วันพฤหัสบดีที่ 27 มีนาคม พ.ศ. 2557

ເວົ້າເລື່ອງຕົວເຟື້ອງ

- ເວົ້າເລື່ອງໂຕເຟື້ອງ­ນີ້ ໃນ­ອັກຂະ­ຫຼະ­ວິທີລາວມີຕົວເຟື້ອງ­ທຸກ­ຕົວ, ຕົວເຟຶ້ອງເຂົາ­ຮຽກວ່າ­ຕີນ ຫຼືຕົວເຟື້ອງ ກໍວ່າ 
ກ່ອນ­ອັກ­ສອນ­ລາວຈະ­ປັບ­ປຸງໃສ່­ພິມ­ດີດ­ອັກ­ສອນ­ຕົວເຟື້ອງ­ຖືກ­ຂຽນໃນ­ໝວດ­ອັກຂະ­ຫຼະ­ວິທີລາວເກືອບ­ທຸກໂຕ ຫຼັງໆ­ມາ­ໝົດ­ຄວາມ­ນິຍົມ ຈຶ່ງ­ຍັງເຫຼືອນ້ອຍ. 


ປັດ­ຈຸບັນ­ຕົວເຟື້ອງ­ຍັງເຫຼືອໃນ­ອັກ­ສອນ­ລາວ ຄື 
ໜ, ໝ, ຫຽ. 

- ໂຕ ໜ - ມາ­ຈາກ ຫ+ນ 
- ໂຕ ໝ - ມາ­ຈາກ ຫ+ມ 
- ໂຕ ຫຽ - ມາ­ຈາກ ຫ+ຍ 

ໂຕ ໜ, ໝ ໃຊ້ໄວ້­ຂຽນ­ສຽງ­ພາ­ສາ­ລາວທີ່ໃຊ້ໂຕ ຫ+ນ ຫຼື ຫ+ມ ເທົ່ານັ້ນ ບໍ່­ນິຍົມໃຊ້ເປັນ­ຕົວສະ­ກົດ 
ແຕ່ ໂຕ ຍ ນອກ­ຈາກໃຊ້ເປັນ­ອັກ­ສອນເຄົ້າແລ້ວ ຍັງໃຊ້ເປັນສະ­ຣະ­ ແລະ­ອັກ­ສອນສະ­ກົດດ້ວຍ ເຊັ່ນ 

ອັກ­ສອນສະ­ກົດ: 
- ຊັຍ, ປັຈຈັຍ, ວິລັຍ 

ໃຊ້ເປັນສະ­ຣະ­ ຄື 
ທຽນ, ຂຽນ, ພຽນ, ແລະ­ອື່ນ. 

ສະ­ຣະ­ປະ­ສົມ ໝວດ ຍ 
ອັຍ, ອາຍ, ເອິຍ, ເອີຍ, ອຶຍ, ອືຍ, ໂອຍະ­, ໂອຍ, ເອັຍະ­, ເອັຍ, (ບໍ່­ກໍານົດໃຊ້ ຽ ແຕ່­ປາກົດເຫັນ­ຂຽນ ເອັຽະ­, ເອັຽ) 

ຫາກເພິ່ນ­ກໍານົດໃຫ້­ຂຽນໃນ­ປັດ­ຈຸບັນ ກໍຄວນ­ຂຽນ ແຕ່ຕ້ອງເບິ່ງ­ຕາມ­ຫຼັກ­ການປະ­ສົມສະ­ຣະ­ດ້ວຍ ຈຶ່ງຈະ­ເປັນ­ການ­ດີ. 
- ຫາກຈະ­ກໍານົດໃຊ້ ແທ້­ກໍຄວນ­ຂຽນ­ທັງ­ໝົດ ອັຽ, ອາຽ, ເອິຽ, ເອີຽ, ອຶຽ, ອືຽ, ໂອຽະ­, ໂອຽ, ເອັຽະ­, ເອັຽ, ຫາກໃຊ້ແຕ່ ເອັຽະ­, ເອັຽ ເທົ່ານັ້ນ ມັນກະ­ເປັນ ການໃຊ້­ອາ­ຣົມ ມັນ­ບໍ່ໄດ້ເປັນໄປຕາມ­ກົດ­ຂອງໄວຍາກອນ ຈຶ່ງ­ບໍ່­ສົມ­ຄວນ.

ບັນຫາການໃຊ້ໂຕ ຍ-ຽ

 ຜ່ານ­ມາ­ທາງ­ການ ຈະ­ສົນໃຈຄັກ­ສົນໃຈແນ່­ກັບ­ການ­ຂຽນ ສະ­ຣະ­ ໒ ຕົວ ຄື ສະ­ຣະ­ "ເອັຍະ­" ກັບສະ­ຣະ­ "ເອັຍ" 

- ແຕ່ກ່ອນ ເຂົາ­ຂຽນສະ­ຣະ­ "ເອັຍະ­" ກັບສະ­ຣະ­ "ເອັຍ" ຂຽນແບບ­ນີ້ ແຕ່­ຫຼັງ­ຫຼັງໆ­ມາໃຫ້­ຂຽນສະ­ຣະ­ "ເອັຍ" ເປັນ "ເອຍ" ສ່ວນສະ­ຣະ­ "ເອັຍະ­" ບໍ່ຄ່ອຍ­ມີການ­ຂຽນເລີຍ ຫຼັງໆ­ມາ­ປາກົດວ່າ ສະ­ຣະ­ "ເອັຍະ­" ຈະ­ຕາຍໄປ ເພາະ­ຄົນ­ຂຽນ­ ຂຽນ­ບໍເປັນ ສຽງ­ທີ່ເປັນ "ເອັຍະ­" ກໍໃຊ້ສະ­ຣະ­ "ເອັຍ" ແທນ ແຕ່­ຂຽນ "ເອຍ". 

