วันเสาร์ที่ 17 ธันวาคม พ.ศ. 2554

ໂຕກັບຕົວ

ໂຕ : ມັກໃຊ້ວ່າ ໂຕເອງ, ຕົນໂຕ, ຂອງໂຕ, "ກິນເຂົ້າໂຕໂສຄວາມເພິ່ນ" ແລະອື່ນໆ
ຕົວ : ມັກໃຊ້ຄູ່ກັນ "ຕົວເອງ, ຕົນຕົວ, ຂອງຕົວ, (ຄໍາເທິງນັ້ນ ບໍ່ປາກົດເຫັນໃຊ້).

- ທີ່ນີ້ ລະຫວ່າງ "ໂຕ" ກັບ "ຕົວ" ມີການໃຊ້ໃນພາສາລາວເຮົາຢ່າງແຜ່ຫຼາຍໃນທ້ອງຖິ່ນ, ໃນສັງຄົມ, ຊຸມຊົນ, ສ່ວນທາງການພັດບອກວ່າ "ໂຕ" ເປັນຄໍາລາວ, "ຕົວ" ເປັນຄໍາໄທຍ໌ ມີການເຂົ້າໃຈກັນແບບນີ້ ຜູ້ຂຽນຈຶ່ງໄດ້ທໍາການສຶກສາລົງເລິກ ສຶກສາທີ່ໄປທີ່ມາຂອງຄໍາວ່າ "ຕົວກັບໂຕ" ມາຈາກໃສກັນແທ້.

- ຕົວ ກັບ ໂຕ ນີ້ມາການເວົ້າກັນຢ່າງແຜ່ຫຼາຍໃນຊຸມຊົນຊາວລາວ ບໍ່ວ່າສັງຄົມເມືອງ ແລະສັງຄົມບ້ານນອກໂດຍສະເພາະທ້ອງຖິ່ນຫ່າງໄກສອກຫຼີກ ສັງຄົມຊົນເຜົ່າ ລ້ວນແຕ່ມີຄໍາສອງຄໍານີ້.

- ໃສສັງຄົມຊາວຜູ້ໄທ(ພູໄທ) ແຕ່ທ່າແຂກຈົນຮອດສະຫວັນ ເດັ່ນທີ່ສຸດແມ່ນສະຫວັນ "ສອງໂຜເມໄປລ້ຽງໂງຢູ່ຢູ່ໜອງໂກ" ຄົນທົ່ວໄປຈະບໍ່ເຂົ້າໃຈ ຄໍານີ້ ຕ້ອງແປ "ສອງຜົວເມັຍໄປລ້ຽງງົວຢູ່ໜອງໂກ"

- ສະແດງໃຫ້ເຫັນວ່າ ສະຣະ "ໂອ" ເປັນສະຣະ "ອົວ" ຜົວ, ເປັນ "ໂຜ, ງົວ ເປັນ ໂງ" ສະນັ້ນ ຄໍາວ່າ "ຕົວ" ຈະມັກເປັນ "ໂຕ" ໃນພາສາລາວ ດ້ວຍເຫດນັ້ນ "ໂຕ" ກັບ "ຕົວ" ຈຶ່ງເປັນພາສາລາວທັງສອງຄວາມ ຕ່າງແຕ່ຈະເວົ້າຕອນໃດເທົ່ານັ້ນເອງ.

ທົ່ວທີບທົ່ວແດນ

- "ທົ່ວທິບທົ່ວແດນ" ຄົນລາວບູຮານສ້າງສັນພາສາຂອງຕົນເອງ ໂດຍທີ່ບໍ່ມີຂໍ້ຈໍາກັດວ່າ ອັນນັ້ນພາສາຂອງປະເທດນັ້ນ ອັນນີ້ພາສາຂອງປະເທດນີ້, ສະນັ້ນ ພາສາຂອງລາວ ຈຶ່ງກວ້າງຂວາງ ບໍ່ມີຂອບເຂດຈໍາກັດ ທັງຫຼວງຫຼາຍພາຍມາກອີກດ້ວຍ.

- ເຮົາຈະເຫັນຄໍາວ່າ "ທົ່ວທີບທົ່ວແດນ" ເຮົາຄົງຈະສົງໄສວ່າ ຄໍານີ້ເປັນຄໍາລາວລ້ວນໆ ທີ່ແທ້ບໍ່ແມ່ນຄໍາລາວທັງໝົດ "ທົ່ວ" ເປັນຄໍາລາວ ໝາຍເຖິງກວ້າງຂວາງ, ຫຼວງຫຼາຍ ເຊັ່ນຄໍາວ່າ "ໂດຍທົ່ວໄປ" ຄື ໝາຍວ່າ "ໝາຍເອົາທັງໝົດທັງປວງ"

- "ທີບ" ມາຈາກພາສາປາລີ "ທະວີປະ ຄື ທະວີປ" ອັນໝາຍເຂດແດນທາງພູມສາດ, ສ່ວນ "ແດນ" ໝາຍເຖິງອານາເຂດ, ຄໍາວ່າ "ທົ່ວທີບທົ່ວແດນ" ໝາຍເຖິງອະນາເຂດທີ່ກວ້າງໃຫຍ່ທຸກໝ້ອງທຸກແຈ.

- ຄໍາທີ່ມັກເອົາໄປໃຊ້ ເຊັ່ນ ຄົນເວົ້າໂລໆເລ, ມັກຈະໃຊ້ຄໍາວ່າ "ເວົ້າທົ່ວທີບທົ່ວແດນ", ຄືເວົ້າບໍ່ມີບ່ອນເອົາ, ຄົນໄປທຸກທີ່ທຸກບ່ອນກໍວ່າ "ໄປທົ່ວທີບທົ່ວແດນ" ສະນັ້ນ, ຄໍາວ່າທົ່ວທີບທົ່ວແດນ ໝາຍເຖິງໄປໂດຍບໍ່ມີຂອບເຂດນັ້ນເອງ.

ໂລໆເລໆ

- ຜູ້ຂຽນມັກອ່ານໜັງສືລາວເປັນຊີວິດຈິດໃຈ, ໜັງສືຫຍັງກະອ່ານໂດຍສະເພາະໜັງສືບູຮານທີ່ຂຽນເປັນຮ້ອຍແກ້ວ ຮ້ອຍກອງໃນໜັງສືໃບລານ ມັນເປັນສິ່ງທີ່ແປກຫຼາຍ ທີ່ບໍ່ມັກພົບຄໍາວ່າ "ໂລໆເລໆ"

- ເມື່ອບໍ່ພົບຄໍາວ່າໂລໆເລໆ ໃນພາສາບູຮານ ກໍເບິ່ງໃນກະວີບູຮານ ກໍບໍ່ເຫັນຄໍາວ່າ ໂລ ຫຼື ເລ ສອງຄໍານີ້ ເວັ້ນເສັຍແຕ່ຄໍາກະວີລາວສະໄໝໃໝ່, ແຕ່ກໍບໍ່ຈື່ວ່າຢູ່ໃສແລ້ວແນວມັນເຫິງແລ້ວ.

