วันพุธที่ 2 พฤศจิกายน พ.ศ. 2554

ຟືນລ້າໆ ກະຍັງເປັນເລື່ອງ

ປະຊາຊົນລາວບັນດາທ້ອງຖິ່ນ ທີ່ຢູ່ໃນຊົນນະບົດນັ້ນ ແມ່ນຢູ່ກັນຕາມທຳມະຊາດ ແລະ ທຸກຢ່າງເກືອບກ່າວໄດ້ວ່າອາໄສທຳມະຊາດທັງໝົດມີ ສິ່ງໜຶ່ງໃນຫຼາຍສິ່ງ ທີ່ຊາວຊົນນະບົດໃຫ້ໄດ້ ມາເຊິ່ງເຊື້ອໄຟນັ້ນແມ່ນ “ຟືນ” ຟືນແມ່ນໄມ້ທີ່ຍັງເປັນກໍດີ, ໄມ້ຕາຍແລ້ວກໍດີ, ກົກໄມ້ກໍດີ, ກິ່ງ ງ່າສາຂາໄມ້ກໍດີ ລວມຄວາມແລ້ວຄຳວ່າ “ຟືນ” ກໍຄືໄມ້ທີ່ຕາຍແຫ້ງແລ້ວ.
ມີ ໓ ຄຳທີ່ຄົນລາວບັນດາທ້ອງຖິ່ນມັກເວົ້າຄື “ໄປເອົາຟືນ ກັບໄປເກັບຟືນ ແລະໄປຫາ ຟືນ”, ຄຳເວົ້າທັງໝົດນີ້ມີຄວາມເປັນມາ ຈັກອະທິບາຍດັ່ງນີ້:

໑. ຄຳວ່າ “ໄປເອົາຟືນ” ໝາຍຄວາມວ່າ ໃນທ້ອງຖິ່ນຕ່າງໆນັ້ນຖືວ່າປ່າໄມ້ໃນອ້ອມບ້ານ ຂອງຕົນນັ້ນ ເປັນແຫຼ່ງທຳມຫາກິນຂອງພວກຕົນທັງໝົດ ແລະໄມ້ທັງໝົດນັ້ນແມ່ນມີຫຼວງ ຫຼາຍສະນັ້ນເມື່ອຕ້ອງການຟືນກໍພາກັນໄປເອົາໂລດ.

໒. ຄຳວ່າ “ໄປເກັບຟືນ” ໃນທ້ອງຖິ່ນລາວທັງມວນນັ້ນ ນອກຈາກຖືວ່າປ່າ ແລະໄມ່ເປັນ ຂອງຊຸມຊົນຕົນ ບໍ່ມີໃຜເປັນເຈົ້າຂອງ ຫຼືຈັບຈອງ ເມື່ອຕ້ອງການຟືນເຂົາກໍຈະໄປເກັບເອົາ ຄຳວ່າ “ໄປເກັບຟືນນີ້” ໝາຍຄວາມວ່າໄປເກັບເອົາໄມ້ນອນຂອນລົ້ມ ບໍ່ໄດ້ໄປປຳ້ ໄປຕັດເອົາ ອັນນີ້ຖືວ່າ ເປັນການອະນຸລັກສິ່ງແວດຊະນິດໜຶ່ງ ທີ່ຄົນລາວທ້ອງຖິ່ນໄດ້ຢຶດຖືປະຕິບັດມາແຕ່ບູຮານ.

໓. ຄຳວ່າ “ໄປຫາຟືນ” ກໍມີຄວາມໝາຍເຊັ່ນດຽວກັນກັບຄວາມໝາຍ ໒ ຂໍ້ຂ້າງຕົ້ນ ແຕ່ ມີຄວາມໝາຍແຕກຕ່າງກັນອອກໄປ ຄື ຄຳວ່າ “ຫາ” ຫາໝາຍເຖິງການໄປຊອກຫາໄມ້ ທີ່ນຳ ມາເຮັດຟືນ ອາດເນື່ອງຈາກວ່າ ໄມ້ທີ່ຈະນຳມາເຮັດຟືນນັ້ນແມ່ນອາດຈະຫາຢາກຂຶ້ນ ບາງຄັ້ງຫໍ ຕ້ອງຕັດ, ຕ້ອງປຳ້ເອົາ ຫຼືຕ້ອງໄປຫາໃນປ່າດົງທີ່ໄກໆພຸ້ນ.

ຈາກ ໓ ຄຳທີ່ປະຊາຊົນລາວໃຊ້ໃນບັນດາທ້ອງຖິ່ນນັ້ນ ເປັນຄຳເວົ້າຂອງຄົນລາວທີ່ພັດນາ ແລະໃຊ້ກັນມາຕັ້ງແຕ່ບູຮານ ແຕ່ຕໍ່ຈາກນີ້ ຄຳເວົ້ານີ້ອາດຊິໝົດລົງ ເນື່ອງຈາກປ່າໄມ້ສ່ວນໜຶ່ງ ທີ່ອ້ອມແອ້ມຂອງພວກເຂົາ ຖືຈັບຈອງເປັນເຈົ້າຂອງ, ສ່ວນປ່າໄມ້ຂອງບ້ານ ກໍຖືກໃຊ້ເປັນເຂດພັດ ທະນາກະສິກຳ ຫຼືເອົາໄປໃຊ້ໃນວຽກງານອື່ນເກືອບໝົດ ຄຳວ່າ “ໄປເອົາຟືນ, ໄປເກັບຟືນ, ໄປຫາ ຟືນ” ຈັກຕ້ອງໝົດໄປຕາມສະພາບສັງຄົມ ແລະທຳມະຊາດທີ່ປ່ຽນແປງໄປ ຈະມີຄຳໃໝ່ຂຶ້ນມາ ໃຊ້ແທນ ຄື “ໄປຊື້ນຟືນ” ອີກບໍ່ເຫີງຄຳວ່າ ໄປຊື້ຟືນກໍຈະໝົດໄປອີກ ເພາະການໃຊ້ຟືນນອກຈາກເປືອງ ແລະໃຊ້ບໍ່ສະດວກສະບາຍແລ້ວ ຍັງເຮັດໃຫ້ສະພາບຂອງເຮືອນບໍ່ງາມອີກ ຄວາມນິຍົມໃຊ້ຟືນກໍຈະປ່ຽນມາເປັນການໃຊຖ່ານແທນຟືນ, ຫຼືໃຊ້ກ໊າສ ມາໃຊ້ແທນຟືນຕໍ່ໄປຈະມີ “ໄປຊື້ຖ່ານ ແລະໄປຊື້ກ໊າສ” ຈະມາແທນທີ່ການຫາຟືນ ແລະຊື້ຟືນ.