ສະ­ຣະ­ ເອັຍະ­ ສຽງໃນ­ພາ­ສາ­ລາວມີ ເຊັ່ນ ຕີເປັຍະ­ໆ­ໆ­, ເຄັຍະ­, ເດັກນ້ອຍເອັຍະ­, ອື່ນໆ­ ດຽວນີ້­ຄົນ­ລາວລຸ້ນໃໝ່­ຂຽນ­ຄໍາເລົ່ານີ້­ບໍ່ເປັນ. 

- ໄດ້ອ່ານ­ບົດ­ຄວາມ­ຂອງ­ຂອງທ່ານໄມ້­ຈັນ(ຫົງເຫີນ ຂຸນພິທັກ), ວ່າມີການ­ສໍາມະ­ນາ ເພື່ອກຽມໃສ່­ປຶ້ມແນະ­ນໍາການ­ຂຽນໃຫ້­ຖືກ ເພິ່ນຈະ­ກໍານົດໃຫ້ ໃຊ້ ເອຍ ແລະ­ ເອຽ, (ຫຼືແນວໃດ­ກໍຕາມ ເຮົາຍັງ­ບໍ່­ທັນເຂົ້າໃຈວັດ­ຖຸປະ­ສົງ­ຂອງເພິ່ນ­ຄັກ ແຕ່ເຮົາກໍພໍເຂົ້າ ໃຈໄດ້ຈະ­ແຈ້ງວ່າ ການໃຊ້ ຽ ນີ້ ມັນ­ບໍ່ສະ­ເພາະ­ແຕ່ສະ­ຣະ­ ໒ ໂຕ ເທົ່ານັ້ນ ມັນ­ຍັງ­ມີຫຼາຍສະ­ຣະ­ ທີ່ຄວນໃຊ້­ຕົວ "ຽ" ຫ້ອຍ ຄື. 

໑. ອັອຽ, ຊອຽ, ອັຽ, ອາຽ, ອຸຽ, ອູຽ, ອຶຽ, ອືຽ, ອິຽ, ອີຽ, ໂອຽະ­, ໂອຽ, ເອັຽະ­, ເອັຽ, ອັວຽ, ອວຽ, ເອິຽ, ເອີຽ, ເອຶອຽ, ເອືອຽ, ສະ­ນັ້ນ ຫາກຈະ­ຂຽນໃຫ້­ຖືກ ແລະ­ເປັນເອກະ­ພາບ ນອກ­ຈາກເອກະ­ພາບໃນ­ການ­ຂຽນ­ຄືກັນແລ້ວ ໃນ­ອັກຂະ­ຣະ­ວິທີ ກໍຕ້ອງເອກະ­ພາບ­ກັນ­ທາງໄວຍາກອນດ້ວຍ ຫາກເຮົາຈະ­ກໍານົດ­ກົດ­ຄາ ບັງ­ຄັບ­ບັນ­ຊາໃຫ້ໃຊ້ສະ­ເພາະ­ສະ­ຣະ­ ໒ ໂຕ ຄື ສະ­ຣະ­ ເອຽະ­, ກັບ ສະ­ຣະ­ ເອຽ ເທົ່ານັ້ນ ຖືວ່າເປັນ­ກາແກ້­ບັນ­ຫາປາຍເຫດ ທີ່ບໍ່­ຖືກ­ທາງ ຊໍ້າບໍ່­ພໍຍັງເປັນ­ການສ້າງ­ບັນ­ຫາໃຫ້ໄວຍາກອນ ­ລາວອີກ.

วันอาทิตย์ที่ 9 มีนาคม พ.ศ. 2557

ຫຼັກຖານໃໝ່ ຫາກເຂົ້າໃຈວ່າ “ທຳ“ ບໍ່ແມ່ນຄຳລາວ ຄຳວ່າ “ທຳລາຍ“ ຕ້ອງປ່ຽນໄປເປັນ “ເຮັດລາຍ” ອັນນີ້ກໍຕ້ອງໄດ້ຫົວຂວັນອີກ ຮ່າໆໆໆໆ

- ດັ່ງທີ່ເຮົາຮູ້ແລ້ວວ່າ ຄົນທົ່ວໄປປະຕິເສດຄຳວ່າ “ທຳ“ ບໍ່ແມ່ນພາສາລາວ, ເຮັດຈຶ່ງແມ່ນວ່າຊັ້ນ, ຜູ້ຂຽນພົບຄຳໜຶ່ງທີ່ເອົາ “ທຳ” ໄປຜະສົມຄຳອື່ນ ເປັນຄຳຜະສົມໃໝ່ອີກ ຄື “ທຳລາຍ”.

- ທຳລາຍ ເດີມຂຽນ ”ທຳຣາຍ” ແຜງອອກມາຈາກ “ທຳຮ້າຍ”.
- ທຳເປັນຄຳກຳມະ ຂະຫຍາຍ “ຣາຍ, ຮ້າຍ”
- ຫາກວ່າທຳ ບໍ່ນັບວ່າເປັນຄຳລາວ ຜູ້ຂຽນມາຄິດຫຼິ້ນໆວ່າ ອົດສາວ່າບໍ່ມັກ ທຳແລ້ວຄຳໃດ ທີ່ມີທຳໆໆກໍຕັດຖິ້ມທັງໝົດມັນຈຶ່ງຄວນ ແລ້ວສ້າງປະໂຫຍກໃໝ່ ໂດຍເອົາ “ເຮັດ” ມາແທນ ລອງອ່ານຄຳປະໂຫຍກໃໝ່ນຳ ກັນເປັນຕາຫົວຂວັນບໍ ?