- ດ້ວຍເຫດນັ້ນ ຄໍາວ່າ "ໂລ" ກັບ "ເລ" ຈຶ່ງເຂົ້າໃຈວ່າເປັນພາສາໃໝ່ ອາດຊິເກີດຂຶ້ນໃນສະໄໝຝຣັ່ງນີ້ ເຊັ່ນວ່າ "ເຄື່ອງໂລ" ຫຼື "ຂອງເລ" ກໍຄື ເຄື່ອງລາຄາຖືກ, ລາຄາບໍ່ແພງ, ສ່ວນຄໍາວ່າ "ເລ" ເປັນພາສາລາວເກົ່າ ທີ່ໃຊ້ມາແຕ່ເຫີງແລ້ວ, ສ່ວນວ່າ "ໂລ" ບໍ່ຮູ້ວ່າເປັນພາສາລາວຫຼືພາສາຕ່າງປະເທດ ເຊັ່ນມັກໃຊ້ໃນການ ຂາຍອງເຊັ່ນກັນ "ຂາຍຂອງເລຫຼັງ, ຂາຍເຄື່ອງເລ" ກໍຄືເອົາຂອງເກົ່າ ຂອງຕົກລາຄາມາຂາຍໃນລາຄາຖືກໆ

- ຂໍ້ມູນເພີ່ມຕື່ມ ໃນພາສາເວົ້າຂອງລາວ ພົບຄໍາວ່າ ຄວາຍເຂົາບໍ່ຊື່ ມັນບິດບ້ຽວໄປຕ່າງຈາກຄວາຍທົ່ວໄປ ຫຼືບິດບ້ຽວຕ່າງຈາກເຂົາອີກຂ້າງໜຶ່ງຂອງມັນ ຮຽກວ່າ "ຄວາຍເຂົາເລ" ເຈົ້າຂອງມັກເອົາມາຕັ້ງຊື່ໃຫ້ມັນວ່າ "ຄວາຍບັກເລ" ສະນັ້ນ, ຄໍາ "ເລ" ໃນຄວາມລາວ "ອາດຊິໝາຍວ່າບໍ່ຖືກຕາມແບບຢ່າງ ຫຼືຖືກຕ້ອງຕາມຄວາມເປັນຈິງ ກໍອາດເປັນໄປໄດ້ ຫຼືຜິດທໍາມະດາ.

- ສະນັ້ນ, ຄໍາວ່າ "ໂລໆເລໆ" ຈຶ່ງໝາຍເຖິງໄຮ້ຄຸນຄ່າລາຄາບໍ່ສູງ, ຄໍາວ່າ "ເວົ້າໂລໆເລໆ" ກໍຄືເວົ້າທົ່ວທີບບໍ່ມີຄຸນຄ່າລາຄາບໍ່ແພງ ນັ້ນເອງ.

ຊູ, ຊູ່, ຊູ້

ຊູ : ເປັນພາສາລາວແທ້ໆ ຄືການເອົາຜົວເອົາເມັຍແບບໜຶ່ງຂອງຄົນລາວບູຮານ, ໝາຍຄວາມວ່າ ຜູ້ບ່າວຜູ້ສາວ ມັກຮັກກັນ ແຕ່ມີສິ່ງຫຍຸ້ງຍາກອາດເຮັດໃຫ້ເກີດອຸປະສັກຕໍ່ຄວາມຮັກຂອງເຂົາ ເຊັ່ນກ່ຽວກັບຊາດຕະກູນ, ຊົນຊັ້ນ, ຖານະ, ເງິນຄ່າດອງ ແລະອື່ນໆ ວິທີນີ້ຫາກຜູ້ສາວຜູ້ບ່າວຕົກລົງປົງໃຈກັນ ກໍອະນຸຍາດໃຫ້ຜູ້ຊາຍຂຶ້ນເຮືອນ ແລະເຂົ້າຫ້ອງນອນນຳໄດ້ ໂດຍທີ່ບໍ່ໃຫ້ພໍ່ແມ່ຮູ້ ວັນໃໝ່ຕໍ່ ຝ່າຍຍິງຈະຫາວິທີບອກພໍ່ແມ່ວ່າໄດ້ຢູ່ນຳກັນແລ້ວກັບ ຜູ້ນັ້ນຜູ້ນີ້ ຝ່າຍຜູ້ໃຫຍ່ຈຶ່ງຫາວິທີເວົ້າຈາກັນເພື່ອຫາຂ້ໍຕົກລົງ ຈົນເກີດການສູ່ຂໍກັນຂຶ້ນຕາມປະເພນີ້ ແບບນີ້ ຮຽກວ່າຊູ.

