วันเสาร์ที่ 17 ธันวาคม พ.ศ. 2554

ໂລໆເລໆ

- ຜູ້ຂຽນມັກອ່ານໜັງສືລາວເປັນຊີວິດຈິດໃຈ, ໜັງສືຫຍັງກະອ່ານໂດຍສະເພາະໜັງສືບູຮານທີ່ຂຽນເປັນຮ້ອຍແກ້ວ ຮ້ອຍກອງໃນໜັງສືໃບລານ ມັນເປັນສິ່ງທີ່ແປກຫຼາຍ ທີ່ບໍ່ມັກພົບຄໍາວ່າ "ໂລໆເລໆ"

- ເມື່ອບໍ່ພົບຄໍາວ່າໂລໆເລໆ ໃນພາສາບູຮານ ກໍເບິ່ງໃນກະວີບູຮານ ກໍບໍ່ເຫັນຄໍາວ່າ ໂລ ຫຼື ເລ ສອງຄໍານີ້ ເວັ້ນເສັຍແຕ່ຄໍາກະວີລາວສະໄໝໃໝ່, ແຕ່ກໍບໍ່ຈື່ວ່າຢູ່ໃສແລ້ວແນວມັນເຫິງແລ້ວ.

- ດ້ວຍເຫດນັ້ນ ຄໍາວ່າ "ໂລ" ກັບ "ເລ" ຈຶ່ງເຂົ້າໃຈວ່າເປັນພາສາໃໝ່ ອາດຊິເກີດຂຶ້ນໃນສະໄໝຝຣັ່ງນີ້ ເຊັ່ນວ່າ "ເຄື່ອງໂລ" ຫຼື "ຂອງເລ" ກໍຄື ເຄື່ອງລາຄາຖືກ, ລາຄາບໍ່ແພງ, ສ່ວນຄໍາວ່າ "ເລ" ເປັນພາສາລາວເກົ່າ ທີ່ໃຊ້ມາແຕ່ເຫີງແລ້ວ, ສ່ວນວ່າ "ໂລ" ບໍ່ຮູ້ວ່າເປັນພາສາລາວຫຼືພາສາຕ່າງປະເທດ ເຊັ່ນມັກໃຊ້ໃນການ ຂາຍອງເຊັ່ນກັນ "ຂາຍຂອງເລຫຼັງ, ຂາຍເຄື່ອງເລ" ກໍຄືເອົາຂອງເກົ່າ ຂອງຕົກລາຄາມາຂາຍໃນລາຄາຖືກໆ

- ຂໍ້ມູນເພີ່ມຕື່ມ ໃນພາສາເວົ້າຂອງລາວ ພົບຄໍາວ່າ ຄວາຍເຂົາບໍ່ຊື່ ມັນບິດບ້ຽວໄປຕ່າງຈາກຄວາຍທົ່ວໄປ ຫຼືບິດບ້ຽວຕ່າງຈາກເຂົາອີກຂ້າງໜຶ່ງຂອງມັນ ຮຽກວ່າ "ຄວາຍເຂົາເລ" ເຈົ້າຂອງມັກເອົາມາຕັ້ງຊື່ໃຫ້ມັນວ່າ "ຄວາຍບັກເລ" ສະນັ້ນ, ຄໍາ "ເລ" ໃນຄວາມລາວ "ອາດຊິໝາຍວ່າບໍ່ຖືກຕາມແບບຢ່າງ ຫຼືຖືກຕ້ອງຕາມຄວາມເປັນຈິງ ກໍອາດເປັນໄປໄດ້ ຫຼືຜິດທໍາມະດາ.

- ສະນັ້ນ, ຄໍາວ່າ "ໂລໆເລໆ" ຈຶ່ງໝາຍເຖິງໄຮ້ຄຸນຄ່າລາຄາບໍ່ສູງ, ຄໍາວ່າ "ເວົ້າໂລໆເລໆ" ກໍຄືເວົ້າທົ່ວທີບບໍ່ມີຄຸນຄ່າລາຄາບໍ່ແພງ ນັ້ນເອງ.

ไม่มีความคิดเห็น:

แสดงความคิดเห็น