- ເດີມ……………ປ່ຽນ
1. ທຳລາຍ ປ່ຽນເປັນ ເຮັດລາຍ (ຮ່າໆໆໆ ປ່ຽນເນື້ອໃນ ຄວາມໝາຍພ້ອມ) ເຮັດລາຍ ແປວ່າຜູ້ເປັນນາຍຊ່າງລາຍ ຄົນລະເລື່ອງໄປເລີຍ.
2. ທຳຮ້າຍ ປ່ຽນເປັນ ເຮັດຮ້າຍ (ອັນນີ້ຄົງຊິຕະຫຼົກ) ແຕ່ບໍ່ເປັນຫຍັງ ? ດຽວນີ້ຄົນມັກເວົ້າວ່າ ທຳລ້າຍແລ້ວ 555 ແປວ່າຫຍັງທຳລ້າຍ ຊ່ວຍແປແນ່.
3. ການກະທຳ ປ່ຽນເປັນ ການກະເຮັດ(ແມ່ນຫຍັງລະ ?) ກາຍເຮັດ ອະນຸໂລມ ເພາະໃນຄຳໂຕງໂຕຍມີໃຊ້ແຕ່ບູຮານ.
4. ທຳງານ ປ່ຽນໄປເຫິງແລ້ວວ່າ ເຮັດງານ.
5. ທຳບຸນ ປ່ຽນເປັນ ເຮັດບຸນ ອັນນີ້ບໍ່ມີບັນຫາ ພາສາປາກໃຊ້ກັນມານານ ພາສາທາງການໃຊ້ແຕ່ເຮັດບຸນ.
(ອັນນີ້ຂຽນໃຫ້ຄິດ ບໍ່ແມ່ນຂຽນໃຫ້ຜິດ)

วันศุกร์ที่ 7 มีนาคม พ.ศ. 2557

ສັນນິຖານ ຖໍ້າຕິ່ງ ເຄີຍມີມະນຸດຢູ່ມາກ່ອນບໍ່ຕໍ່າກວ່າ 3000 ປີ ກ່ອນຈະກາຍມາເປັນວັດໃນພຸດທະສາສະໜາ ກ່ອນຍຸກປະຫວັດສາດ

ຖຳ້ຕິ່ງ ເປັນຖໍ້າທີ່ມິຄົນອາໄສຢູ່ບໍ່ຕໍ່າກວ່າ 3000 ປີ
——
(ສັນນິຖານໂດຍ: ພຣະອາຈານເນືອງພິລັກ ໂຊຕິທອນ)

(1)
ທີ່ຕັ້ງ
ຖໍ້າຕິ່ງ ຕັ້ງຢູ່ຝັ່ງຕາເວັນຕົກແມ່ນໍ້າຂອງ ເມືອງປາກອູ ແຂວງຫຼວງພະບາງ, ມີສອງຖໍ້າ ຄືຖໍ້າລຸ່ມ ແລະຖໍ້າລຸ່ມ ແລະຖໍ້າເທິງ, ຖໍ້າລຸ່ມຢູ່ໜ້າຜາ ແຄມຂອງ ຖໍ້າເທິງຢູ່ພູຫີນ ລັກສະນະທັງສອງຖໍ້າ ເປັນຖໍ້າຕັນ.

(2)
ລັກສະນະຂອງຖໍ້າຕິ່ງ
ຖໍ້າລຸ່ມ ເຕັມໄປດ້ວຍພຣະ ໃນຮ້ານພຣະທີ່ສ້າງຂຶ້ນດ້ວຍມືຄົນ ສິລະປະລາວ ທາງສາສນາ ລັກສະນະຖໍ້າລຸ່ມ ມີຈຸດປະສົງເປັນຫໍໄຫວ້, ສ່ວນຖໍ້າເທິງ ທາງໃນມີພຣະພຸດທະຮູບ, ຮ້ານພຣະ, ພື້ນມີການກໍ່ດ້ວຍດີຈີ່ຍົກຖືປູນ ຍົກພື້ນ ອ້ອມຮອບມີສີມາ ຄ້າຍສິມ ຜູ້ຂຽນສັນນິຖານວ່າ ເປັນສີມາ, ຢູ່ຜະໜັງຖໍ້າດ້ານໃນ ມີການແກ່ສະຫຼັກຜາເປັນຮູບສິງ(ສັງເກດຈຶ່ງເຫັນ) ໃນຜະໜັງມີຮູເຈາະຄ້າຍໆມີວັດຖຸປະສົງເປັນບ່ອນໃສ່ພຣະພຸດທະຮູບ, ດ້ານນອກທີການເຮັດຜາລວຍດລາຍລາວດັ່ງທີ່ເຫັນໃນຮູບ ອັນນີ້ແມ່ນເຮັດໃໝ່.
-
ສັນນິຖານ ຖໍ້າຕິ່ງ ວ່າເປັນສິມ ແລະວັດ
ຫຼັງຈາກພົບຫຼັກຖານສີມາ ແລະພື້ນກໍ່ສີ່ຫຼ່ຽມຈຶ່ງວັນນິຖານວ່າ ຖໍ້າເທິງແມ່ນຖໍ້າ “ສິມ” ຫາກເປັນເຊັ່ນນີ້ ບໍລິເວນຖໍ້າຕິ່ງທັງໝົດແມ່ນວັດບູຮານກ່ອນປະຫວັດສາດ ເພາະທີ່ໃດມີສິມ ທີ່ນັ້ນແມ່ນວັດ.
(ຂໍ້ຄວນລະວັງສຳລັບແມ່ອອກ ພໍ່ອອກ ເວລາໄປຖໍ້າເທິງ ເພື່ອບໍ່ໃຫ້ເປັນອະທິກຳ ຢ່າຂຶ້ນຢຽມພື້ນ 4 ຫຼ່ຽມນັ້ນ ຄືຢ່າເຂົ້າໄປໃນ ກາຍເສມາເຂົ້າໄປ)