ຊູ : ຜູ້ບ່າວຜູ້ສາວຮັກແພງກັນ ຈົນໄປຫາມາສູ່ກັນຂຶ້ນເທິງເຮືອນໄດ້, ນັບວ່າເປັນເລື່ອງສຳຄັນຢ່າງຍິ່ງລະຫວ່າງຄູ່ ບ່າວສາວຄົນນັ້ນ ເພາະຖືວ່າເປັນການຄົບກັນຢ່າງເປີດເຜີຍ, ຫາກເປັນເຊັ່ນນັ້ນຖືວ່າ ພໍ່ແມ່ຂອງຜູ້ສາວເຫັນດີເຫັນ ງາມນຳແນ່ແລ້ວ ຈຶ່ງໃຫ້ຂຶ້ນເຮືອນຂຶ້ນຊານໄດ້ ເພາະຜູ້ຍິງໃນສະໄໝເກົ່າ ເມື່ອ ໔໐ ປີທີ່ແລ້ວ ຫຼືສັງຄົມຊົນນະບົດເມື່ອ ໒໐ ປີທີ່ແລ້ວນັ້ນ ຈະຮັກນວນສະຫງວນຕົວ, ຢູ່ໃນໂອວາດຂອງພໍ່ແມ່ ຢາມບຸນບ້ານ ບຸນວັດກໍໄປນຳພໍ່ແມ່ ແມ່ນແຕ່ລົງເຮືອນຍາມກາງຄືນກໍຍັງຕ້ອງໄດ້ລະ​ວັງ ຫາກຍິງໃດໄປກາງຄ່ຳກາງຄືນເລື້ອຍໆ ຍິງຄົນນັ້ນຈະເປັນຂີ້ປາກ ຂອງຊາວບ້ານ ຫາຜົວຍາກ, ບັດນີ້ກັບເຂົ້າເວົ້າເຖິງຊູແບບທີສອງ ຄື ບ່າວສາວມັກຮັກກັນຈົນໄປລົມກັນເຖິງເຮືອນ ເຖິງຊານໄດ້ນັບວ່າພໍ່ແມ່ຝ່າຍຍິງໃຫ້ຄວາມສຳຄັນກັບຝ່າຍຊາຍ ຫາກວ່າພໍ່ແມ່ຝ່າຍຍິງບໍ່ເຫັນດີເຫັນງາມນຳປານໃດ ກໍບໍ່ອະນຸຍາດໃຫ້ຢູ່ເດີກເກີນ ໙ ໂມງ ສ່ວນຫຼາຍຈະແນະນຳໃຫ້ ກັບເຮືອນ ຫຼືບໍ່ກໍຫາວິທີກັນທ່າຢູ່ພໍປານນັ້ນ, ແຕ່ບັງເອີນພໍ່ແມ່ຝ່າຍຍິງກະມັກແນ່ ກໍເລີຍເຂົ້ານອນແຕ່ຫົວຄ່ຳ ປ່ອຍໃຫ້ບ່າວສາວເຂົາໂລມກັນ ໂລມໄປໂລມມາຈົນຫຼົງແຈ້ງ ຮອດ ໔ ໂມງຂ້ອນແຈ້ງ ບັງເອີນພໍ່ແມ່ ອ້າຍເອືອຍນ້ອງເຂົາຕື່ນຂຶ້ນມາຍັງເຫັນນັ່ງເຝົ້າກະກຽງຢູ່ ມີການທັກທວງເກີດຂື້ນ ຕື່ນເຊົ້າໄປຫາເຖົ້າແກ່ມາເວົ້າ ກໍຈຳຍອມຮັບຜິດຊອບ ຖ້າຮັບວ່າລ້ຽງເກືອເຜືອມ່າມກໍໃຫ້ເອົາກັນເລືອຍໃນວັນນັ້ນ ຫຼືຫາຣືກງາມຍາມດີມາວ່າກັນ ວິທີນີ້ເຂົາວ່າ ຊູນັ່ງ ຫາກຝ່າຍຊາຍບໍ່ຍອມມີການປັບໃໝກັນຂຶ້ນ ຝ່າຍຊາຍກໍຍອມຮັບປັບ ແຕ່ບໍ່ໄດ້ເອົາກັນ ວິທີນີ້ເຂົາວ່າ ທັງສອງເປັນຮ້າງຊູ ແຕ່ສ່ວນໃຫຍ່ແລ້ວມັກຈະເອົາກັນ ເພາະຄົນແຕ່ກີ້ເຖິງຂັ້ນວ່າມາໂລມກັນເຖິງ ເຮືອນແລ້ວນັບວ່າຮັກກັນສົມຄວນ.

- ຊູ : ອີກແບບໜຶ່ງ ເປັນການຊູທີ່ພໍ່ແມ່ຮູ້ເຫັນເປັນໃຈກັນທັງສອງກຳ້ສອງຝ່າຍ ຄືວ່າ ພໍ່ແມ່ບ່າວສາວນັ້ນ ເນັ່ງແນໃສ່ກັນແລ້ວວ່າຄົນນີ້ກັບຄົນນີ້ພໍ່ແມ່ຢາກໃຫ້ແຕ່ງງານກັນຢູ່ແລ້ວ ແຕ່ຫາເວລາບໍ່ທັນເໝາະສົມ ບັງເອີນວັນນັ້ນເປັນເດືອນຂຶ້ນ ໑໕ ຄຳ່ກົບພັດກິນເດືອນກົງກັບຣືກຍາມຍາມດີພໍດີ ຄື ລະຫວ່າງ ໒໐-໒໒ ໂມງພໍດີ ພໍ່ແມ່ບ່າວບ່າວມັກຈະເອົາໄປຊູສາວ ໂດຍມີພໍ່ແມ່ເຈົ້າສາວຮູ້ເຫັນນຳ (ບໍ່ຮູ້ວ່າເຂົາຮຽກຊູແບບນີ້ວ່າຈັ່ງໃດ)


- ຊູ : ອີກແບບໜຶ່ງ ຕາມຖາມຄົນເຖົ້າເວົ້າໃຫ້ຟັງນັ້ນແມ່ນເລີກປະຕິບັດມາ ເກືອບ ໘໐ ປີແລ້ວໃນສັງຄົມເມືອງ ແຕ່ໃນສັງຄົມຊົນນະບົດ ກໍຍັງເລີກກັນໄປເຫິງເຕີບຈົນບໍ່ມີໃຜຈື່ຈຳແລ້ວ ວິທີນີ້ຫາກພໍ່ແມ່ຝ່າຍຍິງເອົາເລື່ອງ ກໍຖືວ່າຜິດກົດໝາຍຊ້ຳໃນໄລຍະໜັງ ຄື ຝ່າຍຊາຍມັກຍິງຄົນໜຶ່ງ ແຕ່ຝ່າຍຍິງບໍ່ມັກ ຝ່າຍຊາຍໄປສະໝັກພັກພວກ ໄປລັກພາຕົວຍິງຄົນນັ້ນໜີໄປ ຈົນຮອດ ໓ ມື້ ຫຼືເຫັນສົມຄວນຈຶ່ງກັບມາສົມມາພໍ່ແມ່ຝ່າຍຍິງກໍຢູ່ນຳກັນໄດ້ ລັກສະນະເຊັ່ນນີ້ຮຽກວ່າຊູຊຸດ.

- ອັນນີ້ເວົ້າໃນແງ່ຂອງພາສາ ຄຳວ່າ "ຊູ" ຍັງມີເລື່ອງລາວກ່ຽວກັບວັດທະນະທຳລາວບູຮານຫຼາຍເລື່ອງແລ້ວ, ນອກຈາກນັ້ນ ຄຳວ່າຊູ ຍັງໃຊ້ຫຼາຍແບບເຊັ່ນ ເຊີດຊູ, ຊູຊ້ອງ, ຜັກຊູ, ຢາງກະຊູ, ຊູແຫ, ຊູງມອງ ແລະອື່ນໆອີກ.


- ຊູ່ : ຍັງບໍ່ທັນພົບວ່າເອົາໄປໃຊ້ກັບຫຍັງໄດ້ແນ່ ຈຶ່ງຍັງບໍ່ນຳມາອະທິບາຍໃນທີ່ນີ້(ຫາກໃຜມີຂໍ້ມູນ) ກໍຈົ່ງໃຫ້ຄຳເຫັນໄດ້.

