วันอาทิตย์ที่ 2 ตุลาคม พ.ศ. 2554

ອັກສອນລາວບູຮານ


ອັກສອນລາວບູຮານ ຫຼືອັກສອນທັມ ເປັນອັກສອນລາວອີກປະເພດໜຶ່ງ ຄົນລາວບັນດາເຜົ່າໃຊ້ອັກ ສອນນີ້ຄຽງຄູ່ກັນກັບອັກສອນລາວເດີມມາຕະຫຼອດໄລຍະປະຫວັດສາດ ຕາມການປ່ຽນແປງຂອງຍຸກສະໄໝ ຊາດລາວເປັນຊາດໜຶ່ງທີ່ເກົ່າແກ່ມີອາຣະຍະທຳເປັນຂອງຕົນຢ່າງມີເອກະລັກ ເຫັນໄດ້ຈາກບັນດາຊົນຊາດລາວເຮົາມີອາຣະຍະທຳຂອງຕົນຫຼາຍດ້ານ ສິ່ງທີ່ເອກະອ້າງອີກຢ່າງໜຶ່ງຄືອັກສອນ ຊາດລາວມີອັກ ສອນໃຊ້ ໒ ແບບ ຄື ອັກສອນລາວບູຮານ ແລະອັກສອນລາວເດີມ ອັກສອນລາວບູຮານ ເປັນອັກສອນຂອງຊົນຊາດລາວບັນດາເຜົ່າໃຊ້ກັນມາຄູ່ກັບຊົນຊາດລາວ ເມື່ອປີ ໑໙໑໐ ສະພາ ຈັນທະບູຣີໄດ້ເກີດຂຶ້ນ ແລະ ກຳນົດໃຫ້ອັກສອນລາວບູຮານໃຫ້ຂຽນອັກທາງພຸດທະຈັກ ແລະເອົາອັກສອນລາວເດີມ ພັດທະນາມາເປັນ ອັກສອນລາວ ໃຊ້ໃນຣາຊະອານາຈັກ ຮຽກວ່າອັກສອນທາງການລາວ ແຕ່ນັ້ນມາອັກສອນລາວບູຮານເຫຼົ່ານີ້ ຈຶ່ງຮູ້ຈັກໃນນາມອັກສອນທຳ.
ອັກສອນທຳ ສາມາດຂຽນໄດ້ ທັງພາສາປາລີ ແລະພາສາລາວ ອັກສອນທັມທີ່ຂຽນພາສາປາລີມີຈຳນວນ 32 ຕົວ ທັງທັງຕົວເຕັມ ແລະຕົວເຟື້ອງບາງຕົວດ້ວຍ, ອັກສອນລາວບູຮານໃຊ້ຂຽນພາສາປາລີ ມີ 32 ຕົວ ແບ່ງອອກເປັນ 5 ວັກ ວັກລະ 5 ໂຕ ລວມ ມີ 25 ໂຕ ແລະ "ອະວັກ ຫຼືເສດວັກອີກ 7 ໂຕ", ແຕ່ເມື່ອອັກສອນເລົ່ານີ້ເອົາໄປຂຽນເອົາໄປຂຽນພາສາລາວ ເຂົາຮຽກວ່າຄຳນິໄສ, ອັກສອນທັມຈະເພີ່ມຮູບ ຂຶ້ນ ຄືອັກສອນ ປ, , , ຮ ແລະອັກສອນຄວບອີກ 6 ຮູບ, ຣວມເປັນ 42 ຮູບ.
ອັກສອນລາວບູຮານ ເໝືອນກັບອັກສອນລາວເດີມຄືຕັ້ງຢູ່ທົ່ວທຸກທິດຂອງຕົວເຄົ້າ ແລະພິເສດກວ່າ ອັກສອນລາວເດີມ ກໍຄືອັກສອນບາງຕົວເມື່ອມາຜະສົມອັກສອນແລ້ວ ຕົວສະກົດມັກຈະປ່ຽນຮູບ, ປ່ຽນທີ່ໄປ ຕາມຮູບຂອງຄຳ. ສະຫຼະລາວບູຮານໃຊ້ປະສົມ ເວລາຂຽນພາສາປາລີມີ ໘ ສຽງ ແລະ ໗ ຮູບ (ຄືໃນພາສາປາລີ ບໍ່ມີຮູບອະ ມີແຕ່ສຽງ), ໃນອັກສອນລາວບູຮານນັ້ນ ສະນັ້ນຈະມີສະຫຼະຈົມ ແລະສະຫຼະຟູ. ໝາຍເຫດ: ສະຫຼະຈົມ ແລະສະຫຼະຟູນີ້ ເວລາເອົາໄປໃຊ້ນັ້ນ ໃຫ້ເບິ່ງຮູບການຂຽນ ວ່າຈະ    ເໝາະສົມ ເອົາຮູບສະຫຼະໃດໄປຂຽນ. ຕົວຢ່າງການຂຽນອັກສອນລາວບູຮານ(ອັກສອນທຳ)ໃນພາສາລາວ ການຂຽນນີ້ໄດ້ຂຽນແບບປະຍຸກ ຄືຂຽນໃຫ້ມີວັນນະຍຸດ ຄວາມຈິງແລ້ວ ແຕ່ເດີມອັກສອນລາວບູຮານ ຫຼືອັກສອນທຳນີ້ ບໍ່ປາກົດມີຮູບວັນນະຍູດແຕ່ມີສຽງວັນນະຍຸດ, ເຖິງປານນັ້ນໃນໜັງສືໃບລານບາງສະບັບ ກໍປາກົດມີຮູບວັນນະຍຸດ ທີ່ຈານໃນໃບລານດ້ວຍ ສ່ວນຫຼາຍວັນນະຍຸດ ຈະມີ ໒ ຮູບ ຄື ເອກ ແລະ ໂທ ໒. 

ວິທີຂຽນອັກສອນລາວບູຮານ(ອັກສອນທຳ) ເປັນພາສາປາລີ ແລະຖ່າຍຖອດຮູບອັກສອນລາວບູຮານ ມາເປັນອັກສອນລາວເດີມ, ເພື່ອໃຫ້ເຫັນຮູບອັກສອນລາວບູຮານ ທີ່ຂຽນພາສາປາລີນັ້ນ ໃຊ້ອັກ ສອນ. ໝາຍເຫດ: ອັກສອນລາວບູຮານແຕ່ລະຮູບ ເມື່ອຂຽນພາສາປາລີນັ້ນ ໄດ້ຖອດຮູບເປັນອັກສອນລາວເດີມແລ້ວ ຈະເປັນຮູບອັກສອນເຫຼົ່ານີ້ (ວິທີນີ້ບໍ່ແມ່ນແປພາສາ ແຕ່ປະຣິວັດຮູບອັກສອນ ຈາກອັກສອນແບບໜຶ່ງ ມາເປັນອັກສອນແບບໜຶ່ງ ແຕ່ຄົງເຄົ້າພາສາເດີມໄວ້ທຸກຢ່າງຮຽກວ່າ ປະຣິວັດຮູບອັກສອນ ຫຼືປະຣິວັດ).
ຄົ້ນຄວ້າໂດຍ: ພຣະຄຣູເນືອງພິລັກ ໂຊຕິທອນ

ไม่มีความคิดเห็น:

แสดงความคิดเห็น