(4)
ພົບຄັ້ງແຮກ
ຜູ້ຂຽນໄປຖໍ້າຕິ່ງຄັ້ງແຮກ ແລະພົບຫຼັກຖານທາງປະຫວັດສາດຖໍ້າຄາດວ່າ ມິອາຍຸເກີນ 3000 ປີ
ວັນທີ 31 ທັນວາ 1999 ພົບຫຼັກຖານ ໄດ້ໄປເຮັດຖໍ້າຕິ່ງຄັ້ງແຮກ ແລະໄດ້ພົບຫຼັກຖານດັ່ງນີ້

1. ພົບພື້ນກໍ່ດິນຈີ່ສີ່ຫຼ່ຽມ
2. ພົບເສມາ(ອ້ອມພື້ນດິນຈີ່ສີ່ຫຼ່ຽມ)
3. ພົບຮູບສະຫຼັກຫີນຜາຄ້າຍສິມ.
4. ສຳຄັນທີ່ສຸດ ໄດ້ພົບພາບແຕ້ມບູຮານ ສີແດງຢູ່ນອກຜາຖໍ້າເທິງ
5. ພົບສີລາຂຽນປະກາດ.

- ຫຼັກຖານ 5 ຢ່າງນີ້ເປັນຫຼັກຖານໃຫ້ສັນນິຖານວ່າ ຖໍ້ານີ້ເປັນວັດບູຮານ, ຫຼັກຖານທີ 1-3 ເປັນການຢັ້ງຢືນວ່າ ເປັນວັດບູຮານກ່ອນປະຫວັດສາດພຸດທະສາສະໜາ ແລະປະຫວັດສາດຊາດລາວ ສະໄໝພຣະເຈົ້າຟ້າງຸ່ມວ່າ ມີພຸດທະສາສະໜາເຂົ້າມາຍັງດິນແດນລາວກ່ອນຍຸກລ້ານຊ້າງແລ້ວ ເພາະສະໄໝກ່ອນໜ້ານັ້ນ ພຣະສົງຈະຢູ່ໃນປ່າໝົດ ບໍ່ຢູ່ໃກ້ບ້ານ ໃນສະໄໝພຣະເຈົ້າຟ້າງຸ່ມເຮົາຮູ້ໃນນາມວ່າ “ອະຣັນຍະວາສີ” (ພຣະປ່າ-ວັດປ່າ) ເພາະໃນສະໄໝພຣະເຈົ້າຟ້າງຸ່ມມີການນິມົນພຣະສົງມາຢູ່ໃກ້ບ້ານ ເພື່ອງ່າຍຕໍ່ການອຸປະຖຳ ແລະສັ່ງສອນຍາດໂຍມ.

- ຫຼັກຖານທີ 4 ເປັນຫຼັກຖານສຳຄັນສຸດທີ່ເຮັດໃຫ້ຮູ້ວ່າ ຖໍ້ານີ້ມີມະນຸດ(ຄົນ)ອາໄສຢູ່ມາກ່ອນ 3000 ພັນກວ່າປີ ເພາະຜູ້ຂຽນພົບພາບແຕ້ມບູຮານສີແດງ ມີຮູບຄົນ ຖືທະນູ, ຮູບສັດສີ່ຂາປະເພດງົວ ຫຼືຄວາຍ, ຮູບເຮືອ, ຮູບປາ ຍັງມີພາບອື່ນໆອີກສີຈາງໆ ຫາກມີເວລາຫຼາຍໜ້າຊິພົນຮູບອື່ນອີກ
- ພາບນີ້ ມີອາຍຸເກີນ 3000 ປິ ເໝືອນກັນກັບພາບທີ່ຜາແຕ້ມ ທີ່ອຳເພີໂຂງຈຽມ ແຂວງອຸບົນຣາຊະທານີ ຖືວ່າຢູ່ໃນຍຸກດຽວກັນ, ພາບແບບນີ້ ເປັນອັກສອນພາບ ຖືວ່າເປັນສື່ ຫຼືໜັງສືກ່ອນຈະມີໜັງສືລາຍເສັ້ນ, ທຽບວັດທະນາການສາອັກສອນສາກົນ ແມ່ນຢູ່ໃນຍຸກດຽວກັນກັບອັກສອນທົ່ວໄປທີ່ພົບໃນໂລກ
(ອັນນີ້ສະແດງໃຫ້ເຫັນວ່າ ມະນຸດໃນດິນລາວບູຮານ ມີພັດທະນາການພ້ອມໆກັບມະນຸດທົ່ວໂລກ, ແລະເປັນສິ່ງຢັ້ງຢືນວ່າ ມະນຸດບໍ່ໄດ້ລອກລຽນແບບກັນ ພຽງແຕ່ເປັນພັດທະນາການຕາມຍຸກສະໄໝ ທາງປະຫວັດສາດ ແລະມັນສະໝອງ)