- ຄຳວ່າ "ຊູ້" ເປັນຄຳລາວແທ້ ໃນບັດນີ້ຄຳນີ້ອາດຊິໝົດໄປແລ້ວໃນສັງຄົມລາວ ເພາະຄຳວ່າຫິ້ຼນຊູ້ ມັນບໍ່ມີໃຜສົນ ໃຈແລ້ວ ກະເລີຍຖືເປັນເລື່ອງທຳມະດາ.
- ຄຳວ່າ "ຊູ້" ແຕ່ກ່ອນ ຊາຍຍິງຮັກກັນ ຈົນເປັນແຟນກັນ ເຂົາວ່າ "ເປັນຊູ້ກັນ"
- ຄຳວ່າ "ຊູ້" ແຕ່ກ່ອນ ຊາຍຄົນໜຶ່ງມີເມັຍແລ້ວກໍຕາມ ບໍ່ທັນມີເມັຍແລ້ວກໍຕາມ ໄປຫຼິ້ນລັກສະນະຊູ້ສາວກັບເມັຍຄົນອື່ນ ເຂົາວ່າ "ຫຼິ້ນຊູ້"
- ຄຳວ່າ "ຊູ້" ຍິງໂສດ ຊາຍໂສດ ພົບພັນກັນໃນທາງລັບ ເຂົາວ່າ "ຊາຍຍິງຄົນນັ້ນຫຼິ້ນຊູ້ກັນ"
- ຈຶ່ງປາກົດໃນສິນຫ້າຂໍ້ທີ່ສາມ ທີ່ພຣະມັກຈະເທດວ່າ "ຫຼິ້ນຊູ້ຊູ່ຜົວເມັຍທ່ານ ຜິດສິນຂ້ໍກາເມ"
- ນອກຈາກນັ້ນ ຄຳວ່າຊູ້ ນີ້ຍັງມີການເອົາມາເວົ້າຍ້ອງຍໍ ຄົນງາມຄົນຫຼໍ່ວ່າ "ເປັນຄົນເຈົ້າຊູ້" ບໍ່ຮູ້ວ່າໃຊ້ພາສາຖືກຫຼື ຜິດກັນແທ້ ແຕ່ເຫັນມີການໃຊ້ກັນຫຼາຍທ້ອງຖິ່ນ.

- ທັງໝົດທັງປວງເປັນການອະທິບາຍພາສາລາວ ໃນຄຳຈຳເພາະ ຊູ, ຊູ່, ຊູ້ ເທົ່ານັ້ນ ມັນຕິດພັນກັບວັດທະນະທຳ ລາວແນວໃດ ?

วันอังคารที่ 13 ธันวาคม พ.ศ. 2554

ຄຳສັບທີ່ຄວນຮູ້ ມີໃນພາສາລາວ

ສັບ
ຄໍາເໝືອນກັນມີໃຊ້ໃນພາສາລາວ
ຄວາມໝາຍ/ການໃຊ້
ທຽບຄໍາໄທຍ໌
ລ້າໆ
ດາຍ, ເປົ່າ, ຊື່ໆ
ໃຫ້ລ້າໆ, ເອົາລ້າໆ

ພວມ
ກໍາລັງ
ພວມມາ, ພວມໃຫຍ່

ເຫິງ
ນານ, ເຫິງນານ, ດົນ
ເຫີງນານ, ໄປເຫີງໂພດ

ມໍ່
ໃກ້, (ເກີ້)
ມໍ່ໄກ້, ໄກ້ມໍ່, ຢູ່ມໍ່ໆ

ສໍ່າ
ເທົ່າ, ທໍ່, ສະເໝີ, ປານ
ສໍ່າຮານປານດຽວກັນ

ຊອມ
ຈອບ, ຄອຍ,
ຊອມເບິ່ງ,

ກົງ
ກົງ, ຕົຼງ
ບໍ່ກົງກັນ, ສະເໝີການ, ຊື່ກັນ

ປານ
ເທົ່າ, ທໍ່
ປານວ່າຄົນດຽວກັນ

ເອາະເຍະ
ໜ້ອຍ, ບໍ່ຫຼາຍ
ກອງເອາະເຍາະ

ເອີ້ນ
ຮຽກ
ໄປເອີ້ນພໍ່ມາ

ຮຽກ
ເອີ້ນ
ຮ້ອງຮຽກ, ຮຽກຮ້ອງ

ຮ້ອງ
ຮ້ອງ
ຮ້ອງເພງ, ຮ້ອງດັງ

ກະ
ກໍ
ກະແມ່ນຄວາມເຈົ້າ

ທືດໆ
ຫຼວງຫຼາຍ, ມາກມາຍ
ພວກເຂົາໄປກັນທືດໆ

ເຄີກ
ເສັຍເວລາ
ໄປລ້າໆພໍແຕ່ເຄີກວຽກ

ທົ່ວທີບ
ທຸກທີ່
ໄປທົ່ວທີບທົ່ວແດນ, ເວົ້າທົ່ວທີບທົ່ວແດນ.

ແນມ
ເບິ່ງ, ມອງ, ດູ, ຜໍ່, ຈ້ອງ
ແນມເບິ່ງ, ສອດແນມ

ແກ້

ແກ້ໄຂ,ແກ້ເຊືອກ,ແກ້ຂອດ

ເວົ້າ
ຈາ, ເຈຣະຈາ
ເວົ້າຈາພາທີ, ເວົ້າວ່າ

ຄັກ
ດີຫຼາຍ,ຖືກຕ້ອງ,ແນ່ນອນ
ຄັກຫຼາຍ, ຄັກໆ

ຢ້ານ
ກົວ, ບໍ່ຫານ,
ຢ້ານກົວ, ເປັນຕາຢ້ານ

ຫຸ້ມ
ໂຮມ, ຫໍ່, ປຸ້ມລຸມ
ຫຸ້ມຫໍ່

ໂຊມ
(ເໝືອນກັບໂຈມ)
ໂຊມເອົາລາວແນ່

ໂຈມ
(ເໝືອນກັນໂຊມ)
ຈັບໂຈມໂຊມເອົາ

ອີຫຼີ
ແທ້, ຈິງ
ແມ່ນອີຫຼີ

ຊາ
ຊັ່ງ, ຕວງ, ປະມານ
ຊາເບິ່ງ, ຊາມຊາຮອດ

ພໍ້
ພົບ, ເຈີ, ຈວບ, ປະຈົບ
ປະຈົບພົບພໍ້, ພໍ້ລາວ


ຍັງມີຕໍ່ ໂຜດຕິດຕາມ

วันเสาร์ที่ 3 ธันวาคม พ.ศ. 2554

ຊະນະ ກັບແພ້

-      ຕໍ່ແຕ່ນີ້ ຊິເວົ້າເຖິງຄຳທີ່ໃຊ້ໃນພາສາລາວ ທີ່ກ່ຽວກັບ "ຊະນະ ແລະແພ້" ໃຫ້ເບິ່ງຄື
- ຊຍະ ເປັນພາສາປາລີ ມີຄວາມໝາຍດຽວກັບ "ຊະນະ"(ຊິນະ), ຊຍະ ຊຍະ ເມື່ອເອົາສອງຄຳເຂົ້າກັນ ຈະໄດ້ຄຳວ່າ "ໄຊຊະນະ" ໃນເພງປະຕິວັດເພງໜຶ່ງວ່າ "ຊົມເຊີຍ ຊົມເຊີຍ ໄຊຊະນະ ສັນຕິພາບຄືນມາ ພົງພະນາຂອງລາວໄດ້ປ່ຽນສີ..."

