລ້ວມັກຈະເອົາກັນ ເພາະຄົນແຕ່ກີ້ເຖິງຂັ້ນວ່າມາໂລມກັນເຖິງ ເຮືອນແລ້ວນັບວ່າຮັກກັນສົມຄວນ.

- ຊູ : ອີກແບບໜຶ່ງ ເປັນການຊູທີ່ພໍ່ແມ່ຮູ້ເຫັນເປັນໃຈກັນທັງສອງກຳ້ສອງຝ່າຍ ຄືວ່າ ພໍ່ແມ່ບ່າວສາວນັ້ນ ເນັ່ງແນໃສ່ກັນແລ້ວວ່າຄົນນີ້ກັບຄົນນີ້ພໍ່ແມ່ຢາກໃຫ້ແຕ່ງງານກັນຢູ່ແລ້ວ ແຕ່ຫາເວລາບໍ່ທັນເໝາະສົມ ບັງເອີນວັນນັ້ນເປັນເດືອນຂຶ້ນ ໑໕ ຄຳ່ກົບພັດກິນເດືອນກົງກັບຣືກຍາມຍາມດີພໍດີ ຄື ລະຫວ່າງ ໒໐-໒໒ ໂມງພໍດີ ພໍ່ແມ່ບ່າວບ່າວມັກຈະເອົາໄປຊູສາວ ໂດຍມີພໍ່ແມ່ເຈົ້າສາວຮູ້ເຫັນນຳ (ບໍ່ຮູ້ວ່າເຂົາຮຽກຊູແບບນີ້ວ່າຈັ່ງໃດ)


- ຊູ : ອີກແບບໜຶ່ງ ຕາມຖາມຄົນເຖົ້າເວົ້າໃຫ້ຟັງນັ້ນແມ່ນເລີກປະຕິບັດມາ ເກືອບ ໘໐ ປີແລ້ວໃນສັງຄົມເມືອງ ແຕ່ໃນສັງຄົມຊົນນະບົດ ກໍຍັງເລີກກັນໄປເຫິງເຕີບຈົນບໍ່ມີໃຜຈື່ຈຳແລ້ວ ວິທີນີ້ຫາກພໍ່ແມ່ຝ່າຍຍິງເອົາເລື່ອງ ກໍຖືວ່າຜິດກົດໝາຍຊ້ຳໃນໄລຍະໜັງ ຄື ຝ່າຍຊາຍມັກຍິງຄົນໜຶ່ງ ແຕ່ຝ່າຍຍິງບໍ່ມັກ ຝ່າຍຊາຍໄປສະໝັກພັກພວກ ໄປລັກພາຕົວຍິງຄົນນັ້ນໜີໄປ ຈົນຮອດ ໓ ມື້ ຫຼືເຫັນສົມຄວນຈຶ່ງກັບມາສົມມາພໍ່ແມ່ຝ່າຍຍິງກໍຢູ່ນຳກັນໄດ້ ລັກສະນະເຊັ່ນນີ້ຮຽກວ່າຊູຊຸດ.

- ອັນນີ້ເວົ້າໃນແງ່ຂອງພາສາ ຄຳວ່າ "ຊູ" ຍັງມີເລື່ອງລາວກ່ຽວກັບວັດທະນະທຳລາວບູຮານຫຼາຍເລື່ອງແລ້ວ, ນອກຈາກນັ້ນ ຄຳວ່າຊູ ຍັງໃຊ້ຫຼາຍແບບເຊັ່ນ ເຊີດຊູ, ຊູຊ້ອງ, ຜັກຊູ, ຢາງກະຊູ, ຊູແຫ, ຊູງມອງ ແລະອື່ນໆອີກ.


- ຊູ່ : ຍັງບໍ່ທັນພົບວ່າເອົາໄປໃຊ້ກັບຫຍັງໄດ້ແນ່ ຈຶ່ງຍັງບໍ່ນຳມາອະທິບາຍໃນທີ່ນີ້(ຫາກໃຜມີຂໍ້ມູນ) ກໍຈົ່ງໃຫ້ຄຳເຫັນໄດ້.

- ຄຳວ່າ "ຊູ້" ເປັນຄຳລາວແທ້ ໃນບັດນີ້ຄຳນີ້ອາດຊິໝົດໄປແລ້ວໃນສັງຄົມລາວ ເພາະຄຳວ່າຫິ້ຼນຊູ້ ມັນບໍ່ມີໃຜສົນ ໃຈແລ້ວ ກະເລີຍຖືເປັນເລື່ອງທຳມະດາ.
- ຄຳວ່າ "ຊູ້" ແຕ່ກ່ອນ ຊາຍຍິງຮັກກັນ ຈົນເປັນແຟນກັນ ເຂົາວ່າ "ເປັນຊູ້ກັນ"
- ຄຳວ່າ "ຊູ້" ແຕ່ກ່ອນ ຊາຍຄົນໜຶ່ງມີເມັຍແລ້ວກໍຕາມ ບໍ່ທັນມີເມັຍແລ້ວກໍຕາມ ໄປຫຼິ້ນລັກສະນະຊູ້ສາວກັບເມັຍຄົນອື່ນ ເຂົາວ່າ "ຫຼິ້ນຊູ້"
- ຄຳວ່າ "ຊູ້" ຍິງໂສດ ຊາຍໂສດ ພົບພັນກັນໃນທາງລັບ ເຂົາວ່າ "ຊາຍຍິງຄົນນັ້ນຫຼິ້ນຊູ້ກັນ"
- ຈຶ່ງປາກົດໃນສິນຫ້າຂໍ້ທີ່ສາມ ທີ່ພຣະມັກຈະເທດວ່າ "ຫຼິ້ນຊູ້ຊູ່ຜົວເມັຍທ່ານ ຜິດສິນຂ້ໍກາເມ"
- ນອກຈາກນັ້ນ ຄຳວ່າຊູ້ ນີ້ຍັງມີການເອົາມາເວົ້າຍ້ອງຍໍ ຄົນງາມຄົນຫຼໍ່ວ່າ "ເປັນຄົນເຈົ້າຊູ້" ບໍ່ຮູ້ວ່າໃຊ້ພາສາຖືກຫຼື ຜິດກັນແທ້ ແຕ່ເຫັນມີການໃຊ້ກັນຫຼາຍທ້ອງຖິ່ນ.

- ທັງໝົດທັງປວງເປັນການອະທິບາຍພາສາລາວ ໃນຄຳຈຳເພາະ ຊູ, ຊູ່, ຊູ້ ເທົ່ານັ້ນ ມັນຕິດພັນກັບວັດທະນະທຳ ລາວແນວໃດ ?

ไม่มีความคิดเห็น:

แสดงความคิดเห็น