- ຫຼັກຖານທີ 5 ເປັນໝາຍປະກາດ ປິ 1932 ອາຍຸ 85 ປິ ອັນນີ້ ເຮັດໃຫ້ວິເຄາະວ່າ ຖໍ້າຕິ່ງມີຄວາມສຳຄັນຕໍ່ລາຊະສຳນັກ ລ້ານຊ້າງມານານໂດຍລາຊະປະເພນີ ຈຶ່ງໃຫ້ລາຊະສຳນັກເອົາໃຈໃສ່ອຸປະຖຳປົກປັກຮັກສາມາ ດ້ວຍກົດໝາຍ.
——
ນອກຈາກຫຼັກຖານທີ່ພົບໃນຖໍ້ານັ້ນແລ້ວ ປິ 2002-2003 ຜູ້ຂຽນໄປຖໍ້າຕິ່ງອີກຄັ້ງໜຶ່ງໄດ້ຈ້າງເຮືອໃຫ້ໄປຈອດທຽບຢູ່ກາງນໍ້າໃກ້ຜາ ເພື່ອສັງເກດຜາ ປາກົດວ່າທີ່ຜານັ້ນມີສິ່ງປະດິດ ລາຍອັກສອນສີດຳ ບໍ່ໄດ້ຖ່າຍຮູບເພາະກ້ອງນ້ອຍ ຖ່າຍບໍ່ແຈ້ງ ອັນນີ້ຕ້ອງຢູ່ໃນຍຸກລ້ານຊ້າງ ຫຼືກ່ອນປະຫວັດສາດກໍໄດ້ ຫາກສຶກສາດີໆ ອາດໄດ້ຫຼັກຖານທາງອັກສອນສາດລາວດ້ວຍ ມັນເປັນສິ່ງອັດສະຈັນ ທີ່ຄົນໃນຍຸກນັ້ນຈະໄປຂຽນອັກສອນໄວ້ໄດ້ ແມ່ນແຕ່ຄົນສະໄໝນີ້ຫາກເຮັດໄດ້ຕ້ອງໃຊ້ທຶນມະຫາສານ(ທ່ານໃດມີເວລາ ແລະໂອກາດໄປ ລອງສັງເກດເບິ່ງ)


ພາບທາງເຂົ້າຖໍ້າຕິ່ງ ຖໍ້າເທິງ
ໜ້າຜາຖໍ້າຕິ່ງ
(ພາບຖໍ້າຕິ່ງໄດ້ຈາກເຟບຸກ ຄູບາບຸນທະວີ)

ພົບແລະສັນນິຖານໂດຍ
ພອຈ.ເນືອງພິລັກ ໂຊຕິທອນ

ຈາຣືກປາກຖໍ້າ ຖໍ້າຕິ່ງ ເມືອງປາກອູ ແຂວງຫຼວງພຣະບາງ

ໝາຍປະກາດ
ເພື່ອເອົາມາຕິດໄວ້ປາກຖໍ້າຕິ່ງ ໃຫ້ຄົນທັງຫຼາຍຊາບ,
ດ້ວຍຣາຊະການ ຫໍສະໜາມຫຼວງ2ພຣະບາງ
ຫ້າມບໍ່ໃຫ້ບຸກຄົນຜູ້ໃດ ບໍ່ວ່າຊາດໃດ ພາສາໃດ ຣືຄະຮັດ(ຫັດ)ແລະນັກ
ບວດທັງຍິງຊາຍໃຫຍ່ນ້ຽ ຊຶ່ງເຂົ້າມາໃນຖໍ້ານີ້ ຫ້າມບໍ່ໃຫ້ແຕ້ມ
ຮູບຂຽນໜັງສືເອົາສີຕ່າງ2 ມາທາຖໍ້າໃຫ້ໂສໂຄກພາບໍ່ໃຫ້ງົດງາມ
-ຖ້າຜູ້ໃດຫ້າມບໍ່ຟັງ ຍັງຄືນ(ຂືນ)ທຳຈະເອົາຕົວມາຊຳລະຕັດສິນໂທດຕາມກົດໝາຍ…..(ເຈົ້າປາກອູ)
ປາກອູ ວັນທີ 30 ຊວງ 1932
———
- ພາບນີ້ ໄດ້ຈາກເພຈ ມໍຣະດົກລ້ານຊ້າງ ໂພດໂດຍ Souli sollvan ບອກວ່າຜູ້ຖ່າຍຄູບາວີ, ເປັນພາບຈາລືກຖໍ້າຕິ່ງ(ບໍ່ໄດ້ອະທິບາຍຫຍັງໄວ້ເລີຍ ອາຈານຈຶ່ງມາກ່າຍຕາມທີ່ເຫັນເທິງນັ້ນ)
- ພາບນີ້ ຜູ້ຂຽນເຫັນຄັ້ງທຳອິດ ທ້າຍປີ 1999 ຄືປະມານວັນທີ 31 ຄືປິດຽວທີ່ເຫັນສີ ລາຈາ ຣືກວັດວິຊຸນ ຂະນັ້ນອ່ານໄດ້ເນື້ອຄວາມຈະແຈ້ງ, ໄດ້ຖ່າຍຮູບໄວ້ດ້ວຍກ້ອງສະໝັກຫຼິ້ນແບບຟິມ ມາລ້າງອ່ານບໍ່ແຈ້ງ, ຕໍ່ມາກໍໄປອີກ ກໍໄດ້ຖ່າຍໄວ້ອ່ານຊື່ໆບໍ່ໄດ້ເຜີຍແຜ່ໃນການສື່ສານດອກ ເກັບໄວ້ຊື່ໆ.
- ຈາຣືກນີ້ ລົງວັນທີໄວ້ຈະແຈ້ງ ຄື ວັນທີ 30 ຊວງ 1932 ນັບອາຍຸຂອງຈາຣືກຮອດວັນນີ້ (5 ມິນາ 2014) ລວມອາຍຸໄດ້ 83 ປີ 1 ເດືອນ ກັບ 8 ວັນເຕັມ.