- ຊຍະ ໄດ້ຖືກປ່ຽນຮູບມາເປັນພາສາ ໄຊຍະ-ໄຊຍ໌ ກັບ ຊັຍຊະນະ(ໄຊຍຊະນະ) ມີຄວາມໝາຍດຽວກັນ ທັງສອງຄຳລ້ວນແລ້ວແຕ່ມາຈາກພາສາປາລີ ປັດຈຸບັນເປັນພາສາລາວແລ້ວ. ຄຳເດີມ ແມ່ນ (ຊະຍະ, ໄຊຍະ, ຊີນະ, ຊີໂນ, ຊີນັງ)

ຄຳທີ່ມີການໃຊ້ໃນພາສາລາວ
- ອະນຸສາວະຣີໄຊຍ໌(ຊະນະ).
- ປະຕູໄຊຍ໌(ຊະນະ).
- ວັດນາໄຊຍ໌(ຊະນະ).
- ວັດມີໄຊຍ໌(ຊະນະ)
- ໄຊຍະ(ຊະນະ)ບູຣີ.
- ໄຊຍ໌(ຊະນະ)ພູທອງ.
- ອຸດົມໄຊຍ໌(ຊະນະ)
- ເສັ້ນໄຊຍ໌(ຊະນະ)
- ໄຊຍ໌(ຊະນະ)ບູຣີ [ເມືອງໜຶ່ງທີ່ແຂວງສະຫວັນ]
- ສຸພະໄຊຍ໌(ຊະນະ) [ຊື່ຄົນ]

- ດັ່ງທີ່ເຮົາຮູ້ແລ້ວວ່າ "ຊະນະ" ມີຄວາມໝາຍດຽວກັບ "ຊະຍະ(ໄຊຍະ) ເມື່ອຄຳ "ໄຊຍະ" ມາຢູ່ໂດດດ່ຽວ ມັນກໍມີຄວາມໝາຍໃນໂຕຂອງມັນວ່າ "ຜາບແພ້" ໃນພາສາລາວ, ແຕ່ຄົນລາວເຮົາມັກໃຊ້ຄຳໂຕ່ງ ໂຕຍ ຈຶ່ງສ້າງຄຳໃໝ່ມາໃຫ້ອີກ ໂດຍເອົາພາສາລາວປະສົມປາລີວ່າ "ໄຊຊະນະຜ້າບແພ້ຂ້າເສີກສັດຕູ" ຄຳວ່າ "ໄຊຊະນະຜ້າບແພ້" ລ້ວນແຕ່ມີຄວາມໝາຍດຽວກັນທັງ ໓ ຄຳນັ້ນ, ຫຼື "ໄຊຊະນະຜ້າບແພ້" ກໍຍັງເປັນຄຳຜະສົມອີກ ຫາກເປັນຄຳຜະສົມຣະຫວ່າງ ພາສາປາລີລາວ ໃນຄຳປາລີເອງ ຄຳສັນສະກິດ ຄົນລາວກໍເອົາມາຜະສົມກັນ ຄື "ຊັຍຊນະ"(ໄຊຊະນະ)ນັ້ນ. ຫາກບໍ່ໃຊ້ຄຳຜະສົມ ກໍໃຊ້ດຽວກໍໄດ້ ຄື ໄຊຍ໌ ຫຼືຊະນະ ແຕ່ໄຊຍ໌ ຫາກເປັນຊື່ຄົນກໍໃຊ້ໂດດໆ ກະໄດ້ "ທ້າວໄຊ" ແບບນີ້ອາດໝາຍເຖິງອຸປະກອນດັກປາຊະນິດໜຶ່ງ ຫາກຂຽນວ່າ “ທ້າວໄຊຍ໌ ຫຼື ຊັຍ” ເປັນຄຳມາຈາກ "ຊຍະ" ນີ້, ແຕ່ຄຳວ່າ ໄຊຍະເມື່ອເອົາມາເປັນພາສາລາວ ເຮັດໃຫ້ ຄວາມສົມບູນ ແທນຄຳວ່າ "ໄຊຍ໌ຊະນະ" ຈຶ່ງມີຄຳລາວຄຳໜຶ່ງອີກວ່າ "ມີໄຊຍ໌" ກໍມີຄວາມໝາຍເຕັມໃນຕົວມັນເອງ.