- ແຜ່ນສີລາຈາຣືກນີ້ ທຳດ້ວຍຫີນອ່ອນສະ ຕິດໄວ້ຖໍ້າຕິ່ງເທິງ ເຊິ່ງອາຈານກຳນົດຊື່ວ່າ (ຖໍ້າສິມ) ເພາະໃນຖໍ້ານັ້ນມີເສມາສິມ, ແຜ່ນສີລາຈາຣືກນີ້ ປິດໄວ້ໃກ້ທາງອອກດ້ານຂວາມື ຝາຜະໜັງຂອງຖໍ້າສູງພຽງຕາຄົນອ່ານ ເຫັນຕອນປີ 1999 ສະພາບຍັງບໍ່ທັນ ແປງ ຈຶ່ງເຫັນອັກສອນຄົນ ແຕ່ໃນຮູບນີ້ປະກົດວ່າເຫັນເອົາປູນມາໂບກ ແຕ່ເບິ່ງແລ້ວ ຄຶເຮັດບໍ່ຖືກຕາມຫຼັກວິຊາການ ເຮົາເອົາປູນມາທາທັບໂລດ ຄວນຈະລະມັດລະວັງໃນການສ້ອມແປງ ວັດຖຸບູນເພື່ອຄົງໄວ້ເຊິ່ງຫຼັກຖານທີ່ສົມບູນ.

- ສິ່ງທີ່ໄດ້ຄວາມຮູ້ທາງອັກສອນ ແລະປະຫວັດສາດ ຄື:
1. ດ້ານປະຫວັດສາດການປົກຄອງ.
- “ຫໍສະໜາມຫຼວງ2ພຣະບາງ” ໝາຍເຖິງ ຫໍສະພາຣາຊະມົນຕຣີ (ບໍ່ແມ່ນຫໍສະພາ ເນື່ອງຈາກສະພາຣາສດອນລາວ ຍັງບໍ່ທັນເກີດຂຶ້ນ) ແຕ່ທີ່ຫຼວງພຣະບາງ ມີຫໍສະໜາມຫຼວງ ອັນເປັນອົງກອນນິຕິບັນຍັດສູງສຸດຂອງລາວ, ໃນລະບອບຣາຊະອານາຈັກ.
- ການທີ່ການປົກຄອງລາວ ມີຫໍສະໜາມຫຼວງ ອັນເປັນອົງກອນນິຕິບັນຍັດນີ້ ເຮັດໃຫ້ເຮົາ ເຫັນວ່າໃນລະບົບອາຈາຈັກລາວ(ລ້ານຊ້າງຮົ່ມຂາວ) ປົກຄອງກັນແບບ ຣາຊາທິປະໄຕ ບໍ່ແມ່ນຣະບອບສົມບູນຍາຣາຊາສິດທິຣາດ.
- ກ່ອນປີ 1945 ກ່ອນລາວຈະໄດ້ເອກະຣາດ ຈາກຝຣັ່ງນັ້ນ ສູນກາງການປົກຄອງລາວຢູ່ນັ້ນ ຢູ່ຫຼວງພຣະບາງ(ລາວສະໄໝນັ້ນ ການປົກຄອງຍັງບໍ່ຈະແຈ້ງອຳນາດຂອງຫຼວງພຣະບາງ ແມ່ນເປັນເມືອງອາຣັກຂາຂອງຝຣັ່ງເສດ ສ່ວນຢູ່ວຽງຈັນຂະນະດຽວກັນແມ່ນພາຍໃຕ້ການປົກຄອງຂອງຝຣັ່ງ, ສ່ວນຈຳປາສັກ ກໍພາຍໃຕ້ຝຣັ່ງ ແລະເຈົ້າຄອງນະຄອນຈຳປາສັກ ທີ່ຍັງຂຶ້ນກັບສຍາມທາງດິນແດນຕາເວັນຕົກ)
- ໃນທ້າຍປະກາດ ມີຄຳວ່າ “ກົດໝາຍ” ສະແດງໃຫ້ເຫັນວ່າ ລາວມີການອອກກົດໝາຍ ປົກຄອງອານາຈັກ ອັນມີຫໍສະໜາມຫຼວງເປັນຜູ້ອອກກົດໝາຍ.
2. ດ້ານອັກສອນ.
(ເຮົາຈະເຫັນຄວາມສົມບູນຂອງອັກສອນລາວ ມີຄົບທັງອັກສອນ, ສະຣະ, ວັນນະຍຸດ ແລະຕົວ ເລກລາວທີ່ສົມບູຍ)
3. ດ້ານພາສາ,
- ມີການໃຊ້ພາສາທີ່ທັນສະໄໝ.
- ຄຳເວົ້າ ທີ່ຄວນແກ່ການສຶກສາ ແລະເຄົ້າໃຈ ຄື ຄຳວ່າ.
1. ກົດໝາຍ(ເປັນພາສາທັນສະໄໝ)
2. ຊາບ(ຄຳເວົ້າລາວມາແຕ່ບູຮານ)
3. ດ້ວຍ.(ໂດຍ, ອັນ, ຕາມ, ພ້ອມ, ຕະຫຼອດ, ກັບ, ນຳ) ລ້ວນແຕ່ແມ່ນພາສາລາວບູຮານ.
4. ສະໜາມ(ສນາມ)
5. ໂສໂຄກ(ພາສາລາວແທ້) ສົກກະປົກ, ບໍ່ສວຍງາມ, ເປຶ້ອນ.
6. ຊຳລະ(ຊຳຮະ) ຊະລ້າງ, ລ້າງໂທດ.(ຊຳຮະໂທດ)
7. ຜູ້ ໃຊ້ໄມ້ໂທ ບໍ່ແມ່ນໃຊ້ໄມ້ ເອກ ຜູ່ ເໝືອນທີ່ບາງຄົນເຂົ້າໃຈໃນປັດຈຸບັນນີ້.(ເບິ່ງແຖວທີ 4 ໃນ ຈາຣືກ)
8. ໃນສະໄໝນີ້ ມີການໃຊ້ໂຕ ຣື ແທນ ຫຼື ຫຣື(ເບິ່ງແຖວທີ 4 ໃນ ຈາຣືກ)

9. ທຳ (ມາຈາກ ກຳທຳ ແຕ່ເມື່ອປະສົມຄຳອື່ນ ກໍຕັກ ກະອອກ) ທຳ ຫຼືກະທຳ ໃນທີ່ນີ້ ກົງກັບຄຳວ່າ ເຮັດ, ສະນັ້ນທັງ ເຮັດ ທັງທຳ ທັງກະທຳ ລ້ວນແຕ່ແມ່ນຄຳລາວ.
10. ຊຶ່ງ ມິຄວາມໝາຍເໝືອນກັບ ເຊິ່ງ ສະນັ້ນ ຊຶ່ງ ແລະເຊິ່ງລາວເຮົາເວົ້າມານານແລ້ວ.


วันพฤหัสบดีที่ 6 มีนาคม พ.ศ. 2557

ເບິ່ງຮູບໂຕ “ສ” ບູຮານ ສີລາຈາຣືກວັດແສນ ເມືອງຊະນະຄາມ

ເບິ່ງຮູບໂຕ “ສ” ບູຮານ ສີລາຈາຣືກວັດແສນ ເມືອງຊະນະຄາມ (ຊຽງຄານເດີມ ປັດຈຸບັນເມືອງຊຽງຄານ ຢູ່ຝັ່ງໄທຍ ຂຶ້ນກັບແຂວງເລີຍ ກົງກັບເມືອງຊະນະຄາມປັດຈຸບັນ, ສ່ວນເມືອງຊະນະຄາມ ປັດຈຸບັນເມື່ອກ່ອນ ເປັນຕົວເມືອງຊຽງຄານມາແຕ່ເດີມ ປະກົດໃນສີລາຈາຣືກແຕ່ສະໄໝພຣະເຈົ້າໄຊຈັກກະພັດແຜ່ນແຜ້ວ ຈຸນລະສັກກາດ 958 ເຊິ່ງພຣະອົງເຄີຍສະເດັດໜີໄພສົງຄາມຈາກນະຄອນຊຽງທອງມາຍັງຊຽງຄານທີ່ນີ້ ແລະສ້າງວັດ ແລະປູລະນະວັດທັງສອງຟາກຝັ່ງນັ້ນ, ເມືອງຊຽງຄານປັດຈຸບັນນັ້ນ ໃນເມື່ອກ່ອນ ຮຽກວ່າທ່ານາຈັນ ຄືເປັນນາຫຼວງຂອງເມືອງຊຽງຄານ ເມື່ອສຍາມໄດ້ດິນແດນຝຣັ່ງຂວາ ຕາມສົນທິສັນຍາຝຣັ່ງສຍາມແລ້ວ ກໍມີອະນຸສັນຍາເພີ່ມເຕີມ ຫຼັງຈາກມີກໍລະນີພິພາດຕາມແນວຊາຍແດນລະຫວ່າງສຍາມ-ຝຣັ່ງ ຄືໃຫ້ທັງສອງຝ່າຍຍ້າຍຕົວເມືອງອອກໄປຈາກແມ່ນໍ້າຂອງ ຝ່າຍລະ 25 ກິໂລແມັດ ສຍາມຈຶ່ງໄປຕັ້ງເມືອງທີ່ເມືອງເລີຍ ປັດຈຸບັນ ຕໍ່ມາເມື່ອອະນຸສັນຍາສິ້ນສຸດລົງ ສຍາມໄດ້ຕັ້ງ ບ້ານທ່ານາຈັນ 
- ເປັນເມືອງຊຽງຄານ, ສ່ວນເມືອງຊຽງຄານເດີມ ທາງຝ່າຍລາວກໍຕັ້ງເປັນເມືອງ ຄືນ ແຕ່ບໍ່ພົບຫຼັກຖານວ່າປີໃດ ຊື່ວ່າເມືອງຊະນະຄາມ ອາດໝາຍເຖິງເມືອງທີ່ຊະນະສົງຄາມກະບໍ່ຮູ້)

ຄວາມເປັນມາຂອງສີລາຈາລືກ ເທົ່າທີ່ຮູ້ ແລະມີສ່ວນກ່ຽວຂ້ອງ.
- ສີລາ­ຈາ­ລືກ­ຫຼັກ­ນີ້ ແມ່ນ­ຢູ່­ຕໍ່ໜ້າ­ສິມ­ວັດແສນ ເມືອງຊະ­ນະ­ຄາມ ແຂວງ­ວຽງ­ຈັນ ແລະ­ຜູ້ ຕັ້ງກະ­ແມ່ນ­ອາ­ຈານເອງ, ຄາວໄປທອດກະ­ຖິນທີ່­ວັດ­ນັ້ນ ກ່ອນໜ້ານັ້ນ­ຖິ້ມໄວ້ເດີ່ນ­ວັດ­ນັ້ນເອງ ເຂົາເອົາມາແຕ່­ວັດຮ້າງ ບ່ອນໜ້າໂຮງ­ຮຽນໃກ້ຫ້ອງ­ການເມືອງແຕ່ກ່ອນ­ປົດປ່ອຍ­ພຸ້ນ ເມື່ອອາ ຈານເຫັນ ກໍເວົ້າກັບເຖົ້າແກ່ແນວໂຮມວ່າ ມັນ­ມີອັກ­ສອນ­ຢູ່ ແລະ­ຮູບພ້ອມຢ້ານ­ມີຄົນ­ມາ­ລັກເອົາ ຈຶ່ງ­ຂໍອອກເງິນ­ຊື້­ຊີມັງ ທັງຈະກໍ່ຕັ້ງສີລາເອງໂລດ, ຕອນນັ້ນ­ທາງໄທກໍມາ­ທອດຜ້າກະ­ຖິນ­ນໍາ ກໍມີ ທ່ານ ສ.ສີວະ­ລັກເປັນຫົວໜ້າ ເຂົາມາ­ຕ່າງ­ຫາກ ເຫັນ­ອາ­ຈານ­ອອກເງິນ ເຂົາກະ­ອອກຊ່ວຍ ອາຈານເລີຍ­ບໍ່ໄດ້ເສັຍຄ່າຊີມັງຊໍ້າ ເອົາເງິນ­ນັ້ນໄປທານກະ­ຖິນ ແລະ­ສ້າງ­ສາ­ລາ­ຊ່ວຍເພິ່ນ ໄດ້ອະ­ນິສົງ 3 ຢ່າງໄປເລີຍ.