- ດ້ວຍເຫດນັ້ນມີຄົນສົງໄສ ຄຳວ່າ "ແພ້ ກັບ ຊະນະ" ນັ້ນເປັນຄຳລາວແທ້ບໍ ອັນນີ້ມັນຕ້ອງໄດ້ສຶກ ສາຫາຮາກເຫງົ້າໃຫ້ຈະແຈ້ງ ຄືວ່າແພ້ໃນພາສາລາວນີ້ ຫາກໃຊ້ໂດດໆ ຄວາມໝາຍມັນກໍຍັງບໍ່ສົມບຸນ ກໍຕ້ອງຫາຄຳອື່ນມາຜະສົມ ສະນັ້ນຄຳນີ້ ຈຶ່ງມີຄຳວ່າ "ຜາບແພ້" ມາຕື່ມເຂົ້າ ມີຄວາໝາຍອື່ມໂຕ ແລະມີຄວາມໝາຍດຽວກັບ "ຊະນະ ຫຼື "ໄຊຊະນະ" ສະນັ້ນ ເວລາໃຊ້ ເຮົາເອົາມາໃຊ້ດ່ຽວກໍໄດ້ ຫາກເປັນ ພາສາເວົ້າ "ທ້າວແກ້ວຊົກມວຍແພ້ທ້າວກອນ" ຄືທ້າວແກ້ວຊະນະທ້າວກອນ ຫາກເປັນພາສູງຂຶ້ນ ກໍຄວນ ຈະໃຊ້ຄຳທີ່ສົມບູນ ຕ້ອງວ່າຜາບແພ້, ຫາກເສັຍກໍວ່າ ບໍ່ແພ້ ແປວ່່າບໍ່ຊະນະ, ອັນຄຳວ່າຜາບແພ້ນີ້ ຜາບບໍ່ແມ່ນພາສາລາວແທ້ ຫາກແມ່ນລາວເຮົາແປງເອົາພາສາຂະເໝນມາໃຊ້ "ປຣາບ", ຄຳທີ່ມີການໃຊ້ໃນພາສາລາວ ນັ້ນຄື ຊະນະ, ມີໄຊຍ໌, ແພ້, ຜາບແຜ້, ໄຊຊະນະ, ໄຊໂຍ, ຄຳກົງກັນຂ້າມກັນ ກໍມີ ບໍ່ຊະນະ, ບໍ່ມີໄຊ, ພ່າຍແພ້, ອະປະຣາໄຊຍ໌(ອັປຣາໄຊຍ໌ -ປຣາໄຊຍ໌) ເສັຍໄຊ, ບໍ່ແພ້ທັງໝົດທັງປວງເປັນສາລາວແທ້ ຫາກເຮົາເຂົ້າໃຈວ່າ ສາສນາພຸດ ແລະສາສນາພຣາມຮີນດູ ມາມີອິດທິພົນໃນດິນແດນທີ່ເປັນ ຂອງລາວ ແລະບັນດາປະຊາຊົນລາວ ຕັ້ງແຕ່ ພສ. ໘ ພຸ້ນ ເຮົາກໍເຂົ້າໃຈວ່າ ພາສາປາລີ-ສັນສະກິດ ເປັນສ່ວນໜຶ່ງຂອງພາສາລາວແລ້ວ ອີກອັນໜຶ່ງໃນນັ້ນດິນແດນຂອງລາວເຮົານັ້ນເມື່ອ 8-1000 ປີຂະເໝນ ຫຼືຂອມ ມີບົດບາດທາງການເມືອງຢູ່ພູມີພາກນີ້, ອາດແຜ່ອິດທິພົນທາງສາສນາ ພາສາ ແລະການປົກຄອງເຂົ້າມາ ພາສາລາວກໍຕິດແສດກັບພາສາ ເລົ່ານີ້ເປັນທຳມະດາ, ທີ່ມັນບໍ່ທັມມະດານັ້ນ ຄືພາສາລາວກັບພາສາໄທຍ໌ ມັນມີສ່ວນຄືກັນທັງໝົດ ຫາກເຮົາຕັດເອົາຄຳຊັບສ່ວນໜ້ອຍຂອງພາສາໄທຍອອກ ເຊັ່ນຄັບ, ຜົມ, ສັນ, ໜູ, ແລະຄຳທ້ອງຖິ່ນອື່ນໆທີ່ບໍ່ຫຼາຍປານໃດອອກ ແລະກໍບໍ່ຄຳນຶງເຖິງສຽງ(ທີ່ເປັນສັດທະສາດ) ພາສາລາວກໍບໍ່ມີຄວາມແຕກ ຕ່າງກັນເລີຍ, ມັນກໍເໝືອນກັບພາສາລາວເໜືອ, ກາງ, ໃຕ້ນີ້ເອງ ມັນມີຄວາມຕ່າງກັນຢ່າງເຫັນໄດ້ຈະແຈ້ງແລ້ວ ອັນນັ້ນເຖິງວ່າ ມີຄວາມແຕກຕ່າງ ທີ່ຮູ້ກັນຢູ່ ເຮົາກໍຖືກັນວ່າ "ມັນບໍ່ຕ່າງເພາະມັນ ປະເທດດຽວກັນ" ສ່ວນພາສາໄທຍ ທັງທີ່ມັນມີຄຳສ່ວນຫຼາຍບໍ່ຕ່າງກັນ ເຮົາກໍຖືວ່າມັນຕ່າງ ເພາະມັນຕ່າງປະເທດກັນ ແມ່ນແຕ່ພາສາລາວໃນພາກອີສານຂອງໄທຍ໌ ແລະພາກເໜືອຂອງລາວ ມັນຄືກັນລາວອ້ອຍຕ້ອຍໃນພາສາສ່ວນຫຼາຍທັງສຽງ ແລະຮູບຄຳ ເຮົາກໍຍັງຖືວ່າມັນຕ່າງເພາະມັນຕ່າງປະເທດກັນ, ການທີ່ຈະພັດທະນາພາສາລາວ ຫາກເຮົາຍັງຖືຄວາມເໝືອນກັນ ຕ່າງກັນ ພຽງແຕ່ພາສາລາວ ແລະສຽງພາສາໄທຍ໌ມາເປັນບັນຫາຫຼັກ ເຮົາພັດທະນາບໍ່ໄດ້ແທ້ ເພາະມັນບໍ່ມີອັນ ຕ່າງກັນເຮົາກັບມາພະຍາຍາມໃຫ້ຕ່າງ ກັນກະເຮັດໃຫ້ພາສາທີ່ມັນເໝືອນກັນຕ່າຍລົງໆແລ້ວ ພາສາລາວຈະເຫຼືອຫຍັງ, ທີ່ຈິງ ຫາເຮົາຍັງມີຄວາມເຊື່ອ ຕາມຫຼັກຖານທາງປະຫວັດສາດວ່າ "ຊົນຊາດລາວອົບພະຍົມຈາກເໜືອລົງໄຕ້, ແລະຖືກຫຼັກຖານທາງປະຫວັດສາດກ່ອນພຣະເຈົ້າອະນຸວົງ ແລະຫຼັງພຣະເຈົ້າອະນຸວົງ ລາວຖືກກວາດຕ້ອນລົງໄປ ສຍາມຫຼວງຫຼາຍ ແລະຍັງເຊື່ອວ່າ ດິນແດນສ່ວນໜຶ່ງຂອງລ້ານຊ້າງ ຄືພາກອີສານຂອງໄທຍນັ້ນ ເຮົາກໍມອງເຫັນແລ້ວວ່າ ວັດທະນະທັມທາງພາສາ ແລະວັດທະນະທຳອື່ນໆ ທີ່ແທ້ຈິງຂອງລາວມີອຳນາດອິດທິພົນເໜືອໄທຍ໌ ແລ້ວມັນຊິແປກປາຫຼາດຫຍັງ ທີ່ພາສາໄທຍ໌ຈະເໝືອນລາວ ເຊິ່ງບໍ່ແມ່ນລາວເໝືອນໄທຍ໌ຫາກເຮົາມອງທາງກັບກັນ, ອັນໜຶ່ງທັງພາສາລາວ-ໄທຍ-ຂະເໝນ  ກໍເຕັມໄປດ້ວຍຄຳທີ່ແປງມາຈາກພາສາປາລີ-ສັງສະກິດ ແລະພາສາອື່ນໆ ທີ່ມາທາງສາສນາ ເສດຖະກິດ ສັງຄົມວັດທະນະທຳ.

- ແຕ່ຫາກວ່າ ພາສາປາລີມາຢູ່ໃນພາສາລາວນັ້ນ ມັນຕ້ອງປ່ຽນສຽງກໍມີ, ປ່ຽນຮູບກໍມີ ບໍ່ປ່ຽນສຽງປ່ຽນຮູບກໍມີ ບໍ່ແມ່ນມາເປັນພາສາລາວແບບ ກົງຕົວໂລດເຊັ່ນ ຕົວຢ່າງ:
໑. ປັນຍະ-ປັນໂຍ-ປັນຍັງ ເປັນ ປັນຍາ
໒. ສັດທາ-ສັດທທັງ ເປັນສັດທາ.
໓. ຄາຣະວະ, ຄາຣະໂວ ເປັນເຄົາຣົບ.(ຂາບ)
໔. ທະນະ+ອາຄາຣະ ເປັນທະນາຄານ.
໕. ພັຕຕະ+ອາຄາຣະ=ພັດຕາຄານ.

- ພາສາປາລີ ນອກຈາກມາມີສ່ວນຮ່ວມເປັນໜຶ່ງໃນພາສາລາວ ຢ່າງປະສົມກົມກືນແລ້ວ ພາສາປາ ລີຍັງມາມີອິດທິພົນດັດແປງວັດທະນະທຳການໃຊ້ພາສາລາວອີກ ເຊັ່ນ
໑. ຕູຂ້າ(ກູ), ເຈົ້າກູ ກໍໄດ້ກາຍມາເປັນ ຂ້ອຍ, ຂ້ານ້ອຍ, ຂ້າພະເຈົ້າ ຄຳເຫຼົ່ານີ້ບໍ່ໄດ້ມາຈາກ ປາລີໂດຍກົງ ແຕ່ໄດ້ໂດຍການປ່ຽນແປງວັດທະນະທຳທາງສັງຄົມ ຈາກຄຳເຫຼົ່ານີ້ " ອາມະ ພັນເຕ" ແລະ "ມະຍັງ"
 ໒. ຂ້າແຕ່ເຈົ້າກູ(ເຈົ້າຕູ) ຮັບອິດທິພົນມາຈາກ ນະມັສກາຣະ "ນ້ອມນະມັດສະການ"
ແລະອື່ນໆ

- ອັນນີ້ບໍ່ໄດ້ໝາຍວ່າ ພາສາປາລີ-ສັນສະກິດ ມາມີບົດບາດໃນພາສາລາວ ແລ້ວຈະມາປ່ຽນແປງພາ ສາລາວໄດ້ທັງໝົດ ມັນປ່ຽນແປງບາງຄຳເລັກໆນ້ອຍໆເທົ່ານັ້ນ ຫາກແຕ່ວ່າພາສາລາວ ເມື່ອໄດ້ ຮັບເອົາຄຳປາລີມາໃຊ້ແລ້ວ ມັນໄດ້ຖືກປ່ຽນແປງຮູບ-ສຽງເກືອບທັງໝົດ ເຊັ່ນວ່າ ຣັຖະບານ, ກາຣ, ຣົຖ, ຣົສ, ວັດທະນະ, ສັດທາ, ສັດຈະ, ໂລບ, ຮູບ, ບາດ, ອາຫານ, ສຶກສາ  ແລະອື່ນໆເລົ່ານີ້ ລ້ວນແຕ່ເປັນພາສາປາລີທີ່ຖືກພາສາ ລາວປ່ຽນຮູບທັງນັ້ນ. 
- ເຮົາຈະປະຕິເສດ ຄຳປາລີໃນພາສາລາວແມ່ນບໍ່ໄດ້ເດັດຂາດ ຫາກເຮົາຈຳແນກພາປາລີອອກຈາກພາສາລາວເມື່ອໃດ ເຮົາຈັກບໍ່ມີພາສາ ລາວເຮົາໃຊ້ຄົບເລີຍ, ສະນັ້ນ ຈຶ່ງວ່າໃນພາສາລາວຂອງເຮົາເຕັມໄປດ້ວຍພາສາປາລີ ທີ່ຍົກມານັ້ນແມ່ນຕົວຢ່າງຊື່ໆ ຫາກຊິເວົ້າໃຫ້ຫຼ້ອນໆ ອະໄວຍະວະເພດຊາຍນັ້ນ ກໍແມ່ນຊື່ທີ່ໄດ້ມາຈາກພາສາປາລີຄືກັນ ແຕ່ແປງຮູບມາ ຮູບເດີມ ຄື "ຄຸຍຫະ".

- ເອົາເປັນວ່າ ໄຊຍ໌ - ຊະນະ - ຜາບແພ້, ຜ່າຍແພ້ ລ້ວນແຕ່ເປັນພາສາລາວ ຄືກັນນັ້ນແລ, ແຕ່ວ່າ ລາວເຮົາ ມັກໃຊ້ຄຳໂດດ ຫຼືຄຳດຽວ ຄຳໃດມີ ໒ ພະຍາງ ບາງຄັ້ງກໍໃຊ້ແຕ່ພະຍາງດຽວກໍໄດ້ ເຊັ່ນ ຜາບແພ້ ໃຊ້ແຕ່ "ແພ້" ກໍໄດ້, ສ່ວນຄຳວ່າ "ຜາບ" ກັບໄປໃຊ້ເປັນຄຳອື່ນກໍໃຊ້ "ຜາບເສືອ" ຄຳວ່າ "ຜາບ" ຄົນລາວເຮົາ ກໍປ່ຽນ(ຜ່ຽນ) ໄປເປັນ "ປາບ" ກໍໄດ້ ແລະແລ້ວ ກໍສ້າງປະໂຫຍກຂຶ້ນມາໃຊ້ໃໝ່ອີກ "ປາບປາມ" ເຊັ່ນ "ປາບປາມໝູ່ໄພຣີ" ຄັນເວົ້າ ແລ້ວ ພາສາລາວເຮົານີ້ ຫາກຊິສຶກສາແທ້ ມັນກະບໍ່ສຸດບໍ່ສ້ຽງດອກ ຫຼວງຫຼາຍພາຍມາກແທ້ໆ.

ຄັນຊິຫາຕົ້ນປາຍສາເຫດວ່າ ເປັນຫຍັງຄົນລາວເຮົາຈຶ່ງ ເກີດຄວາມສົງໃສໃນພາສາລາວ ທີ່ແປກໆ ແລ້ວປະຕິເສດວ່າ ບໍ່ແມ່ນຂອງລາວ ມັນເປັນຜົນ ຈາກການທີ່ຄົນລາວຂາດການຮຽນປາລີ, ການຂຽນອັກສອນ, ການອ່ານໜັງສືແລະພາສາລາວບໍຄົງເຄົ້າສັບໄວ້ ແລະອີກຫຼາຍຢ່າງລວມ ໄປເຖິງການອ່ານ ການຮຽນຂອງລາວເຮົານຳ ມັນເລີຍເຮັດໃຫ້ເຮົາກາຍເປັນຄວາມດ້ອຍຂຶ້ນມາດັ່ງປາກົດການຫຍໍ້ທໍ້ ກ່ຽວກັບພາສາດັ່ງໃນປັດຈຸບັນນີ້ແລ
-      ສະຫຼຸບເປັນອັນວ່າ ຊະນະ ໃຊ້ຄູກັບເສັຍໄຊ, ໄຊຊະນະ ໃຊ້ຄູ່ກັບ ອັບປະຣາໄຊ, ຜາບແພ້ໃຊ້ຄູ່ກັບຜ່າຍແພ້ ຫຼືແພ້ຜ່າຍ, ຫາກໃຊ້ແພ້ຊື່ືໆກໍຕ້ອງໃຊ້ພ່າຍ ທີ່ເປັນພາສາລາວ ແລະພາສາຊາວສຸໂຂໄທມສີລາຈາຣືກນັ້ນ.