- ໃນສີລາຈາລືກນັ້ນ ເຮົາເຫັນວົງເລກລືກ ຈະແຈ້ງ ໂຕເລກນັ້ນບອກວັນ ເດືອນ ປີ ເວລາ ນາທີ ຄື ເລກລືກ.
- ເຫັນຮູບເຮືອພະຍານາກ(ມີຄວາມໝາຍທາງການຕີຄວາມທັງນັ້ນ ແຕ່ຈະບໍ່ອະທິບາຍໃນທີ່ນີ້.
- ບາດນີ້ເຮົາມາເບິ່ງໂຕເລກທີ່ປາກົດໃນສີລາຈາລືກ ຄື 985 ໄນ(ໃນ)ປີຮວາຍສັນ(ເບິ່ງໂຕ ສ ທີ່ສັນນັ້ນລະ ມີຮູບເປັນເຊັ່ນໃດ ?)

ບາດນີ້ມາເບິ່ງຮູບໂຕ ສ ໃນໜັງສືບູຮານໃນສີລາຈາລືກນີ້:
- ໃຫ້ສັງເກດໂຕ ສ ເມື່ອເຮົາເບິ່ງໂຕໜັງສືແລ້ວ ເຫັນວ່າມັນຕ່າງຈາກໂຕໜັງສືທີ່ເຮົາລຶ້ງຕາໃນ ແມ່ພິມມາເຫິງນານ ຢ່າຟ້າວຕິວ່າໜັງສືນັ້ນບໍ່ແມ່ນໜັງສືລາວເດັດຂາດ, ຄັນຄິດແບບນັ້ນ ແມ່ນຄິດຜິດ ແນ່ນອນ ຫາກວ່າທັງໝົດຂຽນດ້ວຍອັກສອນລາວ ແລະບັນທຶກພາສາລາວລ້ວນ ແນ່ນອນມັນ ຕ້ອງແມ່ນອັກສອນລາວໂລດ ຢ່າວ່າເປັນອັກສອນອື່ນ.

- ເພື່ອສ້າງແນວຄິດທີ່ຖືກຕ້ອງ ໃຫ້ສັງເກດຈັ່ງຊີ້.
1. ໃຫ້ທ່ານສັງເກດອັກສອນລາຍມືຂຽນຂອງທ່ານເອງ ກັບລາຍຂຽນຂອງພໍ່-ແມ່-ພີ່ນ້ອງຂອງ ທ່ານ ແລ້ວໄປທຽບຄຽງກັບອັກສອນທີ່ໝູ່ກອງທ່ານທີ່ຮຽນໜັງສືຫ້ອງດຽວກັນ ຄືກັນບໍ ?

2. ໃຫ້ທ່ານ ເອົາໜັງສືລາຍມື ຂອງທ່ານ ຫຼືຂອງຄົນອື່ນໃນຍຸກຂອງທ່ານໃນຂໍ້ 1 ນັ້ນໄປສົມທຽບ ກັບຮູບອັກສອນ ຂອງຄົນໃນຍຸກຫຼັງປົດປ່ອຍ, ກ່ອນປົດປ່ອຍ, ຍຸກກ່ອນນັ້ນອີກ ຫຼືໃນສີລາຈາຣືກ ຕ່າງໆ.

- ໃຫ້ສັງເກດແຕ່ຮູບອັກສອນເທົ່ານັ້ນ ຢ່າທັນຟ້າວສັງເກດອັກຂະຫຼະວິທີ ແລະພາສາທີ່ບັນທຶກ ທ່ານຈະເຫັນວ່າອັກສອນແຕ່ລະໂຕ ທີ່ທ່ານເຫັນ ບໍ່ມີຄວາມເໝືອນກັນຈັກໂຕ ເພາະຫຍັງ ເພາະລາຍມືຂອງແຕ່ລະຄົນບໍ່ຄືກັນ ບໍ່ວ່າແຕ່ຄົນໃນຍຸກກ່ອນໜ້າເຮົາແມ່ນແຕ່ຄົນຍຸກດຽວກັນ ຮຽນນຳກັນ ພໍ່ແມ່ພີ່ນ້ອງສາຍອຸທອນດຽວກັນການຂຽນໜັງສືຍັງຕ່າງຮູບກັນໄປຕາມເອກະລັກ ຂອງໃຜມັນ ແຕ່ວ່າໜັງສືນັ້ນ ມັນເປັນອັນດຽວກັນ ເຖິງຕ່າງຮູບເຮົາກໍອ່ານໄດ້ເພາະມັນພາສາ ແລະອັກສອນລາວ.

- ທີ່ສຳຄັນຢ່າງໄປຕິດນຳໂຕອັກສອນ ໃນເມື່ອເຮົາຮູ້ຄວາມປ່ຽນແປງ ແລະພັດທະນາການຂອງ ມັນແລ້ວ ສິ່ງທີ່ຄົນຕິດ ແລະເອົາໃຈໃສ່ ເມື່ອເຮົາຕ້ອງອ່ານໜັງສື ເຮົາຕິດໃນໂຕເນື້ອໃນຂອງຄວາມ ເວົ້າ ທີ່ສື່ອອກມາພຸ້ນ ໂຕນັ້ນລະ ຄືຄວາມຮູ້ ແລະປັນຍາທີ່ເຮົາຄວນຢຶດຕິດ.