วันพุธที่ 2 พฤศจิกายน พ.ศ. 2554

ຟືນລ້າໆ ກະຍັງເປັນເລື່ອງ

ປະຊາຊົນລາວບັນດາທ້ອງຖິ່ນ ທີ່ຢູ່ໃນຊົນນະບົດນັ້ນ ແມ່ນຢູ່ກັນຕາມທຳມະຊາດ ແລະ ທຸກຢ່າງເກືອບກ່າວໄດ້ວ່າອາໄສທຳມະຊາດທັງໝົດມີ ສິ່ງໜຶ່ງໃນຫຼາຍສິ່ງ ທີ່ຊາວຊົນນະບົດໃຫ້ໄດ້ ມາເຊິ່ງເຊື້ອໄຟນັ້ນແມ່ນ “ຟືນ” ຟືນແມ່ນໄມ້ທີ່ຍັງເປັນກໍດີ, ໄມ້ຕາຍແລ້ວກໍດີ, ກົກໄມ້ກໍດີ, ກິ່ງ ງ່າສາຂາໄມ້ກໍດີ ລວມຄວາມແລ້ວຄຳວ່າ “ຟືນ” ກໍຄືໄມ້ທີ່ຕາຍແຫ້ງແລ້ວ.
ມີ ໓ ຄຳທີ່ຄົນລາວບັນດາທ້ອງຖິ່ນມັກເວົ້າຄື “ໄປເອົາຟືນ ກັບໄປເກັບຟືນ ແລະໄປຫາ ຟືນ”, ຄຳເວົ້າທັງໝົດນີ້ມີຄວາມເປັນມາ ຈັກອະທິບາຍດັ່ງນີ້:

໑. ຄຳວ່າ “ໄປເອົາຟືນ” ໝາຍຄວາມວ່າ ໃນທ້ອງຖິ່ນຕ່າງໆນັ້ນຖືວ່າປ່າໄມ້ໃນອ້ອມບ້ານ ຂອງຕົນນັ້ນ ເປັນແຫຼ່ງທຳມຫາກິນຂອງພວກຕົນທັງໝົດ ແລະໄມ້ທັງໝົດນັ້ນແມ່ນມີຫຼວງ ຫຼາຍສະນັ້ນເມື່ອຕ້ອງການຟືນກໍພາກັນໄປເອົາໂລດ.

໒. ຄຳວ່າ “ໄປເກັບຟືນ” ໃນທ້ອງຖິ່ນລາວທັງມວນນັ້ນ ນອກຈາກຖືວ່າປ່າ ແລະໄມ່ເປັນ ຂອງຊຸມຊົນຕົນ ບໍ່ມີໃຜເປັນເຈົ້າຂອງ ຫຼືຈັບຈອງ ເມື່ອຕ້ອງການຟືນເຂົາກໍຈະໄປເກັບເອົາ ຄຳວ່າ “ໄປເກັບຟືນນີ້” ໝາຍຄວາມວ່າໄປເກັບເອົາໄມ້ນອນຂອນລົ້ມ ບໍ່ໄດ້ໄປປຳ້ ໄປຕັດເອົາ ອັນນີ້ຖືວ່າ ເປັນການອະນຸລັກສິ່ງແວດຊະນິດໜຶ່ງ ທີ່ຄົນລາວທ້ອງຖິ່ນໄດ້ຢຶດຖືປະຕິບັດມາແຕ່ບູຮານ.

໓. ຄຳວ່າ “ໄປຫາຟືນ” ກໍມີຄວາມໝາຍເຊັ່ນດຽວກັນກັບຄວາມໝາຍ ໒ ຂໍ້ຂ້າງຕົ້ນ ແຕ່ ມີຄວາມໝາຍແຕກຕ່າງກັນອອກໄປ ຄື ຄຳວ່າ “ຫາ” ຫາໝາຍເຖິງການໄປຊອກຫາໄມ້ ທີ່ນຳ ມາເຮັດຟືນ ອາດເນື່ອງຈາກວ່າ ໄມ້ທີ່ຈະນຳມາເຮັດຟືນນັ້ນແມ່ນອາດຈະຫາຢາກຂຶ້ນ ບາງຄັ້ງຫໍ ຕ້ອງຕັດ, ຕ້ອງປຳ້ເອົາ ຫຼືຕ້ອງໄປຫາໃນປ່າດົງທີ່ໄກໆພຸ້ນ.

ຈາກ ໓ ຄຳທີ່ປະຊາຊົນລາວໃຊ້ໃນບັນດາທ້ອງຖິ່ນນັ້ນ ເປັນຄຳເວົ້າຂອງຄົນລາວທີ່ພັດນາ ແລະໃຊ້ກັນມາຕັ້ງແຕ່ບູຮານ ແຕ່ຕໍ່ຈາກນີ້ ຄຳເວົ້ານີ້ອາດຊິໝົດລົງ ເນື່ອງຈາກປ່າໄມ້ສ່ວນໜຶ່ງ ທີ່ອ້ອມແອ້ມຂອງພວກເຂົາ ຖືຈັບຈອງເປັນເຈົ້າຂອງ, ສ່ວນປ່າໄມ້ຂອງບ້ານ ກໍຖືກໃຊ້ເປັນເຂດພັດ ທະນາກະສິກຳ ຫຼືເອົາໄປໃຊ້ໃນວຽກງານອື່ນເກືອບໝົດ ຄຳວ່າ “ໄປເອົາຟືນ, ໄປເກັບຟືນ, ໄປຫາ ຟືນ” ຈັກຕ້ອງໝົດໄປຕາມສະພາບສັງຄົມ ແລະທຳມະຊາດທີ່ປ່ຽນແປງໄປ ຈະມີຄຳໃໝ່ຂຶ້ນມາ ໃຊ້ແທນ ຄື “ໄປຊື້ນຟືນ” ອີກບໍ່ເຫີງຄຳວ່າ ໄປຊື້ຟືນກໍຈະໝົດໄປອີກ ເພາະການໃຊ້ຟືນນອກຈາກເປືອງ ແລະໃຊ້ບໍ່ສະດວກສະບາຍແລ້ວ ຍັງເຮັດໃຫ້ສະພາບຂອງເຮືອນບໍ່ງາມອີກ ຄວາມນິຍົມໃຊ້ຟືນກໍຈະປ່ຽນມາເປັນການໃຊຖ່ານແທນຟືນ, ຫຼືໃຊ້ກ໊າສ ມາໃຊ້ແທນຟືນຕໍ່ໄປຈະມີ “ໄປຊື້ຖ່ານ ແລະໄປຊື້ກ໊າສ” ຈະມາແທນທີ່ການຫາຟືນ ແລະຊື້ຟືນ.